ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ, ກົມພາສີ    ເລກທີ 02518/ກພສ

ນະຄອນຫຼວງວຽງຈັນ, ວັນທີ 21 ພຶດສະພາ 2018

ຄໍາແນະນໍາ

ວ່າດ້ວຍການຄຸ້ມຄອງການນຳເຂົ້າວັດຖຸອຸປະກອນ, ກົນຈັກ, ພາຫະນະ,

ນ້ໍາມັນເຊື້ອໄຟ ແລະ ອື່ນໆ ທີ່ນໍາເຂົ້າໃນລະບອບຍົກເວັ້ນ, ງົດເກັບ ຫຼື ເສຍພາສີຫຼຸດຜ່ອນ

 

  • ອີງຕາມກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ ລົງວັນທີ 20 ທັນວາ 2011, ແລະ ສະບັບປັບປຸງ ເລກທີ 57/ສພຊ, ລົງວັນທີ 24 ທັນວາ 2014.
  • ອີງຕາມ ກົດໝາຍວ່າດ້ວຍສົ່ງເສີມການລົງທຶນ ສະບັບປັບປຸງ ເລກທີ 14/ສພຊ, ລົງວັນທີ 17 ພະຈິກ 2016.
  • ອີງຕາມ ຂໍ້ຕົກລົງກະຊວງການເງິນ ສະບັບເລກທີ 2826/ກງ, ລົງວັນທີ 22 ສິງຫາ 2017 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມພາສີ.
  • ອີງຕາມ ຄໍາແນະນໍາຂອງກະຊວງການເງິນ ສະບັບເລກທີ 2560/ກງ, ລົງວັນທີ 09 ສິງຫາ 2016 ວ່າດ້ວຍການປະຕິບັດນະໂຍບາຍພາສີ-ອາກອນ ສໍາລັບການນໍາເຂົ້າວັດຖຸ, ອຸປະກອນ ແລະ ພາຫະນະຕ່າງໆ ຂອງແຜນງານ/ໂຄງການ ທີ່ນໍາໃຊ້ທຶນກູ້ຢືມ ແລະ ຊ່ວຍເຫຼືອລ້າຈາກຕ່າງປະເທດ.

ກົມພາສີ ອອກຄໍາແນະນໍາ:

I. ຈຸດປະສົງ:

   ຄໍາແນະນໍາສະບັບນີ້ ແມ່ນເພື່ອກໍານົດຫຼັກການ, ລະບຽບການ ແລະ ວິທີການຄຸ້ມຄອງການນໍາເຂົ້າຂອງວັດຖຸອຸປະກອນ, ກົນຈັກ, ພາຫະນະ, ນ້ໍາມັນເຊື້ອໄຟ ແລະ ອື່ນໆ ທີ່ນໍາເຂົ້າໃນລະບອບຍົກເວັ້ນ, ງົດເກັບ ຫຼື ເສຍພາສີ ຫຼຸດຜ່ອນ ເພື່ອເຮັດໃຫ້ມີຂັ້ນຕອນປະກອບເອກະສານກະທັດຮັດ ດ້ວຍການນໍາໃຊ້ລະບົບການຄຸ້ມຄອງແຜນຂອງພາສີ ແນໃສ່ເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ້ຜູ້ນໍາເຂົ້າ, ຫຼຸດຜ່ອນການດໍາເນີນຂັ້ນຕອນ ບໍ່ໃຫ້ມີລັກສະນະຊ້ໍາຊ້ອນກັນພາຍໃນລັດຖະການພາສີໂດຍກໍານົດຂອບເຂດສິດ, ໜ້າທີ່ຄວາມຮັບຜິດຊອບ ລະຫ່ວາງ ກົມພາສີ, ກອງຄຸ້ມຄອງພາສີ, ກອງກວດກາພາສີປະຈໍາແຂວງ ແລະ ດ່ານພາສີຊາຍແດນ ໃນການຄຸ້ມຄອງ, ຕິດຕາມກວດກາທາງດ້ານເອກະສານ, ການນໍາເຂົ້າ-ສົ່ງອອກ ແລະ ການເຄື່ອນຍ້າຍພາຍໃນ ໃຫ້ເປັນເອກະພາບກັນໃນຂອບເຂດທົ່ວປະເທດ.

II. ຫຼັກການ:

ຄໍາແນະນໍາ ສະບັບນີ້ແມ່ນເພື່ອກໍານົດຫຼັກການ ແລະ ຂອບເຂດຂອງລັດຖະການພາສີແຕ່ລະຂັ້ນ ໃນການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ເຂົ້າຮ່ວມໃນການຄົ້ນຄ້ວານະໂຍບາຍດ້ານພາສີ-ອາກອນ ຂອງບັນດາໂຄງການສົ່ງເສີມການລົງທຶນຂັ້ນສູນກາງ ແລະ ທ້ອງຖິ່ນ, ການລົງທຶນໃນຂອບເຂດເສດຖະກິດ, ໂຄງການລົງທຶນຂອງລັດ, ໂຄງການນໍາໃຊ້ທຶນ ກູ້ຢືມ-ຊ່ວຍເຫຼືອລ້າຈາກຕ່າງປະເທດ, ສະຖານທູດ-ອົງການຈັດຕັ້ງສາກົນ ແລະ ອື່ນໆ. ການຈັດຕັ້ງປະຕິບັດຢູ່ຂັ້ນສູນກາງແມ່ນ ກົມພາສີ (ພະແນກຄຸ້ມຄອງການຍົກເວັ້ນ ແລະ ງົດເກັບພາສີ) ຮັບຜິດຊອບ, ສໍາລັບການລົງທຶນຢູ່ຂັ້ນທ້ອງຖິ່ນຂອງບັນດາແຂວງ ແມ່ນກອງຄຸ້ມຄອງພາສີ, ກອງກວດກາພາສີປະຈໍາແຂວງ ເປັນຜູ້ຮັບຜິດຊອບ, ສ່ວນບັນດາດ່ານພາສີຊາຍແດນ ເປັນຜູ້ຈັດຕັ້ງປະຕິບັດຕົວຈິງ ຕາມລະບຽບການ.

