ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ         ເລກທີ 4217/ກງ
ນະຄອນຫຼວງວຽງຈັນ, ວັນທີ 28 ທັນວາ 2018

ບົດແນະນໍາ
ວ່າດ້ວຍການນໍາໃຊ້ລະບົບແຈ້ງພາສີປະຕູດຽວ

- ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 02/ນຍ, ລົງວັນທີ 01 ກຸມພາ 2018 ວ່າດ້ວຍການ ປັບປຸງບັນດາລະບຽບການ ແລະ ກົນໄກໃນການດໍາເນີນທຸລະກິດ ຢູ່ ສປປ ລາວ;
- ອີງຕາມ ຂໍ້ຕົກລົງຂອງກະຊວງການເງິນ  ສະບັບເລກທີ 2109/ກງ, ລົງວັນທີ 26 ມິຖຸນາ 2015 ວ່າດ້ວຍ ການຈັດຕັ້ງປະຕິບັດວຽກງານແຈ້ງພາສີປະຕູດຽວ;
- ອີງຕາມ ຂໍ້ຕົກລົງຂອງກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 0076/ອຄ.ກຂອ, ລົງວັນທີ 13 ມັງກອນ 2012 ວ່າດ້ວຍລາຍການສິນຄ້າ ທີ່ຕ້ອງຂໍອະນຸຍາດນໍາເຂົ້າ ຫຼື ສົ່ງອອກ ແບບອັດຕະໂນມັດ ແລະ ບໍ່ອັດຕະໂນມັດ;
- ອີງຕາມ ບົດລາຍງານຂອງກົມພາສີ ສະບັບເລກທີ 07522/ກພສ, ລົງວັນທີ 04 ທັນວາ 2018 ແລະ ສະບັບເລກທີ 08002/ກພສ, ລົງວັນທີ 14 ທັນວາ 2018.

ເພື່ອຍົກສູງປະສິດທິພາບ ແລະ ປະສິດທິຜົນໃນການຄຸ້ມຄອງການນໍາເຂົ້າສິນຄ້າ, ເຄື່ອງຂອງ, ແນໃສ່ເພີ່ມ ທະວີການອໍານວຍຄວາມສະດວກທາງດ້ານການຄ້າ ຕາມທິດຊີ້ນໍາຂອງລັດຖະບານ,

ລັດຖະມົນຕີກະຊວງການເງິນ ອອກບົດແນະນໍາ:

1. ຈຸດປະສົງ

ບົດແນະນໍາສະບັບນີ້ ກຳນົດຫຼັກການ, ຂັ້ນຕອນ, ວິທີການ ແລະ ມາດຕະການ ກ່ຽວກັບການນໍາໃຊ້ລະບົບແຈ້ງພາສີປະຕູດຽວ ເຂົ້າໃນການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກສິນຄ້າ, ເຄື່ອງຂອງ ເພື່ອຮັບປະກັນການຈັດຕັ້ງປະຕິບັດກົດໝາຍ, ລະບຽບການ ໃຫ້ຖືກຕ້ອງ, ໂປ່ງໃສ່, ເຂັ້ມງວດ ແລະ ຫັນໄປຄວາມເປັນທັນສະໄໝ, ສອດຄ່ອງກັບມາດຕະຖານ ແລະ ລະບຽບການສາກົນ ແນໃສ່ສ້າງຄວາມພ້ອມໃຫ້ແກ່ການເຊື່ອມໂຍງເຂົ້າກັບລະບົບແຈ້ງພາສີປະຕູດຽວອາຊຽນ.

