ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ລັດຖະບານ    ເລກທີ 558/ລບ

ນະຄອນຫຼວງວຽງຈັນ, ວັນທີ 31 ທັນວາ 2018

ດຳລັດ

ວ່າດ້ວຍ ດ່ານຊາຍແດນ ແລະ ສະໜາມບິນສາກົນ

  • ອີງຕາມ ກົດໝາຍວ່າດ້ວຍ ລັດຖະບານ ແຫ່ງ ສປປ ລາວ ສະບັບເລກທີ 04/ສພຊ, ລົງວັນທີ 08 ພະຈິກ 2016;
  • ອີງຕາມ ກົດໝາຍວ່າດ້ວຍ ພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ແລະ ສະບັບປັບປງຸບາງມາດຕາ ເລກທີ 57/ສພຊ, ລົງວັນທີ 24 ທັນວາ 2014;
  • ອີງຕາມ ກົດໝາຍວ່າດ້ວຍ ການເຂົ້າ-ອອກ ແລະ ຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ (ສະບັບປັບປຸງ) ສະບັບເລກທີ 59/ສພຊ, ລົງວັນທີ 26 ທັນວາ 2014;
  • ອີງຕາມ ກົດໝາຍວ່າດ້ວຍ ງົບປະມານ (ສະບັບປັບປຸງ) ສະບັບເລກທີ 71/ສພຊ, ລົງວັນທີ 16 ທັນວາ 2015;
  • ອີງຕາມ ກົດໝາຍວ່າດ້ວຍ ການບິນພົນລະເຮືອນ (ສະບັບປັບປຸງ) ສະບັບເລກທີ 53/ສພຊ, ລົງວັນທີ 26 ມິຖຸນາ 2018.

ລັດຖະບານ ອອກດຳລັດ:

ພາກທີ I

ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ດຳລັດສະບັບນີ້ ກຳນົດຫຼັກການ, ລະບຽບການ, ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາ ວຽກງານດ່ານຊາຍແດນ ແລະ ສະໜາມບິນສາກົນ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີປະສິດທິຜົນ, ອຳນວຍຄວາມສະດວກ ໃນການບໍລິການ, ການແລກປ່ຽນສິນຄ້າ, ການເຂົ້າ-ອອກ ຂອງຜູ້ໂດຍສານ ໃຫ້ມີຄວາມວ່ອງໄວ ແລະ ຖືກຕ້ອງ ໂປ່ງໃສ ປະກອບສ່ວນສ້າງສາຍພົວພັນ ຮ່ວມມືມິດຕະພາບທີ່ດີ ກັບບັນດາປະເທດທີ່ມີຊາຍແດນຕິດຈອດ ກັບ ສປປ ລາວ, ບັນດາປະເທດໃນພາກພື້ນ ແລະ ສາກົນ; ແນໃສ່ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ ແລະ ຍືນຍົງ.

ມາດຕາ 2 ດ່ານຊາຍແດນ

ດ່ານຊາຍແດນ ແມ່ນສະຖານທີ່ກວດກາ ການເຂົ້າ-ອອກປະເທດ ຂອງຜູ້ໂດຍສານ, ຍານພາຫະນະ, ສິນຄ້າ ເຄື່ອງຂອງ ຂອງບັນດາປະເທດທີ່ມີຊາຍແດນ ຕິດຈອດກັນ ແລະ ບັນດາປະເທດອື່ນ ຕາມກົດໝາຍ, ລະບຽບການ, ຕາມການຕົກລົງລະຫວ່າງປະເທດ, ສົນທິສັນຍາ ແລະ ສົນທິສັນຍາສາກົນ ທີ່ປະເທດດັ່ງກ່າວເປັນພາຄີ.

ມາດຕາ 3 ສະໜາມບິນສາກົນ

ສະໜາມບິນສາກົນ ແມ່ນສະໜາມບິນທີ່ໃຫ້ບໍລິການຂົນສົ່ງທາງອາກາດ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີການເຂົ້າອອກຂອງຜູ້ໂດຍສານ ແລະ ສິນຄ້າ ເຄື່ອງຂອງ ທາງອາກາດຢ່າງເປັນລະບົບ ແລະ ຕາມາດຕະຖານສາກົນ, ມີການແຈ້ງເອກະສານເດີນທາງ, ກວດກາຜູ້ໂດຍສານ ເຂົ້າ-ອອກ, ວັດຖຸສິ່ງຂອງ ຕາມລະບຽບການປ້ອງກັນຄວາມປອດໄພການບິນພົນລະເຮືອນແຫ່ງຊາດ ແລະ ກົດໝາຍການບິນພົນລະເຮືອນ.

ມາດຕາ 4 ການອະທິບາຍຄຳສັບ

ຄຳສັບທີ່ໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:

  1. ການເຂົ້າ-ອອກ ສປປ ລາວ ໝາຍເຖິງການເດີນທາງເຂົ້າ-ອອກ ປະເທດ ຂອງພົນລະເມືອງລາວ ຄົນຕ່າງດ້າວ, ຄົນຕ່າງປະເທດ, ຄົນບໍ່ມີສັນຊາດ, ຍານພາຫະນະ ແລະ ສິນຄ້າ ເຄື່ອງຂອງ ໂດຍມີການແຈ້ງເອກະສານຢ່າງຖືກຕ້ອງ ແລະ ຄົບຖ້ວນ ຕາມນິຕິກຳ ທີ່ກຳນົດໄວ້;
  2. ການຄຸ້ມຄອງການເຂົ້າ-ອອກ ສປປ ລາວ ໝາຍເຖິງ ການອຳນວຍຄວາມສະດວກ, ຄວບຄຸມ, ຕິດຕາມ ແລະ ກວດກາ ການເຂົ້າອອກ ສປປ ລາວ;
  3. ຕະຫຼາດນັດຊາຍແດນ ໝາຍເຖິງ ສະຖານທີ່ແລກປ່ຽນສິນຄ້າ ແລະ ບໍລິການ ຊຶ່ງຕັ້ງຢູ່ຂອບເຂດດ່ານຊາຍແດນ ຂອງສອງປະເທດທີ່ມີຊາຍແດນຕິດຈອດກັນ ຕາມການຕົກລົງ ຂອງ ສອງ ອົງການປົກຄອງທ້ອງຖິ່ນ ຂັ້ນແຂວງ ບ່ອນດ່ານຊາຍແດນຕັ້ງຢູ່;
  4. ການດຳເນີນທຸລະກິດ ຢູ່ຂອບເຂດດ່ານຊາຍແດນ ໝາຍເຖິງ ການເຊົ່າ ຫຼື ສຳປະທານ ຊັບສິນຂອງລັດ ເພື່ອດຳເນີນກິດຈະການຕ່າງືໆ ເຊັ່ນ: ຮ້ານຄ້າປອດພາສີ, ທະນາຄານ, ປະກັນໄພ, ການບໍລິການ, ໂຄສະນາ ແລະ ກິດຈະການອື່ນ.
  5. ດ່ານຊາຍແດນທງບົກ ໝາຍເຖິງ ສະຖານທີ່ກວດກາການເຂົ້າ-ອອກ ປະເທດ ຂອງຄົນ, ຍານພາຫະນະ ທີ່ຂົນສົ່ງຜູ້ໂດຍສານ, ສິນຄ້າ, ເຄື່ອງຂອງ ຕາມເສັ້ໜທາງບົກດ້ວຍລົດໂອໂຕ, ລົດພວງ, ລົກລາກ, ຫາງລາກ ລົດຂົນສົ່ງສະເພາະ ແລະ ລົດໄຟ ໂດຍມີການແຈ້ງເອກະສານຢ່າງຖືກຕ້ອງ, ຄົບຖ້ວນ ຕາມນິຕິກຳທີ່ໄດ້ກຳນົດໄວ້.
  6. ດ່ານຊາຍແດນທາງນ້ຳ ໝາຍເຖິງ ສະຖານທີ່ກວດກາ ການເຂົ້າ-ອອກ ປະເທດ ຂອງຄົນ, ຍານພາຫະນະ ທີ່ຂົນສົ່ງຜູ້ໂດຍສານ, ສິນຄ້າ, ເຄື່ອງຂອງ ຈາກທາງບົກຫາທາງນ້ຳ ແລະ ທາງນ້ຳ ຂຶ້ນທາງບົກ ດ້ວຍເຮືອ, ເຮືອບັກ, ລົດໂອໂຕ, ລົດລາກ, ຫາງລາກ ລົດຂົນສົ່ງສະເພາະ ໂດຍມີການແຈ້ງເອກະສານຢ່າງຖືກຕ້ອງ, ຄົບຖ້ວນ ຕາມທີ່ນິຕິກຳໄດ້ກຳນົດໄວ້.
  7. ຄົນຕ່າງປະເທດ ໝາຍເຖິງ ຄົນທີ່ມີສັນຊາດອື່ນ ເຊິ່ງເຂົ້າມາ ສປປ ລາວ ຊົ່ວຄາວ ຫຼື ຍາວນານ ເພື່ອປະຕິບັດໜ້າທີ່ໃດໜຶ່ງ, ເມື່ອໝົດກຳນົດແລ້ວ ກໍກັບຄືນ. ບຸກຄົນເຫຼົ່ານີ້ ຢູ່ພາຍໃຕ້ການຄຸ້ມຄອງ ຂອງກະຊວງການຕ່າງປະເທດ ແລະ ພາກສ່ວນອື່ນ ທີ່ກ່ຽວຂ້ອງ.
  8. ຄົນຕ່າງດ້າວ ໝາຍເຖິງ ຄົນທີ່ມີສັນຊາດອື່ນ ເຊິ່ງເຂົ້າມາຕັ້ງຖິ່ນຖານ, ອາໃສຢູ່ ສປປ ລາວ ຍາວນານ ຖືບັດຕ່າງດ້າວ ແລະ ລັດຖະບານຂອງຄົນຕ່າງດ້າວນັ້ນ ກໍຍັງຮັບຮູ້ຢ່າງເປັນທາງການຢູ່.
  9. ຄົນບໍ່ມີສັນຊາດ ໝາຍເຖິງ ບຸກຄົນທີ່ອາໃສຢູ່ໃນດິນແດນ ແລະ ນອກດິນແດນ ຂອງ ສປປ ລາວ ຊຶ່ງບໍ່ແມ່ນພົນລະເມືອງລາວ ແລະ ບໍ່ສາມາດຢັ້ງຢືນວ່າຕົນມີສັນຊາດໃດ.
  10. ປະເທດໃກ້ຄຽງ ໝາຍເຖິງ ປະເທດທີ່ມີຊາຍແດນຕິດກັບ ສປປ ລາວ.

ມາດຕາ 5 ຫຼັກການຄຸ້ມຄອງດ່ານຊາຍແດນ ແລະ ສະໜາມບິນສາກົນ

ການຄຸ້ມຄອງດ່ານຊາຍແດນ ແລະ ສະໜາມບິນສາກົນ ຕ້ອງປະຕິບັດຕາມຫຼັກການພື້ນຸານ ດັ່ງນີ້:

  1. ສອດຄ່ອງກັບ ລັດຖະທຳມະນູນ, ກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນແຕ່ລະໄລຍະ;
  2. ຄຸ້ມຄອງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ;
  3. ຮັບປະກັນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ປ້ອງກັນເຂດນ້ຳແດນດິນ ຂອງຊາດໄວ້ໄດ້ ຢ່າງຄົບຖ້ວນ;
  4. ຮັບປະກັນການສ້າງສາຍພົວພັນ ຮ່ວມມືທີ່ດີ ກັບປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ, ບັນດາປະເທດໃນພາກພື້ນ ແລະ ສາກົນ;
  5. ຮັບປະກັນໃຫ້ມີກົງຈັກການຈັດຕັ້ງຄຸ້ມຄອງດ່ານຊາຍແດນ ແລະ ສະໜາມບິນສາກົນ ທີ່ມີປະສິກທິພາບ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ ໃນແຕ່ລະໄລຍະ;
  6. ຮັບປະກັນການບໍລິການ ຜູ້ໂດຍສານ ແລະ ສິນຄ້າ ເຄື່ອງຂອງ ໃຫ້ມີຄວາມວ່ອງໄວ ທັນການ, ໂປ່ງໃສ, ຖືກຕ້ອງ ແລະ ຍຸຕິທຳ;
  7. ສອດຄ່ອງກັບ ສົນທິສັນຍາສາກົນ ວ່າດ້ວຍການຄຸ້ມຄອງດ່ານຊາຍແດນ ແລະ ສົນທິສັນຍາ ວ່າດ້ວຍການບິນພົນລະເຮືອນສາກົນ;

ມາດຕາ 6 ນະໂຍບາຍຂອງລັດ ກ່ຽວກັບວຽກງານດ່ານຊາຍແດນ ແລະ ສະໜາມບິນສາກົນ

ລັດຖະບານ ມີນະໂຍບາຍກ່ຽວກັບວຽກງານດ່ານຊາຍແດນ ແລະ ສະໜ!ມບິນສາກົນ ດັ່ງນີ້:

  1. ສ້າງດ່ານຊາຍແດນ ແລະ ສະໜາມບິນສາກົນ ເປັນເຂດທີ່ສະແດງເຖິງເອກະລັກຂອງຊາດ, ຂອງທ້ອງຖິ່ນ; ເປັນບ່ອນຈັດຕັ້ງປະຕິບັດນະໂຍບາຍການຕ່າງປະເທດຂອງ ສປປ ລາວ ເພື່ອດຶງດູດການລົງທຶນ, ການແລກປ່ຽນສິນຄ້າ ແລະ ການທ່ອງທ່ຽວ;
  2. ສ້າງດ່ານຊາຍແດນ ແລະ ສະໜາມບິນສາກົນ ເປັນເຂດທີ່ຮັບປະກັນຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມໝັ້ນຄົງ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງຊາດ;
  3. ສ້າງບຸກຄະລາກອນຄຸ້ມຄອງດ່ານຊາຍແດນ ແລະ ສະໜາມບິນສາກົນ ຕາມຫຼັກວິຊາການ ຂອງແຕ່ລະຂະແໜງການໃຫ້ຄົບຖ້ວນ ກ້າວໄປສູ່ການຄຸ້ມຄອງດ່ານຊາຍແດນ ແລະ ສະໜາມບິນສາກົນ ຕາມກົນໄກຫັນເປັນທັນສະໄໝ ເທື່ອລະກ້າວ;
  4. ສົ່ງເສີມ ແລະ ສ້າງເງື່ອນໄຂສະດວກ ໃຫ້ແກ່ການເຄື່ອນໄຫວວຽກງານດ່ານຊາຍແດນ ແລະ ສະໜາມບິນສາກົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ດ້ວຍການສະໜອງງົບປະມານ, ສະຖານທີ່ເຮັດວຽກ, ເຮືອນພັກ, ຍານພາຫະນະ, ອຸປະກອນຮັບໃຊ້ ແລະ ສິ່ງອຳນວຍຄວາມສະດວກອື່ນ ເພື່ອຮັບປະກັນການປະຕິບັດພາລະບົດບາດ ແລະ ໜ້າທີ່ ທີ່ຖືກມອບໝາຍ;
  5. ສ້າງ, ປັບປຸງ ແລະ ພັດທະນາ ນິຕິກຳ, ກົນໄກຄຸ້ມຄອງ, ການປະສານງານ, ການແບ່ງຂັ້ນຄຸ້ມຄອງ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ໃນວຽກງານດ່ານຊາຍແດນ ແລະ ສະໜາມບິນສາກົນ ໃນແຕ່ລະໄລຍະໃຫ້ມີປະສິດທິຜົນ ຢ່າງບໍ່ຢຸດຢັ້ງ;

ມາດຕາ 7 ຂອບເຂດການນຳໃຊ້

ດຳລັດສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງຂອງລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ພົວພັນກັບການເຄື່ອນໄຫວວຽກງານດ່ານຊາຍແດນ ແລະ ສະໜາມບິນສາກົນ.

ມາດຕາ 8 ການຮ່ວມມືສາກົນ

ລັດ ສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ໂດຍສະເພາະກັບ ບັນດາປະເທດ ທີ່ມີຊາຍແດນຕິດຈອດກັບ ສປປ ລາວ, ບັນດາປະເທດໃນພາກພື້ນ ແລະ ສາກົນ ກ່ຽວກບວຽກງານການຄຸ້ມຄອງ ດ່ານຊາຍແດນ ແລະ ສະໜາມບິນສາກົນ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ວິທະຍາສາດ ເຕັກໂນໂລຊີ, ການຝຶກອົບຮົມ ຍົກລະດັບດ້ານວິຊາການ, ປະຕິບັດສົນທິສັນຍາ ແລະ ສັນຍາ ທີ່ ສປປ ລາວ ເປັນພາຄີ.

ພາກທີ II

ຍຸດທະສາດ, ຫຼັກການ ແລະ ຂັ້ນຕອນການສ້າງຕັ້ງ ດ່ານຊາຍແດນ ແລະ ສະໜາມບິນສາກົນ

ໝວດທີ 1

ຍຸດທະສາດ ແລະ ຫຼັກການສ້າງຕັ້ງດ່ານຊາຍແດນ ແລະ ສະໜາມບິນສາກົນ

ມາດຕາ 9 ແຜນຍຸດທະສາດການສ້າງຕັ້ງດ່ານຊາຍແດນ ແລະ ສະໜາມບິນສາກົນ

ການສ້າງແຜນຍຸດທະສາດການສ້າງຕັ້ງດ່ານຊາຍແດນ ແລະ ສະໜາມບິນສາກົນ ຕ້ອງອີງໃສ່ສະພາບຄວາມເປັນຈິງ ຂອງພູມມີປະເທດ ແລະ ຂອງແຕ່ລະທ້ອງຖິ່ນ ໂດຍສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂະຫຍາຍເສດຖະກິດ-ສັງຄົມ ຂອງປະເທດໃນແຕ່ລະໄລຍະ; ຮັບປະກັນດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດ.

ກະຊວງການຕ່າງປະເທດ ເປັນເຈົ້າການປະສານສົມທົບກັບ ກະຊວງປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ, ການເງິນ, ອຸດສາຫະກຳ ແລະ ການຄ້າ, ໂຍທາທິການ ແລະ ຂົນສົ່ງ, ແຜນການ ແລະ ການລົງທຶນ ແລະ ອົງການປົກຄອງທ້ອງຖິ່ນ ຂັ້ນແຂວງທີ່ມີຊາຍແດນຕິດຈອດກັບປະເທດເພື່ອນບ້ານ ເພື່ອສ້າງແຜນຍຸດທະສາດການພັດທະນາດ່ານຊາຍແດນທາງບົກ ແລະ ທາງນ້ຳ ຂອງຊາດ ແລະ ລາຍງານລັດຖະບານ ຮັບຮອງ.

ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນເຈົ້າການປະສານສົມທົບກັບ ກະຊວງປ້ອງກັນຄວາມສະຫງົບ, ປ້ອງກັນປະເທດ, ການເງິນ, ອຸດສາຫະກຳ ແລະ ການຄ້າ, ການຕ່າງປະເທດ, ແຜນການ ແລະ ການລົງທຶນ ແລະ ອົງການປົກຄອງທ້ອງຖິ່ນຂັ້ນແຂວງ ເພື່ອສ້າງແຜນຍຸດທະສາດຂົນສົ່ງທາງອາກາດ ແລະ ການສ້າງຕັ້ງສະໜາມບິນສາກົນ ແລະ ລາຍງານລັດຖະບານ ຮັບຮອງ.

ມາດຕາ 10 ຫຼັກການລວມການສ້າງຕັ້ງດ່ານຊາຍແດນ ແລະ ສະໜາມບິນສາກົນ

ການສ້າງຕັ້ງດ່ານຊາຍແດນ ແລະ ສະໜາມບິນສາກົນ ຢູ່ ສປປ ລາວ ມີຫຼັກການ ດັ່ງນີ້:

  1. ລັດຖະບານ ເປັນຜູ້ຕົກລົງສ້າງຕັ້ງດ່ານຊາຍແດນ ແລະ ສະໜາມບິນສາກົນ;
  2. ລັດຖະບານ ເປັນຜູ້ກຳນົດປະເພດ ແລະ ກົງຈັກການຈັດຕັ້ງ ຂອງແຕ່ລະປະເພດດ່ານຊາຍແດນ ແລະ ສະໜາມບິນສາກົນ;
  3. ການຕົກລົງສ້າງຕັ້ງແຕ່ລະປະເພດດ່ານຊາຍແດນ ຕ້ອງບົນພື້ນຖານຄວາມເປັນເອກະພາບກັບດ່ານຊາຍແດນ ຂອງປະເທດທີ່ມີຊາຍແດນຕິດຈອດກັນ;
  4. ຮັບປະກັນນອນຢູ່ໃນແຜນຍຸດທະສາດພັດທະນາດ່ານຊາຍແດນ ແລະ ຍຸດທະສາດການຂົນສົ່ງທາງອາກາດ ຂອງປະເທດ;
  5. ການຕົກລົງສ້າງຕັ້ງດ່ານຊາຍແດນ ແລະ ສະໜາມບິນສາກົນ ຕ້ອງບົນພື້ນຖານມີຈຳນວນພະນັກງານຄຸ້ມຄອງຕາມສາຍວິຊາສະເພາະຢ່າງພຽງພໍ ແລະ ຄວາມສາມາດ ການສະໜອງງົບປະມານຂອງລັດຖະບານ ໃນການສ້າງພື້ນຖານໂຄງລ່າງຂອງແຕ່ລະປະເພດດ່ານຊາຍແດນ ແລະ ສະໜາມບິນສາກົນ ຕາມມາດຕະຖານທີ່ກຳນົດໄວ້ ໃນດຳລັດສະບັບນີ້.
  6. ຮັບປະກັນດ້ານຈຳນວນຜູ້ໂດຍສານ, ຍານພາຫະນະ ແລະ ບໍລິມາດສິນຄ້າ ເຄື່ອງຂອງ ທີ່ຈະມີການແລກປ່ຽນຢູ່ຂອບເຂດດ່ານຊາຍແດນ ແລະ ສະໜາມບິນສາກົນ.

ໝວດທີ 2

ຂັ້ນຕອນສ້າງຕັ້ງ, ຍົກລະດັບ ແລະ ຫຼຸດລະດັບ ດ່ານຊາຍແດນ

ມາດຕາ 11 ປະເພດດ່ານຊາຍແດນ

ດ່ານຊາຍແດນ ມີ 3 ປະເພດ:

  1. ດ່ານຊາຍແດນສາກົນ;
  2. ດ່ານຊາຍແດນທ້ອງຖິ່ນ;
  3. ດ່ານຊາຍແດນປະເພນີ.

ມາດຕາ 12 ດ່ານຊາຍແດນສາກົນ

ດ່ານຊາຍແດນສາກົນ ຂອງ ສປປ ລາວ ມີ: ດ່ານຊາຍແດນສາກົນທາງບົກ ແລະ ທາງນ້ຳ.

ດ່ານຊາຍແດນສາກົນ ແມ່ນສະຖານທີ່ ທີ່ອະນຸຍາດໃຫ້ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ີສັນຊາດ ສາມາດເດີນທາງເຂົ້າ-ອອກໄດ້.

ສິນຄ້າທີ່ອະນຸຍາດໃຫ້ນຳເຂົ້າ-ສົ່ງອອກ ຢູ່ດ່ານຊາຍແດນສາກົນ ແມ່ນສາມາດນຳເຂົ້າ-ສົ່ງອອກ ໄດ້ທຸກປະເພດສິນຄ້າ ລວມທັງການຂົນສົ່ງສິນຄ້າຜ່ານແດນ ແລະ ການນຳເຂົ້າ ເພື່ອສົ່ງອອກ.

ມາດຕາ 13 ດ່ານຊາຍແດນທ້ອງຖິ່ນ

ດ່ານຊາຍແດນທ້ອງຖິ່ນ ຂອງ ສປປ ລາວ ມີ: ດ່ານຊາຍແດນທາງບົກ ແລະ ທາງນ້ຳ.

ດ່ານຊາຍແດນທ້ອງຖິ່ນ ແມ່ນສະຖານທີ່ທີ່ອະນຸຍາດໃຫ້ສະເພາະພົນລະເມືອງລາວ ແລະ ພົນລະເມືອງຂອງປະເທດໃກ້ຄຽງ ທີ່ມີພູມລຳເນົາຖາວອນ ຢູ່ບໍລິເວນຊາຍແດນຂອງແຂວງທີ່ເຊິ່ງໜ້າ ສາມາດເດີນທາງເຂົ້າ-ອອກ ຕາມການຕົກລົງຢ່າງເປັນທາງການ ຂອງສອງຝ່າຍ.

ສິນຄ້າທີ່ອະນຸຍາດໃຫ້ນຳເຂົ້າ-ອອກ ຢູ່ດ່ານຊາຍແດນທ້ອງຖິ່ນ ແມ່ນປະເພດສິນຄ້ານຳໃຊ້ເພື່ອການບໍລິໂພກ ແລະ ຮັບໃຊ້ການຜະລິດຂອງປະຊາຊົນທ້ອງຖິ່ນຂອບເຂດ ສອງ ແຂວງ ທີ່ດ່ານຊາຍແດນຕັ້ງຢູ່ (ປະຕິບັດຕາມແຈ້ງການຂອງກະຊວງການເງິນ ທີ່ກຳນົດໄວ້ແຕ່ລະໄລຍະ).

ມາດຕາ 14 ດ່ານຊາຍແດນປະເພນີ

ດ່ານຊາຍແດນປະເພນີ ຂອງ ສປປ ລາວ ມີ: ດ່ານຊາຍແດນທາງບົກ ແລະ ທາງນ້ຳ.

ດ່ານຊາຍແດນປະເພນີ ແມ່ນດ່ານທີ່ອະນຸຍາດໃຫ້ສະເພາະພົນລະເມືອງລາວ ແລະ ພົນລະເມືອງຂອງປະເທດໃກ້ຄຽງ ທີ່ມີພູມລຳເນົາຖາວອນ ຢູ່ບໍລິເວນຊາຍແດນ ຂອງເມືອງທີ່ເຊິ່ງໜ້າ ເດີນທາງເຂົ້າ-ອອກໄດ້ ຕາມການຕົກລົງຂອງທັງສອງຝ່າຍ.

