ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ    ເລກທີ 4218/ກງ

ນະຄອນຫຼວງວຽງຈັນ, ວັນທີ 28 ທັນວາ 2018

ຄໍາເເນະນໍາ

ວ່າດ້ວຍ ການເກັບອາກອນຊົມໃຊ້ຈາກ ຜະລິດຕະພັນເບຍ

  • ອີງຕາມ ກົດໝາຍວ່າດ້ວຍສ່ວຍອາກອນ (ສະບັບປັບປຸງ) ເລກທີ 70/ສພຊ, ລົງວັນທີ 15 ທັນວາ 2015;
  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບປັບປຸງ ເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ແລະ ກົດໝາຍວ່າດ້ວຍພາສີ ສະບັບປັບປຸງບາງມາດຕາ ສະບັບເລກທີ 057ສພຊ, ລົງວັນທີ 24 ທັນວາ 2014;
  • ອີງຕາມ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງການເງິນ ສະບັບເລກທີ 144/ນຍ, ລົງວັນທີ 08 ພຶດສະພາ 2017;
  • ອີງຕາມ ມະຕິຄະນະປະຈໍາເເຫ່ງຊາດ ສະບັບເລກທີ 129/ຄປຈ, ລົງວັນທີ 2018;
  • ອີງຕາມ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1476/ຫສນຍ.ກລຂ, ລົງວັນທີ 07 ກັນຍາ 2018;

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ອອກຄໍາເເນະນໍາດັ່ງນ່ີ້:

I. ຈຸດປະສົງ

ຄໍາເເນະນໍາສະບັບນີ້ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍມະຕິຄະນະປະຈໍາສະພາເເຫ່ງຊາດ ສະບັບເລກທີ 129/ຄປຈ, ລົງວັນທີ 04 ກັນຍາ 2018 ໂດຍການກໍານົດ ບັນດາຫຼັກການ, ຂັ້ນຕອນ, ວິທີການ ເເລະ ມາດຕະການເກັບອາກອນຊົມໃຊ້ ເພື່ອຮັບປະກັນຄວາມສະເໝີພາບລະຫວ່າງສິນຄ້າປະເພດດຽວກັນ ທີ່ນໍາເຂົ້າຈາກຕ່າງປະເທດ ແລະ ສິນຄ້າທີ່ຜະລິດຢູ່ພາຍໃນປະເທດ.    

II. ຫຼັກການ

ການເກັບອາກອນຊົມໃຊ້ຈາກຜະລິດຕະພັນເບຍ ແມ່ນປະຕິບັດຕາມອັດຕາທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍສ່ວຍສາອາກອນ ສະບັບປັບປຸງ ເລກທີ 70/ສພຊ, ລົງວັນທີ 15 ທັນວາ 2015 ໂດຍກໍານົດເອົາລາຄາຂາຍຍົກເປັນພື້ນຖານໃນການໄລ່ລຽງອາກອນຊົມໃຊ້ໃນຂອດຂາຍຍົກພາຍໃນປະເທດ ໂດຍເເບ່ງອອກເປັນ 02 ປະເພດດັ່ງນີ້:

1. ຜະລິດຕະພັນເບຍທີ່ຜະລິດພາຍໃນປະເທດ ໃຫ້ຈັດເກັບອາກອນຊົມໃຊ້ຢູ່ຂອດຂາຍຍົກຈາກໂຮງງານຜະລິດ ຫຼື ຕົວແທນຈໍາໜ່າຍ;

2. ຜະລິດຕະພັນເບຍທີ່ນໍາເຂົ້າຈາກຕ່າງປະເທດ ໃຫ້ຈັດເກັບອາກອນຊົມໃຊ້ຢູ່ 2 ຂອດ ຄື: ຂອດການນໍາເຂົ້າ ແລະ ຂອດຂາຍຍົກພາຍໃນປະເທດ.

