ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ
ຫ້ອງການກະຊວງ                 ເລກທີ 0489/ຫກງ
ນະຄອນຫຼວງວຽງຈັນ, ວັນທີ 05 ມີນາ 2019

​​​​​​​ແຈ້ງການ

 ເຖິງ: - ການຈັດຕັ້ງພາກລັດ ແລະ ອົງການຈັດຕັ້ງສາກົນ
      - ວິສາຫະກິດສ່ວນບຸກຄົນ ຫຼື ນິຕິບຸກຄົນ

ເລຶ່ອງ: ການອອກເລກປະຈຳຕົວຜູ້ເສຍອາກອນ (TIN)

  • ອິງຕາມ ດຳລັດວ່າດ້ວຍເລກປະຈຳຕົວຜູ້ເສຍອາກອນ ເລກສະບັບທີ 354\ນຍ, ລົງວັນທີ 05 ຕຸລາ 2007;
  • ອິງຕາມ ຂໍ້ຕົກລົງ  ສະບັບເລກທີ່ 2929/ກງ, ລົງວັນທີ 31 ສິງຫາ 2017 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການກະຊວງການເງິນ;
  • ອິງຕາມ ໜັງສືສະເໜີຂອງ ກົມສ່ວຍສາອາກອນ ສະບັບເລກທີ 0804\ກສອ ລົງວັນທີ 01 ມີນາ 2019.

         ເພືອເຮັດໃຫ້ການອອກເລກປະຈຳຕົວຜູ້ເສຍອາກອນ ມີຄວາມສະດວກ, ວອງໄວ, ງ່າຍດ່າຍ ແລະ ໄດ້ຮັບປະສິດທິຜົນສູງ.

         ຫ້ອງການ ກະຊວງການເງິນ ຂໍຖືເປັນກຽດແຈ້ງມາຍັງ ບຸກຄົນ, ນິຕິບຸກຄົນ, ແລະ ການຈັດຕັ້ງໃນຂອບເຂດທົ່ວປະເທດ ຊາບດັ່ງນີີ້:

1. ກົມສ່ວຍສາອາກອນ ກະຊວງການເງິນ, ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງອຸດສາຫະກຳ ແລະ ການຄ້າ

ໄດ້ເຊື່ອມໂຍງລະບົບ ເພື່ອອອກເລກປະຈຳຕົວຜູ້ເສຍອາກອນ ພ້ອມດຽວກັບການອອກໃບທະບຽນວິສາຫະກິດ. ສະນັ້ນ, ບຸກຄົນ, ນິຕິບຸກຄົນ, ທີ່ໄດ້ແຈ້ງຂຶ້ນທະບຽນວິສາຫະກິດນຳຂະແໜງອຸດສາຫະກຳ ແລະ ການຄ້າ ຊຶ່ງຕ້ອງໄດ້ອອກເລກບັດປະຈຳຕົວຜູ້ເສຍອາກອນ ດັງນີ້:

- ສຳລັບແຂວງໃດທີ່ມີໂຄງການສ້າງລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນ ‘Tax Ris’ ແລ້ວ. ບຸກຄົນ, ນິຕິບຸກຄົນ  ທີ່ໄດ້ແຈ້ງຂຶ້ນທະບຽນວິສາຫະກິດ ແມ່ນຈະໄດ້ຮັບເລກປະຈຳຕົວຜູ້ເສຍອາກອນພ້ອມກັບໃບທະບຽນວິສາຫະກິດ  ດ້ວຍວິທີການປ້ອນຂໍ້ມູນຂອງຜູ້ທີ່ແຈ້ງຂຶ້ນຂອງທະບຽນວິສາຫະກິດ ໂດຍເຈົ້າໜ້າທີ່ທະບຽນວິສາຫະກິດ ເຂົ້າໃນລະບົບອອກໃບທະບຽນວິສາຫະກິດ ເມື່ອຂໍ້ມູນໄດ້ຖືກຮັບຮອງອອກໃບທະບຽນວິສາຫະກິດແລ້ວຂໍ້ມູນດັງກ່າວຈະຖືກສົ່ງທາງເອເລັກໂທຮນິກຫາລະບົບ Tax Ris  ຂອງກົມສ່ວຍສາອາກອນ  ແລະ ລະບົບ Tax Ris  ຈະອອກເລກປະຈຳຕົວຜູ້ເສຍອາກອນແບບອັດຕາໂນມັດແລ້ວ  ສົ່ງກັບຄືນໃຫ້ລະບົບອອກໃບທະບຽນວິສາຫະກິດ ເພື່ອອອກໃບທະບຽນວິສາຫະກິດ ພ້ອມດ້ວຍເລກປະຈຳຕົວຜູ້ເສຍອາກອນ ໂດຍບໍ່ຕ້ອງກັບເຂົ້າມາພົວພັນຄືນກັບຫ້ອງການສ່ວຍສາອາກອນ;

