ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ, ກົມພາສີ    ເລກທີ 06775/ກພສ

ນະຄອນຫຼວງວຽງຈັນ, ວັນທີ 09 ພະຈິກ 2018

ບົດເເນະນໍາ

ການຄຸ້ມຄອງ ແລະ ນໍາໃຊ້ໃບຕິດຕາມການເຄື່ອນຍ້າຍນໍ້າມັນເຊືິ້ອໄຟ (ເສຍພາສີ-ອາກອນ) ດ້ວຍຕົນເອງ

  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ2011 ແລະ ກົດໝາຍພາສີ ສະບັບປັບປຸງບາງມາດຕາ ສະບັບເລກທີ 57/ສພຊ, ລົງວັນທີ 24ທັນວາ 2014;
  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017 ວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ;
  • ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 2826/ກງ, ລົງວັນທີ 22 ສິງຫາ 2017 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມພາສີ;
  • ອີງຕາມ ແຈ້ງການຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 3463/ກງ, ລົງວັນທີ 29 ຕຸລາ 2018.

ກົມພາສີອອກບົດເເນະນໍາດັ່ງນີ້:

ມາດຕາ1: ຈຸດປະສົງ:

    ບົດເເເນະນໍາສະບັບນີ້ ມີຈຸດປະສົງເພື່ອກໍານົດຫຼັກການ, ລະບໆບການໃນການຄຸ້ມຄອງ ແລະ ນໍາໃຊ້ໃບຕິດຕາມການເຄື່ອນຍ້າຍນໍ້າມັນເຊື້ອໄຟດ້ວຍຕົນເອງ ແນໃສ່ຮັບປະກັນຄວາມຖືກຕ້ອງສອດຄ່ອງກັບກົດໝາຍ ແລະ ລະບຽບການ ແລະ ເພຶ່ອອໍານວຍຄວາມສະດວກໃນການຈໍລະຈອນສິນຄ້າ ໂດຍສະເພາະປະເພດນໍ້າມັນເຊື້ອໄຟ ພາຍຫຼັງການນໍາເຂົ້າເສຍພາສີ-ອາກອນ ແລະ ພັນທະອື່ນຖືກຕ້້ອງຄົບຖ້ວນຕາມກົດໝາຍ ແລະ ລະບຽບການ.

ມາດຕາ2: ການອະທິບາຍຄໍາສັບ:

1. ໃບຕິດຕາມການເຄື່ອນຍ້າຍນໍ້າມັນເຊື້ອໄຟດ້ວຍຕົນເອງ

     ໝາຍເຖິງໃບຢັ້ງຢືນການໃຫ້ສິດໂດຍເຂົ້າໜ້າທີ່ພາສີເເກ່ເຈົ້າຂອງສິນຄ້າ ໃນການເຄື່ອນຍ້າຍນໍ້າມັນເຊື້ອໄຟຈາກແຂວງໜື່ງໄປແຂວງອື່ນ ພາຍຫຼັງນໍ້າມັນເຊື້ອໄຟດັ່ງກ່າວໄດ້ຮັບການຢັ້ງຢືນການເສຍພາສີ-ອາກອນ ແລະ ພັນທະອື່ນໆຈາກດ່ານພາສີບ່ອນນໍາເຂົ້າເປັນທີ່ຮຽບຮ້ອຍແລ້ວ.

2. ຕົ້ນທາງ: ໝາຍເຖິງສະຖານທີ່ໆບໍລິສັດນໍາເຂົ້ານໍ້າມັນເຊື້ອໄຟໄດ້ເເຈ້ງເສຍ ພາສີ-ອາກອນ ແລະ ພັນທະອື່ນ ແລະ ເປັນບ່ອນເກັບຮັກສານໍ້າມັນເຊື້ອໄຟໄວ້ ເພື່ອລໍຖ້າການຈໍາໜ່າຍ ຫຼື ເຄື່ອນຍ້າຍ.

3. ປາຍທາງ: ໝາຍເຖິງສະຖານທີ່ຕັ້ງຂອງສາງບ່ອນເກັບມ້ຽນນໍ້າມັນເຊື້ອໄຟ ທີ່ເຄື່ອນຍ້າຍມາຈາກບ່ອນອື່ນ ຫຼື ປໍ້າຈໍາໜ່າຍນໍ້າມັນເຊື້ອໄຟ.