III. ຂັ້ນຕອນ

1. ຜະລິດຕະພັນເບຍທີ່ຜະລິດພາຍໃນປະເທດ ໃຫ້ປະຕິບັດຕາມຂັ້ນຕອນ ດັ່ງນີ້:

  • ໃຫ້ຄິດໄລ່ ແລະ ເເຈ້ງເສຍອາກອນຊົມໃຊ້ ຕາມມູນຄ່າຂາຍຍົກ ທີ່ບໍ່ລວມອາກອນມູນຄ່າເພີ່ມ ເເລະ ອາກອນຊົມໃຊ້;
  • ໃຫ້ຍື່ນເເຈ້ງເສຍອາກອນຊົມໃຊ້ຕໍ່ຂະເເໜງການສ່ວຍສາອາກອນ ຊ້າສຸດບໍ່ໃຫ້ກາຍວັນທີ 15 ຂອງເດືອນຖັດໄປ.

2. ຜະລິດຕະພັນເບຍທີ່ນໍາເຂົ້າຈາກຕ່າງປະເທດ ໃຫ້ປະຕິບັດຕາມຂັ້ນຕອນ ດັ່ງນີ້:

  • ຂອດການນໍາເຂົ້າ ແມ່ນໃຫ້ຄິດໄລ່ ແລະ ເເຈ້ງເສຍອາກອນຊົມໃຊ້ ໃນເວລາເເຈ້ງເສຍພາສີອາກອນຢູ່ດ່ານບ່ອນນໍາເຂົ້າ ໂດຍເອົາມູນຄ່າແຈ້ງເສຍພາສີ (ລາຄາ CIF) ບວກ ຄ່າພາສີຂາເຂົ້າ ແລະ ຄ່າທໍານຽມອື່ນ (ຖ້າມີ) ຄຸນ ອັດຕາອາກອນຊົມໃຊ້;
  • ຂອດການຂາຍພາຍໃນປະເທດ ແມ່ນໃຫ້ຄິດໄລ່ຕາມລາຄາຂາຍຍົກ (ບໍ່ລວມອາກອນມູນຄ່າເພີ່ມ) ລົບຖານຄິດໄລ່ອາກອນຊົມໃຊ້ໃນຂອດຂາເຂົ້າ ຄຸນ ອັດຕາອາກອນຊົມໃຊ້;
  • ໃຫ້ຍື່ນແຈ້ງເສຍອາກອນຊົມໃຊ້ ຂອດການຂາຍຍົກຕໍ່ຂະເເໜງການສ່ວຍສາອາກອນ ຊ້າສຸດບໍ່ໃຫ້ກາຍວັນທີ່ 15 ຂອງເດືອນຖັດໄປ ພາຍຫຼັງການນໍາເຂົ້າ. ໃນກໍລະນີ ບໍ່ສາມາດຍື່ນເເຈ້ງ ເປັນເເຕ່ລະເດືອນໄດ້ນັ້ນ ໃຫ້ຍື່ນເເຈ້ງເສຍອາກອນຊົມໃຊ້ ຂອດການຂາຍຍົກ ຕໍ່ຂະເເໜງການສ່ວຍສາອາກອນ ຊ້າສຸດບໍ່ໃຫ້ກາຍວັນທີ 15 ຂອງເດືອນທີສາມ ພາຍຫຼັງການນໍາເຂົ້າ.

