ອີງຕາມຂໍ້ຕົກລົງ ວ່າດ້ວຍການອະນຸມັດນຳໃຊ້ລະບົບແຈ້ງພາສີປະຕູດຽວ ເລກທີ 0204/ກງ, ລົງວັນທີ 15 ມັງກອນ 2019, ການຈັດຕັ້ງປະຕິບັດລະບົບແຈ້ງພາສີປະຕູດຽວ (Lao National Single Window ຫຼື LNSW) ເຂົ້າໃນການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກສິນຄ້າປະເພດຕ່າງໆ; ໂດຍໃຫ້ນຳໃຊ້ລະບົບດັ່ງກ່າວເຂົ້າໃນການຄຸ້ມຄອງການນຳເຂົ້າສິນຄ້າປະເພດພາຫະນະ ຢູ່ດ່ານພາສີສາກົນຂົວມິດຕະພາບ1 ເປັນບາດກ້າວເລີ່ມຕົ້ນ. ພາຍຫຼັງມີການປັບປຸງ, ພັດທະນາ ແລະ ມີຜົນສຳເລັດໃນການຈັດຕັ້ງປະຕິບັດ ຈຶ່ງໃຫ້ສືບຕໍ່ຜັນຂະຫຍາຍການນຳໃຊ້ລະບົບໄປສູ່ບັນດາດ່ານພາສີສາກົນໃນທົ່ວປະເທດ.

ຂໍ້ມູນພາບ: https://www.azernews.az

 

ສຳລັບການຊຳລະຄ່າພາສີ, ຄ່າອາກອນ,ຄ່າທຳນຽມ, ຄ່າບໍລິການ ແລະ ພັນທະອື່ືນ ທີ່ຕ້ອງມອບເຂົ້າງົບປະມານລັດສຳລັບການນຳເຂົ້າ ແລະ ການສົ່ງອອກສິນຄ້າ, ເຄື່ອງຂອງ ແມ່ນໃຫ້ຊຳລະລວມສູນຈຸດດຽວຢູ່ດ່ານພາສີຊາຍແດນບ່ອນນຳເຂົ້າ ແລະ ສົ່ງອອກສິນຄ້າ ໂດຍຜ່ານລະບົບແຈ້ງພາສີປະຕູດຽວ (LNSW)  ທີ່ເຊືື່ອມໂຍງກັບລະບົບ ແຈ້ງໂດຍພາສີເອເລກໂຕຣນິກ(ASYCUDA)  ແລະ ລະບົບຊຳລະເງິນຜ່ານທະນາຄານ (SmartTax).

ຂໍ້ມູນພາບ: http://travel-lao-isaan.blogspot.com

 

ຂໍ້ມູນເພີ່ມເຕີມ ສາມາດພົວພັນໄດ້ທີ່:

ບໍລິສັດ ຮ່ວມພັດທະນາລະບົບແຈ້ງພາສີປະຕູດຽວຈຳກັດ
ອາຄານສີຂຽວ (ຊັ້ນ 03), ບ້ານນາໄຊ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ

ໂທ: 030 7776699
ອີເມລ: [email protected]
ເວັບໄຊທ໌: https://www.laonsw.net/

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.