ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ

ກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ      ເລກທີ 0051/ກຂອຄ

                                                          ນະຄອນຫຼວງວຽງຈັນ, ວັນທີ 25 SEP 2017

ຂໍ້ຕົກລົງ

ວ່າດ້ວຍ ການຮັບຮອງ ແລະ ປະກາດໃຊ້ແຜນດຳເນີນງານ

ວຽກອຳນວຍຄວາມສະດວກທາງດ້ານການຄ້າ ສຳລັບປີ 2017-2022

- ອີງຕາມ ດຳລັດນາຍົກລັດຖະມົນຕີ ສະບັບເລກທີ 230/ນຍ, ລົງວັນທີ 24 ກໍລະກົດ 2017 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ກະຊວງອຸດສາຫະກຳ ແລະ ການຄ້າ.
- ອີງຕາມ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ສະບັບເລກທີ 023/ຄປຊ, ລົງວັນທີ 20 ຕຸລາ 2010.
- ອີງຕາມຜົນກອງປະຊຸມກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ຄັ້ງທີ 06 ໃນວັນທີ 11 ສິງຫາ 2017.

ຫົວໜ້າ ກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ອອກຂໍ້ຕົກລົງ:

ມາດຕາ 1: ຮັບຮອງ ແລະ ປະກາດໃຊ້ ແຜນດຳເນີນງານວຽກອຳນວຍຄວາມສະດວກທາງດ້ານການຄ້າ ສຳລັບປີ 2017-2022.

ມາດຕາ 2: ມອບໃຫ້ ກົມການນຳເຂົ້າ ແລະ ສົ່ງອອກ ໃນນາມເປັນຫ້ອງການປະຈຳກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ສົມທົບກັບບັນດາຂະແໜງການທີ່ປິ່ນອ້ອມວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ຢູ່ສູນກາງ ແລະ ທ້ອງຖິ່ນ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນດຳເນີນງານດັ່ງກ່າວໃຫ້ມີປະສິດຕິຜົນສູງ ໂດຍກຳນົດເວລາປະຕິບັດແຕ່ລະມາດຕະການຍຸດທະສາດຢ່າງລະອຽດ ແລະ ລາຍງານຜົນການຈັດຕັ້ງປະຕິບັດໃຫ້ ຫົວໜ້າກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ຊາບ ເປັນປົກກະຕິ.

ມາດຕາ 3: ບັນດາກົມກອງກ່ຽວຂ້ອງ ທີ່ຖືກແຕ່ງຕັ້ງເປັນສະມາຊິກກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ຈົ່ງຮັບຮູ້, ໃຫ້ຄວາມຮ່ວມມື ແລະ ພ້ອມກັນຈັດຕັ້ງປະຕິບັດ ແຜນດຳເນີນງານດັ່ງກ່າວ ແລະ ຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດ ແລະ ໃຫ້ໄດ້ຮັບຜົນດີ.

ມາດຕາ 4: ຂໍ້ຕົກລົງສະບັບນີ້ ມິຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ລັດຖະມົນຕີ
ຫົວໜ້າ ກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ

ນ.​ ເຂັມມະນີ ພົນເສນາ

ກົດທີ່ນີ້ເພື່ອເບິ່ງແຜນດຳເນີນງານວຽກອຳນວຍຄວາມສະດວກທາງດ້ານການຄ້າ ສຳລັບປີ 2017-2022

# ຫົວຂໍ້ ດາວໂຫຼດ
1 Decision on the Adoption and Proclamation of Trade Facilitation Road Map of Lao PDR for 2017-2022. No. 0051/TFS, dated 25 September 2017 PDF
2 ຂໍ້ຕົກລົງ ວ່າດ້ວຍ ການຮັບຮອງ ແລະ ປະກາດໃຊ້ແຜນດຳເນີນງານວຽກອຳນວຍຄວາມສະດວກທາງດ້ານການຄ້າ ສຳລັບປີ 2017-2022 ເລກທີ 0051/ກຂອຄ, ລົງວັນທີ 25 ກັນຍາ 2017 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.