ກ່ອນທີ່ຈະຍື່ນຄຳຮ້ອງຂໍຈົດທະບຽນຊັບສິນທາງປັນຍາ, ຜູ້ຈົດທະບຽນຕ້ອງປະຕິບັດຕາມເງື່ອນໄຂທີ່ໄດ້ລະບຸໄວ້ໃນ ກົດໝາຍ ວ່າດ້ວຍ ຊັບສິນທາງປັນຍາ (ສະບັບປັບປຸງ) ເລກທີ 38/ສພຊ, ລົງວັນທີ 15 ພະຈິກ 2017. ຊັບສິນທາງປັນຍາ ແມ່ນ ຜົນງານທີ່ໄດ້ມາຈາກສະຕິປັນຍາຂອງມະນຸດ ຊຶ່ງເປັນຜູ້ ປະດິດສ້າງ ແລະ ປະດິດຄິດແຕ່ງຂຶ້ນມາ ເຊິ່ງແບ່ງອອກເປັນ 3 ປະເພດ: ຊັບສິນອຸດສາຫະກຳ (Industrial Property); ພັນພືດໃໝ່ (New Plant Variety); ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ (Copyright and Related Rights).

ຮູບໜ້າຫຼັກເວັບໄຊທ໌
ຂໍ້ມູນພາບ: https://dip.gov.la/ 

 

ຊັບສິນອຸດສາຫະກຳ ທີ່ສາມາດໄດ້ຮັບໃບຢັ້ງຢືນການຈົດທະບຽນ ມີຄື: ສິດທິບັດ, ອະນຸສິດທິບັດ; ແບບອຸດສາຫະກຳ; ເຄື່ອງໝາຍການຄ້າ; ແບບຜັງວົງຈອນລວມ ແລະ ຖິ່ນກຳເນີດ. ພັນພືດທີ່ຈະນຳມາຈົດທະບຽນເປັນພັນພືດໃໝ່ ຕ້ອງມີເງື່ອນໄຂ ຄື: ຕ້ອງໃໝ່; ຕ້ອງແຕກຕ່າງ; ຕ້ອງສະໝ່ຳສະເໝີ ແລະ ຕ້ອງຄົງຕົວ. ນອກຈາກສີ່ເງື່ອນໄຂນີ້ແລ້ວ ຍັງຕ້ອງໄດ້ພິຈາລະນາການກຳນົດຊື່ຂອງພັນພືດໃໝ່ນັ້ນ. ລິຂະສິດ ຫຼື ສິດກ່ຽວຂ້ອງກັບລິຂະສິດ ແມ່ນ ສິດທີ່ເກີດຂຶື້ນໂດຍທັນທີ ເມື່ອໄດ້ມີການປະດິດຄິດແຕ່ງຜົນງານນັ້ນຂຶື້ນມາ ໂດຍບໍ່ມີການຈົດທະບຽນ ແຕ່ສາມາດແຈ້ງສິດນັ້ນໄວ້ນຳ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີເພື່ອເປັນຫຼັກຖານ ຫຼື ເປັນຂໍ້ມູນໄວ້ໂດຍສະເພາະເມື່ອມີການລະເມີດ ຫຼື ມີຂໍ້ຂັດແຍ່ງ. ເມື່ອໄດ້ຮັບຄຳຮ້ອງຂໍແຈ້ງລິຂະສິດ ຫຼື ສິດກ່ຽວຂ້ອງກັບລິຂະສິດແລ້ວ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຕ້ອງບັນທຶກການແຈ້ງດັ່ງກ່າວ ແລະ ອອກໃບຢັັ້ງຢືນໃຫ້ເພື່ອເປັນຫຼັກຖານ ຖ້າຄໍາຮ້ອງດັ່ງກ່າວຫາກຖືກຕ້ອງ ແລະ ຄົບຖ້ວນຕາມເງື່ອນໄຂທີ່ໄດ້ກຳນົດໄວ້. ໃບຢັ້ງຢືນການແຈ້ງລິຂະສິດ ຫຼື ສິດກ່ຽວຂ້ອງກັບລິຂະສິດ ຕ້ອງບົົ່ງບອກຊື່ເຈົ້າຂອງຜົນງານ, ຊື່ຜົນງານ ພ້ອມວັນເດືອນປີສ້າງຜົນງານແຕ່ບໍ່ເປັນການໃຫ້ສິດໃດໆແກ່ຜູ້ແຈ້ງ.

ຄລິກທີ່ນີ້ສຳລັບລາຍລະອຽດເພີ່ມເຕີມກ່ຽວກັບການຈົດທະບຽນຊັບສິນທາງປັນຍາ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.