ກຂອ ຈະໄດ້ເລີ່ມອອກໃບອະນຸຍາດນໍາເຂົ້າ ແລະ ສົ່ງອອກຍານພາຫະນະຜ່ານລະບົບແຈ້ງພາສີປະຕູດຽວ (ລະບົບໃໝ່) ໂດຍຜ່ານເວບໄຊ www.laonsw.net ໃນວັນທີ 25 ກຸມພາ ເປັນຕົ້ນໄປ. ໃນໄລຍະເລີ່ມຕົ້ນການນໍາໃຊ້ລະບົບໃໝ່ບໍລິສັດສາມາດສືບຕໍ່ສະເໜີຂໍອອກໃບອະນຸຍາດນໍາເຂົ້າແບບເກົ່າ (ອອກໃບອະນຸຍາດແບບລະບົບເຈ້ຍ) ຈົນກວ່າຈະມີໜັງສືແຈ້ງໃຫ້ນໍາໃຊ້ລະບົບໃໝ່ໂດຍສົມບູນ.

ຂໍ້ມູນພາບ: http://attorney.middletown-bankruptcy.com

 

ອີງຕາມ ບົດແນະນໍາວ່າດ້ວຍການນໍາໃຊ້ລະບົບແຈ້ງພາສີປະຕູດຽວ ເລກທີ 4217/ກງ, ລົງວັນທີ 28 ທັນວາ 2018 ການລົງທະບຽນນໍາໃຊ້ລະບົບແຈ້ງພາສີປະຕູດຽວແບ່ງອອກເປັນ 02 ສ່ວນຄື: ການລົງທະບຽນນໍາໃຊ້ສໍາລັບຂະແໜງການລັດ ແລະ ການລົງທະບຽນນໍາໃຊ້ສໍາລັບຜູ້ປະກອບການ ລາຍລະອຽດມີດັ່ງນີ້:

I. ການລົງທະບຽນນໍາໃຊ້ສໍາລັບຂະແໜງການລັດ

- ເງື່ອນໄຂ

ພະນັກງານຂອງຂະແໜງການລັດທີ່ກ່ຽວຂ້ອງ ທີ່ຕ້ອງການລົງທະບຽນເປັນຜູ້ນໍາໃຊ້ລະບົບ LNSW ຕ້ອງມີເງື່ອນໄຂ ດັ່ງນີ້:

1) ຕ້ອງແມ່ນຜູ້ທີ່ຮັບຜິດຊອບວຽກງານທີ່ຕິດພັນກັບການຄຸ້ມຄອງກວດກາ ແລະ ການອະນຸຍາດນໍາເຂົ້າ ແລະ ສົ່ງອອກສິນຄ້າ, ເຄື່ອງຂອງ; 

2) ຕ້ອງມີຄວາມຮູ້ພື້ນຖານໃນການນໍາໃຊ້ຄອມພິວເຕີ້ ແລະ ອິນເຕີເນັດເຂົ້າໃນການເຮັດວຽກ; 

3) ຕ້ອງໄດ້ຜ່ານການເຂົ້າຮ່ວມຝຶກອົບຮົມການນໍາໃຊ້ລະບົບ LNSW ທີ່ຈັດໂດຍບໍລິສັດຮ່ວມພັດທະນາ ລະບົບ LNSW; 

4) ຕ້ອງມີທີ່ຢູ່ອີເມລ໌ (e-mail address) ເພື່ອນໍາໃຊ້ເຂົ້າໃນການຕິດຕໍ່ສື່ສານໃນການນໍາໃຊ້ລະບົບ LNSW; 

- ການຂໍລະຫັດຜູ້ນໍາໃຊ້

1) ຫົວໜ້າກົມທີ່ກ່ຽວຂ້ອງສະເໜີຢ່າງເປັນລາຍລັກອັກສອນ ເຖິງບໍລິສັດຮ່ວມພັດທະນາລະບົບ LNSW ເພື່ອຂໍສ້າງລະຫັດຜູ້ນໍາໃຊ້ໃຫ້ແກ່ພະນັກງານມີໜ້າທີ່ຮັບຜິດຊອບວຽກງານທີ່ຕິດພັນກັບການນໍາໃຊ້ລະບົບດັ່ງກ່າວ (ແບບຟອມໜັງສືສະເໜີຂໍລະຫັດຜູ້ນໍາໃຊ້ສໍາລັບພະນັກງານລັດ)