2. ຫຼັກການທົ່ວໄປ

- ບັນດາຂະແໜງການຂອງລັດທີ່ກ່ຽວຂ້ອງກັບການນໍາເຂົ້າ ແລະ ສົ່ງອອກສິນຄ້າ, ເຄື່ອງຂອງ ຕ້ອງນໍາໃຊ້ລະບົບແຈ້ງພາສີປະຕູດຽວ ເຂົ້າໃນການຄຸ້ມຄອງການອອກອະນຸຍາດ ແລະ ການແຈ້ງພາສີ ແນໃສ່ຕັດຮອນຂັ້ນຕອນ, ຫຼຸດຜ່ອນເວລາ, ຄ່າໃຊ້ຈ່າຍຂອງຜູ້ປະກອບການ, ຫຼຸດຜ່ອນການນຳໃຊ້ເອກະສານທີ່ເປັນເຈ້ຍ ແລະ ຫັນໄປນໍາໃຊ້ລະບົບເອເລັກໂຕຣນິກ ເພື່ອເພີ່ມທະວີຄວາມຖືກຕ້ອງ, ຊັດເຈນ ໃນການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຢ່າງມີປະສິດທິພາບ.
- ບັນດາຂະແໜງການຂອງລັດທີ່ກ່ຽວຂ້ອງ ຕ້ອງເພີ່ມທະວີການປະສານງານ ແລະ ການຮ່ວມມືລະຫວ່າງ ບັນດາຂະແໜງການລັດດ້ວຍກັນ ແລະ ການຮ່ວມມືກັບພາກທຸລະກິດ ເພື່ອຈັດຕັ້ງປະຕິບັດລະບົບດັ່ງກ່າວ ໃຫ້ມີປະສິດທິຜົນສູງ.
- ຜູ້ປະກອບການທີ່ເຂົ້າຮ່ວມການຈັດຕັ້ງປະຕິບັດຕົວຈິງລະບົບດັ່ງກ່າວ ຕ້ອງເປັນເຈົ້າການປັບປຸງຮູບແບບ, ກົນໄກ ແລະ ວິທີການການບໍລິຫານ ແລະ ການດໍາເນີນທຸລະກິດຂອງຕົນເອງທີ່ເຫັນວ່າຈໍາເປັນ ເພື່ອສາມາດຈັດຕັ້ງປະຕິບັດລະບົບດັ່ງກ່າວໄດ້ຢ່າງຄ່ອງຕົວ.

3. ຂອບເຂດການນໍາໃຊ້

ບົດແນະນໍາສະບັບນີ້ ນໍາໃຊ້ສະເພາະການຈັດຕັ້ງປະຕິບັດລະບົບແຈ້ງພາສີປະຕຸດຽວ ເຂົ້າໃນການຄຸ້ມຄອງການອອກອະນຸຍາດ, ການອອກເອກະສານຢັ້ງຢືນ, ການແຈ້ງພາສີ ແລະ ການຊໍາລະຄ່າພາສີ ແລະ ພັນທະອື່ນໆ ສໍາລັບການນໍາເຂົ້າ ແລະ ສົ່ງອອກສິນຄ້າ, ເຄື່ອງຂອງ ໃຫ້ຖືກຕ້ອງການກົດໝາຍ ແລະ ລະບຽບການ.

4. ອະທິບາຍຄຳສັບ

- ລະບົບແຈ້ງພາສີປະຕູດຽວ (Lao National Single Window) ເອີ້ນຊື່ຫຍໍ້ວ່າລະບົບ LNSW: ໝາຍເຖິງລະບົບແຈ້ງເອກະສານແບບເອເລັກໂຕຣນິກ ຊຶ່ງເຮັດໃຫ້ຂະແໜງການພາກລັດ ແລະ ພາກສ່ວນທຸລະກິດທີ່ກ່ຽວຂ້ອງກັບການນໍາເຂົ້າ, ການສົ່ງອອກ ແລະ ການຂົນສົ່ງສິນຄ້າຜ່ານແດນ ສາມາດແລກປ່ຽນຂໍ້ມູນ ແລະ ເອກະສານຜ່ານລະບົບປະຕູດຽວ ເພື່ອດໍາເນີນຂັ້ນຕອນການຂໍອະນຸຍາດ ແລະ ການອອກອະນຸຍາດ (ຫຼື ການຕໍ່ອະນຸຍາດ) ຕາມລະບຽບກົດໝາຍ ຂອງແຕ່ລະຂະແໜງການລັດທີ່ກ່ຽວຂ້ອງ.
- ລະບົບຄຸ້ມຄອງການແຈ້ງພາສີແບບເອເລັກໂຕຣນິກ (Automated System for Customs Data) ເອີ້ນຊື່ຫຍໍ້ວ່າລະບົບ ASYCUDA: ໝາຍເຖິງລະບົບເອເລັກໂຕຣນິກທີ່ລັດຖະການພາສີນໍາໃຊ້ເຂົ້າໃນການຄຸ້ມຄອງການແຈ້ງພາສີ, ເກັບກໍາສະຖິຕິ, ຄຸ້ມຄອງຖານຂໍ້ມູນລາຄາ, ຄຸ້ມຄອງດ້ານບັນຊີ ແລະ ເຊື່ອມໂຍງເຂົ້າກັບລະບົບບໍລິການອື່ນໆ.

