ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກໍາ ແລະ ການຄ້າ                ເລກທີ 1633/ອຄ.ກຂອ

ນະຄອນຫຼວງວຽງຈັນ, ວັນທີ 23 ພະຈິກ 2018

ຂໍ້ຕົກລົງ
ວ່າດ້ວຍການປະກາດໃຊ້ລະບຽບແຫຼ່ງກຳເນີດສະເພາະທີ່ນໍາໃຊ້ກັບແຕ່ລະຜະລິດຕະພັນ
ພາຍໃຕ້ຂອບສັນຍາການຄ້າເສລີອາຊຽນ - ອົດສະຕາລີ - ນິວຊີແລນ ທີ່ໂອນຖ່າຍຈາກ
ລະບົບລະຫັດອັດຕາພາສີເອກະພາບອາຊຽນສະບັບ
AHTN 2012 ມາເປັນ AHTN 2017

- ອີງ​ຕາມດຳລັດວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 230/ນຍ, ລົງວັນທີ 24 ກໍລະກົດ 2017;
- ອີງໃສ່ກອງປະຊຸມກອງປະຊຸມຂອງໜ່ວຍງານລະບຽບແຫຼ່ງກໍາເນີດສິນຄ້າ ພາຍ​ໃຕ້​ຂອບ​ສັນຍາ​ການ​ຄ້າ​ເສລີ ອາຊຽນ-ອົດສະຕາລີ-ນິວຊີແລນ ຄັ້ງທີ 13 ລະຫວ່າງວັນທີ 04-07 ​ເມສາ 2018 ທີ່ນະຄອນ ດາ​ໜັງ, ສສ ຫວຽດນາມ​ ທີ່ໄດ້ສໍາເລັດການປັບປຸງລະບຽບສະເພາະທີ່ນໍາໃຊ້ກັບແຕ່ລະຜະລິດຕະພັນ;
- ອີງ​ຕາມການສະ​ເໜີຂອງ ກົມ​ການ​ນຳ​ເຂົ້າ ​ແລະ ສົ່ງອອກ.

ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ອອກຂໍ້ຕົກລົງ:

ມາດຕາ 1. ປະກາດໃຊ້ລະບຽບແຫຼ່ງກຳເນີດສະເພາະທີ່ນຳໃຊ້ກັບແຕ່ລະຜະລິດຕະພັນ (Product Specific Rules: PSR) ພາຍໃຕ້ຂອບສັນຍາການຄ້າເສລີ ອາຊຽນ - ອົດສະຕາລີ - ນິວຊີແລນ ທີ່ໂອນຖ່າຍຈາກລະບົບລະຫັດອັດຕາພາສີເອກະພາບອາຊຽນສະບັບ AHTN 2012 ມາເປັນ AHTN 2017.

ມາດຕາ 2. ມອບໃຫ້ ກົມການນໍາເຂົ້າ ແລະ ສົ່ງອອກ ຮັບຜິດຊອບ​ແນະນໍາ ແລະ ເຜີຍແຜ່ ວິທີຈັດຕັ້ງປະຕິບັດລະອຽດ ກ່ຽວກັບລະບຽບການດັ່ງກ່າວ ເພື່ອໃຫ້ຂໍ້ຕົກລົງສະບັບນີ້ ຖືກປະຕິບັດຢ່າງໄດ້ຮັບຜົນດີ.

ມາດຕາ 3. ຂໍ້ຕົກລົງສະບັບນີ້​ມີ​ຜົນ​ບັງຄັບ​ໃຊ້​ນັບ​ແຕ່ວັນ​ທີ 01 ມັງກອນ 2019 ​ເປັນ​ຕົ້ນ​ໄປ.   

ເຊັນແທນ ລັດຖະມົນຕີ
ບຸນມີ ມະນີວົງ

 

# ຫົວຂໍ້ ດາວໂຫຼດ
1 Decision on the Proclamation of Product Specific Rules under ASEAN-Australia and New Zealand Free Trade Agreement (AANZFTA) which transferred from the AHTN 2012 to AHTN 2017 No. 1633/MOIC.DIMEX, dated 23 November 2018 PDF
2 ຂໍ້ຕົກລົງ ວ່າດ້ວຍການປະກາດໃຊ້ລະບຽບແຫຼ່ງກຳເນີດສະເພາະທີ່ນໍາໃຊ້ກັບແຕ່ລະຜະລິດຕະພັນພາຍໃຕ້ຂອບສັນຍາການຄ້າເສລີອາຊຽນ - ອົດສະຕາລີ - ນິວຊີແລນ ທີ່ໂອນຖ່າຍຈາກລະບົບລະຫັດອັດຕາພາສີເອກະພາບອາຊຽນສະບັບ AHTN 2012 ມາເປັນ AHTN 2017 ເລກທີ 1633/ອຄ.ກຂອ, ລົງວັນທີ 23 ພະຈິກ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.