ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ

ກົມພາສີ         ເລກທີ 06076/ກພສ

ນະຄອນຫຼວງວຽງຈັນ, ວັນທີ 10 ຕຸລາ 2018

ເເຈ້ງການເເນະນໍາ

ເຖິງ: ຫົວໜ້າ ພະເເນກອ້ອມຂ້າງກົມພາສີ, ກອງຄຸ້ມຄອງພາສີ, ກອງກວດກາພາສີ ປະຈໍາເເຂວງ, ນະຄອນຫຼວງ, ດ່ານພາສີຊາຍແດນໃນຂອບເຂດທົ່ວປະເທດ.

ເລື່ອງ: ການຄຸ້ມຄອງ ແລະ ການປະກອບເອກະສານນໍາເຂົ້ານໍ້າມັນເຊື້ອໄຟຍົກເວັ້ນປະເພດຕ່າງໆ

  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ແລະ ກົດໝາຍວ່າດ້ວຍ​ພາສີ (ສະບັບ​ປັບປຸງ​ບາງ​ມາດຕາ) ສະບັບ​ເລກທີ 57/ສພຊ, ລົງ​ວັນ​ທີ 24 ທັນວາ 2014.
  • ອີງຕາມ ຂໍ້ຕົກລົງ ກະຊວງການເງິນ ສະບັບເລກທີ 2826ກງ, ລົງວັນທີ 22 ສິງຫາ 2018 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມພາສີ.
  • ອີງຕາມ ຄໍາເເນະນໍາ ກົມພາສີ ສະບັບເລກທີ 02518/ກພສ, ລົງວັນທີ 21 ພຶດສະພາ 2018 ວ່າດ້ວຍການຄຸ້ມຄອງການນໍາເຂົ້າວັດຖຸອຸປະກອນ, ກົນຈັກ, ພາຫະນະ, ນໍ້າມັນເຊື້ອໄຟ ແລະ ອື່ນໆທີ່ນໍາເຂົ້າໃນລະບອບຍົກເວັ້ນ, ງົດເກັບພາສີ ຫຼື ເສຍພາສີຫຼຸດຜ່ອນ.
  • ອີງຕາມ ແຈ້ງການເເນະນໍາ ສະບັບເລກທີ 0302/ກພສ, ລົງວັນທີ 17/01/2017 ວ່າດ້ວຍການນໍາເຂົ້ານໍ້າມັນກາດຍົນ (JET A1) ຮັບໃຊ້ສາຍການບິນຕ່າງປະເທດຢູ່ບັນດາດ່ານສະໜາມບິນສາກົນ ໃນທົ່ວປະເທດ.

ເພື່ອຮັບປະກັນການຕິດຕາມ, ກວດກາ, ການແບ່ງຂັ້ນຄຸ້ມຄອງ ແລະ ການນໍາໃຊ້ລະບົບຄຸ້ມຄອງຫັກລົບແຜນໃຫ້ສາມາດອໍານວຍຄວາມສະດວກໃນການຈັດຕັ້ງປະຕິບັດ ຕໍ່ການຄຸ້ມຄອງການນໍາເຂົ້ານໍ້າມັນເຊື້ອໄຟຍົກເວັ້ນປະເພດຕ່າງໆ ແລະ ດຳເນີນການນໍາເຂົ້າຕາມຂັ້ນຕອນທາງພາສີ, ພາຍຫຼັງອົງການລັດທີ່ມີສິດໃນການຕົກລົງ ອະນຸມັດແຜນນໍາເຂົ້າປະຈໍາປີ, ໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍວ່າດ້ວຍພາສີ ແລະ ລະບຽບການກໍານົດ.

ກົມພາສີ ອອກເເຈ້ງການເເນະນໍາ ດັ່ງນີ້:

1. ມອບໃຫ້ຫົວໜ້າພະເເນກອ້ອມຂ້າງກົມພາສີ, ກອກງຄຸ້ມຄອງພາສີ, ກອງກວດກາພາສີປະຈໍາເເຂວງ, ນະຄອນຫຼວງຊີ້ນໍາບັນດາດ່ານພາສີສາກົນ ຈັດຕັ້ງປະຕິບັດການນໍາໃຊ້ລະບົບຄຸ້ມຄອງຫັກລົບແຜນ, ການປະກອບເອກະສານ ການນໍາເຂົ້ານໍ້າມັນເຊື້ອໄຟຍົກເວັ້ນປະເພດຕ່າງໆ, ກວດກາຊະນິດ, ຈໍານວນ, ບໍລິມາດ, ເລກລະຫັດສິນຄ້າ ແລະ ເຕັກນິກວິຊາການພາສີອື່ນໆ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.