5. ການລົງທະບຽນນໍາໃຊ້ລະບົບແຈ້ງພາສີປະຕູດຽວ

5.1 ການລົງທະບຽນນໍາໃຊ້ສໍາລັບຂະແໜງການລັດ

5.1.1 ເງື່ອນໄຂ

ພະນັກງານຂອງຂະແໜງການລັດທີ່ກ່ຽວຂ້ອງ ທີ່ຕ້ອງການລົງທະບຽນເປັນຜູ້ນໍາໃຊ້ລະບົບ LNSW ຕ້ອງມີເງື່ອນໄຂ ດັ່ງນີ້:

1) ຕ້ອງແມ່ນຜູ້ທີ່ຮັບຜິດຊອບວຽກງານທີ່ຕິດພັນກັບການຄຸ້ມຄອງກວດກາ ແລະ ການອະນຸຍາດນໍາເຂົ້າ ແລະ ສົ່ງອອກສິນຄ້າ, ເຄື່ອງຂອງ;

2) ຕ້ອງມີຄວາມຮູ້ພື້ນຖານໃນການນໍາໃຊ້ຄອມພິວເຕີ້ ແລະ ອິນເຕີເນັດເຂົ້າໃນການເຮັດວຽກ;

3) ຕ້ອງໄດ້ຜ່ານການເຂົ້າຮ່ວມຝຶກອົບຮົມການນໍາໃຊ້ລະບົບ LNSW ທີ່ຈັດໂດຍບໍລິສັດຮ່ວມພັດທະນາ ລະບົບ LNSW;

4) ຕ້ອງມີທີ່ຢູ່ອີເມລ໌ (e-mail address) ເພື່ອນໍາໃຊ້ເຂົ້າໃນການຕິດຕໍ່ສື່ສານໃນການນໍາໃຊ້ລະບົບ LNSW;

5.1.2 ການຂໍລະຫັດຜູ້ນໍາໃຊ້

1) ຫົວໜ້າກົມທີ່ກ່ຽວຂ້ອງສະເໜີຢ່າງເປັນລາຍລັກອັກສອນ ເຖິງບໍລິສັດຮ່ວມພັດທະນາລະບົບ LNSW ເພື່ອຂໍສ້າງລະຫັດຜູ້ນໍາໃຊ້ໃຫ້ແກ່ພະນັກງານມີໜ້າທີ່ຮັບຜິດຊອບວຽກງານທີ່ຕິດພັນກັບການນໍາໃຊ້ລະບົບດັ່ງກ່າວ (ແບບຟອມໜັງສືສະເໜີຂໍລະຫັດຜູ້ນໍາໃຊ້ສໍາລັບພະນັກງານລັດ ໄດ້ລະບຸໃນເອກະສານຊ້ອນທ້າຍ 1);

2) ບໍລິສັດຮ່ວມພັດທະນາລະບົບ LNSW ກວດກາຄວາມຖືກຕ້ອງ ແລະ ສ້າງລະຫັດຜູ້ນໍາໃຊ້ໃຫ້ແກ່ພະນັກງານແຕ່ລະຄົນ;

3) ລະບົບ LNSW ຈະສົ່ງລະຫັດຜູ້ນໍາໃຊ້ ແລະ ລະຫັດຜ່ານ ໃຫ້ແກ່ຜູ້ນໍາໃຊ້ຜ່ານທາງອີເມລ໌ຂອງຜູ້ກ່ຽວໂດຍກົງແບບອັດຕະໂນມັດ;

4) ຜູ້ນໍາໃຊ້ ສາມາດເຂົ້ານໍາໃຊ້ລະບົບ LNSW ທັນທີ ທີ່ໄດ້ຮັບລະຫັດຜູ້ນໍາໃຊ້ຜ່ານທາງອີເມລ໌.

