ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ    ເລກທີ 2819/ກງ

ນະຄອນຫຼວງວຽງຈັນ, ວັນທີ 05 ກັນຍາ 2018

ຄໍາແນະນໍາຂອງກະຊວງການເງິນ

ກ່ຽວກັບການສ້າງໃບແຈ້ງພາສີຄ້ໍາປະກັນ ຂອງວິສາຫະກິດລົງທຶນພາຍໃນ ແລະ ຕ່າງປະເທດ, ໂຄງການທີ່ນໍາໃຊ້ທຶນກູ້ຢືມ ແລະ ຊ່ວຍເຫຼືອລ້າຈາກຕ່າງປະເທດ, ອົງການຈັດຕັ້ງລັດ ແລະ ສາກົນ

  • ອີງຕາມກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011;
  • ອີງຕາມ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບປັບປຸງເລກທີ 14/ສພຊ, ລົງວັນທີ 17 ພະຈິກ 2016;    
  • ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 144/ນຍ, ລົງວັນທີ: 08/05/2017; ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງກະຊວງການເງິນ;
  • ອີງຕາມແຈ້ງການຂອງກະຊວງການເງິນ ສະບັບເລກທີ 0420/ກງ, ລົງວັນທີ 14 ກຸມພາ 2018 ວ່າດ້ວຍຂັ້ນຕອນການດໍາເນີນເອກະສານຂໍອະນຸມັດນໍາເຂົ້າສິນຄ້າ, ເຄື່ອງຂອງ ໄດ້ຍົກເວັ້ນພາສີ-ອາກອນນໍາເຂົ້າສໍາລັບໂຄງການທີນໍາໃຊ້ທຶນກູ້ຢືມ ແລະ ຊ່ວຍເຫຼືອລ້າຈາກຕ່າງປະເທດ;
  • ອີງຕາມ ໜັງສືສະເໜີຂອງກົມພາສີ ສະບົບເລກທີ: 04369/ກພສ, ລົງວັນທີ 16 ສິງຫາ 2018.

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນອອກຄໍາແນະນໍາ ດັ່ງນີ້:

1. ຈຸດປະສົງຄໍາແນະນໍາສະບັບນີ້ ເພື່ອຈັດຕັ້ງຜັນຂະຫຍາຍ ມາດຕາ 27 ກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ກ່ຽວກັບການຄໍ້າປະກັນເພື່ອນໍາເອົາສິນຄ້າ, ເຄື່ອງອອກຈາກດ່ານພາສີ ຫຼື ສາງ, ແນໃສ່ເພື່ອກໍານົດຫຼັກການ ແລະ ມາດຕະການໃນການຄຸ້ມຄອງ ສາງໃບແຈ້ງພາສີຄ້ໍາປະກັນ ທີ່ໄດ້ອະນຸຍາດໃຫ້ສິນຄ້າ, ເຄື່ອງຂອງ ຂອງວິສາຫະກິດລົງທຶນພາຍໃນ ແລະ ຕ່າງປະເທດ, ໂຄງການທີນໍາໃຊ້ທຶນກູ້ຢືມ ແລະ ຊ່ວຍເຫຼືອລ້າຈາກຕ່າງປະເທດ, ອົງການຈັດຕັ້ງລັດ ແລະ ສາກົນ ອອກກ່ອນດ້ວຍການຄ້ໍາປະກັນຕາມກົດໝາຍ.