ສິນຄ້າທີ່ອະນຸຍາດໃຫ້ນຳເຂົ້າ-ສົ່ງອອກ ຢູ່ດ່ານຊາຍແດນປະເພນີ ແມ່ນປະເພດສິນຄ້າ ທີ່ນຳໃຊ້ເພື່ອການບໍລິໂພກ ແລະ ຮັບໃຊ້ການຜະລິດ ຂອງປະຊາຊົນທ້ອງຖິ່ນ ໃນຂອບເຂດສອງເມືອງ ທີ່ດ່ານຊາຍແດນຕັ້ງຢູ່ (ປະຕິບັດຕາມແຈ້ງການຂອງກະຊວງການເງິນ ທີ່ກຳນົດໄວ້ແຕ່ລະໄລຍະ).

ມາດຕາ 15 ຂັ້ນຕອນການສ້າງ ດ່ານຊາຍແດນສາກົນ

ອີງຕາມຍຸດທະສາດການສ້າງຕັ້ງດ່ານຊາຍແດນ, ກະຊວງການຕ່າງປະເທດ ສົມທົບກັບອົງການປົກຄອງທ້ອງຖິ່ນຂັ້ນແຂວງ ແລະ ເມືອງ ທີ່ມີຈຸດປະສົງສ້າງຕັ້ງດ່ານຊາຍແດນສາກົນ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ເຊັ່ນ: ປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ, ການເງິນ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ເພື່ອເກັບກຳຂໍ້ມູນ, ສ້າງບົດວິພາກເສດຖະກິດ-ເຕັກນິກ, ແຜນຄວາມຕ້ອງການທາງດ້ານງົບປະມານ, ຈຳນວນພະນັກງານວິຊາສະເພາະ, ຄາດຄະເນຈຳນວນຜູ້ໂດຍສານ, ຍານພາຫະນະ ແລະ ຈຳນວນສິນຄ້າ ເຄື່ອງຂອງ ທີ່ຈະສົ່ງອອກ-ນຳເຂົ້າ ຢູ່ດ່ານດັ່ງກ່າວ ສ້າງບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ ແລ້ວລາຍງານຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອຂໍຄຳເຫັນຊີ້ນຳ ຈາກລັດຖະບານ.

ເມື່ອໄດ້ຮັບການຕົກລົງເຫັນດີ ຈາກລັດຖະບານ, ກະຊວງການຕ່າງປະເທດ ສົມທົບກັບ ຂະແໜງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ດຳເນີນການເຈລະຈາ ກັບ ລັດຖະບານຂອງປະເທດທີ່ຮ່ວມຊາຍແດນ.

ພາຍຫຼັງໄດ້ຮັບເອກະສານເຫັນດີ ຈາກປະເທດຮ່ວມຊາຍແດນ, ກະຊວງການຕ່າງປະເທດ ແຈ້ງໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ປະສານກັບອົງການປົກຄອງທ້ອງຖິ່ນ ດຳເນີນການສຳຫຼວດອອກແບບ ແລະ ຂຶ້ນແຜນງົບປະມານ ເພື່ອສະເໜີລັດຖະບານ ພິຈາລະນາຕົກລົງໃນການກໍ່ສ້າງດ່ານຊາຍແດນ.

ອົງການປົກຄອງທ້ອງຖິ່ນ ຂັ້ນແຂວງ ປຶກສາຫາລື ກັບ ອົງການປົກຄອງທ້ອງຖິ່ນ ຂອງປະເທດທີ່ມີຊາຍແດນຮ່ວມກັນ ເພື່ອກະກຽມພິທີການເປີດດ່ານຊາຍແດນ ຢ່າງເປັນທາງການ.

ມາດຕາ 16 ຂັ້ນຕອນການສ້າງຕັ້ງດ່ານຊາຍແດນ ທ້ອງຖິ່ນ ແລະ ປະເພນີ

ອີງຕາມຍຸດທະສາດການສ້າງຕັ້ງດ່ານຊາຍແດນຂອງ ສປປ ລາວ, ກະຊວງການຕ່າງປະເທດ ສົມທົບກັບອົງການປົກຄອງຂັ້ນແຂວງ ແລະ ເມືອງ ທີ່ມີຈຸດປະສົງຢາກສ້າງຕັ້ງດ່ານທ້ອງຖິ່ນ ແລະ ດ່ານປະເພນີ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ເຊັ່ນ: ປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ, ການເງິນ, ຂະແໜງການອື່ນທີ່ກ່ຽວຂ້ອງ ລົງເກັບກຳຂໍ້ມູນ, ສ້າງບົດວິພາກເສດຖະກິດເຕັກນິກ ແຜນຄວາມຕ້ອງການທາງດ້ານງົບປະມານ, ຈຳນວນພະນັກງານວິຊາສະເພາະ, ຄາດຄະເນຈຳນວນຜູ້ໂດຍສານ, ຍານພາຫະນະ ແລະ ຈຳນວນສິນຄ້າ ເຄື່ອງຂອງ ທີ່ຈະສົ່ງອອກ-ນຳເຂົ້າ ຢູ່ດ່ານຊາຍແດນດັ່ງກ່າວ, ສ້າງບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ ແລ້ວລາຍງານຫ້ອງວ່າການສຳນັກງານຍົກລັດຖະມົນຕີ ເພື່ອຂໍຄຳເຫັນຊີ້ນຳ ຈາກລັດຖະບານ.

ເມື່ອໄດ້ຮັບການຕົກລົງເຫັນດີ ຈາກລັດຖະບານ, ກະຊວງການຕ່າງປະເທດ ສົມທົບກັບ ຂະແໜງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ດຳເນີນການເຈລະຈາ ກັບ ລັດຖະບານຂອງປະເທດທີ່ຮ່ວມຊາຍແດນ.

ພາຍຫຼັງໄດ້ຮັບເອກະສານເຫັນດີ ຈາກປະເທດຮ່ວມຊາຍແດນ, ກະຊວງການຕ່າງປະເທດ ແຈ້ງໃຫ້ອົງການປົກຄອງທ້ອງຖິ່ນ ຊີ້ນຳພະແນກໂຍທາທິການ ແລະ ຂົນສົ່ງ ດຳເນີນການສຳຫຼວດອອກແບບ ແລະ ຂຶ້ນແຜນງົບປະມານ ເພື່ອສະເໜີລັດຖະບານ ພິຈາລະນາຕົກລົງໃນການກໍ່ສ້າງດ່ານຊາຍແດນ.

ມາດຕາ 17 ການເປີດດ່ານຊາຍແດນ ທ້ອງຖິ່ນ ແລະ ປະເພນີ

ພາຍຫຼັງໄດ້ຮັບການເຫັນດີ ຈາກລັດຖະບານ, ອົງການປົກຄອງທ້ອງຖິ່ນຂັ້ນແຂວງ ດຳເນີນການປຶກສາຫາລື ກັບອົງການປົກຄອງທ້ອງຖິ່ນຂັ້ນແຂວງ ຂອງປະເທດທີ່ຮ່ວມຊາຍແດນ ກ່ຽວກັບຂັ້ຍຕອນການສ້າງ ແລະ ການເປີດດ່ານຊາຍແດນທ້ອງຖິ່ນ ຢ່າງເປັນທາງການ.

ມອບໃຫ້ອົງການປົກຄອງທ້ອງຖິ່ນຂັ້ນເມືອງ ປຶກສາຫາລືກັບ ອົງການປົກຄອງທ້ອງຖິ່ນຂັ້ນເມືອງ ຂອງປະເທດທີ່ຮ່ວມຊາຍແດນ ກະກຽມພິມທີການເປີດດ່ານຊາຍແດນ ຢ່າງເປັນທາງການ.

ມາດຕາ 18 ການຍົກລະດັບ ຫຼື ຫຼຸດລະດັບ ແຕ່ລະປະເພດດ່ານຊາຍແດນ

ການສະເໜີຂໍຍົກລະດັບ ຫຼື ຫຼຸດລະດັບ ແຕ່ລະປະເພດດ່ານຊາຍແດນ ປະຕິບັດຕາມຂັ້ນຕອນວ່າດ້ວຍການສ້າງຕັ້ງດ່ານຊາຍແດນ ທີ່ກຳນົດໄວ້ໃນມາດຕາ 15, 16 ຂອງດຳລັດສະບັບນີ້.

ໝວດທີ 3

ຂັ້ນຕອນການສ້າງຕັ້ງ, ຍົກລະດັບ ແລະ ຫຼຸດລະດັບ ສະໜາມບິນສາກົນ

ມາດຕາ 19 ການສ້າງຕັ້ງສະໜາມບິນສາກົນ

ປະຕິບັດຕາມແຜນຍຸດທະສາດການສ້າງຕັ້ງສະໜາມບິນສາກົນ, ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນເຈົ້າການປະສານສົມທົບກັບອົງການປົກຄອງທ້ອງຖິ່ນຂັ້ນແຂວງ ບ່ອນທີ່ຄາດຄະເນຈະສ້າງຕັ້ງສະໜາມບິນສາກົນ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ເຊັ່ນ: ການຕ່າງປະເທດ, ປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ, ການເງິນ ຂະແໜງການອື່ນທີ່ກຽວຂ້ອງ ເພື່ອເກັບກຳຂໍ້ມູນ, ສ້າງບົດວິພາກເສດຖະກິດ-ເຕັກນິກ, ແຜນຄວາມຕ້ອງການທາງດ້ານງົບປະມານ, ຈຳນວນພະນັກງານວິຊາສະເພາະ, ຄາດຄະເນຈຳນວນຜູ້ໂດຍສານ ແລະ ຈຳນວນສິນຄ້າ ເຄື່ອງຂອງທີ່ຈະສົ່ງອອກ-ນຳເຂົ້າ, ສ້າງບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ ແລ້ວລາຍງານຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອຂໍຄຳເຫັນຕົກລົງ ຈາກລັດຖະບານ.

ພາຍຫຼັງໄດ້ຮັບການຕົກລົງເຫັນດີຈາກລັດຖະບານ, ກະຊວງໂຍທາທິການ ແລະ ຂົນສົ່ງ ສົ່ງໃບສະເໜີ ແລະ ເອກະສານທີ່ກ່ຽວຂ້ອງ ໃຫ້ອົງການການບິນພົນລະເຮືອນສາກົນ ເພື່ອພິຈາລະນາຮັບຮອງ, ຫຼັງຈາກນັ້ນ, ກະຊວງໂຍທາທິການ ແລະ ຂົນສົ່ງ ສົມທົບກັບ ອົງການປົກຄອງທ້ອງຖິ່ນ ດຳເນີນການກໍ່ສ້າງ ແລະ ກະກຽມໃຫ້ລັດຖະບານເປັນຜູ້ເປີດນຳໃຊ້.

ບັນຫາຄວາມປອດໄພ, ຄວາມໝັ້ນຄົງຂອງຊາດ ຢູ່ດ່ານສະໜາມບິນສາກົນ ຕ້ອງຖືເປັນຫຼັກການສຳຄັນ ໃນການສ້າງສະໜາມບິນສາກົນ ແລະ ໃຫ້ອີງຕາມກົດໝາຍວ່າດ້ວຍການບິນພົນລະເຮືອນ ສະບັບເລກທີ 53/ສພຊ, ລົງວັນທີ 26 ມິຖຸນາ 2018 ແລະ ມາດຕະຖານຄວາມປອດໄພຂອງອົງການການບິນພົນລະເຮືອນສາກົນ.

ມາດຕາ 20 ການຍົກລະດັບສະໜາມບິນພາຍໃນ ເປັນສະໜາມບິນສາກົນ ຫຼື ຫຼຸດລະດັບ ສະໜາມບິນສາກົນ ເປັນສະໜາມບິນພາຍໃນ

ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນເຈົ້າການປະສານສົມທົບກັບ ຂະແໜງການທີ່ກ່ຽວຂ້ອງ ຄົ້ນຄວ້າສະເໜີລັດຖະບານ ກ່ຽວກັບການຍົກລະດັບ ສະໜາມບິນພາຍໃນ ເປັນສະໜາມບິນສາກົນ ຫຼື ຫຼຸດລະດັບ ສະໜາມບິນສາກົນ ເປັນສະໜາມບິນພາຍໃນ ໂດຍປະຕິບັດຕາມ ທີ່ກຳນົດໄວ້ໃນ ມາດຕາ 19 ຂອງດຳລັດສະບັບນີ້.

ພາກທີ III

ມາດຕະຖານໂຄງລ່າງພື້ນຖານ ຂອງດ່ານຊາຍແດນ ແລະ ສະໜາມບິນສາກົນ

ໝວດທີ 1

ມາດຕະຖານໂຄງລ່າງພື້ນຖານຂອງດ່ານຊາຍແດນທາງບົກ

ມາດຕາ 21 ມາດຕະຖານໂຄງລ່າງພື້ນຖານ ຂອງດ່ານຊາຍແດນສາກົນທາງບົກ

ມາດຕະຖານໂຄງລ່າງພື້ນຖານ ຂອງດ່ານຊາຍແດນສາກົນທາງບົກ ມີດັ່ງນີ້:

  1. ຕັ້ງຢູ່ເຂດທີ່ເປັນຈຸດຍຸດທະສາດ ແລະ ແລວທາງເສດຖະກິດທີ່ສຳຄັນ ຂອງປະເທດ;
  2. ແຜນຜັງລວມ ແລະ ແຜນຜັງລະອຽດ ຊຶ່ງໄດ້ຜ່ານການເຫັນດີ ແລະ ຮັບຮອງ ຈາກກະຊວງໂຍທາທິການ ແລະ ຂົນສົ່ງ;
  3. ອອກແບບອາຄານ ແຕ່ສອງ ຫຼື ສາມຊັ້ນ ຕາມຄວາມເໝາະສົມ, ມີຮູບແບບທີ່ເປັນເອກະລັກ ຂອງຊາດ ແລະ ທ້ອງຖິ່ນ;
  4. ເນື້ອທີ່ຕ່ຳສຸດ 5 ເຮັກຕາ ໃນນັ້ນບໍ່ລວມເອົາເນື້ອທີ່ເຂດທຸລະກິດ ແລະ ບໍລິການຕ່າງໆ;
  5. ລະບົບອາຄານປະກອບດ້ວຍ: ຫ້ອງການຕຳຫຼວດກວດຄົນເຂົ້າ-ອອກເມືອງ; ຫ້ອງການພາສີ; ຫ້ອງການກັກກັນພືດ, ສັດ, ອາຫານ ແລະ ຢາ; ຫ້ອງການບໍລິຫານ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ຢ່າງຄົບຖ້ວນ;
  6. ຊ່ອງທາງຈາລະຈອນປ່ອຍລົດເຂົ້າ-ອອກ ໃນແຕ່ລະເບື້ອງ ຂອງອາຄານຢ່າງໜ້ອຍ ໃຫ້ມີ ສາມ ຊ່ອງທາງຈາລະຈອນ ສຳລັບຄົນຍ່າງ, ຍານພາຫະນະໂດຍສານ, ທ່ອງທ່ຽວ, ຂົນສົ່ງສິນຄ້າ, ພິເສດ ແລະ ສຸກເສີນ;
  7. ສາງໃນຮົ່ມ ແລະ ສາງກາງແຈ້ງ ສຳລັບເກັບຮັກສາສິນຄ້າ, ເຄື່ອງຂອງ ຂາເຂົ້າ-ຂາອອກ;
  8. ລານກວດກາຍານພາຫະນະຂົນສົ່ງສິນຄ້າ, ເຄື່ອງຂອງ, ພືດ, ສັດ, ອາຫານ, ຢາ ແລະ ຜະລິດຕະພັນການແພດ ຂາເຂົ້າ-ຂາອອກ;
  9. ຫ້ອງທົດລອງສຳລັບຂະແໜງສາທາລະນະສຸກ ແລະ ກະສິກຳ-ປ່າໄມ້;
  10. ສະຖານທີ່ຈອດຍານພາຫະນະ ຂອງເຈົ້າໜ້າທີ່, ພະນັກງານປະຈຳດ່ານຊາຍແດນ ແລະ ສະຖານທີ່ຈອດຍານພາຫະນະທົ່ວໄປ;
  11. ສະຖານທີ່ຊັ່ງນ້ຳໜັກ ແລະ ເຄື່ອງກວດສ່ອງລັງສີ;
  12. ຫ້ອງຄວບຄຸມທີ່ມີຫ້ອງນ້ຳສຳລັບຜູ້ມີອາການຕິດພະຍາດລະບາດ ແລະ ຫ້ອງກັກຜູ້ຕ້ອງສົງໃສຄະດີ;
  13. ອາຄານມອດໄຟ, ຄວບຄຸມໄຟຟ້າ ແລະ ເຄື່ອງຈັກໄຟຟ້າສຳຮອງ;
  14. ຫ້ອງນ້ຳສາທາລະນະ, ລະບົບລະບາຍນ້ຳ, ປ້ອມຍາມຂາເຂົ້າ-ຂາອອກ, ເຂດສີຂຽວ ແລະ ສວນດອກໄມ້, ສະຖານທີ່ເກັບມ້ຽນຂີ້ເຫຍື້ອ;
  15. ປະຕູໂຂງທີ່ເປັນເອກະລັກຂອງຊາດ ແລະ ອ້ອມຮອບດ້ວຍຮົ້ວບໍລິເວນຂອບເຂດຂອງດ່ານຊາຍແດນ;

ອີງໃສ່ສະພາບຄວາມເປັນຈິງຂອງດ່ານຊາຍແດນສາກົນທີ່ມີຢູ່ໃນປະຈຸບັນ, ກະຊວງໂຍທາທິການ ແລະ ຂົນສົ່ງ ສົມທົບກັບ ກະຊວງປ້ອງກັນຄວາມສະຫງົບ ແລະ ອົງການປົກຄອງທ້ອງຖິ່ນຂັ້ນແຂວງ ບ່ອນທີ່ດ່ານຊາຍແດນສາກົນຕັ້ງຢູ່ ຄົ້ນຄວ້າວາງແຜນປັບປຸງບັນດາດ່ານຊາຍແດນສາກົນທີ່ສ້າງຕັ້ງຂຶ້ນກ່ອນດຳລັດສະບັບນີ້ ໃຫ້ແທດເໝາະກັບມາດຕະຖານທີ່ກຳນົດໄວ້ຂ້າງເທິງນີ້ ເທື່ອລະກ້າວ.

ມາດຕາ 22 ໂຄງລ່າງພື້ນຖານຂອງດ່ານຊາຍແດນສາກົນທາງລົດໄຟ

ມາດຕະຖານໂຄງລ່າງພື້ນຖານຂອງດ່ານຊາຍແດນສາກົນທາງລົດໄຟ ມີດັ່ງນີ້:

  1. ຕັ້ງຢູ່ເຂດທີ່ເປັນຈຸດຍຸດທະສາດ ແລະ ແລວທາງເສດຖະກິດທີ່ສຳຄັນ ຂອງປະເທດ;
  2. ແຜນຜັງລວມ ແລະ ແຜນຜັງລະອຽດ ຊຶ່ງໄດ້ຜ່ານການເຫັນດີ ແລະ ຮັບຮອງ ຈາກກະຊວງໂຍທາທິການ ແລະ ຂົນສົ່ງ;
  3. ອອກແບບອາຄານ ໜຶ່ງຊັ້ນ ຫຼື ຫຼາຍຊັ້ນ ຕາມຄວາມເໝາະສົມ, ມີຮູບແບບທີ່ເປັນເອກະລັກ ຂອງຊາດ ແລະ ທ້ອງຖິ່ນ;
  4. ເນື້ອທີ່ແຕ່ 24 ເຮັກຕາ ຫາ 150 ເຮັກຕາ ໃນນັ້ນ ບໍ່ລວມເອົາເນື້ອທີ່ເຂດທຸລະກິດ ແລະ ບໍລິການຕ່າງໆ;
  5. ລະບົບອາຄານປະກອບດ້ວຍ: ຫ້ອງການຕຳຫຼວດກວດຄົນເຂົ້າ-ອອກເມືອງ; ຫ້ອງການພາສີ; ຫ້ອງການກັກກັນພືດ, ສັດ, ອາຫານ ແລະ ຢາ; ຫ້ອງການບໍລິຫານ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ຢ່າງຄົບຖ້ວນ;
  6. ຊ່ອງທາງຈາລະຈອນປ່ອຍລົດເຂົ້າ-ອອກ ໃນແຕ່ລະເບື້ອງ ຂອງອາຄານຢ່າງໜ້ອຍ ໃຫ້ມີ ສາມ ຊ່ອງທາງຈາລະຈອນ ສຳລັບຄົນຍ່າງ, ຍານພາຫະນະໂດຍສານ, ທ່ອງທ່ຽວ, ຂົນສົ່ງສິນຄ້າ, ພິເສດ ແລະ ສຸກເສີນ;
  7. ສາງໃນຮົ່ມ ແລະ ສາງກາງແຈ້ງ ສຳລັບເກັບຮັກສາສິນຄ້າ, ພິເສດ ແລະ ສຸກເສີນ;
  8. ລານກວດກາຍານພາຫະນະຂົນສົ່ງສິນຄ້າ, ເຄື່ອງຂອງ, ພືດ, ສັດ, ອາຫານ, ຢາ ແລະ ຜະລິດຕະພັນການແພດ ຂາເຂົ້າ-ຂາອອກ;
  9. ຫ້ອງທົດລອງສຳລັບຂະແໜງສາທາລະນະສຸກ ແລະ ກະສິກຳ-ປ່າໄມ້;
  10. ສະຖານທີ່ຈອດຍານພາຫະນະ ຂອງເຈົ້າໜ້າທີ່, ພະນັກງານປະຈຳດ່ານຊາຍແດນ ແລະ ສະຖານທີ່ຈອດຍານພາຫະນະທົ່ວໄປ;
  11. ສະຖານທີ່ຊັ່ງນ້ຳໜັກ ແລະ ເຄື່ອງກວດສ່ອງລັງສີ;
  12. ຫ້ອງຄວບຄຸມທີ່ມີຫ້ອງນ້ຳສຳລັບຜູ້ມີອາການຕິດພະຍາດລະບາດ ແລະ ຫ້ອງກັກຜູ້ຕ້ອງສົງໃສຄະດີ;
  13. ອາຄານມອດໄຟ, ຄວບຄຸມໄຟຟ້າ ແລະ ເຄື່ອງຈັກໄຟຟ້າສຳຮອງ;
  14. ຫ້ອງນ້ຳສາທາລະນະ, ລະບົບລະບາຍນ້ຳ, ປ້ອມຍາມຂາເຂົ້າ-ຂາອອກ, ເຂດສີຂຽວ ແລະ ສວນດອກໄມ້, ສະຖານທີ່ເກັບມ້ຽນຂີ້ເຫຍື້ອ;
  15. ປະຕູໂຂງທີ່ເປັນເອກະລັກຂອງຊາດ ແລະ ອ້ອມຮອບດ້ວຍຮົ້ວບໍລິເວນຂອບເຂດຂອງດ່ານຊາຍແດນ.

ມາດຕາ 23 ມາດຕະຖານໂຄງລ່າງພື້ນຖານຂອງດ່ານຊາຍແດນທ້ອງຖິ່ນ

ມາດຕະຖານໂຄງລ່າງພື້ນຖານ ຂອງດ່ານຊາຍແດນທ້ອງຖິ່ນ ມີດັ່ງນີ້:

  1. ຕັ້ງຢູ່ເຂດພັດທະນາເສດຖະກິດທີ່ສຳຄັນ ລະຫວ່າງແຂວງທີ່ມີຊາຍແດນຕິດຈອດກັບປະເທດເພື່ອນບ້ານ;
  2. ແຜນຜັງລວມ ແລະ ແຜນຜັງລະອຽດ ຊຶ່ງໄດ້ຜ່ານການເຫັນດີ ແລະ ຮັບຮອງ ຈາກພະແນກໂຍທາທິການ ແລະ ຂົນສົ່ງ ຂັ້ນແຂວງ;
  3. ອອກແບບອາຄານ ໜຶ່ງຊັ້ນ ຫຼື ສອງຊັ້ນ ຕາມຄວາມເໝາະສົມ, ມີຮູບແບບທີ່ເປັນເອກະລັກ ຂອງຊາດ ແລະ ທ້ອງຖິ່ນ;
  4. ເນື້ອທີ່ຕ່ຳສຸດ 3 ເຮັກຕາ ໃນນັ້ນ ບໍ່ລວມເອົາເນື້ອທີ່ເຂດທຸລະກິດ ແລະ ບໍລິການຕ່າງໆ;
  5. ລະບົບອາຄານປະກອບດ້ວຍ: ຫ້ອງການຕຳຫຼວດກວດຄົນເຂົ້າ-ອອກເມືອງ; ຫ້ອງການພາສີ; ຫ້ອງການກັກກັນພືດ, ສັດ, ອາຫານ ແລະ ຢາ; ຫ້ອງການບໍລິຫານ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ຕາມຄວາມເໝາະສົມ;
  6. ຊ່ອງທາງຈາລະຈອນປ່ອຍລົດເຂົ້າ-ອອກ ສຳລັບຄົນຍ່າງ ແລະ ຍານພາຫະນະ;
  7. ລານກວດກາຍານພາຫະນະຂົນສົ່ງສິນຄ້າ, ເຄື່ອງຂອງ, ພືດ, ສັດ, ອາຫານ, ຢາ ແລະ ຜະລິດຕະພັນການແພດ ຂາເຂົ້າ-ຂາອອກ;
  8. ສະຖານທີ່ຈອດຍານພາຫະນະ ຂອງເຈົ້າໜ້າທີ່ ແລະ ພະນັກງານປະຈຳດ່ານຊາຍແດນ ແລະ ສະຖານທີ່ຈອດຍານພາຫະນະທົ່ວໄປ;
  9. ຫ້ອງນ້ຳສາທາລະນະ, ລະບົບລະບາຍນ້ຳ, ປ້ອມຍາມຂາເຂົ້າ-ຂາອອກ, ເຂດສີຂຽວ ແລະ ສວນດອກໄມ້, ສະຖານທີ່ເກັບມ້ຽນຂີ້ເຫຍື້ອ ແລະ ອ້ອມຮອບດ້ວຍຮົ້ວ ບໍລິເວນຂອບເຂດດ່ານ.

