ອີງຕາມ ແຈ້ງການກ່ຽວກັບການນຳໃຊ້ LNSW ເລກທີ 2511/ກຂອ.ບຂອ, ລົງວັນທີ 14 ພຶດສະພາ 2019,  ເພື່ອເຮັດໃຫ້ລະບົບດັ່ງກ່າວສາມາດເພີ່ມປະສິດທິພາບການດຳເນີນງານຂັ້ນຕອນເອກະສານ ແລະ ການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກສິນຄ້າ ແລະ ເພື່ອປັບປຸງສະພາບແວດລ້ອມໃນການດໍາເນີນທຸລະກິດໃຫ້ມີຄວາມສະດວກດີຍິ່ງຂຶ້ນ. LNSW ໄດ້ປ່ຽນທີ່ຢູ່ເວບໄຊສຳລັບການລັອກອິນ ຈາກ www.app.laonsw.net (ເກົ່າ) ມາເປັນ www.prod.laonsw.net (ໃໝ່) ໂດຍໄດ້ເລີ່ມນຳໃຊ້ຕັ້ງແຕ່ວັນທີ 10 ພຶດສະພາ 2019 ທີ່ຜ່ານມາ. ສະນັ້ນ ຈຶ່ງແຈ້ງມາຍັງຜູ້ນຳໃຊ້ລະບົບດັ່ງກ່າວປ່ຽນມານຳໃຊ້ທີ່ຢູ່ໃໝ່.

ຂໍ້ມູນພາບ: https://www.laonsw.net

 

ສຳລັບທ່ານໃດທີ່ຍັງບໍ່ທັນລົງທະບຽນນຳໃຊ້ລະບົບດັ່ງກ່າວ ແມ່ນໃຫ້ສະເໜີຫາ ບໍລິສັດ ຮ່ວມພັດທະນາລະບົບແຈ້ງພາສີປະຕູດຽວ ຈຳກັດ ເພື່ອສະໝັກຂໍຝຶກອົບຮົມ ແລະ ຂໍລະຫັດຜູ້ໃຊ້ລະບົບດັ່ງກ່າວ. ການລົງທະບຽນນໍາໃຊ້ລະບົບແຈ້ງພາສີປະຕູດຽວແບ່ງອອກເປັນ 02 ສ່ວນຄື: ການລົງທະບຽນນໍາໃຊ້ສໍາລັບຂະແໜງການລັດ ແລະ ການລົງທະບຽນນໍາໃຊ້ສໍາລັບຜູ້ປະກອບການ. ກົດທີ່ນີ້ ເພື່ອເບິ່ງເງື່ອນໄຂໃນການລົງທະບຽນນໍາໃຊ້ ແລະ ດາວໂຫຼດເອົາແບບຟອມໜັງສືສະເໜີຂໍລະຫັດນຳໃຊ້.

ຜູ້ນໍາໃຊ້ ທີ່ພົບເຫັນບັນຫາຂັດຂ້ອງດ້ານເຕັກນິກຂອງລະບົບ ຕ້ອງແຈ້ງຂໍ້ມູນໃຫ້ແກ່
ບໍລິສັດຮ່ວມພັດທະນາລະບົບແຈ້ງພາສີປະຕູດຽວ ຈຳກັດ
ອາຄານສີຂຽວ, ຊັ້ນ 3 ບ້ານ ນາໄຊ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.

ເບີໂທລະສັບ: 030 7776699
ອີເມລ໌: [email protected]

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.