5.1.3 ການຍົກເລີກ

ໃນກໍລະນີທີ່ກົມກ່ຽວຂ້ອງ ຕ້ອງການຍົກເລີກການນໍາໃຊ້ລະຫັດຜູ້ນໍາໃຊ້ໃດໜຶ່ງ ອັນເນື່ອງຈາກມີການຊັບ ຊ້ອນປ່ຽນແທນພະນັກງານໃໝ່ ແລະ ອື່ນໆ. ກົມດັ່ງກ່າວຕ້ອງແຈ້ງຢ່າງເປັນລາຍລັກອັກສອນ ໃຫ້ບໍລິສັດຮ່ວມພັດທະນາ LNSW ຮັບຊາບ ເພື່ອຍົກເລີກການນໍາໃຊ້ ຫຼື ສ້າງລະຫັດໃໝ່ປ່ຽນແທນ.

5.2 ການລົງທະບຽນນໍາໃຊ້ສໍາລັບຜູ້ປະກອບການ

5.2.1 ເງື່ອນໄຂ

ພະນັກງານຂອງບໍລິສັດທີ່ຕ້ອງການລົງທະບຽນເປັນຜູ້ນໍາໃຊ້ລະບົບ LNSW ຕ້ອງມີເງື່ອນໄຂ ດັ່ງນີ້:

1) ຕ້ອງເປັນພະນັກງານຂອງບໍລິສັດຜູ້ນໍາເຂົ້າ-ສົ່ງອອກ, ບໍລິສັດບໍລິການຂົນສົ່ງ, ບໍລິສັດບໍລິການຈັດສົ່ງ, ບໍລິສັດ ບໍລິການແຈ້ງພາສີ ແລະ ບໍລິສັດອື່ນໆ ທີ່ເຄື່ອນໄຫວກ່ຽວຂ້ອງການກັບກິດຈະການນໍາເຂົ້າ ແລະ ສົ່ງອອກສິນຄ້າ, ເຄື່ອງຂອງ;

2) ຕ້ອງໄດ້ຜ່ານການເຂົ້າຮ່ວມຝຶກອົບຮົມການນໍາໃຊ້ລະບົບ LNSW ທີ່ຈັດໂດຍບໍລິສັດຮ່ວມພັດທະນາ ລະບົບLNSW;

3) ຕ້ອງມີທີ່ຢູ່ອີເມລ໌ (e-mail address) ເພື່ອນໍາໃຊ້ເຂົ້າໃນການຕິດຕໍ່ສື່ສານໃນການນໍາໃຊ້ລະບົບ LNSW;

5.2.2 ການຂໍລະຫັດຜູ້ນໍາໃຊ້

1) ອໍານວຍການບໍລິສັດທີ່ມີຈຸດປະສົງນໍາໃຊ້ລະບົບ LNSW ຕ້ອງສະເໜີຢ່າງເປັນລາຍລັກອັກສອນເຖິງ ບໍລິສັດຮ່ວມພັດທະນາລະບົບ LNSW ເພື່ອແຈ້ງລາຍຊື່ຂອງພະນັກງານ ແລະ ໜ້າທີ່ຮັບຜິດຊອບທີ່ຕິດພັນກັບການຂໍອະນຸຍາດ ແລະ ແຈ້ງພາສີນໍາເຂົ້າ-ສົ່ງອອກສິນຄ້າ (ແບບຟອມໜັງສືສະເໜີຂໍລະຫັດສໍາລັບພະນັກງານບໍລິສັດໄດ້ລະບຸໃນເອກະສານຊ້ອນທ້າຍ 2).

2) ໃບສະເໜີຂໍລົງທະບຽນເປັນຜູ້ນໍາໃຊ້ ຕ້ອງຄັດຕິດເອກະສານກ່ຽວຂ້ອງ ຄື:

  • ໃບທະບຽນວິສາຫະກິດ
  • ໃບຢັ້ງຢືນຕົວເລກຜູ້ເສຍອາກອນ (TIN)
  • ໃບຢັ້ງຢືນການເສຍອາກອນປະຈໍາປີ
  • ໃບຢັ້ງຢືນການຝຶກອົບຮົມນໍາໃຊ້ລະບົບ LNSW

3) ບໍລິສັດຮ່ວມພັດທະນາລະບົບ LNSW ກວດກາຄວາມຖືກຕ້ອງ ແລະ ສ້າງລະຫັດຜູ້ນໍາໃຊ້ໃຫ້ແກ່ພະນັກງານ ແຕ່ລະຄົນ ແລ້ວສົ່ງຜ່ານລະບົບເພື່ອໃຫ້ກົມພາສີພິຈາລະນາຮັບຮອງ;

