ລາຍການ ກິດຈະການ ທີ່ຕ້ອງຂໍອະນຸຍາດດຳເນີນທຸລະກິດ ໃນກິດຈະການອຸດສາຫະກຳ ແລະ ການຄ້າ ແມ່ນອີງຕາມລະຫັດສາລະບານ ການຈັດແບ່ງຂະແໜງເສດຖະກິດ ຂອງ ສປປ ລາວ (LSIC) ໂດຍ ແບ່ງເປັນ 3 ຂະແໜງການ ຄື: 1). ລາຍການ ກິດຈະການ ອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ; 2). ລາຍການ ກິດຈະການ ການຄ້າພາຍໃນ ແລະ 3). ລາຍການ ກິດຈະການ ການນຳເຂົ້າ ແລະ ສົ່ງອອກ ໂດຍບັນດາລາຍການດ່ັງກ່າວແມ່ນໄດ້ລະບຸຢູ່ໃນຂໍ້ຕົກລົງ ວ່າດ້ວຍ ຮັບຮອງກິດຈະການ ອຸດສາຫະກໍາ ແລະ ການຄ້າ ທີ່ຕ້ອງອອກໃບອະນຸຍາດດໍາເນີນທຸລະກິດ ເລກທີ 0044/ອຄ.ກທຄວ, ລົງວັນທີ 18 ມັງກອນ 2019.  

ການສະເໜີຂໍໃບອະນຸຍາດດຳເນີນທຸລະກິດ ໃນກິດຈະການອຸດສາຫະກຳ ແລະ ການຄ້າ ປະກອບມີ ເອກະສານ ຄືດັ່ງນີ້:
- ໃບຄໍາຮ້ອງຂໍອະນຸຍາດດໍາເນີນທຸລະກິດ  ຕາມແບບພິມ ທີ່ກົມອຸດສາຫະກຳ ແລະ ຫັດຖະກຳ, ກົມການຄ້າພາຍໃນ, ກົມການນໍາເຂົ້າ ແລະ ສົ່ງອອກ ກຳນົດ ຕາມກິດຈະການພາຍໃຕ້ຄວາມຮັບຜິດຊອບຂອງກົມ;
- ໃບທະບຽນວິສາຫະກິດ ສະບັບກາແດງ ຫຼື ສຳເນົາ 1 ສະບັບ;
- ໜັງສືແນະນຳ ການຂໍອະນຸຍາດດຳເນີນທຸລະກິດ ທີ່ອອກໂດຍພາກສ່ວນອອກໃບທະບຽນວິສາຫະກິດ ສະບັບກາແດງ ຫຼື ສຳ ເນົາ 1 ສະບັບ. 

ໃຊ້ເພື່ອເປັນພາບປະກອບເທົ່ານັ້ນ
ຂໍ້ມູນພາບ: Viengsana Shipping sole Co.Ltd

 

ຜູ້ມີສິດເຊັນ ໃບອະນຸຍາດດຳເນີນທຸລະກິດ ຢູ່ແຕ່ລະຂັ້ນ ໃຫ້ມີການແຕ່ງຕັ້ງເປັນ ລາຍລັກອັກສອນ ຄືດັ່ງນີ້:
- ຂັ້ນສູນກາງ ແມ່ນຄະນະກົມຂອງກົມກ່ຽວຂ້ອງ ໂດຍມີຂໍ້ຕົກລົງຂອງຫົວໜ້າກົມ ແຕ່ງຕັ້ງຜູ້ມີສິດເຊັນໃບອະນຸຍາດ ດຳເນີນທຸລະກິດ ຈຳນວນ 2 ທ່ານ ຂຶ້ນໄປ; 
- ຂັ້ນແຂວງ ແມ່ນຄະນະພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ໂດຍມີຂໍ້ຕົກລົງຂອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ແຕ່ງຕັ້ງໃຫ້ເປັນຜູ້ມີສິດເຊັນໃບອະນຸຍາດດຳເນີນທຸລະກິດ ຈຳນວນ 2 ທ່ານ ຂຶ້ນໄປ; 
- ຂັ້ນເມືອງ ແມ່ນຄະນະຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ໂດຍມີຂໍ້ຕົກລົງຂອງຫົວໜ້າ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນແຕ່ງຕັ້ງໃຫ້ເປັນຜູ້ມີສິດເຊັນ ໃບອະນຸຍາດດຳເນີນທຸລະກິດ ຈຳນວນ 2 ທ່ານ ຂຶ້ນໄປ. 

ກິດຈະການ ອຸດສາຫະກຳ ແລະ ການຄ້າໃດ ທີ່ບໍ່ມີໃນຕາຕະລາງໃດໜຶ່ງ ທີ່ກຳນົດໃນ ຂໍ້ຕົກລົງ ວ່າດ້ວຍ ຮັບຮອງກິດຈະການ ອຸດສາຫະກໍາ ແລະ ການຄ້າ ທີ່ຕ້ອງອອກໃບອະນຸຍາດດໍາເນີນທຸລະກິດ ເລກທີ 0044/ອຄ.ກທຄວ, ລົງວັນທີ 18 ມັງກອນ 2019 ແມ່ນບໍ່ໃຫ້ອອກໃບອະນຸຍາດດຳເນີນທຸລະກິດ, ໃຫ້ປະຕິບັດຕາມທີ່ກຳນົດໃນ ມາດຕາ 5 ຂອງ ຂໍ້ຕົກລົງ ສະບັບເລກທີ 0023/ອຄ.ກທຄວ, ລົງວັນທີ  09 ມັງກອນ 2019 ວ່າດ້ວຍການຂຶ້ນທະບຽນວິສາຫະກິດ.

   

ຄລິກທີ່ນີ້ເພື່ອລາຍລະອຽດຂອງຂໍ້ຕົກລົງເລກທີ 0044/ອຄ.ກທຄວ, ລົງວັນທີ 18 ມັງກອນ 2019

ຄລິກທີ່ນີ້ເພື່ອລາຍລະອຽດຂອງຄຳແນະນຳ 0045/ອຄ.ກທຄວ, ລົງວັນທີ 18 ມັງກອນ 2019

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.