ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ
ກົມພາສີ   ເລກທີ 7589/ກພສ
ນະຄອນຫຼວງວຽງຈັນ, ວັນທີ 08 ພຶດສະພາ 2012

ເເຈ້ງການ

ເຖິງ: ຫົວໜ້າພາສີປະຈໍາເຂດ ແລະ ຫົວໜ້າດ່ານພາສີຊາຍແດນ ໃນທົ່ວປະເທດ.

ເລື່ອງ: ໃຫ້ເອົາໃຈໃສ່ໃນການສະກັດກັ້ນການນໍາເຂົ້າສິນຄ້າປະເພດໝາກກະໂພກ, ດອກໄມ້ໄຟ ແລະ ອື່ນໆ ທີ່ເປັນວັດຖຸລະເບີດ.

- ອີງຕາມ ມາດຕາ 15 ຂອງກົດໝາຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20 ພຶດສະພາ 2005;

- ອີງຕາມ ຄໍາສັ່ງ ເລກທີ 27/ນຍ, ລົງວັນທີ 05 ຕຸລາ 2011 ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ;

- ອີງຕາມ ເອກະສານທາງລັດຖະການຂອງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 191/ຈນວ, ລົງ​ວັນ​ທີ 11 ເມສາ 2012.

- ອີງຕາມ ຄໍາເຫັນຊີ້ນໍາຂອງລັດຖະມົນຕີວ່າການ ກະຊວງການເງິນ ຄັ້ງວັນທີ 20 ເມສາ 2012.  

     ເພື່ອເຮັດໜ້າທີ່ຕ້ານ ແລະ ສະກັດກັ້ນການລັກລອບ ນໍາເຂົ້າສິນຄ້າປະເພດຕ້ອງຫ້າມ ເຂົ້າມາຂາຍພາຍໃນທ້ອງຕະຫຼາດຢ່າງຫຼວງຫຼາຍ ພ້ອມທັງແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ມີຄວາມສະຫງົບເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພໂດຍພື້ນຖານ.

   ກົມພາສີ ຂໍຖືເປັນກຽດແຈ້ງມາຍັງທ່ານຫົວໜ້າພາສີປະຈໍາເຂດ, ຫົວໜ້າດ່ານພາສີຊາຍແດນໃນທົ່ວປະເທດ ໃຫ້ເອົາໃຈໃສ່ຊີ້ນໍາ ນຳພະນັກງານພາສີປະຈໍາຢູ່ດ່ານພາສີຊາຍແດນ ເຂັ້ມງວດໃນການກວດກາສິນຄ້າ ປະເພດຕ້ອງຫ້າມ ເພື່ອຈໍາກັດທຸກຮູບແບບໃນການລັກລອບ ສິນຄ້າເຂົ້າມາຈໍາໜ່າຍພາຍໃນປະເທດ ໂດຍສະເພາະນະຄອນຫຼວງວຽງຈັນ ເຊັ່ນ: ໝາກກະໂພກ, ດອກໄມ້ໄຟ, ວັດຖຸລະເບີດປະເພດຕ່າງໆ ຫາກກວດກາພົບເຫັນການນໍາເຂົ້າສິນຄ້າປະເພດດັ່ງກ່າວແມ່ນໃຫ້ດຳເນີນຄະດີຕາມລະບຽບກົດໝາຍ ທີ່ໄດ້ກຳນົດໄວ້.

   ດັ່ງນັ້ນ, ຈື່ງເເຈ້ງມາເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ຮັກສາການຫົວໜ້າກົມພາສີ

ອາດສະພັງທອງ ສີພັນດອນ

 

 

 

 

 

         

# ຫົວຂໍ້ ດາວໂຫຼດ
1 Notification on Attention to Intercept the Import of Firecrackers, Fireworks and other Explosive Materials No. 7589/CD, dated 08 May 2012 PDF
2 ແຈ້ງການ ກ່ຽວກັບການເອົາໃຈໃສ່ໃນການສະກັດກັ້ນການນໍາເຂົ້າສິນຄ້າປະເພດໝາກເຂົ້າໂພກ, ດອກໄມ້ໄຟ ແລະ ອື່ນໆ ທີ່ເປັນວັດຖຸລະເບີດ ສະບັບເລກທີ7589/ກພສ, ລົງວັນທີ 08 ພຶດສະພາ 2012 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.