4) ກົມພາສີ ກວດກາຄວາມຖືກຕ້ອງ ແລະ ອະນຸມັດການລົງທະບຽນໃຊ້ແກ່ພະນັກງານຂອງບໍລິສັດ;

5) ລະບົບ LNSW ຈະສົ່ງລະຫັດຜູ້ນໍາໃຊ້ ແລະ ລະຫັດຜ່ານໃຫ້ແກ່ຜູ້ນໍາໃຊ້ຜ່ານທາງອີເມລ໌ຂອງຜູ້ກ່ຽວໂດຍກົງ ແບບອັດຕະໂນມັດ.

6) ຜູ້ນໍາໃຊ້ສາມາດເຂົ້ານໍາໃຊ້ລະບົບ LNSW ທັນທີ ທີ່ໄດ້ຮັບລະຫັດຜູ້ນໍາໃຊ້ຜ່ານທາງອີເມລ໌.

5.2.3 ການຍົກເລີກ

ໃນກໍລະນີທີມີການຍົກຍ້າຍ ຫຼື ປ່ຽນແທນພະນັກງານນັກງານທີ່ຮັບຜິດຊອບວຽກງານທີ່ກ່ຽວຂ້ອງກັບການນໍາໃຊ້ລະບົບ LNSW, ບໍລິສັດດັ່ງກ່າວ ຕ້ອງແຈ້ງຢ່າງເປັນລາຍລັກອັກສອນ ໃຫ້ບໍລິສັດຮ່ວມພັດທະນາ LNSW ຮັບຊາບເພື່ອຍົກເລີກການນໍາໃຊ້ ຫຼື ສ້າງລະຫັດໃໝ່ປ່ຽນແທນ;

5.3 ການກໍານົດປະເພດຂອງຜູ້ນໍາໃຊ້

ຜູ້ນໍາໃຊ້ລະບົບ LNSW ໄດ້ຖືກຈັດແບ່ງອອກເປັນຫຼາຍປະເພດຕາມສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງຜູ້ນໍາໃຊ້. ໃນການສະເໜີຂໍລະຫັດຜູ້ນໍາໃຊ້ ຕ້ອງໄດ້ລະບຸລະຫັດປະເພດຜູ້ນໍາໃຊ້ຢ່າງຊັດເຈນ ໂດຍອີງໃສ່ຕາມຕາຕະລາງປະເພດຜູ້ນໍາໃຊ້ໃນເອກະສານຊ້ອນທ້າຍທີ 3.

6. ການຄຸ້ມຄອງການອອກອະນຸຍາດ ແລະ ການອອກເອກະສານຢັ້ງຢືນ

- ຜູ້ປະກອບການທີ່ມີຈຸດປະສົງນໍາເຂົ້າ ຫຼື ສົ່ງອອກສິນຄ້າ, ເຄື່ອງຂອງ ປະເພດທີ່ລັດຄຸ້ມຄອງຕ້ອງໄດ້ສະເໜີ ຂໍອະນຸຍາດນໍາເຂົ້າ ຫຼື ສົ່ງອອກສິນຄ້າ, ເຄື່ອງຂອງ ຕາມກົດໝາຍ ແລະ ລະບຽບການ ໂດຍນໍາໃຊ້ລະບົບ LNSW ເຂົ້າໃນການປະກອບແບບຟອມ, ຄັດຕິດເອກະສານກ່ຽວຂ້ອງ ແລະ ຍື່ນຜ່ານລະບົບດັ່ງກ່າວແບບເອເລັກໂຕຣນິກ.

- ບັນດາຂະແໜງການລັດທີ່ກ່ຽວຂ້ອງຕ້ອງນໍາໃຊ້ລະບົບ LNSW ເຂົ້າໃນການຮັບເອກະສານສະເໜີ, ຄົ້ນຄວ້າການສະເໜີຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ ແລະ ພິຈາລະນາອອກອະນຸຍາດນໍາເຂົ້າ ຫຼື ສົ່ງອອກ ສິນຄ້າຜ່ານລະບົບດັ່ງກ່າວ ໂດຍນໍາໃຊ້ລາຍເຊັນ ແລະ ຕາປະທັບຮູບແບບເອເລັກໂຕຣນິກ ເຂົ້າໃນການ ອອກອະນຸຍາດ. 