2. ມອບໃຫ້ຫົວໜ້າກອງຄຸ້ມຄອງພາສີ, ກອງກວດກາພາສີປະຈໍາເເຂວງ ຄຸ້ມຄອງ, ກວດກາ, ຕິດຕາມ ລະບົບສາງເກັບມ້ຽນນໍ້າມັນ, ລະບົບການບັນທຶກນໍາເຂົ້າ-ຈ່າຍອອກ ແລະ ລະບົບບັນຊີຕິດຕາມ ໃຫ້ສອດຄ່ອງຕາມລະບຽບກົດໝາຍ.

3. ການຄຸ້ມຄອງການປະກອບເອກະສານນໍາເຂົ້ານໍ້າມັນເຊື້ອໄຟຍົກເວັ້ນປະເພດຕ່າງໆ, ພາຍຫຼັງທີ່ມີແຜນນໍາເຂົ້າປະຈໍາປິ ແລະ ມີອະນຸຍາດໃຫ້ນໍາເຂົ້າເປັນງວດ ຂອງຂະເເໜງອຸດສາຫະກຳ ແລະ ການຄ້າ, ທີ່ນໍາສະເໜີຕໍ່ກົມພາສີ ເພື່ອມອບໃຫ້ (ພະເເນກ ຄຸ້ມຄອງການຍົກເວັ້ນ ເເລະ ງົດເກັບພາສີ)  ກວດກາຄວາມຖືກຕ້ອງ, ປ້ອນຂໍ້ມູນພ້ອມອອກໃບຢັ້ງຢືນການບັນທຶກຂໍ້ມູນລົງໃນລະບົບຫັກລົບແຜນ, ອະນຸມັດເປັນງວດຕາມຈໍານວນ ແລະ ບໍລິມາດໃສ່ໃບຕິດຕາມການຍົກເວັ້ນພາສີ-ອາກອນຂາເຂົ້າ ແລະ ອອກສະໂນດນໍາສົ່ງໃຫ້ດ່ານບ່ອນນໍາເຂົ້າຈັດຕັ້ງປະຕິບັດ.

  • ສໍາລັບນໍ້າມັນເຊື້ອໄຟຍົກເວັ້ນປະເພດຕ່າງໆ ທີ່ມີອະນຸຍາດໃຫ້ນຳເຂົ້າ ແລະ ກົມພາສີໄດ້ອອກໜັງສືທາງລັດຖະການມອບໃຫ້ດ່ານປະຕິບັດຜ່ານມາ ແມ່ນໃຫ້ສະຫຼຸບປິດບັນຊີການນໍາເຂົ້າ ແລະ ການຄໍ້າປະກັນ (IM8) ຢ່າງຂາດຕົວ, ເລີ່ມແຕ່ວັນທີ 15 ຕຸລາ 2018 ເປັນຕົ້ນໄປ, ມອບໃຫ້ດ່ານເປັນຜູ້ຄຸ້ມຄອງກວດກາການນໍາເຂົ້າ, ປະກອບໃບແຈ້ງພາສີເປັນລາຍລະອຽດ (IM4) ແລະ ອອກເອກະສານກໍາກັບການເຄື່ອນຍ້າຍ ຕົ້ນທາງປາຍທາງ ເພື່ອຄຸ້ມຄອງການນໍາໃຊ້ສິດໃຫ້ຖືກຕ້ອງຕາມເປົ້າໝາຍ.

4. ການນໍາເຂົ້ານໍ້າມັນເຊື້ອໄຟຍົກເວັ້ນຂອງບັນດາ ໂຄງການຕ່າງໆ, ສະຖານທູດ, ການນໍາເຂົ້າໃນລະບອບງົດເກັບຊົ່ວຄາວປະເພດນໍ້າມັນກາດຍົນ (JET A1) ແລະ ການໃຫ້ນະໂຍບາຍນໍ້າມັນເຊື້ອໄຟຍົກເວັ້ນອື່ນໆ ຂອງລັດຖະບານ ຕ້ອງປະກອບເອກະສານຄື:

4.1 ການນໍາເຂົ້ານໍ້າມັນເຊື້ອໄຟຍົກເວັ້ນ ໃຫ້ແກ່ສະຖານທູດ:

  • ສະໂນດນໍາສົ່ງຂອງ ກະຊວງການຕ່າງປະເທດ.
  • ໃບອະນຸຍາດນໍາເຂົ້າ ຂອງກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ.
  • ໃບສະເໜີຂອງບໍລິສັດ ນໍ້າມັນເຊື້ອໄຟ.
  • ໃບມອບສິດຂອງຫ້ອງການສະຖານທູດ.
  • ສັນຍາ ລະຫວ່າງ ຫ້ອງການສະຖານທູດ ແລະ ບໍລິສັດນໍ້າມັນເຊື້ອໄຟ.
  • ຢັ້ງຢືນ ແລະ ສະຫຼຸບການມອບຮັບນໍ້າມັນເຊື້ອໄຟຕາມສັນຍາ.
  • ໃບທະບຽນວິສາຫະກິດຂອງບໍລິສັດນໍ້າມັນເຊື້ອໄຟ.
  • ໃບຢັ້ງຢືນການມອບພັນທະປະຈໍາປີ.

4.2 ການນໍາເຂົ້ານໍ້າມັນເຊື້ອໄຟຍົກເວັ້ນ ຂອງໂຄງການສຳປະທານ (CA):

  • ຂໍ້ຕົກລົງ ຂອງກະຊວງແຜນການ ແລະ ການລົງທຶນ (Master list).
  • ໃບອະນຸຍາດນໍາເຂົ້າ ຂອງກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ.
  • ໃບສະເໜີຂອງບໍລິສັດ ນໍ້າມັນເຊື້ອໄຟ.
  • ໃບມອບສິດໂຄງການ ຫຼື ບໍລິສັດ.
  • ໃບມອບສິນຂອງໂຄງການ/ບໍລິສັດ ແລະ ບໍລິສັດນໍ້າມັນເຊື້ອໄຟ.
  • ຢັ້ງຢືນ ແລະ ສະຫຼຸບການມອບ-ຮັບນໍ້າມັນເຊື້ອໄຟຕາມສັນຍາ.
  • ໃບທະບຽນວິສາຫະກິດ.
  • ໃບຢັ້ງຢືນການມອບພັນທະປະຈໍາປີ.

4.3 ການນໍາເຂົ້ານໍ້າມັນເຊື້ອໄຟຍົກເວັ້ນ ທຶນກູ້ຢືມ ແລະ ຊ່ວຍເຫຼືອລ້າຈາກຕ່າງປະເທດ (ODA):

  • ຂໍ້ຕົກລົງ ຂອງກະຊວງການເງິນ (Master list).
  • ໃບອະນຸຍາດນໍາເຂົ້າ ຂອງກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ
  • ໃບສະເໜີຂອງບໍລິສັດ ນໍ້າມັນເຊື້ອໄຟ.
  • ໃບມອບສິດຂອງໂຄງການ ຫຼື ບໍລິສັດ.
  • ສັນຍາລະຫວ່າງໂຄງການ ຫຼື ບໍລິສັດ ແລະ ບໍລິສັດນໍ້າມັນເຊື້ອໄຟ.
  • ຢັ້ງຢືນ ແລະ ສະຫຼຸບການມອບ-ຮັບນໍ້າມັນເຊື້ອໄຟຕາມສັນຍາ.
  • ໃບທະບຽນວິສາຫະກິດ.
  • ໃບຢັ້ງຢືນການມອບພັນທະປະຈຳປີ.

4.4 ການນໍາເຂົ້າໃນລະບອບງົດເກັບຊົ່ວຄາວປະເພດນໍ້າມັນກາດຍົນ (JET A1) ຮັບໃຊ້ສາຍການບິນຕ່າງປະເທດ:

  • ຂໍ້ຕົກລົງ ຂອງກະຊວງການເງິນ (Master list)
  • ໃບອະນຸຍາດນໍາເຂົ້າ ຂອງກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ.
  • ໃບສະເໜີຂອງບໍລິສັດ ນໍ້າມັນເຊື້ອໄຟ.
  • ໃບມອບສິດຂອງໂຄງການ ຫຼື ບໍລິສັດ.
  • ສັນຍາ ລະຫວ່າງ ໂຄງການ/ບໍລິສັດ ແລະ ບໍລິສັດນໍ້າມັນເຊື້ອໄຟ.
  • ຢັ້ງຢືນ ແລະ ສະຫຼຸບການມອບຮັບນໍ້າມັນເຊື້ອໄຟຕາມສັນຍາ.
  • ໃບທະບຽນວິສາຫະກິດ.
  • ໃບຢັ້ງຢືນການມອບພັນທະປະຈໍາປີ.