ມາດຕາ3: ເງື່ອນໄຂຂອງບໍລິສັດທີ່ຂໍສະເໜີອອກໃບເຄື່ອນຍ້າຍນໍ້າມັນເຊື້ອໄຟດ້ວຍຕົນເອງ

     1. ຕ້ອງມີໃບທະບຽນດໍາເນີນທຸລະກິດກ່ຽວກັບການນໍາເຂົ້ານໍ້າມັນເຊື້ອໄຟ;

     2. ມີໃບທະບຽນອາກອນ ແລະ ໃບຕິດຕາມການຊໍາລະອາກອນປະຈໍາປີ;

     3. ມີລະບົບສາງເກັບມ້ຽນນໍ້າມັນເຊື້ອໄຟທີ່ໄດ້ມາດຕະຖານ;

     4. ຖືລະບົບບັນຊີທີ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຊຶ່ງສາມາດກວດສອບໄດ້;

     5.ມີລົດບັນທຸກນໍ້າມັນເຊື້ອໄຟທີ່ໄດ້ມາດຕະຖານ ເເລະ ໄດ້ຮັບການຢັ້ງຢືນຈາກຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ.

ມາດຕາ4: ຂັ້ນຕອນການຂໍອະນຸຍາດອອກໃບຕິດຕາມເຄື່ອນຍ້າຍນໍ້າມັນດ້ວຍໂຕເອງ

 1. ບໍລິສັດຈະຕ້ອງສະເໜີເປັນລາຍລັກອັກສອນເຖິງກົມພາສີ

  • ໂດຍຄັດຕິດໃບທະບຽນດໍາເນີນທຸລະກິດການນໍາເຂົ້ານໍ້າມັນເຊື້ອໄຟ, ໃບທະບຽນອາກອນ ແລະ ອື່ນໆຈາກຂະເເໜງການກ່ຽວຂ້ອງ;
  • ມີແບບຢ່າງກາຈໍ້າ ແລະ ລາຍເຊັນ ຂອງຜູ້ທີ່ມີສິດໃນການອອກໃບຕິດຕາມໃບເຄື່ອນຍ້າຍນໍ້າມັນພາຍໃນບໍລິສັດຕົນເອງ;
  • ມີບົດບັນທຶກການກວດກາສະຖານທີ່ທີ່ຕັ້ງຂອງ ສາງນໍ້າມັນເຊື້ອໄຟທີ່ໄດ້ມາດຕະຖານ (ດ່ານຕົ້ນທາງ) ໂດຍການເຊັນຮັບຮູ້ຂອງເຈົ້າໜ້າທີ່ພາສີ ແລະ ຂະແໜງການທີ່ກ່ໆວຂ້ອງ.

 2. ກົມພາສີຈະເປັນຜູ້ພິຈາລະນາ ແລະ ອະນຸມັດຕາມເງື່ອນໄຂ ແລະ ອອກຂໍ້ຕົກລົງມອບສິດໃຫ້ບໍລິສັດ ແລະ ສາມາດອອກໃບຕິດຕາມການເຄື່ອນຍ້າຍນໍ້າມັນເຊື້ອໄຟດ້ວຍຕົນເອງ.

ມາດຕາ5: ແບບພິມທີ່ຈະນໍາໃຊ້ໃນການເຄື່ອນຍ້າຍນໍ້າມັນເຊື້ອໄຟ

  • ການອອກເອກະສານເຄື່ອນຍ້າຍນໍ້າມັນເຊື້ອໄຟດ້ວຍຕົນເອງ ຈະຕ້ອງນໍາໃຊ້ແບບພິມ “ໃບຕິດຕາມການເຄື່ອນຍ້າຍ”’ ເອີ້ນວ່າ ບ 88 ຊະນິດເປັນປື້ມຊຶ່ງກົມພາສີເປັນຜູ້ຈັດພິມ, ຄຸ້ມຄອງ, ແຈກຢາຍ ໃຫ້ບໍລິສັດຜູ້ທີ່ມີເງື່ອນໄຂຄົບຖ້ວນ ແລະ ໄດ້ຮັບສິດຈາກກົມພາສີ ຕາມມາດຕາ 3-4 ຂ້າງເທິງ;
  • ນໍ້າມັນເຊື້ອໄຟທີ່ຈະເຄື່ອນຍ້າຍໃນແຕ່ລະຄັ້ງ ຕ້ອງມີແຫຼ່ງທີ່ມາທີ່ຖືກຕ້ອງຊັດເຈນ ໂດຍອີງໃສ່ໃບແຈ້ງພາສີເປັນລາຍລະອຽດ (IM4) ແລະ ຕ້ອງມີເອກະສານຢັ້ງຢືນການເສຍພາສີ-ອາກອນ ແລະ ພັນທະຈາກດ່ານພາສີບ່ອນນໍາເຂົ້າທີ່ມີອາຍຸບໍ່ເກີນ 03 ເດືອນ (ນັບແຕ່ວັນທີ່ລະບຸ IM4 ) ຖ້າຫາກເກີນກໍານົດ ຜູ້ປະກອບການຫາກມີຈຸດປະສົງເຄື່ອນຍ້າຍນໍ້າມັນເຊື້ອໄຟຈໍານວນດັ່ງກ່າວ ຈະຕ້ອງນໍາສະເໜີກອງຄຸ້ມຄອງພາສີບ່ອນທີ່ຕົນຂຶ້ນກັບເປັນຜູ້ພິຈາລະນາ.

