ຄະນະກຳມະການປະມູນຂາຍໄມ້ຍຶດຂັ້ນແຂວງ (ພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື) ສາມາດຍຶດໄດ້ຈຳນວນ 4.733 ທ່ອນ/ຕັບ/ເສັ້ນ/ແຜ່ນ, ບໍລິມາດ 88,639 (ແປດແປດຈຸດຫົກສາມເກົ້າ) ແມັດກ້ອນ; ຜູ້ທີ່ສົນໃຈໃນການປະມູນ ໃຫ້ເຂົ້າມາພົວພັນຊື້ຊອງປະມູນທີ່ ພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື (ຂະແໜງການນຳເຂົ້າ ແລະ ສົ່ງອອກ) ໃນໂມງລັດຖະການ.

ວັນເວລາເປີດຂາຍຊອງປະມູນຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື:

  • ກຳນົດວັນເວລາຂາຍຊອງປະມູນ ແມ່ນ 15 ວັນລັດຖະການ (ນັບຕັ້ງແຕ່ວັນທີ 29 ເມສາ ຫາ 15 ພຶດສະພາ 2019)
  • ກຳນົດວັນເວລາມື້ເປີດຊອງປະມູນແມ່ນເວລາ 09:00 ໂມງເຊົ້າ ຂອງວັນທີ 16 ພຶດສະພາ 2019
  • ສະຖານທີ່ ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື
  • ລາຄາຊອງປະມູນ 1.000.000 ກີບ/ຊອງ (ສຳລັບຄ່າຊອງປະມູນນັ້ນແມ່ນບໍ່ໄດ້ສົ່ງຄືນ)
  • ກະລຸນາຖືຊອງປະມູນໄວ້ກັບຕົນເອງ ຈົນຮອດເວລາ 09:00 ໂມງເຊົ້າຂອງວັນທີ 16 ພຶດສະພາ 2019, ຈຶ່ງໃຫ້ມາມອບສົ່ງນຳຄະນະກຳມະການຮັບຜິດຊອບປະມູນໄມ້ຍຶດ. ຖ້າກາຍຖືວ່າສະຫຼະສິດ.

ທ່ານສາມາດຕິດຕໍ່ພົວພັນ:

ທ່ານ ພະຫັດໄຊ 020 22292298

ທ່ານ ນາງ ຄານດາວອນ 02022423777

ທ່ານ ທິດປະກາຍສີ 020 55534456

 ຄລິກທີ່ນີ້ເພື່ອເບິ່ງລາຍລະອຽດ ແລະ ແຈ້ງການເລກທີ 306/ອຄ.ອປ, ລົງວັນທີ 29 ເມສາ 2019 

 

# ຫົວຂໍ້ ດາວໂຫຼດ
1 ເຊີນຮ່ວມປະມູນຊື້ໄມ້ ຮ່ວງໄມ້ຢຶດຂອງແຂວງອັດຕະປື PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.