ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງການເງິນ

ເລກທີ 0204/ກງ

ນະຄອນຫຼວງວຽງຈັນ, ວັນທີ 15 ມັງກອນ 2019

 

ຂໍ້ຕົກລົງ
ວ່າດ້ວຍການອະນຸມັດນຳໃຊ້ລະບົບແຈ້ງພາສີປະຕູດຽວ

 

  • ອີງຕາມ ດຳລັດນາຍົກລັດຖະມົນຕີວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງກະຊວງການເງິນ ສະບັບເລກທີ 144/ນຍ, ລົງວັນທີ 08 ພຶດສະພາ 2017.
  • ອີງຕາມ ຂໍ້ຕົກລົງຂອງກະຊວງການເງິນວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານແຈ້ງພາສີປະຕູດຽວ ສະບັບເລກທີ 2019/ກງ, ລົງວັນທີ 02 ມິຖຸນາ 2015.
  • ອີງຕາມ ສັນຍາສຳປະທານສ້າງຕັ້ງລະບົບແຈ້ງພາສີປະຕູດຽວລະຫວ່າງກະຊວງການເງິນ ແລະ ບໍລິສັດບິວໂຣເວິຣິຕັດສ໌, ສະບັບ ວັນທີ 28 ມັງກອນ 2013.
  • ອີງຕາມ ບົດລາຍງານຂອງກົມພາສີ ສະບັບເລກທີ 07522/ກພສ, ລົງວັນທີ 04 ທັັນວາ 2018,  ສະບັບເລກທີ 08020/ກພສ, ວັນທີ 14 ທັນວາ 2018 ແລະ ສະບັບເລກທີ 00070/ກພສ, ລົງວັນທີ 07 ມັງກອນ 2019.

ລັດຖະມົນຕີກະຊວງການເງິນ ຕົກລົງ: 

ມາດຕາ1. ໃຫ້ຈັດຕັ້ງປະຕິບັດລະບົບແຈ້ງພາສີປະຕູດຽວ (Lao National Single Window ຫຼື LNSW) ເຂົ້າໃນການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກສິນຄ້າປະເພດຕ່າງໆ; ໂດຍໃຫ້ນຳໃຊ້ລະບົບດັ່ງກ່າວເຂົ້າໃນການຄຸ້ມຄອງການນຳເຂົ້າສິນຄ້າປະເພດພາຫະນະ ຢູ່ດ່ານພາສີສາກົນຂົວມິດຕະພາບ1 ເປັນບາດກ້າວເລີ່ມຕົ້ນ. ພາຍຫຼັງມີການປັບປຸງ, ພັດທະນາ ແລະ ມີຜົນສຳເລັດໃນການຈັດຕັ້ງປະຕິບັດ ຈຶ່ງໃຫ້ສືບຕໍ່ຜັນຂະຫຍາຍການນຳໃຊ້ລະບົບໄປສູ່ບັນດາດ່ານພາສີສາກົນໃນທົ່ວປະເທດ.

ມາດຕາ2. ໃຫ້ບັນດາຂະແໜງການລັດທີ່ກ່ຽວຂ້ອງ ອອກຄຳແນະນຳກ່ຽວກັບຂັ້ນຕອນການອອກໃບອະນຸຍາດ, ການອອກໃບຢັ້ງຢືນ ແລະ ການແຈ້ງພາສີທີ່ຕິດພັນກັບຄວາມຮັບຜິດຊອບຂອງຕົນເອງໃຫ້ກະທັດຮັດງ່າຍດາຍ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການ.

ມາດຕາ3. ໃຫ້ຊຳລະຄ່າພາສີ, ຄ່າອາກອນ,ຄ່າທຳນຽມ,​ ຄ່າບໍລິການ ແລະ ພັນທະອື່ືນ ທີ່ຕ້ອງມອບເຂົ້າງົບປະມານລັດສຳສັບການນຳເຂົ້າ ແລະ ການສົ່ງອອກສິນຄ້າ, ເຄື່ອງຂອງ ແມ່ນໃຫ້ຊຳລະລວມສູນຈຸດດຽວຢູ່ດ່ານພາສີຊາຍແດນບ່ອນນຳເຂົ້າ ແລະ ສົ່ງອອກສິນຄ້າ ໂດຍຜ່ານລະບົບແຈ້ງພາສີປະຕູດຽວ (LNSW)  ທີ່ເຊືື່ອມໂຍງກັບລະບົບ ແຈ້ງໂດຍພາສີເອເລກໂຕຣນິກ(ASYCUDA)  ແລະ ລະບົບຊຳລະເງິນຜ່ານທະນາຄານ (SmartTax).

ມາດຕາ4. ໃຫ້ບໍລິສັດຮ່ວມພັດທະນາລະບົບແຈ້ງພາສີປະຕູດຽວ ຈັດເກັບຄ່າບໍລິການນຳໃຊ້ລະບົບດັ່ງກ່າວ ໃນອັດຕາ 120.000 (ໜື່ງແສນຊາວພັນ) ກີບ ຕໍ່ການແຈ້ງນຳເຂົ້າ-ສົ່ງອອກສິນຄ້າ 1 ຄັ້ງ ຕາມທີ່ກຳນົດໃນສັນຍາສຳປະທານໂຄງກາານດັ່ງກ່າວ ຊຶ່ງບໍ່ລວມເອົາຄ່າພາສີ, ຄ່າອາກອນ, ຄ່າທຳນຽມ ແລະ ຄ່າບໍລິການຂອງຂະແໜງການລັດທີກ່ຽວຂ້ອງ.

ມາດຕາ5. ຂໍ້ຕົກລົງສະບັບນີ້ມີຜົນສັກສິດພາຍຫຼັງລົງລາຍເຊັນ ແລະ ພິມລົງໃນຈົດໜາຍເຫດທາງລັດຖະການ 15ວັນ.

ລັດຖະມົນຕີກະຊວງການເງິນ
ສົມດີ ດວງດີ

# ຫົວຂໍ້ ດາວໂຫຼດ
1 Decision on the Approval for Utilization of Lao National Single Window No. 0204/MOF, dated 15 January 2019 PDF
2 ຂໍ້ຕົກລົງ ວ່າດ້ວຍການອະນຸມັດນຳໃຊ້ລະບົບແຈ້ງພາສີປະຕູດຽວ ເລກທີ 0204/ກງ, ລົງວັນທີ 15 ມັງກອນ 2019 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.