4.5 ກໍລະນີການໃຫ້ນະໂຍບາຍນໍ້າມັນເຊື້ອໄຟຍົກເວັ້ນອື່ນໆ ຂອງລັດຖະບານ:

ໃນກໍລະນີມີການຂໍນໍາເຂົ້ານໍ້າມັນເຊື້ອໄຟຍົກເວັ້ນເປັນກໍລະນີສະເພາະ ທີ່ລັດຖະບານເປັນຜູ້ຕົກລົງອະນຸມັດໃຫ້, ຕ້ອງມີເອກະສານປະກອບຄື:

  • ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໂດຍຜ່ານກະຊວງການເງິນ.
  • ໃບອະນຸຍາດນໍາເຂົ້າ ຂອງກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ.
  • ໃບສະເໜີຂອງບໍລິສັດ ນໍ້າມັນເຊື້ອໄຟ.
  • ໃບມອບສິດຂອງໂຄງການ ຫຼື ບໍລິສັດ.
  • ສັນຍາ ລະຫວ່າງ ໂຄງການ/ບໍລິສັດ ແລະ ບໍລິສັດນໍ້າມັນເຊື້ອໄຟ.
  • ຢັ້ງຢືນ ແລະ ສະຫຼຸບການມອບ-ຮັບນໍ້າມັນເຊື້ອໄຟຕາມສັນຍາ.
  • ໃບທະບຽນວິສາຫະກິດ.
  • ໃບຢັ້ງຢືນການມອບພັນທະປະຈໍາປີ.

5. ການຄຸ້ມຄອງການປະກອບເອກະສານຢູ່ກົມພາສີ (ພະເເນກຄຸ້ມຄອງການຍົກເວັ້ນ ແລະ ງົດເກັບພາສີ).

ການດໍາເນີນການປະກອບເອກະສານຂໍນໍາເຂົ້ານໍ້າມັນເຊື້ອໄຟຍົກເວັ້ນປະເພດຕ່າງໆ ພາຍຫຼັງທີ່ມີການຕົກລົງອະນຸມັດແຜນນໍາເຂົ້າປະຈໍາປີ (Master list) ແລະ ມີການປະກອບເອກະສານອະນຸຍາດນໍາເຂົ້າຂອງຂະເເໜງການກ່ຽວຂ້ອງ ແລະ ອື່ນໆ ດັ່ງທີ່ກ່າວມາໃນຂໍ້ 1-5 ຂ້າງເທິງນີ້, ເເມ່ນໃຫ້ດໍາເນີນການດັ່ງນີ້:

  • ຜູ້ປະກອບການ ປະກອບເອກະສານ ການນໍ້າເຂົ້ານໍ້າມັນເຊື້ອໄຟປະເພດຕ່າງໆ.
  • ກວດກາຂໍ້ມູນເອກະສານປະກອບ ການນໍາເຂົ້ານໍ້າມັນເຊື້ອໄຟຍົກເວັ້ນ ແລະ ລະບົບສາງເກັບມ້ຽນ.
  • ປ້ອນຂໍ້ມູນ ແລະ ອອກໃບຢັ້ງຢືນການບັນທຶກຂໍ້ມູນລົງໃນລະບົບຄຸ້ມຄອງຫັກລົບແຜນ ເເລະ ສໍາເນົາເກັບມ້ຽນ.
  • ກວດກາຄວາມຖືກຕ້ອງ ແລະ ນໍາສະເໜີ ກົມພາສີ ອະນຸມັດດ້ານຈໍານວນ ແລະ ບໍລິມາດເປັນງວດ ໃສ່ໃບຕິດຕາມການຍົກເວັ້ນພາສີ-ອາກອນນໍາເຂົ້າ ຕາມໃບອະນຸຍາດຂອງຂະເເໜງອຸດສາຫະກຳ-ການຄ້າ ແລະ ໃຫ້ຖືກຕ້ອງຕາມແຜນນໍາເຂົ້າປະຈໍາປີ.
  • ພະເເນກຄຸ້ມຄອງການຍົກເວັ້ນ ແລະ ງົດເກັບພາສີ ອອກສະໂນດນໍາສົ່ງໃຫ້ດ່ານພາສີສາກົນບ່ອນນໍາເຂົ້າເປັນຜູ້ຄຸ້ມຄອງຈັດຕັ້ງປະຕິບັດຕາມການນໍາເຂົ້າຕົວຈິງ.
  • ຄຸ້ມຄອງ, ຕິດຕາມ, ກວດກາປະເມີນຜົນການຈັດຕັ້ງປະຕິບັດການຫັກລົບແຜນນໍາເຂົ້າ ຕາມບໍລິມາດທີ່ໄດ້ອອກໃບຕິດຕາມການຍົກເວັ້ນພາສີ-ອາກອນນໍາເຂົ້າ ປະຈໍາອາທິດ, ເດືອນ, ງວດ ແລະ ປີ.

