ອີງຕາມຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງການດຳເນີນທຸລະກິດຢາປາບສັດຕູພືດ ເລກທີ 0238/ກປ, ລົງວັນທີ 14 ກຸມພາ 2019, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງຂໍອະນຸຍາດດຳເນີນທຸລະກິດຢາປາບສັດຕູພືດ ຕ້ອງມີເງື່ອນໄຂ ແລະ ປະກອບເອກະສານຄົບຖ້ວນ ດັ່ງຕໍ່ໄປນີ້:

ສຳລັບເງື່ອນໄຂຂໍອະນຸຍາດດຳເນີນທຸລະກິດຢາປາບສັດຕູພືດ
1. ມີວິຊາການທີ່ມີໃບປະກາດສະນິຍະບັດ ຫຼື ໃບຢັ້ງຢືນການຝຶກອົບຮົມ ທີ່ຮັບຮອງໂດຍກະຊວງກະສິກຳ ແລະ ປ່າໄມ້, ມີຄວາມຮູ້ ແລະ ປະສົບການຕົວຈິງ ກ່ຽວກັບຢາປາບສັດຕູພືດ; 
2. ມີສະຖານທີ່, ອຸປະກອນ, ພາຫະນະ ຫຼື ສິ່ງອຳນວຍຄວາມສະດວກເໝາະສົມກັບແຕ່ລະກິດຈະການ;
3. ມີລະບົບຮັກສາຄວາມປອດໄພ ແລະ ມາດຕະການປະຕິບັດທີ່ພຽງພໍ ແລະ ເໝາະສົມກັບແຕ່ລະກິດຈະການ ເປັນຕົ້ນ ແຜນການສຸກເສີນໃນກໍລະນີ ເກີດອັກຄີໄພ, ນ້ຳຖ້ວມ, ການຮົ່ວໄຫຼ ແລະ ການຟົ້ງກະຈາຍ ຫຼື ການໄດ້ຮັບພິດຢາປາບສັດຕູພືດຂອງຄົນ, ສັດ ແລະ ການປົນເປືຶ້ອນສິ່ງແວດລ້ອມ; 
4. ມີຖານະການເງິນທີ່ໝັ້ນຄົງ ເພື່ອດຳເນີນກິດຈະການທີ່ໄດ້ຮັບອະນຸຍາດ.

ຂໍ້ມູນພາບ: https://www.medicaldaily.com

ສຳລັບເອກະສານປະກອບໃນການຂໍອະນຸຍາດດຳເນີນທຸລະກິດຢາປາບສັດຕູພືດ

1. ໃບຄຳຮ້ອງ ຂໍອະນຸຍາດດຳເນີນທຸລະກິດຢາປາບສັດຕູພືດ ຕາມແບບພິມທີ່ກົມປູກຝັງກຳນົດ; 
2. ບົດວິພາກດ້ານເຕັກນິກ ພ້ອມເອກະສານຢັ້ງຢືນວຸດທິການສຶກສາ ຂອງບຸກຄະລາກອນທີ່ກ່ຽວຂ້ອງກັບກິດຈະການຢາປາບສັດຕູພືດ; 
3. ສຳເນົາໃບທະບຽນວິສາຫະກິດ ທີ່ອອກໂດຍຂະແໜງການອຸດສາຫະກຳ ແລະ ການຄ້າ; 
4. ຮູບຂະໜາດ 3x4 ຈຳນວນ 3 ໃບ (ທີ່ໄດ້ຖ່າຍບໍ່ເກີນສາມເດືອນ); 
5. ໃບຢັ້ງຢືນສຸຂະພາບ (ທີ່ອອກມາພາຍໃນສາມເດືອນ); 
6. ບັນຊີຢາປາບສັດຕູພືດທີ່ຈະຂາຍ.

ຂໍ້ມູນພາບ: https://www.medicalnewstoday.com

ສຳລັບຂໍ້ມູນເພີ່ມເຕີມ, ພົວພັນໄດ້ທີ່
ກະຊວງກະສິກຳ ແລະ ປ່າໄມ້
ກົມປູກຝັງ
ໂທ: +85621 412350
ເວັບໄຊທ໌: http://doa.maf.gov.la/

 

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.