ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງການເງິນ

ກົມພາສີ

ເລກທີ 07358/ກພສ

ນະຄອນຫຼວງວຽງຈັນ, ວັນທີ 14 ພະຈິກ 2017   

                         

ຂໍ້ຕົກລົງ

ວ່າດ້ວຍການທົດລອງນຳໃຊ້ ໂມດຸນຄຸ້ມຄອງການຂົນສົ່ງສິນຄ້າ (Manifest Module) ແລະ ໂມດຸນຄຸ້ມຄອງການເຄື່ອນຍ້າຍສິນຄ້າ (T1 Module) ຢູ່ດ່ານພາສີສາກົນຂົວມິດຕະພາບ II, ດ່ານພາສີສາກົນແດນສະຫວັນ, ໜ່ວຍງານພາສີປະຈຳສາງທ່າບົກສະຫວັນນະເຂດ, ດ່ານພາສີສາກົນບໍ່ເຕັນ ແລະ ດ່ານພາສີສາກົນຂົວມິດຕະພາບ IV

- ອີງຕາມ ກົດໝາຍວ່າພາສີ ສະບັບເລກທີ 04/ສພຊ,​ ລົງວັນທີ 20 ທັນວາ 2011 ແລະ ກົດໝາຍວ່າດ້ວຍພາສີ ສະບັບປັບປຸງບາງມາດຕາ ເລກທີ 57/ສພຊ, ລົງວັນທີ 24 ທັນວາ 2014;
- ອີງຕາມບົດແນະນຳຂອງກົມພາສີ ສະບັບເລກທີ 00097/ກພສ, ລົງວັນທີ 06 ມັງກອນ 2017 ກ່ຽວກັບການແຈ້ງພາສີເປັນລາຍລະອຽດດ້ວຍລະບົບເອເລກໂຕຣນິກ.

ເພື່ອຮັບປະກັນໃຫ້ການແຈ້ງຂໍ້ມູນເອກະສານຂົນສົ່ງສິນຄ້າ ແລະ ການຄຸ້ມຄອງການເຄື່ອນຍ້າຍຜ່ານແດນສາກົນ ແລະ ພາຍໃນ ໃຫ້ມີລັກສະນະກັດທັດຮັດ,​ ຮັດກຸມ ແລະ ທັນສະໄໝ ຂຶ້ນກວ່າເກົ່າ.

ຫົວໜ້າກົມພາສີ ອອກຂໍ້ຕົກລົງ:

ມາດຕາ 01: ມອບໃຫ້ດ່ານພາສີສາກົນຂົວມິດຕະພາບ II, ດ່ານພາສີສາກົນແດນສະຫວັນ, ໜ່ວຍງານພາສີປະຈຳສາງທ່າບົກສະຫວັນນະເຂດ, ດ່ານພາສີສາກົນບໍ່ເຕັນ ແລະ ດ່ານພາສີສາກົນຂົວມິດຕະພາບ IV ເປັນເຈົ້າການທົດລອງນຳໃຊ້ ໂມດຸນຄຸ້ມຄອງການຂົນສົ່ງ (Manifest Module) ເຂົ້າໃນການແຈ້ງ ແລະ ການຄວບຄຸມກວດກາຂໍ້ມູນການຂົນສົ່ງ ທຸກໆປະເພດສິນຄ້າ ແລະ ໂມດູນຄຸ້ມຄອງການເຄື່ອນຍ້າຍສິນຄ້າຜ່ານແດນສາກົນ ແລະ ພາຍໃນ ໃຫ້ສຳເລັດພາຍໃນປີ 2017 ນີ້ ເພື່ອສ້າງເງື່ອນໄຂຜົນຂະຫຍາຍ, ນຳໃຊ້ ໃນຂອບເຂດທົ່ວປະເທດ ໃນຕົ້ນປີ 2018.

ມາດຕາ 02: ມອບໃຫ້ພະແນກລະບຽບການ ແລະ ຂັ້ນຕອນການແຈ້ງ ສົມທົບກັບ ພະແນກແຜນການ ແລະ ຂໍ້ມູນຂ່າວສານ ຮັບຜິດຊອບ ຮ່າງບົດແນະນຳການນຳໃຊ້, ຂຶ້ນແຜນເຜີຍແຜ່ແນະນຳ, ຝຶກອົບຮົມ ໃຫ້ເຈົ້າໜ້າທີ່ພາສີ ແລະ ຜູ້ປະກອບການ ແລະ ຜັນຂະຫຍາຍຕິດຕັ້ງທັງ 2 ໂມດູນ ໃຫ້ບັນດາດ່ານພາສີສາກົນ ໃນຂອບເຂດທົ່ວປະເທດ ໃຫ້ສຳເລັດຕາມເປົ້າໝາຍ.

ມາດຕາ 03:​ ມອບໃຫ້ ພະແນກອ້ອມຂ້າງກົມພາສີ, ກອງຄຸ້ມຄອງພາສີ, ກອງກວດກາພາສີປະຈຳແຕ່ລະແຂວງ, ດ່ານພາສີສາກົນໃນຂອບເຂດທົ່ວປະເທດ ຈົ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ມາດຕາ 04: ຂໍ້ຕົກລົງສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ຮັກສາການຫົວໜ້າກົມພາສີ

ບຸນປະເສີດ ສີກຸນລະບຸດ

 

# ຫົວຂໍ້ ດາວໂຫຼດ
1 Decision on the pilot launching of Manifest Module and T1 Module at International Customs Border Checkpoint Friendship Bridge II&IV, Dansavanh, Boten, and Customs Units at Savannakhet Dry Port Warehouse No.07358/CD, dated 14 November 2017 PDF
2 ຂໍ້ຕົກລົງ ວ່າດ້ວຍການທົດລອງນຳໃຊ້ Manifest Module ແລະ T1 Module ຢູ່ດ່ານພາສີສາກົນຂົວມິດຕະພາບ II&IV, ແດນສະຫວັນ, ບໍ່ເຕັນ ໜ່ວຍງານພາສີປະຈຳສາງທ່າບົກສະຫວັນນະເຂດ ເລກທີ 07358/ກພສ, ລົງວັນທີ 14 ພະຈິກ 2017 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.