ມາດຕາ 24 ໂຄງລ່າງພື້ນຖານຂອງດ່ານຊາຍແດນປະເພນີ

ມາດຕະຖານໂຄງລ່າງພື້ນຖານ ຂອງດ່ານຊາຍແດນປະເພນີ ມີດັ່ງນີ້:

  1. ຕັ້ງຢູ່ເຂດທີ່ມີມູນເຊື້ອ ໃນການໄປ-ມາ ຂອງປະຊາຊົນ ລະຫວ່າງ ເມືອງທີ່ມີຊາຍແດນຕິດຈອດກັບປະເທດເພື່ອນບ້ານ;
  2. ແຜນຜັງລວມ ແລະ ແຜນຜັງລະອຽດ ຊຶ່ງໄດ້ຜ່ານການເຫັນດີ ແລະ ຮັບຮອງ ຈາກຫ້ອງການໂຍທາທິການ ແລະ ຂົນສົ່ງ ຂັ້ນເມືອງ;
  3. ອອກແບບອາຄານ ໜຶ່ງຊັ້ນ ມີຮູບແບບເປັນເອກະລັກ ຂອງທ້ອງຖິ່ນ;
  4. ເນື້ອທີ່ຕ່ຳສຸດ 1 ເຮັກຕາ ໃນນັ້ນ ບໍ່ລວມເອົາເນື້ອທີ່ເຂດທຸລະກິດ ແລະ ບໍລິການຕ່າງໆ;
  5. ມີລະບົບອາຄານປະກອບດ້ວຍ: ຫ້ອງການຕຳຫຼວດກວດຄົນເຂົ້າ-ອອກເມືອງ; ຫ້ອງການພາສີ ແລະ  ຫ້ອງການກັກກັນພືດ, ສັດ, ອາຫານ ແລະ ຢາ ແລະ ຄວບຄຸມພະຍາດຕິດຕໍ່;
  6. ມີສະຖານທີ່ຈອດຍານພາຫະນະ ຂອງເຈົ້າໜ້າທີ່ ແລະ ພະນັກງານປະຈຳດ່ານຊາຍແດນ ແລະ ສະຖານທີ່ຈອດຍານພາຫະນະທົ່ວໄປ;
  7. ມີຫ້ອງນ້ຳສາທາລະນະ, ລະບົບລະບາຍນ້ຳ, ປ້ອມຍາມຂາເຂົ້າ-ຂາອອກ, ສະຖານທີ່ເກັບມ້ຽນຂີ້ເຫຍື້ອ ແລະ ອ້ອມຮອບດ້ວຍຮົ້ວ ບໍລິເວນຂອບເຂດດ່ານ;

ອີງໃສ່ສະພາບຄວາມເປັນຈິງຂອງດ່ານຊາຍແດນທ້ອງຖິ່ນ ແລະ ດ່ານປະເພນີ ທີ່ມີຢູ່ໃນປະຈຸບັນ, ພະແນກໂຍທາທິການ ແລະ ຂົນສົ່ງ ສົມທົບກັບ ກອງບັນຊາການປ້ອງກັນຄວາມສະຫງົບ ແລະ ອົງການປົກຄອງທ້ອງຖິ່ນຂັ້ນເມືອງ ບ່ອນທີ່ດ່ານຊາຍແດນຕັ້ງຢູ່ ຄົ້ນຄວ້າວາງແຜນປັບປຸງບັນດາດ່ານຊາຍແດນທ້ອງຖິ່ນ ແລະ ປະເພນີ ທີ່ສ້າງຕັ້ງຂຶ້ນກ່ອນດຳລັດສະບັບນີ້ ໃຫ້ແທດເໝາະກັບມາດຕະຖານທີ່ກຳນົດໄວ້ຂ້າງເທິງນີ້ ເທື່ອລະກ້າວ.

ໝວດທີ 2

ມາດຕະຖານໂຄງລ່າງພື້ນຖານຂອງດ່ານຊາຍແດນທາງນ້ຳ

ມາດຕາ 25 ມາດຕະຖານໂຄງລ່າງພື້ນຖານ ຂອງດ່ານຊາຍແດນສາກົນທາງນ້ຳ

ມາດຕະຖານໂຄງລ່າງພື້ນຖານ ຂອງດ່ານຊາຍແດນສາກົນທາງນ້ຳ ມີດັ່ງນີ້:

  1. ຕັ້ງຢູ່ເຂດທີ່ເປັນຈຸດຍຸດທະສາດ ແລະ ແລວທາງເສດຖະກິດທີ່ສຳຄັນ ຂອງປະເທດ;
  2. ແຜນຜັງລວມ ແລະ ແຜນຜັງລະອຽດ ຊຶ່ງໄດ້ຜ່ານການເຫັນດີ ແລະ ຮັບຮອງ ຈາກກະຊວງໂຍທາທິການ ແລະ ຂົນສົ່ງ;
  3. ອອກແບບອາຄານ ແຕ່ໜຶ່ງ ຫາ ຫຼາຍຊັ້ນ ຕາມຄວາມເໝາະສົມ, ມີຮູບແບບ ເປັນເອກະລັກ ຂອງຊາດ ແລະ ທ້ອງຖິ່ນ;
  4. ເນື້ອທີ່ຕ່ຳສຸດ 5 ເຮັກຕາ ໃນນັ້ນບໍ່ລວມເອົາເນື້ອທີ່ເຂດທຸລະກິດ ແລະ ບໍລິການຕ່າງໆ;
  5. ມີປະຕູໂຂງທີ່ເປັນເອກະລັກຂອງຊາດ ແລະ ຮົ້ວລ້ອມບໍລິເວນຂອບເຂດຂອງດ່ານ;
  6. ມີລະບົບອາຄານປະກອບດ້ວຍ: ຫ້ອງການຕຳຫຼວດກວດຄົນເຂົ້າ-ອອກເມືອງ; ຫ້ອງການພາສີ; ຫ້ອງການກັກກັນພືດ, ສັດ, ອາຫານ ແລະ ຢາ; ຫ້ອງການບໍລິຫານ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ຢ່າງຄົບຖ້ວນ;
  7. ຊ່ອງທາງຈາລະຈອນປ່ອຍລົດເຂົ້າ-ອອກ, ຫ້ອງການທ່າເຮືອໃນແຕ່ລະເບື້ອງ ຂອງອາຄານຢ່າງໜ້ອຍ ໃຫ້ມີ ສາມ ຊ່ອງທາງຈາລະຈອນ ສຳລັບຄົນຍ່າງ, ຍານພາຫະນະ ຂົນສົ່ງໂດຍສານ, ທ່ອງທ່ຽວ, ຂົນສົ່ງສິນຄ້າ, ພິເສດ ແລະ ສຸກເສີນ;
  8. ທາງຂຶ້ນ-ລົງຫາເຮືອ ຢ່າງໜ້ອຍ ສອງ ຊ່ອງທາງ ສຳລັບຍານພາຫະນະຂົນສົ່ງສິນຄ້າ, ມີລົດຍົກເຄື່ອນທີ່ ຫຼື ເຄື່ອງຍົກສິນຄ້າ, ມີຂັ້ນໄດ ຂຶ້ນ-ລົງ ຫາ ເຮືອ ສຳລັບຜູ້ໂດຍສານ ແລະ ທ່ອງທ່ຽວ;
  9. ມີສາງໃນຮົ່ມ ແລະ ສາງກາງແຈ້ງ ສຳລັບເກັບຮັກສາສິນຄ້າຂາເຂົ້າ-ອອກ;
  10. ລານກວດກາລົດສິນຄ້າ, ພືດ, ສັດ, ອາຫານ, ຢາ ແລະ ຜະລິດຕະພັນການແພດ ຂາເຂົ້າ-ຂາອອກ ແລະ ວັດຖຸອັນຕະລາຍ;
  11. ສະຖານທີ່ຊັ່ງນ້ຳໜັກ ແລະ ເຄື່ອງກວດສ່ອງລັງສີ;
  12. ຫ້ອງຄວບຄຸມທີ່ມີຫ້ອງນ້ຳສຳລັບຜູ້ມີອາການຕິດພະຍາດລະບາດ ແລະ ຫ້ອງກັກຜູ້ຕ້ອງສົງໃສຄະດີ;
  13. ອາຄານມອດໄຟ, ຄວບຄຸມໄຟຟ້າ ແລະ ເຄື່ອງຈັກໄຟຟ້າສຳຮອງ;
  14. ຫ້ອງນ້ຳສາທາລະນະ, ລະບົບລະບາຍນ້ຳ, ປ້ອມຍາມຂາເຂົ້າ-ຂາອອກ, ເຂດສີຂຽວ ແລະ ສວນດອກໄມ້, ສະຖານທີ່ເກັບມ້ຽນຂີ້ເຫຍື້ອ;
  15. ສະຖານທີ່ຈອດຍານພາຫະນະ ຂອງເຈົ້າໜ້າທີ່, ພະນັກງານປະຈຳດ່ານຊາຍແດນ ແລະ ສະຖານທີ່ຈອດຍານພາຫະນະທົ່ວໄປ.

ມາດຕາ 26 ມາດຕະຖານໂຄງລ່າງພື້ນຖານ ຂອງດ່ານຊາຍແດນທ້ອງຖິ່ນທາງນ້ຳ

ມາດຕະຖານໂຄງລ່າງພື້ນຖານ ຂອງດ່ານຊາຍແດນທ້ອງຖິ່ນທາງນ້ຳ ມີດັ່ງນີ້:

  1. ຕັ້ງຢູ່ເຂດພັດທະນາເສດຖະກິດທີ່ສຳຄັນ ລະຫວ່າງ ແຂວງທີ່ມີຊາຍແດນຕິດຈອດກັບປະເທດເພື່ອນບ້ານ;
  2. ແຜນຜັງລວມ ແລະ ແຜນຜັງລະອຽດ ຊຶ່ງໄດ້ຜ່ານການເຫັນດີ ແລະ ຮັບຮອງ ຈາກພະແນກໂຍທາທິການ ແລະ ຂົນສົ່ງ ຂັ້ນແຂວງ;
  3. ອາຄານອອກແບບເປັນໜຶ່ງ ຫຼື ສອງຊັ້ນ ຕາມຄວາມເໝາະສົມ, ມີຮູບແບບ ເປັນເອກະລັກ ຂອງຊາດ ຫຼື ທ້ອງຖິ່ນ;
  4. ເນື້ອທີ່ຕ່ຳສຸດ 3 ເຮັກຕາ ໃນນັ້ນບໍ່ລວມເອົາເນື້ອທີ່ເຂດທຸລະກິດ ແລະ ບໍລິການຕ່າງໆ;
  5. ລະບົບອາຄານປະກອບດ້ວຍ: ຫ້ອງການຕຳຫຼວດກວດຄົນເຂົ້າ-ອອກເມືອງ; ຫ້ອງການພາສີ; ຫ້ອງການກັກກັນພືດ, ສັດ, ອາຫານ ແລະ ຢາ ແລະ ຫ້ອງຄວບຄຸມພະຍາດຕິດຕໍ່; ຫ້ອງການບໍລິຫານ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ;
  6. ຊ່ອງທາງຈາລະຈອນປ່ອຍລົດເຂົ້າ-ອອກ ສຳລັບຄົນ ແລະ ຍານພາຫະນະ;
  7. ທາງຂຶ້ນ-ລົງຫາເຮືອ ສອງ ຊ່ອງທາງ ສຳລັບລົດຂົນສົ່ງສິນຄ້າ ຫຼື ຕາມຄວາມເໝາະສົມ, ມີຂັ້ນໄດ ຂຶ້ນ-ລົງ ຫາ ເຮືອ ສຳລັບຜູ້ໂດຍສານ ແລະ ທ່ອງທ່ຽວ;
  8. ລານກວດກາຍານພາຫະນະຂົນສົ່ງສິນຄ້າ, ພືດ, ສັດ, ອາຫານ, ຢາ ແລະ ຜະລິດຕະພັນການແພດ ຂາເຂົ້າ-ຂາອອກ ແລະ ວັດຖຸອັນຕະລາຍ;
  9. ຫ້ອງນ້ຳສາທາລະນະ, ລະບົບລະບາຍນ້ຳ, ປ້ອມຍາມຂາເຂົ້າ-ຂາອອກ, ບ່ອນຖິ້ມຂີ້ເຫຍື້ອ ແລະ ອ້ອມຮອບດ້ວຍຮົ້ວ ບໍລິເວນຂອບເຂດຂອງດ່ານ;
  10. ສະຖານທີ່ຈອດຍານພາຫະນະ ຂອງເຈົ້າໜ້າທີ່, ພະນັກງານປະຈຳດ່ານຊາຍແດນ ແລະ ສະຖານທີ່ຈອດຍານພາຫະນະທົ່ວໄປ.

ມາດຕາ 27 ມາດຕະຖານໂຄງລ່າງພື້ນຖານ ຂອງດ່ານຊາຍແດນປະເພນີທາງນ້ຳ

ມາດຕະຖານໂຄງລ່າງພື້ນຖານ ຂອງດ່ານຊາຍແດນປະເພນີທາງນ້ຳ ມີດັ່ງນີ້:

  1. ຕັ້ງຢູ່ເຂດທີ່ມີມູນເຊື້ອໃນການໄປມາຂອງປະຊາຊົນ ລະຫວ່າງ ເມືອງທີ່ມີຊາຍແດນຕິດຈອດກັບປະເທດເພື່ອນບ້ານ;
  2. ແຜນຜັງລວມ ແລະ ແຜນຜັງລະອຽດ ຊຶ່ງໄດ້ຜ່ານການເຫັນດີ ແລະ ຮັບຮອງ ຈາກຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງ;
  3. ອາຄານອອກແບບເປັນຊັ້ນດຽວ, ທີ່ມີຮູບແບບ ເປັນເອກະລັກ ຂອງຊາດ ຫຼື ທ້ອງຖິ່ນ;
  4. ເນື້ອທີ່ຕ່ຳສຸດ 1  ເຮັກຕາ ໃນນັ້ນບໍ່ລວມເອົາເນື້ອທີ່ເຂດທຸລະກິດ ແລະ ບໍລິການຕ່າງໆ;
  5. ລະບົບອາຄານປະກອບດ້ວຍ: ຫ້ອງການຕຳຫຼວດກວດຄົນເຂົ້າ-ອອກເມືອງ; ຫ້ອງການພາສີ; ຫ້ອງການກັກກັນພືດ, ສັດ, ອາຫານ ແລະ ຢາ ແລະ ຫ້ອງຄວບຄຸມພະຍາດຕິດຕໍ່; ສິ່ງອຳນວຍຄວາມສະດວກຕ່າງໆ; ຫ້ອງນ້ຳສາທາລະນະ, ລະບົບລະບາຍນ້ຳ, ປ້ອມຍາມຂາເຂົ້າ-ຂາອອກ ແລະ ອ້ອມຮອບດ້ວຍຮົ້ວ ບໍລິເວນຂອບເຂດຂອງດ່ານ;
  6. ຂັ້ນໄດ ຂຶ້ນ-ລົງ ຫາ ເຮືອ ສຳລັບຜູ້ໂດຍສານ ແລະ ທ່ອງທ່ຽວ;
  7. ສະຖານທີ່ຈອດຍານພາຫະນະ ຂອງເຈົ້າໜ້າທີ່, ພະນັກງານປະຈຳດ່ານຊາຍແດນ ແລະ ສະຖານທີ່ຈອດຍານພາຫະນະທົ່ວໄປ;

ອີງໃສ່ສະພາບຄວາມເປັນຈິງຂອງດ່ານຊາຍແດນທາງນ້ຳ ທີ່ມີຢູ່ໃນປະຈຸບັນ, ກະຊວງໂຍທາທິການ ແລະ ຂົນສົ່ງ ສົມທົບກັບ ກະຊວງປ້ອງກັນຄວາມສະຫງົບ ແລະ ອົງການປົກຄອງທ້ອງຖິ່ນຂັ້ນແຂວງ ບ່ອນທີ່ດ່ານຊາຍແດນທາງນ້ຳຕັ້ງຢູ່ ຄົ້ນຄວ້າວາງແຜນປັບປຸງບັນດາດ່ານຊາຍແດນທາງນ້ຳທີ່ສ້າງຕັ້ງຂຶ້ນກ່ອນດຳລັດສະບັບນີ້ ໃຫ້ແທດເໝາະກັບມາດຕະຖານທີ່ກຳນົດໄວ້ຂ້າງເທິງນີ້ ເທື່ອລະກ້າວ.

ໝວດທີ 3

ມາດຕະຖານໂຄງລ່າງພື້ນຖານສະໜາມບິນສາກົນ

ມາດຕາ 28 ມາດຕະຖານໂຄງລ່າງພື້ນຖານສະໜາມບິນສາກົນ

ມາດຕະຖານໂຄງລ່າງພື້ນຖານ ຂອງສະໜາມບິນສາກົນ ມີດັ່ງນີ້:

  1. ຕັ້ງຢູ່ສະຖານທີ່ເໝາະສົມ;
  2. ພື້ນທີ່ສະໜາມບິນທີ່ຖືກຕ້ອງ ຕາມມາດຕະຖານສະໜາມບິນສາກົນ ຊຶ່ງຮັບຮອງໂດຍ ກະຊວງໂຍທາທິການ ແລະ ຂົນສົ່ງ;
  3. ອາຄານສະໜາມບິນສາກົນ ທີ່ມີເອກະລັກຂອງຊາດ ແລະ ສອດຄ່ອງ ກັບມາດຕະຖານ ຂອງອົງການການບິນສາກົນ;
  4. ແຜນຜັງລວມ ແລະ ແຜນຜັງລະອຽດ ຊຶ່ງໄດ້ຜ່ານການເຫັນດີ ແລະ ຮັບຮອງ ຈາກກະຊວງໂຍທາທິການ ແລະ ຂົນສົ່ງ;
  5. ເນືອທີ່ເໝາະສົມ ແລະ ສອດຄ່ອງກັບມາດຕະຖານ ຂອງອົງການການບິນພົນລະເຮືອນສາກົນ;
  6. ລະບົບອາຄານປະກອບດ້ວຍ: ຫ້ອງການຕຳຫຼວດກວດຄົນເຂົ້າ-ອອກເມືອງ; ຫ້ອງການພາສີ; ຫ້ອງການກັກກັນພືດ, ສັດ, ອາຫານ, ຢາ ແລະ ຄວບຄຸມພະຍາດຕິດຕໍ່; ຫ້ອງການບໍລິຫານ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ຢ່າງຄົບຖ້ວນ;
  7. ມີຊ່ອງທາງຈາລະຈອນປ່ອຍລົດເຂົ້າ-ອອກ ໃນແຕ່ລະເບື້ອງຂອງອາຄານລວມ ຢ່າງໜ້ອຍ ສາມ ຊ່ອງທາງ ສຳລັບຄົນຍ່າງ, ຍານພາຫະນະໂດຍສານ, ທ່ອງທ່ຽວ, ຂົນສົ່ງສິນຄ້າ ແລະ ຮັບປະກັນແກ້ໄຂໃນກໍລະນີສຸກເສີນ;
  8. ມີສາງໃນຮົ່ມ ແລະ ສາງກາງແຈ້ງ ສຳລັບເກັບຮັກສາສິນຄ້າ ເຄື່ອງຂອງ ຂາເຂົ້າ-ຂາອອກ;
  9. ມີສະຖານທີ່ຈອດຍານພາຫະນະຂອງເຈົ້າໜ້າທີ່ ແລະ ພະນັກງານປະຈຳດ່ານສະໜາມບິນສາກົນ ແລະ ສະຖານທີ່ຈອດຍານພາຫະນະທົ່ວໄປ;
  10. ມີສະຖານທີ່ຊັ່ງນ້ຳໜັກ ແລະ ກວດສ່ອງລັງສີ;
  11. ມີຫ້ອງຄວບຄຸມທີ່ມີຫ້ອງນ້ຳສຳລັບຜູ້ມີອາການຕິດພະຍາດລະບາດ ແລະ ຫ້ອງກັຜູ້ຕ້ອງສົງໃສຄະດີ;
  12. ມີອາຄານມອດໄຟ, ຄວບຄຸມໄຟຟ້າ ແລະ ເຄື່ອງຈັກໄຟຟ້າສຳຮອງ;
  13. ມີຫ້ອງນ້ຳສາທາລະນະ, ລະບົບລະບາຍນ້ຳ, ປ້ອມຍາມຂາເຂົ້າ-ຂາອອກ, ເຂດສີຂຽວ, ສວນດອກໄມ້ ແລະ ສະຖານທີ່ເກັບມ້ຽນຂີ້ເຫຍື້ອ;

ອີງໃສ່ສະພາບຄວາມເປັນຈິງຂອງສະໜາມບິນສາກົນ ທີ່ມີຢູ່ໃນປະຈຸບັນ, ກະຊວງໂຍທາທິການ ແລະ ຂົນສົ່ງ ສົມທົບກັບ ກະຊວງປ້ອງກັນຄວາມສະຫງົບ ແລະ ອົງການປົກຄອງທ້ອງຖິ່ນຂັ້ນແຂວງ ບ່ອນທີ່ສະໜາມບິນຕັ້ງຢູ່ ຄົ້ນຄວ້າວາງແຜນປັບປຸງບັນດາສະໜາມບິນສາກົນ ທີ່ສ້າງຕັ້ງຂຶ້ນກ່ອນດຳລັດສະບັບນີ້ ໃຫ້ແທດເໝາະກັບມາດຕະຖານທີ່ກຳນົດໄວ້ຂ້າງເທິງນີ້ ເທື່ອລະກ້າວ.

ພາກທີ IV

ການເຂົ້າ-ອອກ ດ່ານຊາຍແດນ ຂອງຜູ້ໂດຍສານ, ຍານພາຫະນະ ແລະ ສິນຄ້າ ເຄື່ອງຂອງ

ໝວດທີ 1

ການເຂົ້າ-ອອກດ່ານຊາຍແດນ ແລະ ສະໜາມບິນສາກົນ ຂອງຜູ້ໂດຍສານ

ມາດຕາ 29 ການເຂົ້າ-ອອກດ່ານຊາຍແດນ ຂອງພົນລະເມືອງລາວ

ພົນລະເມືອງລາວ ທີ່ມີຈຸດປະສົງເຂົ້າ-ອອກ ດ່ານຊາຍແດນ ຕ້ອງນຳໃຊ້ໜັງສືຜ່ານແດນ, ປື້ມຜ່ານແດນ, ໃບຜ່ານແດນ ຫຼື ເອກະສານເດີນທາງອື່ນ ທີ່ໃຊ້ແທນໜັງສືຜ່ານແດນ ຢ່າງຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.

ພົນລະເມືອງລາວ ທີ່ອາໄສຢູ່ຂອບເຂດດ່ານຊາຍແດນ, ເມືອງ ແລະ ແຂວງຊາຍແດນ ທີ່ມີຈຸດປະສົງເຂົ້າ-ອອກ ດ່ານຊາຍແດນ ຕ້ອງນຳໃຊ້ປື້ມຜ່ານແດນ, ໃບຜ່ານແດນ ແລະ ເອກະສານເດີນທາງອື່ນ ຢ່າງຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.

ການເຂົ້າ-ອອກ ດ່ານຊາຍແດນ ຂອງພົນລະເມືອງລາວ ຕ້ອງປະຕິບັດຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງຂອງ ສປປ ລາວ, ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ມາດຕາ 30 ການເຂົ້າ-ອອກດ່ານຊາຍແດນ ຂອງຄົນຕ່າງປະເທດ

ຄົນຕ່າງປະເທດ ທີ່ມີຈຸດປະສົງເຂົ້າ-ອອກ ຜ່ານດ່ານຊາຍແດນ ຂອງ ສປປ ລາວ ຕ້ອງນຳໃຊ້ໜັງສືຜ່ານແດນ ຫຼື ເອກະສານເດີນທາງອື່ນ ທີ່ມີຄຸນຄ່າຄືກັບໜັງສືຜ່ານແດນ ທີ່ຖືກຕ້ອງ ແລະ ຄົບຖ້ວນ ຕາມກົດໝາຍ ແລະ ລະບຽບການ.

ພົນລະເມືອງຂອງປະເທດທີ່ມີຊາຍແດນຕິດຈອດ ກັບ ສປປ ລາວ ທີ່ດຳລົງຊີວິດ ຢູ່ຂອບເຂດຊາຍແດນ, ເມືອງ ແລະ ແຂວງຊາຍແດນ ທີ່ມີຈຸດປະສົງເຂົ້າ-ອອກ ດ່ານຊາຍແດນ ຕ້ອງນຳໃຊ້ປື້ມຜ່ານແດນ, ໃບຜ່ານແດນ ແລະ ເອກະສານເດີນທາງອື່ນທີ່ໃຊ້ແທນ ຢ່າງຖືກຕ້ອງຕາມກົດໝາຍ.

ການເຂົ້າ-ອອກ ດ່ານຊາຍແດນ ຂອງຄົນຕ່າງປະເທດ ຕ້ອງປະຕິບັດຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງຂອງ ສປປ ລາວ, ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ມາດຕາ 31 ການເຂົ້າອອກສະໜາມບິນສາກົນ ຂອງພົນລະເມືອງລາວ ແລະ ພົນລະເມືອງຕ່າງປະເທດ

ການເຂົ້າ-ອອກ ສະໜາມບິນສາກົນ ຂອງພົນລະເມືອງລາວ ແລະ ພົນລະເມືອງຕ່າງປະເທດ ຕ້ອງນຳໃຊ້ໜັງສືຜ່ານແດນ ຫຼື ເອກະສານເດີນທາງອື່ນທີ່ມີຄຸນຄ່າຄືກັນກັບໜັງສືຜ່ານແດນ ທີ່ຖືກຕ້ອງ ແລະ ຄົບຖ້ວນ ຕາມກົດໝາຍ ແລະ ລະບຽບການ.

