ກົມການຄ້າຕ່າງປະເທດ, ກະຊວງພານິດ ແຫ່ງ ຣາຊະອານາຈັກໄທ ອອກປະກາດ ກ່ຽວກັບ ມາດຕະການຄວບຄຸມມັນຕົ້ນນຳເຂົ້າ ແລະ ດ່ານກວດການນຳເຂົ້າ ເລກທີ 0306/1043, ລົງວັນທີ 12 ມີນາ 2019 ໄດ້ແຈ້ງໃຫ້ຜູ້ປະກອບການທີ່ມີຈຸດປະສົງນຳເຂົ້າມັນຕົ້ນໃນຣາຊະອານາຈັກໄທ ຕ້ອງໄດ້ຜ່ານດ່ານທີ່ໄດ້ກຳນົດໃນປະກາດສະບັບນີ້ເພື່ອຮັບປະກັນຄຸນນະພາບ, ປະສິດທິພາບ ແລະ ຄວາມປອດໄພ ຕໍ່ ຄົນ, ສັດ, ພືດ ແລະ ສິ່ງແວດລ້ອມ.

ໃຊ້ເພື່ອເປັນພາບປະກອບເທົ່ານັ້ນ

 

ບັນດາ 10 ດ່ານນຳເຂົ້າມັນຕົ້ນຈາກ ສປປ ລາວ ເຂົ້າໃນຣາຊະອານາຈັກໄທ ແມ່ນມີດັ່ງລຸ່ມນີ້:

ທີ່ຕັ້ງຂອງດ່ານ ສປປ ລາວ

ແຂວງ

ທີ່ຕັ້ງຂອງດ່ານກຳນົດໄວ້ (ຣາຊະອານາຈັກໄທ)

ແຂວງ

ດ່ານທ່າເຮືອ ປາກຊັນ

ບໍລິຄຳໄຊ

ດ່ານບຶງການ

ບຶງການ

ດ່ານຂົວມິດຕະພາບ 04

ບໍ່ແກ້ວ

ດ່ານຂົວມິດຕະພາບ 04

ຊຽງລາຍ

ດ່ານຂົວມິດຕະພາບນ້ຳເຫືອງ

ໄຊຍະບູລີ

ດ່ານຂົວມິດຕະພາບນ້ຳເຫືອງ

ເລີຍ

ດ່ານຂົວມິດຕະພາບ 02

ສະຫວັນນະເຂດ

ດ່ານຂົວມິດຕະພາບ 02

ມຸກດາຫານ

ດ່ານຂົວມິດຕະພາບ 03

ຄຳມ່ວນ

ດ່ານຂົວມິດຕະພາບ 03

ນະຄອນພະນົມ

ດ່ານນ້ຳເງີນ

ໄຊຍະບູລີ

ດ່ານຫ້ວຍໂກນ

ນ່ານ

ດ່ານຂົວມິດຕະພາບ 01

ນະຄອນຫຼວງວຽງຈັນ

ດ່ານຂົວມິດຕະພາບ 01

ໜອງຄາຍ

ດ່ານປາງມອນ

ໄຊຍະບູລີ

ດ່ານບ້ານຮວກ

ພະເຍົາ

ດ່ານວັງເຕົ່າ

ຈຳປາສັກ

ດ່ານຊ່ອງເມັກ

ອຸບົນຣາຊະທານີ

ດ່ານຜາແກ້ວ

ໄຊຍະບູລີ

ດ່ານພູດູ່

ອຸດຕະດຼິດ

 

ກົດທີ່ນີ້ເພື່ອເບິ່ງປະກາດ ກ່ຽວກັບ ມາດຕະການຄວບຄຸມມັນຕົ້ນນຳເຂົ້າ ແລະ ດ່ານກວດການນຳເຂົ້າ ເລກທີ 0306/1043, ລົງວັນທີ 12 ມີນາ 2019

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.