ອີງຕາມແຫຼ່ງຂ່າວຂອງເວັບໄຊທ໌ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານ ວຽງທອງ ວົງທະວິໄລ, ຫົວໜ້າກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີໄດ້ໃຫ້ສໍາພາດໃນວັນທີ 08 ກຸມພາ ຜ່ານມາ ນີ້ ວ່າ: ກົມມາດຕະຖານ ແລະ ວັດແທກ ເລີ່ມຕົ້ນກວດກາຄຸນນະພາບຂອງນ້ຳມັນຢູ່ຕາມປ້ຳຕ່າງໆ ໃນທົ່ວປະເທດ ນັບແຕ່ວັນທີ 1 ສິງຫາ 2016 ເປັນຕົ້ນມາ ໂດຍຜ່ານ 2 ຮູບແບບ ຄື: ກວດກາປົກກະຕິປີລະ 2 ຄັ້ງ ແລະ ກວດກາ ຕາມການຮ້ອງຮຽນຂອງຜູ້ບໍລິໂພກ ກໍຄື ຜູ້ຊົມໃຊ້ນ້ຳມັນຜ່ານສາຍດ່ວນ 1513.

ຜ່ານການກວດກາເຫັນວ່າ: ສະເພາະໃນປີ 2017 ພົບເຫັນນ້ຳມັນ ແອັດຊັງ ແລະ ກາຊວນ ຢູ່ຫຼາຍປ້ຳໃນ ທົ່ວປະເທດບໍ່ໄດ້ຄຸນນະພາບ ຍ້ອນມີທາດເຫຼົ້າເຈືອປົນ, ກົດໄຂມັນ ແລະ ນ້ຳມັນກ໊າສໄຕເຈືອປົນຢູ່ ໂດຍກວດພົບປະມານ 30 % ຂອງຈຳນວນປ້ຳທີ່ລົງກວດກາທັງໝົດ. ແຕ່ມາໃນປີ 2018 ຜ່ານມາ, ກວດພົບເຫັນນໍ້າມັນຢູ່ບັນດາປໍ້າເປົ້າໝາຍທີ່ລົງກວດກາບໍ່ໄດ້ຄຸນນະພາບຫຼຸດລົງເຫຼືອ 10% ຂອງຈໍານວນເປົ້າໝາຍທີ່ຖືກກວດກາທັງໝົດ.

ໃຊ້ເພື່ອເປັນພາບປະກອບເທົ່ານັ້ນ
ຂໍ້ມູນພາບ: www.pvoil.la

 

ສ່ວນເຂດທີ່ພົບເຫັນປ້ຳນ້ຳມັນບໍ່ໄດ້ຄຸນນະພາບຫຼາຍກ່ວາໝູ່ແມ່ນຢູ່ນອກຕົວເມືອງຂອງນະຄອນຫຼວງວຽງຈັນ ແລະ ຕາມເສັ້ນທາງເລກທີ 13 ໃຕ້. ສາເຫດທີ່ເຮັດໃຫ້ນໍ້າມັນບໍ່ໄດ້ຄຸນນະພາບ ໂດຍລວມມີ 2 ສາເຫດ ຄື: ຜູ້ປະກອບການຈຳນວນໜຶ່ງລັກລອບເອົານ້ຳມັນທີ່ຕ້ອງຫ້າມມາປະສົມກັບນ້ຳມັນ ແອັດຊັງ ແລະ ກາຊວນ ເອງເພື່ອປະຢັດຕົ້ນທຶນ ແລະ ອີກສາເຫດໜຶ່ງແມ່ນຍ້ອນຜູ້ປະກອບການຂາຍນ້ຳມັນບໍ່ຮູ້ວ່ານ້ຳມັນມີສານເຈືອປົນ ແລະ ບໍ່ໄດ້ຄຸນນະພາບຍ້ອນຊື້ນ້ຳ ມັນຈາກຜູ້ປະກອບການອື່ນ.

ສໍາລັບບັນດາປໍ້າໃນທົ່ວປະເທດທີ່ໄດ້ຜ່ານການກວດກາຄຸນນະພາບນ້ຳມັນຮຽບຮ້ອຍແລ້ວ ກົມມາດຕະຖານ ແລະ ວັດແທກ ໄດ້ອອກສະຕິກເກີໃຫ້ໂດຍມີທັງໝົດ 3 ສີ ຄື: ສີຂາວ: ໝາຍເຖີງປ້ຳທີ່ກວດກາແລ້ວບໍ່ມີບັນຫາຫຍັງ; ສີຂຽວ: ແມ່ນປໍ້າທີ່ມີບັນຫາ ແລະ ໄດ້ຮັບການກ່າວເຕືອນເພື່ອສຶກສາອົບຮົມ ແລ້ວນຳເອົານ້ຳມັນໄປປັບປຸງໃໝ່ໃຫ້ໄດ້ຄຸນນະພາບ; ແລະ ສີຟ້າ: ແມ່ນປໍ້າທີ່ມີບັນຫາ, ຖືກປັບໄໝມາ ແລະ ຖືກຢຶດເອົານ້ຳມັນທີ່ບໍ່ໄດ້ມາດຕະຖານທັງໝົດແລ້ວ.

ພາບຕົວຢ່າງສະຕິກເກີໃນການກວດກາຄຸນນະພາບນ້ຳມັນ
ຂໍ້ມູນພາບ: ກົມມາດຕະຖານ ແລະ ວັດແທກ

 

ຖ້າຫາກເຫັນວ່ານໍ້າມັນຢູ່ປໍ້າທີ່ທ່ານໄປໃຊ້ບໍລິການຫາກບໍ່ມີຄຸນນະພາບ ຫຼື ມີຄວາມຜິດປົກກະຕິ ໃຫ້ແຈ້ງມາຍັງ ສາຍດ່ວນ 1513 ເພື່ອໃຫ້ເຈົ້າໜ້າທີ່ລົງໄປກວດກາຕົວຈິງ.

ແຫຼ່ງຂໍ້ມູນຂ່າວ: ເວັບໄຊທ໌ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.