ໝວດທີ 2

ການເຂົ້າ-ອອກດ່ານຊາຍແດນທາງບົກ ແລະ ທາງນ້ຳ ຂອງຍານພາຫະນະ

ມາດຕາ 32 ການເຂົ້າ-ອອກດ່ານຊາຍແດນ ຂອງຍານພາຫະນະ

ຍານພາຫະນະທຸກປະເພດ ຂອງຄົນລາວ ແລະ ຄົນຕ່າງປະເທດ ທີ່ມີຈຸດປະສົງເຂົ້າ-ອອກ ດ່ານຊາຍແດນ ຕ້ອງປະຕິບັດຕາມກົດໝາຍ ຂອງ ສປປ ລາວ, ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ; ຕ້ອງຢູ່ພາຍໃຕ້ການກວດກາ ຂອງບັນດາຂະແໜງການຄຸ້ມຄອງລັດ ທີ່ປະຕິບັດໜ້າທີ່ຢູ່ດ່ານຊາຍແດນ.

ມາດຕາ 33 ການປະກອບເອກະສານ ເຂົ້າ-ອອກ ດ່ານຊາຍແດນ ຂອງຍານພາຫະນະ

ຍານພາຫະນະທຸກປະເພດ ທີ່ມີຈຸດປະສົງເຂົ້າ-ອອກ ດ່ານຊາຍແດນ ຕຕ້ອງປະກອບເອກະສານ ຕົ້ນຕໍດັ່ງນີ້:

  1. ໃບທະບຽນຍານພາຫະນະ;
  2. ປື້ມອະນຸຍາດລົດຂົນສົ່ງລະຫວ່າງປະເທດ;
  3. ໃບອະນຸຍາດຂົນສົ່ງສິນຄ້າຜ່ານແດນ (ສຳລັບຍານພາຫະນະຂົນສົ່ງສິນຄ້າ);
  4. ໃບອະນຸຍາດຂົນສົ່ງຜູ້ໂດຍສານຜ່ານແດນ (ສຳລັບຍານພາຫະນະຂົນສົ່ງຜູ້ໂດຍສານ);
  5. ໃບນຳສົ່ງສິນຄ້າ (ສຳລັບຍານພາຫະນະຂົນສົ່ງສິນຄ້າ);
  6. ໃບກວດກາເຕັກນິກຍານພາຫະນະ;
  7. ປະກັນໄພຍານພາຫະນະ;
  8. ໃບຂັບຂີ່ຍານພາຫະນະ;
  9. ເອກະສານອື່ນທີ່ກ່ຽວຂ້ອງ ຕາມກົດໝາຍ ແລະ ລະບຽບການ ຂອງ ສປປ ລາວ ແລະ ສັນຍາ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ.

ໝວດທີ 3

ການເຂົ້າ-ອອກດ່ານຊາຍແດນ ແລະ ສະໜາມບິນສາກົນ ຂອງສິນຄ້າ ເຄື່ອງຂອງ

ມາດຕາ 34 ການເຂົ້າ-ອອກດ່ານຊາຍແດນ ຂອງສິນຄ້າ ເຄື່ອງຂອງ

ການນຳເຂົ້າ-ສົ່ງອອກ, ການນຳເຂົ້າ ເພື່ອສົ່ງອອກຕໍ່, ການຜ່ານແດນ ສິນ້າ ເຄື່ອງຂອງ ທຸກປະເພດ ຕ້ອງປະຕິບັດຕາມກົດໝາຍ ແລະ ລະບຽບການ ກ່ຽວກັບຄຸ້ມຄອງການນຳເຂົ້າ-ສົ່ງອອກ ສິນຄ້າ ເຄື່ອງຂອງ ຂອງ ສປປ ລາວ ແລະ ບັນດາສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ; ຕ້ອງຢູ່ພາຍໃຕ້ການກວດກາ ຂອງບັນດາຂະແໜງການຄຸ້ມຄອງລັດ ທີ່ປະຕິບັດໜ້າທີ່ຢູ່ດ່ານຊາຍແດນ.

ການນຳເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງທຸກປະເພດລວມທັງຕູ້ບັນຈຸສິນຄ້າ (Container) ທີ່ຜ່ານດ່ານຊາຍແດນ ຕ້ອງແຈ້ງຕໍ່ເຈົ້າໜ້າທີ່ພາສີ ເພື່ອກວດກາ ແລະ ຄຸ້ມຄອງ ຕາມກົດໝາຍວ່າດ້ວຍພາສີ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ, ເຖິງແມ່ນວ່າສິນຄ້າ ເຄື່ອງຂອງດັ່ງກ່າວ ຈະຳດ້ຮັບການຍົກເວັ້ນ, ງົດເກັບພາສີ ແລະ ພັນທະອື່ນ ກໍ່ຕາມ.

ມາດຕາ 35 ການນຳເຂົ້າ-ສົ່ງອອກ ສິນຄ້າ, ເຄື່ອງຂອງ ແລະ ເຄື່ອງຝາກທາງໄປສະນີ ຜ່ານສະໜາມບິນສາກົນ

ການນຳເຂົ້າ-ສົ່ງອອກ ສິນຄ້າ, ເຄື່ອງຂອງ ແລະ ເຄື່ອງຝາກທາງໄປສະນີ ຜ່ານສະໜາມບິນສາກົນ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍພາສີ, ກົດໝາຍວ່າດ້ວຍການບິນພົນລະເຮືອນ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ສົນທິສັນຍາ ວ່າດ້ວຍການບິນພົນລະເຮືອນສາກົນ ແລະ ສົນທິສັນຍາສາກົນອື່ນ ລວມທັງສົນທິສັນຍາສອງຝ່າຍ ວ່າດ້ວຍການຂົນສົ່ງທາງອາກາດ ທີ່ ສປປ ລາວ ເປັນພາຄີ ຢ່າງເຂັ້ມງວດ, ເຖິງແມ່ນວ່າສິນຄ້າ ເຄື່ອງຂອງດັ່ງກ່າວ ຈະໄດ້ຮັບການຍົກເວັ້ນ, ງົດເກັບພາສີ ແລະ ພັນທະອື່ນ ກໍ່ຕາມ.

ໝວດທີ 4

ກຳນົດວັນ, ເວລາເຮັດວຽກ ແລະ ການປິດ ດານເຄື່ອນໄຫວຂອງດ່ານຊາຍແດນ ແລະ ສະໜາມບິນສາກົນ

ມາດຕາ 36 ກຳນົດວັນ ແລະ ເວລາ ເຮັດວຽກ ຂອງດ່ານຊາຍແດນ ແລະ ສະໜາມບິນສາກົນ

ກຳນົດວັນ ແລະ ເວລາ ເຮັດວຽກ ຂອງດ່ານຊາຍແດນ ແລະ ສະໜາມບິນສາກົນ ຕ້ອງສອດຄ່ອງກັບ ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ; ບົນພື້ນຖານການຕົກລົງເປັນເອກະພາບຮ່ວມກັບ ປະເທດທີ່ມີຊາຍແດນຕິດຈອດກັບປະເທດເຮົາ.

ການກຳນົດວັນ ແລະ ເວລາເຮັດວຽກ ຂອງດ່ານຊາຍແດນທ້ອງຖິ່ນ ແລະ ປະເພນີ ແມ່ນການຕົກລົງຮ່ວມກັນຂອງອົງການປົກຄອງທ້ອງຖິ່ນຂັ້ນແຂວງ ຂອງສອງປະເທດທີ່ມີຊາຍແດນຕິດຈອດກັນ; ບົນພື້ນຖານການເຫັນດີຂອງລັດຖະບານ.

ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຜູ້ກຳນົດວັນ ແລະ ເວລາເຮັດວຽກ ຂອງສະໜາມບິນສາກົນໂດຍສອດຄ່ອງກັບ ກົດໝາຍວ່າດ້ວຍການບິນພົນລະເຮືອນ ແລະ ກົດໝາຍກ່ຽວຂ້ອງ ຂອງ ສປປ ລາວ.

ກໍລະນີສຸກເສີນ ທີ່ພົວພັນເຖິງຄວາມໝັ້ນຄົງ ແລະ ຄວາມປອດໄພແຫ່ງຊາດ, ການນຳຈັບອາດຊະຍາກຳຂ້າມຊາດ, ໄພທຳມະຊາດ, ການຊ່ວຍເຫຼືອຄົນເຈັບກະທັນຫັນ ຫຼື ກໍລະນີສຸກເສີນອື່ນ, ຄະນະຄຸ້ມຄອງດ່ານຊາຍແດນສາມາດເປີດການເຮັດວຽກນອກໂມງການທີ່ກຳນົດ, ພ້ອມທັງ ລາຍງານທັນທີທັນໃດ ໃຫ້ກະຊວງປ້ອງກັນຄວາມສະຫງົບ ແລະ ອົງການປົກຄອງທ້ອງຖິ່ນ ຮັບຊາບ.

ມາດຕາ 37 ການປິດການເຄື່ອນໄຫວຊົ່ວຄາວ ຂອງດ່ານຊາຍແດນ

ການປິດການເຄື່ອນໄຫວຊົ່ວຄາວ ຂອງດ່ານຊາຍແດນ ແມ່ນໃນກໍລະນີມີເຫດຈຳເປັນສຸກເສີນຕ່າງໆ ທາງດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໄພທຳມະຊາດ, ພະຍາດຕິດຕໍ່ ຫຼື ເຫດຜົນອື່ນໆ ຫຼື ຕາມການສະເໜີຂອງປະເທດຮ່ວມຊາຍແດນ, ສິດອຳນາດໃນການຕົກລົງ ໃຫ້ປະຕິບັດ ດັ່ງນີ້:

  1. ນາຍົກລັດຖະມົນຕີ ຕົກລົງປິດການເຄື່ອນໄຫວຊົ່ວຄາວ ຂອງດ່ານຊາຍແດນສາກົນ ຕາມການຄົ້ນຄວ້າ ສະເໜີ ຂອງກະຊວງປ້ອງກັນຄວາມສະຫງົບ ພາຍຫຼັງໄດ້ເປັນເອກະພາບກັບເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ບ່ອນດ່ານຊາຍແດນຕັ້ງຢູ່.
  2. ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ມີສິດຕົກລົງປິດການເຄື່ອນໄຫວຊົ່ວຄາວ ຂອງດ່ານທ້ອງຖິ່ນ ແລະ ດ່ານປະເພນີ ຕາມການຄົ້ນຄວ້າ ສະເໜີ ຂອງກອງປະຊາການປ້ອງກັນຄວາມສະຫງົບ ຂັ້ນແຂວງ ພາຍຫຼັງທີ່ໄດ້ເປັນເອກະພາບກັບເຈົ້າເມືອງ, ເຈົ້າເທດສະບານ ບ່ອນທີ່ດ່ານທ້ອງຖິ່ນ ແລະ ປະເພນີ ຕັ້ງຢູ່ ແລ້ວລາຍງານໃຫ້ບັດຖະບານຮັບຊາບ.
  3. ການໂຈະການເຄື່ອນໄຫວຊົ່ວຄາວ ຂອງດ່ານຊາຍແດນ ເກີນ 30 ວັນຂຶ້ນໄປ, ໃນເວລາຈະເປີດການເຄື່ອນໄຫວດ່ານຊາຍແດນຄືນໃໝ່ ຕ້ອງດຳເນີນຕາມຂັ້ນຕອນການສ້າງຕັ້ງດ່ານຊາຍແດນ ຕາມທີ່ໄດ້ກຳນົດໄວ້ ໃນມາດຕາ 15, 16 ຂອງດຳລັດສະບັບນີ້.

ມາດຕາ 38 ການປິດການເຄື່ອນໄຫວຊົ່ວຄາວ ຂອງສະໜາມບິນສາກົນ

ການປິດການເຄື່ອນໄຫວຊົ່ວຄາວ ຂອງສະໜາມບິນສາກົນ ໃຫ້ປະຕິບັດຕາມ ມາດຕາ 65 ຂອງກົດໝາຍວ່າດ້ວຍການບິນພົນລະເຮືອນ ສະບັບເລກທີ 53/ສພຊ, ລົງວັນທີ 26 ມິຖຸນາ 2018.

ພາກທີ V

ໂຄງປະກອບກົງຈັກການຈັດຕັ້ງ ແລະ ໂຄງປະກອບບຸກຄະລາກອນ ຂອງດ່ານຊາຍແດນ

ໝວດທີ 1

ຄະນະຄຸ້ມຄອງດ່ານຊາຍແດນ

ມາດຕາ 39 ພາລະບົດບາດ ຂອງຄະນະຄຸ້ມຄອງດ່ານຊາຍແດນ

ຄະນະຄຸ້ມຄອງດ່ານຊາຍແດນ ມີພາລະບົດບາດ ໃນການຄຸ້ມຄອງບໍລິຫານລັດຢູ່ໃນຂອບເຂດດ່ານຊາຍແດນ ເພື່ອຮັບປະກັນໃຫ້ບັນດາຂະແໜງການຄຸ້ມຄອງລັດທາງດ້ານວິຊາສະເພາະ ໄດ້ມີການເຄື່ອນໄຫວ ຢ່າງຄ່ອງຕົວ ແນໃສ່ອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ, ຍານພາຫະນະ ແລະ ສິນຄ້າ ເຄື່ອງຂອງ ເຂົ້າ-ອອກ ດ່ານຊາຍແດນ ໃຫ້ມີຄວາມສະດວກວ່ອງໄວ, ໂປ່ງໃສ, ເປັນທຳ, ປອດໄພ ແລະ ຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ມາດຕາ 40 ສິດ ແລະ ໜ້າທີ່ ຂອງຄະນະຄຸ້ມຄອງດ່ານຊາຍແດນ

ຄະນະຄຸ້ມຄອງດ່ານຊາຍແດນ ມີສິດ ແລະ ໜ້າທີ່ ຕົ້ນຕໍ ດັ່ງນີ້:

  1. ຄົ້ນຄວ້າ, ເຊື່ອມຊຶມ, ກຳແໜ້ນ ແລະ ຈັດຕັ້ງປະຕິບັດກົດໝາຍ, ລະບຽບການ ແລະ ນິຕິກຳຕ່າງໆ ຂອງລັດ ກ່ຽວກັບວຽກງານຄຸ້ມຄອງດ່ານຊາຍແດນ;
  2. ອຳນວຍຄວາມສະດວກໃຫ້ແກ່ເຈົ້າໜ້າທີ່ກ່ຽວຂ້ອງ ກວດກາເອກະສານຂອງຜູ້ໂດຍສານ, ຍານພາຫະນະ ແລະ ສິນຄ້າ ເຄື່ອງຂອງ ທີ່ເຂົ້າ-ອອກ ດ່ານຊາຍແດນ ໃຫ້ຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການ ຂອງ ສປປ ລາວ, ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ;
  3. ໂຄສະນາ ແລະ ເຜີຍແຜ່ລະບຽບການເຂົ້າ-ອອກດ່ານຊາຍແດນ, ການເກັບຄ່າທຳນຽມ ແລະ ຄ່າບໍລິການຕ່າງໆ;
  4. ຄຸ້ມຄອງການເຂົ້າ-ອອກ ແລະ ການເຄື່ອນໄຫວ ຂອງເຈົ້າໜ້າທີ່ ແລະ ພະນັກງານຮັບໃຊ້ປະຈຳດ່ານຊາຍແດນ;
  5. ຄົ້ນຄວ້າ, ສ້າງແຜນການເຄື່ອນໄຫວວຽກງານ ແລະ ແຜນງົບປະມານໃນການຄຸ້ມຄອງບໍລິຫານດ່ານຊາຍແດນ ປະຈຳປີ, ແຜນພັດທະນາລະບົບຄຸ້ມຄອງບໍລິຫານຕ່າງໆຂອງດ່ານ ໃນແຕ່ລະໄລຍະ;
  6. ອຳນວຍຄວາມສະດວກ ແລະ ຄຸ້ມຄອງ ບັນດາຫົວໜ່ວຍທຸລະກິດ ທີ່ດຳເນີນທຸລະກິດ ຢູ່ໃນຂອບເຂດດ່ານຊາຍແດນ ພາຍຫຼັງທີ່ໄດ້ຮັບການຕົກລົງອະນຸມັດ ຈາກລັດຖະບານ;
  7. ສະຫຼຸບ ແລະ ລາຍງານ ການເກັບລາຍຮັບ ແລະ ການເຄື່ອນໄຫວຮອບດ້ານ ພາຍໃນດ່ານຊາຍແດນ ໃຫ້ອົງການປົກຄອງທ້ອງຖິ່ນ ແລະ ສູນກາງ ຢ່າງເປັນປົກກະຕິ;
  8. ຄຸ້ມຄອງ, ນຳໃຊ້, ປົກປັກຮັກສາ, ສ້ອມແປງ ແລະ ອະນາໄມ ອາຄານ, ສາງ, ຫ້ອງການ, ເດີ່ນຈອດລົດ, ເສັ້ນທາງ, ລະບົບໄອທີ, ໂທລະຄົມມະນາຄົມ ແລະ ການສື່ສານ, ໄຟຟ້າແສງສະຫວ່າງ, ໄຟຟ້າສຳຮອງ, ນ້ຳປະປາ, ລະບົບລະບາຍນ້ຳ, ການມອດໄຟ, ກ້ອງວົງຈອນປິດ, ປະຕູເຂົ້າ-ອອກ, ປ້ອມຍາມ, ຮົ້ວ, ກຳແພງ, ເຂດຂຽວ, ສວນດອກໄມ້, ວັດຖຸອຸປະກອນ, ສິ່ງກໍ່ສ້າງ ແລະ ອື່ນໆ ຢູ່ໃນເຂດດ່ານຊາຍແດນ ໃຫ້ມີຄວາມສະອາດ, ສວຍງາມ ແລະ ໃຊ້ງານໄດ້ ເປັນປົກກະຕິ;
  9. ສ້າງແຜນປ້ອງກັນ ແລະ ແກ້ໄຂໃນກໍລະນີ ທີ່ເກີດໄພພິບັດທາງທຳມະຊາດ ແລະ ເຫດການສຸກເສີນ;
  10. ຄົ້ນຄວ້າ ສະເໜີຂັ້ນເທິງປັບປຸງກ່ຽວກັບຄ່າທຳນຽມ ແລະ ຄ່າບໍລິການຕ່າງໆ ທີ່ເຫັນວ່າບໍ່ສອດຄ່ອງກັບສະພາບຄວາມເປັນຈິງ ໃນການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ;
  11. ພົວພັນ ຮ່ວມມື ກັບບັນດາຂະແໜງການພາຍໃນ, ຕ່າງປະເທດ ແລະ ຄູ່ດ່ານ ໃນການຈັດຕັ້ງປະຕິບັດ ຂໍ້ຕົກລົງ, ບົດບັນທຶກຄວາມເຂົ້າໃຈ, ສັນຍາ, ອະນຸສັນຍາສອງຝ່າຍ ແລະ ຫຼາຍຝ່າຍ ທີ່ເປັນພາຄີ; ຍາດແຍ່ງ ແລະ ຖອດຖອນບົດຮຽນກັບຕ່າງປະເທດ ກ່ຽວກັບວຽກງານຄຸ້ມຄອງດ່ານ;
  12. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ.

ໝວດທີ 2

ໂຄງປະກອບການຈັດຕັ້ງ ຂອງດ່ານຊາຍແດນ ທາງບົກ ແລະ ທາງນ້ຳ

ມາດຕາ 41 ໂຄງປະກອບກົງຈັກການຈັດຕັ້ງ ຂອງດ່ານຊາຍແດນສາກົນ

ໂຄງປະກອບກົງຈັກການຈັດຕັ້ງ ຂອງດ່ານຊາຍແດນສາກົນ ປະກອບມີ ດັ່ງນີ້:

  1. ກວດຄົນເຂົ້າ-ອອກ ເມືອງ;
  2. ພາສີ;
  3. ກັກກັນພືດ-ສັດ, ອາຫານ, ຢາ ແລະ ຄວບຄຸມພະຍາດຕິດຕໍ່;
  4. ຫ້ອງການບໍລິຫານ;
  5. ພົວພັນຊາຍແດນ ແລະ ກົງສູນ;
  6. ຄຸ້ມຄອງພື້ນຖານໂຄງລ່າງ ສຳລັບດ່ານຊາຍແດນສາກົນ ທາງນ້ຳ ແລະ ທາງລົດໄຟ.

ມາດຕາ 42 ໂຄງປະກອບກົງຈັກການຈັດຕັ້ງ ຂອງດ່ານຊາຍແດນທ້ອງຖິ່ນ

ໂຄງປະກອບກົງຈັກການຈັດຕັ້ງ ຂອງດ່ານຊາຍແດນທ້ອງຖິ່ນ ປະກອບມີ ດັ່ງນີ້:

  1. ກວດຄົນເຂົ້າ-ອອກ ເມືອງ;
  2. ພາສີ;
  3. ກັກກັນພືດ-ສັດ, ອາຫານ, ຢາ ແລະ ຄວບຄຸມພະຍາດຕິດຕໍ່;
  4. ຫ້ອງການບໍລິຫານ;

ມາດຕາ 43 ໂຄງປະກອບກົງຈັກການຈັດຕັ້ງ ຂອງດ່ານຊາຍແດນປະເພນີ

ໂຄງປະກອບກົງຈັກການຈັດຕັ້ງ ຂອງດ່ານຊາຍແດນປະເພນີ ປະກອບມີ ດັ່ງນີ້:

  1. ກວດຄົນເຂົ້າ-ອອກ ເມືອງ;
  2. ພາສີ (ສຳລັບດ່ານຊາຍແດນປະເພນີ ທີ່ມີການຈັດຕັ້ງງານຕະຫຼາດນັດ ແລະ ມີການແລກປ່ຽນສິນຄ້າ ລະຫວ່າງ ສອງປະເທດ);
  3. ກັກກັນພືດ-ສັດ, ອາຫານ, ຢາ ແລະ ຄວບຄຸມພະຍາດຕິດຕໍ່ (ຕາມການຕົກລົງ ຂອງຂະແໜງກະສິກຳ ແລະ ປ່າໄມ້ ແລະ ຂະແໜງສາທາລະນະສຸກ).

