ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ

ກົມພາສີ         ເລກທີ 03742/ກພສ

ນະຄອນຫຼວງວຽງຈັນ, ວັນທີ 13 ກໍລະກົດ 2018

ເເຈ້ງການ

ເຖິງ: ຫົວໜ້າ ພະເເນກອ້ອມຂ້າງກົມພາສີ, ກອງຄຸ້ມຄອງພາສີ, ກອງກວດກາພາສີປະຈໍາເເຂວງ, ດ່ານພາສີຊາຍແດນໃນຂອບເຂດທົ່ວປະເທດ.

ເລື່ອງ: ການຄຸ້ມຄອງຂັ້ນຕອນການປະກອບເອກະສານນໍາເຂົ້າ, ຍົກເວັ້ນ, ງົດເກັບພາສີ ຫຼື ເສຍພາສີຫຼຸດຜ່ອນປະເພດນໍ້າມັນເຄື່ອງຕ່າງໆ, ການນໍາເຂົ້າພາຫະນະຊົ່ວຄາວ ແລະ ການຕໍ່ວີຊາ (IM5) ຂອງບັນດາໂຄງການຕ່າງໆ, ສະຖານທູດ ແລະ ອົງການຈັດຕັ້ງສາກົນ.

  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ແລະ ກົດໝາຍວ່າດ້ວຍພາສີ (ສະບັບປັບປຸງບາງມາດຕາ) ສະບັບເລກທີ 57/ສພຊ, ລົງວັນທີີ 24 ທັນວາ 2014.
  • ອີງຕາມ ຂໍ້ຕົກລົງກະຊວງການເງິນ ສະບັບເລກທີ 2826/ກງ, ລົງວັນທີ 22 ສິງຫາ 2018 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມພາສີ.
  • ອີງຕາມ ຄຳເເນະນໍາ ກົມພາສີ ສະບັບເລກທີ 02518/ກພສ, ລົງວັນທີ 21 ພຶດສະພາ 2018 ວ່າດ້ວຍການຄຸ້ມຄອງການນໍາເຂົ້າວັດຖຸອຸປະກອນ, ກັນຈັກ, ພາຫະນະ, ນໍ້າມັນເຊື້ອໄຟ ເເລະ ອື່ນໆ ທີ່ນຳເຂົ້າໃນລະບອບຍົກເວັ້ນ, ງົດເກັບພາສີ ຫຼື ເສຍພາສີຫຼຸດຜ່ອນ.

ເພື່ອອໍານວຍຄວາມສະດວກໃນການຈັດຕັ້ງປະຕິບັດວຽກງານ ພ້ອມທັງຮັບປະກັນໄດ້ຕໍ່ການຄຸ້ມຄອງຫັກລົບແຜນນໍາເຂົ້າໃຫ້ສອດຄ່ອງຕາມກົດໝາຍ ແລະ ລະບຽບການ.

ກົມພາສີ ແຈ້ງການແນະນໍາ ດັ່ງນີ້:

1. ການນໍາເຂົ້າປະເພດນໍ້າມັນເຄື່ອງຕ່າງໆ ພາຍຫຼັງທີ່ຖືກຮັບຮອງແຜນນໍາເຂົ້າ (Master list), ກ່ອນການນໍາເຂົ້າ ຕ້ອງມີອະນຸຍາດນໍາເຂົ້າຂອງຂະເເໜງອຸດສາຫະກຳ ແລະ ການຄ້າ,ໃຫ້ພະເເນກຄຸ້ມຄອງການຍົກເວັ້ນ ແລະ ງົດເກັບພາສີ ແນະນໍາປະກອບເອກະສານ, ກວດກາຄວາມຖືກຕ້ອງ, ປ້ອນຂໍ້ມູນ ແລະ ອອກໃບຢັ້ງຢືນການບັນທຶກຂໍ້ມູນລົງໃນລະບົບຄຸ້ມຄອງແຜນ, ນໍາສະເໜີ ກົມພາສີອະນຸມັດຫຼັກການລວມ (ໃບຕິດຕາມການຍົກເວັ້ນພາສີ-ອາກອນຂາເຂົ້າ) ຕາມອະນຸຍາດນໍາເຂົ້າທີ່ມີອາຍຸການນໍາໃຊ້ຂອງຂະເເໜງອຸດສາຫະກຳ ແລະ ການຄ້າ, ຈາກນັ້ນມອບໃຫ້ພະເເນກເຊັນຊະໂນດ ນໍາສົ່ງໃຫ້ດ່ານບ່ອນນໍາເຂົ້າເພື່ອກວດກາ, ຄຸ້ມຄອງ ຫັກລົບແຜນ ແລະ ປະຕິບັດຕາມລະບຽບການແຈ້ງພາສີ.