ມາດຕາ6: ຂັ້ນຕອນຂອງການອອກໃບເຄື່ອນຍ້າຍນໍ້າມັນເຊື້ອໄຟດ້ວຍຕົນເອງ

 1. ເຈົ້າຂອງສິນຄ້າ ຫຼື ຜູ້ນໍາເຂົ້ານໍ້າມັນເຊື້ອໄຟທີ່ໄດ້ຮັບອານຸຍາດ ຕ້ອງອອກໃບຕິດຕາມການເຄື່ອນຍ້າຍນໍ້າມັນເຊື້ອໄຟຈາກແຂວງໜື່ງໄປແຂວງອື່ນໄດ້ດ້ວຍຕົນເອງ ເພື່ອເປັນເອກະສານຕິດຕາມການເຄື່ອນຍ້າຍ;

 2. ກ່ອນຈະເຄື່ອນຍ້າຍນໍ້າມັນເຊື້ອໄຟໃນເເຕ່ລະຄັ້ງ ຜູ້ປະກອບການຕ້ອງໄດ້ກວດກາປະເພດຂອງນໍ້າມັນເຊື້ອໄຟ, ຈໍານວນ, ຫົວໜ່ວຍ, ຂະໜາດບັນຈຸຂອງພາຫະນະຂົນສົ່ງ, ເອກະສານປະກອບຂອງການນໍາເຂົ້າໃນແຕ່ລະຄັ້ງ (ໃບແຈ້ງພາສີເປັນລາຍລະອໆດ) ກໍານົດຕົ້ນທາງ-ປາຍທາງໃຫ້ຊັດເຈນ, ຊື່ຜູ້ຂັບລົດ, ເບີໂທຕິດຕໍ່ ແລະ ເລກທະບຽນຂອງພາຫະນະເພື່ອປະກອບຂໍ້ມູນລົງໃນໃບຕິດຕາມການເຄື່ອນຍ້າຍ;

 3.ໃບຕິດຕາມການເຄື່ອນຍ້າຍນໍ້າມັນເຊື້ອໄຟ ຕ້ອງບໍ່ມີໃບຂີດຂາດ, ດັດແປງ ຫຼື ດັດແກ້ຂໍ້ມູນແຕ່ຢ່າງເດັດຂາດ, ໃນກໍລະນີເກີດຂໍ້ຜິດພາດພາຍຫຼັງປະກອບຂໍ້ມູນໃສ່ເອກະສານເປັນທີ່ຮຽບຮ້ອຍແລ້ວ ເຊັ່ນ: ລົດບັນທຸກນໍ້າມັນເປ່ເພ, ການປ່ຽນຜູ້ຂັບລົດ ຫຼື ເຫດຜົນອື່ນໆທີ່ຈໍາເປັນ, ເອກະສານດັ່ງກ່າວຈະຕ້ອງຖືກລົບລ້າງ ແລະ ໃຫ້ຄັດຕິດໃສ່ປື້ມຕິດຕາມການເຄື່ອນຍ້າຍນໍ້າມັນເຊື້ອໄຟ ແລະ ໃຫ້ລະບຸ “ລົບລ້າງ” ເພື່ອເປັນຂໍ້ມູນໃນການກວດກາຄືນ;