IV. ວິທີການຄິດໄລ່ ອາກອນຊົມໃຊ້ຜະລິດຕະພັນເບຍ

1. ວິທີຄິດໄລ່ອາກອນຊົມໃຊ້ເບຍທີ່ຜະລິດພາຍໃນປະເທດ

ຜະລິດຕະພັນເບຍທີ່ຜະລິດພາຍໃນປະເທດ ໃຫ້ປະຕິບັດຕາມຂັ້ນຕອນ ດັ່ງນີ້:

   ການຄິດໄລ່ ອາກອນຊົມໃຊ້ ຈາກຜະລິດຕະພັນເບຍທີ່ຜະລິດພາຍໃນປະເທດ ແມ່ນໃຫ້ຄິດໄລ່ຕາມລາຄາຂາຍຍົກຈາກໂຮງງານຜະລິດ ຫຼື ຕົວແທນຈໍາໜ່າຍ ໂດຍໃຫ້ເອົາລາຄາຂາຍຍົກ (ບໍ່ລວມອາກອນມູນຄ່າເພີ່ມ ເເລະ ອາກອນຊົມໃຊ້) ຄູນ ອັດຕາອາກອນຊົມໃຊ້ ຕາມສູດການຄິດໄລ່ລຸ່ມນີ້:

   ຖານຄິດໄລ່ອາກອນຊົມໃຊ້ = ລາຄາຂາຍຍົກ (ບໍ່ລວມອາກອນມູນຄ່າເພີ່ມ ເເລະ ອາກອນຊົມໃຊ້).

   ຄ່າອາກອນຊົມໃຊ້ = ຖານຄິດໄລ່ອາກອນຊົມໃຊ້ ອັດຕາອາກອນຊົມໃຊ້.

ຕົວຢ່າງ ກ: ເບຍ ຍີ່ຫໍ້ B ທີ່ຖືກຜະລິດຢູ່ພາຍໃນປະເທດ ຈໍານວນ 01 ແກັດ ລາຄາຂາຍຍົກທີ່ບໍ່ລວມອາກອນມູນຄ່າເພີ່ມ ແລະ ອາກອນຊົມໃຊ້ ເທົ່າກັບ 70.000 ກີບ. ສະນັ້ນ, ຄ່າອາກອນຊົມໃຊ້ເທົ່າກັບ 35.000 ກີບ ຕາມວິທີການຄິດໄລ່ອາກອນຊົມໃຊ້ ລຸ່ມນີ້:

   ຖານຄິດໄລ່ອາກອນຊົມໃຊ້ = 70.000ກີບ

   ຄ່າອາກອນຊົມໃຊ້ = 70.000ກີບ x 50% = 35.000ກີບ

2. ວິທີການຄິດໄລ່ອາກອນຊົມໃຊ້ເບຍທີ່ນໍາເຂົ້າຈາກຕ່າງປະເທດ

1. ການຄິດໄລ່ອາກອນຊົມໃຊ້ ໃນຂອດການນໍາເຂົ້າ ແມ່ນ ໃຫ້ຄິດໄລ່ ໃນເວລາເເຈ້ງເສຍພາສີອາກອນຢູ່ດ່ານບ່ອນນໍາເຂົ້າ ໂດຍໃຫ້ເອົາມູນຄ່າເເຈ້ງເສຍພາສີ (ລາຄາ CIF) ບວກຄ່າພາສີຂາເຂົ້າ ແລະ ຄ່າທໍານຽມອື່ນ (ຖ້າມີ) ຄູນອັດຕາອາກອນຊົມໃຊ້ ຕາມສູດການຄິດໄລ່ ລຸ່ມນີ້:

     ຖານຄິດໄລ່ອາກອນຊົມໃຊ້ = ລາຄາ + ຄ່າພາສີຂາເຂົ້າ + ຄ່າທໍານຽມ (ຖ້າມີ).

     ຄ່າອາກອນຊົມໃຊ້ຂອດນໍາເຂົ້າ = ຖານຄິດໄລ່ອາກອນຊົມໃຊ້ x ອັດຕາອາກອນຊົມໃຊ້.

