ການພົວພັນທາງດ້ານເສດຖະກິດ-ການຄ້າລະຫວ່າງ ສປປ ລາວ  ແລະ ສປ ຈີນ ນັບມື້ນັບມີການຂະຫຍາຍ ຕົວຢ່າງບໍ່ຢຸດຢັ້ງ ແລະ ໜັກແໜ້ນ ເຊິ່ງພົ່ນເດັ່ນທີ່ສຸດ ແມ່ນການຮ່ວມມືພັດທະນາດ້ານພື້ນຖານໂຄງລ່າງຂອງ ສປປ ລາວ ເຊື່ອມຕໍ່ກັບ ສປ ຈີນ ເປັນຕົ້ນແມ່ນ ການສ້າງເສັ້ນທາງລົດໄຟຄວາມໄວສູງ. ນອກນັ້ນ ການຄ້າ-ການລົງທຶນກໍ່ໄດ້ຮັບການຂະຫຍາຍຕົວຢ່າງສະໝໍ່າສະເໝີເຊັ່ນດຽວກັນ, ໃນ 09 ເດືອນ ປີ 2018, ມູນຄ່າການຄ້າສອງຝ່າຍ ລາວ-ຈີນ ບັນລຸ 2,42 ຕື້ໂດລາ ເພີ່ມຂຶ້ນ 14,9% ທຽບໃສ່ປີ 2017.

ຂໍ້ມູນພາບ: https://www.matichon.co.th

 

ສປປ ລາວ ນໍາເຂົ້າຈາກ ສປ ຈີນ ມີມູນຄ່າ 970 ລ້ານໂດລາສະຫະລັດ ຫຼຸດລົງ 1,2% ທຽບໃສ່ໄລຍະດຽວກັນຂອງປີ 2017, ສິນຄ້າທີ່ ສປປ ລາວ ນໍາເຂົ້າປະກອບມີ ກົນຈັກໄຟຟ້າ (350 ລ້ານ ໂດລາສະຫະລັດ), ສິນຄ້າອີເລັກໂທຣນິກ (70 ລ້ານໂດລາສະຫະລັດ), ປະເພດເຫຼັກຮູບປະພັນ (60 ລ້ານ ໂດລາສະຫະລັດ), ຍານພາຫະນະ (30 ລ້ານໂດລາສະ ຫະລັດ) ແລະ ອື່ນໆ.

ຂໍ້ມູນພາບ: https://www.exportgenius.in

 

ມູນຄ່າການສົ່ງອອກສິນຄ້າ ຂອງສປປ ລາວ ໄປ ສປ ຈີນ ບັນລຸ 1,45 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 28,8% ທຽບໃສ່ໄລຍະດຽວກັນຂອງປີ 2017. ສິນຄ້າທີ່ ສປປ ລາວ ສົ່ງອອກຕົ້ນຕໍ່ ປະກອບມີ ແຮ່ທອງ (230 ລ້ານໂດລາສະຫະລັດ), ເຟີນີເຈີ້ທີ່ເຮັດດ້ວຍໄມ້ (80 ລ້ານໂດລາສະຫະລັດ), ຜະລິດຕະພັນກະສິກໍາ (50 ລ້ານໂດລາສະຫະລັດ), ຢາງພາລາທໍາມະຊາດ (20 ລ້ານໂດລາສະຫະລັດ).

ຂໍ້ມຸນພາບ: https://mineralseducationcoalition.org

 

ມູນຄ່າການລົງທຶນຂອງນັກທຸລະກິດຈີນ ໃນ ສປປ ລາວ ມີອັດຕາເພີ່ມຂຶ້ນເຊັ່ນດຽວກັນ ໄລຍະ 09 ເດືອນ ຂອງປີ 2018 ມີມູນຄ່າການລົງທຶນທັງໝົດ 1,2 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 25,1% ທຽບໃສ່ໄລຍະດຽວກັນຂອງປີ 2017. ການລົງທຶນສ່ວນໃຫຍ່ ແມ່ນສຸ່ມໃສ່ຂະແໜງການພະລັງງານໄຟຟ້າ, ບໍ່ແຮ່, ກະສິກໍາ-ປ່າໄມ້, ໂຮງແຮມ-ອະສັງຫາລິມະຊັບ ແລະ ອື່ນໆ.

ຂໍ້ມູນພາບ: https://www.belfasttelegraph.co.uk

 

ແຫຼ່ງຂໍ້ມູນຂ່າວ: ບົດສະຫຼຸບລາຍງານສະພາບການເຄື່ອນໄຫວປະຈໍາປີ 2018 ແລະ ວາງແຜນເຄືອນໄຫວປີ 2019 ຂອງຫ້ອງການທີ່ປຶກສາຝ່າຍເສດຖະກິດ-ການຄ້າ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.