ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ 
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

    ກະຊວງການເງິນ                 ເລກທີ 00070/ກພສ
    ກົມພາສີ       ນະຄອນຫຼວງວຽງຈັນ, ວັນທີ 13/10/2010

ແຈ້ງການ

ເຖິງ:  ບັນດາພະແນກອອ້ມຂ້າງກົມພາສີ, ພາສີປະຈໍາເຂດ ແລະ ດ່ານພາສີ, ອົງການຈັດຕັ້ງຂອງລັດ, ອົງການຈັດຕັ້ງຂອງສາກົນ, ບັນດາຫົວໜ່ວຍທຸລະກິດຂາອອກ-ຂາເຂົ້າ ໃນຂອບເຂດທົ່ວປະເທດ 

ເລື່ອງ: ປະກາດການຈັດຕັ້ງປະຕິບັດ ສັນຍາການຄ້າດ້ານຜະລິດຕະພັນອາຊຽນໃນກອບຟອມດີ (ATIGA Form D)

  • ອີງຕາມ ສານປະກາດການໃຫ້ສັດຕະຍາບັນຂອງປະທານປະເທດ ສະບັບລົງວັນທີ 25/11/ 2009.
  • ອີງຕາມ ມະຕິຕົກລົງຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 72/ຄປຈ, ລົງວັນທີ 19/10/2010.
  • ອີງຕາມແຈ້ງການຂອງລັດຖະມົນຕີວ່າການກະຊວງການເງິນ, ສະບັບເລກທີ 2308/ກງ, ລົງວັນທີ 22/09/2010.

ເພື່ອໃຫ້ການຈັດຕັ້ງປະຕິບັດ ການໃຫ້ສິດທິພິເສດການເສຍພາສີຂາເຂົ້າໃນອັດຕາພາສີຫຼຸດຜ່ອນ ໃນກອບເຂດການຄ້າເສລີອາຊຽນ ຫຼື ອັຟຕາ ເປັນໄປຢ່າງສອດຄ່ອງ ແລະ ທັນຕາມກຳນົດເວລາຂອງສັນຍາການຄ້າດ້ານຜະລິດຕະພັນອາຊຽນ (ASEAN Trade in Goods Agreement ຫຼື ATIGA) ທີ່ລັດຖະບານໄດ້ລົງນາມກັບບັນ ດາປະເທດອາຊຽນອື່ນໆ ໃນວັນທີ 26 ກຸມພາ 2009, ທີ່ ຊະອຳ, ປະເທດໄທ.

ນັບແຕ່ໄລຍະນີ້ເຖິງວັນທີ 16 ພະຈິກ 2010 ການໃຫ້ສິດທິພິເສດໃນການເສຍພາສີຂາເຂົ້າໃນອັດຕາພາສີ ຫຼຸດຜ່ອນ ໃນກອບເຂດການຄ້າເສລີອາຊຽນ ຫຼື ອັຟຕາ ແມ່ນສາມາດປະຕິບັດໄດ້ 02 ກອບຄື: CEPT Form D ແລະ ATIGA Form D, ແຕ່ຫຼັງຈາກວັນທີ 16 ພະຈິກ 2010 CEPT Form D ແມ່ນຕ້ອງຖືກລົບລ້າງຢ່າງສິ້ນເຊີງ, ໝາຍຄວາມວ່າ ນັບແຕ່ວັນທີ 17 ພະຈິກ 2010 ເປັນຕົ້ນໄປ ການໃຫ້ສິດທິພິເສດໃນການເສຍພາສີຂາເຂົ້າໃນອັດຕາພາສີ ຫຼຸດຜ່ອນ ໃນກອບເຂດການຄ້າເສລີອາຊຽນ ຫຼືອັຟຕາ ແມ່ນຈະສາມາດປະຕິບັດໄດ້ໃນກອບ ATIGA Form D ພຽງຢ່າງດຽວເທົ່ານັ້ນ.

ດັ່ງນັ້ນ, ຈຶ່ງແຈ້ງການມາເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ຫົວໜ້າກົມພາສີ 
ສັນຕິພາບ ພົມວິຫານ

# ຫົວຂໍ້ ດາວໂຫຼດ
1 Notification on The implementation of the ASEAN Trade In Goods Agreement(ATIGA Form D) No. 00070/CD PDF
2 ແຈ້ງການ ກ່ຽວກັບ ການຈັດຕັ້ງປະຕິບັດ ສັນຍາການຄ້າ ດ້ານຜະລິດຕະພັນອາຊຽນ ໃນກອບຟອມດີ (ATIGA Form D) ເລກທີ 00070/ກພສ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.