ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງວິທະຍາສດ ແລະ ເຕັກໂນໂລຊີ      ເລກທີ 0541/ກວຕ
ນະຄອນຫຼວງວຽງຈັນ, ວັນທີ 08 ມິຖຸນາ 2016

ຂໍ້ຕົກລົງ

ຂອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ວ່າດ້ວຍ ການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ ຢູ່ ສປປ ລາວ

  • ອີງຕາມ ກົດໝາຍວ່າດ້ວຍມາດຕະຖານ (ສະບັບປັບປຸງ) ເລກທີ 49/ສພຊ, ລົງວັນທີ 18 ກໍລະກົດ 2014;
  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ສະບັບເລກທີ 309/ນຍ, ລົງວັນທີ 28 ກັນຍາ 2011.
  • ອີງຕາມການຄົ້ນຄວ້າສະເໜີຂອງ ກົມມາດຕະຖານ ແລະ ວັດແທກ ເລກທີ 1528/ກວຕ-ກມວ, ລົງວັນທີ 20 ພຶດສະພາ 2016.

ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຕົກລົງ:

ໝວດທີ 1

ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ ທີ່ຜະລິດ, ນຳເຂົ້າ, ສົ່ງອອກ, ປຸງແຕ່ງ ແລະ ບໍລິການຈຳໜ່າຍ ຢູ່ ສປປ ລາວ, ບົນພື້ນຖານຄວາມຖືກຕ້ອງຕາມລະບຽບ, ຫຼັກການ ແລະ ມາດຕະຖານແຫ່ງຊາດ ຊຶ່ງສອດຄ່ອງກັບລະບຽບການຂອງພາກພື້ນ ແລະ ສາກົນ, ແນໃສ່ຊຸກຍູ້ສົ່ງເສີມການບໍລິການທີມີຄຸນນະພາບ ແລະ ແທດເໝາະກັບສະພາບຕົວຈິງ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ມາດຕາ 2. ນ້ຳມັນເຊື້ອໄຟ

ນ້ຳມັນເຊື້ອໄຟ ແມ່ນຜະລິດຕະພັນທີ່ໄດ້ມາຈາກການກັ່ນຕອງນ້ຳມັນດິບ, ການກັ່ນຕອງວັດຖຸດິບທຳມະຊາດ ແລະ ວັດຖຸດິບອື່ນໆ, ໂດຍຜ່ານຂະບວນການຜະລິດທີ່ສອດຄ່ອງຕາມມາດຕະຖານແຫ່ງຊາດ ສອດຄ່ອງກັບມາດຕະຖານພາກພື້ນ ແລະ ສາກົນ.

ມາດຕາ 3. ອະທິບາຍຄຳສັບ

ຄຳສັບຕ່າງໆທີ່ນຳໃຊ້ຢູ່ໃນຂໍ້ຕົກລົງສະບັບນີ້ມີຄວາມໝາຍ ດັ່ງນີ້:

  1. ທຸລະກິດນ້ຳມັນເຊື້ອໄຟ ໝາຍເຖິງ ທຸລະກິດກ່ຽວກັບການຜະລິດ, ນຳເຂົ້າ, ສົ່ງອອກ, ປຸງແຕ່ງ ແລະ ບໍລິການຂາຍຍົກ ແລະ ຂາຍຍ່ອຍນ້ຳມັນເຊື້ອໄຟປະເພດຕ່າງໆ ຢູ່ ສປປ ລາວ;
  2. ຜູ້ດຳເນີນທຸລະກິດນ້ຳມັນເຊື້ອໄຟ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນທຸລະກິດ ໄດ້ຂຶ້ນທະບຽນຖືກຕ້ອງຕາມກົດໝາຍວິສາຫະກິດ ກ່ຽວກັບ ທຸລະກິດນ້ຳມັນເຊື້ອໄຟ ຢູ່ ສປປ ລາວ;
  3. ຜູ້ຊົມໃຊ້ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ນຳໃຊ້ນ້ຳມັນເຊື້ອໄຟຈາກຜູ້ດຳເນີນທຸລະກິດນ້ຳມັນເຊື້ອໄຟ;
  4. ກາໝາຍຄຸນນະພາບ ໝາຍເຖິງ ສັນຍາລັກທີ່ຢັ້ງຢືນວ່າໄດ້ຜ່ານການກວດສອບຄຸນນະພາບ ນ້ຳມັນເຊື້ອໄຟ;
  5. ມາດຕະຖານແຫ່ງຊາດລາວ ຂຽນຫຍໍ້ (ມລ) ໝາຍເຖິງ ມາດຕະຖານທີ່ສະພາມາດຕະຖານແຫ່ງຊາດ ໄດ້ຮັບຮອງເອົາ ແລະ ປະກາດໃຊ້ໂດຍ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ;
  6. ຄຸນນະພາບ ໝາຍເຖິງ ຄຸນລັກສະນະທີ່ຕ້ອງການ ທາງດ້ານຟີຊິກສາດ ແລະ ເຄມີສາດຖືກຕ້ອງຕາມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ;
  7. ການຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ ໝາຍເຖິງ ການຈັດຕັ້ງປະຕິບັດ ຮັບຮູ້ຢ່າງເປັນທາງການ ແລະ ໄດ້ອອກໃບຢັ້ງຢືນຈາກອົງການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ.