 4. ການອອກໃບຕິດຕາມການເຄື່ອນຍ້າຍນໍ້າມັນເຊື້ອໄຟດ້ວຍຕົນເອງແຕ່ລະຄັ້ງ 01 ຊຸດ ປະກອບດ້ວຍ 04 ສະບັບຄື: ສະບັບທີ 01 ມອບໃຫ້ຜູ້ຂັບລົດເພື່ອຕິດຕາມເວລາເຄື່ອນຍ້າຍ, ສະບັບທີ 02 ສັງລວມສະຫຼຸບສົ່ງໃຫ້ຂະແໜງສ່ວຍສາອາກອນທີ່ຂື້ນກັບ, ສະບັບທີ 03 ສັງລວມສະຫຼຸບສົ່ງໃຫ້ກອງຄຸ້ມຄອງພາສີທີ່ຕົນຂື້ນກັບ, ສະບັບທີ 04 ສຳເນົາໄວ້ກັບປື້ມຕິດຕາມ (ບໍລິສັດເກັບຮັກສາໄວ້).

ການຄຸ້ມຄອງ ແລະ ການຕິດຕາມ ໃບຕິດຕາມການເຄື່ອນຍ້າຍນໍ້າມັນເຊື້ອໄຟດ້ວຍຕົນເອງແມ່ນໃຫ້ປະຕິບັດດັ່ງນີ້:

4.1 ໃບຕິດຕາມການເຄື່ອນຍ້າຍນໍ້າມັນເຊື້ອໄຟສະບັບທີ 01 (ສໍາລັບຜູ້ຂັບລົດເພຶ່ອຕິດຕາມເວລາເຄື່ອນຍ້າຍ) ຕ້ອງຄັດຕິດສໍາເນົາໃບແຈ້ງພາສີເປັນລາຍລະອຽດ ( IM4 ) ແລະ ໃບຢັ້ງຢືນຮັບເງິນຄ່າພາສີ-ອາກອນ ແລະ ພັນທະອື່ນຈາກດ່ານພາສີບ່ອນນໍາເຂົ້າທຸກໆຄັ້ງ, ຄັດຕິດບົງສັ່ງຈ່າຍ ຫຼື ບິນອາກອນ(ໃນກໍລະນີມີການຂາຍ);

4.2 ໃບຕິດຕາມການເຄື່ອນຍ້າຍນໍ້າມັນເຊື້ອໄຟ 01 ຊຸດ ແມ່ນອອກໃຫ້ສະເພາະລົດບັນທຸກນໍ້າມັນ 01 ຄັນເທົ່ານັ້ນ;

4.3 ໃນກໍລະນີມີການເຄື່ອນຍ້າຍນໍ້າມັນເຊື້ອໄຟ ພາຍຫຼັງທີ່ນໍາເຂົ້າຈາກດ່ານຕົ້ນທາງໄປຍັງດ່ານປາຍທາງໝົດບາດດຽວ ແມ່ນໃຫ້ຄັດຕິດສໍາເນົາໃບແຈ້ງພາສີເປັນລາຍລະອຽດ( IM4 ) ແລະ ມອບໃຫ້ເຈົ້າໜ້າທີ່ພາສີປະຈໍາດ່ານເປັນຜູ້ເຊັນຢັ້ງຢືນ.

ມາດຕາ7: ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຜູ້ອອກໃບຕິດຕາມການເຄື່ອນຍ້າຍນໍ້າມັນເຊື້ອໄຟດ້ວຍຕົນເອງ

1. ປະຕິບັດຕາມລະບຽບ ແລະ ຂັ້ນຕອນຂອງການອອກໃບຕິດຕາມການເຄື່ອນຍ້າຍນໍ້າມັນເຊື້ອໄຟ ຕາມທີ່ກໍານົດໄວ້ໃນມາດຕາຂ້າງເທິງ, ຜູ້ຂັບລົດຕ້ອງນໍາໃບຕິດຕາມການເຄື່ອນຍ້າຍນໍ້າມັນເຊື້ອໄຟໄປແຈ້ງ ຕໍ່ເຈົ້າໜ້າທີ່ພາສີຢູ່ຕົ້ນທາງ (ຈຸດປະສານງານພາສີບ່ອນທີ່ໃກ້ທີ່ສຸດຕາມເສັ້ນທາງການເຄື່ອນຍ້າຍ) ກ່ອນການເຄື່ອນຍ້າຍທຸກໆຄັ້ງ, ເມື່ອສິນຄ້າໄປຮອດປາຍທາງຜູ້ຂັບລົດຕ້ອງນໍາເອົາເອກະສານດັ່ງກ່າວ ໄປແຈ້ງຕໍ່ເຈົ້າໜ້າທີ່ພາສີປາຍທາງເກັບມ້ຽນສໍາເນົາ.

