ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກຳ ແລະ ປ່າໄມ້                     ເລກທີ 0238 / ກປ
ນະຄອນຫລວງວຽງຈັນ, ວັນທີ 14 / 02/ 2019

ຂໍ້ຕົກລົງ
ວ່າດ້ວຍການຄຸ້ມຄອງການດຳເນີນທຸລະກິດຢາປາບສັດຕູພືດ

- ອີງຕາມ ດຳລັດຂອງລັດຖະບານ ວ່າດ້ວຍການຄຸ້ມຄອງຢາປາບສັດຕູພືດ ສະບັບເລກທີ 258/ລບ, ລົງວັນທີ 24 ສິງຫາ 2017;
- ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 99/ນຍ, ລົງວັນທີ 09 ມີນາ 2017;
- ອີງຕາມ ໜັງສືສະເໜີຂອງກົມນະໂຍບາຍ ແລະ ນິຕິກຳ ສະບັບເລກທີ 487/ກບນ, ລົງວັນທີ 09 ຕຸລາ 2018.

ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ອອກຂໍ້ຕົກລົງ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ1  ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງທຸລະກິດຢາປາບສັດຕູພືດ ແລະ ມາດຕະການຫຼຸດຜ່ອນຄວາມສ່ຽງຈາກຢາປາບສັດຕູພືດ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງຢາປາບສັດຕູພືດ ແນໃສ່ປົກປ້ອງຊີວິດຂອງຄົນ, ສັດ, ພືດ ແລະ ສິ່ງແວດລ້ອມ ຈາກການນຳໃຊ້ຢາປາບສັດຕູພືດ ປະກອບສ່ວນເຂົ້າໃນການພັດທະນາຕາມທິດກະສິກຳ     ສະອາດ ສີຂຽວ ແລະ ຍືນຍົງ.

ມາດຕາ 2 ການຄຸ້ມຄອງການດຳເນີນທຸລະກິດຢາປາບສັດຕູພືດ

ການຄຸ້ມຄອງການດຳເນີນທຸລະກິດຢາປາບສັດຕູພືດ ແມ່ນ ການນຳໃຊ້ບັນດາຫຼັກການ ແລະ ຂໍ້ກຳນົດເພື່ອຮັບຮອງ ແລະ ອະນຸຍາດສຳລັບຜູ້ປະກອບການດ້ານຢາປາບສັດຕູພືດທັງໝົດ ລວມທັງ ການປະຕິບັດ ມາດຕະການຫຼຸດຜ່ອນຄວາມສ່ຽງຈາກຢາປາບສັດຕູພືດ, ການກວດກາ ແລະ ການບັງຄັບໃຊ້ລະບຽບກົດໝາຍ.

ມາດຕາ 3 ການອະທິບາຍຄຳສັບ

ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

1. ດຳລັດ ໝາຍເຖິງ ດຳລັດຂອງລັດຖະບານວ່າດ້ວຍການຄຸ້ມຄອງຢາປາບສັດຕູພືດ ສະບັບເລກທີ 258/ລບ, ລົງວັນທີ 24 ສິງຫາ 2017;

2. ມາດຕະການຫຼຸດຜ່ອນຄວາມສ່ຽງຈາກຢາປາບສັດຕູພືດ ໝາຍເຖິງ ບັນດາຫຼັກການ ແລະ ຂໍ້ກຳນົດກ່ຽວກັບຄວາມປອດໄພໃນການຜະລິດ, ຫຸ້ມຫໍ່, ນຳເຂົ້າ, ສົ່ງອອກ, ຈຳໜ່າຍ, ຂົນສົ່ງ, ເກັບຮັກສາ ແລະ ນຳໃຊ້ຢາປາບສັດຕູພືດ ລວມທັງ ການກຳຈັດສິ່ງເສດເຫຼືອຢາປາບສັດຕູພືດ ເພື່ອຮັບປະກັນຄວາມປອດໄພ ຕໍ່ສຸຂະພາບຂອງຄົນ, ສັດ, ພືດ ແລະ ສິ່ງແວດລ້ອມ.

3. ການປະສົມ ໝາຍເຖິງ ການປະສົມສານອອກລິດຫຼາຍຢ່າງເຂົ້າກັນ ເພື່ອເຮັດໃຫ້ຜະລິດຕະພັນມີປະໂຫຍດ ແລະ ມີປະສິດທິພາບຕໍ່ເປົ້າໝາຍຂອງການນຳໃຊ້;

4. ສະຫຼາກ ໝາຍເຖິງ ຂໍ້ຄວາມ, ສິ່ງພິມ ຫຼື ຮູບພາບ ພິມໃສ່ ຫຼື ຕິດແນບກັບພາຊະນະບັນຈຸຢາປາບສັດຕູພືດ;

5. ລະບົບມາດຕະຖານຂອງສີ PMS (Pantone Matching System) ໝາຍເຖິງ ສີທີ່ຊ່ວຍໃນການຈຳແນກ ແລະ ສົມທຽບໃຫ້ເຫັນຄວາມແຕກຕ່າງ;

6. ສະຖານປະກອບການ ໝາຍເຖິງ ສະຖານທີ່ດຳເນີນກິດຈະການໃດໜຶ່ງ ທີ່ກ່ຽວຂ້ອງກັບຢາປາບສັດຕູພືດ ເປັນຕົ້ນ ສະຖານທີ່ຜະລິດ, ເກັບຮັກສາ, ຈຳໜ່າຍ, ຂົນສົ່ງ, ນຳໃຊ້ ຫຼື ກຳຈັດຢາປາບສັດຕູພືດ;

7. ອົງການອອກໃບອະນຸຍາດ ໝາຍເຖິງ ການຈັດຕັ້ງລັດທີ່ມີຄວາມຮັບຜິດຊອບອອກໃບອະນຸຍາດດຳເນີນທຸລະກິດຢາປາບສັດຕູພືດ ຊຶ່ງປະກອບດ້ວຍກົມປູກຝັງ ແລະ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງ;

8. ວັດຖູປະກອນປ້ອງກັນຮ່າງກາຍ ໝາຍເຖິງ ອຸປະກອນ ແລະ ເຄື່ອງນຸ່ງປ້ອງກັນຄວາມປອດໄພ ຈາກການສຳພັດກັບຢາປາບສັດຕູພືດໂດຍກົງ ໃນເວລາປະຕິບັດ ແລະ ນຳໃຊ້;

9. ຢາປາບສັດຕູພືດທີ່ນຳໃຊ້ທົ່ວໄປ ໝາຍເຖິງ ຢາປາບສັດຕູພືດທີ່ໄດ້ຂຶ້ນທະບຽນ ແລະ ມີຈຳໜ່າຍທົ່ວໄປໃນທ້ອງຕະຫຼາດ, ມີຄວາມອັນຕະລາຍປານກາງ, ອັນຕະລາຍໜ້ອຍ, ອັນຕະລາຍບໍ່ມີພິດກະທັນຫັນ ແລະ ສາມາດນຳໃຊ້ໄດ້;

10. ຢາປາບສັດຕູພືດທີ່ຈຳກັດນຳໃຊ້ ໝາຍເຖິງ ຢາປາບສັດຕູພືດທີ່ໄດ້ຂຶ້ນທະບຽນ ແລະ ມີຄວາມເປັນອັນຕະລາຍຮ້າຍແຮງ ແລະ ຮ້າຍແຮງສູງ;

11. ແຫຼ່ງນ້ຳ ໝາຍເຖິງ ສະຖານທີ່ບ່ອນມີການເຕົ້າໂຮມ, ອາໄສ, ພັກຕົວ ຫຼື ເຄື່ອນໄຫຼແບບຖາວອນ ຫຼື ຊົ່ວຄາວຂອງນໍ້າ; ແຫຼ່ງນໍ້າເກີດຂຶ້ນຈາກທໍາມະຊາດ ຫຼື ມະນຸດສ້າງຂຶ້ນ ຊຶ່ງມີຢູ່ເທິງໜ້າດິນ, ໃຕ້ດິນ ແລະ ໃນອາກາດ;

12. ສິ່ງແວດລ້ອມ ໝາຍເຖິງ ທຸກສິ່ງທຸກຢ່າງທີ່ມີຊີວິດ ແລະ ບໍ່ມີຊີວິດ ຊຶ່ງເກີດຂຶ້ນຕາມທຳມະຊາດ ຫຼື ຍ້ອນມະນຸດສ້າງຂຶ້ນ ທີ່ຢູ່ອ້ອມເປົ້າໝາຍໃດໜຶ່ງ ເຊັ່ນ ຄົນ, ສັດ, ພືດ ແລະ ອື່ນໆ ທີ່ມີສາຍກ່ຽວພັນ ແລະ ສົ່ງຜົນສະທ້ອນຊຶ່ງກັນ ແລະ ກັນ.

ມາດຕາ 4 ຂອບເຂດການນຳໃຊ້

ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດທີ່ກ່ຽວຂ້ອງກັບ ການດຳເນີນທຸລະກິດຢາປາບສັດຕູພືດ, ການຄວບຄຸມ, ການນຳໃຊ້ ແລະ ການປະຕິບັດ   ມາດຕະການຫຼຸດຜ່ອນຄວາມສ່ຽງຈາກຢາປາບສັດຕູພືດ ໃນ ສປປ ລາວ.

ໝວດທີ 2
ກິດຈະການ ກ່ຽວກັບ ການຄຸ້ມຄອງການດຳເນີນທຸລະກິດຢາປາບສັດຕູພືດ

ມາດຕາ 5 ກິດຈະການ ກ່ຽວກັບ ການຄວບຄຸມການດຳເນີນທຸລະກິດຢາປາບສັດຕູພືດ

ກິດຈະການ ກ່ຽວກັບ ການຄຸ້ມຄອງການດຳເນີນທຸລະກິດຢາປາບສັດຕູພືດ ປະກອບດ້ວຍ ການກຳນົດ ກິດຈະການທີ່ຕ້ອງຂໍອະນຸຍາດ, ເງື່ອນໄຂສຳລັບຂໍອະນຸຍາດ, ການປະກອບເອກະສານເພື່ອຂໍອະນຸຍາດ, ການຄົ້ນຄວ້າ ແລະ ພິຈາລະນາອອກໃບອະນຸຍາດ, ອາຍຸການນຳໃຊ້ໃບອະນຸຍາດ, ການໂຈະ ແລະ ການຖອນໃບອະນຸຍາດດ້ານວິຊາການ.

ມາດຕາ 6 ການກຳນົດກິດຈະການທີ່ຕ້ອງຂໍອະນຸຍາດ

ນອກຈາກ ທຸລະກິດຢາປາບສັດຕູພືດ ທີ່ກໍານົດໄວ້ໃນ ມາດຕາ 39 ຂອງດຳລັດແລ້ວ, ຂໍ້ຕົກລົງສະບັບນີ້ ຍັງໄດ້ກໍານົດບັນດາກິດຈະການທີ່ຕ້ອງຂໍອະນຸຍາດ ດັ່ງນີ້:

1. ການປະສົມ;

2. ການຫຸ້ມຫໍ່;

3. ການຂົນສົ່ງພາຍໃນ;

4. ການສົ່ງອອກ ແລະ ສົ່ງຜ່ານ;

5. ການບໍລິການສາງເກັບມ້ຽນຢາປາບສັດຕູພືດ.

ມາດຕາ 7 ເງື່ອນໄຂສຳລັບຂໍອະນຸຍາດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງດຳເນີນທຸລະກິດຢາປາບສັດຕູພືດ ຕ້ອງມີເງື່ອນໄຂຄົບຖ້ວນ ດັ່ງຕໍ່ໄປນີ້:

1. ມີວິຊາການທີ່ມີໃບປະກາດສະນິຍະບັດ ຫຼື ໃບຢັ້ງຢືນການຝຶກອົບຮົມ ທີ່ຮັບຮອງໂດຍກະຊວງກະສິກຳ ແລະ ປ່າໄມ້, ມີຄວາມຮູ້ ແລະ ປະສົບການຕົວຈິງ ກ່ຽວກັບຢາປາບສັດຕູພືດ;

2. ມີສະຖານທີ່, ອຸປະກອນ, ພາຫະນະ ຫຼື ສິ່ງອຳນວຍຄວາມສະດວກເໝາະສົມກັບແຕ່ລະກິດຈະການ;

3. ມີລະບົບຮັກສາຄວາມປອດໄພ ແລະ ມາດຕະການປະຕິບັດທີ່ພຽງພໍ ແລະ ເໝາະສົມກັບແຕ່ລະກິດຈະການ ເປັນຕົ້ນ ແຜນການສຸກເສີນໃນກໍລະນີ ເກີດອັກຄີໄພ, ນ້ຳຖ້ວມ, ການຮົ່ວໄຫຼ ແລະ ການຟົ້ງກະຈາຍ ຫຼື ການໄດ້ຮັບພິດຢາປາບສັດຕູພືດຂອງຄົນ, ສັດ ແລະ ການປົນເປືຶ້ອນສິ່ງແວດລ້ອມ;

4. ມີຖານະການເງິນທີ່ໝັ້ນຄົງ ເພື່ອດຳເນີນກິດຈະການທີ່ໄດ້ຮັບອະນຸຍາດ.

ມາດຕາ 8 ການປະກອບເອກະສານ

ເອກະສານທີ່ຕ້ອງປະກອບ ມີດັ່ງຕໍ່ໄປນີ້:

1. ໃບຄຳຮ້ອງ ຂໍອະນຸຍາດດຳເນີນທຸລະກິດຢາປາບສັດຕູພືດ ຕາມແບບພິມທີ່ກົມປູກຝັງກຳນົດ;

2. ບົດວິພາກດ້ານເຕັກນິກ ພ້ອມເອກະສານຢັ້ງຢືນວຸດທິການສຶກສາ ຂອງບຸກຄະລາກອນທີ່ກ່ຽວຂ້ອງກັບກິດຈະການຢາປາບສັດຕູພືດ;

3. ສຳເນົາໃບທະບຽນວິສາຫະກິດ ທີ່ອອກໂດຍຂະແໜງການອຸດສາຫະກຳ ແລະ ການຄ້າ;

4. ຮູບຂະໜາດ 3x4 ຈຳນວນ 3 ໃບ (ທີ່ໄດ້ຖ່າຍບໍ່ເກີນສາມເດືອນ);

5. ໃບຢັ້ງຢືນສຸຂະພາບ (ທີ່ອອກມາພາຍໃນສາມເດືອນ);

6. ບັນຊີຢາປາບສັດຕູພືດທີ່ຈະຂາຍ.

ມາດຕາ 9 ການຄົ້ນຄວ້າ ແລະ ພິຈາລະນາອອກໃບອະນຸຍາດ

ພາຍຫຼັງໄດ້ຮັບຄຳຮ້ອງ ອົງການອອກໃບອະນຸຍາດຕ້ອງຄົ້ນຄວ້າພິຈາລະນາພາຍໃນ ຊາວ ວັນລັດຖະການ ໂດຍປະຕິບັດຕາມຂັ້ນຕອນ ດັ່ງນີ້:

1. ແຕ່ງຕັ້ງເຈົ້າໜ້າທີ່ກວດກາຢາປາບສັດຕູພືດ ເພື່ອກວດສະຖານປະກອບການ, ໃນກໍລະນີພົບເຫັນຄວາມບໍ່ສອດຄ່ອງ ແມ່ນໃຫ້ຜູ້ສະເໜີປັບປຸງພາຍໃນກຳນົດເວລາທີ່ແນ່ນອນ ພ້ອມທັງເຮັດບົດບັນທຶກຮ່ວມກັບຜູ້ສະເໜີດຳເນີນທຸລະກິດ;

2. ເຈົ້າໜ້າທີ່ກວດກາຢາປາບສັດຕູພືດ ຕ້ອງເຮັດບົດລາຍງານ ກ່ຽວກັບ ການກວດກາສະຖານປະກອບການຕໍ່ອົງການອອກໃບອະນຸຍາດ ເພື່ອໃຫ້ພິຈາລະນາອອກໃບອະນຸຍາດທາງວິຊາການ, ໃນກໍລະນີເຫັນວ່າບໍ່ສອດຄ່ອງກັບເງື່ອນໄຂທີ່ໄດ້ກຳນົດໄວ້ໃນມາດຕາ 7 ຂອງຂໍ້ຕົກລົງສະບັບນີ້ ຕ້ອງແຈ້ງຕໍ່ຜູ້ສະເໜີດຳເນີນທຸລະກິດຊາບ ຢ່າງເປັນລາຍລັກອັກສອນ.