ມາດຕາ 4. ຂອບເຂດການນຳໃຊ້

ຂໍ້ຕົກລົງສະບັບນີ້ ນຳໃຊ້ຕໍ່ບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ແລະ ການຈັດຕັ້ງທີ່ ດຳເນີນທຸລະກິດກ່ຽວກັບນ້ຳມັນເຊື້ອໄຟ ຢູ່ ສປປ ລາວ.

ມາດຕາ 5. ຫຼັກການພື້ນຖານຂອງການກວດກາຄຸນນະພາບນ້ຳມັນເຊື້ອໄຟ

ການກວດກາຄຸນນະພາບນ້ຳມັນເຊື້ອໄຟ ແນໃສ່ເພື່ອຍົກສູງຄຸນນະພາບ ແລະ ປະສິດທິພາບທາງດ້ານເສດຖະກິດ-ສັງຄົມກ່ຽວກັບການຄຸ້ມຄອງ, ການບໍລິການ ແລະ ການປົກປ້ອງຜູ້ຊົມໃຊ້ນ້ຳມັນເຊື້ອໄຟ ບົນພື້ນຖານຫຼັກການ ດັ່ງນີ້:

  1. ຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ຮັບປະກັນຄວາມປອດໄພຕໍ່ສຸຂະພາບ ສະພາບແວດລ້ອມ ແລະ ຄວາມໝັ້ນຄົງທາງດ້ານພະລັງງານນ້ຳມັນເຊື້ອໄຟ;
  2. ຮັບປະກັນການເປີດກວ້າງ, ຄວາມຍຸຕິທຳ, ສະເໝີພາບ ແລະ ໂປ່ງໃສ, ສາມາດກວດສອບໄດ້, ຫຼີກເວັ້ນການຈຳແນກ ການສ້າງອຸປະສັກຕໍ່ທຸລະກິດຂອງນ້ຳມັນເຊື້ອໄຟ;
  3. ຮັບປະກັນຄວາມສອດຄ່ອງກັບມາດຕະຖານແຫ່ງຊາດ, ສະພາບຄວາມເປັນຈິງ ແລະ ຄວາມສາມາດໃນການຈັດຕັ້ງປະຕິບັດວຽກງານການກວດກາຄຸນນະພາບນ້ຳມັນເຊື້ອໄຟ;
  4. ຮັບປະກັນໃຫ້ຜູ້ຜະລິດ, ຈຳໜ່າຍ, ນຳເຂົ້າ, ສົ່ງອອກ, ປຸງແຕ່ງ ແລະ ບໍລິການ ໃຫ້ເປັນໄປຕາມຫຼັກການ ແລະ ຂັ້ນຕອນການກວດກາຄຸນນະພາບນ້ຳມັນເຊື້ອໄຟ.

ໝວດທີ 2

ສິດ, ພັນທະຂອງຜູ້ດຳເນີນທຸລະກິດ ແລະ ຜູ້ຊົມໃຊ້ນ້ຳມັນເຊື້ອໄຟ

ມາດຕາ 6. ສິດຂອງຜູ້ດຳເນີນທຸລະກິດນ້ຳມັນເຊື້ອໄຟ

ຜູ້ດຳເນີນທຸລະກິດນ້ຳມັນເຊື້ອໄຟມີສິດ ດັ່ງນີ້:

  1. ບໍລິການ, ໂຄສະນາເຜີຍແຜ່ຄຸນນະພາບນ້ຳມັນເຊື້ອໄຟຖືກຕ້ອງຕາມຄວາມເປັນຈິງ ພາຍຫຼັງໄດ້ຮັບການກວດກາ ແລະ ຢັ້ງຢືນຄຸນນະພາບ;
  2. ປັບປຸງການບໍລິການຂອງຕົນ ແລະ ຮ້ອງຂໍຄວາມເປັນທຳຕໍ່ອົງການຄຸ້ມຄອງລັດທີ່ກ່ຽວຂ້ອງ ຫາກເຫັນວ່າການກວດການ້ຳມັນເຊື້ອໄຟນັ້ນ ບໍ່ໄດ້ຮັບຄວາມເປັນທຳ;
  3. ສະເໜີໃຫ້ອົງການຄຸ້ມຄອງລັດທີ່ກ່ຽວຂ້ອງ ລົງກວດກາຄືນ ຖ້າເຫັນວ່າຄຸນນະພາບນ້ຳມັນເຊື້ອໄຟຜິດປົກກະຕິ;
  4. ປະຕິບັດສິດອື່ນຕາມທີ່ໄດ້ກຳນົດໄວ້ໃນລະບຽບ ແລະ ກົດໝາຍທີ່ກ່ຽວຂ້ອງ.