6. ດ່ານພາສີສາກົນບ່ອນສິນຄ້ານໍາເຂົ້າ:

  • ກວດກາເອກະສານປະກອບ, ເອກະສານອະນຸຍາດນໍາເຂົ້າຂະເເໜງກ່ຽວຂ້ອງ ແລະ ຂໍ້ມູນການນໍາເຂົ້ານໍ້າມັນເຊື້ອໄຟຍົກເວັ້ນ.
  • ກວດກາຄວາມຖືກຕ້ອງ ຕາມອະນຸມັດດ້ານຈໍານວນ ແລະ ບໍລິມາດທີ່ນໍາເຂົ້າຕົວຈິງ ແຜນນໍາເຂົ້າປະຈໍາປີ.
  • ນໍາໃຊ້ລະບົບຄຸ້ມຄອງຫັກລົບແຜນນໍາເຂົ້າ.
  • ດຳເນີນຂັ້ນຕອນການເເຈ້ງພາສີເປັນລາຍລະອຽດຕາມລະບຽບການ.
  • ເອກະສານກຳກັບການເຄື່ອນຍ້າຍ, ກຳນົດເສັ້ນທາງຂົນສົ່ງ ແລະ ສາງເກັບມ້ຽນ.
  • ຢັ້ງຢືນ ແລະ ສະຫຼຸບການມອບ-ຮັບນໍ້າມັນເຊື້ອໄຟ ລະຫວ່າງ ຜູ້ສະໜອງ ກັບ ເຈົ້າຂອງສິນຄ້າຕາມສັນຍາ.
  • ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ຈັດຕັ້ງປະຕິບັດການຫັກລົບແຜນນໍາເຂົ້າ ແລະ ສະຫຼຸບສັງລວມລາຍງານກົມພາສີ ປະຈຳອາທິດ, ເດືອນ, ງວດ ແລະ ປີ.
  • ປະສານສົມທົບກັບດ່ານຕົ້ນທາງ-ປາຍທາງ, ກອງຄຸ້ມຄອງພາສີ ແລະ ກອງກວດກາພາສີປະຈໍາເເຂວງ, ກ່ອນອະນຸຍາດໃຫ້ນໍ້າມັນເຊື້ອໄຟຍົກເວັ້ນອອກຈາກດ່ານ, ເພື່ອຄຸ້ມຄອງການເຄືີ່ອນຍ້າຍໃຫ້ຖືກຕ້ອງ ແລະ ນໍາໃຊ້ສິດຕາມເປົ້າໝາຍໂຄງການ.

7. ມອບໃຫ້ບັນດາພະເເນກອ້ອມຂ້າງກົມພາສີ, ກອງຄຸ້ມຄອງພາສີ, ກອງກວດກາພາສີປະຈໍາເເຂວງ ເເລະ ບັນດາດ່ານຊາຍແດນໃນຂອບເຂດທົ່ວປະເທດປະສານສົມທົບ ແລະ ຈັດຕັ້ງປະຕິບັດ ແຈ້ງການເເນະນໍາສະບັບນີ້ໃຫ້ສຳເລັດຕາມຄາດໝາຍພ້ອມນັ້ນກໍ່ໃຫ້ໂຄສະນາເຜີຍແຜ່ໃຫ້ຜູ້ປະກອບການໄດ້ຮັບຊາບ ເເລະ ໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດ.

8. ເເຈ້ງການເເນະນໍາ ສະບັບນີ້ມີຜົນສັກສິດນັບແຕ່ວັນທີ 15 ຕຸລາ 2018 ເປັນຕົ້ນໄປ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ຮັກສາການຫົວໜ້າກົມພາສີ

ບຸນປະເສີດ ສີກຸນລະບຸດ

 

# ຫົວຂໍ້ ດາວໂຫຼດ
1 Notification on the Management and Completing Import Documentation of Fuel for Exemption No. 06076/CD, dated 10 October 2018 PDF
2 ແຈ້ງການແນະນໍາ ການຄຸ້ມຄອງ ແລະ ການປະກອບເອກະສານນໍາເຂົ້ານໍ້າມັນເຊື້ອໄຟຍົກເວັ້ນຕ່າງໆ ສະບັບເລກທີ 06076/ກພສ, ລົງວັນທີ 10 ຕຸລາ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.