2. ການນໍາເຂົ້າພາຫະນະຊົ່ວຄາວແມ່ນໃຫ້ກວດກາໃສ່ແຜນນໍາເຂົ້າທີ່ຮັບຮອງ, ຕ້ອງມີອະນຸຍາດນໍາເຂົ້າຂອງຂະເເໜງການກ່ຽວຂ້ອງ: ອະນຸຍາດນໍາເຂົ້າຂອງຂະເເໜງອຸດສາຫະກຳ ແລະ ການຄ້າ, ອະນຸຍາດທາງດ້ານເຕັກນິກ ຫຼື ອື່ນໆ, ໃຫ້ພະເເນກກວດກາຄວາມຖືກຕ້ອງ, ປ້ອນຂໍ້ມູນ ແລະ ອອກໃບຢັ້ງຢືນການບັນທຶກຂໍ້ມູນເຂົ້າໃນລະບົບຄຸ້ມຄອງແຜນ, ນໍາສະເໜີ ກົມພາສີອະນຸມັດ ສັນຍາຄໍ້າປະກັນການນໍາເຂົ້າຊົ່ວຄາວ, ຈາກນັ້ນມອບໃຫ້ພະເເນກເຊັນສະໂນດນໍາສົ່ງໃຫ້ດ່ານບ່ອນນໍາເຂົ້າເພື່ອກວດກາ, ຄຸ້ມຄອງຫັກລົບແຜນ ແລະ ດໍາເນີນການແຈ້ງພາສີເປັນລາຍລະອຽດ (IM5) ຕາມລະບຽບການ.

2.1 ສຳລັບການຂໍອະນຸຍາດຕໍ່ວິຊາ ແມ່ນໃຫ້ນຳເອົາເອກະສານປະກອບການນໍາເຂົ້າທີ່ໄດ້ຮັບວິຊາເບື້ອງຕົ້ນ (IM5) ສະເໜີຕໍ່ກົມພາສີ ເພື່ອອະນຸມັດຕໍ່ວິຊາໃສ່ດ້ານຫຼັງຂອງໃບແຈ້ງພາສີເປັນລາຍລະອຽດ.

2.2 ໃນກໍລະນີເອກະສານປະກອບການນໍາເຂົ້າ (IM5) ຕົ້ນສະບັບບໍ່ຄົບ ຫຼື ມີຂໍ້ມູນບໍ່ຊັດເຈນ, ຕ້ອງກວດກາລົດຕົວຈິງພ້ອມທັງບັນທຶກຂໍ້ມູນຂອງລົດ, ກວກາຂໍ້ມູນໃສ່ລະບົບການເເຈ້ງພາສີແບບເອເລັກໂຕຣນິກ (ASYCUDA), ພິມໃບແຈ້ງພາສີເປັນລະອຽດອອກຈາກລະບົບຢັ້ງຢືນສຳເນົາຖືກຕ້ອງພ້ອມວິຊາໃສ່ໃບແຈ້ງພາສີດັ່ງກ່າວ.

3. ໃນການຈັດຕັ້ງປະຕິບັດຫາກພົົບຄວາມຫຍຸ້ງຍາກໃຫ້ລາຍງານກົມພາສີ ເພື່ອມີວິທີແກ້ໄຂຕາມກົດໝາຍ ເເລະ ລະບຽບການ.

4. ແຈ້ງການ ສະບັບນີ້ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ຮັກສາການຫົວໜ້າກົມພາສີ

ບຸນປະເສີດ ສີກຸນລະບຸດ

# ຫົວຂໍ້ ດາວໂຫຼດ
1 Notification on the Management of Procedure of Completing Import, Exemption, Suspension and Reduction of Customs Duties Documentation for Lubricant, Temporary Import of Vehicles and Visa Run for Projects and Embassy No. 03742/CD, dated 13 July 2018 PDF
2 ແຈ້ງການ ກ່ຽວກັບການຄຸ້ມຄອງຂັ້ນຕອນການປະກອບເອກະສານນໍາເຂົ້າ, ຍົກເວັ້ນ, ງົດເກັບພາສີ ຫຼື ເສຍພາສີຫຼຸດຜ່ອນ ປະເພດນໍ້າມັນເຄື່ອງຕ່າງໆ, ການນໍາເຂົ້າພາຫະນະຊົ່ວຄາວ ແລະ ການຕໍ່ວິຊາ (IM5) ຂອງບັນດາໂຄງການຕ່າງໆ, ສະຖານທູດ ສະບັບເລກທີ 03742/ກພສ, ລົງວັນທີ 13 ກໍລະກົດ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.