ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງການເງິນ         ເລກທີ 1048 /ກງ
ນະຄອນຫລວງວຽງຈັນ, ວັນທີ 13 ມິຖຸນາ 2011

ແຈ້ງການ

ເຖີງ: ບັນດາກະຊວງ, ອົງາການຈັດຕັ້ງຂອງລັດ, ລັດວິສາຫະກິດ, ບຸກຄົນ ນິຕິບຸກຄົນ ບັນດາຫົວໜ່ວຍທຸລະກິດ ຂາອອກ-ຂາເຂົ້າ
ເລື່ອງ: ການທົດລອງນໍາໃຊ້ລະບົບການບໍລິການ ແຈ້ງພາສີ ແບບອັດຕະໂນມັດ ຢູ່ດ່ານພາສີຂົວມິດຕະພາບ I ພາສີປະຈໍາເຂດ 5

  • ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 80/ນຍ ລົງວັນທີ 28 ກຸມພາ 2007 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ.
  • ອີງຕາມ ກົດໝາຍພາສີ ສະບັບເລກທີ 05/ສພຊ ລົງວັນທີ 20 ພືດສະພາ 2005.
  • ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີ ວ່າການກະຊວງ ການເງີນ ສະບັບເລກທີ 2181/2011 ລົງວັນທີ 24/09/2008 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາໂຄງການປັບປຸງວຽກງານ ພາສີໃຫ້ທັນສະໄໝ.
  • ອີງຕາມ ບົດລາຍງານຂອງກົມພາສີ ສະບັບເລກທີ 1803/ກພສ ລົງວັນທີ 08/06/2011.

   ເພື່ອຮັບປະກັນໃຫ້ການພັດທະນາລະບົບ ການບໍລິການແຈ້ງພາສີ ແບບອັດຕະໂນມັດ (ອາຊີກູດາ) ໃນໄລຍະ 2 ຄື ການທົດລອງນໍາໃຊ້ລະບົບ ສາມາດດໍາເນີນການ ໄປຢ່າງຄອ່ງຕົວ ແລະ ມີປະສິທິຜົນສູງ.

ລັດຖະມົນຕີວ່າການກະຊວງການເງິນອອກແຈ້ງການດັ່ງນີ:

  1. ເຫັນດີໃຫ້ກົມ ພາສີດໍາເນີນ ການທົດລອງນໍາໃຊ້ ຂັ້ນຕອນການແຈ້ງພາສີແບບໃໝ່ ໂດຍການແຈ້ງຜ່ານລະບົບເອັກໂຕຮນິກ ທີ່ດ່ານພາສີ ຢູ່ຂົວມິດຕະພາບ I  ນະຄອນຫລວງວຽງຈັນ ນັບແຕ່ ວັນທີ 1 ກໍລະກົດ 2011 ເປັນຕົ້ນໄປ.
  2. ການແຈ້ງການສາພີ ແບບໃຫມ່ ຈະເປີດໃຫ້ບໍລິການ ຢູ່ສູນຂໍ້ມູນ ຂ່າວສານທີ່ທາງກົມພາສີ ຈັດສັນໃຫ້
  3. ຜູ້ແຈ້ງພາສີສາມາດ ດໍາເນີນການແຈ້ງພາສີແບບອັດຕະໂນມັດ ເຊິງຕ້ອງໄດ້ປະກອບຂໍ້ມູນ ການແຈ້ງກ່ອນການຍື່ນ ເອກະສານ ໃຫ້ແກ່ເຈົ້າໜ້າທີ່ ພາສີ ປະຈໍາດ່ານ ເພື່ອຫລີກລ້ຽງ ການສ້າງຄວາມຊັກຊາ ໃຫ້ການແຈ້ງພາສີ.
  4. ມອບໃຫ້ກົມພາສີ ອອກບົດແນະນໍາ ທາງດ້ານວິຊາການ ພ້ອມທັງເຜີຍແຜ່ໃຫ້ແກ່ເຈົ້າໜ້າທີ່ພາສີ, ຂະແໜງການຂອງລັດ ທີ່ກ່ຽວຂ້ອງແລະ ພາກສ່ວນທຸລະກິດ ຢ່າງທົ່ວເຖິງ.
  5. ແຈ້ງການ ສະບັບນີ້ ຈະເລີ່ມຈັດຕັ້ງ ປະຕິບັດນັບແຕ່ວັນທີ 01 ເດືອນ ກໍລະກົດ 2011 ເປັນຕົ້ນໄປ.

ລັດຖະມົນຕີວ່າການກະຊວງການເງິນ.
ສົມດີ ດວງດີ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Notification on The implementation of electronic Customs clearance (ASYCUDA) at the Pilot Site at Lao-Thai Friendship Bridge I, Customs Regional Office V No. 1408/MOF PDF
2 ແຈ້ງການ ວ່າດ້ວຍ ການທົດລອງນຳໃຊ້ ລະບົບການບໍລິການ ແຈ້ງພາສີແບບອັດຕະໂນມັດ ຢູ່ດ່ານພາສີຂົວມິດຕະພາບ I ພາສີປະຈຳເຂດ 5 ເລກທີ 1408/ກງ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.