- ພາຍຫຼັງການອອກອະນຸຍາດ, ລະບົບ LNSW ຈະສົ່ງເອກະສານອະນຸຍາດໃນຮູບແບບເອເລັກໂຕຣນິກ ໄປໃຫ້ບໍລິສັດຜູ້ສະເໜີໂດຍຜ່ານອີເມລ໌.

7. ການແຈ້ງພາສີ

- ພາຍຫຼັງສໍາເລັດຂັ້ນຕອນການຂໍອະນຸຍາດນໍາເຂົ້າ ຫຼື ສົ່ງອອກສິນຄ້າ, ເຄື່ອງຂອງ ຢູ່ຂະແໜງການລັດທີ່ກ່ຽວຂ້ອງແລ້ວ, ໃນການນໍາເຂົ້າສິນຄ້າຕົວຈິງ ຜູ້ປະກອບການຕ້ອງນໍາໃຊ້ລະບົບ LNSW ເຂົ້າໃນການແຈ້ງຂໍ້ມູນການຂົນສົ່ງສິນຄ້າ ແລະ ນໍາໃຊ້ລະບົບ ASYCUDA ເຂົ້າໃນການແຈ້ງພາສີເປັນລາຍລະອຽດ.

- ສໍາລັບການນໍາເຂົ້າ ແລະ ສົ່ງອອກສິນຄ້າ, ເຄື່ອງຂອງ ທີ່ບໍ່ຕ້ອງການຂໍອະນຸຍາດຈາກຂະແໜງການລັດທີ່ກ່ຽວຂ້ອງ, ຜູ້ປະກອບການຕ້ອງນໍາໃຊ້ລະບົບ LNSW ເຂົ້າໃນການແຈ້ງຂໍ້ມູນການຂົນສົ່ງສິນຄ້າ ແລະ ນໍາໃຊ້ລະບົບ ASYCUDA ເຂົ້າໃນການແຈ້ງພາສີເປັນລາຍລະອຽດ.

- ການຊໍາລະຄ່າທໍານຽມການອອກອະນຸຍາດ, ຄ່າພາສີ, ຄ່າອາກອນ, ຄ່າບໍລິການ ແລະ ຄ່າທໍານຽມອື່ນໆ ທີ່ກ່ຽວຂ້ອງກັບການນໍາເຂົ້າ ແລະ ສົ່ງອອກສິນຄ້າ, ເຄື່ອງຂອງ ຕ້ອງດໍາເນີນການຊໍາລະລວມສູນຜ່ານລະບົບ LNSW ຊຶ່ງເຊື່ອມໂຍງເຂົ້າກັບລະບົບທະນາຄານ ເພື່ອຮັບປະກັນໃຫ້ການຊໍາລະສະດວກວ່ອງໄວ, ຖືກຕ້ອງ ແລະ ໂປ່ງໃສ. ການຊໍາລະແມ່ນໃຫ້ດໍາເນີນຫຼັງການຮັບຮອງການແຈ້ງພາສີ.

- ກົມພາສີ ຕ້ອງນໍາໃຊ້ລະບົບ LNSW ເຂົ້າໃນການຄຸ້ມຄອງກວດກາການອອກອະນຸຍາດ, ຂໍ້ມູນການຂົນສົ່ງ, ຂໍ້ມູນສິນຄ້າ ແລະ ການຄຸ້ມຄອງສາງສິນຄ້າ.

8. ການບໍລິການ ແລະ ການແກ້ໄຂເຫດສຸກເສີນ

- ບໍລິສັດຮ່ວມພັດທະນາລະບົບ LNSW ເປັນເຈົ້າການໃນການສະໜອງການບໍລິການດ້ານລະບົບໃຫ້ແກ່ຜູ້ນໍາໃຊ້ທີ່ເປັນຂະແໜງການລັດ ແລະ ພາກທຸລະກິດ ດ້ວຍຄວາມຮັບຜິດຊອບສູງ, ຮັບປະກັນຄວາມຕໍ່ເນື່ອງໃນການນໍາໃຊ້ລະບົບ ແລະ ແກ້ໄຂບັນຫາດ້ານເຕັກນິກໃຫ້ທັນສະພາບການ.