2. ສະຫຼຸບສັງລວມຕົວເລກການນໍາເຂົ້າປະເພດນໍ້າມັນເຊື້ອໄຟ, ຫົວໜ່ວຍ, ຈໍານວນ, ການຈໍາໜ່າຍພາຍໃນ, ການເຄື່ອນຍ້າຍໄປແຕ່ລະແຂວງ ປະຈໍາເດືອນ, ງວດ, 06 ເດືອນ ແລະ ປີ, ພ້ອມທັງສະໜອງສໍາເນົາເອກະສານການນໍາເຂົ້າ, ປຶ້ມຕິດຕາມການເຄື່ອນຍ້າຍນໍ້າມັນເຊື້ອໄຟ ໃຫ້ລັດຖະການພາສີບ່ອນຂຶ້ນກັບເພື່ອຕິດຕາມ ແລະ ກວດກາຢ່າງເປັນປົກກະຕິ.

3. ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ພາສີ, ໃນການສະໜອງບັນດາເອກະສານຫຼັກຖານທີ່ກ່ຽວຂ້ອງ, ການອະທິບາຍ ແລະ  ຊີ້ແຈງກໍລະນີທີ່ມີການສົງໃສຂອງເຈົ້າໜ້າທີ່ໆກ່ຽວຂ້ອງ ກ່ຽວກັບແຫຼ່ງທີ່ມາຂອງນໍ້າມັນ, ຂັ້ນຕອນ ແລະ ເງື່ອນໄຂໃນການອອກໃບຕິດຕາມການເຄື່ອນຍ້າຍນໍ້າມັນເຊື້ອໄຟ ແລະ ບັນຫາອື່ນໆ ທີ່ກ່ຽວຂ້ອງເພື່ອເປັນບ່ອນອີງໃນການພິຈາລະນາແກ້ໄຂບັນຫາ.

ມາດຕາ8: ມາດຕາການຕໍ່ຜູ້ກະທໍາຜິດ.

   ຖ້າຜູ້ອອກອານຸຍາດເຄື່ອນຍ້າຍນໍ້າມັນເຊື້ອໄຟດ້ວຍຕົນເອງ ຫາກມີການລະເມີດຂໍ້ກໍານົດ-ລະບຽບການໃນບົດແນະນໍາສະບັບນີ້, ເຊັ່ນ: ເຄື່ອນຍ້າຍນໍ້າມັນທີ່ບໍ່ທັນເສຍພາສີ ປະກອບຂໍ້ມູນລົງໃນໃບອະນຸຍາດເຄື່ອນຍ້າຍບໍ່ຖືກຕ້ອງດ້ານຈໍານວນ, ປະເພດນໍ້າມັນ ຫຼື ຂໍ້ມູນອື່ນໆທີ່ບໍ່ສອດຄ່ອງກັບໃບແຈ້ງພາສີເປັນລາຍລະອຽດ, ບໍ່ນໍາເອົາໃບຕິດຕາມການເຄື່ອນຍ້າຍນໍ້າມັນເຊື້ອໄຟແຈ້ງຕໍ່ເຈົ້າໜ້າທີ່ພາສີກ່ອນ ແລະ ຫຼັງການເຄື່ອນຍ້າຍນໍ້າມັນຕາມທີ່ໄດ້ກໍານົດໃນມາດຕາທີ 6,7: ບໍ່ຄັດຕິດສໍາເນົາໃບແຈ້ງພາສີເປັນລາຍລະອຽດ ແລະ/ຫຼື ບົ່ງສັ່ງຈ່າຍຫຼືບິນອາກອນ (ກໍລະນີມີການຂາຍ) ໃສ່ໃບຕິດຕາມການເຄື່ອນຍ້າຍນໍ້າມັນເຊື້ອໄຟແຕ່ລະຄັ້ງ ແມ່ນຈະໄດ້ຖືກກ່າວເຕືອນ ແລະ/ຫຼື ດໍາເນີນຄະດີຕາມກົດໝາຍພາສີ ແລະ ລະບຽບອື່ນທີ່ກ່ຽວຂ້ອງ ຂຶ້ນກັບລໍາດັບຂອງການກະທໍາຜິດ.

