ອີງຕາມລະບຽບ ກ່ຽວກັບໃບຢັ້ງຢືນການມອບອາກອນ ເລກທີ 1025/ກງ, ລົງວັນທີ 03 ເມສາ 2019, ​ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງຂໍໃບຢັ້ງຢືນມອບອາກອນ ຕ້ອງປະກອບເອກະສານຄົບຖ້ວນ ດັ່ງຕໍ່ໄປນີ້:

1. ສຳລັບຜູ້ທີ່ສ້າງຕັ້ງທຸລະກິດໃໝ່
ພາຍຫຼັງໄດ້ຮັບໃບທະບຽນວິສາຫະກິດ ແລະ ເລກປະຈຳຕົວຜູ້ເສຍອາກອນ ຈາກຂະແໜງອຸດສາຫະກຳ ແລະ ການຄ້າແລ້ວ, ຕ້ອງສະເໜີຂໍໃບຢັ້ງຢືນການມອບອາກອນຕໍ່ຂະແໜງສ່ວຍສາອາກອນບ່ອນທີ່ຕົນຂຶ້ນກັບ ຕາມແບບພິມຂອງຂະແໜງສວຍສາອາກອນກຳນົດເພື່ອນຳໃຊ້ເປັນເອກະສານຢັ້ງຢືນໃນການເຄື່ອນໄຫວທຸລະກຳຕ່າງໆທີ່ພົວພັນກັບທຸລະກິດ. ເອກະສານປະກອບເພື່ອຂໍໃບຢັ້ງຢືນການມອບອາກອນປະກອບດ້ວຍ: 

- ໃບຄຳຮ້ອງຂໍໃບຢັ້ງຢືນການມອບອາກອນ 
- ສຳເນົາທະບຽນວິສາຫະກິດ 
- ແຜນລາຍຮັບທຸລະກິດ ແລະ ແຜນການມອບພັນທະອາກອນໃນປີ 

2. ສຳລັບຜູ້ດຳເນີນທຸລະກິດທີ່ມີການເຄື່ອນໄຫວທຸລະກິດມາແລ້ວ
ຕ້ອງສະເໜີຂໍໃບຢັ້ງຢືນການມອບອາກອນທຸກໆປີ ໂດຍການຢື່ນບົດສະຫຼຸບບັນຊີປະຈຳປີ ແລະ ເອກະສານທີ່ກ່ຽວຂ້ອງຕໍ່ລັດຖະການສ່ວຍສາອາກອນບ່ອນທີ່ຕົນຂຶ້ນກັບ ບໍ່ໃຫ້ກາຍວັນທີ 31 ມີນາຂອງປີຖັດໄປ. ເອກະສານປະກອບເພື່ອຂໍໃບຢັ້ງຢືນການມອບອາກອນປະກອບດ້ວຍ: 

- ຊຸດໃບຄຳຮ້ອງປະກອບມີ: ໃບຄຳຮ້ອງ, ໃບລາຍງານຜົນໄດ້ຮັບປະຈຳປີ, ຕາຕະລາງສະຫຼຸບການມອບພັນທະປະຈຳປີ, ແຜນການສ້າງລາຍຮັບທຸລະກິດ ແລະ ມອບພັນທະອາກອນປະຈຳປີຕໍ່ໄປ.
- ບົດສະຫຼຸບບັນຊີປະຈຳປີ.

ໃຊ້ເພື່ອເປັນພາບປະກອບເທົ່ານັ້ນ
ຂໍ້ມູນພາບ: http://vangtatmining.com

3. ສຳລັບຜູ້ດຳເນີນທຸລະກິດທີ່ເສຍອາກອນໃນລະບອບມອບເໝົາ
ຕ້ອງສະເໜີຂໍໃບຢັ້ງຢືນການມອບອາກອນບໍ່ໃຫ້ກາຍວັນທີ 31 ມັງກອນ ຂອງປີຖັດໄປ. ເອກະສານປະກອບເພື່ອຂໍໃບຢັ້ງຢືນການມອບອາກອນປະກອບດ້ວຍ: 

- ໃບຄຳຮ້ອງ
- ສັນຍາມອບເໝົາ
- ເອກະສານຢັ້ງຢືນການມອບອາກອນ

ສຳລັບຜູ້ມີລາຍໄດ້ຕ່າງໆ ທີ່ໄດ້ມອບອາກອນຢູ່ ສປປ ລາວ ສາມາດຂໍໃບຢັ້ງຢືນການມອບອາກອນໄດ້ເປັນເດືອນ, ງວດ, 6 ເດືອນ ຫຼື ປີ ຫຼື ໃນເວລາສິ້ນສຸດໂຄງການ ຫຼື ຢຸດການເຄື່ອນໄຫວຕໍ່ ຕາມໄລຍະທີ່ຕ້ອງການນຳໃຊ້. 

ນອກຈາກນັ້ນ, ໃບຢັ້ງຢືນການມອບອາກອນຕ້ອງອອກໃຫ້ສຳເລັດພາຍໃນ 5 ວັນລັດຖະການ ນັບແຕ່ວັນທີ່ໄດ້ຮັບເອກະສານ ແລະ ຂໍ້ມູນຢ່າງຖືກຕ້ອງ ແລະ ຄົບຖ້ວນ. 

ສຳລັບຂໍ້ມູນເພີ່ມເຕີມ,​ ພົວພັນໄດ້ທີ່
ກະຊວງການເງິນ
ກົມສ່ວຍສາອາກອນ
ໂທ : 021-217025, 021-242688
ເວັບໄຊທ໌: http://taxservice.mof.gov.la/websquare/websquare.do

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.