2. ສິນຄ້າ, ເຄື່ອງຂອງ ຂອງວິສາຫະກິດລົງທຶນພາຍໃນ ແລະ ຕ່າງປະເທດ, ໂຄງການທີ່ນໍາໃຊ້ທຶນກູ້ຢືມ ແລະ ຊ່ວຍເຫຼືອລ້າຈາກຕ່າງປະເທດ, ອົງການຈັດຕັ້ງລັດ ແລະ ສາກົນ, ເປັນຕົ້ນ ປະເພດວັດຖຸອຸປະກອນ, ພາຫະນະ, ກົນຈັກໜັກ ແລະ ອື່ນໆ, ໃນກໍລະນີທີ່ແຜນນໍາເຂົ້າປະຈໍາປີ ຫຼື ຂໍ້ຕົກລົງກ່ຽວກັບການຍົກເວັ້ນ, ງົດເກັບ ແລະ ຫຼຸດຜ່ອນຄ່າພາສີ-ອາກອນຍັງບໍ່ທັນອະນຸມັດຈາກຂະແໜງການລັດທີ່ກ່ຽວຂ້ອງຕາມລະບຽບການ, ແຕ່ມີຄວາມຕ້ອງການຮີບດ່ວນ ເພື່ອນໍາເຂົ້າມາຮັບໃຊ້ວິສາຫະກິດ, ໂຄງການ ຫຼື ອົງການຈັດຕັ້ງດັ່ງກ່າວຕ້ອງໄດ້ປະຕິບັດຕາມຂັ້ນຕອນການຄ້ໍາປະກັນ ແລະ ປະກອນໃບແຈ້ງພາສີຄ້ໍາປະກັນ ທີ່ດ່ານພາສີຊາຍແດນບ່ອນນໍາເຂົ້າຕາມທີ່ກໍານົດໄວ້ໃນມາດຕາ 27 ຕາມກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ຢ່າງເຂັ້ມງວດ

3. ການສ້າງໃບແຈ້ງພາສີຄ້ໍາປະກັນ ຂອງບັນດາວິສາຫະກິດ, ໂຄງການ ແລະ ອົງການຈັດຕັ້ງດັ່ງກ່າວ ຕ້ອງໄດ້ປະກອບໃບແຈ້ງພາສີເປັນລາຍລະອຽດ ພາຍໃນກໍານົດເວລາ 15 ວັນລັດຖະການ ນັບແຕ່ມື້ທີ່ແຜນການນໍາເຂົ້າປະຈໍາປີ ຫຼື ຂໍ້ຕົກລົງທີ່ກ່ຽວຂ້ອງກັບການຍົກເວັ້ນ, ງົດເກັບ ຫຼື ຫຼຸດຜ່ອນຄ່າພາສີ-ອາກອນ ໄດ້ອະນຸມັດຈາກຂະແໜງການລັດທີ່ກ່ຽວຂ້ອງ ຕາມກົດໝາຍ ແລະ ລະບຽບການ ຖ້າກາຍກໍານົດເວລາດັ່ງກ່າວ ຕ້ອງຖຶກປັບໄໝເທົ່າກັບ 0,10% ຂອງມູນຄ່າສິນຄ້າ, ເຄື່ອງຂອງ ທີ່ໄດ້ກໍານົດໄວ້ໃນມາດຕາ 27 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ຢ່າງເຂັ້ມງວດ.

4. ສໍາລັບການປະກອບເອກະສານໃບແຈ້ງພາສີເປັນລາຍລະອຽດ ເພື່ອສະສາງໃບແຈ້ງພາສີຄ້ໍາປະກັນສິນຄ້າ, ເຄື່ອງຂອງ ຂອງບັນດາວິສາຫະກິດນໍາເຂົ້າ-ສົ່ງອອກ ແລະ ອື່ນໆ ທີ່ບໍ່ຕິດພັນກັບການຄົ້ນຄ້ວາຮັບຮອງແຜນນໍາເຂົ້າປະຈໍາປີ ຫຼື ຂໍ້ຕົກລົງທີ່ກ່ຽວຂ້ອງ ແມ່ນໃຫ້ປະຕິບັດ ນັບແຕ່ມື້ທີ່ນໍາເອົາສິນຄ້າ, ເຄື່ອງຂອງອອກຈາກດ່ານພາສີ ຫຼື ສາງ ພາຍໃນ 15 ວັນລັດຖະການ. ຖ້າກາຍກໍານົດເວລາດັ່ງກ່າວ ຕ້ອງຖຶກປັບໄໝເທົ່າກັບ 0,10% ຂອງມູນຄ່າສິນຄ້າ, ເຄື່ອງຂອງ ຕາມມາດຕາ 27 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ຢ່າງເຂັ້ມງວດ.