ມາດຕາ9: ຂອບເຂດການນໍາໃຊ້

    ບົດເເນະນໍາສະບັບນີ້ໃຊ້ສໍາລັບຕິດຕາມການເຄື່ອນຍ້າຍນໍ້າມັນເຊື້ອໄຟທີ່ ເສຍ ພາສີ-ອາກອນ ແລະ ພັນທະອື່ນເທົ່ານັ້ນ, ສ່ວນນໍ້າມັນເຊື້ອໄຟທີ່ນໍາເຂົ້າໃນຮູບແບບຍົກເວັ້ນ ພາສີ-ອາກອນ ຫຼື ຮູບແບບຫຼຸດຜ່ອນ ພາສີ-ອາກອນ, ໃຫ້ປະຕິບັດຕາມ ບົດແນະນໍາເລກທີ 03326/ກພສ, ລົງວັນທີ 10/03/2015 ວ່າດ້ວຍການຄຸ້ມຄອງການເຄື່ອນຍ້າຍສິນຄ້າພາຍໃນ ສປປ ລາວ.

ມາດຕາ10: ກໍລະນີສຸກເສີນໃນການເຄື່ອນຍ້າຍ

  • ໃນລະຫວ່າງທີ່ມີການເຄື່ອນຍ້າຍນໍ້າມັນເຊື້ອໄຟ ຈາກແຂວງໜື່ງໄປຫາແຂວງໜື່ງ ແມ່ນຕ້ອງໄດ້ແຈ້ງຈຸດປະສານງານ (ປ້ອມກວດພາສີ) ແຕ່ລະຈຸດທຸກຄັ້ງທີ່ມີການເຄື່ອນຍ້າຍ (ບັນຊີຈຸດປະສານງານໃນແຕ່ລະແຂວງ);
  • ໃນກໍລະນີຫາກລົດເຄື່ອນຍ້າຍນໍ້າມັນຫາກເປ່ເພໃນລະຫວ່າງເສັ້ນທາງ ຜູ້ຂັບລົດ ຫຼື ບໍລິສັດ ຕ້ອງໄດ້ແຈ້ງໃຫ້ຕົ້ນທາງ ຫຼື ປາຍທາງ ຫຼື ຈຸດປະສານງານ (ປ້ອມກວດພາສີ) ທີ່ໃກ້ສຸດເພື່ອຊາບ;
  • ໃນກໍລະນີປາຍທາງຫາກບໍ່ມີຫ້ອງການຂອງເຈົ້າໜ້າທີ່ພາສີປະຈໍາຢູ່ ແມ່ນໃຫ້ເຈົ້າຂອງ ສາງ/ຫຼື ປໍ້ານໍ້າມັນເຊື້ອໄຟເປັນຜູ້ເຊັນຢັ້ງຢືນການເຄື່ອນຍ້າຍນໍ້າມັນດັ່ງກ່າວ ແລະ ນໍາໄປສົ່ງດ່ານພາສີຕົ້ນທາງ ເພື່ອຕິດຕາມ ແລະ ຢັ້ງຢືນຄວາມຖືກຕ້ອງ.

ມາດຕາ11: ການຈັດຕັ້ງປະຕິບັດ

    ມອບໃຫ້ພະເເນກອ້ອມຂ້າງກົມພາສີ, ກອງຄຸ້ມຄອງພາສີ, ດ່ານພາສີ, ດ່ານພາສີສາກົນທົ່ວປະເທດ, ກອງກວດກາພາສີປະຈໍາແຂວງ ເປັນເຈົ້າການໃນການເຜີຍແຜ່-ອະທິບາຍ ໂດຍປະສານສົມທົບກັບສະມາຄົມຜູ້ນໍາເຂົ້ານໍ້າມັນເຊື້ອໄຟ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍບົດເເນະນໍາສະບັບບນີ້ ໃຫ້ໄດ້ຜົນດີ.

ມາດຕາ12: ຜົນສັກສິິດ

    ບົດເເນະນໍາສະບັບບນີ້ ມີຜົນບັງຄັບໃຊ້ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ຮັກສາການຫົວໜ້າກົມພາສີ

ບຸນປະເສີດ ສີກຸນລະບຸດ

 

# ຫົວຂໍ້ ດາວໂຫຼດ
1 ບົດແນະນໍາ ການຄຸ້ມຄອງ ແລະ ນໍາໃຊ້ໃບຕິດຕາມເຄື່ອນຍ້າຍນໍ້າມັນເຊື້ອໄຟ (ເສຍພາສີ-ອາກອນ) ດ້ວຍຕົນເອງ ເລກທີ 06775/ກພສ ລົງວັນທີ 09 ພະຈິກ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.