ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ

ກົມພາສີ      ເລກທີ 06491/ກພສ

ນະຄອນຫຼວງວຽງຈັນ, ວັນທີ 01 ພະຈິກ 2018

ເເຈ້ງການ

ເຖິງ:​  - ຫົວໜ້າກອງຄຸ້ມຄອງພາສີ ທົ່ວປະເທດ

        - ຫົວໜ້າດ່ານພາສີຊາຍແດນໃນຂອບເຂດທົ່ວປະເທດ

        - ຜູ້ປະກອບການສົ່ງອອກສິນຄ້າປະເພດຖ່ານດໍາທີ່ໄດ້ຈາກສວນປຸກ

ເລື່ອງ: ການຄຸ້ມຄອງການສົ່ງອອກສິນຄ້າປະເພດຖ່ານດຳທີ່ໄດ້ຈາກສວນປຸກ

  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20/12/2011 ແລະ ສະບັບປັບປຸງບາງມາດຕາ ສະບັບເລກທີ 57/ສພຊ, ລົງວັນທີ 24/12/2014;
  • ອີງຕາມ ຄໍາສັ່ງນາຍົກລັດຖະມົນຕີ ເລກທີ 02/ນຍ, ລົງວັນທີ 01/02/2018 ວ່າດ້ວຍການປັບປຸງ ແລະ ລະບຽບການ ແລະ ກົນໄກປະສານງານໃນການດໍາເນີນທຸລະກິດ ຢູ່ ສປປ ລາວ.

ເພື່ອເປັນການອຳນວຍຄວາມສະດວກທາງດ້ານການຄ້າ ບົນພື້ນຖານລະບຽບການ ເເລະ ເພື່ອເປັນການຫຼຸດຜ່ອນຂັ້ນຕອນດ້ານເອກະສານໃນການສົ່ງອອກສິນຄ້າ ທີ່ລັດອະນຸຍາດໃຫ້ສົ່ງອອກໄດ້ຕາມລະບຽບກົດໝາຍ, ກົມພາສີມອບຄວາມຮັບຜິດຊອບໃຫ້ກອງຄຸ້ມຄອງພາສີ I-VII ຊີ້ນໍາດ່ານພາສີສາກົນໃນຂອບເຂດທົ່ວປະເທດໃນການຄຸ້ມຄອງຕິດຕາມ, ກວດກາສິນຄ້າຕົວຈິງໃຫ້ຖືກຕ້ອງຕາມເອກະສານອະນຸຍາດຂອງຂະເເໜງການກ່ຽວຂ້ອງຢ່າງເຂັ້ມງວດ.

ກົມພາສີອອກແຈ້ງການ ດັ່ງນີ້:

1. ມອບໃຫ້ດ່ານພາສີສາກົນໃນຂອບເຂດທົ່ວປະເທດ ປະຕິບັດຕາມແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລກທີ 0235/ຫສນຍ.ກລຂ, ລົງວັນທີ 21/12/2017 ວ່າດ້ວຍລາຍການ (ບັນຊີ) ຜະລິດຕະພັນໄມ້ເພື່ອສົ່ງອອກ ໃນຂໍ້ 02 ລາຍການ (ບັນຊີ) ຜະລິດຕະພັນໄມ້ປູກ (ໄມ້ວິກ, ໄມ້ກະຖິນນາລົງກະຖິນເທພາ ແລະ ໄມ້ຢາງພາລາ) ສາມາດສົ່ງອອກຖ່ານໄມ້ຈາກໄມ້ປູກທຸກຂະໜາດ ແລະ ຂໍ້ຕົກລົງ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ເລກທີ 0002/ອຄ.ກອຫດ ລົງວັນທີ 03/01/2018 ວ່າດ້ວຍການຮັບຮອງເອົາລາຍການ (ບັນຊີ) ຜະລິດຕະພັນໄມ້ເພື່ອສົ່ງອອກ (ສະບັບປັບປຸງ) ເອກະສານຊ້ອນທ້າຍ 02 ຖ້າຫາກວ່າເປັນການຜະລິດພັນຖ່ານໄມ້ ທີ່ໄດ້ຈາກໄມ້ປູກ ແລະ ມີການຜະລິດປຸງແຕ່ງ ຕາມຮູບແບບ, ຄຸນລັກສະນະ ທີ່ກໍານົດແມ່ນອະນຸຍາດໃຫ້ສົ່ງອອກໄດ້.

2. ສໍາລັບການເກັບຄ່າຊັກພິເສດແມ່ນໃຫ້ປະຕິບັດຕາມມາດຕາ 59 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ04/ສພຊ, ລົງວັນທີ 20/12/2011 ຢ່າງເຂັ້ມງວດ.

3. ສຳລັບ ບໍລິສັດ ທີ່ມີຈຸດປະສົງ ໃນການສົ່ງອອກສິນຄ້າປະເພດດັ່ງກ່າວແມ່ນໃຫ້ສະເໜີຫາກອງຄຸ້ມຄອງພາສີ ແລະ ດ່ານພາສີສາກົນບ່ອນສົ່ງອອກເພື່ອຄົ້ນຄວ້າພິຈາລະນາອະນຸຍາດ, ດໍາເນີນຂັ້ນຕອນການເເຈ້ງພາສີເປັນລາຍລະອຽດ ພ້ອມທັງກວດກາສິນຄ້າຕົວຈິງ ແລະ ເອກະສານຈາກຂະເເໜງການທີ່ກ່ຽວຂ້ອງໃຫ້ຖືກຕ້ອງຄົບຖ້ວນຢູ່ດ່ານເລີຍ ໂດຍໃຫ້ຖືເອົາແຈ້ງການສະບັບນີ້ ເປັນບ່ອນອີງໃນການຈັດຕັ້ງຈົນກວ່າຈະມີການປ່ຽນແປງ.

4.​ ມອບໃຫ້ກອງຄຸ້ມຄອງພາສີທົ່ວປະເທດ ເປັນເຈົ້າການຊີ້ນໍາ ດ່ານພາສີຊາຍແດນ ໃນການຈັດຕັ້ງປະຕິບັດແຈ້ງການສະບັບນີ້ຢ່າງເຂັ້ມງວດ ພ້ອມທັງສັງລວມ ແລ້ວສະຫຼຸບລາຍງານການສົ່ງອອກສິນຄ້າປະເພດຖ່ານໄມ້ສວນປູກໃຫ້ກົມພາສີຮັບຊາບເປັນແຕ່ລະເດືອນ.

5. ໃນການຈັດຕັ້ງປະຕິບັດ ຖ້າຫາກພົບຄວາມຫຍຸ້ງຍາກ ໃຫ້ລາຍງານກົມພາສີເພື່ອມີທິດຊີ້ນໍາໃນການແກ້ໄຂຢ່າງທັນເວລາ.   

ດັ່ງນັ້ນ, ຈຶ່ງແຈ້ງມາຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ຮັກສາການຫົວໜ້າກົມພາສີ

ບຸນປະເສີດ ສີກຸນລະບຸດ

# ຫົວຂໍ້ ດາວໂຫຼດ
1 Notification on Export Control of Black Charcoal Products No. 06491/CD, dated 01 November 2018 PDF
2 ແຈ້ງການ ການຄຸ້ມຄອງການສົ່ງອອກສິນຄ້າປະເພດຖ່ານດໍາທີ່ໄດ້ສວນປູກ ສະບັບເລກທີ 06491/ກພສ, ລົງວັນທີ 01 ພະຈິກ 2018. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.