ມາດຕາ 10 ອາຍຸການນຳໃຊ້ໃບອະນຸຍາດ

ໃບອະນຸຍາດດ້ານວິຊາການສຳລັບທຸລະກິດຢາປາບສັດຕູພືດ ມີອາຍຸການນຳໃຊ້ ສອງ ປີ ແລະ ສາມາດຕໍ່ໄດ້ຄັ້ງລະ ສອງ ປີ ໂດຍໃຫ້ສະເໜີຕໍ່ອົງການອອກໃບອະນຸຍາດ ຕາມແບບພິມທີ່ກົມປູກຝັງກໍານົດ ກ່ອນວັນໝົດອາຍຸໃບອະນຸຍາດທາງວິຊາການ ຫົກສິບ ວັນ. ອົງການອອກໃບອະນຸຍາດ ມີສິດປະຕິເສດການຂໍຕໍ່ໃບອະນຸຍາດຖ້າເຫັນວ່າ ຜູ້ຮ້ອງຂໍບໍ່ປະຕິບັດຕາມດຳລັດ ຫຼື ຂໍ້ຕົກລົງສະບັບນີ້.

ມາດຕາ 11 ສິດ ແລະ ພັນທະຂອງຜູ້ໄດ້ຮັບອະນຸຍາດ

ນອກຈາກ ສິດ ແລະ ພັນທະ ຂອງຜູ້ດຳເນີນທຸລະກິດຢາປາບສັດຕູພືດ ທີ່ກຳນົດໄວ້ໃນມາດຕາ 46 ຂອງດຳລັດແລ້ວ, ຜູ້ໄດ້ຮັບອະນຸຍາດ ຍັງມີສິດ ແລະ ພັນທະ ດັ່ງນີ້:

1. ສ້າງແຜນປະເມີນສຸຂະພາບ ແລະ ມາດຕະການຄວາມປອດໄພຂອງຜູ້ອອກແຮງງານ ໂດຍມີການທົບທວນຄືນ ເປັນໄລຍະ;

2. ຜູ້ໄດ້ຮັບອະນຸຍາດຈຳໜ່າຍຢາປາບສັດຕູພືດ ມີສິດຈຳໜ່າຍ ວັດຖູປະກອນປ້ອງກັນຮ່າງກາຍ ທີ່ນຳໃຊ້ກັບຢາປາບສັດຕູພືດທີ່ຈະຈຳໜ່າຍ;

3. ນຳໃຊ້ສິດ ແລະ ປະຕິບັດພັນທະອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 12 ການໂຈະ ແລະ ການຖອນໃບອະນຸຍາດ

ອົງການອອກໃບອະນຸຍາດ ສາມາດໂຈະການດຳເນີນທຸລະກິດ ຫຼື ຖອນໃບອະນຸຍາດດຳເນີນທຸລະກິດຢາປາບສັດຕູພືດ ຖ້າເຫັນວ່າຜູ້ດຳເນີນທຸລະກິດ ລະເມີດກົດໝາຍ, ດຳລັດ ແລະ ຂໍ້ຕົກລົງສະບັບນີ້.

ໃນກໍລະນີ ເຈົ້າໜ້າທີ່ກວດກາຢາປາບສັດຕູພືດ ພົບເຫັນ ການດຳເນີນກິດຈະການທີ່ບໍ່ສອດຄ່ອງກັບ ຫຼັກວິຊາການ ຕ້ອງລາຍງານ ຕໍ່ອົງການອອກໃບອະນຸຍາດ ເພື່ອພິຈາລະນາແຈ້ງເຕືອນ ເປັນລາຍລັກອັກສອນ ຫຼື ໂຈະການດຳເນີນທຸລະກິດ ເພື່ອໃຫ້ຜູ້ດຳເນີນທຸລະກິດ ປັບປຸງ ແລະ ແກ້ໄຂ ພາຍໃນກຳນົດເວລາທີ່ເໝາະສົມ.

ໃນກໍລະນີຜູ້ດຳເນີນທຸລະກິດ ຫາກບໍ່ໄດ້ປັບປຸງ ແລະ ແກ້ໄຂ ພາຍໃນກຳນົດເວລາທີ່ແຈ້ງການເຕືອນ ຫຼື ໂຈະການດຳເນີນທຸລະກິດ, ອົງການອອກໃບອະນຸຍາດ ຕ້ອງຖອນໃບອະນຸຍາດດຳເນີນທຸລະກິດຢາປາບສັດຕູພືດ ພ້ອມທັງສະເໜີ ຂະແໜງການອຸດສາຫະກຳ ແລະ ການຄ້າ ເພື່ອພິຈາລະນາຍົກເລີກການດຳເນີນທຸລະກິດ ກ່ຽວກັບ ຢາປາບສັດຕູພືດ ແລະ ສະເໜີຂະແໜງການທີ່ກ່ຽວຂ້ອງ ນຳໃຊ້ມາດຕະການທີ່ຈຳເປັນຕາມກົດໝາຍ.

ໝວດທີ 3
ມາດຕະການຫຼຸດຜ່ອນຄວາມສ່ຽງຈາກຢາປາບສັດຕູພືດ

ມາດຕາ 13 ມາດຕະການຫຼຸດຜ່ອນຄວາມສ່ຽງຈາກຢາປາບສັດຕູພືດ

ມາດຕະການຫຼຸດຜ່ອນຄວາມສ່ຽງຈາກຢາປາບສັດຕູພືດ ແມ່ນບັນດາມາດຕະການຄວາມປອດໄພກ່ຽວກັບ ຢາປາບສັດຕູພືດ ຕາມທີ່ກຳນົດໄວ້ໃນໝວດທີ 4 ຂອງດຳລັດ ລວມທັງການປະຕິບັດບັນດາມາດຕະການ ດັ່ງນີ້:

1. ເນື້ອໃນຂອງສະຫຼາກຢາປາບສັດຕູພືດ;

2. ເນື້ອໃນການໂຄສະນາ;

3. ຂັ້ນຕອນ, ເງື່ອນໄຂ ແລະ ມາດຕະການຂອງການນຳເຂົ້າ;

4. ຂັ້ນຕອນ, ເງື່ອນໄຂ ແລະ ມາດຕະການຂອງການຂົນສົ່ງ;

5. ຂັ້ນຕອນ, ເງື່ອນໄຂ ແລະ ມາດຕະການຂອງການສົ່ງຜ່ານ;

6. ການຈຳໜ່າຍຢາປາບສັດຕູພືດ ທີ່ນຳໃຊ້ທົ່ວໄປ ແລະ ຈຳກັດການນຳໃຊ້;

7. ພື້ນທີ່ເກັບຮັກສາຢາປາບສັດຕູພືດ;

8. ສາງເກັບມ້ຽນຢາປາບສັດຕູພືດ;

9. ການຕົກຄ້າງຂອງຢາປາບສັດຕູພືດ;

10. ເຫດການສຸກເສີນ ແລະ ລະບົບການລາຍງານ;

11. ການນຳໃຊ້ວັດຖູປະກອນປ້ອງກັນຮ່າງກາຍ;

12. ຄວາມປອດໄພໃນການເຮັດວຽກ;

13. ການບໍລິການດ້ານຢາປາບສັດຕູພືດ;

14. ສິ່ງເສດເຫຼືອທີ່ຕ້ອງກຳຈັດ;

15. ການບັນທຶກຢາປາບສັດຕູພືດ;

16. ການຝຶກອົບຮົມ.

ມາດຕາ 14 ເນື້ອໃນຂອງສະຫຼາກຢາປາບສັດຕູພືດ

ສະຫຼາກຢາປາບສັດຕູພືດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 26 ຂອງດຳລັດ ຕ້ອງມີ ຮູບພາບ ແລະ ເນື້ອໃນ ດັ່ງນີ້:

1. ຊື່ການຄ້າຂອງຢາປາບສັດຕູພືດ ແລະ ຍີ່ຫໍ້ສະເພາະ ຫຼື ເຄື່ອງໝາຍທາງການຄ້າ;

2. ຊື່ສາມັນ ແລະ ອັດຕາສ່ວນຮ້ອຍຂອງສານອອກລິດ;

3. ລະດັບຄວາມອັນຕະລາຍຂອງຢາປາບສັດຕູພືດ ເປັນໂຕສີເຂັ້ມ ແລະ ເລກທີທະບຽນວິຊາການ    ຢາປາບສັດຕູພືດ;

4. ລັກສະນະດ້ານວັດຖຸ ແລະ ປະເພດສູດປະສົມ;

5. ເປົ້າໝາຍຂອງການນຳໃຊ້ຢາປາບສັດຕູພືດ;

6. ຂໍ້ແນະນຳ ແລະ ຂໍ້ຄວນລະວັງສຳລັບການນຳໃຊ້ລວມທັງ ອັດຕາການນຳໃຊ້, ວິທີການ, ເວລາແລະ ສະຖານທີ່ນຳໃຊ້ຢາປາບສັດຕູພືດ;

7. ວັນ, ເດືອນ, ປີຜະລິດ ແລະ ວັນໝົດອາຍຸ, ຊຸດຜະລິດ ແລະ ອາຍຸການເກັບຮັກສາ ຖ້າຮັກສາໄວ້ພາຊະນະບັນຈຸເດີມ ພາຍໃຕ້ເງື່ອນໄຂທີ່ລະບຸໄວ້;

8. ຊື່ ແລະ ທີ່ຢູ່ຂອງຜູ້ຜະລິດ ແລະ ຜູ້ນຳເຂົ້າ;

9. ບໍລິມາດ ຫຼື ນໍ້າໜັກສຸດທິຂອງການບັນຈຸ;

10. ຄຳສັບ “ເປັນພິດ”, “ເກັບຮັກສາໄກຈາກມືເດັກ” ແລະ “ອ່ານຄຳແນະນໍາກ່ອນໃຊ້” ໃຫ້ເຮັດເປັນໂຕເຂັ້ມ;

11. ເຄື່ອງນຸ່ງ ແລະ ວັດຖູປະກອນ ປ້ອງກັນຮ່າງກາຍ;

12. ແມງໄມ້ ຫຼື ພະຍາດສັດຕູພືດ ທີ່ຈະຄວບຄຸມ;

13. ພືດ, ສັດ ຫຼື ລາຍການອື່ນ ທີ່ຈະໃຊ້ຢາປາບສັດຕູພືດ;

14. ກຸ່ມຂອງຜະລິດຕະພັນຢາປາບສັດຕູພືດ;

15. ໄລຍະຢຸດເຊົານຳໃຊ້ຢາປາບສັດຕູພືດ ກ່ອນການເກັບກ່ຽວພືດ;

16. ຄຳເຕືອນຫ້າມນຳພາຊະນະບັນຈຸມາໃຊ້ຄືນ ແລະ ຂໍ້ແນະນຳສຳລັບການກຳຈັດທີ່ປອດໄພ ຫຼື ການອະນາໄມຫຼັງການນຳໃຊ້;

17. ວິທີການປະຖົມພະຍາບານຂັ້ນຕົ້ນ;

18. ແຖບສີເຕືອນໄພໃດໜຶ່ງໂດຍພິມໄວ້ເບື້ອງລຸ່ມຂອງສະຫຼາກ ເພື່ອບົ່ງບອກລະດັບຄວາມເປັນພິດຂອງຜະລິດຕະພັນຢາປາບສັດຕູພືດ ຕາມການກຳນົດຂອງອົງການອະນາໄມໂລກ ດັ່ງນີ້:

- ແຖບສີແດງ ໃນລະບົບມາດຕະຖານຂອງສີລະຫັດເລກທີ 199 ນຳໃຊ້ສຳລັບຜະລິດຕະພັນຢາປາບສັດຕູພືດ ທີ່ມີຄວາມອັນຕະລາຍຮ້າຍແຮງສູງ ແລະ ຮ້າຍແຮງ;

- ແຖບສີເຫຼືອງ ໃນລະບົບມາດຕະຖານຂອງສີນຳໃຊ້ສຳລັບຜະລິດຕະພັນຢາປາບສັດຕູພືດ ທີ່ມີຄວາມອັນຕະລາຍປານກາງ;

- ແຖບສີຟ້າ ໃນລະບົບມາດຕະຖານຂອງສີລະຫັດເລກທີ 293 ນຳໃຊ້ສຳລັບຜະລິດຕະພັນຢາປາບສັດຕູພືດ ທີ່ມີຄວາມອັນຕະລາຍຕ່ຳ;

- ແຖບສີຂຽວ ໃນລະບົບມາດຕະຖານຂອງສີລະຫັດເລກທີ 374 ນຳໃຊ້ສຳລັບຜະລິດຕະພັນຢາປາບສັດຕູພືດ ທີ່ບໍ່ມີພິດກະທັນຫັນ.

ສຳລັບເນື້ອໃນສະຫຼາກຂອງພາຊະນະບັນຈຸຂະໜາດນ້ອຍ ຕ້ອງມີຂໍ້ມູນແຕ່ ໜຶ່ງ ຫາ ສິບ ພ້ອມທັງຕິດແນບເອກະສານກຳກັບທີ່ມີຂໍ້ມູນທັງໝົດ ຕາມທີ່ກຳນົດໄວ້ໃນວັກທີໜຶ່ງຂອງມາດຕານີ້.

ມາດຕາ 15 ເນື້ອໃນການໂຄສະນາ

ການໂຄສະນາ ກ່ຽວກັບ ຢາປາບສັດຕູພືດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 27 ຂອງດຳລັດ ຕ້ອງມີເນື້ອໃນພື້ນຖານດ້ານວິຊາການ ດັ່ງນີ້:

1. ຕ້ອງແນະນຳໃຫ້ຜູ້ນຳໃຊ້ຢາປາບສັດຕູພືດ ປະຕິບັດຕາມເນື້ອໃນຂອງສະຫຼາກ ທີ່ໄດ້ຜ່ານການຮັບຮອງຈາກກົມປູກຝັງ;

2. ມີຄວາມສອດຄ່ອງກັບຄຳແນະນຳດ້ານຄວາມປອດໄພ ຂອງອົງການອອກໃບອະນຸຍາດ;

3. ເນັ້ນໜັກໃສ່ປະໂຫຍກຄຳເວົ້າ ຫຼື ເຄື່ອງໝາຍເຕືອນໄພ, ວິທີການບຳລຸງຮັກສາ, ການນຳໃຊ້ເຄື່ອງມື ແລະ ວັດຖູປະກອນປ້ອງກັນຮ່າງກາຍທີ່ຖືກຕ້ອງ, ຂໍ້ຄວນລະວັງສະເພາະກຸ່ມສ່ຽງ ແລະ ຄວາມອັນຕະລາຍຂອງການນຳພາຊະນະບັນຈຸຢາປາບສັດຕູພືດມາໃຊ້ຄືນ.