ມາດຕາ 44 ສິດ ແລະ ໜ້າທີ່ ຂອງວຽກງານກວດຄົນເຂົ້າ-ອອກເມືອງ

ວຽກງານກວດຄົນເຂົ້າ-ອອກເມືອງ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ຮັບຜິດຊອບຄວາມສະຫງົບ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ຢູ່ຂອບເຂດດ່ານຊາຍແດນ ແລະ ໃນລັດສະໝີ 500 ແມັດ ຈາກດ່ານຊາຍແດນ;
  2. ກວດກາເອກະສານເດີນທາງທຸກປະເພດຂອງຜູ້ໂດຍສານ ແລະ ຍານພາຫະນະ ລວມທັງວັດຖຸສິ່ງຂອງ ທີ່ບໍ່ນອນໃນລາຍການຂອງສິນຄ້າ;
  3. ຢຸດ ຫຼື ໂຈະການເດີນທາງເຂົ້າ-ອອກ ສປປ ລາວ ຂອງ ທີ່ບໍ່ມີເງື່ອນໄຂຄົບຖ້ວນ ຕາມທີ່ກຳນົດໄວ້ໃນມາດຕາ 9, 12 ແລະ 13 ຂອງກົດໝາຍວ່າດ້ວຍການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ;
  4. ສຶກສາອົບຮົມ, ກ່າວເຕືອນ, ປັບໃໝ ແລະ ດຳເນີນການສືບສວນ-ສອບສວນຕາມຂັ້ນຕອນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ໃນຂອບເຂດດ່ານຊາຍແດນ;
  5. ເຂົ້າຮ່ວມການກວດກາດ້ວຍເຄື່ອງກວດສ່ອງລັງສີ (X-Ray) ແລະ ຍານພາຫະນະ ຮ່ວມກັບເຈົ້າໜ້າທີ່ກ່ຽວຂ້ອງ ທີ່ປະຈຳຢູ່ດ່ານຊາຍແດນ;
  6. ພົວພັນ ແລະ ຮ່ວມມືກັບ ດ່ານຊາຍແດນເຊິ່ງໜ້າ ກ່ຽວກັບວຽກງານເຂົ້າ-ອອກ ສປປ ລາວ ຕາມພາລະບົດບາດ;
  7. ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານເຂົ້າ-ອອກ ສປປ ລາວ ຕໍ່ຂະແໜງການຕົນ ແລະ ອົງການປົກຄອງທ້ອງຖິ່ນ ທີ່ດ່ານຊາຍແດນຕັ້ງຢູ່ ຢ່າງເປັນປົກກະຕິ;
  8. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 45 ສິດ ແລະ ໜ້າທີ່ ຂອງວຽກງານພາສີ

ວຽກງານພາສີ ປະຈຳຢູ່ດ່ານຊາຍແດນ ມີດັ່ງນີ້:

  1. ໂຄສະນາ ເຜີຍແຜ່ ແລະ ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ, ກົດໝາຍອື່ນ, ນິຕິກຳທີ່ກ່ຽວກັບວຽກງານພາສີ;
  2. ຄຸ້ມຄອງ, ຕິດຕາມ, ກວດກາ ການສົ່ງອອກ, ນຳເຂົ້າ, ສົ່ງອອກຕໍ່ ແລະ ຜ່ານແດນ ສິນຄ້າ-ເຄື່ອງຂອງ ບໍລິການ ບົນພື້ນຖານຄວາມຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການ ຢ່າງວ່ອງໄວ ແລະ ຮັບປະກັນ;
  3. ເກັບພາສີ ແລະ ລາຍຮັບທຸກປະເພດ ທີ່ເກີດຂຶ້ນຢູ່ພາຍໃນດ່ານຊາຍແດນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການກ່ຽວຂ້ອງ ໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ;
  4. ກວດກາ ແລະ ສະກັດກັ້ນທຸກການລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບພາສີ ແລະ ລະບຽບການອື່ນ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
  5. ສະຫຼຸບ ແລະ ລາຍງານຜົນການເຄື່ອນໄຫວວຽກງານພາສີ ໃຫ້ອົງການປົກຄອງທ້ອງຖິ່ນ ແລະ ກົມພາສີ ກະຊວງການເງິນ ຢ່າງເປັນປົກກະຕິ;
  6. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 46 ສິດ ແລະ ໜ້າທີ່ ຂອງວຽກງານກັກກັນພືດ, ສັດ, ອາຫານ, ຢາ ແລະ ຄວບຄຸມພະຍາດຕິດຕໍ່

  1. ວຽກງານກັກກັນພືດ ມີດັ່ງນີ້:
    1. ຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານປ້ອງກັນ ແລະ ກັກກັນພືດ ໃນຂອບເຂດດ່ານຊາຍແດນ ຂອງຕົນ;
    2. ປະຕິບັດໜ້າທີ່ວຽກງານ ຕາມພາລະບົດບາດ ແລະ ຫຼັກວິຊາການ ຢ່າງຖືກຕ້ອງ, ຄົບຖ້ວນ ແລະ ທັນຕາມກຳນົດເວລາ;
    3. ສະກັດກັ້ນ ການລະເມີດລະບຽບກົດໝາຍ ແລະ ລະບຽບການ ກ່ຽວກັບການປ້ອງກັນ ແລະ ກັກກັນພືດ ເກັບກຳຂໍ້ມູນເບື້ອງຕົ້ນ ກ່ຽວກັບການກະທຳຜິດ ຢູ່ຂອບເຂດດ່ານຊາຍແດນ ແລະ ແຈ້ງໃຫ້ຂະແໜງການທີ່ກ່ຽວຂ້ອງ ເພື່ອແກ້ໄຂຕາມກົດໝາຍ ແລະ ລະບຽບການ;
    4. ອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ, ສົ່ງອອກ, ນຳເຂົ້າເພື່ອສົ່ງອອກຕໍ່ ແລະ ສົ່ງຜ່ານ ພືດ ແລະ ຜະລິດຕະພັນພືດ ຢ່າງວ່ອງໄວ, ໂປ່ງໃສ ແລະ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;
    5. ກວດກາ, ທົດສອບ ແລະ ວິໄຈ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ເຊັ່ນ: ຝຸ່ນ, ຢາປາບສັດຕູພືດ ແລະ ສານເຄມີຕົກຄ້າງ ໃນຜະລິດຕະພັນພືດ ຕາມເງື່ອນໄຂ ຂອງການນຳເຂົ້າ;
    6. ກັກ, ແຍກປ່ຽວ, ເກັບຮັກສາຕົວຢ່າງ, ສົ່ງຕົວຢ່າງໄປວິໄຈ, ບຳບັດ, ປະຕິເສດການນຳເຂົ້າ, ສົ່ງກັບຄືນ, ທຳລາຍ ຫຼື ນຳໃຊ້ມາດຕະການອື່ນ ຕໍ່ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມທີ່ມີສັດຕູພືດ ລວມທັງ ຝຸ່ນ, ຢາປາບສັດຕູພືດ ແລະ ສານເຄມີຕົກຄ້າງ ໃນຜະລິດຕະພັນພືດ;
    7. ແຈ້ງໃຫ້ຜູ້ປະກອບການ ເຮັດສຸຂາອານະໄມ, ສົ່ງກັບຄືນ ຫຼື ທຳລາຍ ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ທີ່ມີສັດຕູພືດ;
    8. ພິຈາລະນາອອກໃບຢັ້ງຢືນສຸຂານາໄມພືດ ສຳຫຼັບການສົ່ງອອກ, ສົ່ງອອກຕໍ່ ແລະ ເອກະສານອື່ນຕາມການມອບໝາຍ ຂອງກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ຕາມການສະເໜີ ຂອງເຈົ້າຂອງສິນຄ້າ ເຄື່ອງຂອງ;
    9. ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດ ວຽກງານການກັກກັນພືດ ແລະ ສຸຂານາໄມພືດ ລວມທັງປັດໃຈການຜະລິດ ໃຫ້ຂະແໜງກະສິກຳ ແລະ ປ່າໄມ້ ຢ່າງເປັນປົກກະຕິ;
    10. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.
  2. ວຽກງານກັກກັນສັດ ມີດັ່ງນີ້:
    1. ຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານກວດກາ ແລະ ກັກກັນສັດ ໃນຂອບເຂດດ່ານຊາຍແດນ ຂອງຕົນ;
    2. ປະຕິບັດໜ້າທີ່ວຽກງານ ຕາມພາລະບົດບາດ ແລະ ຫຼັກວິຊາການ ຢ່າງຖືກຕ້ອງ, ຄົບຖ້ວນ ແລະ ທັນຕາມກຳນົດເວລາ;
    3. ກວດກາເອກະສານ, ວັດຖຸ, ຍານພາຫະນະ, ສິ່ງຫຸ້ມຫໍ່ ແລະ ບັນຈຸ, ສະຖານທີ່ ແລະ ຫຼັກຖານທີ່ກ່ຽວຂ້ອງກັບການເຄື່ອນຍ້າຍສັດ, ສັດນ້ຳ, ຜະລິດຕະພັນສິນຄ້າ ກ່ຽວກັບສັດ ແລະ ຜະລິດຕະພັນສິນຄ້າການປະມົງເຂົ້າ-ອອກດ່ານຊາຍແດນ ພ້ອມທັງ ໃຫ້ຄຳເຫັນຢັ້ງຢືນຜົນການກວດກາດ້ານສັດຕະວະແພດ ຢູ່ດ່ານຊາຍແດນ;
    4. ກວດກາດ້ານສັດຕະວະແພດ ແລະ ພິຈາລະນາອະນຸຍາດ ຫຼື ບໍ່ອະນຸຍາດໃຫ້ເຄື່ອນຍ້າຍສັດ, ສັດນ້ຳ ຫຼື ຜະລິດຕະພັນສິນຄ້າ ກ່ຽວກັບສັດ ແລະ ການປະມົງ ເຂົ້າ-ອອກດ່ານຊາຍແດນ;
    5. ກັກ, ແຍກປ່ຽວ, ປິ່ນປົວ, ບຳບັດ, ເກັບຕົວຢ່າງ, ປະຕິເສດການນຳເຂົ້າ, ສົ່ງກັບຄືນ, ທຳລາຍ, ຂ້າເຊື້ອ ຫຼື ນຳໃຊ້ມາດຕະການອື່ນ ຕໍ່ສັດ, ສັດນ້ຳ ຫຼື ຜະລິດຕະພັນສັດ, ຍານພາຫະນະ ຫຼື ວັດຖຸທີ່ປົນເປື້ອນດ້ວຍເຊື້ອພະຍາດສັດ ທີ່ຈຳເປັນຕ້ອງແຈ້ງ ຫຼື ໃນກໍລະນີພົບການປົນເປື້ອນ ຂອງສິ່ງທີ່ເປັນອັນຕະລາຍ;
    6. ເກັບກຳຂໍ້ມູນຂ່າວສານປະເມີນຄວາມສ່ຽງກ່ຽວກັບການເຄື່ອນຍ້າຍ, ຂໍ້ມູນສະພາບຂອງພະຍາດສັດຢູ່ຕ່າງປະເທດ ແລະ ປະເທດໃກ້ຄຽງ ຢ່າງເປັນປົກກະຕິ;
    7. ສະກັດກັ້ນ ການລະເມີດລະບຽບກົດໝາຍ ແລະ ລະບຽບການ ກ່ຽວກັບການກວດກາ ແລະ ກັກກັນສັດ, ເກັບກຳຂໍ້ມູນເບື້ອງຕົ້ນ ກ່ຽວກັບການກະທຳຜິດ ຢູ່ຂອບເຂດດ່ານຊາຍແດນ ແລະ ແຈ້ງໃຫ້ຂະແໜງການທີ່ກ່ຽວຂ້ອງ ເພື່ອແກ້ໄຂຕາມກົດໝາຍ ແລະ ລະບຽບການ;
    8. ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດ ວຽກງານການກວດກາ ແລະ ກັກກັນສັດ ໃຫ້ຂະແໜງກະສິກຳ ແລະ ປ່າໄມ້ ຢ່າງເປັນປົກກະຕິ;
    9. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.
  3. ວຽກງານກວດກາອາຫານ, ຢາ ແລະ ຄວບຄຸມພະຍາດຕິດຕໍ່ ມີດັ່ງນີ້:
    1. ຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານກວດກາອາຫານ, ຢາ ແລະ ຜະລິດຕະພັນການແພດ, ກັນ ແລະ ຄວບຄຸມພະຍາດຕິດຕໍ່ ຢູ່ຂອບເຂດດ່ານຊາຍແດນ;
    2. ກວດກາອາຫານ, ຢາ ແລະ ຜະລິດຕະພັນການແພດ ທີ່ສົ່ງອອກ-ນຳເຂົ້າ ແລະ ສົ່ງຜ່ານ ຢູ່ດ່ານຊາຍແດນ ຕາມກົດໝາຍ ແລະ ລະບຽບການ;
    3. ນຳໃຊ້ຫຼັກການກັນ ແລະ ຄວບຄຸມພະຍາດຕິດຕໍ່ ເປັນຕົ້ນ ກັກກັນ, ແຍກປ່ຽວ, ສົ່ງຕົວຢ່າງໄປວິໄຈ, ປິ່ນປົວຂັ້ນຕົ້ນຜູ້ຕິດເຊື້ອພະຍາດຕິດຕໍ່;
    4. ເກັບກຳຂໍ້ມູນເບື້ງຕົ້ນ ກ່ຽວກັບການກວດກາອາຫານ, ຢາ ແລະ ຜະລິດຕະພັນການແພດ, ການກັນ ແລະ ຄວບຄຸມພະຍາດຕິດຕໍ່ ແລ້ວລາຍງານໃຫ້ຂັ້ນເທິງຂອງຕົນ;
    5. ໃນກໍລະນີ ມີການສົງໃສວ່າຜູ້ໂດຍສານ ອາດມີພະຍາດຕິດຕໍ່ ຫຼື ໃນສະພາບມີໂລກລະບາດຕິດຕໍ່ເກີດຂຶ້ນຢູ່ປະເທດທີ່ມີຊາຍແດນຕິດກັບ ສປປ ລາວ ຫຼື ປະເທດອື່ນ ສາມາດເນີນການກວດກາ ແລະ ອອກໃບຢັ້ງຢືນສຸຂະພາບໃຫ້ຜູ້ໂດຍສານ;
    6. ສະຫຼຸບ ແລະ ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຕົນ ໃຫ້ອົງການຄຸ້ມຄອງວຽກງານກວດກາອາຫານ, ຢາ ແລະ ຜະລິດຕະພັນການແພດ, ກັນ ແລະ ຄວບຄຸມພະຍາດຕິດຕໍ່ ຢ່າງເປັນປົກກະຕິ;
    7. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 47 ສິດ ແລະ ໜ້າທີ່ ຂອງຫ້ອງການບໍລິຫານ

ຫ້ອງການບໍລິຫານ ດ່ານຊາຍແດນ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ຮັບຜິດຊອບ ການເຄື່ອນໄຫວວຽກງານ ຂອງຄະນະພັກຮາກຖານດ່ານຊາຍແດນ;
  2. ຮັບຜິດຊອບວຽກງານຈັດຕັ້ງພະນັກງານ ທີ່ປະຕິບັດໜ້າທີ່ ຢູ່ດ່ານຊາຍແດນ;
  3. ເປັນໃຈກາງໃນການພົວພັນ, ປະສານສົມທົບກັບ ພາກສ່ວນຄຸ້ມຄອງລັດ ຕາມສາຍວິຊາການພາຍໃນດ່ານຊາຍແດນ;
  4. ຄຸ້ມຄອງ, ປົກປັກ ແລະ ບູລະນະຮັກສາ ພື້ນຖານໂຄງລ່າງ, ສິ່ງອຳນວຍຄວາມສະດວກ, ຍານພາຫະນະ, ເຄື່ອງມື, ວັດຖຸອຸປະກອນ, ທີ່ດິນ ແລະ ຊັບສິນອື່ນ ຂອງດ່ານຊາຍແດນ;
  5. ຈັດສັນ, ຄຸ້ມຄອງ ລະບົບບໍລິການຢູ່ດ່ານຊາຍແດນ ດ້ວຍການນຳໃຊ້ວັດຖຸອຸປະກອນ ແລະ ເຕັກໂນໂລຊີ ທີ່ທັນສະໄໝ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຄຸ້ມຄອງລວມສູນເອກະພາບ ແລະ ເຊື່ອມໂຍງ ພາຍໃນ ແລະ ສາກົນ;
  6. ຄຸ້ມຄອງ, ຈັດສັນ ແລະ ສ້າງສິ່ງອຳນວຍຄວາມສະດວກ ໃຫ້ແກ່ບັນດາຂະແໜງການປະຈຳດ່ານຊາຍແດນ, ໃນການເຄື່ອນໄຫວວຽກງານຂອງຕົນ ດ້ວຍການສະໜອງສະຖານທີ່ເຮັດວຽກ, ຫ້ອງການ, ເຄື່ອງມື, ວັດຖຸອຸປະກອນ ແລະ ອື່ນໆ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ;
  7. ຂຶ້ນແຜນ, ຄຸ້ມຄອງລາຍຮັບ-ລາຍຈ່າຍ ໃນການຄຸ້ມຄອງບໍລິຫານຂອງດ່ານຊາຍແດນ ຕາມແຜນງົບປະມານ;
  8. ຈັດສັນ ແລະ ຄຸ້ມຄອງ ສິ່ງອຳນວຍຄວາມສະດວກ ໃຫ້ແກ່ຫົວໜ່ວຍທຸລະກິດບໍລິການ ຢູ່ໃນຂອບເຂດດ່ານຊາຍແດນ;
  9. ເກັບກຳສະຖິຕິຄົນ, ຍານພາຫະນະ ແລະ ສິນຄ້າ ຜ່ານເຂົ້າ-ອອກ ດ່ານຊາຍແດນ ປະຈຳເດືອນ, ງວດ ແລະ ປີ;
  10. ສະຫຼຸບ ແລະ ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຕົນ ໃຫ້ອົງການປົກຄອງທ້ອງຖິ່ນ ຢ່າງເປັນປົກກະຕິ;
  11. ປະຊາສຳພັນ, ເຜີຍແຜ່ ແລະ ຕິດປະກາດ ອັດຕາຄ່າທຳນຽມ ແລະ ຄ່າບໍລິການ;
  12. ຄຸ້ມຄອງຫົວໜ່ວຍທຸລະກິດບໍລິການຢູ່ໃນຂອບເຂດດ່ານຊາຍແດນ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;
  13. ອຳນວຍຄວາມສະດວກ ໃຫ້ແກ່ພາກສ່ວນຮັບຜິດຊອບວຽກງານພົວພັນຊາຍແດນ ແລະ ກົງສູນ ຢູ່ໃນບັນດາດ່ານຊາຍແດນ ທີ່ມີເງື່ອນໄຂຄົບຖ້ວນ ຕາມລະບຽບການຂອງກະຊວງການຕ່າງປະເທດ;
  14. ອຳນວຍຄວາມສະດວກ ໃຫ້ແກ່ໜ່ວຍງານໂຍທາທິການ ແລະ ຂົນສົ່ງ ໃນການບູລະນະຮັກສາ ສ້ອມແປງລະບົບເສັ້ນທາງ, ຂົວ, ຕຶກອາຄານ ຊຶ່ງເປັນໂຄງລ່າງພື້ນຖານລວມ ຂອງດ່ານຊາຍແດນ;
  15. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງຫົວໜ້າດ່ານ.

ມາດຕາ 48 ສິດ ແລະ ໜ້າທີ່ຂອງວຽກງານພົວພັນຊາຍແດນ ແລະ ກົງສູນ

ໃນການຄຸ້ມຄອງດ່ານຊາຍແດນສາກົນ, ພາກສ່ວນຮັບຜິດຊອບວຽກງານພົວພັນຊາຍແດນ ແລະ ກົງສູນ ມີສິດ ແລະ ໜ້າທີ່ ຮັບຜິດຊອບວຽງການການພົວພັນຊາຍແດນ ໃຫ້ສອດຄ່ອງກັບສົນທິສັນຍາສອງຝ່າຍກ່ຽວກັບຊາຍແດນ ທີ່ ສປປ ລາວ ແລະ ປະເທດໃກ້ຄຽງເປັນພາຄີ; ວຽກງານອອກວີຊາກັບດ່ານແລະ ວຽກງານພົວພັນສາກົນຂອງດ່ານ.

ມາດຕາ 49 ສິດ ແລະ ໜ້າທີ່ ຂອງວຽກງານຄຸ້ມຄອງພື້ນຖານໂຄງລ່າງ ສຳລັບດ່ານຊາຍແດນສາກົນ ທາງນ້ຳ ແລະ ທາງລົດໄຟ

ໃນການດ່ານຊາຍແດນສາກົນ ທາງນ້ຳ ແລະ ທາງລົດໄຟ, ພາສ່ວນຮັບຜິດຊອບວຽກງານພື້ນຖານໂຄງລ່າງ ທີ່ມາຈາກຂະແໜງໂຍທາທິການ ແລະ ຂົນສົ່ງ ມີສິດ ແລະ ໜ້າທີ່ ຕາມທີ່ກຳນົດໄວ້ ໃນດຳລັດ ສະບັບເລກທີ 259/ນຍ, ລົງວັນທີ 04 ກັນຍາ 2017 ວ່າດ້ວຍທາງລົດໄຟ ສະບັບຮັບຮອງ ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ປີ 2018 ແລະ ລະບຽບການ ທີ່ກ່ຽວຂ້ອງ.

ມາດຕາ 50 ສິດ ແລະ ໜ້າທີ່ ຂອງບັນດາພາກສ່ວນທີ່ປະຕິບັດໜ້າທີ່ຢູ່ດ່ານຊາຍແດນ ທ້ອງຖິ່ນ ແລະ ປະເພນີ

ສິດ ແລະ ໜ້າທີ່ ຂອງບັນດາພາກສ່ວນທີ່ປະຕິບັດໜ້າທີ່ຢູ່ດ່ານຊາຍແດນ ທ້ອງຖິ່ນ ແລະ ປະເພນີ ໃຫ້ຜະຕິບັດຕາມ ບັນດາມາດຕາ 44, 45, 46, 47 ຂອງດຳລັດສະບັບນີ້ ຕາມຂອບເຂດສິດ, ໜ້າທີ່ ແລິ ຄວາມຮັບຜິດຊອບ ທີ່ຖືກມອບໝາຍ ຂອງແຕ່ລະປະເພດດ່ານຊາຍແດນ.

ໝວດທີ 3

ໂຄງປະກອບບຸກຄະລາກອນ ຂອງຄະນະຄຸ້ມຄອງດ່ານຊາຍແດນ

ມາດຕາ 51 ໂຄງປະກອບບຸກຄະລາກອນ ຂອງຄະນະຄຸ້ມຄອງດ່ານຊາຍແດນສາກົນ

ໂຄງປະກອບບຸກຄະລາກອນ ຂອງຄະນະຄຸ້ມຄອງດ່ານຊາຍແດນສາກົນ ປະກອບດ້ວຍ: ຫົວໜ້າໜຶ່ງທ່ານ ຮອງຫົວໜ້າ ແລະ ຄະນະຈຳນວນໜຶ່ງ.

  1. ຫົວໜ້າຄະນະຄຸ້ມຄອງດ່ານຊາຍແດນສາກົນ ມີຕຳແໜ່ງບໍລິຫານ ປະເພດ ສີ່ ຫຼື ຫ້າ, ຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງໂດຍ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ບົນພື້ນຖານການປະສານສົມທົບ ແລະ ຄວາມເປັນເອກະພາບກັບເຈົ້າແຂວງ ຫຼື ເຈົ້າຄອງນະຄອນຫຼວງ ບ່ອນທີ່ດ່ານຊາຍແດນຕັ້ງຢູ່;
  2. ຮອງຫົວໜ້າຄະນະຄຸ້ມຄອງດ່ານຊາຍແດນສາກົນ ມີຕຳແໜ່ງບໍລິຫານປະເພດ ຫ້າ ຫຼື ຫົກ ປະກອບດ້ວຍ:
    1. ຫົວໜ້າຫ້ອງການ ບໍລິຫານຂອງດ່ານຊາຍແດນສາກົນ ຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ໂດຍເຈົ້າແຂວງ ຫຼື ເຈົ້າຄອງນະຄອນຫຼວງ ບ່ອນທີ່ດ່ານຊາຍແດນຕັ້ງຢູ່.
    2. ຫົວໜ້າວຽກງານກວດຄົນເຂົ້າ-ອອກເມືອງປະຈຳດ່ານຊາຍແດນ ຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ໂດຍລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ;
    3. ຫົວໜ້າວຽກງານພາສີປະຈຳດ່ານຊາຍແດນ ຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ໂດຍລັດຖະມົນຕີ ກະຊວງການເງິນ;
  3. ຄະນະກຳມະການ ໃນຄະນະຄຸ້ມຄອງດ່ານຊາຍແດນສາກົນ ມີຕຳແໜ່ງບໍລິຫານ ປະເພດ ຫົກ ຫຼື ເຈັດ ປະກອບດ້ວຍ
    1. ຜູ້ຕາງໜ້າຮັບຜິດຊອບວຽກງານກັກກັນພືດ ແລະ ສັດ; ອາຫານ ແລະ ຢາ ແລະ ຄວບຄຸມພະຍາດຕິດຕໍ່ ໂດຍການຄັດເລືອກຈາກ ສີ່ ພາກສ່ວນດັ່ງກ່າວ.
      • ຫົວໜ້າຮັບຜິດຊອບວຽກງານກັກກັນພືດ ແລະ ສັດ, ຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ໂດຍ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້;
      • ຫົວໜ້າຮັບຜິດຊອບວຽກງານອາຫານ ແລະ ຢາ ແລະ ຄວບຄຸມພະຍາດຕິດຕໍ່, ຖທກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ໂດຍ ລັດຖະມົນຕີ ກະຊວງສາທາລະນະສຸກ;
    2. ຜູ້ຮັບຜິດຊອບວຽກງານພົວພັນຊາຍແດນ ແລະ ກົງສູນ ຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ໂດຍ ລັດຖະມົນຕີ ກະຊວງການຕ່າງປະເທດ.
    3. ຜູ້ຮັບຜິດຊອບວຽກງານຄຸ້ມຄອງພື້ນຖານໂຄງລ່າງ ປະກອບຢູ່ໃນຄະນະຄຸ້ມຄອງດ່ານຊາຍແດນ ທາງນ້ຳ ແລະ ທາງລົດໄຟ ຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ໂດຍລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.

ການແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າ ແລະ ຄະນະຄຸ້ມຄອງດ່ານຊາຍແດນສາກົນ ຕ້ອງບົນພື້ນຖານການປະສານສົມທົບ ປຶກສາຫາລື ແລະ ເປັນເອກະພາບ ລະຫວ່າງ ບັນດາຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນຂັ້ນແຂວງ ບ່ອນດ່ານຊາຍແດນຕັ້ງຢູ່.

ມາດຕາ 52 ໂຄງປະກອບບຸກຄະລາກອນຂອງຄະນະຄຸ້ມຄອງດ່ານຊາຍແດນທ້ອງຖິ່ນ

ຄະນະຄຸ້ມຄອງດ່ານຊາຍແດນທ້ອງຖິ່ນ ປະກອບມີ: ຫົວໜ້າ ແລະ ຮອງຫົວໜ້າຄະຮະຈຳນວນໜຶ່ງ.

ຫົວໜ້າຄະນະ ມີຕຳແໜ່ງບໍລິຫານ ປະເພດ ຫ້າ ຫຼື ຫົກ, ຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ໂດຍເຈົ້າແຂວງ ຫຼື ເຈົ້າຄອງນະຄອນຫຼວງ ບ່ອນດ່ານຊາຍແດນຕັ້ງຢູ່ ຕາມການສະເໜີ ຂອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ຂັ້ນແຂວງ ໂດຍການປະສານສົມທົບກັບບັນດາພະແນກການຂັ້ນແຂວງ ແລະ ອົງການປົກຄອງຂັ້ນເມືອງ ບ່ອນທີ່ດ່ານຕັ້ງຢູ່.

ຮອງຫົວໜ້າຄະນະ ປະກອບດ້ວຍ:

  1. ຫົວໜ້າຮັບຜິດຊອບວຽກງານກວດຄົນເຂົ້າ-ອອກເມືອງ ຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ໂດຍຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບຂັ້ນແຂວງ.
  2. ຫົວໜ້າຮັບຜິດຊອບວຽກງານພາສີ ຖືກແຕ່ງຕັ້ງ, ປົດຕຳແໜ່ງ, ຍົກຍ້າຍ ຫຼື ສັບຊ້ອນໝູນວຽນ ຈາກລັດຖະມົນຕີ ກະຊວງການເງິນ ໂດຍການປະສານສົມທົບກັບ ອົງການປົກຄອງທ້ອງຖິ່ນ ບ່ອນທີ່ດ່ານຊາຍແດນຕັ້ງຢູ່.
  3. ຜູ້ຕາງໜ້າຮັບຜິດຊອບວຽກງານກັກກັນພືດ, ສັດ, ຢາ ແລະ ຄວບຄຸມພະຍາດຕິດຕໍ່ ຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ໂດຍລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ແລະ ລັດຖະມົນຕີ ກະຊວງສາທາລະນະສຸກ ຕາມການສະເໜີຂອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແລະ ພະແນກສາທາລະນະສຸກ ຂັ້ນແຂວງ.

ການຄົ້ນຄວ້າ ປະກອບບຸກຄະລາກອນ ແລະ ດຳນົດຕຳແໜ່ງງານ ເຂົ້າໃນຄະນະຄຸ້ມຄອງ ແມ່ນເຈົ້າແຂວງ ເປັນຜູ້ຕົກລົງ ໂດຍອີງໃສ່ ທີ່ຕັ້ງ, ຄວາມສຳຄັນ, ຈຳນວນຄົນເຂົ້າ-ອອກ ແລະ ບໍລິມາດ ແລກປ່ຽນສິນຄ້າ ເຄື່ອງຂອງ ຢູ່ໃນແຕ່ລະດ່ານຊາຍແດນທ້ອງຖິ່ນ.