ຕົວຢ່າງ ຂ: ເບຍ ຍີ່ຫໍ້ K ນໍາເຂົ້າຈາກຕ່າງປະເທດ ຈໍານວນ 01 ແກັດ ລາຄາ CIF ເທົ່າກັບ 100.000 ກີບ. ຄ່າພາສີເທົ່າກັບ 40.000ກີບ. (ອັດຕາພາສີ 40%), ຄ່າທໍານຽມ 11.000 ກີບ. ສະນັ້ນ, ຄ່າອາກອນຊົມໃຊ້ຂອດການນໍາເຂົ້າ ຈາກ ເບຍ ຍີ່ຫໍ້ K ແມ່ນ 75.000 ກີບ ຕາມວິທີການຄິດໄລ່ອາກອນຊົມໃຊ້ລຸ່ມນີ້:

    ຖານຄິດໄລ່ອາກອນຊົມໃຊ້ = 100.000 ກີບ + 40.000 ກີບ + 11.000 ກີບ = 151.000 ກີບ

    ຄ່າອາກອນຊົມໃຊ້ຂອດການນໍາເຂົ້າ = 151.000 ກີບ x 50% = 75.500 ກີບ

3. ການໄລ່ລຽງອາກອນຊົມໃຊ້ ຂອດການຂາຍພາຍໃນປະເທດ ຈາກເບຍນໍາເຂົ້າແມ່ນໃຫ້ຄິດໄລ່ຕາມລາຄາຂາຍຍົກ ( ບໍ່ລວມອາກອນມູນຄ່າເພີ່ມ ແລະ ອາກອນຊົມໃຊ້ ) ລົບ ຖານຄິດໄລ່ອາກອນຊົມໃຊ້ໃນເວລານໍາເຂົ້າ ຄູນ ອັດຕາອາກອນຊົມໃຊ້ ຕາມສູດການຄິດໄລ່ ດັ່ງນີ້:

   ຖານຄິດໄລ່ອາກອນຊົມໃຊ້ = ລາຄາຂາຍຍົກ ( ບໍ່ລວມອາກອນມູນຄ່າເພີ່ມ ເເລະ ອາກອນຊົມໃຊ້) - ຖານຄິດໄລ່ອາກອນຊົມໃຊ້ຂອດການນນໍາເຂົ້າ.

   ຄ່າອາກອນຊົມໃຊ້ຂອດການຂະຫຍາຍພາຍໃນປະເທດ = ຖານຄິດໄລ່ອາກອນຊົມໃຊ້ x ອັດຕາອາກອນຊົມໃຊ້.

ຕົວຢ່າງ ຄ: ເບຍ ຍີ່ຫໍ້ K ຕາມ ຕົວຢ່າງ ຂ ທີ່ມີລາຄາຂາຍຍົກ (ບໍ່ລວມອາກອນມູນຄ່າເພີ່ມ ແລະ ອາກອນຊົມໃຊ້) ເທົ່າກັບ 240.000 ກີບ. ສະນັ້ນ, ອາກອນຊົມໃຊ້ຂອດພາຍໃນ ທີ່ຕ້ອງຈ່າຍເພີ່ມແມ່ນ 44.500 ກີບ ໂດຍມີວິທີການຄິດໄລ່ ອາກອນຊົມໃຊ້ພາຍໃນ ຂອງ ເບຍ ຍີ່ຫໍ້ K ດັ່ງນີ້:

   ຖານຄິດໄລ່ອາກອນຊົມໃຊ້ = 240.000 ກີບ - 151.000 ກີບ = 89.000 ກີບ.

   ຄ່າອາກອນຊົມໃຊ້ຂອດການຂາຍຍົກພາຍໃນປະເທດ = 89.000 ກີບ x 50% = 44.500 ກີບ

ສະນັ້ນ, ລວມອາກອນຊົມໃຊ້ທີ່ຕ້ອງຈ່າຍທັງໝົດ = 75.500 ກີບ + 44.500 ກີບ = 120.000 ກີບ

4. ພັນທະ ແລະ ໜ້າທີ່ ຂອງຜູ້ປະກບການ ຜະລິດພາຍໃນ ຫຼື ນຳເຂົ້າ ຫຼື ເປັນຕົວແທນຈໍາໜ່າຍ ຜະລິດຕະພັນ ເບຍ