 ມາດຕາ 16 ຂັ້ນຕອນ, ເງື່ອນໄຂ ແລະ ມາດຕະການຂອງການນຳເຂົ້າ

ການນຳເຂົ້າຢາປາບສັດຕູພືດຕາມຕາ 29 ຂອງດຳລັດ ຕ້ອງປະຕິຕາມຂັ້ນຕອນ, ເງື່ອນໄຂ ແລະ ມາດຕະການເພີ່ມເຕີມ ດັ່ງນີ້:

1. ທຸກການນຳເຂົ້າ ຕ້ອງແຈ້ງເອກະສານອະນຸຍາດນຳເຂົ້າຢາປາບສັດຕູພືດ ຕໍ່ດ່ານກັກກັນພືດຢ່າງໜ້ອຍ ໜຶ່ງ ວັນລັດຖະການກ່ອນສິນຄ້າຈະເຂົ້າມາເຖິງດ່ານ;

2. ເຈົ້າໜ້າທີ່ກັກກັນພືດ ຕ້ອງດຳເນີນການກວດກາສິນຄ້າຕົວຈິງ ທຽບໃສ່ເອກະສານອະນຸຍາດນຳເຂົ້າ ເປັນຕົ້ນ ປະເພດ, ບໍລິມາດຕົວຈິງ, ການຫຸ້ມຫໍ່, ການຕິດສະຫຼາກ ແລະ ອາຍຸການນຳໃຊ້ຂອງຢາປາບສັດຕູພືດ, ໃນກໍລະນີມີຄວາມສ່ຽງຕ້ອງໄດ້ສຸ່ມເອົາຕົວຢ່າງເພື່ອການວິໄຈ;

3. ຜ່ານການກວດກາ ຂອງເຈົ້າໜ້າທີ່ກັກກັນພືດ ຫາກເຫັນວ່າ ການນຳເຂົ້າຢາປາບສັດຕູພືດທີ່ບໍ່ສອດຄ່ອງ ກັບເອກະສານອະນຸຍາດນຳເຂົ້າ ຕ້ອງດຳເນີນມາດຕະການໃດໜຶ່ງ ດັ່ງນີ້:

- ສົ່ງຢາປາບສັດຕູພືດນັ້ນກັບຄືນປະເທດຕົ້ນທາງ;

- ໃນກໍລະນີບໍ່ສາມາດສົ່ງກັບຄືນປະເທດຕົ້ນທາງໄດ້, ເຈົ້າໜ້າທີ່ກັກກັນພືດ ຕ້ອງລາຍງານອົງການອອກໃບອະນຸຍາດນຳເຂົ້າ ເພື່ອປະສານສົມທົບກັບຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ພາກສ່ວນກ່ຽວຂ້ອງ ປຶກສາຫາລື, ປະເມີນທາງດ້ານວິຊາການ ແລະ ຊອກຫາວິທີການແກ້ໄຂທີ່ເໝາະສົມ;

- ສຳລັບຄ່າໃຊ້ຈ່າຍໃນການສົ່ງກັບຄືນປະເທດຕົ້ນທາງ, ຄ່າເກັບຮັກສາ, ເຄື່ອນຍ້າຍຢາປາບສັດຕູພືດ, ຄ່າໃຊ້ຈ່າຍໃນການບຳບັດ ແລະ ກຳຈັດຢາປາບສັດຕູພືດແມ່ນຄວາມຮັບຜິດຊອບຂອງຜູ້ນຳເຂົ້າ;

4. ສຳລັບການນຳເຂົ້າຢາປາບສັດຕູພືດຂອງໂຄງການຊ່ວຍເຫຼືອ, ການຄົ້ນຄ້ວາ ຫຼື ທົດລອງຕ້ອງຜ່ານການກວດກາຂອງເຈົ້າໜ້າທີ່ກັກກັນພືດ ດ້ານປະລິມານ ແລະ ຄຸນນະພາບ ຂອງຢາປາບ    ສັດຕູພືດ ຕາມການອະນຸຍາດຈາກອົງການອອກໃບອະນຸຍາດ.

 ມາດຕາ 17 ຂັ້ນຕອນ, ເງື່ອນໄຂ ແລະ ມາດຕະການຂອງການຂົນສົ່ງ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງ ຂົນສົ່ງຢາປາບສັດຕູພືດ ຕ້ອງປະຕິບັດຕາມຂັ້ນຕອນ, ເງື່ອນໄຂ ແລະ ມາດຕະການຂອງການຂົນສົ່ງ ດັ່ງນີ້:

1. ມີພາຫະນະຂົນສົ່ງຢາປາບສັດຕູພືດສະເພາະ, ໃນກໍລະນີບໍ່ມີພາຫະນະຂົນສົ່ງສະເພາະ ຕ້ອງແຍກຢາປາບສັດຕູພືດອອກຈາກຫ້ອງຜູ້ຂັບຂີ່ ແລະ ຜູ້ໂດຍສານ;

2. ການຂົນຢາປາບສັດຕູພືດຂຶ້ນ ຫຼື ລົງພາຫານະ ຕ້ອງປະຕິບັດຢູ່ສະຖານທີ່ປອດໄພ ໂດຍການນຳໃຊ້ວິທີການທີ່ກະທົບໜ້ອຍທີ່ສຸດຕໍ່ພາຊະນະບັນຈຸ ເພື່ອປ້ອງກັນບໍ່ໃຫ້ມີການຕົກເຮ່ຍ ຫຼື ການຮົ່ວໄຫຼ;

3. ຫາກພາຫານະທີ່ຂົນສົ່ງເປິເປື້ອນຈາກການຕົກເຮ່ຍ ຫຼື ການຮົ່ວໄຫຼຂອງຢາປາບສັດຕູພືດ, ຜູ້ຂັບຂີ່ ຕ້ອງລາຍງານເຫດການດັ່ງກ່າວ ຕໍ່ອົງການປົກຄອງບ້ານ ຫຼື ຫ້ອງການກະສິກຳ ແລະ ປ່າໄມ້ເມືອງທີ່ຢູ່ໃກ້ທີ່ສຸດ. ຫ້ອງການກະສິກຳ ແລະ ປ່າໄມ້ເມືອງສົມທົບກັບ ອົງການປົກຄອງບ້ານ ຕ້ອງໃຫ້ຄຳແນະນຳ ກ່ຽວກັບ ວິທີການບຳບັດ ແລະ ທຳຄວາມສະອາດໃຫ້ທັນກັບສະພາບການ;

4. ພາຫານະຂົນສົ່ງຢາປາບສັດຕູພືດ ທີ່ບັນທຸກຢາປາບສັດຕູພືດ ຕ້ອງຕິດປ້າຍຄວາມອັນຕະລາຍໃຫ້ເຫັນຢູ່ດ້ານຂ້າງນອກ ຊຶ່ງລວມມີປ້າຍ, ເຄື່ອງໝາຍຫົວກະໂຫຼກ ແລະ ກະດູກໄຂວ່,  ປ້າຍຫ້າມສູບຢາ ແລະ ຂໍ້ຄວາມ “ຢາປາບສັດຕູພືດອັນຕະລາຍ” ເປັນສີແດງເຂັ້ມ.

ມາດຕາ 18 ຂັ້ນຕອນ, ເງື່ອນໄຂ ແລະ ມາດຕະການຂອງການສົ່ງຜ່ານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງ ຂົນສົ່ງຢາປາບສັດຕູພືດຜ່ານ ສປປ ລາວ ຕ້ອງປະຕິບັດຕາມຂັ້ນຕອນ, ເງື່ອນໄຂ ແລະ ມາດຕະການຂອງການຂົນສົ່ງຜ່ານ ດັ່ງນີ້:

1. ທຸກການສົ່ງຜ່ານຢາປາບສັດຕູພືດຕ້ອງຂໍອະນຸຍາດ ຕໍ່ອົງການອອກໃບອະນຸຍາດ ຢ່າງໜ້ອຍ ສາມສິບ ວັນ ກ່ອນສິນຄ້າຈະເຂົ້າມາເຖິງດ່ານ;

2. ອົງການອອກໃບອະນຸຍາດ ຕ້ອງພິຈາລະນາອອກໃບອະນຸຍາດ ພ້ອມທັງກຳນົດເງື່ອນໄຂຂອງການຂົນສົ່ງຜ່ານ ດັ່ງນີ້:

- ຮູບແບບການຂົນສົ່ງ, ພາຫານະ, ເງື່ອນໄຂດ້ານວັດຖຸ ແລະ ມາດຕະການປ້ອງກັນການຕົກເຮ່ຍ ແລະ ຮົ່ວໄຫຼ ເພື່ອຮັບປະກັນຄວາມປອດໄພຂອງຢາປາບສັດຕູພືດທີ່ສົ່ງຜ່ານ;

- ບໍລິມາດຂອງຢາປາບສັດຕູພືດທີ່ຈະສົ່ງຜ່ານ;

- ກຳນົດເວລາ ແລະ ເສັ້ນທາງຂົນສົ່ງຜ່ານ;

- ຂໍ້ກຳນົດສະເພາະ ກ່ຽວກັບ ການຫຸ້ມຫໍ່ ຫຼື ການຕິດສະຫຼາກ.

3. ໃບອະນຸຍາດສົ່ງຜ່ານຢາປາບສັດຕູພືດມີອາຍຸການນຳໃຊ້ໄດ້ ເກົ້າສິບ ວັນ.

ມາດຕາ 19 ການຈຳໜ່າຍ ຢາປາບສັດຕູພືດທີ່ນຳໃຊ້ທົ່ວໄປ ແລະ ຈຳກັດການນຳໃຊ້

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງ ຈຳໜ່າຍຢາປາບສັດຕູພືດທົ່ວໄປ ແລະ ຈຳກັດ   ນຳໃຊ້ ຕ້ອງປະຕິບັດຕາມ ຂັ້ນຕອນ, ເງື່ອນໄຂ ແລະ ມາດຕະຖານ ດັ່ງນີ້:

1. ການຈຳໜ່າຍ ຢາປາບສັດຕູພືດທີ່ນຳໃຊ້ທົ່ວໄປ ແລະ ຈຳກັດນຳໃຊ້ຕ້ອງມີໃບອະນຸຍາດຈຳໜ່າຍ;

2. ແຍກຢາປາບສັດຕູພືດທີ່ນໍາໃຊ້ທົ່ວໄປ ກັບຢາປາບສັດຕູພືດທີ່ຈຳກັດນຳໃຊ້;

3. ການຈຳໜ່າຍ ຢາປາບສັດຕູພືດທີ່ຈຳກັດນຳໃຊ້ ແມ່ນອະນຸຍາດໃຫ້ສະເພາະບຸກຄົນ, ນິຕິບຸກຄົນຫຼື ການຈັດຕັ້ງ ທີ່ໄດ້ຮັບອະນຸຍາດເທົ່ານັ້ນ;

4. ຜູ້ຈຳໜ່າຍຢາປາບສັດຕູພືດທີ່ຈຳກັດນຳໃຊ້ ຕ້ອງບັນທຶກ ແລະ ເກັບຮັກສາຂໍ້ມູນການຈຳໜ່າຍໃນແຕ່ລະຄັ້ງເປັນຕົ້ນ ຊື່ ແລະ ທີ່ຢູ່ຂອງຜູ້ຊື້, ວັນທີ, ເດືອນ, ປີທີ່ສັ່ງຊື້, ເລກທີໃບທະບຽນຢາປາບສັດຕູພືດ, ຊື່ ແລະ ປະລິມານຂອງຢາປາບສັດຕູພືດ, ເລກທີຂອງໃບອະນຸຍາດດ້ານ    ວິຊາການທີ່ອະນຸຍາດໃຫ້ຊື້, ລາຍເຊັນຂອງຜູ້ຈຳໜ່າຍ ແລະ ຜູ້ສັ່ງຊື້;

5. ຢາປາບສັດຕູພືດທີ່ຢູ່ໃນພາຊະນະບັນຈຸທີ່ເສຍຫາຍ ຕ້ອງເກັບຮັກສາ ໂດຍແຍກໄວ້ຕ່າງຫາກ ແລະ ສົ່ງກັບຄືນໃຫ້ຜູ້ສະໜອງ ຫຼື ກຳຈັດດ້ວຍວິທີການທີ່ເໝາະສົມ ແລະ ຕິດປ້າຍເຕືອນ “ບໍ່ຂາຍ” ໂດຍວາງໄວ້ເທິງພາຊະນະບັນຈຸນັ້ນ;

6. ການຈຳໜ່າຍຢາປາບສັດຕູພືດ ຕ້ອງດຳເນີນຕາມລຳດັບຂອງວັນທີ່ຈະໝົດອາຍຸກ່ອນ ຊຶ່ງໃນແຕ່ລະອາທິດ ເຈົ້າຂອງ ຫຼື ຜູ້ໄດ້ຮັບໃບອະນຸຍາດດຳເນີນທຸລະກິດຢາປາບສັດຕູພືດ ຕ້ອງກວດກາສາງສິນຄ້າ ເພື່ອໄຈ້ແຍກຢາປາບສັດຕູພືດທີ່ຈະໝົດອາຍຸ ລວມທັງພາຊະນະບັນຈຸ       ທີ່ຖືກກະທົບ ແລະ ສິນຄ້າໃດໜຶ່ງທີ່ເສຍຄຸນລັກສະນະ;

7. ໃນກໍລະນີພົບເຫັນຢາປາບສັດຕູພືດທີ່ໝົດອາຍຸ ຕ້ອງແຈ້ງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເທດສະບານ ຫຼື ນະຄອນ ທີ່ຢູ່ໃກ້ ແລະ ສະໜອງຂໍ້ມູນກ່ຽວກັບປະລິມານ, ປະເພດ, ສະຖານທີ່ ແລະ ວັນໝົດອາຍຸ ຂອງຢາປາບສັດຕູພືດ;

8. ສະຖານທີ່ຂົນຢາປາບສັດຕູພືດ ຂຶ້ນ ແລະ ລົງຈາກພາຫານະ ຕ້ອງເປັນບ່ອນແຫ້ງດີ, ນໍ້າຊຶມຜ່ານບໍ່ໄດ້ ແລະ ມີວັດຖູປະກອນຢູ່ໃກ້ ເພື່ອບັນຈຸສິ່ງຕົກເຮ່ຍ.

9. ວັດຖູປະກອນທີ່ນຳໃຊ້ໃນການເຄື່ອນຍ້າຍ ຕ້ອງຮັບປະກັນບໍ່ເຮັດໃຫ້ພາຊະນະບັນຈຸຢາປາບສັດຕູພືດ ເປັນຮູ ແລະ ຈີກຂາດ;

10. ກ່ອນ ຫຼື ໃນເວລາຂົນຢາປາບສັດຕູພືດ ຕ້ອງກວດກາເບິ່ງຕູ້ຂົນສົ່ງ ໃຫ້ຮັບປະກັນວ່າໄດ້ອັດແຈບດີ ພ້ອມທັງຮັບປະກັນ ບໍ່ໃຫ້ມີພາຊະນະບັນຈຸຢາປາບສັດຕູພືດ ເປັນຮູ, ຈີກຂາດ ຫຼື ມີການທຳລາຍ, ຖ້າພົບເຫັນພາຊະນະບັນຈຸໃດໜຶ່ງມີການຮົ່ວຊຶມ ແມ່ນບໍ່ໃຫ້ຂົນສິນຄ້ານັ້ນ          ຂຶ້ນພາຫະນະຂົນສົ່ງ ແລະ ໃນກໍລະນີ ມີການຮົ່ວໄຫຼໃນອັດຕາສ່ວນສູງ ຕ້ອງຢຸດຕິການຂົນສິນຄ້າທັງໝົດ ຂຶ້ນເທິງພາຫານະຂົນສົ່ງ.