5. ບັນດາວິສາຫະກິດລົງທຶນພາຍໃນ ແລະ ຕ່າງປະເທດ, ໂຄງການທີ່ນໍາໃຊ້ທຶນກູ້ຢືມ ແລະ ຊ່ວຍເຫຼືອລ້າຈາກຕ່າງປະເທດ, ອົງການຈັດຕັ້ງລັດ ແລະ ສາກົນ ຕ້ອງເອົາໃຈໃສ່ ປະສານພົວພັນກັບຂະແໜງການລັດທີ່ກ່ຽວຂ້ອງເພື່ອໃຫ້ການຄົ້ນຄ້ວາຮັບຮອງແຜນນໍາເຂົ້າປະຈໍາປີ ຫຼື ຂໍ້ຕົກລົງກ່ຽວກັບການຍົກເວັ້ນ, ງົດເກັບ ຫຼື ຫຼຸດຜ່ອນຄ່າພາສີ-ອາກອນ ໃຫ້ຖືກອະນຸມັດຕາມກົດໝາຍ ແລະ ລະບຽບການສໍາເລັດໂດຍໄວ.

6. ມອບໃຫ້ດ່ານພາສີຊາຍແດນ, ກອງຄຸ້ມຄອງພາສີ ບ່ອນສິນຄ້ານໍາເຂົ້າ ຕ້ອງໄດ້ຕິດຕາມ, ກວດກາ ແລະ ເລັ່ງທວງໄຫ້ແຈ້ງພາສີ ມາປະກອບໃບແຈ້ງພາສີເປັນລາຍລະອຽດ ຕາມລະບຽບການກໍານົດໄວ້. ຖ້າຊັກຊ້າກາຍກໍານົດເວລາທີ່ໄດ້ກໍານົດໄວ້ໃນແຕ່ລະກໍລະນີ ໃຫ້ດໍາເນີນການປັບໄໝ ຕາມມາດຕາ 27 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ຢ່າງເຂັ້ນງວດ.

7. ມອບໃຫ້ກົມພາສີ, ກົມນະໂຍບາຍການເງິນ ແລະ ນິຕິກໍາ, ກົມການເງິນຕ່າງປະເທດ ແລະ ຄຸ້ມຄອງໜີ້ສິນ,ກົມຊ່ວຍສາອາກອນ,ໃຫ້ກະຊວງການເງິນ ແລະ ພາກສ່ວນຂອງລັດທີ່ກ່ຽວຂ້ອງ ຈັດຕັ້ງເຜີຍແຜ່ເນື້ອໃນຄໍາແນະນໍາສະບັບນີ້ ໃຫ້ບັນດາວິສາຫະກິດ, ໂຄງການ ແລະ ອົງການທີ່ກ່ຽວຂ້ອງເຊື່ອມຊຶມ ແລະ ເຂົ້າໃຈເພື່ອພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

8. ຄໍາແນະນໍາ ສະບັບນີ້ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ດັ່ງນັ້ນ, ຈື່ງແຈ້ງມາເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ                

ຮອງນາຍົກລັດຖະມົນຕີ

ລັດຖະມົນຕີກະຊວງການເງິນ

ສົມດີ ດວງດີ

 

# ຫົວຂໍ້ ດາວໂຫຼດ
1 Instruction on the Settlement of Guaranteed Customs Declaration IM8 of Domestic and Foreign Enterprises, Projects Funded by Foreign Loan and Grant, State and International Organization No.2819/MoF, dated 05 September 2018 PDF
2 ຄຳແນະນໍາ ກ່ຽວກັບການສະສາງໃບແຈ້ງພາສີຄໍ້າປະກັນ IM8 ຂອງວິສະຫະກິດລົງທຶນພາຍ ແລະ ຕ່າງປະເທດ, ໂຄງການທີ່ນຳໃຊ້ທຶນກູ້ຢືມ ແລະ ຊ່ວຍເຫຼືອລ້າຈາກຕ່າງປະເທດ, ອົງການຈັດຕັ້ງລັດ ແລະ ສາກົນ ສະບັບເລກທີ 2819/ກງ, ລົງວັນທີ 05 ກັນຍາ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.