ສຳລັບບໍລິສັດນຳເຂົ້າ ແລະ ຂາຍຍົກນ້ຳມັນເຊື້ອໄຟ ທີ່ມີຈຸດປະສົງສືບຕໍ່ປັບປຸງໃຫ້ເປັນບໍລິສັດນຳເຂົ້າ-ສົ່ງອອກ ນ້ຳມັນເຊື້ອໄຟ ຄືເກ່ົາ ແມ່ນໃຫ້ດັດແກ້ທະບຽນວິສາຫະກິດ (ກໍລະນີທຶນຈົດທະບຽນບໍ່ຮອດ 150 ຕື້ກີບ) ແລະ ຢື່ນເອກະສານ ກ່ຽວກັບ ການຢັ້ງຢືນການປະເມີນຊັບສິນຕ່າງໆ ແລະ ເອກະສານຢັ້ງຢືນທີ່ໄດ້ຮັບການປັບປຸງແລ້ວ ໃຫ້ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ຊ້າສຸດບໍ່ໃຫ້ກາຍ ວັນທີ 01 ພຶດສະພາ 2019.

ໃຊ້ເພື່ອເປັນພາບປະກອບເທົ່ານັ້ນ
ຂໍ້ມູນພາບ: www.pvoil.la

 

ສະນັ້ນ, ບໍລິສັດໃດບໍ່ປະຕິບັດຕາມມາດຖານທີ່ກຳນົດໄວ້ໃນດຳລັດ ແມ່ນຈະບໍ່ສາມາດນຳເຂົ້ານ້ຳມັນເຊື້ອໄຟ ແລະ ບໍ່ສາມາດເຄື່ອນໄຫວທຸລະກິດໄດ້. ນັບແຕ່ ວັນທີ 01 ມິຖຸນາ 2019 ເປັນຕົ້ນໄປ, ການນຳເຂົ້ານ້ຳມັນເຊື້ອໄຟ ເພື່ອສະໜອງໃຫ້ລູກຄ້າຂອງຕົນ ແມ່ນຈະໄດ້ປະຕິບັດຕາມເງື່ອນໄຂທີ່ໄດ້ກຳນົດໄວ້ ໃນດຳລັດ 331/ນຍ.

ໃຊ້ເພື່ອເປັນພາບປະກອບເທົ່ານັ້ນ
ຂໍ້ມູນພາບ:https://laostatefuel.com

ຂໍ້ມູນເພີ່ມເຕີມສາມາດພົວພັນ:
ກະຊວງອຸດສາຫະກຳ ແລະ ການຄ້າ
ກົມການຄ້າພາຍໃນ
ໂທ: +85621 412 436

ຄລິກທີ່ນີ້ເພື່ອເບິ່ງແຈ້ງການສະບັບເຕັມ
ຄລິກທີ່ນີ້ເພື່ອເບິ່ງດຳລັດ 331/ນຍ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.