ມາດຕາ 20 ພື້ນທີ່ເກັບຮັກສາຢາປາບສັດຕູພືດ

ພື້ນທີ່ເກັບຮັກສາຢາປາບສັດຕູພືດເພື່ອຈຳໜ່າຍ ຕ້ອງໄດ້ມາດຕະຖານຄົບຖ້ວນ ດັ່ງນີ້:

1. ເປັນສະຖານທີ່ແຫ້ງ ແລະ ລະບາຍອາກາດໄດ້ດີດ້ວຍການໝູນວຽນຂອງອາກາດສົດ ແລະ ປາສະຈາກແອເຢັນ;

2. ມີນໍ້າສະອາດທີ່ສາມາດເຂົ້າເຖິງໄດ້ງ່າຍ ເພື່ອລ້າງມື, ໜ້າ ແລະ ໃນເວລາເມື່ອເກີດເຫດສຸກເສີນ;

3. ປ້ອງກັນຢາປາບສັດຕູພືດ ບໍ່ໃຫ້ຖືກຝົນ, ຄວາມຊຸ່ມ ຫຼື ເສຍຫາຍດ້ວຍນໍ້າ, ແສງແດດ ຫຼື ປັດໄຈດ້ານລົບຈາກດິນຟ້າອາກາດ;

4. ໃສ່ກຸນແຈເພື່ອປ້ອງກັນ ບໍ່ໃຫ້ບຸກຄົນທີ່ບໍ່ໄດ້ຮັບອະນຸຍາດ, ເດັກນ້ອຍ ແລະ ສັດ ເຂົ້າໄປໃນສາງໄດ້ ແລະ ມີແສງສະຫວ່າງພຽງພໍ;

5. ແບ່ງຫ້ອງເກັບມ້ຽນຢາປາບສັດຕູພືດ ແຍກອອກຈາກຜະລິດຕະພັນອື່ນ ໃຫ້ມີຝາຂັ້ນທີ່ມີຄວາມສູງຢ່າງໜ້ອຍ ສາມ ແມັດ;

6. ມີຂໍ້ມູນດ້ານຄວາມປອດໄພ ສໍາລັບທຸກຢາປາບສັດຕູພືດທີ່ເກັບຮັກສາ ແລະ ມີໂທລະສັບ ເພື່ອເຫດການສຸກເສີນ;

7. ຢາປາບສັດຕູພືດຕ້ອງວາງໄວ້ຖ້ານ ຫຼື ພາເລດ, ບໍ່ໃຫ້ວາງໄວ້ກັບພື້ນໂດຍກົງ ແລະ ໃຫ້ວາງໄວ້ໃນລັກສະນະທີ່ສາມາດເຫັນສະຫຼາກໄດ້, ພ້ອມທັງແຍກເກັບຮັກສາ ຕາມລະດັບຄວາມອັນຕະລາຍຂອງຢາປາບສັດຕູພືດ ໂດຍຈັດວາງຢາປາບສັດຕູພືດປະເພດຝຸ່ນ ແລະ ເມັດໃຫ້ໄວ້ເທິງ, ສ່ວນປະເພດນ້ຳໃຫ້ໄວ້ລຸ່ມ;

8. ຢາປາບສັດຕູພືດໃນສະຖານທີ່ຈຳໜ່າຍ ຕ້ອງແຍກອອກຈາກພື້ນທີ່ເກັບຮັກສາອາຫານ, ເຄື່ອງ   ບໍລິໂພກ ຫຼື ອາຫານສັດ ໂດຍໃຫ້ມີຫ້ອງການ, ພື້ນທີ່ນຳໃຊ້ສ່ວນຕົວ ແລະ ບ່ອນເກັບຮັກສາບົດບັນທຶກຢູ່ເໜືອລົມ ກ່ອນພື້ນທີ່ເກັບຮັກສາຢາປາບສັດຕູພືດ.

ມາດຕາ 21 ສາງເກັບມ້ຽນຢາປາບສັດຕູພືດ

ສາງເກັບມ້ຽນຢາປາບສັດຕູພືດ ຕ້ອງໄດ້ມາດຕະຖານຄົບຖ້ວນ ດັ່ງນີ້:

1. ໄດ້ມາດຕະຖານດ້ານພື້ນທີ່ ຫຼື ສະຖານທີ່ຕັ້ງຂອງສາງເກັບມ້ຽນ ຄືກັນກັບພື້ນທີ່ເກັບຮັກສາຢາປາບສັດຕູພືດ ຕາມທີ່ກຳນົດໄວ້ ໃນຂໍ້ 1 ຫາ 6 ຂອງ ມາດຕາ 20 ຂອງຂໍ້ຕົກລົງສະບັບນີ້;

2. ຫ່າງຈາກໂຮງຮຽນ, ໂຮງໝໍ, ທີ່ຢູ່ອາໄສຂອງປະຊາຊົນ, ເຂດລ້ຽງສັດ, ປ່າໄມ້, ໂຮງງານປຸງແຕ່ງອາຫານ ຮ້ອຍ ແມັດ ແລະ ຫ່າງຈາກແຫຼ່ງນ້ຳ ຫ້າຮ້ອຍ ແມັດ;

3. ສອດຄ່ອງກັບລະບຽບການຜັງເມືອງ ແລະ ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ;

4. ມີຂະໜາດທີ່ເໝາະສົມກັບປະລິມານຂອງຢາປາບສັດຕູພືດທີ່ຈະເກັບຮັກສາ;

5. ຝາຂ້າງໃນ ຕ້ອງລຽບດີ, ນໍ້າບໍ່ສາມາດຊຶມໄດ້ ແລະ ສາມາດທຳຄວາມສະອາດໄດ້ງ່າຍ;

6. ມີລະບົບການອອກແບບ ທີ່ອຳນວຍຄວາມສະດວກ ໃຫ້ແກ່ການບັນຈຸ, ຄ່ຽນຖ່າຍຢາປາບສັດຕູພືດ, ເກັບຮັກສາພາຊະນະບັນຈຸເປົ່າ ແລະ ຢາປາບສັດຕູພືດ, ຢາປາບສັດຕູພືດໝົດອາຍຸ ນຳໃຊ້ ແລະ ຢາປາບສັດຕູພືດທີ່ຮົ່ວຊຶມທີ່ລໍຖ້າໄປກຳຈັດ ແລະ ມີປະຕູທາງອອກສຸກເສີນຢ່າງໜ້ອຍ ໜຶ່ງບ່ອນ;

7. ມີຮົ້ວອ້ອມຮອບ, ໃສ່ກຸນແຈທີ່ເໝາະສົມ ແລະ ມີມາດຕະການຄວາມປອດໄພ ເພື່ອປ້ອງກັນຜູ້ທີ່ບໍ່ໄດ້ຮັບອະນຸຍາດເຂົ້າໄປໃນພື້ນທີ່;

8. ຫຼັງຄາ ຕ້ອງເປັນວັດຖຸທີ່ມີນໍ້າໜັກເບົາ, ບໍ່ໄວໄຟ ແລະ ປ້ອງກັນການຮົ່ວຊຶມ;

9. ມີພື້ນທີ່ຄ້ອຍຊັນ, ຮ່ອງລະບາຍນໍ້າ ແລະ ອ່າງເກັບນໍ້າເປື້ອນທີ່ເຮັດດ້ວຍຊີມັງ;

10. ມີເຄື່ອງໝາຍເຕືອນໄພຕິດໄວ້ທາງເຂົ້າຂອງສາງ ຊຶ່ງລວມມີ:

- ເຄື່ອງໝາຍ: ຫົວກະໂຫຼກ ແລະ ກະດູກໄຂວ່, ຫ້າມສູບຢາ, ຂໍ້ຄວາມເປັນພາສາລາວ ເຊັ່ນ“ຢາປາບສັດຕູພືດອັນຕະລາຍ”, “ຫ້າມກິນອາຫານ ຫຼື ດື່ມນໍ້າ” ແລະ “ຫ້າມຈູດໄຟ”;

- ການວາງສະແດງຮູບພາບ ຫຼື ເຄື່ອງໝາຍເຕືອນໄພຢູ່ໃນສາງຢາປາບສັດຕູພືດ ເພື່ອໃຫ້ເຫັນສິ່ງຈຳເປັນໃນການນຳໃຊ້ວັດຖູປະກອນຄວາມປອດໄພ;

11. ໃຊ້ສາຍໄຟຟ້າຊະນິດຫຸ້ມ;

12. ຈັດວາງທໍ່ລະບາຍໄປສູ່ອ່າງເກັບນ້ຳເປື້ອນຢ່າງປອດໄພຈາກການຮົ່ວໄຫຼ ຂອງຢາປາບສັດຕູພືດ ເພື່ອປົກປ້ອງລະບົບນໍ້າປະປາ, ນໍ້າບາດານ ຫຼື ແຫຼ່ງນ້ຳ;

13. ມີລະບົບການບັນທຶກ ກ່ຽວກັບ ຢາປາບສັດຕູພືດ ໃຫ້ຖືກກັບສະພາບຕົວຈິງ ເປັນຕົ້ນ ຂໍ້ມູນການນຳເຂົ້າແຕ່ລະຄັ້ງ, ເກັບຮັກສາ, ເອົາອອກຈາກສາງ ແລະ ຖືກທຳລາຍ;

14. ມີແຜນຕອບໂຕ້ເຫດສຸກເສີນ ກ່ຽວກັບ ການທຳຄວາມສະອາດຢາປາບສັດຕູພືດທີ່ຕົກເຮ່ຍ ແລະ ວັດຖູປະກອນການມອດໄຟ ໂດຍມີການທົບທວນເປັນແຕ່ລະໄລຍະ;

15. ມີຂໍ້ແນະນຳໃນກໍລະນີສຸກເສີນ, ໝາຍເລກໂທລະສັບຂອງ ຕຳຫຼວດສະກັດກັນ ແລະ ຕ້ານ     ອັກຄີໄພ, ອົງການປົກຄອງບ້ານ, ໂຮງໝໍ, ໄຟຟ້າ ແລະ ໜ່ວຍກູ້ໄພ ລວມທັງວິທີການຊ່ວຍເຫຼືອຂັ້ນຕົ້ນ ໂດຍຕິດໄວ້ປະຕູເຂົ້າ - ອອກ ຫຼື ສະຖານທີ່ ທີ່ສາມາດເຫັນໄດ້ງ່າຍ;

16. ຢາປາບສັດຕູພືດທີ່ຈຳກັດນຳໃຊ້ ຕ້ອງເກັບຮັກສາສະເພາະ ໂດຍແຍກອອກຈາກຢາປາບສັດຕູພືດປະເພດອື່ນ. 

17. ມີວັດຖູປະກອນສຸກເສີນທີ່ຈຳເປັນ ດັ່ງນີ້:

- ເຄື່ອງສັນຍານເຕືອນໄພ, ອຸປະກອນມອດໄຟສຸກເສີນ ຕ້ອງຮັບປະກັນຄວາມພ້ອມໃນການຕ້ານອັກຄີໄພ ໃຫ້ທັນເວລາ; 

- ຜ້າຫົ່ມ ແລະ ຊຸດປະຖົມພະຍາບານ ທີ່ມີຂໍ້ແນະນຳທາງການແພດ ກ່ຽວກັບ ການປິ່ນປົວຂັ້ນຕົ້ນ ຈາກການໄດ້ຮັບພິດຂອງຢາປາບສັດຕູພືດ;

- ແຜ່ນຢາງທາໂພລິນ (Tarpauline) ຫຼື ໂປລີອີທີແລນ (Polyethylene) ເພື່ອໃຊ້ບັນຈຸຢາປາບສັດຕູພືດຊະນິດຝຸ່ນ, ຂີ້ຝຸ່ນ ຫຼື ວັດຖຸອື່ນທີ່ຕົກເຮ່ຍ;

- ດິນຊາຍ, ຂີ້ເລື່ອຍ ຫຼື ດິນແຫ້ງ ເພື່ອປ້ອງກັນການແຜ່ກະຈາຍ ຂອງຢາປາບສັດຕູພືດຊະນິດນ້ຳທີ່ຕົກເຮ່ຍ.

ມາດຕາ 22 ການຕົກຄ້າງຂອງຢາປາບສັດຕູພືດ

ໃນການຈັດຕັ້ງປະຕິບັດ ມາດຕາ 35 ຂອງດຳລັດ, ອົງການຄຸ້ມຄອງວຽກງານດຳເນີນທຸລະກິດຢາປາບສັດຕູພືດ ຕ້ອງສົມທົບກັບ ຂະແໜງການສາທາລະນະສຸກ, ຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ອົງການປົກຄອງທ້ອງຖິ່ນກ່ຽວຂ້ອງ ດຳເນີນການສຳຫຼວດ, ເກັບຕົວຢ່າງຜະລິດ      ຕະພັນພືດ, ດິນ ແລະ ນໍ້າ ເພື່ອວິໄຈຫາສານຕົກຄ້າງຂອງຢາປາບສັດຕູພືດ ໃນຜະລິດຕະພັນພືດ ແລະ       ສິ່ງແວດລ້ອມ ແລະ ນຳໃຊ້ເປັນຂໍ້ມູນຢັ້ງຢືນລະດັບຄວາມສ່ຽງຂອງຢາປາບສັດຕູພືດ ຕາມມາດຕະຖານອາຫານ ແລະ ມາດຕະຖານສິ່ງແວດລ້ອມແຫ່ງຊາດ.

ມາດຕາ 23 ເຫດການສຸກເສີນ ແລະ ລະບົບການລາຍງານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ພົບເຫັນພື້ນທີ່ເກັບຮັກສາ ຫຼື ສາງເກັບມ້ຽນຢາບສັດຕູພືດ ເກີດອັກຄີໄພ, ຢາປາບສັດຕູພືດຖືກລັກໄປ, ມີການຮົ່ວຊຶມ ຫຼື ໄຫຼສູ່ສິ່ງແວດລ້ອມ ຕ້ອງແຈ້ງທັນທີ ຕໍ່ເຈົ້າໜ້າທີ່ ກວດກາຢາປາບສັດຕູພືດ, ອົງການປົກຄອງບ້ານ ຫຼື ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເທດສະບານ, ນະຄອນ ເພື່ອປະສານສົບທົບກັບພາກສ່ວນທີ່ກ່ຽວຂ້ອງ ສະກັດກັນ ແລະ ຕ້ານເຫດການສຸກເສີນໃຫ້ທັນເວລາ ແລະ ສອດຄ່ອງກັບເຕັກນິກວິຊາການ.

ເຈົ້າໜ້າທີ່ກວດກາຢາປາບສັດຕູພືດ ຕ້ອງເຮັດບົດບັນທຶກ ແລະ ລາຍງານໃຫ້ອົງການອອກໃບອະນຸຍາດ ຊາບທັນທີ ໂດຍໃຫ້ມີເນື້ອໃນຕົ້ນຕໍ ດັ່ງນີ້:

1. ສະພາບລວມ ຫຼື ສາເຫດທີ່ພາໃຫ້ເກີດເຫດສຸກເສີນ;

2. ຄຸນລັກສະນະຂອງຢາປາບສັດຕູພືດ, ສະຖານະການຂອງການແຜ່ກະຈາຍ ລວມທັງລາຍລະອຽດຂອງສ່ວນບຸກຄົນ, ພື້ນທີ່ພູມີສາດ ຫຼື ສັດປ່າ ທີ່ໄດ້ຮັບຜົນກະທົບ;

3. ຄາດຄະເນຜົນກະທົບ ຕໍ່ ສຸຂະພາບຂອງຄົນ ທີ່ກ່ຽວຂ້ອງກັບການແຜ່ກະຈາຍຂອງຢາປາບສັດຕູພືດ ທີ່ອາດເກີດຂຶ້ນໃນເວລາການກວດກາ, ຕິດຕາມ ຫຼື ເຝົ້າລະວັງ;

4. ຜົນກະທົບດ້ານລົບຕໍ່ສິ່ງແວດລ້ອມ ເປັນຕົ້ນ ການຕາຍຂອງສັດ, ການປົນເປື້ອນຂອງນໍ້າ ຫຼື ການທຳລາຍພືດ.

ອົງການຄຸ້ມຄອງວຽກງານດຳເນີນທຸລະກິດຢາປາບສັດຕູພືດ ຕ້ອງປະສານສົບທົບກັບ ຂະແໜງການສາທາລະນະສຸກ, ຂະແໜງການອຸດສາຫະກຳ ແລະ ການຄ້າ, ຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອສຶກສາຄົ້ນຄວ້າເຫດສຸກເສີນດັ່ງກ່າວ ພ້ອມທັງດຳເນີນການກວດກາ ກ່ຽວກັບ ການຈັດຕັ້ງປະຕິບັດກົດໝາຍ, ດຳລັດ, ຂໍ້ຕົກລົງສະບັບນີ້ ແລະ ນຳໃຊ້ມາດຕະການໃດໜຶ່ງທີ່ເໝາະສົມ ເພື່ອຫຼີກເວັ້ນຄວາມອັນຕະລາຍໃດໜຶ່ງຕໍ່ຄົນ, ສັດ ແລະ ສິ່ງແວດລ້ອມ.

ມາດຕາ 24 ການນຳໃຊ້ວັດຖູປະກອນປ້ອງກັນຮ່າງກາຍ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ນຳໃຊ້ຢາປາບສັດຕູພືດ ຕ້ອງນຳໃຊ້ວັດຖຸອຸປະກອນປ້ອງກັນຮ່າງກາຍ ຕາມຂໍ້ແນະນຳດ້ານຄວາມປອດໄພ ຂອງຢາປາຍສັດຕູພືດ ທີ່ກຳນົດໄວ້ໃນສະຫຼາກ.

