ຍອດມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປີ 2018 ປະຕິບັດໄດ້ປະມານ 11,25 ຕື້ໂດລາສະຫະລັດ ເຊິ່ງກວມເອົາການນຳເຂົ້າ ແລະ ການສົ່ງອອກໄຟຟ້າ. ໃນນັ້ນ, ມູນຄ່າການນໍາເຂົ້າ ປະຕິບັດໄດ້ປະມານ 5,84 ຕື້ໂດລາສະຫະລັດ ແລະ ສົ່ງອອກ ປະຕິບັດໄດ້ປະມານ 5,41 ຕື້ໂດລາສະຫະລັດ.

1. ຮູບສະແດງເປີເຊັນຂອງແຕ່ລະສິນຄ້າສົ່ງອອກຫຼັກຂອງ ສປປ ລາວ.

ສິນຄ້າສົ່ງອອກຫຼັກຂອງສປປ ລາວ ປະຈໍາປີ 2018 ປະກອບມີ ໄຟຟ້າ, ແຮ່ທອງ, ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ, ໂຄງຮ່າງ ແລະ ຊີ້ນສ່ວນກ້ອງບັນທຶກພາບ, ເຄື່ອງດື່ມ, ເຄື່ອງນຸ່ງຫົ່ມ ແລະ ຢາງພາລາ.

2. ຮູບສະແດງເປີເຊັນຂອງແຕ່ລະສິນຄ້ານຳເຂົ້າຫຼັກຂອງ ສປປ ລາວ.

ສິນຄ້ານໍາເຂົ້າຫຼັກຂອງ ສປປ ລາວ ປະກອບມີ ພາຫະນະທາງບົກ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ນ້ຳມັນກາຊວນ, ອຸປະກອນກົນຈັກ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ຊິ້ນສ່ວນອາໄຫຼ່ລົດ, ນໍ້າມັນແອັດຊັງ ແລະ ແອັດຊັງພິດເສດ, ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ ແລະ ໄຟຟ້າ.

3. ຮູບສະແດງເປີເຊັນຂອງແຕ່ລະບັນດາປະເທດທີ່ ສປປ ລາວສົ່ງອອກສິນຄ້າ.

ສປປ ລາວ ໄດ້ສົ່ງສິນຄ້າໄປຍັງບັນດາປະເທດ ປະກອບມີ ຣຊ ໄທ, ສປ ຈີນ, ສສ ຫວຽດນາມ, ອິນເດຍ,ຍີ່ປຸ່ນ ແລະ ເຢຍລະມັນ.

4. ຮູບສະແດງເປີເຊັນຂອງແຕ່ລະບັນດາປະເທດທີ່ ສປປ ລາວ ນໍາເຂົ້າສິນຄ້າສິນຄ້າ.

ສປປ ລາວ ໄດ້ນໍາເຂົ້າສິນຄ້າຈາກບັນດາປະເທດ ຄື: ຣຊ ໄທ, ສປ ຈີນ, ສສ ຫວຽດນາມ, ຍີ່ປຸ່ນ, ສ ເກົາຫຼີ ແລະ ອິນໂດເນເຊຍ.

 

ແຫຼ່ງຂໍ້ມູນ: ຂໍ້ມູນດິບຈາກກົມພາສີ, ກະຊວງການເງິນ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.