ມາດຕາ 7. ສິດຂອງຜູ້ຊົມໃຊ້ນ້ຳມັນເຊື້ອໄຟ

ຜູ້ຊົມໃຊ້ມີສິດ ດັ່ງນີ້:

  1. ເລືອກໃຊ້ບໍລິການນ້ຳມັນເຊື້ອໄຟທີ່ໄດ້ຄຸນນະພາບ ຕາມຄວາມຕ້ອງການ;
  2. ຮ້ອງຮຽນຕໍ່ພາກສ່ວນທີ່ກ່ຽວຂ້ອງເມື່ອເຫັນວ່າການໃຊ້ບໍລິການບໍ່ໄດ້ຮັບຄວາມເປັນທຳ;
  3. ສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງ ເມື່ອເຫັນວ່າຜູ້ດຳເນີນທຸລະກິດນ້ຳມັນເຊື້ອໄຟ ສ້າງຜົນກະທົບຕໍ່ສະພາບແວດລ້ອມ ແລະ ສັງຄົມ;
  4. ຮັບຮູ້ຂໍ້ມູນຂ່າວສານ ກ່ຽວກັບ ຄຸນນະພາບ ແລະ ການບໍລິການນ້ຳມັນເຊື້ອໄຟ;
  5. ແຈ້ງພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບການລະເມີດມາດຕະຖານ ແລະ ລະບຽບການເຕັກນິກຂອງນ້ຳມັນເຊື້ອໄຟ;
  6. ປະຕິບັດສິດອື່ນຕາມທີ່ໄດ້ກຳນົດໄວ້ໃນລະບຽບ ແລະ ກົດໝາຍ ທີ່ກ່ຽວຂ້ອງ.

ມາດຕາ 8. ພັນທະຜູ້ດຳເນີນທຸລະກິດນ້ຳມັນເຊື້ອໄຟ

ຜູ້ດຳເນີນທຸລະກິດມີພັນທະ ດັ່ງນີ້:

  1. ກ່ອນການຜະລິດ, ນຳເຂົ້າ, ສົ່ງອອກ, ປຸງແຕ່ງ ແລະ ບໍລິການຈຳໜ່າຍນ້ຳມັນເຊື້ອໄຟ ຕ້ອງໄດ້ຮັບການກວດກາ ແລະ ຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ ຈາກອົງການທີ່ກ່ຽວຂ້ອງ ເພື່ອໃຫ້ສອດຄ່ອງກັບມາດຕະຖານແຫ່ງຊາດ;
  2. ຮັບຜິດຊອບທຸກຜົນເສຍຫາຍທີ່ເກີດຂຶ້ນ ຍ້ອນນຳ້ມັນເຊື້ອໄຟບໍ່ໄດ້ຄຸນນະພາບ ຕາມລະບຽບກົດໝາຍ;
  3. ໃຫ້ການຮ່ວມມື ແລະ ອຳນວຍຄວາມສະດວກແກ່ພະນັກງານຂອງລັດທີ່ກ່ຽວຂ້ອງໃນການລົງກວດກາຄຸນນະພາບນ້ຳມັນເຊື້ອໄຟແຕ່ລະຄັ້ງ;
  4. ປະຕິບັດພັນທະອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນ ລະບຽບ ແລະ ກົດໝາຍທີ່ກ່ຽວຂ້ອງ.

ມາດຕາ 9. ພັນທະຜູ້ຊົມໃຊ້ນ້ຳມັນເຊື້ອໄຟ

ຜູ້ຊົມໃຊ້ນ້ຳມັນເຊື້ອໄຟມີພັນທະ ດັ່ງນີ້:

  1. ນຳໃຊ້ການບໍລິການ ໂດຍປະຕິບັດຕາມຄຳແນະນຳຂອງຜູ້ໃຫ້ການບໍລິການ;
  2. ປະຕິບັດພັນທະອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນ ລະບຽບ ແລະ ກົດໝາຍທີ່ກ່ຽວຂ້ອງ.

ໝວດທີ 3

ອົງການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບ

ມາດຕາ 10. ອົງການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ

ອົງການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟແມ່ນ ກົມມາດຕະຖານ ແລະ ວັດແທກ, ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ນະຄອນຫຼວງ ຕາມການມອບໝາຍ ຫຼື ຕາມການແບ່ງຂັ້ນຄຸ້ມຄອງ.

ມາດຕາ 11. ສິດ ຂອງອົງການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ

ຂະແໜງການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟມີສິດ ດັ່ງນີ້:

  1. ຄຸ້ມຄອງລະບົບການກວດກາຄຸນນະພາບນ້ຳມັນເຊື້ອໄຟ ໃຫ້ສອດຄ່ອງຕາມມາດຕະຖານ, ລະບຽບການເຕັກນິກແຫ່ງຊາດ ແລະ ຂໍ້ກຳນົດຂອງພາກພື້ນ ແລະ ສາກົນທີ່ກຳນົດໄວ້;
  2. ເກັບຕົວຢ່າງນ້ຳມັນເຊື້ອໄຟ ໄປກວດຄຸນນະພາບ ໃຫ້ສອດຄ່ອງຕາມມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນກ່ອນການຜະລິດ, ນຳເຂົ້າ, ສົ່ງອອກ, ປຸງແຕ່ງ ແລະ ຈຳໜ່າຍ;
  3. ອອກໃບຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ ພາຍຫຼັງໄດ້ຮັບການກວດກາທີ່ຖືກຕ້ອງຕາມ ມາດຕະຖານແຫ່ງຊາດ;
  4. ການກວດກາຄຸນນະພາບນ້ຳມັນເຊື້ອໄຟ ຕາມແຜນປົກກະຕິແມ່ນ ເດືອນລະຄັ້ງ ແລະ ກໍລະນີສຸກເສີນ;
  5. ພາຍຫຼັງກວດກາຄຸນນະພາບນ້ຳມັນເຊື້ອໄຟ ຖ້າເຫັນວ່າບໍ່ສອດຄ່ອງຕາມ ມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ ຕ້ອງປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອສັ່ງໂຈະຊົ່ວຄາວ ການນຳເຂົ້າ, ສົ່ງອອກ, ຜະລິດ, ປຸງແຕ່ງ ແລະ ຈຳໜ່າຍ ນ້ຳມັນເຊື້ອໄຟເພື່ອລາຍງານຂັ້ນເທິງພິຈາລະນາແກ້ໄຂ.

ມາດຕາ 12. ໜ້າທີ່ ຂອງຂະແໜງການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ

ຂະແໜງການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟມີໜ້າທີ່ ດັ່ງນີ້:

  1. ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໃນການກວດກາຄຸນນະພາບນ້ຳມັນເຊື້ອໄຟ ໃຫ້ສອດຄ່ອງຕາມມາດຕະຖານແຫ່ງຊາດ ແລະ ພາກພື້ນ;
  2. ຍຸຕິທຳ, ໂປ່ງໃສ, ສະເໝີພາບ ແລະ ມີຄວາມບໍລິສຸດໃນໜ້າທີ່ຄວາມຮັບຜິດຊອບ;
  3. ກຳນົດເວລາ ໃນການຈັດຕັ້ງປະຕິບັດການກວດກາຄຸນນະພາບນ້ຳມັນເຊື້ອໄຟ ຢ່າງຈະແຈ້ງໃຫ້ແກ່ຜຸ້ຜະລິດ, ຜູ້ນຳເຂົ້າ, ສົ່ງອອກ, ຈຳໜ່າຍ ແລະ ປຸງແຕ່ງ (ນອກຈາກການກວດແບບສຸກເສີນ);
  4. ແນະນຳຜູ້ຜະລິດ, ປຸງແຕ່ງ, ນຳເຂົ້າ-ສົ່ງອອກ, ຈຳໜ່າຍ ນ້ຳມັນເຊື້ອໄຟກ່ຽວກັບຂັ້ນຕອນການແຈ້ງເອກະສານ ຂໍອະນຸຍາດໃນການກວດກາຄຸນນະພາບນ້ຳມັນເຊື້ອໄຟ;
  5. ເກັຍຮັກສາ ແລະ ສະໜອງຂໍ້ມູນຕ່າງໆໃຫ້ພາກສ່ວນກ່ຽວຂ້ອງ ກ່ຽວກັບວຽກງານການກວດກາຄຸນນະພາບນ້ຳມັນເຊື້ອໄຟ;
  6. ລາຍງານກ່ຽວກັບສະພາບການເຄື່ອນໄຫວ ກວດກາຄຸນນະພາບນ້ຳມັນເຊື້ອໄຟ ຕໍ່ພາກສ່ວນທີ່ກ່ຽວຂ້ອງ ແລະ ຂັ້ນເທິງ;
  7. ອອກໃບຢັ້ງຢືນຄຸນນະພາບຂອງນ້ຳມັນເຊື້ອໄຟ ທີ່ໄດ້ຜ່ານການກວດກາຖືກຕ້ອງ;
  8. ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນ ລະບຽບ ແລະ ກົດໝາຍທີ່ກ່ຽວຂ້ອງ.

ໝວດທີ 4

ລະບົບເອກະສານ, ຂັ້ນຕອນການກວດກາ ແລະ ການຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ

ມາດຕາ 13. ເອກະສານຂໍການກວດກາ ແລະ ຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ

ການປະກອບເອກະສານເພື່ອຂໍການກວດກາ ແລະ ຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ ມີດັ່ງລຸ່ມນີ້:

  1. ໃບສະເໜີ;
  2. ສຳເນົາເອກະສານ ການປະກອບທຸະກິດນ້ຳມັນເຊື້ອໄຟ
  3. ສຳເນົາເອກະສານຂໍຜະລິດ, ນຳເຂົ້າ, ສົ່ງອອກ, ການປຸງແຕ່ງນ້ຳມັນເຊື້ອໄຟ;
  4. ໃບຢັ້ງຢືນຄຸນນະພາບຈາກຕົ້ນທາງ (ບໍ່ໃຫ້ເກີນ 6 ເດືອນນັບແຕ່ມື້ອອກໃບຢັ້ງຢືນ);
  5. ເອກະສານອື່ນໆທີ່ກ່ຽວຂ້ອງ (ຖ້າຈຳເປັນ).

