ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ, ກົມພາສີ    ເລກທີ 03642/ກພສ

ນະຄອນຫຼວງວຽງຈັນ, ວັນທີ 09 ກໍລະກົດ 2018

ແຈ້ງການ

ເຖິງ: ກອງຄຸ້ມຄອງພາສີ V (ດ່ານພາສີສາກົນຂົວມິດຕະພາບ I).

ເລື່ອງ: ການທົດລອງຈັດຕັ້ງປະຕິບັດການຮັບແຈ້ງພາສີລ່ວງໜ້າກ່ອນສິນຄ້າ, ເຄື່ອງຂອງ ມາຮອດດ່ານ ພາສີຊາຍແດນ ຢູ່ທີ່ ດ່ານຂົວມິດຕະພາບ I ສຳລັບ ບໍລິສັດ ເບຍລາວ ຈຳກັດ ແລະ ບໍລິສັດພູເບ້ຍມາຍນິງ ຈຳກັດ.

  • ອີງຕາມ ກົດໜາຍວ່າດ້ວຍພາສີ ລະບັບເລກທີ 04/ ສພຊ, ລົງວັນທີ 20 ທັນວາ 2011 ແລະ ກົດໜາຍວ່າດ້ວຍພາສີສະບັບປັບປຸງບາງມາດຕາ ສະບັບເລກທີ 057/ສພຊ, ລົງວັນທີ 24 ທັນວາ 2014;
  • ອີງຕາມ ຜົນຂອງກອງປະຊຸມປຶກສາຫາລືຂອງຄະນະວິຊາການກົມພາສີ ຮ່ວມກັບ ກອງຄຸ້ມຄອງພາສີ, ດ່ານພາສີສາກົນຂົວມິດຕະພາບ I, ບໍລິສັດ ເບຍລາວ ຈຳກັດ ແລະ ບໍລິສັດ ພູເບ້ຍມາຍນິງ ຈຳກັດ ຄັ້ງວັນທີ 30/5/2018;
  • ອີງຕາມ ບົດລາຍງານຂອງພະແນກນິຕິກຳ ສະບັບເລກທີ 05570/ພນກ, ລົງວັນທີ 27/06/2018.

ເພື່ອເປັນການອຳນວຍຄວາມສະດວກທາງດ້ານການຄ້າ, ກົມພາສີ ເຫັນດີໃຫ້ຈັດຕັ້ງປະຕິບັດການທົດລອງການຮັບແຈ້ງພາສີລ່ວງໜ້າກ່ອນສິນຄ້າ, ເຄື່ອງຂອງມາຮອດດ່ານພາສີຊາຍແດນ ສຳລັບ 02 ບໍລິສັດ ຄື ບໍລິສັດ ເບຍລາວ ຈຳກັດ ແລະ ບໍລິສັດ ພູເບ້ຍມາຍນິງ ຈຳກັດ, ໂດຍໃຫ້ປະຕິບັດດັ່ງນີ້:

  1. ອະນຸຍາດໃຫ້ສອງບໍລິສັດຂ້າງເທິງແຈ້ງພາສີເປັນລາຍລະອຽດລ່ວງໜ້າກ່ອນການມາຮອດຂອງສິນຄ້າ, ເຄື່ອງຂອງທີ່ດ່ານພາສີຊາຍແດນ ໂດຍອີງໃສ່ບັນດາເອກະສານປະກອບຄື: ໃບແຈ້ງລາຄາ (ອິນວອຍ), ໃບຫຸ້ມຫໍ່ສິນຄ້າ (ແພັກກິ້ງລີສ) ແລະ ໃບອະນຸຍາດຈາກຂະແໜງການກ່ຽວຂ້ອງ (ຖ້າມີ). ສຳລັບເອກະສານຂົນສົງສິນຄ້າ ຫຼື Bill of Ladding (B/L) ຫຼື ໃບ ສບ, ພາຍຫຼັງທີ່ລົດຂົນສົ່ງສິນຄ້າມາຮອດດ່ານພາສີຊາຍແດນແລ້ວໃຫ້ນຳເອົາ ເອກະສານຂົນສົ່ງສິນຄ້າສະບັບຕົ້ນ ທີ່ໄດ້ຮັບການຢັ້ງຢືນຈາກເຈົ້າໜ້າທີ່ພາສີປະຈຳດ່ານມາຄັດຕິດໃສ່ ໃບແຈ້ງພາສີເປັນລາຍລະອຽດ ຈຶ່ງອະນຸຍາດໃຫ້ດຳເນີນການກວດກາປ່ອຍສິນຄ້າຕົວຈິງ.
  2. ກ່ອນຈະດຳເນີນການທົດລອງການຮັບແຈ້ງພາສີລ່ວງໜ້າດັ່ງກ່າວ, ໃຫ້ກອງຄຸ້ມຄອງພາສີ V ຊີ້ນຳ ດ່ານພາສີສາກົນຂົວມິດຕະພາບ I ເຮັດບົດບັນທຶກສັນຍາກັບ ບໍລິສັດ ເບຍລາວ ຈຳກັດ ແລະ ບໍລິສັດ ພູເບ້ຍມາຍນິງ ຈຳກັດ ໂດຍລະບຸເນື້ອໃນໃຫ້ບໍລິສັດຮັບປະກັນຄວາມຖືກຕ້ອງຂອງບັນດາຂໍ້ມູນໃນການແຈ້ງພາສີເປັນລາຍລະອຽດ ເຊັ່ນ: ມູນຄ່າແຈ້ງພາສີ, ລະຫັດສິນຄ້າ, ຈຳນວນ, ຂະໜາດ, ນ້ຳໜັກ, ປະເທດຜະລິດ ແລະ ຂໍ້ມູນອື່ນໆທີ່ກ່ຽວຂ້ອງ ແລະ ຂໍ້ມູນເຫຼົ່ານັ້ນຈະຕ້ອງສອດຄ່ອງກັບລາຍລະອຽດໃນເອກະສານຂົນສົ່ງສິນຄ້າ. ໃນກໍລະນີກວດພົບພາຍຫຼັງວ່າບັນດາຂໍ້ມູນດັ່ງກ່າວບໍ່ຖືກຕ້ອງຕາມຄວາມເປັນຈິງ ບໍລິສັດຜູ້ແຈ້ງພາສີ ຈະຕ້ອງຮັບຜິດຊອບຕໍ່ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ.
  3. ການທົດລອງຈັດຕັ້ງປະຕິບັດການຮັບແຈ້ງພາສີລ່ວງໜ້າຕາມແຈ້ງການສະບັບນີ້ ມີກຳນົດ 03 (ສາມ) ເດືອນ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ. ພາຍຫຼັງຄົບກຳນົດເວລາດັ່ງກ່າວ, ມອບໃຫ້ກອງຄຸ້ມຄອງພາສີ V ແລະ ດ່ານພາສີສາກົນຂົວມິດຕະພາບ I ຮ່ວມກັນປະເມີນຜົນການຈັດຕັ້ງປະຕິບັດ ແລ້ວລາຍງານໃຫ້ກົມພາສີຊາບພາຍໃນ 10 (ສິບ) ວັນລັດຖະການ.
  4. ໃນການຈັ້ດຕັ້ງປະຕິບັດຕົວຈິງ ຖ້າພົບຄວາມຫຍຸ້ງຍາກ ໃຫ້ລາຍງານກົມພາສີທັນທີເພື່ອມີທິດຊີ້ນຳໃນການຈັດຕັ້ງປະຕິບັດ.

ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ຮັກສາການຫົວໜ້າກົມພາສີ

ບຸນປະເສີດ ສີກຸນລະບຸດ

 

# ຫົວຂໍ້ ດາວໂຫຼດ
1 Notification on the Implementation of Pre-Arrival Customs Declaration Advance Experiment at International Customs Checkpoints (Lao-Thai Friendship Bridge I) No. 03642/CD, dated 09 July 2018 PDF
2 ແຈ້ງການກ່ຽວກັບການທົດລອງຈັດຕັ້ງປະຕິບັດຮັບແຈ້ງພາສີລ່ວງໜ້າກ່ອນສິນຄ້າ, ເຄື່ອງຂອງ ມາຮອດດ່ານພາສີຊາຍແດນ ຢູ່ທີ່ ດ່ານພາສີສາກົນຂົວມິດຕະພາບ 1 ສະບັບເລກທີ 03642/ກພສ, 09 ກໍລະກົດ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.