III. ບັນດາເອກະສານປະກອບໃນການຕິດຕາມການນໍາເຂົ້າຍົກເວັ້ນ, ງົດເກັບ ຫຼື ເສຍພາສີຫຼຸດຜ່ອນ

   ການນໍາເຂົ້າວັດຖຸອຸປະກອນ, ກົນຈັກ, ພາຫະນະ, ນໍ້າມັນເຊື້ອໄຟ ແລະ ອື່ນໆ ທີ່ນໍາເຂົ້າໃນລະບົບຍົກເວັ້ນ, ງົດເກັບ ຫຼື ເສຍພາສີຫຼຸດຜ່ອນ ແມ່ນຢູ່ພາຍໃຕ້ການຄວບຄຸມ ຂອງລັດຖະການພາສີ ຕາມທີ່ໄດ້ກໍານົດໃນກົດໝາຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ພະຈິກ 2011. ໃນການຈັດຕັ້ງປະຕິບັດຕົວຈິງ ຕ້ອງໃຫ້ສອດຄ່ອງກັບບັນດາກົດໝາຍ ແລະ ລະບຽບການທີ່ກໍານົດໄວ້ສະເພາະ ເປັນຕົ້ນ ກົດໝາຍວ່າດ້ວຍສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍສ່ວຍສາອາກອນ, ກົດໝາຍວ່າດ້ວຍອາກອນມູນຄ່າເພີມ, ດໍາລັດນາຍົກລັດຖະມົນຕີ ກ່ຽວກັບ ນະໂຍບາຍສົ່ງເສີມການລົງທຶນໃນເຂດເສດຖະກິດພິເສດ ຫຼື ເຂດອື່ນໆ, ລະບຽບການຄຸ້ມຄອງນໍາໃຊ້ທຶນກູ້ຢືມ-ຊ່ວຍເຫຼືອລ້າຈາກຕ່າງປະເທດ ແລະ ກໍລະນີໃຫ້ນະໂຍບາຍຂອງລັດຖະບານ ຊຶ່ງໄດ້ປະຕິບັດເປັນແຕ່ລະກໍລະນີ, ຄື:

3.1. ການນໍາເຂົ້າສິນຄ້າ, ເຄື່ອງຂອງ ຕາມນະໂຍບາຍສົ່ງເສີມການລົງທຶນ:

  ການນໍາເຂົ້າສິນຄ້າ, ເຄື່ອງຂອງ ໂຄງການຕາມນະໂຍບາຍສົ່ງເສີມການລົງທຶນ ຕ້ອງໄດ້ປະກອບເອກະສານ ຍື່ນຕໍ່ລັດຖະການພາສີ ເພື່ອພິຈາລະນາ, ຄື:

  • ໃບສະເໝີຂອງວິສາຫະກິດລົງທຶນ ເຖິງລັດຖະການພາສີແຕ່ລະຂັ້ນ (ກົມພາສີ, ກອງຄຸ້ມຄອງພາສີ, ກອງກວດກາພາສີປະຈໍາແຂວງ) ເພື່ອແຈ້ງລາຍການສິນຄ້າ ເຄື່ອງຂອງ ທີ່ຈະນໍາເຂົ້າຜ່ານບັນດາດ່ານພາສີຊາຍແດນ, ທີ່ຕັ້ງໂຄງການ, ເສັ້ນທາງຂົນສົ່ງ, ສາງເກັບມ້ຽນເຄື່ອງຂອງໂຄງການ ແລະ ການນໍາໃຊ້ເຂົ້າໃນເປົ້າໝາຍໂຄງການ;
  • ບົດວິພາກເສດຖະກິດຂອງວິສາຫະກິດ (ຍື່ນຄັ້ງດຽວ);
  • ສັນຍາສໍາປະທານ (ຖ້າມີ, ຍື່ນຄັ້ງດຽວ);
  • ໃບທະບຽນວິສາຫະກິດ;
  • ໃບຢັ້ງຢືນການມອບພັນທະອາກອນປະຈໍາປີ;
  • ໃບອະນຸຍາດອື່ນໆທີ່ກ່ຽວຂ້ອງກັບການສ້າງຕັ້ງວິສາຫະກິດ (ເຊັ່ນ :  ໃບອະນຸຍາດສ້າງຕັ້ງໂຮງງານ, ໃບຢັ້ງຢືນສິ່ງແວດລ້ອມ, ...);
  • ຂໍ້ຕົກລົງແຜນການນໍາເຂົ້າປະຈໍາປີ ຂອງ ຄລທສ ຂັ້ນສູນກາງ (ກະຊວງແຜນການແລະການລົງທຶນ) ຫຼື ຂອງ ຄລທຂ ຂັ້ນທ້ອງຖີ່ນ (ເຈົ້າແຂວງ) ເປັນຜູ້ຕົກລົງອະນຸມັດຕາມກົດໝາຍ.

3.2. ເຂດເສດຖະກິດພິເສດ ຫຼື ເຂດອື່ນໆຕາມການອະນຸມັດຂອງລັດຖະບານ

 ການນໍາເຂົ້າສິນຄ້າ, ເຄື່ອງຂອງ ໂຄງການຕາມນະໂຍບາຍສົ່ງເສີມການລົງທຶນ ໃນເຂດເສດຖະກິດພິເສດ ຫຼື ເຂດອື່ນໆ ຕ້ອງປະກອບເອກະສານ ຍື່ນຕໍ່ລັດຖະການພາສີ ເພື່ອພິຈາລະນາ ຄື :

+ ການນໍາເຂົ້າວັດຖຸອຸປະກອນ, ພາຫະນະກົນຈັກຕ່າງໆ ມາຮັບໃຊ້ກໍ່ສ້າງໂຄງການທີ່ເປັນສັບສົມບັດຄົງທີ່:

  • ໃບສະເໜີ ວິສາຫະກິດລົງທຶນ ເຖິງກົມພາສີ ເພື່ອແຈ້ງລາຍການສິນຄ້າ, ເຄື່ອງຂອງ ທີ່ຈະນໍາເຂົ້າຜ່ານບັນດາດ່ານພາສີຊາຍແດນ, ທີ່ຕັ້ງໂຄງການ, ເສັ້ນທາງຂົນສົ່ງ, ສາງເກັບມ້ຽນເຄື່ອງຂອງໂຄງການ ແລະ ການນໍາໃຊ້ເຂົ້າໃນເປົ້າໝາຍໂຄງການ;
  • ບົດວິພາກເສດຖະກິດຂອງວິສາຫະກິດ (ຍື່ນຄັ້ງດຽວ);
  • ສັນຍາສໍາປະທານ (ຖ້າມີ, ຍື່ນຄັ້ງດຽວ);
  • ໃບທະບຽນວິສາຫະກິດ;
  • ໃບຢັ້ງຢືນການມອບພັນທະອາກອນປະຈໍາປີ;
  • ໃບອະນຸຍາດອື່ນໆທີ່ກຽວຂ້ອງໃນການສ້າງຕັ້ງວິສາຫະກິດ (ເຊັ່ນ: ໃບອະນຸຍາດສ້າງຕັ້ງໂຮງງານ, ໃບຢັ້ງຢືນສິ່ງແວດລ້ອມ, ...)
  • ໃບຢັ້ງຢືນຂອງຫ້ອງການຄຸ້ມຄອງເສດຖະກິດພິເສດ ຫຼື ເຂດອື່ນໆ;
  • ໃບສະເໜີ ແລະ ຢັ້ງຢືນແຜນນໍາເຂົ້າປະຈໍາປີ ຂອງສະພາບໍລິຫານປະຈໍາເຂດ;
  • ໃບອະນຸຍາດຈາກຂະແໜງການກ່ຽວຂ້ອງ (ຖ້າມີ);
  • ໃບມອບສິດ (ຖ້າມີ);

+ ການນໍາເຂົ້າວັດຖຸດິບ, ອຸປະກອນ ມາຮັບໃຊ້ການຜະລິດພາຍໃນເຂດ:

  • ໃບສະເໜີຂອງ ວິສາຫະກິດລົງທຶນ ເຖິງກອງຄຸ້ມຄອງພາສີ ແລະ ກອງກວດກາປະຈໍາແຂວງ ເພື່ອແຈ້ງລາຍການສິນຄ້າ, ເຄື່ອງຂອງ ທີ່ນໍາເຂົ້າບັນດາດ່ານພາສີຊາຍແດນ, ທີ່ຕັ້ງໂຄງການ, ເສັ້ນທາງຂົນສົ່ງ, ສາງເກັບມ້ຽນເຄື່ອງຂອງ ແລະ ການນໍາໃຊ້ເຂົ້າໃນເປົ້າໝາຍ;
  • ໃບທະບຽນວິສາຫະກິດ;
  • ໃບຢັ້ງຢືນການມອບພັນທະອາກອນປະຈໍາປີ;
  • ໃບສະເໜີ ແລະ ໃບຢັ້ງຢືນແຜນນໍາເຂົ້າປະຈໍາປີ ຂອງສະພາບໍລິຫານເຂດ;
  • ແຜນການຜະລິດ, ຈໍາໜ່າຍ ແລະ ສົ່ງອອກ (ຖ້າມີ);
  • ໃບອະນຸຍາດຈາກຄະແໜງການກ່ຽວຂ້ອງ (ຖ້າມີ);
  • ໃບມອບສິດ (ຖ້າມີ);

3.3. ໂຄງການທີ່ນໍາໃຊ້ທຶນກູ້ຢືມ ແລະ ຊ່ວຍເຫຼືອລ້າຈາກຕ່າງປະເທດ

  ການນໍາເຂົ້າສິນຄ້າ ເຄື່ອງຂອງໂຄງການທີ່ນໍາໃຊ້ທຶນກູ້ຢືມ ແລະ ຊ່ວຍເຫຼືອລ້າຈາກຕ່າງປະເທດ ຕ້ອງປະກອບເອກະສານຍື່ນຕໍ່ລັດຖະການພາສີ ເພື່ອພິຈາລະນາ ຄື:

  • ໃບສະເໜີຂອງໂຄງການ ເຖິງກົມພາສີ ເພື່ອແຈ້ງລາຍການສິນຄ້າ ເຄື່ອງຂອງ ທີ່ນໍາເຂົ້າຜ່ານບັນດາດ່ານພາສີຊາຍແດນ, ທີ່ຕັ້ງໂຄງການ, ເສັ້ນທາງຂົນສົ່ງ, ສາງເກັບມ້ຽນໂຄງການ ແລະ ການນໍາເຂົ້າໃນເປົ້າໝາຍໂຄງການ;
  • ຂໍ້ຕົກລົງ ອະນຸມັດແຜນນໍາເຂົ້າສິນຄ້າເຄື່ອງຂອງຍົກເວັ້ນ ຫຼື ງົດເກັບພາສີ ຂອງລັດຖະມົນຕີກະຊວງການເງິນ;
  • ໃບມອບສິດ (ຖ້າມີ);

3.4. ສະຖານທູດ ແລະ ອົງການຈັດຕັ້ງສາກົນ:

   ການນໍາເຂົ້າສິນຄ້າ ເຄື່ອງຂອງຮັບໃຊ້ທາງການທູດ ແລະ ອົງການຈັດຕັ້ງສາກົນຕ້ອງປະກອບເອກະສານ ຍື່ນຕໍ່ກົມພາສີ ເພື່ອພິຈາລະນາ, ຄື:

  • ໃບສະເໜີສະຖານທູດ ແລະ ອົງການຈັດຕັ້ງສາກົນ ເຖິງກົມພາສີ ເພື່ອລາຍການສິນຄ້າ, ເຄື່ອງຂອງທີ່ຈະນໍາເຂົ້າຜ່ານບັນດາດ່ານພາສີຊາຍແດນ;
  • ສະໂນດນໍາສົ່ງ ຂອງກະຊວງການຕ່າງປະເທດ (ສໍາລັບພາຫະນະ ແລະ ນໍາມັນເຊື້ອໄຟ ແມ່ນລັດຖະມົນຕີກະຊວງການຕ່າງປະເທດ ຕົກລົງອະນຸມັດ; ສໍາລັບລາຍການສິນຄ້າ, ເຄື່ອງຂອງແມ່ນ ກົມພິທິການທູດພິຈາລະນາອະນຸມັດຕາມລະບຽບການ);
  • ໃບອະນຸຍາດນໍາເຂົ້າຂອງຂະແໜງການທີ່ກ່ຽວຂ້ອງ (ປະເພດພາຫະນະ, ນ້ໍາມັນເຊື້ອໄຟ);
  • ໃບມອບສິດ (ຖ້າມີ).

