ອີງຕາມແຈ້ງການ ກ່ຽວກັບ  ການອອກເລກປະຈຳຕົວຜູ້ເສຍອາກອນ (TIN) ເລກທີ 0489/ຫກງ, ລົງວັນທີ 05 ມີນາ 2019, ສຳລັບວິສາຫະກິດໃດທີ່ຂຶ້ນທະບຽນໃໝ່ ແມ່ນຈະໄດ້ຮັບເລກປະຈຳຕົວຜູ້ເສຍອາກອນພ້ອມກັບໃບທະບຽນວິສາຫະກິດ ເຊິ່ງເຈົ້າໜ້າທີ່ທະບຽນວິສາຫະກິດຈະປ້ອນຂໍ້ມູນຂອງຜູ້ທີ່ແຈ້ງຂຶ້ນທະບຽນວິສາຫະກິດເຂົ້າໃນລະບົບອອກໃບທະບຽນວິສາຫະກິດ. ຫຼັງຈາກຂໍ້ມູນໄດ້ຖືກຮັບຮອງອອກໃບທະບຽນວິສາຫະກິດແລ້ວ, ຂໍ້ມູນດັ່ງກ່າວຈະສົ່ງທາງອີເລັກໂທຣນິກຫາລະບົບ TaxRis ຂອງກົມສ່ວຍສາອາກອນ ແລ້ວ ລະບົບ TaxRis ຈະອອກເລກປະຈຳຕົວຜູ້ເສຍອາກອນແບບອັດຕະໂນມັດສົ່ງກັບຄືນໃຫ້ລະບົບອອກໃບທະບຽນວິສາຫະກິດ ເພື່ອອອກໃບທະບຽນວິສາຫະກິດ ພ້ອມດ້ວຍເລກປະຈຳຕົວຜູ້ເສຍອາກອນ. ນອກຈາກນັ້ນ, ໃບທະບຽນວິສາຫະກິດທີ່ມີເລກບັດປະຈຳຕົວຜູ້ເສຍອາກອນ  ແມ່ນສາມາດນຳໃຊ້ ແລະ ປ່ຽນແທນໃບຍັ້ງຢືນການອອກເລກປະຈຳຕົວຜູ້ເສຍອາກອນ ແລະ ໃບທະບຽນອາກອນ ທີ່ໃຊ້ເພື່ອການຢັ້ງຢືນທາງລັດຖະການຕ່າງໆໃນເມື່ອກ່ອນ; ຫ້າມສ່ວຍສາອາກອນປະຈຳ ແຂວງ ແລະ ເມືອງ ອອກທະບຽນອາກອນ ຫຼຶ່ ອອກໃບຢັ້ງຢືນຕື່ມອິກ ພາຍຫລັງທີ່ວິສາຫະກິດໄດ້ໃບທະບຽນວິສາຫະກິດ ທີ່ມີເລກປະຈຳຕົວຜູ້ເສຍອາກອນແລ້ວ.

ວິສາຫະກິດທີ່ຂຶ້ນທະບຽນໃໝ່ ພາຍຫລັງໄດ້ຮັບໃບທະບຽນວິສາຫະກິດທີ່ມີເລກປະຈຳຕົວຜູ້ເສຍອາກອນແລ້ວ ຕ້ອງເຂົ້າມາຮັບຟັງການປະຖົມນິເທດ ກ່ຽວກັບການປະຕິບັດພັນທະອາກອນຕ່າງໆ ນຳຂະແໜງສ່ວຍສາອາກອນ ບ່ອນທີ່ຕົນຂຶ້ນກັບ ພາຍໃນກຳນົດ 30 ວັນ ນັບແຕ່ວັນທີໄດ້ອອກໃບທະບຽນວິສາຫະກິດເປັນຕົ້ນໄປ.

ຮູບແບບໃບທະບຽນວິສາຫະກິດປັບປຸງໃໝ່

 

ສຳລັບວິສາຫະກິດໃດທີ່ເຄື່ອນໄຫວທຸລະກິດມາແລ້ວ ຍັງບໍ່ທັນມີເລກບັດປະຈຳຕົວຜູ້ເສຍອາກອນ (12 ຕົວເລກ) ແມ່ນໃຫ້ປະກອບຄຳຮ້ອງຂໍເລກປະຈຳຕົວຜູ້ເສຍອາກອນ  ແລ້ວຢື່ນຕໍ່ຫ້ອງການສ່ວຍສາອາກອນບ່ອນທີ່ຕົນຂຶ້ນກັບ ເພື່ອອອກເລກປະຈຳຕົວຜູ້ເສຍອາກອນອອກໃຫ້, ສ່ວນສ່ວຍສາອາກອນເມືອງໃດທີ່ຍັງບໍ່ໄດ້ນຳໃຊ້ລະບົບ TaxRis  ແມ່ນສົ່ງສຳນວນຄຳຮ້ອງດັ່ງກ່າວ ໃຫ້ສ່ວຍສາອາກອນປະຈຳນະຄອນຫລວງ ຫຼື ແຂວງ ທີ່ເມື່ອງນັ້ນຂຶ້ນກັບ ເປັນຜູ້ອອກເລກບັດປະຈຳຕົວຜູ້ເສຍອາກອນໃຫ້ວິສາຫະກິດ.

ຮູບແບບໃບທະບຽນວິສາຫະກິດໃນເມື່ອກ່ອນ
ຂໍ້ມູນພາບ: http://cna.com.la

 

ໃນປັດຈຸບັນ, ການນຳໃຊ້ລະບົບ TaxRis ແມ່ນຢູ່ ກົມສ່ວຍສາອາກອນ, ສ່ວຍສາອາກອນປະຈຳ 07 ແຂວງ ຄື: ນະຄອນຫຼວງວຽງຈັນ, ຫຼວງພະບາງ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ ແລະ ຈຳປາສັກ. ຢູ່ ສ່ວຍສາອາກອນປະຈຳ 10 ເມືອງ ຄື: ຈັນທະບູລີ, ສີໂຄດຄະບອງ, ໄຊເສດຖາ, ສີສັດຕະນາກ, ນະຄອນຫຼວງພະບາງ, ວັງວຽງ, ປາກຊັນ, ທ່າແຂກ, ນະຄອນໄກສອນພົມວິຫານ ແລະ ນະຄອນປາກເຊ. ພ້ອມດຽວກັນນັ້ນ ຍັງມີແຜນຂະຫຍາຍການນຳໃຊ້ລະບົບດັ່ງກ່າວໄປບັນດາແຂວງທີ່ຍັງເຫຼືອໃນຂອບເຂດທົ່ວປະເທດໃຫ້ສຳເລັດໃນປີ 2019.

ສຳລັບຂໍ້ມູນເພີ່ມເຕີມ ທ່ານສາມາດຕິດຕໍ່ພົວພັນໄດ້ທີ່:

ກະຊວງການເງິນ

ກົມສ່ວຍສາອາກອນ

ໂທ: 021-217025, 021-242688; ແຟັກ:021-218569, 021-213804

ຄລິກທີນີ້ເພື່ອເບິ່ງລາຍລະອຽດ ແລະ ແຈ້ງການສະບັບເຕັມ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.