ເຈົ້າຂອງ ຫຼື ຜູ້ໄດ້ຮັບອະນຸຍາດດຳເນີນທຸລະກິດຢາປາບສັດຕູພືດ ຕ້ອງຮັບປະກັນວ່າ ບຸກຄົນທີ່ປະຕິບັດກັບຢາປາບສັດຕູພືດ ໄດ້ຮັບການຝຶກອົບຮົມທີ່ຖືກຕ້ອງ ເພື່ອທຳຄວາມສະອາດ ແລະ ບົວລະບັດຮັກສາເຄື່ອງນຸ່ງເຮັດວຽກ ແລະ ສະໜອງວັດຖູປະກອນທີ່ພຽງພໍຕາມຄວາມຕ້ອງການ ດັ່ງນີ້:

1. ໜ້າກາກກັນອາຍແກັດ, ກັນຝຸ່ນ ແລະ ອຸປະກອນຊ່ວຍຫາຍໃຈ;

2. ໝວກກັນກະທົບ, ໝວກ, ແວ່ນຕາ ຫຼື ໜ້າກາກປ້ອງກັນຕາ ແລະ ໜ້າ;

3. ເຄື່ອງນຸ່ງປ້ອງກັນນໍ້າ ແລະ ຄຸມນອກ ຊຶ່ງລວມມີໂສ້ງຂາຍາວ, ເສື້ອກັນໜາວ ຫຼື ຊຸດທີ່ປົກຫຸ້ມຜູ້ອອກແຮງງານຢ່າງສົມບູນ;

4. ຜ້າຢາງກັນເປື້ອນ ຫຼື ຊຸດກັນເປື້ອນໂພລີວິນິວຄຣໍໄຣ (Polyvinyl Chloride Aprons);

5. ເກີບໂບກ ແລະ ຖົງມືຊະນິດຢາງ ທີ່ປ້ອງກັນສານເຄມີ;

6. ການສະໜອງນໍ້າທີ່ພຽງພໍໃນເຫດການສຸກເສີນ ເພື່ອລ້າງວັດຖຸທີ່ກັດເຊາະ ຫຼື ເປັນພິດອອກຈາກຜິວໜັງ;

7. ອຸປະກອນສຳລັບລ້າງຕາ ເປັນຕົ້ນ ນໍ້າລ້າງຕາແບບຖາວອນ ຫຼື ແບບຫິ້ວ.

ມາດຕາ 25 ຄວາມປອດໄພໃນການເຮັດວຽກ

ຜູ້ໄດ້ຮັບອະນຸຍາດທາງວິຊາການ ຕ້ອງສະໜອງຄວາມປອດໄພໃນການເຮັດວຽກ ໃຫ້ແກ່ພະນັກງານ  ຂອງຕົນ ດັ່ງນີ້:

1. ຝຶກອົບຮົມທີ່ຈຳເປັນຊຶ່ງລວມມີຂໍ້ມູນທີ່ກ່ຽວຂ້ອງກັບ:

- ຄວາມເປັນພິດ ແລະ ຄວາມອັນຕະລາຍທີ່ເປັນໄປໄດ້ ຂອງຢາປາບສັດຕູພືດ ທີ່ຢູ່ພາຍໃຕ້ການດູແລຂອງເຂົາເຈົ້າ;

- ວັດຖູປະກອນທີ່ຈະນຳໃຊ້ ແລະ ຂໍ້ຄວນລະມັດລະວັງ ໃນການດຳເນີນການ;

- ການປະຖົມພະຍາບານຂັ້ນຕົ້ນ ໃນກໍລະນີເກີດເຫດສຸກເສີນ;

- ສິ່ງທີ່ຕ້ອງເຮັດກັບພາຊະນະບັນຈຸເປົ່າ;

- ວິທີປະຕິບັດກັບການຕົກເຮ່ຍ ໂດຍສະເພາະຢາປາບສັດຕູພືດທີ່ກຳລັງນຳໃຊ້.

2. ສະໜອງວັດຖູປະກອນປ້ອງກັນຮ່າງກາຍ ຕາມທີ່ກຳນົດໄວ້ໃນມາດຕາ 24 ຂອງຂໍ້ຕົກລົງສະບັບນີ້;

3. ຮັບປະກັນວ່າບຸກຄົນນັ້ນໄດ້ຮັບການມອບໝາຍວຽກໃດໜຶ່ງສະເພາະ;

4. ສະໜອງການກວດກາສຸຂະພາບເປັນໄລຍະ ແລະ ການດູແລທາງການແພດອື່ນ ເພື່ອວິໄຈ, ປະເມີນ ແລະ ປິ່ນປົວການເຈັບປ່ວຍ ຫຼື ບາດເຈັບໃດໜຶ່ງທີ່ກ່ຽວຂ້ອງກັບຢາປາບສັດຕູພືດ.

ມາດຕາ 26 ການບໍລິການດ້ານຢາປາບສັດຕູພືດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນການບໍລິການດ້ານຢາປາບສັດຕູພືດ ຕ້ອງປະຕິບັດດັ່ງນີ້:

1. ການຊື້ ແລະ ນຳໃຊ້ຢາປາບສັດຕູພືດ ຕ້ອງເໝາະກັບແຕ່ລະສັດຕູພືດເປົ້າໝາຍ, ອຸປະກອນທີ່ນຳໃຊ້ ແລະ ຊື້ຢາປາບສັດຕູພືດໃນປະລິມານທີ່ໜ້ອຍ ເພື່ອຫຼີກເວັ້ນການເກັບຮັກສາ ແລະ ການຄອບຄອງໂດຍບໍ່ໄດ້ນຳໃຊ້ໃນປະລິມານຫຼາຍ;

2. ຜູ້ໄດ້ຮັບອະນຸຍາດດຳເນີນການຮົມຢາ, ສິດພົ່ນ ຫຼື ວິທີການອື່ນ ເພື່ອກຳຈັດສັດຕູພືດ ຕ້ອງມີບຸກຄະລາກອນ ທີ່ໄດ້ຜ່ານການຝຶກອົບຮົມ ກ່ຽວກັບ ການນຳໃຊ້ຢາປາບສັດຕູພືດ ແລະ ປະຕິບັດ ເງື່ອນໄຂ ດັ່ງນີ້:

- ການປະສົມ ຫຼື ນຳໃຊ້ຢາປາບສັດຕູພືດ ໃນແຕ່ລະຄັ້ງ ຕ້ອງມີບຸກຄະລາກອນທີ່ຜ່ານການຝຶກອົບຮົມຢ່າງໜ້ອຍ ໜຶ່ງ ຄົນ ແລະ ຜູ້ຊ່ວຍທີ່ບໍ່ໄດ້ຜ່ານການຝຶກອົບຮົມບໍ່ເກີນ ສີ່ ຄົນ;

- ຜູ້ໄດ້ຮັບການຝຶກອົບຮົມ ຕ້ອງປະຈຳຢູ່ໃນພື້ນທີ່ປະສົມ ແລະ ນຳໃຊ້ຢາປາບສັດຕູພືດ ເພື່ອຄວບຄຸມ ແລະ ຮັບປະກັນຄວາມປອດໄພ ໃນການປະຕິບັດວຽກງານຂອງຜູ້ຊ່ວຍ;

- ບຸກຄະລາກອນທີ່ດຳເນີນການປະສົມ ແລະ ນຳໃຊ້ຢາປາບສັດຕູພືດ ຕ້ອງມີອາຍຸຢ່າງໜ້ອຍ ສິບຫ້າ ປີຂຶ້ນໄປ;

3. ຜູ້ໃຫ້ບໍລິການດ້ານຢາປາບສັດຕູພືດ ຕ້ອງເຮັດສັນຍາກັບຜູ້ຮັບບໍລິການ ໂດຍກຳນົດ ກ່ຽວກັບ ເວລາ, ສະຖານທີ່ຂອງການນຳໃຊ້, ປະເພດຢາປາບສັດຕູພືດ, ເປົ້າໝາຍ ແລະ ວິທີການນຳໃຊ້,ການເກັບຮັກສາ ສິ່ງເສດເຫຼືອຢາປາບສັດຕູພືດ ແລະ ພາຊະນະບັນຈຸເປົ່າ;

4. ໃນກໍລະນີ ມີຄົນອາໃສຢູ່ພື້ນທີ່ ທີ່ຈະນຳໃຊ້ຢາປາບສັດຕູພືດ ຜູ້ໃຫ້ບໍລິການ ຕ້ອງແຈ້ງເປັນລາຍລັກອັກສອນ ຢ່າງໜ້ອຍ ສີ່ສິບແປດ ຊົ່ວໂມງ ກ່ອນການນຳໃຊ້ ພ້ອມທັງຕິດປ້າຍເຕືອນໃນສະຖານທີ່ ຫຼື ບໍລິເວນທີ່ເຫັນໄດ້ງ່າຍ;

5. ເຈົ້າຂອງສະຖານປະກອບການ ຫຼື ຜູ້ນຳໃຊ້ຢາປາບສັດຕູພືດໂດຍກົງ ທີ່ນຳໃຊ້ຫຼາຍກວ່າຫ້າສິບລິດ ຫຼື ຫ້າສິບ ກິໂລກຣາມ ຕໍ່ປີ ຕ້ອງໄດ້ຮັບອະນຸຍາດດ້ານວິຊາການ ຈາກອົງການອອກໃບອະນຸຍາດ. ສຳລັບການເກັບຮັກສາຫຼືການຂົນສົ່ງໃນປະລິມານຫຼາຍກວ່າ ໜຶ່ງຮ້ອຍ ລິດ ຫຼື ໜຶ່ງຮ້ອຍ ກິໂລກຣາມ ຕ້ອງໄດ້ຮັບອະນຸຍາດ ຈາກອົງການອອກໃບອະນຸຍາດ;

6. ພື້ນທີ່ນຳໃຊ້ຢາປາບສັດຕູພືດ, ການລ້າງວັດຖູປະກອນທີ່ນຳໃຊ້ກັບຢາປາບສັດຕູພືດ, ການເກັບຮັກສາ, ການຖອກຢາປາບສັດຕູພືດທີ່ເຫຼືອ, ການຖີ້ມພາຊະນະບັນຈຸເປົ່າ ຕ້ອງຫ່າງຈາກແຫຼ່ງນ້ຳຢ່າງໜ້ອຍ ສາມສິບ ແມັດ.

ມາດຕາ 27 ການກຳຈັດສິ່ງເສດເຫຼືອ

ວັດຖຸ ແລະ ສິ່ງເສດເຫຼືອຢາປາບສັດຕູພືດ ທີ່ຕ້ອງໄດ້ກຳຈັດ ມີດັ່ງນີ້:

1. ຢາປາບສັດຕູພືດທີ່ໝົດອາຍຸການນຳໃຊ້;

2. ພາຊະນະທີ່ຢາປາບສັດຕູພືດຕົກຄ້າງ;

3. ພາຊະນະບັນຈຸເປົ່າ;

4. ການລ້າງສິ່ງປົນເປື້ອນ;

5. ສິ່ງຫຸ້ມຫໍ່ ແລະ ຖັງທີ່ນຳໃຊ້;

6. ເຄື່ອງນຸ່ງປ້ອງກັນຮ່າງກາຍທີ່ປົນເປື້ອນ;

7. ເຈ້ຍ, ແກ້ວ ຫຼື ຖົງ ທີ່ໄດ້ນຳໃຊ້ກັບຢາປາບສັດຕູພືດ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ດຳເນີນທຸລະກິດ ກ່ຽວກັບ ຢາປາບສັດຕູພືດ ຫຼື ນຳໃຊ້ຢາປາບສັດຕູພືດ ຕ້ອງກຳນົດສະຖານທີ່ ຫຼື ບ່ອນເກັບລວບລວມສິ່ງເສດເຫຼືອຢາປາບສັດຕູພືດ ແລະ ຖັງຂີ້ເຫຍື້ອສະເພາະ ກ່ອນນຳໄປບຳບັດ ຫຼື ກຳຈັດ ຕາມຄູ່ມືແນະນຳ ທີ່ຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກຳນົດ.

ວັດຖູປະກອນ ທີ່ນຳໃຊ້ກັບຢາປາບສັດຕູພືດ ແລະ ພາຊະນະບັນຈຸເປົ່າ ຕ້ອງລ້າງໃນສະຖານທີ່ທີ່ນຳໃຊ້ຢາປາບສັດຕູພືດ, ສຳລັບ ພາຊະນະບັນຈຸເປົ່າ ທີ່ບໍ່ໄດ້ລ້າງໃຫ້ໝາຍວ່າ “ອັນຕະລາຍ” ກ່ອນເກັບໄວ້ທີ່ຈຸດເກັບລວບລວມ.

ຖັງຂີ້ເຫຍື້ອທີ່ຈະໃຊ້ເກັບສິ່ງເສດເຫຼືອຢາປາບສັດຕູພືດ ຕ້ອງເຮັດດ້ວຍວັດຖຸທີ່ສາມາດຕ້ານກັບການກັດເຊາະຂອງສິ່ງເສດເຫຼືອຢາປາບສັດຕູພືດ, ມີຝາປິດ, ຕິດປ້າຍຄວາມອັນຕະລາຍ ຊຶ່ງລວມມີ ຫົວກະໂຫຼກ ແລະ ກະດູກໄຂວ່, ປ້າຍຫ້າມສູບຢາ ແລະ ຂໍ້ຄວາມ “ຢາປາບສັດຕູພືດອັນຕະລາຍ”.

ມາດຕາ 28 ການບັນທຶກຢາປາບສັດຕູພືດ

ຜູ້ດຳເນີນທຸລະກິດຢາປາບສັດຕູພືດ ຕ້ອງບັນທຶກຂໍ້ມູນພື້ນຖານທີ່ຈຳເປັນ ກ່ຽວກັບ ຢາປາບສັດຕູພືດດັ່ງນີ້:

1. ປະລິມານ ຢາປາບສັດຕູພືດທີ່ໄດ້ຮັບ, ເກັບຮັກສາ ແລະ ຈຳໜ່າຍ ຫຼື ນຳໃຊ້;

2. ການຕົກເຮ່ຍຂອງຢາປາບສັດຕູພືດ, ການສູນຫາຍ, ອຸປະຕິເຫດ ແລະ ວິທີການແກ້ໄຂ;

3. ຊື່ການຄ້າ, ຊື່ສາມັນ ແລະ ສານອອກລິດ ຂອງຢາປາບສັດຕູພືດ;

4. ເລກທີໃບທະບຽນວິຊາການຢາປາບສັດຕູພືດ ໃນ ສປປ ລາວ;

5. ຊື່ ແລະ ທີ່ຢູ່ຂອງຜູ້ຜະລິດ ແລະ ຜູ້ນຳເຂົ້າ;

6. ປະເພດ ແລະ ຂະໜາດຂອງການບັນຈຸ;

7. ວັນທີສັ່ງຊື້ ຫຼື ໄດ້ຮັບ;

8. ວັນ, ເດືອນ, ປີ ຜະລິດ ແລະ ວັນໝົດອາຍຸ, ຊຸດຜະລິດ.

ຜູ້ດຳເນີນທຸລະກິດຢາປາບສັດຕູພືດ ຕ້ອງເກັບຮັກສາຂໍ້ມູນການບັນທຶກ ກ່ຽວກັບ ຢາປາບສັດຕູພືດ ບໍ່ໃຫ້ເສຍຫາຍ ຫຼື ຖືກທຳລາຍ ແລະ ຊອກຫາໄດ້ງ່າຍ ຢ່າງໜ້ອຍ ຫ້າ ປີ ເພື່ອສະດວກໃນການກວດກາຂອງເຈົ້າໜ້າທີ່ກວດກາຢາປາບສັດຕູພືດ.