ມາດຕາ 53 ໂຄງປະກອບບຸກຄະລາກອນຂອງດ່ານຊາຍແດນປະເພນີ

ຄະນະຄຸ້ມຄອງດ່ານຊາຍແດນປະເພນີ ປະກອບມີ: ຫົວໜ້າ ແລະ ພະນັກງານ ຈຳນວນໜຶ່ງ.

ຫົວໜ້າຄະນະຄຸ້ມຄອງດ່ານຊາຍແດນປະເພນີ ແມ່ນຜູ້ຮັບຜິດຊອບວຽກງານກວດຄົນເຂົ້າ-ອອກເມືອງ ຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ໂດຍເຈົ້າເມືອງ ບ່ອນທີ່ດ່ານຊາຍແດນຕັ້ງຢູ່ ຕາມການສະເໜີ ຂອງກອງບັນຊາການປ້ອງກັນຄວາມສະຫງົບຂັ້ນເມືອງ.

ເຈົ້າໜ້າທີ່ຮັບຜິດຊອບວຽກງານພາສີ ຢູ່ດ່ານຊາຍແດນປະເພນີ ຖືກແຕ່ງຕັ້ງ ແລະ ມອບໝາຍ ໃຫ້ໄປປະຕິບັດໜ້າທີ່ ໂດຍພະແນກການເງິນຂັ້ນແຂວງ (ໜ່ວຍງານຄຸ້ມຄອງວຽກງານພາສີ) ຕາມສະພາບຈຸດພິເສດຕົວຈິງ ຂອງແຕ່ລະດ່ານຊາຍແດນປະເພນີ ແລະ ລະບຽບການກ່ຽວຂ້ອງ.

ເຈົ້າໜ້າທີ່ຮັບຜິດຊອບວຽກງານກັກກັນພືດ, ສັດ, ອາຫານ, ຢາ ແລະ ຄວບຄຸມພະຍາດຕິດຕໍ່ ຢູ່ດ່ານຊາຍແດນປະເພນີ ຖືກແຕ່ງຕັ້ງ ແລະ ມອບໝາຍ ໃຫ້ໄປປະຕິບັດໜ້າທີ່ ໂດຍພະແນກກະສິກຳ ແລະ ປ່າໄມ້ (ໜ່ວຍງານຄຸ້ມຄອງວຽກງານກັກກັນພືດ ແລະ ສັດ) ແລະ ພະແນກສາທາລະນະສຸກ (ໜ່ວຍງານຄຸ້ມຄອງວຽກງານອາຫານ, ຢາ ແລະ ຄວບຄຸມພະຍາດຕິດຕໍ່) ຂັ້ນແຂວງ ຕາມສະພາບຈຸດພິເສດຕົວຈິງຂອງແຕ່ລະດ່ານຊາຍແດນປະເພນີ ແລະ ລະບຽບການກ່ຽວຂ້ອງ.

ການຄົ້ນຄວ້າ ປະກອບບຸກຄະລາກອນ ແລະ ກຳນົດຕຳແໜ່ງງານ ແມ່ນເຈົ້າເມືອງ ບ່ອນທີ່ດ່ານຊາຍແດນປະເພນີຕັ້ງຢູ່ ເປັນຜູ້ຕົກລົງ ໂດຍປະສານສົມທົບກັບ ບັນດາຂະແໜງການທີ່ກ່ຽວຂ້ອງ ໂດຍອີງໃສ່ ທີ່ຕັ້ງ, ຄວາມສຳຄັນ, ຈຳນວນຄົນ ເຂົ້າ-ອອກ ແລະ ບໍລິມາດ ແລກປ່ຽນສິນຄ້າ ເຄື່ອງຂອງ ຢູ່ໃນແຕ່ລະດ່ານຊາຍແດນປະເພນີ.

ດ່ານຊາຍແດນປະເພນີ ທີ່ມີການຈັດຕັ້ງງານຕະຫຼາດນັດ ລະຫວ່າງ ສອງ ປະເທດ ແລະ ມີການແລກປ່ຽນສິນຄ້າ ເຄື່ອງຂອງ ໃຫ້ມີເຈົ້າໜ້າທີ່ຮັບຜິດຊອບວຽກງານພາສີ ແລະ ກັກັນພືດ, ສັດ, ອາຫານ, ຢາ ແລະ ຄວບຄຸມພະຍາດຕິດຕໍ່ ປະຈຳດ່ານ. ນອກຈາກນັ້ນ ໃຫ້ມີແຕ່ເຈົ້າໜ້າທີ່ກວດຄົນເຂົ້າ-ອອກ ເມືອງ ປະຈຳຢູ່ດ່ານຊາຍແດນ.

ໝວດທີ 4

ໂຄງປະກອບບຸກກົງຈັກການຈັດຕັ້ງ ແລະ ໂຄງປະກອບບຸກຄະລາກອນ ຂອງສະໜາມບິນສາກົນ

ມາດຕາ 54 ໂຄງປະກອບການຈັດຕັ້ງ ຂອງສະໜາມບິນສາກົນ

ໂຄງປະກອບການຈັດຕັ້ງ ຂອງສະໜາມບິນສາກົນ ມີດັ່ງນີ້:

  1. ກວດຄົນເຂົ້າ-ອອກ ເມືອງ;
  2. ບໍລິຫານ, ຄວາມປອດໄພ ແລະ ປ້ອງກັນຄວາມປອດໄພການບິນຮອບດ້ານ;
  3. ພາສີ;
  4. ກັກກັນພືດ-ສັດ, ອາຫານ, ຢາ ແລະ ຄວບຄຸມພະຍາດຕິດຕໍ່
  5. ກົງສູນ.

ສິດ ແລະ ໜ້າທີ່ ຂອງວຽກງານ ກວດຄົນເຂົ້າ-ອອກ ເມືອງ; ພາສີ; ກັກກັນພືດ, ສັດ, ອາຫານ, ຢາ ແລະ ຄວບຄຸມພະຍາດຕິດຕໍ່ ແລະ ກົງສູນ ໃຫ້ປະຕິບັດ ຕາມມາດຕາ 44, 45, 46, 48 ຂອງດຳລັດສະບັບນີ້.

ມາດຕາ 55 ໂຄງປະກອບບຸກຄະລາກອນ ຂອງສະໜາມບິນສາກົນ

ໂຄງປະກອບບຸກຄະລາກອນ ຂອງສະໜາມບິນສາກົນ ປະກອບມີ:

  1. ຄະນະຄຸ້ມຄອງສະໜາມບິນສາກົນ ຮັບຜິດຊອບວຽກງານ ກວດຄົນເຂົ້າ-ອອກ ເມືອງ; ພາສີ; ກັກກັນພືດ, ສັດ, ອາຫານ, ຢາ ແລະ ຄວບຄຸມພະຍາດຕິດຕໍ່ ແລະ ກົງສູນ.
  2. ຫ້ອງການສະໜາມບິນສາກົນ ຮັບຜິດຊອບວຽກງານ ຄວາມປອດໄພການບິນຮອບດ້ານ; ວຽກງານບໍລິຫານ, ອຳນວຍຄວາມສະດວກ ໃຫ້ບັນດາອົງການຄຸ້ມຄອງລັດຕາມຂະແໜງການ, ຜູ້ໂດຍສານ, ຜູ້ປະກອບການ.

ໃນການຄຸ້ມຄອງສະໜາມບິນສາກົນ ສອງຄະນະຂ້າງເທິງນີ້ ຕ້ອງມີການປະສານງານ ປຶກສາຫາລືກັນ ໃນການວາງແຜນ ແລະ ຈັດຕັ້ງປະຕິບັດວຽກງານຮ່ວມກັນ ເພື່ອຮັບປະກັນການປະຕິບັດຕາມພາລະບົດບາດຂອງຕົນ ຢ່າງມີປະສິດທິຜົນ.

ມາດຕາ 56 ໂຄງປະກອບບຸກຄະລາກອນ ຂອງຄະນະຄຸ້ມຄອງສະໜາມບິນສາກົນ

ໂຄງປະກອບບຸກຄະລາກອນ ຂອງຄະນະຄຸ້ມຄອງສະໜາມບິນສາກົນ ປະກອບດ້ວຍ: ຫົວໜ້າໜຶ່ງທ່ານ, ຮອງຫົວໜ້າ ແລະ ຄະນະຈຳນວນໜຶ່ງ.

  1. ຫົວໜ້າຄະນະຄຸ້ມຄອງສະໜາມບິນສາກົນ ຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງໂດຍ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ບົນພື້ນຖານການປະສານສົມທົບ ແລະ ຄວາມເປັນເອກະພາບກັບ ເຈົ້າແຂວງ ຫຼື ເຈົ້າຄອງນະຄອນຫຼວງ ບ່ອນທີ່ສະໜາມບິນສາກົນ ຕັ້ງຢູ່;
  2. ຮອງຫົວໜ້າຄະນະຄຸ້ມຄອງສະໜາມບິນສາກົນ ປະກອບດ້ວຍ:
    1. ຫົວໜ້າວຽກງານກວດຄົນເຂົ້າ-ອອກເມືອງປະຈຳສະໜາມບິນສາກົນ ຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ໂດຍລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ;
    2. ຫົວໜ້າວຽກງານພາສີປະຈຳສະໜາມບິນສາກົນ ຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ໂດຍລັດຖະມົນຕີ ກະຊວງການເງິນ;
  3. ຄະນະກຳມະການ ໃນຄະນະຄຸ້ມຄອງດ່ານສະໜາມບິນສາກົນ ປະກອບດ້ວຍ:
    1. ຜູ້ຕາງໜ້າຮັບຜິດຊອບວຽກງານກັກກັນພືດ ແລະ ສັດ; ອາຫານ ແລະ ຢາ ແລະ ຄວບຄຸມພະຍາດຕິດຕໍ່ ໂດຍການຄັັດເລືອກຈາກ ສີ່ ພາກສ່ວນດັ່ງກ່າວ.
      • ຫົວໜ້າຮັບຜິດຊອບວຽກງານກັກກັນພືດ ແລະ ສັດ, ຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ໂດຍ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້;
      • ຫົວໜ້າຮັບຜັິດຊອບວຽກງານອາຫານ ແລະ ຢາ ແລະ ຄວບຄຸມພະຍາດຕິດຕໍ່, ຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ໂດຍ ລັດຖະມົນຕີກະຊວງສາທາລະນະສຸກ;
    2. ຜູ້ຮັບຜິດຊອບວຽກງານກົງສູນ ຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ໂດຍ ລັດຖະມົນຕີ ກະຊວງການຕ່າງປະເທດ.

ມາດຕາ 57 ຫ້ອງການສະໜາມບິນສາກົນ

ຫົວໜ້າ ແລະ ຮອງຫົວໜ້າຫ້ອງການສະໜາມບິນສາກົນ ຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ໂດຍ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.

ໂຄງປະກອບບຸກຄະລາກອນ ຂອງຫ້ອງການສະໜາມບິນສາກົນ ໃຫ້ປະຕິບັດຕາມຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະໜາມບິນສາກົນ ຂອງກອງສະໜາມບິນລາວ ສະບັບເລກທີ 6313/ຍທຂ, ລົງວັນທີ 26 ມີນາ 2018.

ພາກທີ VI

ການເງິນຂອງດ່ານຊາຍແດນ ແລະ ສະໜາມບິນສາກົນ

ມາດຕາ 58 ງົບປະມານການເງິນ ຂອງດ່ານຊາຍແດນ ແລະ ສະໜາມບິນສາກົນ

ດ່ານຊາຍແດນ ມີງົບປະມານຮັບໃຊ້ບໍລິຫານ ເປັນຂອງຕົນເອງ, ເປັນຫົວໜ່ວຍງົບປະມານໜຶ່ງ ຂຶ້ນກັບອົງການົກຄອງທ້ອງຖິ່ນ ບ່ອນດ່ານຊາຍແດນຕັ້ງຢູ່.

ດ່ານສະໜາມບິນສາກົນ ມີງົບປະມານຮັບໃຊ້ບໍລິຫານ ເປັນຂອງຕົນເອງ, ເປັນໜ່ວຍງົບປະມານໜຶ່ງ ຂຶ້ນກັບກະຊວງ ໂຍທາທິການ ແລະ ຂົນສົ່ງ.

ມາດຕາ 59 ການກຳນົດລາຍຮັບ-ລາຍຈ່າຍ ບໍລິຫານວິຊາການ

ທຸກແຫຼ່ງລາຍຮັບ-ລາຍຈ່າຍ ຈາກຄ່າບໍລິການວິຊາການ ເປັນຕົ້ນ ຄ່າເຊົ່າ, ສຳປະທານ ແລະ ລາຍຮັບອື່ນ ຕາມສັນຍາ ທີ່ເກີດຂຶ້ນຢູ່ດ່ານຊາຍແດນ ແລະ ດ່ານສະໜາມບິນສາກົນ ໃຫ້ກຳນົດເປັນລາຍຮັບວິຊາການ ແລະ ຈັດຕັ້ງປະຕິບັດ ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍງົບປະມານແຫ່ງລັດ ແລະ ລະບຽບການກ່ຽວຂ້ອງ.

ມາດຕາ 60 ປະເພດລາຍຮັບ ຢູ່ດ່ານຊາຍແດນ ແລະ ສະໜາມບິນສາກົນ

ລາຍຮັບງົບປະມານແຫ່ງລັດ ຢູ່ດ່ານຊາຍແດນ ແລະ ສະໜາມບິນສາກົນ ປະກອບມີດັ່ງນີ້:

  1. ພາສີ, ອາກອນ, ກອງທຶນຂອງລັດ ແລະ ຄ່າທຳນຽມຕ່າງໆ;
  2. ຄ່າບໍລິການວິຊາການ ຂອງຂະແໜງການ;
  3. ຄ່າບໍລິການວິຊາການດ່ານຊາຍແດນ ແລະ ສະໜາມບິນສາກົນ, ຄ່າເຊົ່າ, ຄ່າສຳປະທານ ແລະ ລາຍຮັບອື່ນໆ ຕາມສັນຍາ.

ມາດຕາ 61 ການຄຸ້ມຄອງລາຍຮັບງົບປະມານ ຢູ່ດ່ານຊາຍແດນ ແລະ ສະໜາມບິນສາກົນ

  1. ລາຍຮັບ ພາສີ, ອາກອນ, ກອງທຶນຂອງລັດ ແລະ ຄ່າທຳນຽມຕ່າງໆ ແມ່ນຈັດເກັບ ໃຫ້ຖືກຕ້ອງ ຄົບຖ້ວນ ແລະ ມອບເຂົ້າງົບປະມານ ຕາມກົດໝາຍ ແລະ ລະບຽບການ ກຳນົດ;
  2. ຄ່າບໍລິການວິຊາການຂອງຂະແໜງການ ຢູ່ດ່ານຊາຍແດນ ແລະ ສະໜາມບິນສາກົນ ຕ້ອງເກັບລວມສູນຢູ່ຈຸດດຽວ ໂດຍມອບໃຫ້ເຈົ້າໜ້າທີ່ພາສີ ເປັນຜູ້ຈັດເກັບ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ແລະ ມອບລວມສູນເຂົ້າໃນງົບປະມານແຫ່ງລັດ;
  3. ຄ່າເຊົ່າ, ຄ່າສຳປະທານ ແລະ ລາຍຮັບອື່ນໆ ຕາມສັນຍາ ຢູ່ໃນເຂດຄວາມຮັບຜິດຊອບຂອງດ່ານ ແມ່ນ ຄະນະຄຸ້ມຄອງດ່ານຊາຍແດນ ແລະ ສະໜາມບິນສາກົນ ເປັນຜູ້ຄຸ້ມຄອງຈັດເກັບ ແລະ ມອບເຂົ້າງົບປະມານແຫ່ງລັດ.

ມາດຕາ 62 ປະເພດລາຍຈ່າຍງົບປະມານ ຢູ່ດ່ານຊາຍແດນ ແລະ ສະໜາມບິນສາກົນ

ລາຍຈ່າຍງົບປະມານ ຢູ່ດ່ານຊາຍແດນ ແລະ ສະໜາມບິນສາກົນ ມີລາຍຈ່າຍທີ່ຂຶ້ນກັບບັນດາຂະແໜງການສູນກາງ ແລະ ທ້ອງຖິ່ນ ດັ່ງນີ້:

  1. ລາຍຈ່າຍເງິນເດືອນ ແລະ ເງິນນະໂຍບາຍຕ່າງໆ ຂອງພະນັກງານ-ລັດຖະກອນ ທີ່ປະຕິບັດໜ້າທີ່ ຢູ່ດ່ານຊາຍແດນ ແລະ ສະໜາມບິນສາກົນ ແມ່ນ ຂຶ້ນກັບງົບປະມານ ຂະແໜງການສູນກາງ ແລະ ອົງການປົກຄອງທ້ອງຖິ່ນ;
  2. ລາຍຈ່າຍລົງທຶນທີ່ຕິດພັນກັບການກໍ່ສ້າງພື້ນຖານໂຄງລ່າງ ແມ່ນຂຶ້ນກັບງົບປະມານ ຂອງຂະແໜງການໂຍທາທິການ ແລະ ຂົນສົ່ງ;
  3. ລາຍຈ່າຍງົບປະມານສຳລັບອຸປະກອນຮັບໃຊ້ການປະຕິບັດວຽກງານວິຊາສະເພາະ ຂອງຂະແໜງການສາຍຕັ້ງ ແມ່ນຂຶ້ນກັບງົບປະມານ ຂອງຂະແໜງການສູນກາງ;
  4. ລາຍຈ່າຍບໍລິຫານ ເຊັ່ນ: ຄ່າໄຟຟ້າ, ນ້ຳປະປາ, ໂທລະສັບຕັ້ງໂຕະ, ອານະໄມ, ສ້ອມແປງນ້ອຍ, ບຳລຸງຮັກສາ, ວັດຖຸອຸປະກອນຮັບໃຊ້ຫ້ອງການບໍລິຫານ ແລະ ອື່ນໆ ແມ່ນຂຶ້ນກັບງົບປະມານ ຂອງອົງການປົກຄອງທ້ອງຖິ່ນ.
  • ລາຍຈ່າຍບໍລິຫານ ຂອງສະໜາມບິນສາກົນ ແມ່ນຂຶ້ນກັບກະຊວງໂຍທາທິການ ແລະ ຂົນສົ່ງ.

ມາດຕາ 63 ການຂຶ້ນແຜນງົບປະມານລາຍຈ່າຍ ຢູ່ດ່ານຊາຍແດນ ແລະ ສະໜາມບິນສາກົນ

  1. ໃນການຂຶ້ນແຜນງົບປະມານປະຈຳປີ ຂອງດ່ານຊາຍແດນ ແລະ ສະໜາມບິນສາກົນ ຕ້ອງຄິດໄລ່, ໄລ່ລຽງລາຍຮັບ, ລາຍຈ່າຍ ສັງລວມເຂົ້າໃນແຜນງົບປະມານແຫ່ງລັດປະຈຳປີ, ປະຕິບັດລະບຽບການເງິນແຫ່ງລັດ ແລະ ພາຍໃຕ້ການຄຸ້ມຄອງຂອງຂະແໜງການການເງິນ, ຂະແໜງການໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງທ້ອງຖິ່ນ.
  2. ດ່ານຊາຍແດນ ແລະ ສະໜາມບິນສາກົນ ມີໜ້າທີ່ສ້າງແຜນງົບປະມານລາຍຈ່າຍ ເຊັ່ນ: ຄ່າໄຟຟ້າ, ນ້ຳປະປາ, ໂທລະສັບຕັ້ງໂຕະ, ອະນາໄມ, ສ້ອມແປງນ້ອຍ, ບຳລຸງຮັກສາ, ວັດຖຸອຸປະກອນຮັບໃຊ້ຫ້ອງການບໍລິຫານດ່ານ ແລະ ອື່ນໆ ປະຈຳປີ ສະເໜີຫ້ອງວ່າການປົກຄອງແຂວງ ຫຼື ນະຄອນຫຼວງ ທີ່ດ່ານຊາຍແດນຕັ້ງຢູ່;
  • ສຳລັບສະໜາມບິນສາກົນ ແມ່ນສະເໜີຕໍ່ ຫ້ອງການກະຊວງໂຍທາທິການ ແລະ ຂົນສົ່ງ.

ພາກທີ VII

ການດຳເນີນທຸລະກິດ ຢູ່ຂອບເຂດດ່ານຊາຍແດນ ແລະ ສະໜາມບິນສາກົນ

ມາດຕາ 64 ການດຳເນີນທຸລະກິດ ຢູ່ດ່ານຊາຍແດນສາກົນ ແລະ ສະໜາມບິນສາກົນ

ການດຳເນີນທຸລະກິດ ຢຸ່ດ່ານຊາຍແດນສາກົນ ແລະ ສະໜາມບິນສາກົນ ໃຫ້ດຳເນີນການດັ່ງນີ້:

  1. ປະຕິບັດຕາມ ກົດໝາຍວ່າດ້ວຍຊັບສິນຂອງລັດ, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ;
  2. ການອະນຸຍາດດຳເນີນທຸລະກິດ ຢູ່ຂອບເຂດດ່ານຊາຍແດນສາກົນ ແລະ ສະໜາມບິນສາກົນ ແມ່ນກະຊວງການເງິນ ເປັນຜູ້ຄົ້ນຄວ້າອະນຸມັດ ຕາມຂອບເຂດ ສິດ ແລະ ພາລະບົດບາດ;
  3. ລາຍຮັບ ຈາກການດຳເນີນທຸລະກິດ ຢູ່ຂອບເຂດດ່ານຊາຍແດນສາກົນ ແລະ ສະໜາມບິນສາກົນ ແມ່ນມອບເປັນລາຍຮັບ ຂອງສູນກາງ.

ມາດຕາ 65 ການດຳເນີນທຸລະກິດ ຢູ່ດ່ານຊາຍແດນທ້ອງຖິ່ນ ແລະ ດປະເພນີ

ການດຳເນີນທຸລະກິດ ຢູ່ດ່ານຊາຍແດນທ້ອງຖິ່ນ ແລະ ປະເພນີ ໃຫ້ດຳເນີນການ ດັ່ງນີ້:

  1. ປະຕິບັດຕາມ ກົດໝາຍວ່າດ້ວຍຊັບສິນຂອງລັດ, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ;
  2. ການອະນຸຍາດດຳເນີນທຸລະກິດ ຢູ່ຂອບເຂດດ່ານຊາຍແດນທ້ອງຖິ່ນ ແລະ ດ່ານຊາຍແດນປະເພນີ ແມ່ນແຂວງ ຫຼື ນະຄອນຫຼວງ ບ່ອນທີ່ດ່ານຊາຍແດນຕັ້ງຢູ່ ເປັນຜູ້ຄົ້ນຄວ້າ ຕົກລົງອະນຸມັດ ຫຼື ມອບໃຫ້ເມືອງ ເປັນຜູ້ຕົກລົງອະນຸມັດ ຕາມຄວາມເໝາະສົມ;
  3. ລາຍຮັບ ຈາກການດຳເນີນທຸລະກິດ ຢູ່ຂອບເຂດດ່ານທ້ອງຖິ່ນ ແລະ ດ່ານປະເພນີ ແມ່ນມອບເປັນລາຍຮັບ ຂອງແຂວງ ຫຼື ນະຄອນຫຼວງ ບ່ອນທີ່ດ່ານຊາຍແດນຕັ້ງຢູ່.

ມາດຕາ 66 ການເປີດຕະຫຼາດນັດຊາຍແດນ

ການເປີດຕະຫຼາດນັດຊາຍແດນ ຢູ່ດ່ານປະເພນີ ແມ່ນການກຳນົດສະຖານທີ່, ວັນ ແລະ ເວລາ ເພື່ອໃຫ້ປະຊາຊົນທີ່ດຳລົງຊີວິດ ຢູ່ເຂດຊາຍແດນ ມີການແລກປ່ຽນຊື້-ຂາຍສິນຄ້າ ແລະ ບໍລິການ ຕາມການຕົກລົງເຫັນດີ ຂອງອົງການປົກຄອງທ້ອງຖິ່ນ ຂັ້ນແຂວງ ໂດຍການສະເໜີ ຂອງອົງການປົກຄອງ ຂັ້ນເມືອງ.

ລາຍຮັບທີ່ໄດ້ຈາກການເປີດຕະຫຼາດນັດຊາຍແດນ ນອກຈາກລາຍຮັບທີ່ເປັນພັນທະຂອງງົບປະມານ ຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍງົບປະມານແຫ່ງລັດ ໃຫ້ມອບເປັນລາຍຮັບຂອງເມືອງ ທີ່ດ່ານຊາຍແດນປະເພນີ ຕັ້ງຢູ່.

ພາກທີ VIII

ຂໍ້ຫ້າມ

ມາດຕາ 67 ຂໍ້ຫ້າມສຳລັບພະນັກງານ ແລະ ເຈົ້າໜ້າທີ່ປະຈຳດ່ານຊາຍແດນ

ຫ້າມພະນັກງານ ແລະ ເຈົ້າໜ້າທີ່ປະຈຳດ່ານຊາຍແດນ ມີພຶດຕິກຳ ດັ່ງນີ້:

  1. ເປີດເຜີຍຄວາມລັບຂອງລັດ, ທາງລັດຖະການ ແລະ ຂໍ້ມູນທີ່ເປັນຄວາມລັບ ຂອງດ່ານຊາຍແດນ;
  2. ກົດໜ່ວງ, ຖ່ວງດຶງ, ປອມແປງເອກະສານຕ່າງໆ, ຂາດຄວາມຮັບຜິດຊອບ ຕໍ່ວຽກງານທີ່ໄດ້ຮັບມອບໝາຍ;
  3. ສວຍໃຊ້ໜ້າທີ່ຕຳແໜ່ງ, ໃຊ້ຄວາມຮຸນແຮງ, ບັງຄັບນາບຂູ່, ທວງເອົາ, ຂໍເອົາ ຫຼື ຫຼື ຮັບສິນບົນ ຊຶ່ງກໍ່ໃຫ້ເກີດຄວາມເສຍຫາຍ ແກ່ຜົນປະໂຫຍດຂອງບຸກຄົນ, ການຈັດຕັ້ງ, ລວມໝູ່ ແລະ ລັດ;
  4. ປົກປ້ອງ ຫຼື ສົມຮູ້ຮ່ວມຄິດ ກັບບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ແລະ ພາກສ່ວນອື່ນ ທີ່ລະເມີດຕໍ່ກົດໝາຍ;
  5. ມີພຶດຕິກຳອື່ນ ທີ່ເປັນການລະເມີດລະບຽບກົດໝາຍ.