-  ໃນກໍລະນີເກີດເຫດສຸກເສີນ ເຊັ່ນ: ໄຟຟ້າມອດ, ສັນຍາເຄືອຄ່າຍໂທລະຄົມຖືກຕັດຂາດ, ໄຟໄໝ້, ນໍ້າຖ້ວມ ແລະ ເຫດສຸດວິໄສອື່ນໆ ຊຶ່ງເຮັດໃຫ້ບໍ່ສາມາດນໍາໃຊ້ລະບົບ LNSW ໄດ້ ແມ່ນໃຫ້ປະຕິບັດດັ່ງນີ້:

1) ຜູ້ນໍາໃຊ້ ທີ່ພົບເຫັນບັນຫາຂັດຂ້ອງດ້ານເຕັກນິກຂອງລະບົບ ຕ້ອງແຈ້ງຂໍ້ມູນໃຫ້ແກ່ບໍລິສັດຮ່ວມພັດທະ ນາລະບົບ LNSW ທັນທີທີ່ພົບບັນຫາ ໂດຍຕິດຕໍ່ຫາເບີໂທລະສັບ: 030 7776699 ຫຼື ອີເມລ໌: [email protected] ຫຼື ສາມາດເຂົ້າມາຕິດຕໍ່ພົວພັນໂດຍກົງ ກັບທິມງານຮັບຜິດຊອບລະບົບ ທີ່ຊັ້ນ 3, ອາຄານສີຂຽວ, ບ້ານ ນາໄຊ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.

2) ບໍລິສັດຮ່ວມພັດທະນາລະບົບ LNSW ຕ້ອງປະສານສົມທົບກັບພາກສ່ວນກ່ຽວຂ້ອງ ແກ້ໄຂບັນຫາ ໂດຍທັນທີ.

3) ກໍລະນີບໍ່ສາມາດແກ້ໄຂບັນຫາຂັດຂ້ອງຂອງລະບົບໄດ້ພາຍໃນ 2 ຊົ່ວໂມງ ໃຫ້ຜູ້ປະກອບການ ແລະ ຂະ    ແໜງການລັດທີ່ກ່ຽວຂ້ອງ ຫັນໄປນໍາໃຊ້ລະບົບເອກະສານທີ່ເປັນເຈ້ຍເປັນການຊົ່ວຄາວ.

4) ພາຍຫຼັງລະບົບສາມາດນຳໃຊ້ໄດ້ປົກກະຕິ ຜູ້ປະກອບການ ແລະ ເຈົ້າໜ້າທີ່ຂະແໜງການກ່ຽວຂ້ອງຕ້ອງກັບມາໃຊ້ລະບົບດັ່ງກ່າວທັນທີ.

9. ຂໍ້ຫ້າມ

- ຫ້າມຜູ້ນໍາໃຊ້ລະບົບ LNSW ເອົາລະຫັດຜູ້ນໍາໃຊ້ ແລະ ລະຫັດຜ່ານຂອງຕົນ ໃຫ້ຜູ້ອື່ນນໍາໃຊ້ໂດຍເດັດຂາດ.

- ຫ້າມຜູ້ນໍາໃຊ້ລະບົບ LNSW ນໍາໃຊ້ລະບົບດັ່ງກ່າວເຄື່ອນໄຫວບໍ່ຖືກຕ້ອງ ເຊັ່ນ: ການລັກເອົາຂໍ້ມູນຄວາມ ລັບໃນລະບົບ, ການດັດແກ້ ຫຼື ປອມແປງຂໍ້ມູນ, ເອກະສານ ຫຼື ການກະທໍາໃດໆທີ່ເຮັດໃຫ້ລະບົບຂັດຂ້ອງ ແລະ ຜິດຕໍ່ກົດໝາຍ ແລະ ລະບຽບການ.

10. ມາດຕະການຕໍ່ຜູ້ລະເມີດ

ໃນກໍລະນີກວດກາພົບເຫັນການນໍາໃຊລະບົບ LNSW ເຂົ້າໃນການເຄື່ອນໄຫວທີ່ບໍ່ຖືກຕ້ອງ, ມອບໃຫ້ກົມພາສີສົມທົບກັບພາກສ່ວນກ່ຽວຂ້ອງດໍາເນີນການຕັກເຕືອນ, ສັ່ງໂຈະ ແລະ ກ້າວໄປເຖິງການຍົກເລີກການນໍາໃຊ້ລະຫັດດັ່ງກ່າວຕໍ່ກໍລະນີເຮັດຜິດຫຼາຍຄັ້ງ ແລະ ສົ່ງຜົນກະທົບຮ້າຍແຮງ. ການກະທໍາຜິດໃດທີ່ສ້າງຄວາມເສຍເຫຍໃຫ້ແກ່ລະບົບ LNSW ຕ້ອງຖືກດໍາເນີນຄະດີຕາມກົດໝາຍ. 

