ໃນວັນທີ 15 ມີນາ 2019 ຜ່ານມາ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດ “ກອງປະຊຸມ ກ່ຽວກັບການແຈ້ງແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ” ຂຶ້ນທີ່ ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ. ຊຶ່ງກອງປະຊຸມດັ່ງກ່າວໄດ້ຮັບກຽດເປັນປະທານໂດຍ ທ່ານ ເຂັມເດັດ ສີຫາວົງ, ຮອງຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ, ເຊິ່ງມີຜູ້ເຂົ້າຮ່ວມທີ່ຕາງໜ້າໃຫ້ແກ່ຂະແໜງການຂອງພາກລັດ ແລະ ພາກທຸລະກິດ. ຈຸດປະສົງຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ແກ່ພະນັກງານວິຊາການທາງພາກລັດ ແລະທຸລະກິດກ່ຽວກັບຜົນປະໂຫຍດການໃຊ້ DOO ພາຍໃຕ້ໂຄງການທົດລອງຂອງ ANZ ທີ່ອະນຸຍາດໃຫ້ຜູ້ປະກອບການເປັນຜູ້ມີສິດໃນການແຈ້ງແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ. ນອກຈາກນັ້ນ, ANZ ໄດ້ນຳສະເໜີໂຄງການກ່ຽວກັບການສ້າງຄວາມເຂົ້ມແຂງໃນການຈັດຕັ້ງປະຕິບັດໂຄງການທົດລອງກ່ຽວກັບການແຈ້ງແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ (Declaration of Origin: DOO) ພາຍໃຕ້ຂອບສັນຍາ AANZFTA ເພື່ອພິຈາລະນາເຂົ້າຮ່ວມໂຄງການດັ່ງກ່າວ.  

ທ່ານ ເຂັມເດັດ ສີຫາວົງ, ຮອງຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ (ທາງກາງ)

 

ທ່ານ ເຂັດເດັດ ໄດ້ກ່າວວ່າ “ໃນປີ 2009 ເປັນຕົ້ນມາ, ອາຊຽນ ແລະ ອົດສະຕາລີ-ນິວຊີແລນໄດ້ຮ່ວມລົງນາມສັນຍາການສ້າງຕັ້ງເຂດເສລີການຄ້າ ເຊິ່ງໄດ້ກວມເອົາຫຼາຍຂົງເຂດ ໃນນັ້ນລະບຽບແຫຼ່ງກຳເນີດສິນຄ້າກໍເປັນອົງປະກອບທີ່ສຳຄັນໃນການຈັດຕັ້ງປະຕິບັດ. ຫຼັງຈາກກອງປະຊຸມໃນຄັ້ງນີ້, ສປປ ລາວໃນນາມເປັນປະເທດສະມາຊິກອາຊຽນ ຈະໄດ້ສຶບຕໍ່ປຶກສາຫາລືພາຍໃນ, ພິຈາລະນາ ພ້ອມທັງ ປະເມີນຜົນດີ ແລະ ຜົນເສຍໃນການເຂົ້າຮ່ວມເຂົ້າໂຄງການທົດລອການນຳໃຊ້ DOO”.

ແບບຢ່າງຂອງການນຳໃຊ້ຟອມ DOO 

 

DOO ໝາຍເຖິງ ເອກະສານທີ່ແຈ້ງແຫຼ່ງກຳເນີດສິນຄ້າດ້ວຍຕົນເອງໂດຍຜູ້ຜະລິດ, ຜູ້ສົ່ງອອກ, ຜູ້ສະໜອງ ຫຼື ຜູ້ປະກອບການທີ່ຕິດພັນກັບການຄ້າ ເປັນຜູ້ແຈ້ງແຫຼ່ງກຳເນີດສິນຄ້າ. ຜົນປະໂຫຍດຂອງການໃຊ້  DOO ແມ່ນສາມາດຕັດຂອດຂັ້ນຕອນການດຳເນີນເອກະສານ, ມີຄວາມໂປ່ງໃສ, ສາມາດກວດສອບຄືນໄດ້ງ່າຍ, ການເກັບກຳສະຖິຕິມີຄວາມເປັນລະບົບ, ເຮັດໃຫ້ພາກທຸລະກິດປະຢັດເວລາ ແລະ ຄ່າໃຊ້ຈ່າຍໄດ້ຫຼາຍກວ່າເກົ່າ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.