ມາດຕາ 68 ຂໍ້ຫ້າມສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງອື່ນທີ່ກ່ຽວຂ້ອງ

ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງອື່ນທີ່ກ່ຽວຂ້ອງ ມີພຶດຕິກຳ ດັ່ງນີ້:

  1. ປະຕິເສດການສະໜອງຂໍ້ມູນ ກ່ຽວກັບການກະທຳຜິດ ຫຼື ການລະເມີດກົດໝາຍ ກ່ຽວກັບວຽກງານການຄຸ້ມຄອງດ່ານຊາຍແດນ ແລະ ສະໜາມບິນສາກົນ;
  2. ຮ່ວມກັນກະທຳຜິດ, ປົກປິດ ແລະ ຊຸກເຊື່ອງຜູ້ກະທຳຜິດ ກ່ຽວກັບວຽກງານການຄຸ້ມຄອງດ່ານຊາຍແດນ ແລະ ສະໜາມບິນສາກົນ;
  3. ໃຫ້ ແລະ ຮັບສິນບົນ, ຄ່າຈ້າງລາງວັນ, ສົມຮູ້ຮ່ວມຄິດ ເອົາເງິນຂອງລັດ;
  4. ໝິ່ນປະໝາດ, ບັງຄັບນາບຂູ່, ທຳຮ້າຍຮ່າງກາຍພະນັກງານ ແລະ ເຈົ້າໜ້າທີ່ດ່ານຊາຍແດນ ແລະ ສະໜາມບິນສາກົນ;
  5. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ.

ພາກທີ IX

ການຄຸ້ມຄອງ ແລະ ກວດກາວຽກງານດ່ານຊາຍແດນ ແລະ ສະໜາມບິນສາກົນ

ລັດຖະບານ ຄຸ້ມຄອງດ່ານຊາຍແດນ ແລະ ສະໜາມບິນສາກົນ ຢ່າງລວມສູນ ເປັນເອກະພາບ ໃນຂອບເຂດທົ່ວປະເທດ. ສຳລັບດ່ານຊາຍແດນສາກົນ ແລະ ສະໜາມບິນສາກົນ ແມ່ນສູນກາງຄຸ້ມຄອງ ໂດຍມອບໃຫ້ກະຊວງປ້ອງກັນຄວາມສະຫງົບ ເປັນຜູ້ຮັບຜິດຊອບ, ສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ. ສ່ວນດ່ານທ້ອງຖິ່ນ ແລະ ດ່ານປະເພນີ ມອບໃຫ້ ອົງການປົກຄອງທ້ອງຖິ່ນ ບ່ອນທີ່ດ່ານຊາຍແດນຕັ້ງຢູ່ ເປັນຜູ້ຮັບຜິດຊອບຕາມສິດ ແລະ ພາລະບົດບາດ ທີ່ກຳນົດໄວ້ໃນດຳລັດສະບັບນີ້.

ໝວດທີ 1

ຂະແໜງປ້ອງກັນຄວາມສະຫງົບ

ມາດຕາ 69 ສິດ ແລະ ໜ້າທີ່ ຂອງກະຊວງປ້ອງກັນຄວາມສະຫງົບ

ໃນວຽກງານຄຸ້ມຄອງດ່ານຊາຍແດນ ແລະ ສະໜາມບິນສາກົນ ກະຊວງປ້ອງກັນຄວາມສະຫງົບ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ຄົ້ນຄວ້າ, ວາງແຜນການ ແລະ ກຳແໜ້ນສະພາບການຮອບດ້ານວຽກງານເຂົ້າ-ອອກ ສປປ ລາວ ໃນຂອບເຂດທົ່ວປະເທດ;
  2. ຄຸ້ມຄອງ, ຊີ້ນຳ, ບັນຊາ, ຕິດຕາມ, ກວດກາ ແລະ ປະເມີນຜົນວຽກງານເຂົ້າ-ອອກ ສປປ ລາວ ແລະ ບັນດາດ່ານໃນຂອບເຂດທົ່ວປະເທດ ເພື່ອເຮັດໃຫ້ການເຂົ້າ-ອອກ ສປປ ລາວ ມີຄວາມສະດວກ, ວ່ອງໄວ, ຮັບປະກັນຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ;
  3. ເກັບກຳສະພາບ ຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ຂອງການເຂົ້າ-ອອກ ຂອງຜູ້ໂດຍສານ, ຍານພາຫະນະ ແລະ ສິນຄ້າ ເຄື່ອງຂອງ ຢູ່ດ່ານຊາຍແດນ ແລະ ສະໜາມບິນສາກົນ ໃນຂອບເຂດທົ່ວປະເທດ ແລ້ວລາຍງານຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເປັນແຕ່ລະໄລຍະ ຢ່າງເປັນປົກກະຕິ;
  4. ສະເໜີລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ຫົວໜ້າດ່ານຊາຍແດນສາກົນ, ຫົວໜ້າຕຳຫຼວດກວດຄົນເຂົ້ສ-ອອກເມືອງ ພ້ອມດ້ວຍວິຊາການຈຳນວນໜຶ່ງ ປະຈຳດ່ານຊາຍແດນສາກົນ;
  5. ໃຫ້ຢຸດ ຫຼື ໂຈະການເດີນທາງຂອງຜູ້ໂດຍສານ, ຍານພາຫະນະ ເມື່ອເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າ-ອອກເມືອງ ມີຂໍ້ມູນຫຼັກຖານ ກ່ຽວກັບການລະເມີດກົດໝາຍ ແລະ ລະບຽບການ ລວມທັງວັດຖຸອຸປະກອນ ແລະ ສິ່ງຂອງຕ່າງໆ ທີ່ເປັນອັນຕະລາຍ;
  6. ຊີ້ນຳການອອກປື້ມຜ່ານແດນ, ໃບຜ່ານແດນໃຫ້ພົນລະເມືອງລາວ ທີ່ມີຈຸດປະສົງເດີນທາງເຂົ້າ-ອອກຕາມດ່ານຊາຍແດນ ທີ່ຕິດຈອດກັບ ສປປ ລາວ ໃນຂອບເຂດທົ່ວປະເທດ;
  7. ພົວພັນ, ຮ່ວມມືກັບຕ່າງປະເທດ ແລະ ສາກົນ ກ່ຽວກັບວຽກງານເຂົ້າ-ອອກ ສປປ ລາວ ຕາມການມອບໝາຍ;
  8. ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານເຂົ້າ-ອອກ ສປປ ລາວ ຕໍ່ຂັ້ນເທິງ ຢ່າງເປັນປົກກະຕິ;
  9. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 70 ກອງບັນຊາການປ້ອງກັນຄວາມສະຫງົບຂັ້ນແຂວງ

ໃນວຽກງານຄຸ້ມຄອງດ່ານຊາຍແດນ ກອງບັນຊາການປ້ງກັນຄວາມສະຫງົບຂັ້ນແຂວງ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ຄຸ້ມຄອງ, ຊີ້ນຳ, ບັນຊາ, ຕິດຕາມ, ກວດກາ ແລະ ປະເມີນຜົນ ວຽກງານເຂົ້າ-ອອກ ສປປ ລາວ ແລະ ບັນດາາາ ດ່ານຊາຍແດນ ຢູ່ໃນແຂວງ ແລະ ນະຄອນຫຼວງ;
  2. ກວດກາເອກະສານຂໍອອກ ຫຼື ຕໍ່ປື້ມຜ່ານແດນ, ໃບຜ່ານແດນ ໃຫ້ພົນລະເມືອງລາວ ເພື່ອສະເໜີຂັ້ນເທິງ ພິຈາລະນາ;
  3. ສະເໜີ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບຂັ້ນແຂວງ ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ຮອງຫົວໜ້າດ່ານຕຳຫຼວດກວດຄົນເຂົ້າ-ອອກເມືອງ ປະຈຳດ່ານຊາຍແດນສາກົນ, ຫົວໜ້າ ແລະ ຮອງຫົວໜ້າ ພ້ອມດ້ວຍວິຊາການນຳນວນໜຶ່ງ ປະຈຳດ່ານຊາຍແດນທ້ອງຖິ່ນ.
  4. ສະເໜີ ຫົວໜ້າກອງັບນຊາການປ້ອງກັນຄວາມສະຫງົບຂັ້ນແຂວງ ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງຫົວໜ້າດ່ານຕຳຫຼວດກວດຄົນເຂົ້າ-ອອກເມືອງ ປະຈຳດ່ານຊາຍແດນທ້ອງຖິ່ນ ພ້ອມດ້ວຍວິຊາການຈຳນວນທີ່ເໝາະສົມໂດຍຜ່ານຫ້ອງສັນຕິບານ;
  5. ສະເໜີ ຂັ້ນເທິງໃຫ້ຢຸດ ຫຼື ໂຈະການເດີນທາງ ຂອງຄົນ, ຍານພາຫະນະ ເມື່ອເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າ-ອອກເມືອງ ມີຂໍ້ມູນຫຼັກຖານ ກ່ຽວກັບການລະເມີດກົດໝາຍ ແລະ ລະບຽບການ ລວມທັງວັດຖອຸປະກອນ ແລະ ສິ່ງຂອງຕ່າງໆ ທີ່ເປັນອັນຕະລາຍ;
  6. ພົວພັນ, ຮ່ວມມືກັບຕ່າງປະເທດ ແລະ ສາກົນ ກ່ຽວກັບວຽກງານເຂົ້າ-ອອກ ສປປ ລາວ ຕາມການມອບໝາຍ;
  7. ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານເຂົ້າ-ອອກ ສປປ ລາວ ຕໍ່ຂັ້ນເທິງ ຢ່າງເປັນປົກກະຕິ;
  8. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 71 ກອງບັນຊາການປ້ອງກັນຄວາມສະຫງົບຂັ້ນເມືອງ

ໃນວຽກງານຄຸ້ມຄອງດ່ານຊາຍແດນ ກອງບັນຊາການປ້ອງກັນຄວາມສະຫງົບຂັ້ນເມືອງ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ຄຸ້ມຄອງ, ຊີ້ນຳ, ບັນຊາ, ຕິດຕາມ, ກວດກາ ແລະ ປະເມີນຜົນວຽກງານເຂົ້າ-ອອກ ສປປ ລາວ ແລະ ດ່ານຊາຍແດນປະເພນີ ຢູ່ໃນເມືອງ ຫຼື ນະຄອນ;
  2. ກວດກາເອກະສານຂໍອອກໃບຜ່ານແດນໃຫ້ພົນລະເມືອງລາວຢູ່ເມືອງ ຫຼື ນະຄອນ ທີ່ມີຊາຍແດນຕິດຈອດ ເພື່ອສະເໜີຂັ້ນເທິງພິຈາລະນາ;
  3. ສະເໜີຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບຂັ້ນເມືອງ ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ຫົວໜ້າ ຫຼື ຮອງຫົວໜ້າດ່ານຕຳຫຼວດກວດຄົນເຂົ້າ-ອອກເມືອງ ພ້ອມດ້ວຍວິຊາການຈຳນວນໜຶ່ງທີ່ເໝາະສົມ ປະຈຳດ່ານຊາຍແດນປະເພນີ;
  4. ສະເໜີຂັ້ນເທິງໃຫ້ຢຸດ ຫຼື ໂຈະການເດີນທາງຂອງຄົນ, ຍານພາຫະນະ ເມື່ອເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າ-ອອກເມືອງ ມີຂໍ້ມູນຫຼັກຖານ ກ່ຽວກັບການລະເມີດກົດໝາຍ ແລະ ລະບຽບການ ລວມທັງວັດຖຸອຸປະກອນ ແລະ ສິ່ງຂອງຕ່າງໆ ທີ່ເປັນອັນຕະລາຍ;
  5. ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານເຂົ້າ-ອອກ ສປປ ລາວ ຕໍ່ຂັ້ນເທິງ ຢ່າງເປັນປົກກະຕິ;
  6. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 72 ກຳນົດໄລຍະປະຈຳການຂອງເຈົ້າໜ້າທີ່ຂະແໜງປ້ອງກັນຄວາມສະຫງົບປະຈຳດ່ານ

ຫົວໜ້າ ແລະ ຮອງຫົວໜ້າດ່ານ ຕຳຫຼວດກວດຄົນເຂົ້າ-ອອກເມືອງ ແລະ ເຈົ້າໜ້າທີ່ ຂະແໜງປ້ອງກັນຄວາມສະຫງົບປະຈຳດ່ານ ຕ້ອງປະຕິບັດຕາມລະບຽບການຊັບຊ້ອນປ່ຽນແທນໜ້າທີ່ ຕາມກົດໝາຍ ແລະ ລະບຽບການສະເພາະຂອງກະຊວງປ້ອງກັນຄວາມສະຫງົບ.

ໝວດທີ 2

ຂະແໜງການເງິນ

ມາດຕາ 73 ສິດ ແລະ ໜ້າທີ່ ຂອງກະຊວງການເງິນ

ໃນວຽກງານຄຸ້ມຄອງດ່ານຊາຍແດນ ແລະ ສະໜາມບິນສາກົນ ກະຊວງການເງິນ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ເປັນເສນາທິການໃຫ້ລັດຖະບານ ໃນການຄົ້ນຄວ້າ ແລະ ສະເໜີ ນະໂຍບາຍ, ນິຕິກຳ, ແຜນຍຸດທະສາດກ່ຽວກັບວຽກງານພາສີ ຢູ່ດ່ານຊາຍແດນ ໃນແຕ່ລະໄລຍະ;
  2. ເປັນເຈົ້າການຄົ້ນຄວ້າ ແລະ ກຳນົດ ມາດຕະການ, ລະບຽບການ, ຄູ່ມືປະຕິບັດ ແລະ ຄຳແນະນຳດ້ານວິຊາການ ໃນວຽກງານພາສີ ຢູ່ດ່ານຊາຍແດນ ແລະ ສະໜາມບິນສາກົນ;
  3. ຄົ້ນຄວ້າ ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ຫົວໜ້າດ່ານພາສີ ປະຈຳດ່ານຊາຍແດນ ແລະ ສະໜາມບິນສາກົນ;
  4. ພັດທະນາລະບົບການເກັບກຳຂໍ້ມູນ, ວິເຄາະ ແລະ ເຜີຍແຜ່ຂໍ້ມູນ ກ່ຽວກັບວຽກງານພາສີ;
  5. ຮ່ວມມື ແລະ ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການພັດທະນາດ່ານຊາຍແດນ, ການສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດເກັບພາສີ ແລະ ລາຍຮັບອື່ນ ຢູ່ດ່ານຊາຍແດນ ໃຫ້ຖືກຕ້ອງ, ຄົບຖ້ວນ, ວ່ອງໄວ ແລະ ທັນສະໄໝ;
  6. ຄົ້ນຄວ້າ ກຳນົດ ແລະ ມີນິຕິກຳ ລະອຽດ ກ່ຽວກັບການແບ່ງຂັ້ນຄຸ້ມຄອງ ຂອງຂະແໜງການເງິນ ຢູ່ດ່ານຊາຍແດນ.

ມາດຕາ 74 ສິດ ແລະ ໜ້າທີ່ ຂອງພະແນກການເງິນ ຂັ້ນແຂວງ ແລະ ຫ້ອງການ ຂັ້ນເມືອງ

ໃນວຽກງານຄຸ້ມຄອງດ່ານຊາຍແດນ ພະແນກການເງິນ ຂັ້ນແຂວງ ແລະ ຫ້ອງການ ຂັ້ນເມືອງ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ໂຄສະນາເຜີຍແຜ່ ຈັດຕັ້ງປະຕິບັດນະໂຍບາຍ, ກົດໝາຍ ແລະ ນິຕິກຳອື່ນ ທີ່ພົວພັນກັບວຽກງານພາສີ;
  2. ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ໃນວຽກງານພະນັກງານການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະນັກງານໃນພະແນກການເງິນ ແລະ ພາສີ ໃນການຈັດຕັ້ງປະຕິບັດໜ້າທີ່ຄວາມຮັບຜິດຊອບ ໃຫ້ມີຄວາມເປັນເອກະພາບ ແລະ ກົມກຽວກັນ;
  3. ຄົ້ນຄວ້າ ສະເໜີກະຊວງການເງິນ ແຕ່ງຕັ້ງ, ປົດຕຳແໜ່ງ, ຍົກຍ້າຍ, ຊັບຊ້ອນໝູນວຽນ ເຈົ້າໜ້າທີ່ພາສີປະຈຳດ່ານທ້ອງຖິ່ນ ແລະ ດ່ານປະເພນີ ບົນພື້ນຖານປະສານສົມທົບກັນ ລະຫວ່າງກະຊວງ ການເງິນ ກັບ ພະແນກການເງິນ, ຄະນະຈັດຕັ້ງແຂວງ ແລະ ນະຄອນຫຼວງ;
  4. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງກະຊວງການເງິນ ແລະ ອົງການປົກຄອງທ້ອງຖິ່ນ.

ໝວດທີ 3

ຂະແໜງກະສິກຳ ແລະ ປ່າໄມ້

ມາດຕາ 75 ສິດ ແລະ ໜ້າທີ່ຂອງກະຊວງກະສິກຳ ແລະ ປ່າໄມ້

ນວຽກງານກັກກັນພືດ ແລະ ສັດ ຢູ່ດ່ານຊາຍແດນ ແລະ ສະໜາມບິນສາກົນ ກະຊວງກະສິກຳ ແລະ ປ່າໄມ້ ມີສິດ ແລະ ໜ້າທີ່ ຕົ້ນຕໍ ດັ່ງນີ້:

  1. ເປັນເສນາທິການໃຫ້ລັດຖະບານ ໃນການຄົ້ນຄວ້າ ແລະ ສະເໜີ ນະໂຍບາຍ, ນິຕິກຳ ແລະ ແຜນຍຸດທະສາດ ກ່ຽວກັບວຽກງານກັກກັນພືດ ແລະ ສັດ ໃນແຕ່ລະໄລຍະ;
  2. ຄົ້ນຄວ້າ ແລະ ກຳນົດ ມາດຕະການ, ລະບຽບການ, ຄູ່ມືປະຕິບັດ ແລະ ຄຳແນະນຳດ້ານວິຊາການ ໃນການກວດກາການກັກກັນພືດ ແລະ ສັດ ຢູ່ດ່ານຊາຍແດນ;
  3. ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ເຈົ້າໜ້າທີ່ກັກກັນພືດ ແລະ ສັດ ປະຈຳດ່ານຊາຍແດນ;
  4. ພັດທະນາລະບົບການເກັບກຳຂໍ້ມູນ, ວິເຄາະ ແລະ ເຜີຍແຜ່ຂໍ້ມູນກ່ຽວກັບກັກກັນພືດ ແລະ ສັດ;
  5. ຮ່ວມມື ແລະ ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການພັດທະນາດ່ານຊາຍແດນ, ການສ້າງຄວາມເຂັ້ມແຂງໃຫ້ແກ່ການກວດກາ, ການເຝົ້າລະວັງຄວາມສ່ຽງ, ການຄວບຄຸມການເຄື່ອນຍ້າຍ, ການສ້າງສະຖານທີ່ກັກກັນພືດ ແລະ ສັດ ໃຫ້ຖືກຕ້ອງ, ປອດໄພ, ວ່ອງໄວ ແລະ ທັນສະໄໝ;
  6. ຄົ້ນຄວ້າ ກຳນົດ ແລະ ອອກນິຕິກຳ ລະອຽດ ກ່ຽວກັບການແບ່ງຂັ້ນຄຸ້ມຄອງ ຂອງຂະແໜງກະສິກຳ ແລະ ປ່າໄມ້ ໃນວຽກງານກັກກັນພືດ ແລະ ສັດ ຢູ່ດ່ານຊາຍແດນ.

ມາດຕາ 76 ສິດ ແລະ ໜ້າທີ່ຂອງພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ແລະ ຫ້ອງການ ຂັ້ນເມືອງ

ໃນວຽກງານຄຸ້ມຄອງດ່ານຊາຍແດນ ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ແລະ ຫ້ອງການ ຂັ້ນເມືອງ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ນະໂຍບາຍ, ນິຕິກຳ ແລະ ແຜນຍຸດທະສາດ ກ່ຽວກັບວຽກງານກັກກັນພືດ ແລະ ສັດ ໃນຄວາມຮັບຜິດຊອບຂອງຕົນ;
  2. ຄົ້ນຄວ້າ ສະເໜີ ກະຊວງກະສິກຳ ແລະ ປ່າໄມ້ ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ເຈົ້າໜ້າທີ່ກັກກັນພືດ ແລະ ສັດ ປະຈຳດ່ານຊາຍແດນ;
  3. ຄົ້ນຄວ້າ ສະເໜີ ກະຊວງກະສິກຳ ແລະ ປ່າໄມ້ ຕົກລົງສ້າງຕັ້ງໜ່ວຍງານກັກກັນພືດ ແລະ ສັດ ປະຈຳດ່ານຊາຍແດນທ້ອງຖິ່ນ ແລະ ປະເພນີ ບ່ອນທີ່ເຫັນວ່າມີຄວາມຈຳເປັນ;
  4. ຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງບໍລິຫານ ແລະ ບໍລິການຢູ່ດ່ານຊາຍແດນ ຕາມການມອບໝາຍ ຂອງກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການປົກຄອງທ້ອງຖິ່ນ.

ໝວດທີ 4

ຂະແໜງສາທາລະນະສຸກ

ມາດຕາ 77 ສິດ ແລະ ໜ້າທີ່ຂອງກະຊວງສາທາລະນະສຸກ

ໃນວຽກງານອາຫານ, ຢາ, ກັນ ແລະ ຄວບຄຸມພະຍາດຕິດຕໍ່ ຢູ່ດ່ານຊາຍແດນ ແລະ ສະໜາມບິນສາກົນ ກະຊວງສາທາລະນະສຸກ ມີສິດ ແລະ ໜ້າທີ່ ຕົ້ນຕໍ ດັ່ງນີ້:

  1. ເປັນເສນາທິການໃຫ້ລັດຖະບານ ໃນການຄົ້ນຄວ້າ ແລະ ສະເໜີ ນະໂຍບາຍ, ນິຕິກຳ, ແຜນຍຸດທະສາດ ກ່ຽວກັບວຽກງານກວດກາອາຫານ, ຢາ ແລະ ຜະລິດຕະພັນການແພດ, ວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ຢູ່ດ່ານຊາຍແດນ ແລະ ສະໜາມບິນສາກົນ;
  2. ເປັນເຈົ້າການຄົ້ນຄວ້າ ແລະ ກຳນົດ ມາດຕະການ, ລະບຽບການ, ຄູ່ມືປະຕິບັດ ແລະ ຄຳແນະນຳດ້ານວິຊາການ ໃນວຽກງານກວດກາອາຫານ, ຢາ ແລະ ຜະລິດຕະພັນການແພດ, ວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ຢູ່ດ່ານຊາຍແດນ ແລະ ສະໜາມບິນສາກົນ;
  3. ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງເຈົ້າໜ້າທີ່ກວດກາອາຫານ, ຢາ ແລະ ຜະລິດຕະພັນການແພດ ປະຈຳດ່ານຊາຍແດນ ແລະ ສະໜາມບິນສາກົນ;
  4. ພັດທະນາລະບົບການເກັບກຳຂໍ້ມູນ, ວິເຄາະ ແລະ ເຜີຍແຜ່ຂໍ້ມູນກ່ຽວກັບການກວດກາອາຫານ, ຢາ ແລະ ຜະລິດຕະພັນການແພດ, ການກັນ ແລະ ຄວບຄຸມພະຍາດຕິດຕໍ່ ຢູ່ດ່ານຊາຍແດນ ແລະ ສະໜາມບິນສາກົນ;
  5. ຮ່ວມມື ແລະ ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການພັດທະນາດ່ານ, ການສ້າງຄວາມເຂັ້ມແຂງ ໃຫ້ແກ່ວຽກງານກວດກາອາຫານ, ຢາ ແລະ ຜະລິດຕະພັນການແພດ, ວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ເພື່ອອຳນວຍຄວາມສະດວກໃນການສົ່ງອອກ, ນຳເຂົ້າ ແລະ ສົ່ງຜ່ານ ອາຫານ, ຢາ ແລະ ຜະລິດຕະພັນການແພດ ໃຫ້ຖືກຕ້ອງ, ປອດໄພ, ວ່ອງໄວ ແລະ ທັນສະໄໝ;
  6.  ຄົ້ນຄວ້າ ກຳນົດ ແລະ ມີນິຕິກຳ ລະອຽດ ກ່ຽວກັບການແບ່ງຂັ້ນຄຸ້ມຄອງ ຂອງຂະແໜງການສາທາລະນະສຸກ ໃນວຽກງານການກວດກາອາຫານ, ຢາ ແລະ ຜະລິດຕະພັນການແພດ, ການກັນ ແລະ ຄວບຄຸມພະຍາດຕິດຕໍ່ ຢູ່ດ່ານຊາຍແດນ ແລະ ສະໜາມບິນສາກົນ.