2) ບໍລິສັດຮ່ວມພັດທະນາລະບົບ LNSW ກວດກາຄວາມຖືກຕ້ອງ ແລະ ສ້າງລະຫັດຜູ້ນໍາໃຊ້ໃຫ້ແກ່ພະນັກງານແຕ່ລະຄົນ; 

3) ລະບົບ LNSW ຈະສົ່ງລະຫັດຜູ້ນໍາໃຊ້ ແລະ ລະຫັດຜ່ານ ໃຫ້ແກ່ຜູ້ນໍາໃຊ້ຜ່ານທາງອີເມລ໌ຂອງຜູ້ກ່ຽວໂດຍກົງແບບອັດຕະໂນມັດ; 

4) ຜູ້ນໍາໃຊ້ ສາມາດເຂົ້ານໍາໃຊ້ລະບົບ LNSW ທັນທີ ທີ່ໄດ້ຮັບລະຫັດຜູ້ນໍາໃຊ້ຜ່ານທາງອີເມລ໌. 

- ການຍົກເລີກ

ໃນກໍລະນີທີ່ກົມກ່ຽວຂ້ອງ ຕ້ອງການຍົກເລີກການນໍາໃຊ້ລະຫັດຜູ້ນໍາໃຊ້ໃດໜຶ່ງ ອັນເນື່ອງຈາກມີການຊັບຊ້ອນປ່ຽນແທນພະນັກງານໃໝ່ ແລະ ອື່ນໆ. ກົມດັ່ງກ່າວຕ້ອງແຈ້ງຢ່າງເປັນລາຍລັກອັກສອນ ໃຫ້ບໍລິສັດຮ່ວມພັດທະນາ LNSW ຮັບຊາບ ເພື່ອຍົກເລີກການນໍາໃຊ້ ຫຼື ສ້າງລະຫັດໃໝ່ປ່ຽນແທນ. 

ຂໍ້ມູນພາບ: https://www.laonsw.net

 

II. ການລົງທະບຽນນໍາໃຊ້ສໍາລັບຜູ້ປະກອບການ

ພະນັກງານຂອງບໍລິສັດທີ່ຕ້ອງການລົງທະບຽນເປັນຜູ້ນໍາໃຊ້ລະບົບ LNSW ຕ້ອງມີເງື່ອນໄຂ ດັ່ງນີ້:

1) ຕ້ອງເປັນພະນັກງານຂອງບໍລິສັດຜູ້ນໍາເຂົ້າ-ສົ່ງອອກ, ບໍລິສັດບໍລິການຂົນສົ່ງ, ບໍລິສັດບໍລິການຈັດສົ່ງ, ບໍລິສັດ ບໍລິການແຈ້ງພາສີ ແລະ ບໍລິສັດອື່ນໆ ທີ່ເຄື່ອນໄຫວກ່ຽວຂ້ອງການກັບກິດຈະການນໍາເຂົ້າ ແລະ ສົ່ງອອກສິນຄ້າ, ເຄື່ອງຂອງ; 

2) ຕ້ອງໄດ້ຜ່ານການເຂົ້າຮ່ວມຝຶກອົບຮົມການນໍາໃຊ້ລະບົບ LNSW ທີ່ຈັດໂດຍບໍລິສັດຮ່ວມພັດທະນາ ລະບົບLNSW; 

3) ຕ້ອງມີທີ່ຢູ່ອີເມລ໌ (e-mail address) ເພື່ອນໍາໃຊ້ເຂົ້າໃນການຕິດຕໍ່ສື່ສານໃນການນໍາໃຊ້ລະບົບ LNSW; 