- ສຳລັບວິສາຫະກິດໃດທີ່ເຄື່ອນໄຫວທຸລະກິດມາແລ້ວ ຍັງບໍ່ທັນມີເລກບັດປະຈຳຕົວຜູ້ເສຍອາກອນ (12 ຕົວເລກ) ແມ່ນໃຫ້ປະກອບຄຳຮ້ອງຂໍເລກປະຈຳຕົວຜູ້ເສຍອາກອນ  ແລ້ວຢື່ນຕໍ່ຫ້ອງການສ່ວຍສາອາກອນບ່ອນທີ່ຕົນຂຶ້ນກັບ ເພື່ອອອກເລກປະຈຳຕົວຜູ້ເສຍອາກອນອອກໃຫ້, ສ່ວນສ່ວຍສາອາກອນເມືອງໃດທີ່ຍັງບໍ່ໄດ້ນຳໃຊ້ລະບົບ Tax Ris  ແມ່ນສົ່ງສຳນວນຄຳຮ້ອງດັ່ງກ່າວ ໃຫ້ສ່ວຍສາອາກອນປະຈຳນະຄອນຫລວງ ຫຼື ແຂວງ ທີ່ເມື່ອງນັ້ນຂຶ້ນກັບ ເປັນຜູ້ອອກເລກບັດປະຈຳຕົວຜູ້ເສຍອາກອນໃຫ້ວິສາຫະກິດ.

2. ການອອກເລກປະຈຳຕົວຜູ້ເສຍອາກອນ ດ້ວຍລະບົບ Tax Ris   ແມ່ນຈະຈຳແນກຜູ້ທີ່ຢູ່ໃນລະບົບອາກອນມູນຄ່າເພີ່ມ ຫຼື ບໍ່ຢູ່ໃນລະບົບອາກອນມູນຄ່າເພີ່ມ ໄວ້ຢູ່ໃນລະບົບເທົ່ານັ້ນ ຈະບໍ່ໄດ້ສະແດງໃຫ້ເຫັນຢູ່ໃນໂຄງປະກອບເລກປະຈຳຕົວເລກໃດ ຄືກັນກັບການອອກໃຫ້ໃນເມື່ອກ່ອນ  ຊຶ່ງກຳນົດ ດ້ວຍເລກ 9 ແມ່ນຢູ່ໃນລະບົບອາກອນມູນຄ່າເພີ່ມ ຫຼື ເລກ 0 ແມ່ນບໍ່ຢູ່ໃນລະບົບອາກອນມູນຄ່າເພີ່ມ;

3. ໃບທະບຽນວິສາຫະກິດທີ່ມີເລກບັດປະຈຳຕົວຜູ້ເສຍອາກອນ  ແມ່ນສາມາດນຳໃຊ້ ແລະ ປ່ຽນແທນໃບຍັ້ງຢືນການອອກເລກປະຈຳຕົວຜູ້ເສຍອາກອນ ແລະ ໃບທະບຽນອາກອນ ທີ່ໃຊ້ເພື່ອການຢັ້ງຢືນທາງລັດຖະການຕ່າງໆໃນເມື່ອກ່ອນ; ຫ້າມສ່ວຍສາອາກອນປະຈຳ ແຂວງ ແລະ ເມືອງ ອອກທະບຽນອາກອນ ຫຼຶ່ ອອກໃບຢັ້ງຢືນຕື່ມອິກ ພາຍຫລັງທີ່ວິສາຫະກິດໄດ້ໃບທະບຽນວິສາຫະກິດ ທີ່ມີເລກປະຈຳຕົວຜູ້ເສຍອາກອນແລ້ວ;