ຜູ້ປະກອບການ ຜະລິດພາຍໃນ ຫຼື ນໍາເຂົ້າ ຫຼື ເປັນຕົວແທນຈໍາໜ່າຍ ຜະລິດຕະພັນເບຍ ແມ່ນມີພັນທະ ແລະ ໜ້າທີ່ ດັ່ງນີ້:

1) ຜູ້ປະກອບການ ຜະລິດພາຍໃນ ຫຼື ນໍາເຂົ້າ ຫຼື ເປັນຕົວແທນຈໍາໜ່າຍ ຜະລິດຕະພັນເບຍ ຕ້ອງແຈ້ງຂໍ້ມູນການນໍາເຂົ້າ ແລະຂາຍຍົກ (ບໍ່ລວມອາກອນມູນຄ່າເພີ່ມ ແລະ ອາກອນຊົມໃຊ້) ຂອງແຕ່ລະຜະລິດຕະພັນ ໃຫ້ ກະຊວງການເງິນ ແລະ ກະຊວງອຸດສາຫະກໍາ ແລະການຄ້າ ເປັນແຕ່ລະໄລຍະ;

2) ສໍາລັບຜະລິດຕະພັນເບຍ ທີ່ບໍ່ໄດ້ຮັບການຮັບຮອງ ຫຼື ບໍ່ມີການສະໜອງຂໍ້ມູນກ່ຽວກັບການນໍາເຂົ້າ ແລະ ລາຄາຂາຍຍົກພາຍໃນປະເທດ ແມ່ນບໍ່ຮັບອະນຸຍາດໃຫ້ຜະລິດ ຫຼື ນໍາເຂົ້າ ແລະ ຈໍາໜ່າຍ ໃນດິນແດນ ສປປ ລາວ;

3) ຄິດໄລ່ ແຈ້ງ ແລະ ມອບອາກອນໃຫ້ຖືກຕ້ອງ ແລະ ທັນເວລາ ຕາມທີ່ກໍານົດໄວ້ໃນກົດໝາຍ;

4) ຮັບຜິດຊອບຕໍ່ການ ຄິດໄລ່, ແຈ້ງ ແລະ ມອບອາກອນ ໃຫ້ຖືກຕ້ອງ ແລະ ຊັດເຈນ;

5) ຖຶບັນຊີ ແລະ ນໍາໃຊ້ໃບເກັບເງີນ ຕາມກົດໝາຍ ແລະ ລະບຽບການ;

6) ປະຕິບັດພັນທະ ແລະ ໝ້າທີ່ອື່ນ ຕາມກົດໝາຍ.

5. ຄວາມຮັບຜິດຊອບຂອງຂະແໜງການລັດ ທີ່ກ່ຽວຂ້ອງ

    ກະຊວງການເງິນ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ຕ້ອງປະສານສົມທົບກັນ ໃນການລົງເກັບກໍາຂໍ້ມູນລາຄາຂາຍຍົກຜະລິດຕະພັນເບຍແຕ່ລະຍີ່ຫໍ້, ປະເພດ ແລະ ຊະນິດ ເພື່ອສັງລວມ ແລະ ສົມທຽບກັບຂໍ້ມູນທີ່ສະໜອງໂດຍຜູ້ປະກອບການ ເພື່ອໄລ່ລຽງອາກອນຊົມໃຊ້ໃຫ້ຖຶກຕ້ອງ ແລະຄົບຖ້ວນຕາມກົດໝາຍ ແລະ ລະບຽບການ.