- ການຂໍລະຫັດຜູ້ນໍາໃຊ້ 

1) ອໍານວຍການບໍລິສັດທີ່ມີຈຸດປະສົງນໍາໃຊ້ລະບົບ LNSW ຕ້ອງສະເໜີຢ່າງເປັນລາຍລັກອັກສອນເຖິງ ບໍລິສັດຮ່ວມພັດທະນາລະບົບ LNSW ເພື່ອແຈ້ງລາຍຊື່ຂອງພະນັກງານ ແລະ ໜ້າທີ່ຮັບຜິດຊອບທີ່ຕິດພັນກັບການຂໍອະນຸຍາດ ແລະ ແຈ້ງພາສີນໍາເຂົ້າ-ສົ່ງອອກສິນຄ້າ (ແບບຟອມໜັງສືສະເໜີຂໍລະຫັດສໍາລັບພະນັກງານບໍລິສັດ). 

2) ໃບສະເໜີຂໍລົງທະບຽນເປັນຜູ້ນໍາໃຊ້ ຕ້ອງຄັດຕິດເອກະສານກ່ຽວຂ້ອງ ຄື: 

  • ໃບທະບຽນວິສາຫະກິດ
  • ໃບຢັ້ງຢືນຕົວເລກຜູ້ເສຍອາກອນ (TIN) 
  • ໃບຢັ້ງຢືນການເສຍອາກອນປະຈໍາປີ 
  • ໃບຢັ້ງຢືນການຝຶກອົບຮົມນໍາໃຊ້ລະບົບ LNSW 

3) ບໍລິສັດຮ່ວມພັດທະນາລະບົບ LNSW ກວດກາຄວາມຖືກຕ້ອງ ແລະ ສ້າງລະຫັດຜູ້ນໍາໃຊ້ໃຫ້ແກ່ພະນັກງານ ແຕ່ລະຄົນ ແລ້ວສົ່ງຜ່ານລະບົບເພື່ອໃຫ້ກົມພາສີພິຈາລະນາຮັບຮອງ;

4) ກົມພາສີ ກວດກາຄວາມຖືກຕ້ອງ ແລະ ອະນຸມັດການລົງທະບຽນນຳໃຊ້ແກ່ພະນັກງານຂອງບໍລິສັດ; 

5) ລະບົບ LNSW ຈະສົ່ງລະຫັດຜູ້ນໍາໃຊ້ ແລະ ລະຫັດຜ່ານໃຫ້ແກ່ຜູ້ນໍາໃຊ້ຜ່ານທາງອີເມລ໌ຂອງຜູ້ກ່ຽວໂດຍກົງ ແບບອັດຕະໂນມັດ; 

6) ຜູ້ນໍາໃຊ້ສາມາດເຂົ້ານໍາໃຊ້ລະບົບ LNSW ທັນທີ ທີ່ໄດ້ຮັບລະຫັດຜູ້ນໍາໃຊ້ຜ່ານທາງອີເມລ໌. 

- ການຍົກເລີກ

ໃນກໍລະນີທີມີການຍົກຍ້າຍ ຫຼື ປ່ຽນແທນພະນັກງານນັກງານທີ່ຮັບຜິດຊອບວຽກງານທີ່ກ່ຽວຂ້ອງກັບການນໍາໃຊ້ລະບົບ LNSW, ບໍລິສັດດັ່ງກ່າວ ຕ້ອງແຈ້ງຢ່າງເປັນລາຍລັກອັກສອນ ໃຫ້ບໍລິສັດຮ່ວມພັດທະນາ LNSW ຮັບຊາບເພື່ອຍົກເລີກການນໍາໃຊ້ ຫຼື ສ້າງລະຫັດໃໝ່ປ່ຽນແທນ.

ຜູ້ນໍາໃຊ້ ທີ່ພົບເຫັນບັນຫາຂັດຂ້ອງດ້ານເຕັກນິກຂອງລະບົບ ຕ້ອງແຈ້ງຂໍ້ມູນໃຫ້ແກ່
ບໍລິສັດຮ່ວມພັດທະນາລະບົບແຈ້ງພາສີປະຕູດຽວ ຈຳກັດ
ອາຄານສີຂຽວ, ຊັ້ນ 3 ບ້ານ ນາໄຊ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.

ເບີໂທລະສັບ: 030 7776699
ອີເມລ໌: [email protected]

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.