11. ການຈັດຕັ້ງປະຕິບັດ

- ມອບໃຫ້ບັນດາຂະແໜງການລັດທີ່ກ່ຽວຂ້ອງຄົ້ນຄວ້າສ້າງຄໍາແນະນໍາຂັ້ນຕອນລະອຽດທີ່ຕິດພັນກັບຄວາມຮັບຜິດຊອບຂອງຕົນ.

- ການຈັດຕັ້ງປະຕິບັດຕົວຈິງ ແມ່ນໃຫ້ຈັດຕັ້ງປະຕິບັດໄປເທື່ອລະບາດກ້າວ ໂດຍເລີ່ມນໍາໃຊ້ເຂົ້າໃນການຄຸ້ມຄອງການນໍາເຂົ້າສິນຄ້າປະເພດພາຫະນະເປັນບາດກ້າວເລີ່ມຕົ້ນ. ຈາກນັ້ນ, ຈຶ່ງຜັນຂະຫຍາຍໄປສູ່ການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກສິນຄ້າປະເພດອື່ນໆ ເມື່ອມີຄວາມພ້ອມ.

-  ເພື່ອຮັບປະກັນປະສິດທິຜົນຂອງ ການຈັດຕັ້ງ ແລະ ຜັນຂະຫຍາຍການນໍາໃຊ້ລະບົບ LNSW ມອບໃຫ້ ກົມພາສີ, ໃນນາມທີ່ເປັນກອງເລຂາ ແລະ ເປັນຈຸດປະສານງານການພັດທະນາລະບົບດັ່ງກ່າວ, ຄົ້ນຄວ້າສ້າງ ແລະ ລົງນາມບົດບັນທຶກຄວາມເຂົ້າ ໃຈ (MOU) ຮ່ວມກັບພາກສ່ວນກ່ຽວຂ້ອງ ເພື່ອກໍານົດສິດ, ໜ້າທີ່, ຄວາມຮັບຜິດຊອບ ແລະ ການຮ່ວມມືໃນການແລກປ່ຽນຂໍ້ມູນ ແລະ ເອກະສານຕ່າງໆ ຜ່ານລະບົບ LNSW.

- ມອບໃຫ້ບໍລິສັດຮ່ວມພັດທະນາລະບົບ LNSW ສົມທົບກັບກົມພາສີຈັດຝຶກອົບຮົມ ແລະ ເຜີຍແຜ່ການນໍາໃຊ້ໃຫ້ແກ່ຂະແໜງການຂອງລັດ ແລະ ພາກທຸລະກິດຢ່າງທົ່ວເຖິງ;

- ມອບໃຫ້ກົມພາສີ ເປັນເຈົ້າການນໍາພາຈັດຕັ້ງປະຕິບັດ, ຕິດຕາມກວດກາ, ປະເມີນຜົນ ແລະ ລາຍງານຄວາມ ຄືບໜ້າໃຫ້ກະຊວງການເງິນຮັບຊາບເປັນປົກກະຕິ;

-  ບົດແນະນໍາສະບັບນີ້ ມີຜົນສັກສິດຫຼັງລົງລາຍເຊັນ ແລະ ພີມລົງໃນຈົດໝາຍເຫດທາງລັດຖະການ 15 ວັນ.

ລັດຖະມົນຕີກະຊວງການເງິນ
ສົມດີ ດວງດີ

ດາວໂຫຼດ: ເອກະສານສອນທ້າຍ

 

# ຫົວຂໍ້ ດາວໂຫຼດ
1 Instruction on the Utilization of Lao National Single Window No. 4217/MOF, dated 28 December 2018 PDF
2 ບົດແນະນໍາ ວ່າດ້ວຍການນໍາໃຊ້ລະບົບແຈ້ງພາສີປະຕູດຽວ ເລກທີ 4217/ກງ, ລົງວັນທີ 28 ທັນວາ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.