ມາດຕາ 14. ການພິຈາລະນາ ແລະ ອະນຸມັດເອກະສານ

  1. ເອກະສານເພື່ອຂໍການກວດກາ ແລະ ຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ ຕ້ອງໄດ້ຮັບການພິຈາລະນາພາຍໃນ ສາມວັນລັດຖະການ;
  2. ພາຍຫຼັງເອກະສານຖືກຕ້ອງ, ຄົບຖ້ວນ ແລະ ໄດ້ຜ່ານການກວດກາຄຸນນະພາບນ້ຳມັນເຊື້ອໄຟ ທີ່ສອດຄ່ອງຕາມມາດຕະຖານແຫ່ງຊາດແລ້ວ ຕ້ອງອອກໃບຢັ້ງຢືນກວດກາຄຸນນະພາບນ້ຳມັນເຊື້ອໄຟ ຢ່າງຊ້າບໍ່ໃຫ້ເກີນ ຫ້າວັນລັດຖະການ.

ມາດຕາ 15. ການອອກໃບຢັ້ງຢືນຄຸນນະພາບ

ບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ແລະ ການຈັດຕັ້ງທີ່ດຳເນີນທຸລະກິດ ກ່ຽວກັບນ້ຳມັນເຊື້ອໄຟຢູ່ໃນ ສປປ ລາວ ກ່ອນຈະນຳເຂົ້າ, ສົ່ງອອກ, ຈຳໜ່າຍ ແລະ ພາຍຫຼັງການປຸງແຕ່ງ ຕ້ອງໄດ້ຜ່ານການກວດກາ ແລະ ຢັ້ງຢືນຄຸນນະພາບ ຈາກກົມມາດຕະຖານ ແລະ ວັດແທກ, ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ແລະ ນະຄອນຫຼວງ ຕາມການມອບໝາຍ.

ໃບຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ ໄດ້ກຳນົດນຳໃຊ້ໄດ້ຄັ້ງດຽວເທົ່ານັ້ນ.

ມາດຕາ 16. ການເກັບຄ່າທຳນຽມການກວດກາ ແລະ ມາດຕະການປັບໃໝ

ການກວດກາ ແລະ ຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟຕ້ອງໄດ້ເສຍຄ່າທຳນຽມ, ຄ່າບໍລິການ ແລະ ມາດຕະການປັບໃໝ ດັ່ງນີ້:

  1. ຄ່າທຳນຽມ, ກວດສອບແມ່ນອີງຕາມລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ສະບັບເລກທີ 003/ປປທ, ລົງວັນທີ 26 ທັນວາ 2012 (ສະບັບປັບປຸງ).
  2. ຄ່າປັບໃໝແມ່ນອີງຕາມດຳລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການປະຕິບັດມາດຕະການ ຕໍ່ຜູ້ລະເມີດກ່ຽວກັບ ມາດຕະຖານ ແລະ ວັດແທກ.

ມາດຕາ 17. ຫຼັກການກວດກາ

ການດຳເນີນການກວດກາຄຸນນະພາບນ້ຳມັນເຊື້ອໄຟ ມີຫຼັກການດັ່ງນີ້:

  1. ການດຳເນີນການກວດກາ ທຸກຄັ້ງທີ່ພະນັກງານລົງກວດກາ ແມ່ນຕ້ອງມີບັດພະນັກງານ ທີ່ອອກໂດຍກົມມາດຕະຖານ ແລະ ວັດແທກ, ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ນະຄອນຫຼວງ ຕາມການມອບໝາຍ;
  2. ໃນເວລາພະນັກງານລົງກວດກາຕົວຈິງຫາກເຫັນວ່າ ຜົນການກວດກາສອດຄ່ອງຕາມມາດຕະຖານແຫ່ງຊາດ ພະນັກງານທີ່ກ່ຽວຂ້ອງຕ້ອງໄດ້ອອກ ຜົນການກວດກາຄຸນນະພາບ ເພື່ອຢັ້ງຢືນຄວາມຖືກຕ້ອງຂອງນ້ຳມັນເຊື້ອໄຟນັ້ນ;
  3. ໃນກໍລະນີ ຜົນການກວດການັ້ນບໍ່ສອດຄ່ອງຕາມມາດຕະຖານແຫ່ງຊາດ ພະນັກງານທີ່ເຮັດໜ້າທີ່ກວດກາ ຕ້ອງໄດ້ເຮັດບົດບັນທຶກ ແລະ ສັ່ງໂຈະການນຳເຂົ້າ, ສົ່ງອອກ, ຈຳໜ່າຍ ແລະ ປຸງແຕ່ງ ນ້ຳມັນເຊື້ອໄຟຊົ່ວຄາວ ເພື່ອລາຍງານຂັ້ນເທິງ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ມາດຕາ 18. ຮູບແບບ ການກວດກາຄຸນນະພາບນ້ຳມັນເຊື້ອໄຟ

ການກວດກາຄຸນນະພາບຂອງນ້ຳມັນເຊື້ອໄຟ ມີ 03 ຮູບແບບຄື:

  1. ກວດກາຄຸນນະພາບ ກ່ອນການນຳເຂົ້າ, ສົ່ງອອກ, ຕ້ອງມີການກວດກາຄຸນນະພາບ ຂອງນ້ຳມັນເຊື້ອໄຟ ເພື່ອໃຫ້ສອດຄ່ອງຕາມມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ;
  2. ກວດກາຄຸນນະພາບນ້ຳມັນເຊື້ອໄຟ ທີ່ຜະລິດ, ປຸງແຕ່ງ ແລະ ຈຳໜ໋າຍ, ຕາມແຜນປົກກະຕິແມ່ນ ເດືອນລະຄັ້ງ;
  3. ກວດກາຄຸນນະພາບນ້ຳມັນເຊື້ອໄຟ ທີ່ຜະລິດ, ປຸງແຕ່ງ ແລະ ຈຳໜ່າຍ ແບບກະທັນຫັນ (ສຸກເສີນ) ແມ່ນຈະໄດ້ທຳການກວດກາ ຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຮູ້ລ່ວງໜ້າ.

ມາດຕາ 19. ປະເພດຂອງນ້ຳມັນເຊື້ອໄຟ

ນ້ຳມັນເຊື້ອໄຟທຸກຊະນິດ ແມ່ນຈະໄດ້ຜ່ານການກວດກາຄຸນນະພາບ ເປັນຕົ້ນແມ່ນ:

  1. ນ້ຳມັນແອັດຊັງລວມມີ ສອງຊະນິດຄື: ແອັດຊັງທຳມະດາ 91 ແລະ ແອັດຊັງພິເສດ 95;
  2. ນ້ຳມັນກາຊວນ ລວມມີ ສອງຊະນິດຄື: ກາຊວນທຳມະດາ ແລະ ກາຊວນພິເສດ;
  3. ນ້ຳມັນກາດ;
  4. ນ້ຳມັນຍົນ;
  5. ນ້ຳມັນຊີວະພາບ;
  6. ນ້ຳມັນເຄື່ອງ.

ມາດຕາ 20. ສະຫຼາກ ແລະ ເຄື່ອງໝາຍ

ພາຊະນະທຸກອັນທີ່ໃຊ້ບັນຈຸນ້ຳມັນເຊື້ອໄຟແຕ່ລະປະເພດ ຕ້ອງຕິດສະຫຼາກ ແລະ ເຄື່ອງໝາຍໃສ່ດ້ານນອກບ່ອນທີ່ເຫັນໄດ້ງ່າຍ ແລະ ຈະແຈ້ງດີ, ເນື້ອໃນຂອງສະຫຼາກຕ້ອງມີພາສາລາວ, ສຳລັບພາສາຕ່າງປະເທດຕ້ອງມີເນື້ອໃນໃຫ້ສອດຄ່ອງກັບພາສາລາວທີ່ໄດ້ກຳນົດໄວ້ (ຍົກເວັ້ນພາຊະນະບັນຈຸທີ່ຢູ່ໃຕ້ດິນ) ເຊິ່ງມີເນື້ອໃນດັ່ງນີ້:

  1. ຊື່ຜະລິດຕະພັນ;
  2. ປະເພດ ຫຼື ຊະນິດ;
  3. ຊຸດຜະລິດ;
  4. ກາໝາຍຂອງໂຮງງານທີ່ຜະລິດ;
  5. ເຄື່ອງໝາຍການຄ້າ;
  6. ຊື່ໂຮງງານ ແລະ ຊື່ປະເທດທີ່ຜະລິດ ແລະ ປຸງແຕ່ງ;
  7. ປະລິມານສຸດທິເປັນ ເດຊີແມັດກ້ອນ ຫຼື ລິດ ໃນກໍລະນີທີ່ປຸງແຕ່ງ, ນຳເຂົ້າເພື່ອຈຳໜ່າຍ ຕິດກັບພາຊະນະບັນຈຸ;
  8. ຂໍ້ຄວາມ ຫຼື ເຄື່ອງໝາຍທີ່ສະແດງ “ວັດຖຸໄວໄຟ”;
  9. ກາໝາຍມາດຕະຖານ (ຖ້າໄດ້ຮັບອະນຸຍາດ);
  10. ວັນທີ, ເດືອນ, ປີ ການກວດກາຄຸນນະພາບ.

ໝວດທີ 5

ຂໍ້ຫ້າມ

ມາດຕາ 21. ຂໍ້ຫ້າມສຳລັບຜູ້ດຳເນີນທຸລະກິດ

ຫ້າມຜູ້ດຳເນີນທຸລະກິດມີພຶດຕິກຳ ດັ່ງນີ້:

  1. ນຳເຂົ້າ, ສົ່ງອອກ, ຈຳໜ່າຍ, ຜະລິດ ແລະ ປຸງແຕ່ງ ນ້ຳມັນເຊື້ອໄຟ ທີ່ບໍ່ໄດ້ຜ່ານການກວດກາ ແລະ ຢັ້ງຢືນຄຸນນະພາບຈາກ ກົມມາດຕະຖານ ແລະ ວັດແທກ, ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ, ນະຄອນຫຼວງ ທີ່ຖືກມອບໝາຍ;
  2. ຂັດຂວາງການປະຕິບັດງານ ຂອງເຈົ້າໜ້າທີ່ລົງກວດກາ, ຫ້າມໃຫ້ສິນບົນ ແລະ ສົມຮູ້ຮ່ວມຄິດກັບເຈົ້າໜ້າທີ່ກວດກາຄຸນນະພາບນ້ຳມັນເຊື້ອໄຟ;
  3. ປອມແປງເອກະສານ ແລະ ໃບຢັ້ງຢືນຕ່າງໆທີ່ກ່ຽວຂ້ອງ ຂອງນ້ຳມັນເຊື້ອໄຟ.