3.5. ກໍລະນີໃຫ້ນະໂຍບາຍອື່ນໆຂອງລັດຖະບານ:

  ການນໍາເຂົ້າສິນຄ້າ, ເຄື່ອງຂອງ, ງົດເກັບ ຫຼື ເສຍພາສີຫຼຸດຜ່ອນ ທີ່ລັດຖະບານເປັນຜູ້ຕົກລົງໃຫ້ນະໂຍບາຍເປັນແຕ່ລະກໍລະນີສະເພາະ, ຕ້ອງໄດ້ປະກອບເອກະສານ ຍື່ນຕໍ່ກົມພາສີ ເພື່ອພິຈາລະນາ ຄື:

  • ໃບສະເໜີຂອງຜູ້ນໍາເຂົ້າ ເຖິງກົມພາສີ ເພື່ອແຈ້ງລາຍການສິນຄ້າ ເຄື່ອງຂອງ ທີ່ຈະນໍາເຂົ້າຜ່ານບັນດາດ່ານພາສີຊາຍແດນ;
  • ແຈ້ງການຂອງ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ໂດຍຜ່ານກະຊວງການເງິນ;
  • ໃບອະນຸຍາດຈາກຂະແໜງການກ່ຽວຂ້ອງ (ຖ້າມີ);
  • ໃບມອບສິດ (ຖ້າມີ).

IV. ຂັ້ນຕອນໃນການຈັດຕັ້ງປະຕິບັດ:

4.1. ກົມພາສີ (ພະແນກຄຸ້ມຄອງການຍົກເວັ້ນ ແລະ ງົດເກັບພາສີ)

  ບັນດາໂຄງການສົ່ງເສີມການລົງທຶນຂັ້ນສູນກາງ, ການລົງທຶນໃນເຂດເສດຖະກິດພິເສດ (ການນໍາເຂົ້າຊັບສົມບັດຄົງທີ່), ໂຄງການລົງທຶນຂອງລັດ, ໂຄງການນໍາໃຊ້ທຶນກູ້ຢືມ-ຊ່ວຍເຫຼືອລ້າຈາກຕ່າງປະເທດ, ສະຖານທູດ-ອົງການຈັດຕັ້ງສາກົນ, ການໃຫ້ນະໂຍບາຍອື່ນໆຂອງລັດຖະບານໃຫ້ດໍາເນີນຂັ້ນຕອນດັ່ງລຸ່ມນີ້:

  • ຜູ້ແຈ້ງພາສີ ຍື່ນແຜນນໍາເຂົ້າ ພ້ອມເອກະສານປະກອບ ໃຫ້ພະແນກຄຸ້ມຄອງການຍົກເວັ້ນ ແລະ ງົດເກັບພາສີ ເພື່ອກວດກາຂໍ້ມູນໃຫ້ຖືກຕ້ອງ ແລະ ຄົບຖ້ວນ;
  • ຜູ້ແຈ້ງພາສີ ປ້ອນຂໍ້ມູນແຜນນໍາເຂົ້າ ລົງໃນລະບົບຄຸ້ມຄອງແຜນນໍາເຂົ້າ. ໃນກໍລະນີ ຜູ້ແຈ້ງພາສີ ຫາກບໍ່ສາມາດດໍາເນີນການໄດ້, ກໍ່ໃຫ້ສະເໜີ ເຈົ້າໜ້າທີ່ພາສີ ຜູ້ຮັບຜິດຊອບວຽກງານດັ່ງກ່າວ ຊ່ວຍໃຫ້ຄໍາແນະນໍາໃນການປ້ອນຂໍ້ມູນລົງລະບົບ;
  • ພະແນກຄຸ້ມຄອງການຍົກເວັ້ນ ແລະ ງົດເກັບພາສີ ອອກໃບຢັ້ງຢືນບັນທຶກຂໍ້ມູນລົງໃນລະບົບ ມອບໃຫ້ຜູ້ແຈ້ງພາສີ ເພື່ອເປັນຂໍ້ມູນໃນການແຈ້ງພາສີເປັນລາຍລະອຽດ ທີ່ດ່ານພາສີບ່ອນສິນຄ້ານໍາເຂົ້າ, ພ້ອມນັ້ນກໍ່ໃຫ້ເກັບມ້ຽນສໍາເນົາເອກະສານດັ່ງກ່າວ ໄວ້ທີ່ພະແນກ ເພື່ອເປັນຂໍ້ມູນກວດກາຄືນ.

4.2. ກອງຄຸ້ມຄອງພາສີ ແລະ ກອງກາພາສີປະຈໍາແຂວງ

  ບັນດາໂຄງການສົ່ງເສີມການລົງທຶນຂັ້ນທ້ອງຖິ່ນ, ການລົງທຶນໃນເຂດເສດຖະກິດພິເສດ (ການນໍາເຂົ້າວັດຖຸດິບອຸປະກອນມາຮັບໃຊ້ການຜະລິດ ພາຍໃນເຂດ) ໃຫ້ດໍາເນີນຂັ້ນຕອນດັ່ງລຸ່ມນີ້:

  • ຜູ້ແຈ້ງພາສີຍື່ນແຜນນໍາເຂົ້າ ພ້ອມເອກະສານປະກອບ ໃຫ້ກອງຄຸ້ມຄອງພາສີ ຫຼື ກອງກວດກາພາສີປະຈໍາແຂວງບ່ອນໂຄງການຕັ້ງຢູ່ ເພື່ອກວດກາຂໍ້ມູນໃຫ້ຖືກຕ້ອງ ແລະ ຄົບຖ້ວນ;
  • ຜູ້ແຈ້ງພາສີ ປ້ອນຂໍ້ມູນແຜນນໍາເຂົ້າ ລົງໃນລະບົບຄຸ້ມຄອງແຜນນໍາເຂົ້າ. ໃນກໍລະນີ ທີ່ຜູ້ແຈ້ງພາສີ ຫາກບໍ່ສາມາດດໍາເນີນການຕໍ່ໄດ້ ກໍໃຫ້ສະເໜີ ເຈົ້າໜ້າທີ່ພາສີ ຜູ້ຮັບຜິດຊອບວຽກດັ່ງກ່າວ ຊ່ວຍໃຫ້ຄໍາແນະນໍາໃນການປ້ອນຂໍ້ມູນລົງໃນລະບົບ;
  • ກອງຄຸ້ມຄອງພາສີ ຫຼື ກອງກວດກາພາສີປະຈໍາແຂວງ ອອກໃບຢັ້ງຢືນບັນທຶກຂໍ້ມູນລົງໃນລະບົບ ມອບໃຫ້ຜູ້ແຈ້ງພາສີ ເພື່ອເປັນຂໍ້ມູນໃນການແຈ້ງພາສີເປັນລາຍລະອຽດ ທີ່ດ່ານພາສີບ່ອນສິນຄ້ານໍາເຂົ້າ, ພ້ອມນັ້ນກໍ່ໃຫ້ເກັບມ້ຽນສໍາເນົາເອກະສານດັ່ງກ່າວໄວ້ ເພື່ອເປັນຂໍ້ມູນກວດກາຄືນ.

V. ຄວາມຮັບຜິດຊອບຂອງລັດຖະການພາສີແຕ່ລະຂັ້ນ

   5.1 ພະແນກຄຸ້ມຄອງຍົກເວັ້ນ ແລະງົດເກັບພາສີ:

  • ມີໜ້າທີ່ເປັນເສນາທິການ ໃຫ້ຫົວໜ້າກົມພາສີ ໃນການຄົ້ນຄ້ວາ, ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ສະຫຼຸບລວມຂໍ້ມູນແບບທົ່ວໄປ ຫຼື ແບບເອເລັກໂທນິກ (ລະບົບຄຸ້ມຄອງແຜນນໍາເຂົ້າ) ຂອງບັນດາວັດຖຸອຸປະກອນ, ກົນຈັກພາຫະນະ ນ້ໍາມັນເຊື້ອໄຟ ແລະ ອື່ນໆ ທີ່ນໍາເຂົ້າໃນລະບົບຍົກເວັ້ນ, ງົດເກັບ ຫຼື ເສຍພາສີຫຼດຜ່ອນ ຂອງບັນດາໂຄງການສົ່ງເສີມການລົງທຶນຂັ້ນສູນກາງ ແລະ ທ້ອງຖິ່ນ, ການລົງທຶນໃນຂອບເຂດເສດຖະກິດ, ໂຄງການລົງທຶນຂອງລັດ, ໂຄງການນໍາໃຊ້ ທຶນກູ້ຢືມ-ຊ່ວຍເຫຼືອລ້າຈາກຕ່າງປະເທດ, ສະຖານທູດ-ອົງການຈັດຕັ້ງສາກົນ  ແລະ ອື່ນໆ.
  • ກວດກາຂໍ້ມູນລາຍການສິນຄ້າ ທີ່ໄດ້ຮັບອະນຸຍາດນໍາເຂົ້າຍົກເວັ້ນ, ງົດເກັບ ຫຼື  ຫຼຸດຜ່ອນພາສີ ຕາມລະບຽບການ ເພື່ອຄຸ້ມຄອງການປ້ອມຂໍ້ມູນແຜນການນໍາເຂົ້າລົງໃນລະບົບຄຸ້ມຄອງແຜນ, ອອກໃບຢັ້ງຢືນການບັນທຶກຂໍ້ມູນລົງໃນລະບົບ: 03 ສະບັບ (01 ສະບັບ ສໍາລັບເກັບມຽ້ນສໍາເນົາ, 01 ສະບັບ ຜູ້ນໍາເຂົ້າ 01 ສະບັບ ສໍາລັບດ່ານບ່ອນນໍາເຂົ້າ), ອອກສະໂນດນໍາສົ່ງຂອງພະແນກ ໃຫ້ດ່ານພາສີຊາຍແດນບ່ອນນໍາເຂົ້າເປັນຜູ້ຈັດຕັ້ງປະຕິບັດ;
  • ສໍາລັບດ່ານພາສີຊາຍແດນ ທີ່ຍັງບໍ່ທັນຕິດຕັ້ງລະບົບຄຸ້ມຄອງແຜນມອບໃຫ້ພະແນກເປັນຜູ້ຄຸ້ມຄອງຫັກລົບແຜນ ແລະ ອອກໜັງສືລັດຖະການຂອງກົມພາສີ ເພື່ອແຈ້ງໃຫ້ດ່ານພາສີຊາຍແດນບ່ອນນໍາເຂົ້າເປັນຜູ້ຈັດຕັ້ງປະຕິບັດ;
  • ການລົງທຶນຂັ້ນທ້ອງຖິ່ນ ແລະ ການນໍາເຂົ້າວັດຖຸດິບ, ອຸປະກອນ ມາຮັບໃຊ້ການຜະລິດພາຍໃນເຂດ ເສດຖະກິດພິເສດພະແນກຄຸ້ມຄອງການຍົກເວັ້ນ ແລະ ການງົດເກັບພາສີ ຈະປະຕິບັດນ້າທີ່ມະຫາພາກ ໃນການຕິດຕາມ ແລະ ກວດກາການຈັດຕັ້ງປະຕິບັດ ຂອງກອງຄຸ້ມຄອງພາສີ, ກອງກວດກາພາສີປະຈໍາແຂວງ ແລະ ດ່ານພາສີຊາຍແດນ.