ມາດຕາ 29 ການຝຶກອົບຮົມ

ກົມປູກຝັງ ຕ້ອງສ້າງ ແລະ ພັດທະນາ ຫຼັກສູດການຝຶກອົບຮົມ ກ່ຽວກັບ ການນຳໃຊ້ຢາປາບສັດຕູພືດ ເປັນຕົ້ນ ລະບຽບການກ່ຽວກັບຢາປາບສັດຕູພືດ, ສັດຕູພືດ, ປະເພດ ແລະ ຄວາມອັນຕະລາຍຂອງຢາປາບສັດຕູພືດ, ການຈັດການທີ່ຖືກຕ້ອງ, ການເກັບຮັກສາ, ການປ້ອງກັນຄວາມປອດໄພ ແລະ ນຳໃຊ້     ຢາປາບສັດຕູພືດ ເມື່ອບໍ່ສາມາດຫຼີກລຽງໄດ້ ລວມທັງທາງເລືອກເພື່ອປ່ຽນແທນການນຳໃຊ້ຢາປາບສັດຕູພືດເຊັ່ນເຕັກນິກການປ້ອງກັນພືດແບບປະສົມປະສານ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງຝຶກອົບຮົມ ກ່ຽວກັບ ຢາປາບສັດຕູພືດ ຕ້ອງສະເໜີຕໍ່ອົງການອອກໃບອະນຸຍາດ ເພື່ອດຳເນີນການຝຶກອົບຮົມຕາມຫຼັກສູດ ທີ່ກົມປູກຝັງກຳນົດ. ຜູ້ທີ່ໄດ້ຜ່ານການປະເມີນ ແລະ ສຳເລັດການຝຶກອົບຮົມ ຈະໄດ້ຮັບໃບຢັ້ງຢືນ ຈາກ ອົງການອອກໃບອະນຸຍາດ.

ໝວດທີ 4
ຂໍ້ຫ້າມ

ມາດຕາ 30 ຂໍ້ຫ້າມທົ່ວໄປ

ນອກຈາກຂໍ້ຫ້າມທົ່ວໄປ ທີ່ກຳນົດໄວ້ໃນມາດຕາທີ 48 ຂອງດຳລັດແລ້ວ, ຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີພຶດຕິກຳ ດັ່ງນີ້:

1. ນຳໃຊ້ ວັດຖູປະກອນ ຫຼື ພາຫານະ ທີ່ປົນເປື້ອນດ້ວຍຢາປາບສັດຕູພືດ;

2. ເອົາວັດຖູປະກອນ ແລະ ພາຊະນະບັນຈຸທີ່ໄດ້ປະສົມ ຫຼື ນຳໃຊ້ກັບຢາປາບສັດຕູພືດ ຈຸ່ມລົງ   ແຫຼ່ງນໍ້າ;

3. ດູດນໍ້າຈາກແຫຼ່ງນໍ້າໄປໃສ່ເຄື່ອງມື ຫຼື ວັດຖູປະກອນນຳໃຊ້ຢາປາບສັດຕູພືດ ຫຼື ພາຊະນະບັນຈຸຢາປາບສັດຕູພືດ ໂດຍກົງ;

4. ເກັບຮັກສາ ຫຼື ວາງຢາປາບສັດຕູພືດໃນພື້ນທີ່ທີ່ມີຄວາມສ່ຽງຈາກຝົນ, ລົມ, ແສງແດດ, ຄວາມອັນຕະລາຍອື່ນ ຫຼື ທໍ່ລະບາຍນໍ້າ ທີ່ບໍ່ສາມາດລະບາຍການຮົ່ວໄຫຼຂອງຢາປາບສັດຕູພືດ ໄປສູ່ອ່າງເກັບນ້ຳເປື້ອນ;

5. ຝັງດິນ ຫຼື ຈູດ ສິ່ງເສດເຫຼືອຢາປາບສັດຕູພືດ ໂດຍບໍ່ໄດ້ຮັບອະນຸຍາດ;

6. ນຳເຂົ້າ, ຈຳໜ່າຍ ແລະ ໂຄສະນາ ກ່ຽວກັບ ວັດຖູປະກອນນຳໃຊ້ຢາປາບສັດຕູພືດ ຫຼື ວັດຖູ  ປະກອນປ້ອງກັນຮ່າງກາຍ ທີ່ອອກແບບໂດຍບໍ່ສອດຄ່ອງກັບຄຸນນະພາບ ແລະ ເປົ້າໝາຍການນຳໃຊ້;

7. ແອບອ້າງ ຜົນການຄົ້ນຄວ້າ, ເອກະສານດ້ານວິຊາການ ຫຼື ນຳໃຊ້ຄຳສັບວິທະຍາສາດສະເພາະດ້ານ ເກີນຄວາມເປັນຈິງ ແລະ ບໍ່ກ່ຽວຂ້ອງກັບຢາປາບສັດຕູພືດ. 

8. ນຳເຂົ້າ,ຈຳໜ່າຍ ຫຼື ຂາຍຢາປາບສັດຕູພືດ ທີ່ບໍ່ມີສະຫຼາກ ແລະ ບໍ່ໄດ້ຫຸ້ມຫໍ່;

9. ຮັກສາເຄື່ອງອຸປະໂພກ ແລະ ເຄື່ອງບໍລິໂພກໃນພື້ນທີ່ເກັບຮັກສາຢາປາບສັດຕູພືດ;

10. ບັນທຸກ ຫຼື ຂົນສົ່ງຢາປາບສັດຕູພືດໃນຕູ້ຄອນເທນເນີ ຫຼື ຕູ້ໂດຍສານອັນດຽວກັນກັບຄົນ, ສັດຫຼື ສິ່ງຂອງອື່ນ.

ມາດຕາ 31 ຂໍ້ຫ້າມສຳລັບຜູ້ໄດ້ຮັບອະນຸຍາດ

ນອກຈາກຂໍ້ຫ້າມ ສຳລັບຜູ້ດຳເນີນທຸລະກິດ ທີ່ກຳນົດໄວ້ໃນມາດຕາທີ 49 ຂອງດຳລັດແລ້ວ, ຫ້າມ  ຜູ້ໄດ້ຮັບອະນຸຍາດ ມີພຶດຕິກຳ ດັ່ງນີ້:

1. ຊຸກຍູ້ໃຫ້ຜູ້ຊື້ ເພື່ອສັ່ງຊື້ ຫຼາຍກວ່າຄວາມຈຳເປັນ ສໍາລັບໜຶ່ງລະດູການ;

2. ຂາຍຢາປາບສັດຕູພືດໃດໜຶ່ງ ທີ່ບັນຈຸໃນ ພາຊະນະບັນຈຸແຕກ, ເຂົ້າໝ້ຽງ, ເສຍຫາຍ ຫຼື ບໍ່ສາມາດອ່ານສະຫຼາກເດີມໄດ້.

3. ໂຄສະນາ ຫຼື ໃຊ້ຂໍ້ຄວາມ ກ່ຽວກັບ “ປອດໄພ”, “ບໍ່ເປັນພິດ”, “ບໍ່ເບື່ອ”, “ຄວາມອັນຕະລາຍໜ້ອຍ”, “ບໍ່ອັນຕະລາຍ”, “ປອດສານພິດ”, “ສະມັດຕະພາບຂອງຜົນຜະລິດສູງ” ຫຼື “ກຳໄລດີ”;

4. ເຮັດໃຫ້ມີການສົມທຽບຜິດກັບຢາປາບສັດຕູພືດອື່ນ ຫຼື ເຂົ້າໃຈຜິດ;

5. ໂຄສະນາຢາປາບສັດຕູພືດທີ່ບໍ່ໄດ້ຂຶ້ນທະບຽນ ຫຼື ຢາທີ່ຫ້າມໃຊ້ແລ້ວ.

ໝວດທີ 5
ອົງການຄຸ້ມຄອງວຽກງານດຳເນີນທຸລະກິດຢາປາບສັດຕູພືດ

ມາດຕາ 32 ອົງການຄຸ້ມຄອງວຽກງານດຳເນີນທຸລະກິດຢາປາບສັດຕູພືດ

ອົງການຄຸ້ມຄອງວຽກງານດຳເນີນທຸລະກິດຢາປາບສັດຕູພືດ ແມ່ນອົງການດຽວກັນກັບ ອົງການຄຸ້ມຄອງວຽກງານຢາປາບສັດຕູພືດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 52 ຂອງດຳລັດ ຊຶ່ງປະກອບມີ:

1. ກະຊວງກະສິກຳ ແລະ ປ່າໄມ້ ແມ່ນ ກົມປູກຝັງ ເປັນເສນາທິການ;

2. ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ແມ່ນ ຂະແໜງປູກຝັງ ເປັນເສນາທິການ;

3. ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເທດສະບານ, ນະຄອນ ແມ່ນ ໜ່ວຍງານປູກຝັງ ເປັນເສນາທິການ;

4. ໜ່ວຍງານເສດຖະກິດ-ການເງິນບ້ານ ແມ່ນ ຈຸງານກະສິກຳ ແລະ ປ່າໄມ້ບ້ານເປັນເສນາທິການ;

5. ດ່ານກັກກັນພືດ.

ມາດຕາ 33 ສິດ ແລະ ໜ້າທີ່ຂອງກົມປູກຝັງ

ໃນການຄຸ້ມຄອງວຽກງານດຳເນີນທຸລະກິດຢາປາບສັດຕູພືດ ກົມປູກຝັງ ມີສິດ ແລະ ໜ້າທີ່ ດັ່ງນີ້:

1. ສ້າງ ຂໍ້ກຳນົດ, ແຈ້ງການ, ຄູ່ມື ແລະ ແຫຼ່ງຂໍ້ມູນຂ່າວສານດ້ານວິຊາການ ກ່ຽວກັບ ການຄວບຄຸມ ການດຳເນີນທຸລະກິດຢາປາບສັດຕູພືດ ແລະ ມາດຕະການຫຼຸດຜ່ອນຄວາມສ່ຽງຈາກຢາປາບ     ສັດຕູພືດ;

2. ໂຄສະນາ, ເຜີຍແຜ່ກົດໝາຍ, ດຳລັດ ແລະ ຂໍ້ຕົກລົງສະບັບນີ້;

3. ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃນຂອບເຂດທົ່ວປະເທດ;

4. ສະໜອງຄຳແນະນຳດ້ານວິຊາການ ກ່ຽວກັບ ອຸປະຕິເຫດຈາກຢາປາບສັດຕູພືດ ແລະ ການຕອບໂຕ້ສຸກເສີນ ໃຫ້ແກ່ຂະແໜງປູກຝັງປະຈຳແຂວງ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ;

5. ສ້າງ, ພັດທະນາ, ບຳລຸງຮັກສາຖານຂໍ້ມູນ ແລະ ລະບົບການລາຍງານ ກ່ຽວກັບ ຢາປາບສັດຕູພືດ;

6. ຄົ້ນຄວ້າ ແລະ ສະເໜີ ລັດຖະມົນຕີ ພິຈາລະນາ ແລະ ຮັບຮອງ ເອົາຫ້ອງທົດລອງຢາປາບສັດຕູພືດທີ່ໄດ້ມາດຕະຖານ ທັງພາຍໃນ ແລະ ຕ່າງປະເທດ ເພື່ອດຳເນີນການທົດສອບ ແລະ ວິໄຈຢາປາບສັດຕູພືດ.

7. ຄົ້ນຄວ້າ ແລະ ສະເໜີແຕ່ງຕັ້ງຄະນະສະເພາະກິດ ເພື່ອກວດກາ ແລະ ນຳໃຊ້ມາດຕະການ ຕໍ່ການລະເມີດລະບຽບກົດໝາຍ ກ່ຽວກັບ ຢາປາບສັດຕູພືດ;

8. ພິຈາລະນາ, ອະນຸຍາດ, ໂຈະ ຫຼື ຖອນ ໃບອະນຸຍາດດ້ານວິຊາການ ສຳລັບແຕ່ລະປະເພດການດຳເນີນທຸລະກິດຢາປາບສັດຕູພືດ;

9. ພິຈາລະນາ ອອກໃບອະນຸຍາດການນຳເຂົ້າ, ສົ່ງອອກ ແລະ ການສົ່ງຜ່ານຢາປາຍສັດຕູພືດ;

10. ສ້າງ, ພັດທະນາຫຼັກສູດ ແລະ ດຳເນີນການຝຶກອົບຮົມ ກ່ຽວກັບ ຢາປາບສັດຕູພືດໃຫ້ແກ່ ຜູ້ໄດ້ຮັບອະນຸຍາດ, ເຈົ້າໜ້າທີ່ກວດກາຢາປາບສັດຕູພືດ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ພ້ອມທັງອອກໃບຢັ້ງຢືນ;

11. ຮັບ ແລະ ພິຈາລະນາ, ແກ້ໄຂຄໍາສະເໜີ ກ່ຽວກັບ ການດຳເນີນທຸລະກິດຢາປາບສັດຕູພືດ;

12. ປະສານສົບທົບ ກັບບັນດາຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງໃນການປະຕິບັດວຽກງານຄຸ້ມຄອງດຳເນີນທຸລະກິດຢາປາບສັດຕູພືດ ແລະ ມາດຕະການຫຼຸດຜ່ອນຄວາມສ່ຽງຈາກຢາປາບສັດຕູພືດ;

13. ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງດຳເນີນທຸລະກິດຢາປາບສັດຕູພືດ ແລະ ມາດຕະການຫຼຸດຜ່ອນຄວາມສ່ຽງຈາກຢາປາບສັດຕູພືດ ໃຫ້ແກ່ ກະຊວງກະສິກຳ ແລະ ປ່າໄມ້ ຢ່າງເປັນປົກກະຕິ;

14. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 34 ສິດ ແລະ ໜ້າທີ່ຂອງຂະແໜງປູກຝັງ

ໃນການຄຸ້ມຄອງວຽກງານດຳເນີນທຸລະກິດຢາປາບສັດຕູພືດ ຂະແໜງປູກຝັງ ມີສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບ ຂອງຕົນ ດັ່ງນີ້:

1. ຈັດຕັ້ງປະຕິບັດ ຂໍ້ກຳນົດ, ແຈ້ງການ ແລະ ຄູ່ມືດ້ານວິຊາການ ກ່ຽວກັບ ການຄວບຄຸມການດຳເນີນທຸລະກິດຢາປາບສັດຕູພືດ ແລະ ມາດຕະການຫຼຸດຜ່ອນຄວາມສ່ຽງຈາກຢາປາບສັດຕູພືດ;

2. ໂຄສະນາ, ເຜີຍແຜ່ກົດໝາຍ, ດຳລັດ ແລະ ຂໍ້ຕົກລົງສະບັບນີ້;

3. ຕິດຕາມ, ກວດກາ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້;

4. ເຜີຍແຜ່ ແລະ ສະໜອງຄຳແນະນຳ ດ້ານວິຊາການ ກ່ຽວກັບ ອຸປະຕິເຫດຈາກຢາປາບສັດຕູພືດ ແລະ ການຕອບໂຕ້ສຸກເສີນໃຫ້ຜູ້ດຳເນີນທຸລະກິດຢາປາບສັດຕູພືດ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ;

5. ສ້າງ, ພັດທະນາ, ບຳລຸງລະບົບເກັບກຳຂໍ້ມູນສະຖິຕິ ແລະ ລາຍງານ ກ່ຽວກັບ ຢາປາບສັດຕູພືດ;

6. ຄົ້ນຄວ້າ ແລະ ສັງລວມແຜນຄວາມຕ້ອງການຢາປາບສັດຕູພືດໃນແຕ່ລະລະດູການຜະລິດ;

7. ຄົ້ນຄວ້າ ແລະ ສະເໜີແຕ່ງຕັ້ງເຈົ້າໜ້າທີ່ກວດກາຢາປາບສັດຕູພືດ ແລະ ຄະນະສະເພາະກິດ ເພື່ອກວດກາ ແລະ ນຳໃຊ້ມາດຕະການ ຕໍ່ການລະເມີດລະບຽບກົດໝາຍ ກ່ຽວກັບ ຢາປາບ    ສັດຕູພືດ;

8. ສຳຫຼວດ, ເກັບຕົວຢ່າງ ຜະລິດຕະພັນພືດ, ດິນ ແລະ ນໍ້າ ເພື່ອວິໄຈຫາສານຕົກຄ້າງຂອງຢາປາບສັດຕູພືດ ໃນຜະລິດຕະພັນພືດ ແລະ ສິ່ງແວດລ້ອມ;

9. ຄົ້ນຄວ້າ ແລະ ສະເໜີ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ອະນຸຍາດ, ໂຈະ ຫຼື ຖອນ ໃບອະນຸຍາດດ້ານວິຊາການ ສຳລັບ ແຕ່ລະປະເພດການດຳເນີນທຸລະກິດຢາປາບ      ສັດຕູພືດ;