ມາດຕາ 22. ຂໍ້ຫ້າມສຳລັບພະນັກງານ ທີ່ປະຕິບັດໜ້າທີ່ກວດກາຄຸນນະພາບນ້ຳມັນ

ຫ້າມສຳລັບພະນັກງານທີ່ປະຕິບັດໜ້າທີ່ຮັບຜິດຊອບວຽກງານກວດກາຄຸນນະພາບ ນ້ຳມັນເຊື້ອໄຟ ມີພຶດຕິກຳດັ່ງນີ້:

  1. ຜູ້ທີ່ໄດ້ຮັບການແຕ່ງຕັ້ງລົງປະຕິບັດໜ້າທີ່ກວດກາຄຸນນະພາບນ້ຳມັນ;
  2. ປະລະໜ້າທີ່ ໂດຍບໍ່ມີຄວາມຮັບຜິດຊອບ;
  3. ປະຕິບັດໜ້າທີ່ໂດຍບໍ່ມີຄວາມຍຸຕິທຳ, ລຳອຽງຕໍ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ;
  4. ຮັບສິນບົນ ແລະ ສວຍໃຊ້ໜ້າທີ່ ເພື່ອຜົນປະໂຫຍດສ່ວນຕົວ;
  5. ປອມແປງ, ແກ່ຍາວເວລາ ແລະ ຖ່ວງດຶງເອກະສານການຢັ້ງຢືນຄຸນນະພາບ;
  6. ມີພຶດຕິກຳອື່ນທີ່ເປັນການລະເມີດຕໍ່ລະບຽບກົດໝາຍ.

ມາດຕາ 23. ຂໍ້ຫ້າມສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງອື່ນ.

ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງອື່ນ ມີພຶດຕິກຳດັ່ງນີ້:

  1. ສວຍໃຊ້ການເຄື່ອນໄຫວວຽກງານການກວດກາຄຸນນະພາບນ້ຳມັນເຊື້ອໄຟ ເພື່ອສ້າງອຸປະສັກກີດຂວາງ ແລະ ແຊກແຊງການເຮັດວຽກຂອງພະນັກງານຮັບຜິດຊອບ ກວດກາຄຸນນະພາບນ້ຳມັນເຊື້ອໄຟ;
  2. ໂຄສະນາ, ສົ່ງເສີມນ້ຳມັນເຊື້ອໄຟ ທີ່ບໍ່ໄດ້ຄຸນນະພາບ;
  3. ສ້າງມົນລະພິດຕໍ່ສະພາບແວດລ້ອມ ແລະ ສັງຄົມ;
  4. ຊ່ສຍເຫຼືອ ປົກປ້ອງຜູ້ລະເມີດຂໍ້ຕົກລົງສະບັບນີ້;
  5. ປິດບັງ ເຊື່ອງອຳການກະທຳທີ່ເປັນການລະເມີດລະບຽບກົດໝາຍ;
  6. ມີພຶດຕິກຳອື່ນທີ່ຜິດກັບລະບຽບກົດໝາຍ.

ໝວດທີ 6

ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 24. ນະໂຍບາຍຕໍ່ຜູ້ມີຜົນງານ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຜົນງານດີເດັ່ນໃນການຮ່ວມມື, ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດ ລະບຽບກົດໝາຍທີ່ກ່ຽວຂ້ອງກັບການຄຸ້ມຄອງຄຸນນະພາບ ນ້ຳມັນເຊື້ອໄຟ ຫຼື ຂໍ້ຕົກລົງສະບັບນີ້ ຈະໄດ້ຮັບການຍ້ອງຍໍ ຫຼື ໄດ້ຮັບການປະຕິບັດນະໂຍບາຍອື່ນ ຕາມລະບຽບກົດໝາຍ.

ມາດຕາ 25. ມາດຕະການຕໍ່ລັດຖະກອນທີ່ກະທຳຜິດຕໍ່ໍໜ້າທີ່ຮັບຜິດຊອບ

ລັດຖະກອນທີ່ກົດໜ່ວງ ຫຼື ລະເມີດຕໍ່ຂໍ້ຕົກລົງສະບັບນີ້ ຈະຖືກປະຕິບັດວິໃນເຊັ່ນ: ສຶກສາອົບຮົມ, ຍົກຍ້າຍໜ້າທີ່, ປົດຕຳແໜ່ງ ຫຼື ໄລ່ອອກຈາກລັດຖະກອນ, ນອກຈາກນີ້ຍັງ ຈະໄດ້ປະຕິບັດມາດຕະການຕ່າງໆທີ່ໄດ້ລະບຸໃນໝວດທີ 8 ຂອງກົດໝາຍອາຍາ ຕາມແຕ່ລະກໍລະນີ ແລະ ຕາມລະບຽບກົດໝາຍອື່ນໆ ທີ່ກ່ຽວຂ້ອງ.