ໃນກໍລະນີ ແຜນນໍາເຂົ້າ ທີ່ບັນດາກອງຄຸ້ມຄອງພາສີ, ກອງກວດກາພາສີປະຈໍາແຂວງ ໄດ້ປ້ອນຂໍ້ມູນລົງໃນລະບົບຫາກບໍ່ສອດຄ່ອງຕາມລະບຽບກົດໝາຍ, ພະແນກຄຸ້ມຄອງການຍົກເວັ້ນ ແລະ ງົດເກັບພາສີ ຕ້ອງໄດ້ໂຈະການດໍາເນີນໄວ້ຊົ່ວຄາວ ແລະ ລາຍງານຫົວໜ້າກົມທັນທີ ເພື່ອມີວິທີການແກ້ໄຂ. ຈາກນັ້ນຈື່ງອະນຸມັດໃຫ້ລະບົບດັ່ງກ່າວ ດໍາເນີນການຫັກລົບແຜນ ເພື່ອແຈ້ງພາສີເປັນລາຍລະອຽດຕາມລະບຽບການ;

  • ຄຸ້ມຄອງ, ກວດກາຂໍ້ມູນແຜນນໍາເຂົ້າ ທີ່ກອງຄຸ້ມຄອງພາສີ ແລະ ກອງກວດກາພາສີປະຈໍາແຂວງ ປ້ອນລົງໃນລະບົບຕາມການອະນຸມັດຂອງ ຄລທຂ ຂັ້ນທ້ອງຖິ່ນແຂວງໜື່ງ ຈະນໍາໄປຜ່ານດ່ານແຂວງອື່ນ ແລະ ຂໍປ່ຽນດ່ານນໍາເຂົ້າຕ່າງໆ ໃຫ້ຖືກຕ້ອງຕາມລະບຽບການ;
  • ຄຸ້ມຄອງ, ກວດກາການສະເໜີຂໍນໍາເຂົ້າພາຫະນະ ແລະ ນ້ໍາມັນເຊື້ອໄຟ ຍົກເວັ້ນ, ງົດເກັບ  ຫຼື ຫຼຸດຜ່ອນ ເພື່ອນໍາສະເໜີຫົວໜ້າກົມພາສີ ອອກໃບຕິດຕາມການນໍາເຂົ້າ ຕາມລະບຽບການ.

5.2. ກອງຄຸ້ມຄອງພາສີ ແລະ ກອງກວດກາພາສີປະຈໍາແຂວງ:

  • ມີໜ້າທີ່ເປັນເສນາທິການ ຫົວໜ້າກົມພາສີ ໃນການຄົ້ນຄ້ວາ, ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ສະຫຼຸບລວມຂໍ້ມູນແບບທົ່ວໄປ ຫຼື ແບບອີເລັກໂທນິກ (ລະບົບຄຸ້ມຄອງແຜນນໍາເຂົ້າ) ຂອງບັນດາວັດຖຸດິບ, ອຸປະກອນ ແລະ ອື່ນໆ ທີ່ນໍາເຂົ້າໃນລະບອບຍົກເວັ້ນ, ງົດເກັບ ຫຼື ເສຍພາສີຫຼຸດຜ່ອນ ຂອງບັນດາໂຄງການສົ່ງເສີມການລົງທຶນຂັ້ນທ້ອງຖິ່ນ ແລະ ການລົງທຶນໃນເຂດເສດຖະກິດພິເສດ;
  • ມີຄວາມຮັບຜິດຊອບໃນການຄຸ້ມຄອງ, ຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດຂອງດ່ານພາສີຊາຍແດນ;
  • ກວດກາຂໍ້ມູນລາຍຊື່ສິນຄ້າຕາມແຜນການນຳເຂົ້າປະຈຳປີ ທີ່ ຄລທຂ ຂັ້ນທ້ອງຖິ່ນອະນຸມັດ ເພື່ອດຳເນີນການປ້ອນຂໍ້ມູນແຜນດັ່ງກ່າວ ລົງໃນລະບົບຄຸ້ມຄອງແຜນ, ອອກໃບຢັ້ງຢືນການບັນທຶກຂໍ້ມູນເຂົ້າໃນລະບົບຄຸ້ມຄອງແຜນ 03 ສະບັບ, (01 ສະບັບ ສຳລັບເກັບມ້ຽນສຳເນົາ, 01ສະບັບ ສຳລັບຜູ້ເຂົ້າຮ່ວມ, 01 ສະບັບ ສຳລັບດ່ານບ່ອນນຳເຂົ້າ), ອອກສະໂນດນຳສົ່ງຂອງກອງຄຸ້ມຄອງພາສີ ຫຼື ກອງກວດກາພາສີປະຈຳແຂວງ ໃຫ້ດ່ານພາສີຊາຍແດນບ່ອນນຳເຂົ້າ ທີ່ຂື້ນກັບກອງຄຸ້ມຄອງພາສີ ເປັນຜູ້ຈັດຕັ້ງປະຕິບັດ;
  • ສຳລັບດ່ານພາສີຊາຍແດນ ຊຶ່ງຍັງບໍ່ທັນຕິດຕັ້ງລະບົບຄຸ້ມຄອງແຜນ ມອບໃຫ້ກອງຄຸ້ມຄອງພາສີ ຫຼື ກອງກວດກາພາສີປະຈຳແຂວງ ຄຸ້ມຄອງຫັກລົບແຜນ ແລະ ອອກໜັງສືລັດຖະການ ເພື່ອແຈ້ງໃຫ້ດ່ານພາສີຊາຍແດນບ່ອນນຳເຂົ້າ ເປັນຜູ້ຈັດຕັ້ງປະຕິບັດ;
  • ໃນກໍລະນີແຜນນຳເຂົ້າທີ່ ຄລທຂ ຂັ້ນທ້ອງຖິ່ນ ຫຼື ສະພາບໍລິຫານເຂດເສດຖະກິດພິເສດ ໄດ້ຮັບຮອງ ຫາກບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການ ໃຫ້ສັງລວມລາຍງານກົມພາສີ ເພື່ອມີວິທີການແກ້ໄຂ;
  • ບັນດາໂຄງການລົງທຶນ ຄລທຂ ຂັ້ນທ້ອງຖິ່ນ ຫຼື ສະພາບໍລິຫານເຂດເສດຖະກິດພິເສດ ທີ່ໄດ້ອະນຸມັດແຜນນຳເຂົ້າ ຊຶ່ງຈະນຳເຂົ້າໄປຜ່ານດ່ານ ຫຼື ການຂໍປ່ຽນດ່ານນຳເຂົ້າ ຢູ່ແຂວງອື່ນ ທີ່ໂຄງການບໍ່ຕັ້ງຢູ່ໃນອານາເຂດຂອງກອງຄຸ້ມຄອງພາສີ ມອບໃຫ້ກອງຄຸ້ມຄອງພາສີ ຫຼື ກອງກວດກາພາສີປະຈຳແຂວງດັ່ງກ່າວ ຕ້ອງໄດ້ປະສານ ແລະ ເຮັດໜັງສືສະເໜີ ພ້ອມຄັດຕິດໃບຢັ້ງຢືນບັນທຶກຂໍ້ມູນເຂົ້າໃນລະບົບ ແລະ ເອກະສານປະກອບອື່ນ ທີ່ກ່ຽວຂ້ອງ ສົ່ງເຖິງກອງຄຸ້ມຄອງພາສີ ຫຼື ກອງກວດກາພາສີປະຈຳແຂວງ ບ່ອນສິນຄ້າເຄື່ອງຂອງດັ່ງກ່າວ ຈະນຳເຂົ້າ ເພື່ອປະຕິບັດຕາມລະບຽບການ.