10. ຄົ້ນຄວ້າ ແລະ ສະເໜີ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ອອກໃບອະນຸຍາດການນຳເຂົ້າຢາປາບສັດຕູພືດ;

11. ດຳເນີນການຝຶກອົບຮົມ ກ່ຽວກັບ ຢາປາບສັດຕູພືດໃຫ້ແກ່ຜູ້ໄດ້ຮັບອະນຸຍາດ, ເຈົ້າໜ້າທີ່ກວດກາຢາປາບສັດຕູພືດ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ພ້ອມທັງອອກໃບຢັ້ງຢືນ;

12. ຄົ້ນຄວ້າ ແລະ ສະເໜີ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ໃນການແກ້ໄຂຄໍາສະເໜີ ກ່ຽວກັບ ການດຳເນີນທຸລະກິດຢາປາບສັດຕູພືດ;

13. ປະສານສົບທົບ ກັບບັນດາຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງໃນການປະຕິບັດວຽກງານຄຸ້ມຄອງດຳເນີນທຸລະກິດຢາປາບສັດຕູພືດ ແລະ ມາດຕະການຫຼຸດຜ່ອນຄວາມສ່ຽງຈາກຢາປາບສັດຕູພືດ;

14. ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງດຳເນີນທຸລະກິດຢາປາບສັດຕູພືດ ແລະ ມາດຕະການຫຼຸດຜ່ອນຄວາມສ່ຽງຈາກຢາປາບສັດຕູພືດ ໃຫ້ ກົມປູກຝັງ ແລະ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ຢ່າງເປັນປົກກະຕິ;

15. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 35 ສິດ ແລະ ໜ້າທີ່ຂອງໜ່ວຍງານປູກຝັງ

ໃນການຄຸ້ມຄອງວຽກງານດຳເນີນທຸລະກິດຢາປາບສັດຕູພືດ ໜ່ວຍງານປູກຝັງ ມີສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

1. ຈັດຕັ້ງປະຕິບັດ ຂໍ້ກຳນົດ, ແຈ້ງການ ແລະ ຄູ່ມືດ້ານວິຊາການ ກ່ຽວກັບ ການຄວບຄຸມການດຳເນີນທຸລະກິດຢາປາບສັດຕູພືດ ແລະ ມາດຕະການຫຼຸດຜ່ອນຄວາມສ່ຽງຈາກຢາປາບສັດຕູພືດ;

2. ໂຄສະນາ, ເຜີຍແຜ່ກົດໝາຍ, ດຳລັດ ແລະ ຂໍ້ຕົກລົງສະບັບນີ້;

3. ຕິດຕາມ, ກວດກາ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້;

4. ເຜີຍແຜ່ ແລະ ສະໜອງຄຳແນະນຳດ້ານວິຊາການ ກ່ຽວກັບ ອຸປະຕິເຫດຈາກຢາປາບສັດຕູພືດ ແລະ ການຕອບໂຕ້ສຸກເສີນໃຫ້ຜູ້ດຳເນີນທຸລະກິດຢາປາບສັດຕູພືດ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ;

5. ເກັບກຳຂໍ້ມູນສະຖິຕິ ແລະ ລາຍງານ ກ່ຽວກັບ ຢາປາບສັດຕູພືດ ແລະ ສ້າງແຜນຄວາມຕ້ອງການຢາປາບສັດຕູພືດໃນແຕ່ລະ ລະດູການຜະລິດ;

6. ຄົ້ນຄວ້າ ແລະ ສະເໜີ ພະແນກກະສິກຳ ແລະ ປ່າໄມ້ແຂວງ ແຕ່ງຕັ້ງ ຫຼື ຍົກຍ້າຍ ເຈົ້າໜ້າທີ່ກວດກາຢາປາບສັດຕູພືດ ແລະ ຄະນະສະເພາະກິດ ເພື່ອກວດກາ ແລະ ນຳໃຊ້ມາດຕະການ ຕໍ່ການລະເມີດລະບຽບກົດໝາຍ ກ່ຽວກັບ ຢາປາບສັດຕູພືດ;

7. ຄົ້ນຄວ້າ ມີຄຳເຫັນ ກ່ຽວກັບ ການຂໍອະນຸຍາດດ້ານວິຊາການ ສຳລັບແຕ່ລະປະເພດການດຳເນີນທຸລະກິດຢາປາບສັດຕູພືດ;

8. ຄົ້ນຄວ້າ ແລະ ສະເໜີ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເທດສະບານ, ນະຄອນ ໃນການແກ້ໄຂຄຳສະເໜີ ກ່ຽວກັບ ການດຳເນີນທຸລະກິດຢາປາບສັດຕູພືດ;

9. ປະສານສົບທົບ ກັບບັນດາໜ່ວຍງານ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ໃນການປະຕິບັດວຽກງານຄຸມຄອງດຳເນີນທຸລະກິດຢາປາບສັດຕູພືດ ແລະ ມາດຕະການຫຼຸດຜ່ອນຄວາມສ່ຽງຈາກຢາປາບສັດຕູພືດ;

10. ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງດຳເນີນທຸລະກິດຢາປາບສັດຕູພືດ ແລະ ມາດຕະການຫຼຸດຜ່ອນຄວາມສ່ຽງຈາກຢາປາບສັດຕູພືດ ໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເທດສະບານ, ນະຄອນ ແລະ ຂະແໜງປູກຝັງ ຢ່າງເປັນປົກກະຕິ;

11. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 36 ສິດ ແລະ ໜ້າທີ່ຂອງໜ່ວຍງານເສດຖະກິດ-ການເງິນບ້ານ

ໃນການຄຸ້ມຄອງວຽກງານດຳເນີນທຸລະກິດຢາປາບສັດຕູພືດ ໜ່ວຍງານເສດຖະກິດ-ການເງິນບ້ານມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

1. ໂຄສະນາ, ເຜີຍແຜ່ກົດໝາຍ, ດຳລັດ ແລະ ຂໍ້ຕົກລົງສະບັບນີ້ ລວມທັງ ຂໍ້ກຳນົດ, ແຈ້ງການ ແລະ ຄູ່ມືດ້ານວິຊາການ ກ່ຽວກັບ ການຄວບຄຸມການດຳເນີນທຸລະກິດຢາປາບສັດຕູພືດ ແລະ ມາດຕະການຫຼຸດຜ່ອນຄວາມສ່ຽງຈາກຢາປາບສັດຕູພືດ;

2. ເຂົ້າຮ່ວມ ໃນການຕິດຕາມ ແລະ ກວດກາການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ພ້ອມທັງແຈ້ງຂໍ້ມູນອຸບັດຕິເຫດ ຫຼື ເຫດການສຸກເສີນກ່ຽວກັບຢາປາບສັດຕູພືດ;

3. ຕ້ານ ແລະ ສະກັດກັ້ນ ການດຳເນີນທຸລະກິດຢາປາບສັດຕູພືດ ໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;

4. ເຂົ້າຮ່ວມ ໃນການໄກ່ເກ່ຍບັນຫາ ແລະ ແກ້ໄຂຄຳສະເໜີ ກ່ຽວກັບ ການດຳເນີນທຸລະກິດຢາປາບສັດຕູພືດ;

5. ລາຍງານ ການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງດຳເນີນທຸລະກິດຢາປາບສັດຕູພືດ ແລະ ມາດຕະການຫຼຸດຜ່ອນຄວາມສ່ຽງຈາກຢາປາບສັດຕູພືດ ໃຫ້ອົງການປົກຄອງບ້ານ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເທດສະບານ, ນະຄອນ;

6. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 37 ສິດ ແລະ ໜ້າທີ່ຂອງດ່ານກັກກັນພືດ

ໃນການຄຸ້ມຄອງວຽກງານດຳເນີນທຸລະກິດຢາປາບສັດຕູພືດ ດ່ານກັກກັນພືດ ມີສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

1. ຈັດຕັ້ງປະຕິບັດ ຂໍ້ກຳນົດ, ແຈ້ງການ ແລະ ຄູ່ມືດ້ານວິຊາການ ກ່ຽວກັບ ການຄວບຄຸມການດຳເນີນທຸລະກິດຢາປາບສັດຕູພືດ ແລະ ມາດຕະການຫຼຸດຜ່ອນຄວາມສ່ຽງຈາກຢາປາບສັດຕູພືດ;

2. ສະກັດກັ້ນການລະເມີດ ກົດໝາຍ, ດຳລັດ ແລະ ຂໍ້ຕົກລົງສະບັບນີ້ ພ້ອມທັງເກັບກຳຂໍ້ມູນເບື້ອງຕົ້ນ ກ່ຽວກັບ ການກະທຳຜິດ ແລະ ການລາຍງານໃຫ້ການຈັດຕັ້ງທີ່ກ່ຽວຂ້ອງ ເພື່ອແກ້ໄຂ;

3. ອໍານວຍຄວາມສະດວກໃຫ້ແກ່ການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານຢາປາບສັດຕູພືດ ລວມທັງ ວັດຖູປະກອນທີ່ນຳໃຊ້ກັບຢາປາບສັດຕູພືດ ແລະ ປ້ອງກັນຮ່າງກາຍຢ່າງວ່ອງໄວ, ໂປ່ງໄສ ແລະຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;

4. ປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ ໃນຂອບເຂດດ່ານ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອຄວາມເປັນເອກະພາບໃນການປະຕິບັດວຽກງານ;

5. ກວດກາ, ທົດສອບ ແລະ ເກັບຕົວຢ່າງຢາປາບສັດຕູພືດເພື່ອການວິໄຈຄຸນນະພາບ ຫຼື ນຳໃຊ້ເປັນຫຼັກຖານ ຕາມເງື່ອນໄຂການນຳເຂົ້າ ທີ່ກຳນົດໄວ້ໃນໃບອະນຸຍາດ;

6. ອະນຸຍາດ ຫຼື ປະຕິເສດ ການນຳເຂົ້າ ແລະ ສົ່ງຜ່ານຢາປາບສັດຕູພືດ ທີ່ສອດຄ່ອງກັບມາດຕະຖານ ແລະ ເງື່ອນໄຂການນຳເຂົ້າ ແລະ ສົ່ງຜ່ານ ທີ່ກຳນົດໄວ້ໃນໃບອະນຸຍາດ;

7. ເກັບຄ່າທຳນຽມ ແລະ ຄ່າບໍລິການວິຊາການຕາມລັດຖະບັນຍັດຂອງປະທານປະເທດ ທີ່ປະກາດໃຊ້ໃນແຕ່ລະໄລຍະ;

8. ສະຫຼຸບ ແລະ ລາຍງານ ກ່ຽວກັບ ການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ຢາປາບສັດຕູພືດໃຫ້ຂັ້ນເທິງຂອງຕົນ ຢ່າງເປັນປົກກະຕິ;

9. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ ແລະ ລະບຽບການ.

ໝວດທີ 6
ອົງການກວດກາວຽກງານດຳເນີທຸລະກິດຢາປາບສັດຕູພືດ

ມາດຕາ 38 ອົງການກວດກາວຽກງານດຳເນີນທຸລະກິດຢາປາບສັດຕູພືດ

ອົງການກວດກາວຽກງານດຳເນີນທຸລະກິດຢາປາບສັດຕູພືດ ແມ່ນອົງການດຽວກັນກັບ ອົງການກວດກາວຽກງານຢາປາບສັດຕູພືດ ຕາມທີ່ກຳນົດໄວ້ໃນມາດຕາ 58 ຂອງດໍາລັດ ຊຶ່ງປະກອບດ້ວຍ:

1. ອົງການກວດກາພາຍໃນ ແມ່ນ ອົງການດຽວກັນກັບ ອົງການກວດກາວຽກງານຄຸ້ມຄອງດຳເນີນທຸລະກິດຢາປາບສັດຕູພືດ ທີ່ກຳນົດໄວ້ໃນມາດຕາ 32 ຂອງຂໍ້ຕົກລົງສະບັບນີ້;

2. ອົງການກວດກາພາຍນອກ ແມ່ນ ສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ອົງການກວດສອບແຫ່ງລັດ, ອົງການກວດກາລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ສື່ມວນຊົນ ແລະ ພົນລະເມືອງ.

ສຳລັບເນື້ອໃນ ແລະ ຮູບການກວດກາວຽກງານດຳເນີນທຸລະກິດຢາປາບສັດຕູພືດ ແມ່ນໃຫ້ປະຕິບັດຕາມມາດຕາ 59 ແລະ 60 ຂອງດຳລັດ.

ມາດຕາ 39 ມາດຕະຖານ ແລະ ເງື່ອນໄຂຂອງເຈົ້າໜ້າທີ່ກວດກາ

ມາດຕະຖານ ແລະ ເງື່ອນໄຂ ຂອງເຈົ້າໜ້າທີ່ກວດກາຢາປາບສັດຕູພືດ ຕາມທີ່ກຳນົດໄວ້ໃນມາດຕາ 61 ຂອງດຳລັດ ດັ່ງນີ້:

1. ມີຄຸນສົມບັດ, ຫ້າວຫັນຕໍ່ໜ້າທີ່ວຽກງານ, ມະນຸດສຳພັນດີ ແລະ ຮູ້ປະສານງານກັບພາກສ່ວນກ່ຽວຂ້ອງ;

2. ມີຄວາມເຂົ້າໃຈ ແລະ ກຳໄດ້ກົດໝາຍ, ດຳລັດ, ຂໍ້ຕົກລົງສະບັບນີ້ ແລະ ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງໃນລະດັບທີ່ແນ່ນອນ;

3. ມີຫົວຄິດປະດິດສ້າງ, ມັກຊອກຮູ້ຮ່ຳຮຽນເພື່ອປັບປຸງ ແລະ ພັດທະນາວຽກງານຂອງຕົນເອງທີ່ການຈັດຕັ້ງມອບໝາຍໃຫ້;

4. ຈົບການສຶກສາລະດັບປະລິນຍາຕີຂຶ້ນໄປ ແລະ ເປັນພະນັກງານ-ລັດຖະກອນ ມາແລ້ວຢ່າງໜ້ອຍ ສອງ ປີ ແລະ ໄດ້ຜ່ານການຝຶກອົບຮົມ ກ່ຽວກັບ ການກວດກາຢາປາບສັດຕູພືດ;

5. ບໍ່ດຳເນີນທຸລະກິດໂດຍການເປັນເຈົ້າຂອງ, ເປັນຄະນະອຳນວຍການ, ເປັນຂາຮຸ້ນ, ເປັນຜູ້ຈັດການຫົວໜ່ວຍທຸລະກິດ ຫຼື ມີຄົນໃນຄອບຄົວດຳເນີນທຸລະກິດ ກ່ຽວກັບ ຢາປາບສັດຕູພືດ;

6. ມີຄວາມຮູ້ ແລະ ຄວາມສາມາດໃນການ ຂຽນ ແລະ ອ່ານ ພາສາອັງກິດ;

7. ມີສຸຂະພາບແຂງແຮງ, ປະຫວັດຈະແຈ້ງ ແລະ ບໍ່ເຄີຍຕ້ອງໂທດ ຫຼື ຖືກວິໄນ.

ມາດຕາ 40 ສິດ ແລະ ໜ້າທີ່ຂອງເຈົ້າໜ້າທີ່ກວດກາ

ນອກຈາກສິດ ແລະ ໜ້າທີ່ ທີ່ໄດ້ກຳນົດໄວ້ໃນມາດຕາ 62 ຂອງດຳລັດ, ເຈົ້າໜ້າທີ່ກວດກາຢາປາບສັດຕູພືດ ຍັງມີສິດ ແລະ ໜ້າທີ່ ດັ່ງນີ້:

1. ໃຫ້ຜູ້ຖືກກວດກາ ປະກອບ ຫຼື ສຳເນົາບົດບັນທຶກ, ເອກະສານທັງໝົດ ຫຼື ສ່ວນໃດໜຶ່ງ ທີ່ກ່ຽວຂ້ອງກັບການກວດກາ;

2. ຖ່າຍຮູບເພື່ອນຳໃຊ້ເປັນຫຼັກຖານ;

3. ສະເໜີໃຫ້ອົງການອອກໃບອະນຸຍາດ ໂຈະ ຫຼື ຖອນ ໃບອະນຸຍາດດ້ານວິຊາການ ໃນກໍລະນີພົບການລະເມີດ;

4. ເຮັດບົດບັນທຶກການກວດກາຮ່ວມກັບຜູ້ຖືກກວດກາ ກ່ຽວກັບ ບັນດາມາດຕະການແກ້ໄຂເພື່ອເປັນບ່ອນອີງ ໃຫ້ແກ່ການຈັດຕັ້ງປະຕິບັດ;

5. ຄົ້ນຄວ້າ ແລະ ສະເໜີ ອົງການໄອຍະການປະຊາຊົນ ເພື່ອພິຈາລະນາສັ່ງຟ້ອງຂື້້ນສານໃນກໍລະນີມີການລະເມີດກົດໝາຍ, ດຳລັດ ຫຼື ຂໍ້ຕົກລົງສະບັບນີ້ ທີ່ເປັນການກະທໍາຜິດທາງອາຍາ.