ມາດຕາ 26. ມາດຕະການຕໍ່ຜູ້ລະເມີດອື່ນໆ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດຕໍ່ຂໍ້ຕົກລົງສະບັບນີ້ ຈະຖືກຕັກເຕືອນ, ສຶກສາອົບຮົມ, ປັບໃໝ, ປະຕິບັດວິໃນ, ໃຊ້ແທນທາງແພ່ງ ຫຼື ລົງໂທດທາງອາຍາຕາມກໍລະນີເບົາ ຫຼື ໜັກ ຕາມລະບຽບກົດໝາຍ.

ໝວດທີ 7

ບົດບັນຍັດສຸດທ້າຍ

ມາດຕາ 27. ການຈັດຕັ້ງປະຕິບັດ

ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ມອບໃຫ້ກົມມາດຕະຖານ ແລະ ວັດແທກ ສົມທົບກັບຂະແໜງການ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ ເປັນຜູ້ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ຕາມ ພາລະບົດບາດຂອງຕົນ.

ມາດຕາ 28. ຜົນສັກສິດ

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ພາຍຫຼັງໄດ້ລົງຈົດໝາຍເຫດາງລັດຖະການສິບຫ້າວັນ. ທຸກລະບຽບການທີ່ຂັດກັບຂໍ້ຕົກລົງສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ລັດຖະມົນຕີ
ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

ບໍ່ວຽງຄຳ ວົງດາລາ

 

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ ຢູ່ ສປປ ລາວ ເລກທີ 0541/ກວຕ, ລົງວັນທີ 08 ມິຖຸນາ 2016 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ມີໃບຢັ້ງຢືນຄຸນນະພາບຈາກປະເທດສົ່ງອອກ - ນໍ້າມັນເຊື້ອໄຟ TBT ກະຊວງ ອຸດສາຫະກຳ ແລະ ການຄ້າ ການນໍາເຂົ້ານໍ້າມັນເຊື້ອໄຟ, ຕ້ອງໄດ້ຄັດຕິດໃບຢັ້ງຢືນຄຸນນະພາບທີ່ອອກໂດຍປະເທດຜູ້ສົ່ງອອກ ມານໍາໃບສະເໜີເພື່ອຂໍອອກໃບຢັ້ງຢືນຄຸນນະພາບ ຈາກກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
  1. ຂັ້ນຕອນການກວດກາຄຸນນະພາບນໍ້າມັນເຊື້ອໄຟ ຢູ່ກົມມາດຕະຖານ ແລະ ວັດແທກ, ດ່ານຊາຍແດນ, ສາງ, ປໍ້າຈຳໜ່າຍ ແລະ ຂັ້ນຕອນການເກັບຄ່າບໍລິການກວດຄຸນນະພາບນໍ້າມັນເຊື້ອໄຟ ສະບັບເລກທີ 0952/ກວຕ.ຫກ, ລົງວັນທີ28 ກໍລະກົດ 2016
  2. ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ ຢູ່ ສປປ ລາວ ເລກທີ 0541/ກວຕ, ລົງວັນທີ 08 ມິຖຸນາ 2016
9999-12-31 ALL
2 ຕ້ອງໄດ້ຮັບການທົດສອບ - ນໍ້າມັນເຊື້ອໄຟນໍາເຂົ້າ TBT ກະຊວງ ອຸດສາຫະກຳ ແລະ ການຄ້າ ເມື່ອນ້ຳມັນຖືກສົ່ງມາຮອດດ່ານແລ້ວ, ເຈົ້າໜ້າທີ່ກວດສອບຄຸນນະພາບ ທີ່ປະຈໍາຢູ່ດ່ານ ຕ້ອງໄດ້ເກັບຕົວຢ່າງຂອງນໍ້າມັນນໍາເຂົ້າ ໄປກວດສອບຄຸນນະພາບ ກ່ອນການອອກໃບຢັ້ງຢືນຄຸນນະພາບໃຫ້ນຳເຂົ້າໄດ້.
  1. ຂັ້ນຕອນການກວດກາຄຸນນະພາບນໍ້າມັນເຊື້ອໄຟ ຢູ່ກົມມາດຕະຖານ ແລະ ວັດແທກ, ດ່ານຊາຍແດນ, ສາງ, ປໍ້າຈຳໜ່າຍ ແລະ ຂັ້ນຕອນການເກັບຄ່າບໍລິການກວດຄຸນນະພາບນໍ້າມັນເຊື້ອໄຟ ສະບັບເລກທີ 0952/ກວຕ.ຫກ, ລົງວັນທີ28 ກໍລະກົດ 2016
  2. ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ ຢູ່ ສປປ ລາວ ເລກທີ 0541/ກວຕ, ລົງວັນທີ 08 ມິຖຸນາ 2016
9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.