 

5.3. ດ່ານພາສີຊາຍແດນ ບ່ອນສິນຄ້ານຳເຂົ້າ:

  ມອບໃຫ້ບັນດາດ່ານພາສີຊາຍແດນ ຈັດຕັ້ງປະຕິບັດຕາມພາລະບົດບາດ ທີ່ກຳນົດໄວ້ໃນ ຂໍ້ຕົກລົງກົມພາສີ ສະບັບເລກທີ 1179/ກພສ, ລົງວັນທີ 15 ມີນາ 2018 ວ່າດ້ວຍໜ້າທີ່ ແລະ ແບບແຜນວິທີເຮັດວຽກຂອງຂະແໜງໃນກອງຄຸ້ມຄອງພາສີ, ໜ່ວຍງານໃນກອງກວດກາພາສີປະຈຳແຂວງ ແລະ ໜ່ວຍງານຂອງດ່ານພາສີຊາຍແດນ; ບົດແນະນຳຂອງກົມພາສີ ສະບັບເລກທີ 0097/ກພສ, ລົງວັນທີ 06 ມັງກອນ 2017 ກ່ຽວກັບການແຈ້ງພາສີເປັນລາຍລະອຽດດ້ວຍລະບົບເອເລັກໂຕຣນິກ; ບົດແນະນຳຂອງກົມພາສີ ສະບັບເລກທີ່ 3849/ກພສ ລົງວັນທີ່ 13 ມິຖຸນາ 2017 ວ່າດ້ວຍການນຳໃຊ້ລະບົບຄຸ້ມຄອງແຜນນຳເຂົ້າສິນຄ້າ, ເຄື່ອງຂອງຍົກເວັ້ນ, ງົດເກັບ ຫຼື ເສຍພາສີຫຼຸດຜ່ອນ ຢ່າງເຂັ້ມງວດ.

5.4. ການແກ້ໄຂຂໍ້ຜິດພາດ:

  ໃນການກວດກາບັນດາຂໍ້ມູນ ແລະ ເອກະສານແຜນນຳເຂົ້າຍົກເວັ້ນ, ງົດເກັບ ແລະ ຫຼຸດຜ່ອນພາສີ ຂອງພະແນກ, ກອງຄຸ້ມຄອງພາສີ ແລະ ກອງກວດກາພາສີປະຈຳແຂວງ ຫາກພົບເຫັນຂໍ້ມູນ ຫຼືເອກະສານປະກອບ ບໍ່ຖືກຕ້ອງສອດຄ່ອງກັບກົດໝາຍ ແລະ ລະບຽບການ, ສົງໄສມີການປອມແປງເອກະສານ ແລະ ອື່ນໆ ຫ້າມບໍ່ໃຫ້ປ້ອນຂໍ້ມູນແຜນດັ່ງກ່າວລົງໃນລະບົບຄຸ້ມຄອງແຜນ ຢ່າງເດັດຂາດ ແລະ ໃຫ້ຮີບຮ້ອນສັງລວມລາຍງານຫົວໜ້າກົມພາສີ ເພື່ອມີວິທີການແກ້ໄຂຕາມກົດໝາຍ ແລະ ລະບຽບການ.

IV. ການນຳເຂົ້າ-ສົ່ງອອກພາຫະນະ ແລະ ກົນຈັກໜັກຊົ່ວຄາວ

1. ການນຳເຂົ້າຊົ່ວຄາວພາຫະນະ ແລະ ກົນຈັກໜັກ ກົມພາສີ (ພະແນກຄຸ້ມຄອງການຍົກເວັ້ນ ແລະ ງົດເກັບພາສີ) ເປັນຜູ້ຄຸ້ມຄອງຂໍ້ມູນແຜນນຳເຂົ້າໃນລະບົບຄຸ້ມຄອງແຜນ ອອກໃບຢັ້ງຢືນການບັນທຶກຂໍ້ມູນ ອະນຸມັດສັນຍາຄ້ຳປະກັນຊົ່ວຄາວ ເພື່ອເປັນເອກະສານປະກອບໃນການແຈ້ງພາສີເປັນລາຍລະອຽດ ທີ່ດ່ານພາສີຊາຍແດນບ່ອນນຳເຂົ້າ.