ມາດຕາ 41 ຂັ້ັນຕອນການກວດກາ         

ການກວດກາວຽກງານດຳເນີນທຸລະກິດຢາປາບສັດຕູພືດ ແລະ ມາດຕະການຫຼຸດຜ່ອນຄວາມສ່ຽງຈາກຢາປາບສັດຕູພືດ ໃຫ້ດຳເນີນການຂັ້ນຕອນ ດັ່ງນີ້:

1. ການແຕ່ງຕັ້ງ ໃຫ້ດຳເນີນການກວດກາ;

2. ການສະເໜິີຕົວ;

3. ການເອົາຄຳໃຫ້ການເບື້ອງຕົ້ນ;

4. ການເກັບຫຼັກຖານ;

5. ການເຮັດບົດບັນທຶກ;

6. ການລາຍງານ ແລະ ພິຈາລະນາ ຜົນການກວດກາ;

7. ການແກ້ໄຂຜົນການກວດກາ.

ມາດຕາ 42 ການແຕ່ງຕັ້ງ ໃຫ້ດຳເນີນການກວດກາ

ອົງການອອກໃບອະນຸຍາດ ເປັນຜູ້ແຕ່ງຕັ້ງເຈົ້າໜ້າທີ່ກວດກາຢາປາບສັດຕູພືດ ເພື່ອດຳເນີນການກວດກາໃນແຕ່ລະຄັ້ງ ຕາມການແບ່ງຂັ້ນຄຸ້ມຄອງ, ເວັ້ນເສຍແຕ່ໃນກໍລະນີທີ່ຈຳເປັນ ແລະ ຮີບດ່ວນ.

ການແຕ່ງຕັ້ງໃຫ້ດຳເນີນການກວດກາໃນແຕ່ລະຄັ້ງ ຕ້ອງປະກອບມີ ເຈົ້າໜ້າທີ່ກວດກາຢາປາບ ສັດຕູພືດ ຜູ້ກວດກາຢ່າງໜ້ອຍ ສອງ ຄົນ.

ມາດຕາ 43 ການສະເໜີຕົວ

ກ່ອນການດຳເນີນການກວດກາໃນແຕ່ລະຄັ້ງ ເຈົ້າໜ້າທີ່ກວດກາຢາປາບສັດຕູພືດຕ້ອງສະແດງບັດ ແລະ ແຈ້ງຂໍ້ຕົກລົງ ກ່ຽວກັບ ການອະນຸຍາດໃຫ້ມີການກວດກາ ເພື່ອໃຫ້ຜູ້ຖືກກວດກາໄດ້ຮັບຊາບ ແລະ ໃຫ້ຄວາມຮ່ວມມື. ສຳລັບການກວດກາໃນກໍລະນີທີ່ຈຳເປັນ ແລະ ຮີບດ່ວນ ສາມາດສະແດງແຕ່ບັດເຈົ້າໜ້າທີ່ກວດກາຢາປາບສັດຕູພືດ ກ່ອນດຳເນີນການກວດກາ.

ມາດຕາ 44 ການເອົາຄໍາໃຫ້ການເບື້ອງຕົ້ນ

ໃນກໍລະນີເຈົ້າໜ້າທີ່ກວດກາຢາປາສັດຕູພືດມີຫຼັກຖານພຽງພໍ ກ່ຽວກັບ ການລະເມີດດຳລັດ ຫຼື ຂໍ້ຕົກລົງສະບັບນີ້ ຊຶ່ງມີລັກສະນະເບົາບາງ, ບໍ່ເປັນການກະທຳຜິດທາງອາຍາ ແລະ ເປັນການລະເມີດຄັ້ງທີ ໜຶ່ງແມ່ນໃຫ້ສຶກສາອົບຮົມ ແລະ ເຮັດບົດບັນທຶກຮ່ວມກັນ, ໃນກໍລະນີເປັນຄັ້ງທີສອງ ແມ່ນໃຫ້ຍຶດອຸປະກອນແລະ ຢາປາບສັດຕູພືດ, ຍົກເວັ້ນກໍລະນີທີ່ເປັນການກະທຳຜິດທາງອາຍາ ແມ່ນໃຫ້ຍຶດຢາປາບສັດຕູພືດ, ອຸປະກອນ, ພາຫະນະ ແລະ ເອກະສານທີ່ກ່ຽວຂ້ອງກັບການກະທຳຜິດ ພ້ອມທັງເອົາຄຳໃຫ້ການເບື້ອງຕົ້ນ ປະກອບເປັນຂໍ້ມູນເຂົ້າໃນບົດບັນທຶກ ເພື່ອລາຍງານໃຫ້ຜູ້ແຕ່ງຕັ້ງ ຕາມທີ່ກຳນົດໄວ້ໃນ ມາດຕາ 42 ຂອງ ຂໍ້ຕົກລົງສະບັບນີ້ ແລະ ອົງການທີ່ກ່ຽວຂ້ອງ.

ມາດຕາ 45 ການເກັບຫຼັກຖານ

ຢາປາບສັດຕູພືດ, ວັດຖູປະກອນ ຫຼື ພາຫະນະຂົນສົ່ງ ທີ່ຖືກຍຶດ ຫຼື ອາຍັດເປັນຂອງກາງນັ້ນ ໃຫ້ເຈົ້າໜ້າທີ່ກວດກາຢາປາບສັດຕູພືດ, ບຸກຄົນ ຫຼື ພາກສ່ວນທີ່ໄດ້ມອບໝາຍ ເປັນຜູ້ປົກປັກຮັກສາໄວ້ເປັນຫຼັກຖານ ຊຶ່ງຕ້ອງຮັບປະກັນບໍ່ໃຫ້ຕົກເຮ່ຍເສຍຫາຍ.

ມາດຕາ 46 ການເຮັດບົດບັນທຶກ

ການດຳເນີນການກວດກາ ແລະ ການເອົາຄຳໃຫ້ການເບື້ອງຕົ້ນໃນແຕ່ລະຄັ້ງ, ເຈົ້າໜ້າທີ່ກວດກາຢາປາບສັດຕູພືດ ຕ້ອງເຮັດບົດບັນທຶກການກວດກາ ຫຼື ການເອົາຄຳໃຫ້ການເບື້ອງຕົ້ນ ໂດຍຊ້ອງໜ້າຜູ້ຖືກກວດກາ ແລະ ມອບໃຫ້ຜູ້ຖືກກວດກາອ່ານ. ໃນກໍລະນີທີ່ຜູ້ຖືກກວດກາບໍ່ສາມາດອ່ານໄດ້ ແມ່ນໃຫ້ບຸກຄົນ     ທີສາມ ອ່ານໃຫ້ຟັງ ແລ້ວໃຫ້ຜູ້ຖືກກວດກາລົງລາຍເຊັນ ແລະ ຂຽນຊື່ຂອງຕົນ ຫຼື ແປະໂປ້ມືໃສ່ບົດບັນທຶກນັ້ນ, ຫຼັງຈາກນັ້ນ ເຈົ້າໜ້າທີ່ກວດກາຢາປາບສັດຕູພືດຈຶ່ງລົງລາຍເຊັນ ແລະ ຂຽນຊື່ຂອງຕົນເປັນຜູ້ສຸດທ້າຍ.

ໃນກໍລະນີ ຜູ້ຖືກກວດກາ ບໍ່ຍອມລົງລາຍເຊັນ ຫຼື ຂຽນຊື່ຕົນເອງ ຫຼື ແປະໂປ້ໃສ່ບົດບັນທຶກ ກໍໃຫ້ໝາຍເຫດໄວ້ຕອນທ້າຍຂອງບົດບັນທຶກ. ບົດບັນທຶກການກວດກາ ຫຼື ການເອົາຄຳໃຫ້ການເບື້ອງຕົ້ນນັ້ນ ຕ້ອງເຮັດເປັນ ສາມສະບັບ, ໜຶ່ງສະບັບ ເກັບໄວ້ໃນສຳນວນຄະດີ ຊຶ່ງແມ່ນເຈົ້າໜ້າທີ່ກວດກາຢາປາບສັດຕູພືດເປັນຜູ້ຮັກສາ, ໜຶ່ງສະບັບ ມອບໃຫ້ຜູ້ຖືກກວດກາ ແລະ ອີກໜຶ່ງສະບັບທີ່ເປັນສະບັບຕົ້ນຕ້ອງສຳເນົາໄວ້ນຳອົງການຄຸ້ມຄອງວຽກງານດໍາເນີນທຸລະກິດຢາປາບສັດຕູພືດ.

ໃນກໍລະນີທີ່ບໍ່ພົບເຫັນເປົ້າໝາຍການກວດກາ, ເຈົ້າໜ້າທີ່ກວດກາຢາປາບສັດຕູພືດ ຕ້ອງຕິດປະກາດ ແຈ້ງການພາຍໃນເວລາ ຊາວສີ່ ຊົ່ວໂມງ ພາຍຫຼັງທີ່ສຳເລັດການກວດກາ ເພື່ອໃຫ້ເຈົ້າຂອງຢາປາບສັດຕູພືດ ຫຼື ວັດຖູປະກອນທີ່ກ່ຽວຂ້ອງກັບຢາປາບສັດຕູພືດນັ້ນ ເຂົ້າມາຕິດຕາມ ແລະ ພົວພັນເອົາສິນຄ້າຄືນ. ປະກາດແຈ້ງການດັ່ງກ່າວ ຕ້ອງຕິດໄວ້ຢູ່ຕໍ່ໜ້າສຳນັກງານຂອງອົງການຄຸ້ມຄອງວຽກງານດໍາເນີນທຸລະກິດຢາປາບ        ສັດຕູພືດ ແລະ ຕາມສະຖານທີ່ສາທາລະນະ. ຜູ້ເປັນເຈົ້າຂອງ ຕ້ອງມາພົວພັນເອົາສິນຄ້າ ແລະ ເຄື່ອງຂອງນັ້ນ ພາຍໃນເວລາ ຊາວເອັດ ວັນ ນັບແຕ່ວັນຕິດປະກາດເປັນຕົ້ນໄປ, ຖ້າກາຍເວລາດັ່ງກ່າວແລ້ວ ສິນຄ້າ, ເຄື່ອງຂອງນັ້ນ ຈະຕົກເປັນຂອງລັດ.

ມາດຕາ 47 ການລາຍງານ ແລະ ພິຈາລະນາຜົນການກວດກາ

ພາຍຫຼັງທີ່ສຳເລັດການກວດກາແລ້ວ ເຈົ້າໜ້າທີ່ກວດກາຢາປາບສັດຕູພືດ ຕ້ອງເຮັດບົດລາຍງານຄັດຕິດກັບບົດບັນທຶກການກວດກາ ໃຫ້ຜູ້ແຕ່ງຕັ້ງ ພາຍໃນເວລາ ຫ້າ ວັນລັດຖະການ ນັບແຕ່ວັນສິ້ນສຸດການກວດກາເປັນຕົ້ນໄປ ເພື່ອພິຈາລະນາ.

ຜູ້ແຕ່ງຕັ້ງໃຫ້ກວດກາ ຕ້ອງພິຈາລະນາ ແລະ ມີຄຳເຫັນ ພາຍໃນ ຫ້າ ວັນລັດຖະການ ນັບແຕ່ວັນໄດ້ຮັບບົດລາຍງານ ຜົນການກວດກາຢາປາບສັດຕູພືດ ເປັນຕົ້ນໄປ ພ້ອມທັງແຈ້ງຜົນການພິຈາລະນາ ເປັນລາຍລັກອັກສອນ ໃຫ້ຜູ້ຖືກກວດກາຊາບ ພາຍໃນ ສາມ ວັນລັດຖະການ.

ມາດຕາ 48 ການແກ້ໄຂຜົນການກວດກາ

ການລະເມີດ ກົດໝາຍ, ດຳລັດ ແລະ ຂໍ້ຕົກລົງສະບັບນີ້ ອົງການຄຸ້ມຄອງວຽກງານດໍາເນີນທຸລະກິດຢາປາບສັດຕູພືດ ສາມາດແກ້ໄຂໄດ້ ແມ່ນການລະເມີດບັນດາຂໍ້ຫ້າມທີ່ກົດໝາຍ ແລະ ດຳລັດໄດ້ກຳນົດໃຫ້ແກ້ໄຂ ດ້ວຍມາດຕະການດ້ານບໍລິຫານ ຫຼື ການສົມຍອມຄະດີ. ສ່ວນການລະເມີດຄັ້ງທີສອງ ຫຼື ການລະເມີດ ທີ່ມີລັກສະນະຮ້າຍແຮງ ທີ່ກົດໝາຍ ແລະ ດຳລັດ ໄດ້ກຳນົດໃຫ້ແກ້ໄຂດ້ວຍມາດຕະການປັບໄໝ ແລະ ມາດຕະການທາງອາຍາ, ອົງການຄຸ້ມຄອງວຽກງານດໍາເນີນທຸລະກິດຢາປາບສັດຕູພືດ ຕ້ອງສະເໜີການຈັດຕັ້ງຂັ້ນເທິງຕົນ ແຕ່ງຕັ້ງຄະນະສະເພາະກິດ ເພື່ອກວດກາ ແລະ ນຳໃຊ້ມາດຕະການ ຕໍ່ການລະເມີດລະບຽບກົດໝາຍ ກ່ຽວກັບ ຢາປາບສັດຕູພືດ.

ໝວດ 7
ບົດບັນຍັດສຸດທ້າຍ

ມາດຕາ 49 ການຈັດຕັ້ງປະຕິບັດ

ກົມປູກຝັງ ເປັນໃຈກາງໃນການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້, ໃນການຮ່ວມມື ກັບບັນດາ ກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ  ເພື່ອຈັດຕັ້ງປະຕິບັດຕາມຂໍ້ຕົກລົງສະບັບນີ້ ຢ່າງມີປະສິດທິຜົນ.

ມາດຕາ 50 ຜົນສັກສິດ

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນ ແລະ ພາຍຫຼັງໄດ້ລົງເຜີຍແຜ່ໃນຈົດໝາຍເຫດທາງລັດຖະການ ສິບຫ້າ ວັນ.

ຂໍ້ກຳນົດ ຫຼື ບົດບັນຍັດໃດທີ່ຂັດກັບຂໍ້ຕົກລົງສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ຮອງ ລັດຖະມົນຕີ
ທອງພັດ ວົງມະນີ

 

# ຫົວຂໍ້ ດາວໂຫຼດ
1 Decision on the Management of Pesticide Business Operation No. 0238/MAF, dated 14 February 2019 PDF
2 ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງການດຳເນີນທຸລະກິດຢາປາບສັດຕູພືດ ເລກທີ 0238/ກປ, ລົງວັນທີ 14 ກຸມພາ 2019 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ຂື້ນທະບຽນຜູ້ດໍາເນີນທຸລະກິດສົ່ງອອກ - ຢາປາບສັດຕູພືດ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ກະສິກຳ ແລະ ປ່າໄມ້ ການດໍາເນີນທຸລະກິດ ສົ່ງອອກຢາປາບສັດຕູພືດຕ້ອງໄດ້ຮັບອະນຸຍາດ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງການດຳເນີນທຸລະກິດຢາປາບສັດຕູພືດ ເລກທີ 0238/ກປ, ລົງວັນທີ 14 ກຸມພາ 2019 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.