V. ມາດຕະການຄຸ້ມຄອງ

 1. ການກໍານົດດ່ານພາສີສາກົນສໍາລັບການນໍາເຂົ້າຜະລິດຕະພັນເບຍ

    ການນໍາເຂົ້າຜະລິດຕະພັນເບຍ ແມ່ນອະນຸຍາດໃຫ້ນໍາເຂົ້າຜ່ານດ່ານພາສີສາກົນ ທີ່ມີພື້ນໂຄງລ່າງ ແລະ ທີ່ຕັ້ງທີ່ເໝາະສົມ ດັ່ງນີ້:

     1) ດ່ານພາສີສາກົນຂົວມິດຕະພາບ I (ນະຄອນຫຼວງວຽງຈັນ)

     2) ດ່ານພາສີສາກົນຂົວມິດຕະພາບ II (ແຂວງສະຫັວນນະເຂດ)

     3) ດ່ານພາສີສາກົນຂົວມິດຕະພາບ IV (ແຂວງບໍ່ແກ້ວ)

     4) ດ່ານພາສີສາກົນບໍ່ເຕັນ (ແຂວງຫຼວງນໍ້າທາ)

     5) ດ່ານພາສີສາກົນແດນສະຫັວນ (ແຂວງສະຫັວນນະເຂດ)

     6) ດ່ານພາສີສາກົນໝອງນົກຂຽນ (ແຂວງຈໍາປາສັກ)

    ໃນກໍລະນີ ຜູ້ນໍາເຂົ້າ ຫາກມີຈຸດປະສົງນໍາເຂົ້າດ່ານສາກົນອື່ນ ທີ່ບໍ່ໄດ້ລະບຸໃນຂ້າງເທິງ ຕ້ອງເຮັດໜັງສືສະເໝີຂໍນໍາເຂົ້າເປັນລາຍລັກອັກສອນ ຫາກະຊວງການເງິນ ເພື່ອພິຈາລະນາ ແລະ ອະນຸມັດ ຈຶ່ງສາມາດນໍາເຂົ້າໄດ້.

 2. ການຂໍອະນຸຍາດຜະລິດ ແລະ ນໍາເຂົ້າ ຜະລິດຕະພັນເບຍ

    ການຜະລິດ ແລະ ນໍາເຂົ້າ ຜະລິດຕະພັນເບຍ ຕ້ອງມີໃບອະນຸຍາດ ຜະລິດ, ນໍາເຂົ້າ ແລະ ຈໍາໜ່າຍຜະລິດຕະພັນເບຍ ຈາກພາກສ່ວນ ທີ່ກ່ຽວຂ້ອງ, ຊຶ່ງອາຍຸໃບອະນຸຍາດດັ່ງກ່າວ ແມ່ນນໍາໃຊ້ໄດ້ 1 ປີ ແລະສາມາດຕໍ່ໄດ້.

 3. ການຕິດສະຫຼາກພາສາລາວ ແລະ ຕິດສະແຕັມເສຍພາສີ

    ກ່ອນກວດກາ ແລະ ນໍາເອາຜະລິດຕະພັນເບຍ ອອກຈາກໂຮງງານຜະລິດ ຫຼື ອານາເຂດຄຸ້ມຄອງຂອງພາສີ ຫຼື ກ່ອນຈໍາໜ່າຍໃນທ້ອງຕະຫຼາດ, ຜູ້ປະກອບການ ຕ້ອງຕິດສະຫຼາກພາສາລາວ ຕາມລະບຽບການຂອງຂະແໜງການຄ້າ ແລະ ຕິດສະແຕັມເສຍພາສີ ຕາມລະບຽບການຂອງຂະແໜງພາສີ.

 4. ການກວດກາ ແລະ ສະກັດກັ້ນ

ຂະແໜງການຄ້າພາຍໃນ ແລະ ຂະແໜງການພາສີ ມີໜ້າທີ່ກວດກາ, ຮິບ ຫຼື ດໍາເນີນຄະດີ ຕໍ່ບຸກຄົນ, ນິຕິບຸກຄົນ ທີ່ນໍາເຂົ້າຜະລິດຕະພັນເບຍມາຈໍາໜ່າຍຕາມທ້ອງຕະຫຼາດຢູ່ພາຍໃນປະເທດ ທີ່ບໍ່ມີສະຫຼາກພາສາລາວ ຫຼື ບໍ່ມີສະແຕັມເສຍພາສີ ຕາມກົດໝາຍ ແລະ ລະບຽບການ.