 ໃຫ້ລົບລ້າງການນຳໃຊ້ ປື້ມຕິດຕາມການນຳໃຊ້ພາຫະນະທີ່ນຳເຂົ້າຊົ່ວຄາວ ໂດຍໃຫ້ຫັນມານຳໃຊ້ແຕ່ໃບສັນຍາຄຳ້ປະກັນການນຳເຂົ້າຊົ່ວຄາວ ເພື່ອຫຼຸດຜ່ອນບັນດາຂັ້ນຕອນ ດ້ານເອກະສານ;

2. ສຳລັບການຂໍຕໍ່ອາຍຸການນຳເຂົ້າຊົ່ວຄາວຂອງພາຫະນະ ແລະ ກົນຈັກໜັກ ຜູ້ແຈ້ງພາສີຕ້ອງນຳເອົາສຳນວນເອກະສານໃບແຈ້ງພາສີເປັນລາຍລະອຽດເບື້ອງຕົ້ນ ພ້ອມທັງຄັດຕິດເອກະສານອະນຸຍາດ ໃນການຕໍ່ອາຍຸການນຳເຂົ້າຊົ່ວຄາວ ຂອງຂະແໜງການກ່ຽວຂ້ອງ ແລ້ວຍື່ນຕໍ່ພະແນກຄຸ້ມຄອງການຍົກເວັ້ນ ແລະ ງົດເກັບພາສີ ເພື່ອສະເໜີຫົວໜ້າກົມພາສີ ພິຈາລະນາຕາມລະບຽບການ;

3. ການສົ່ງອອກຄືນປະເພດພາຫະນະ ແລະ ກົນຈັກໜັກທີ່ນຳເຂົ້າຊົ່ວຄາວ ມອບໃຫ້ດ່ານພາສີຊາຍແດນບ່ອນສົ່ງອອກ ເປັນຜູ້ຄຸ້ມຄອງກວດກາພາຫະນະຕົວຈິງ, ຫັກລົບຂໍ້ມູນການນຳເຂົ້າຊົ່ວຄາວໃນລະບົບຄຸ້ມຄອງແຜນ ແລະ ດຳເນີນຂັ້ນຕອນການແຈ້ງພາສີເປັນລາຍລະອຽດ ເພື່ອອະນຸຍາດສົ່ງອອກຄືນຕາມລະບຽບການ;

ບັນດາເອກະສານທີ່ເປັນບ່ອນອີງໃນການຄົ້ນຄ້ວາພິຈາລະນາສົ່ງອອກຄືນ ປະກອບມີ ຄື:

  • ສຳນວນເອກະສານໃບແຈ້ງພາສີເປັນລາຍລະອຽດນຳເຂົ້າຊົ່ວຄາວ;
  • ໃບອະນຸຍາດສົ່ງອອກຄືນ ຫຼື ຂໍ້ຕົກລົງ ຄລທ ຂັ້ນສູນກາງ ຫຼື ຂັ້ນທ້ອງຖິ່ນ, ສະໂນດນຳສົ່ງຂອງກະຊວງການຕ່າງປະເທດ (ການນຳເຂົ້າສຳລັບສະຖານທູດ ແລະ ອົງການຈັດຕັ້ງສາກົນ);
  • ໃບອະນຸຍາດພາຫະນະອອກນອກປະເທດເລີຍ ຂອງກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ.

4. ສຳລັບການນຳເຂົ້າຊົ່ວຄາວ ແລະ ສົ່ງອອກຄືນ ປະເພດສິນຄ້າ, ເຄື່ອງຂອງທົ່ວໄປ, ວັດຖຸດິບນຳເຂົ້າມາຜະລິດ, ປຸງແຕ່ງໃນລະບົບໂຮງງານອຸດສາຫະກຳ ຫຼື ອື່ນໆ ແມ່ນມອບໃຫ້ດ່ານພາສີຊາຍແດນ ເປັນຜູ້ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດຕາມກົດໝາຍ ແລະ ລະບຽບການ.

 ໃນກໍລະນີການຈັດຕັ້ງປະຕິບັດຕົວຈິງ ຫາກພົບບັນຫາ ຫຼື ຂໍ້ຫຍຸ້ງຍາກ ມອບໃຫ້ດ່ານພາສີຊາຍແດນ ລາຍງານຫົວໜ້າຄຸ້ມຄອງພາສີ ຫຼື ກອງກວດກາພາສີປະຈຳແຂວງ ເພື່ອມີວິທີການແກ້ໄຂ ຕາມລະບຽບການ.

VII. ການຈັດຕັ້ງປະຕິບັດ

  ມອບໃຫ້ບັນດາພະແນກອອ້ມຂ້າງກົມພາສີ, ກອງກວດກາພາສີປະຈຳແຂວງ ແລະ ດ່ານພາສີຊາຍແດນ ໃນຂອບເຂດທົ່ວປະເທດ ເອົາໃຈໃສ່ປະສານສົມທົບ, ພົວພັນ ຊຶ່ງກັນແລະກັນ ແນ່ໃສ່ເພື່ອຮັບປະກັນການຈັດຕັ້ງປະຕິບັດຄຳແນະນຳສະບັບນີ້ ໃຫ້ສຳເລັດຕາມຄາດໝາຍ, ພ້ອມນັ້ນກໍ່ໃຫ້ຈັດຕັ້ງເຜີຍແຜ່ຄຳແນະນຳສະບັບນີ້ ໃຫ້ຜູ້ປະກອບການຮັບຊາບ ແລະ ເຂົ້າໃຈ ເພື່ອພ້ອມກັນຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ.

VIII. ຜົນສັກສິດ

  ຄຳແນະນຳສະບັບນີ້ ມີຜົນສັກສິດນັບແຕ່ວັນທີ 01 ມິຖຸນາ 2018 ເປັນຕົ້ນໄປ.

ຮັກສາການຫົວໜ້າກົມພາສີ

ບຸນປະເສີດ ສີກຸນລະບຸດ

 

# ຫົວຂໍ້ ດາວໂຫຼດ
1 Instruction on Import Control of Equipment, Machinery, Vehicle, Fuel and others for Exemption, Suspension and Reduction of Customs Duties No. 02518/CD, dated 21 May 2018 PDF
2 ຄຳແນະນຳ ວ່າດ້ວຍການຄຸ້ມຄອງການນໍາເຂົ້າວັດຖຸອຸປະກອນ, ກົນຈັກ, ພາຫະນະ, ນໍ້າມັນເຊືອໄຟ ແລະ ອື່ນໆ ທີ່ນໍາເຂົ້າໃນລະບອບຍົກເວັ້ນ, ງົດເກັບ ຫຼື ເສຍພາສີຫຼຸດຜ່ອນ ສະບັບເລກທີ 02518/ກພສ, ລົງວັນທີ 21 ພຶດສະພາ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.