4.ວິສາຫະກິດທີ່່ໄດ້ຮັບການຂຶ້ນທະບຽນວິສາຫະກິດພ້ອມເລກປະຈຳຕົວຜູ້ເສຍອາກອນແລ້ວ ຖືວ່າວິສາຫະກິດດັ່ງກ່າວ ໄດ້ຮັບຊາບ, ເຂົ້າໃຈ ກ່ຽວກັບການປະຕິບັດພັນທະອາກອນ, ປະຕິບັດການຖຶບັນຊີຢ່າງຖືກຕ້ອງ ແລະ ປະຕິບັດອື່ນໆ ຕາມກົດໝາຍຂອງ ສປປ ລາວ ໄດ້ກຳນົດ;

5. ສຳລັບວິສາຫະກິດທີ່ໄດ້ຂຶ້ນທະບຽນວິສາຫະກິດໃໝ່ ເພື່ອໃຫ້ສາມາດເຄື່ອນໄຫວທຸລະກິດ ແລະ ສາມາດເປີດບັນຊີເງິນຝາກໃນການເຄື່ອນໄຫວທຸລະກິດໄດ້ ພາຍໃນປີທີ່ໄດ້ຂຶ້ນທະບຽນໃໝ່ນັ້ນ ແມ່ນໃຫ້ຖືເອົາໃບທະບຽນວິສາຫະກິດທີ່ມີເລກປະຈຳຕົວຜູ້ເສຍອາກອນ ເປັນເອກະສານຢັ້ງຢືນ ແລະ ເປັນເອກະສານການສະເໜີຕ່າງໆ;

6. ຜູ້ອຳນວຍການ ຫລື ເຈົ້າຂອງ ວິສາຫະກິດທີ່ຂຶ້ນທະບຽນໃໝ່ ພາຍຫລັງໄດ້ຮັບໃບທະບຽນວິສາຫະກິດທີ່ມີເລກປະຈຳຕົວຜູ້ເສຍອາກອນແລ້ວ ຕ້ອງເຂົ້າມາຮັບຟັງການປະຖົມນິເທດ ກ່ຽວກັບການປະຕິບັດພັນທະອາກອນຕ່າງໆ ນຳຂະແໜງສ່ວຍສາອາກອນ ບ່ອນທີ່ຕົນຂຶ້ນກັບ ພາຍໃນກຳນົດ 30 ວັນ ນັບແຕ່ວັນທີໄດ້ອອກໃບທະບຽນວິສາຫະກິດເປັນຕົ້ນໄປ, ຖ້າວິສາຫະກິດດັງກ່າວຫາກບໍ່ເຂົ້າມາຮັບຟັງການປະຖົມນິເທດ ຕາມກຳນົດເວລາດັ່ງກ່າວ ຖືວ່າວິສາຫະກິດ ໄດ້ຮັບຊາບ ແລະ ເຂົ້າໃຈ  ໃນການຈັດຕັ້ງປະຕິບັດການມອບພັນທະອາກອນ ແລະ ພ້ອມໃຫ້ປະຕິບັດມາດຕະການຕ່າງຕາມທີ່ລະບຽບ ແລະ ກົດໝາຍ ໄດ້ກຳນົດ ໃນກໍລະນີທີ່ວິສາຫະກິດໄດ້ມີການລະເມີດ.

       ດັ້ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ ຢ່າງເຂັມງວດ.

ຫົວໜ້າຫ້ອງການກະຊວງ
ສຳເພົາ ເລົ່າສີ

​​​​​​​

# ຫົວຂໍ້ ດາວໂຫຼດ
1 ແຈ້ງການ ກ່ຽວກັບ ການອອກເລກປະຈຳຕົວຜູ້ເສຍອາກອນ (TIN) ເລກທີ 0489/ຫກງ, ລົງວັນທີ 05 ມີນາ 2019 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.