 5. ມາດຕະການ ຕໍ່ຜູ້ລະເມີດ

    ກໍລະນີ ຜູ້ໄດ້ຮັບອະນຸຍາດໃຫ້ ຜະລິດ, ນໍາເຂົ້າ ແລະ ຈໍາໜ່າຍ ຫາກລະເມີດ ຫຼື ບໍ່ປະຕິບັດຕາມເງຶ່ອນໄຂທີ່ ກໍານົດໄວ້ໃນຂໍ້ VI ມາດຕະການຄຸ້ມຄອງຂ້າງເທິງນີ້ ແມ່ນຈະຖຶກພິຈາລະນາໃຫ້ໂຈະ ການເຄື່ອນໄຫວທຸລະກິດ ແລະ ດໍາເນີນການຍົກເລີກ ຕາມຂັ້ນຕອນທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ວິສາຫະກິດ.

VI. ມາດຕະການຈັດຕັ້ງປະຕິບັດ ແລະ ຜົນສັກສິດນໍາໃຊ້ໄດ້

    ມອບໃຫ້ກົມສ່ວຍສາອາກອນ ເປັນໃຈກາງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ຈັດຕັ້ງໂຄສະນາ, ເຜີຍແຜ່, ແນະນໍາ ແລະ ປະຕິບັດຄໍາແນະນໍາສະບັບນີ້ໃຫ້ໄດ້ຮັບຜົນດີ.

    ບັນດາ ກະຊວງ, ອົງການ ແລະອົງການປົກຄອງທ້ອງຖິ່ນ, ລັດວິສາຫະກິດ, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ຈົ່ງຮັບຮູ້ ແລະ ນໍາໄປຈັດຕັ້ງປະຕິບັດ ໃຫ້ຖຶກຕ້ອງ.

    ຄໍາແນະນໍາສະບັບນີ້ ມີຜົນສັກສິດນໍາໃຊ້ນັບແຕ່ມື້ລົງລາຍເຊັນ ແລະ ພາຍຫຼັງທີ່ໄດ້ລົງຈົດໝາຍເຫດທາງລັດຖະການ ສິບຫ້າ ວັນ.

ຮອງນາຍົກລັດຖະມົນຕີ,

ລັດຖະມົນຕີກະຊວງການເງິນ

ສົມດີ ດວງດີ

# ຫົວຂໍ້ ດາວໂຫຼດ
1 Instruction on Consumption Tax Collection from Beer Products No. 4218/MoF, dated 28 December 2018 PDF
2 ຄໍາແນະນໍາວ່າດ້ວຍການເກັບອາກອນຊົມໃຊ້ຈາກຜະລິດຕະພັນເບຍສະບັບເລກທີ 4218/ກງ, ລົງວັນທີ 28 ທັນວາ 2018. PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ນໍາເຂົ້າຜ່ານດ່ານທີ່ກໍານົດໄວ້ - ຜະລິດຕະພັນເບຍ ທົ່ວໄປ ກະຊວງ ການເງິນ ຜະລິດຕະພັນເບຍ ຕ້ອງນໍາເຂົ້າດ່ານສາກົນທີ່ກໍານົດໄວ້ເທົ່ານັ້ນ. ຄໍາແນະນໍາວ່າດ້ວຍການເກັບອາກອນຊົມໃຊ້ຈາກຜະລິດຕະພັນເບຍສະບັບເລກທີ 4218/ກງ, ລົງວັນທີ 28 ທັນວາ 2018. 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.