ມາດຕາ 78 ສິດ ແລະ ໜ້າທີ່ຂອງພະແນກສາທາລະນະສຸກ ຂັ້ນແຂວງ

ໃນວຽກງານຄຸ້ມຄອງດ່ານຊາຍແດນ ພະແນກສາທາລະນະສຸກ ຂັ້ນແຂວງ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ຄຸ້ມຄອງ, ຊີ້ນຳ, ນຳພາ, ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານກວດກາອາຫານ, ຢາ ແລະ ຜະລິດຕະພັນການແພດ, ວຽກງານການກັນ ແລະ ຄວບຄຸມພະຍາດຕິດຕໍ່ ປະຈຳດ່ານຊາຍແດນ ຂັ້ນແຂວງ;
  2. ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການປະຕິບັດວຽກງານກວດກາອາຫານ, ຢາ ແລະ ຜະລິດຕະພັນການແພດ, ວຽກງານການກັນ ແລະ ຄວບຄຸມພະຍາດຕິດຕໍ່;
  3. ຮ່ວມມື, ປະສານງານ ແລະ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການພັດທະນາດ່ານຊາຍແດນ, ການສ້າງຄວາມເຂັ້ມແຂງ
  4. ໃຫ້ແກ່ວຽກງານກວດກາອາຫານ, ຢາ ແລະ ຜະລິດຕະພັນການແພດ, ວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ເພື່ອອຳນວຍຄວາມສະດວກໃນການສົ່ງອອກ, ນຳເຂົ້າ ແລະ ສົ່ງຜ່ານ ອາຫານ, ຢາ ແລະ ຜະລິດຕະພັນການແພດ ໃຫ້ມີຄວາມວ່ອງໄວ, ທັນສະໄໝ ແລະ ຮັບປະກັນຄວາມປອດໄພ ຕາມຫຼັກການດ້ານສາທາລະນະສຸກ;
  5. ແຕ່ງຕັ້ງ ຫຼື ຍົກຍ້າຍ ພະນັກງານຂອງໜ່ວຍງານກວດກາອາຫານ, ຢາ ແລະ ຜະລິດຕະພັນການແພດ, ກັນ ແລະ ຄວບຄຸມພະຍາດຕິດຕໍ່ ຂັ້ນແຂວງ ແລະ ເມືອງ ຕາມຄວາມເໝາະສົມ;
  6. ສະຫຼຸບ ລາຍງານ ການຈັດຕັ້ງປະຕິບັດວຽກງານກວດກາອາຫານ, ຢາ ແລະ ຜະລິດຕະພັນການແພດ ແລະ ວຽກງານການກັນ ແລະ ຄວບຄຸມພະຍາດຕິດຕໍ່ ໃຫ້ກະຊວງສາທາລະນະສຸກ ຢ່າງປົກກະຕິ;
  7. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງພະແນກສາທາລະນະສຸກ ຂັ້ນແຂວງ ແລະ ອົງການປົກຄອງທ້ອງຖິ່ນ.

ມາດຕາ 79 ສິດ ແລະ ໜ້າທີ່ ຂອງຫ້ອງການສາທາລະນະສຸກ ຂັ້ນເມືອງ

ໃນວຽກງານຄຸ້ມຄອງດ່ານຊາຍແດນ ຫ້ອງການສາທາລະນະສຸກ ຂັ້ນເມືອງ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ຕິຕາມ ກວດກາ ຊຸກຍູ້ ການປະຕິບັດໜ້າທີ່ຂອງຜູ້ຮັບຜິດຊອບກວດກາອາຫານ, ຢາ ແລະ ຜະລິດຕະພັນການແພດ ແລະ ການກັນ ແລະ ຄວບຄຸມພະຍາດຕິດຕໍ່ ຢູ່ດ່ານຊາຍແດນປະເພນີ;
  2. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງພະແນກສາທາລະນະສຸກ ຂັ້ນແຂວງ ແລະ ອົງການປົກຄອງທ້ອງຖິ່ນ.

ໝວດທີ 5

ຂະແໜງການຕ່າງປະເທດ

ມາດຕາ 80 ສິດ ແລະ ໜ້າທີ່ ຂອງກະຊວງການຕ່າງປະເທດ

ໃນວຽກງານຄຸ້ມຄອງດ່ານຊາຍແດນ ແລະ ສະໜາມບິນສາກົນ ກະຊວງການຕ່າງປະເທດ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ປະສານງານ ກັບບັນດາຂະແໜງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ຄົ້ນຄວ້າ ສ້າງແຜນຍຸດທະສາດ ພັດທະນາວຽກງານດ່ານຊາຍແດນ ໃນຂອບເຂດທົ່ວປະເທດ ລາຍງານລັດຖະບານ ເພື່ອຕົກລົງ;
  2. ປະສານງານ ກັບບັນດາຂະແໜງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ສ້າງເອກະສານບົດວິພາກເສດຖະກິດ ໃນການສະເໜີຂໍສ້າງຕັ້ງດ່ານຊາຍແດນ ຂອງ ສປປ ລາວ;
  3. ຄົ້ນຄວ້າ ຕົກລົງ ການອະນຸມັດສ້າງຕັ້ງພາກສ່ວນທີ່ຮັບຜິດຊອບວຽກງານພົວພັນຊາຍແດນ ແລະ ວຽກງານກົງສູນ ຢູ່ດ່ານຊາຍແດນ ແລະ ສະໜານມບິນສາກົນ, ພ້ອມທັງ ແຕ່ງຕັ້ງພະນັກງານໄປປະຈຳ ຢູ່ແຕ່ລະດ່ານຊາຍແດນ ແລະ ສະໜາມບິນສາກົນ;
  4. ຄົ້ນຄວ້າ ການສະເໜີ ຂອງແຂວງ ໃນການປິດການເຄື່ອນໄຫວຊົ່ວຄາວ ຂອງດ່ານຊາຍແດນສາກົນ ຫຼື ການສະເໜີຍຸບເລີກດ່ານຊາຍແດນ ເພື່ອນຳສະເໜີລັດຖະບານ ພິຈາລະນາຕົກລົງ;
  5. ຄົ້ນຄວ້ານິຕິກຳ ກ່ຽວກັບການຄຸ້ມຄອງຊາຍແດນ ແລະ ຊີ້ນຳການຈັດຕັ້ງປະຕິບັດວຽກງານພົວພັນຊາຍແດນ ຢູ່ແຕ່ລະດ່ານຊາຍແດນ.

ມາດຕາ 81 ສິດ ແລະ ໜ້າທີ່ ຂອງພະແນກການຕ່າງປະເທດ ຂັ້ນແຂວງ

ພະແນກການຕ່າງປະເທດ ຂັ້ນແຂວງ ມີສິດ ແລະ ໜ້າທີ່ ຕາມການມອບໝາຍຂອງກະຊວງການຕ່າງປະເທດ ໃນການຈັດຕັ້ງປະຕິບັດ ວຽກງານພົວພັນສາກົນ, ວຽກງານຊາຍແດນ ແລະ ວຽກງານກົງສູນ ຢູ່ດ່ານຊາຍແດນ.

ໝວດທີ 6

ຂະແໜງໂຍທາທິການ ແລະ ຂົນສົ່ງ ແລະ ຂະແໜງປ້ອງກັນປະເທດ

ມາດຕາ 82 ສິດ ແລະ ໜ້າທີ່ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ

ໃນວຽກງານຄຸ້ມຄອງດ່ານຊາຍແດນ ແລະ ສະໜາມບິນສາກົນ ກະຊວງງໂຍທາທິການ ແລະ ຂົນສົ່ງ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ຄຸ້ມຄອງການ ສຳຫຼວດ, ອອກແບບ, ກໍ່ສ້າງ, ສ້ອມແປງ ແລະ ບູລະນະຮັກສາຂົວ, ອາຄານ, ຖະໜົນ, ລານຈອດລົດ ແລະ ສິ່ງອຳນວຍຄວາມສະດວກຕ່າງໆພາຍໃນດ່ານ;
  2. ຄົ້ນຄວ້າ ວິທີການ ແລະ ມາດຕະການ, ປະສານສົມທົບ, ຕິດຕາມ ແລະ ຊຸກຍູ້ ແກ້ໄຂບັນຫາຕ່າງໆ ທີ່ເປັນອຸປະສັກໃຫ້ແກ່ການຂົນສົ່ງ ເພື່ອອຳນວຍຄວາມສະດວກການຂົນສົົ່ງທຸກປະເພດໃຫ້ມີຄວາມວ່ອງໄວ, ປອດໄພ, ມີປະສິດທິພາບ, ປະສິດທິຜົນ ແລະ ເຊື່ອມໂຍງເຂົ້າກັບລະບົບການຂົນສົ່ງຂອງອາຊຽນ, ພາກພຶື້ນ ແລະ ສາກົນ;
  3. ມີພາລະບົດບາດໃນການດຳເນີນກິດຈະການຄຸ້ມຄອງ ແລະ ບໍລິການ ສະໜາມບິນໃນທົ່ວປະເທດ ພ້ອມທັງຮັບປະກັນຄວາມປອດໄພ, ສະດວກ, ວ່ອງໄວ, ເປັນລະບຽບຮຽບຮ້ອຍ ແລະ ຖືກຕ້ອງຕາມມາດຕະຖານເຕັກນິກ ການບິນພົນລະເຮືອນ ທັງພາຍໃນ ແລະ ສາກົນ;
  4. ຄຸ້ມຄອງການສຳຫຼວດ, ອອກແບບ, ກໍ່ສ້າງ ແລະ ສ້ອມແປງສະໜາມບິນ; ຮັບຮອງ, ຂຶ້ນທະບຽນ ແລະ ອະນຸຍາດນຳໃຊ້ສະໜາມບິນ, ເດີ່ນບິນ, ຍານພາຫະນະ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ໃຫ້ກອງວິຊາການ ແລະ ຜູ້ບໍລິການ; ພ້ອມທັງປົກປັກຮັກສາສິ່ງແວດລ້ອມ ໃຫ້ໄດ້ຕາມມາດຕະຖານ;
  5. ຄຸ້ມຄອງ ມາດຕະຖານເຕັກນິກ ກ່ຽວກັບລະບົບວິທະຍຸການບິນ, ອຸຕຸນິຍົມການບິນ, ລະບົບຂໍ້ມູນຂ່າວສານການບິນ, ແຜນທີ່ທາງອາກາດ ວົງຈອນການບິນຂຶ້ນ-ລົງສະໜາມບິນ, ເດີ່ນບິນ, ການຈາລະຈອນທາງອາກາດ ແລະ ການບໍລິການຕາມມາດຕະຖານ ຄວາມປອດໄພ, ການຮັກສາຄວາມປອດໄພ ການບິນ ແລະ ສິ່ງແວດລ້ອມ;
  6. ກວດກາ ແລະ ປັບປຸງຄືນ ໂຄງລ່າງພື້ນຖານ ຂອງບັນດາດ່ານຊາຍແດນ ທີ່ໄດ້ສ້າງຕັ້ງຂຶ້ນກ່ອນ ໃຫ້ໄດ້ຕາມມາດຕະຖານເງື່ອນໄຂ ທີ່ລະບຸໄວ້ໃນດຳລັດສະບັບນີ້.
  7. ຄົ້ນຄວ້າ ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ຜູ້ຮັບຜິດຊອບວຽກງານໂຍທາທິການ ແລະ ຂົນສົ່ງ ຂອງດ່ານຊາຍແດນ ທາງບົກ, ທາງນ້ຳ ແລະ ສະໜາມບິນສາກົນ.

ມາດຕາ 83 ສິດ ແລະ ໜ້າທີ່ ຂອງກະຊວງປ້ອງກັນປະເທດ

ໃນວຽກງານຄຸ້ມຄອງດ່ານຊາຍແດນ ກະຊວງປ້ອງກັນປະເທດ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ພົວພັນກັບກຳລັງປ້ອງກັນຊາຍແດນ ຂອງບັນດາປະເທດໃກ້ຄຽງ ເພື່ອຈັດຕັ້ງປະຕິບັດສົນທິສັນຍາ, ສັນຍາສາກົນ ແລະ ຂໍ້ຕົກລົງ ກ່ຽວກັບຊາຍແດນ, ແລກປ່ຽນສະພາບການ ແລະ ແກ້ໄຂກໍລະນີຕ່າງໆ ທີ່ເກີດຂຶ້ນຕາມການມອບໝາຍຂອງຂັ້ນເທິງ;
  2. ປະສານສົມທົບກັບ ກຳລັງປ້ອງກັນຄວາມສະຫງົບ, ບັນດາຂະແໜງການຄຸ້ມຄອງລັດ, ບັນດາຫົວໜ່ວຍທຸລະກິດ ທີ່ຢູ່ຂອບເຂດດ່ານຊາຍແດນ ເພື່ອຮ່ວມເກັບກຳຂໍ້ມູນ ຂ່າວສານທີ່ຈຳເປັນ ກ່ຽວກັບວຽກງານປົກປັກຮັກສາ ແລະ ຄຸ້ມຄອງຊາຍແດນ;
  3. ສົມທົບກັບ ກຳລັງປ້ອງກັນຄວາສະຫງົບປະຈຳຢູ່ດ່ານຊາຍແດນ ໃນການຄຸ້ມຄອງ ແລະ ກວດກາການເຂົ້າ-ອອກ ຂອງພົນລະເມືອງລາວ ແລະ ຊາວຕ່າງປະເທດຢູ່ຕາມດ່ານຊາຍແດນ ແນໃສ່ຮັກສາຄວາມສະຫງົບ ປອດໄພ ໃຫ້ແກ່ເສັ້ນຊາຍແດນ;
  4. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ໝວດທີ 7

ອົງການປົກຄອງທ້ອງຖິ່ນ

ມາດຕາ 84 ອົງການປົກຄອງທ້ອງຖິ່ນ

ໃນວຽກງານຄຸ້ມຄອງດ່ານຊາຍແດນ ອົງການປົກຄອງທ້ອງຖິ່ນ ປະກອບມີ: ແຂວງ, ນະຄອນຫຼວງ ແລະ ເມືອງ ທີ່ມີດ່ານຊາຍແດນ ຕັ້ງຢູ່.

ມາດຕາ 85 ສິດ ແລະ ໜ້າທີ່ ຂອງແຂວງ ແລະ ນະຄອນຫຼວງ ທີ່ມີດ່ານຊາຍແດນຕັ້ງຢູ່

ແຂວງ ແລະ ນະຄອນຫຼວງ ທີ່ມີດ່ານຊາຍແດນຕັ້ງຢູ່ ມີສິດ ແລະ ໜ້າທີ່ດັ່ງນີ້:

  1. ຊີ້ນຳ, ຊຸກຍູ້, ຕິດຕາມ, ກວດກາ ແລະ ອຳນວຍຄວາມສະດວກ ໃຫ້ບັນດາດ່ານຊາຍແດນທີ່ຕັ້ງຢູ່ແຂວງ ແລະ ນະຄອນຫຼວງ ຕາມກົດໝາຍ, ລະບຽບການ ແລະ ພາລະບົດບາດຂອງຕົນ;
  2. ຄົ້ນຄວ້າ ສະເໜີ ລັດຖະບານ ໂດຍຜ່ານກະຊວງການຕ່າງປະເທດ ເພື່ອຂໍສ້າງຕັ້ງ, ຍົກລະດັບ, ຫຼຸດລະດັບ ຫຼື ຍຸບເລີກ ດ່ານຊາຍແດນ ທີ່ຕັ້ງຢູ່ໃນທ້ອງຖິ່ນຂອງຕົນ;
  3. ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ຫົວໜ້າຄະນະຄຸ້ມຄອງດ່ານທ້ອງຖິ່ນ ແລະ ດ່ານປະເພນີ;
  4. ລາຍງານ ການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງດ່ານຊາຍແດນ ໃນແຕ່ລະໄລຍະ ໃຫ້ລັດຖະບານ ຢ່າງເປັນປົກກະຕິ;
  5. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 86 ສິດ ແລະ ໜ້າທີ່ ຂອງເມືອງ ທີ່ມີດ່ານຊາຍແດນຕັ້ງຢູ່

ເມືອງ ທີ່ມີດ່ານຊາຍແດນຕັ້ງຢູ່ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ຊີ້ນຳ, ຊຸກຍູ້, ຕິດຕາມ, ກວດກາ ແລະ ອຳນວຍຄວາມສະດວກ ໃຫ້ດ່ານທ້ອງຖິ່ນ ແລະ ດ່ານປະເພນີ ທີ່ຕັ້ງຢູ່ເມືອງຂອງຕົນ ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງດ່ານຊາຍແດນ ຕາມກົດໝາຍ, ລະບຽບການ ແລະ ພາລະບົດບາດ;
  2. ຄົ້ນຄວ້າ ແລະ ປະສານສົມທົບ ຂະແໜງການທີ່ກ່ຽວຂ້ອງ ເພື່ອສະເໜີ ເຈົ້າແຂວງ ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ຫົວໜ້າຄະນະຄຸ້ມຄອງດ່ານທ້ອງຖິ່ນ, ຫົວໜ້າໜ່ວຍງານປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ ແລະ ພາສີ ປະຈຳດ່ານປະເພນີ ທີ່ຕັ້ງຢູ່ເມືອງຂອງຕົນ;
  3. ລາຍງານການຈັດຕັ້ງປະຕິບັດວຽກງານຄຸ້ມຄອງດ່ານຊາຍແດນ ໃນແຕ່ລະໄລຍະ ໃຫ້ແຂວງ ຫຼື ນະຄອນຫຼວງ ຢ່າງເປັນປົກກະຕິ;
  4. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ໝວດທີ 8

ການກວດກາ ວຽກງານດ່ານຊາຍແດນ ແລະ ສະໜາມບິນສາກົນ

ມາດຕາ 87 ອົງການກວດກາວຽກງານດ່ານຊາຍແດນ ແລະ ສະໜາມບິນສາກົນ

ອົງການກວດກາ ວຽກງານດ່ານຊາຍແດນ ແລະ ສະໜາມບິນສາກົນ ປະກອບດ້ວຍ:

  1. ອົງການກວດກາພາຍໃນ ຊຶ່ງແມ່ນອົງການດຽວກັບອົງການຄຸ້ມຄອງດ່ານຊາຍແດນ ແລະ ສະໜາມບິນສາກົນ ຕາມທີ່ກຳນົດໄວ້ໃນດຳລັດສະບັບນີ້;
  2. ອົງການກວດກາພາຍນອກ ແມ່ນສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ອົງການກວດສອບແຫ່ງລັດ, ອົງການກວດກາລັດຖະບານ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ສື່ມວນຊົນ ແລະ ພົນລະເມືອງ.

ມາດຕາ 88 ເນື້ອໃນການກວດກາ

ການກວດກາວຽກງານດ່ານຊາຍແດນ ແລະ ສະໜາມບິນສາກົນ ມີເນື້ອໃນ ຕົ້ນຕໍ ດັ່ງນີ້:

  1. ການປະຕິບັດກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານດ່ານຊາຍແດນ ແລະ ສະໜາມບິນສາກົນ;
  2. ການປະຕິບັດໜ້າທີ່ຂອງພະນັກງານ-ລັດຖະກອນ.

ມາດຕາ 89 ຮູບການການກວດກາ

ການກວດກາ ມີຮູບການ ດັ່ງນີ້:

  1. ການກວດກາຕາມລະບົບປົກກະຕິ;
  2. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ;
  3. ການກວດກາແບບສຸກເສີນ.

ການກວດກາຕາມລະບົບປົກກະຕິ ແມ່ນ ການກວດກາທີ່ດຳເນີນໄປຕາມແຜນການຢ່າງເປັນປະຈຳ ແລະ ມີກຳນົດເວລາອັນແນ່ນອນ.

ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນ ການກວດການອກແຜນ ເມື່ອເຫັນວ່າມີຄວາມຈຳເປັນ ໂດຍແຈ້ງໃຫ້ເປົ້າໝາຍຖືກກວດກາຮູ້ລ່ວງໜ້າ.

ການກວດກາແບບສຸກເສີນ ແມ່ນ ການກວດກາແບບຮີບດ່ວນ ໂດຍທີ່ບໍ່ໄດ້ແຈ້ງໃຫ້ເປົ້າໝາຍຖືກກວດກາຮູ້ລ່ວງໜ້າ.

ພາກທີ X

ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 90 ນະໂຍບາຍຕໍ່ຜູ້ມີຜົນງານ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດດຳລັດສະບັບນີ້ ຈະໄດ້ຮັບການຍ້ອງຍໍ ແລະ ນະໂຍບາຍອື່ນ ຕາມລະບຽບການ.

ມາດຕາ 91 ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ລະເມີດດຳລັດສະບັບນີ້ ກ່ຽວກັບການຄຸ້ມຄອງດ່ານຊາຍແດນ ແລະ ສະໜາມບິນສາກົນ ຈະຖືກສຶກສາອົບຮົມ, ກ່າວເຕືອນ, ປັບໃໝ, ລົງວິໄນ, ດຳເນີນຄະດີທາງແພ່ງ ຫຼື ທາງອາຍາ ຕາມແຕ່ກໍລະນີເບົາ ຫຼື ໜັກ.

ມາດຕາ 92 ມາດຕະການຕໍ່ພະນັກງານ ແລະ ເຈົ້າໜ້າທີ່ປະຈຳດ່ານຊາຍແດນ ແລະ ສະໜາມບິນສາກົນ

ພະນັກງານ ແລະ ເຈົ້າໜ້າທີ່ປະຈຳດ່ານຊາຍແດນ ທີ່ຮັບຜິດຊອບວຽກງານຄຸ້ມຄອງດ່ານຊາຍແດນ ແລະ ສະໜາມບິນສາກົນ ທີ່ລະເມີດຂໍ້ຫ້າມ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 64, 65 ຂອງດຳລັດສະບັບນີ້ ແລະ ລະບຽບການອື່ນ ກ່ຽວກັບວຽກງານຄຸ້ມຄອງດ່ານຊາຍແດນ ແລະ ສະໜາມບິນສາກົນ ຈະຖືກປະຕິບັດມາດຕະຖານ ຕາມແຕ່ລະກໍລະນີ ດັ່ງນີ້:

  1. ສຶກສາອົບຮົມ ແລະ ກ່າວເຕືອນໃນກໍລະນີລະເມີດ ດຳລັດສະບັບນີ້ ແລະ ລະບຽບການ ທີ່ບໍ່ຮ້າຍແຮງ ຫຼື ບໍ່ເປັນການກະທຳຜິດທາງອາຍາ;
  2. ໃຊ້ແທນຄ່າເສຍຫາຍ ແລະ ຖືກດຳເນີນຄະດີ ໃນກໍລະນີເບົາ ຫຼື ໜັກ, ໃນກໍລະນີບໍ່ມີຄວາມຮັບຜິດຊອບ ຫຼື ເມີນເສີຍຕໍ່ໜ້າທີ່ຂອງຕົນ ຊຶ່ງສ້າງຄວາມເສຍຫາຍ ຕໍ່ຜົນປະໂຫຍດຂອງບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ແລະ ລັດ.

ພາກທີ XI

ບົດບັນຍັດສຸດທ້າຍ

ມາດຕາ 93 ຕາປະທັບ

ຄະນະຄຸ້ມຄອງດ່ານຊາຍແດນສາກົນ, ດ່ານຊາຍແດນທ້ອງຖິ່ນ ແລະ ສະໜາມບິນສາກົນ ມີຕາປະທັບ ເປັນຂອງຕົນເອງ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານທາງລັດຖະການ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ສຳລັບຂະແໜງວິຊາສະເພາະ ມີຕາປະທັບ ເປັນຂອງຕົນເອງ ຕາມການກຳນົດ ຂອງກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ມາດຕາ 94 ເຄື່ອງແບບ, ເຄື່ອງໝາຍ ແລະ ບັດພະນັກງານ ແລະ ເຈົ້າໜ້າທີ່ປະຈຳດ່ານຊາຍແດນ ແລະ ສະໜາມບິນສາກົນ

ໃນເວລາປະຕິບັດໜ້າທີ່ວຽກງານ ພະນັກງານ ແລະ ເຈົ້າໜ້າທີ່ປະຈຳດ່ານຊາຍແດນ ແລະ ສະໜາມບິນສາກົນ ຕ້ອງໃສ່ເຄື່ອງແບບ, ກາໝາຍ, ປ້າຍຊື່ ບັດພະນັກງານ ຕາມທີ່ກຳນົດໄວ້ໃນລະບຽບການ ຂອງຂະແໜງການຕົນ.

ມາດຕາ 95 ການຈັດຕັ້ງປະຕິບັດ

ມອບໃຫ້ກະຊວງພາຍໃນ ເປັນເຈົ້າການສົມທົບກັບ ບັນດາຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ບ່ອນດ່ານຊານແດນຕັ້ງຢູ່ ປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຂອງບັນດາດ່ານຊາຍແດນ ແລະ ສະໜາມບິນສາກົນ ໃຫ້ສຳເລັດພາຍໃນ ສິບສອງເດືອນ ພາຍຫຼັງດຳລັດສະບັບນີ້ ໄດ້ຮັບຮອງ ແລະ ປະກາດໃຊ້.

ບັນດາກະຊວງ, ອົງການຈັດຕັ້ງທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດ ດຳລັດສະບັບນີ້ ຢ່າງເຂັ້ມງວດ.

ມາດຕາ 96 ຜົນສັກສິດ

 ດຳລັດສະບັບບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນ ແລະ ພາຍຫຼັງທີ່ໄດ້ລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າ ວັນ ເປັນຕົ້ນໄປ.

ຂໍ້ກຳນົດໃດ, ບົດບັນຍັດໃດ ທີ່ຂັດກັບດຳລັດສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ລັດຖະບານ ແຫ່ງ ສປປ ລາວ

ນາຍົກລັດຖະມົນຕີ

ທອງລຸນ ສີສຸລິດ

 

# ຫົວຂໍ້ ດາວໂຫຼດ
1 Decree on Border Checkpoint and International Airport No. 558/GoL, dated 31 December 2018 PDF
2 ດຳລັດ ວ່າດ້ວຍ ດ່ານຊາຍແດນ ແລະ ສະໜາມບິນສາກົນ ເລກທີ 558/ລບ, ລົງວັນທີ 31 ທັນວາ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.