ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກໍາ ແລະ ການຄ້າ              ເລກທີ 1696/ອຄ.ກຂອ.

      ນະຄອນຫຼວງວຽງຈັນ, ວັນທີ 04 DEC 2018

 

ຂໍ້ຕົກລົງ
ວ່າດ້ວຍການປະກາດໃຊ້ລະບຽບ
ແຫຼ່ງກຳເນີດສິນຄ້າ, ​​ ແລະ   ຟອມ APTA
 
ຕາມການປັບປຸງຄັ້ງທີ 2 ຂອງສັນຍາການຄ້າ ອາຊີ - ປາຊີຟິກ

- ອີງ​ຕາມ ດຳລັດວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 230/ນຍ, ລົງວັນທີ 24 ກໍລະກົດ 2017;
- ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍແຫຼ່ງກໍາເນີດສິນຄ້ານໍາເຂົ້າ ແລະ ສົ່ງອອກ, ສະບັບເລກທີ 228/ນຍ, ລົງວັນທີ 22 ເມສາ 2010;     
- ອີງ​ຕາມ ສານຮັບຮອງການປັບປຸງຄັ້ງທີ 2 ຂອງສັນຍາການຄ້າອາຊີ-ປາຊີຟິກ ຂອງ ກະຊວງການຕ່າງປະເທດ, ສະບັບລົງວັນທີ 07 ກໍລະກົດ 2017;​​
- ອີງ​ຕາມ ການສະ​ເໜີຂອງ ກົມ​ການ​ນຳ​ເຂົ້າ ​ແລະ ສົ່ງອອກ.

ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ອອກຂໍ້ຕົກລົງ:

ມາດຕາ 1. ປະກາດ​ໃຊ້ລະບຽບແຫຼ່ງກຳເນີດສິນຄ້າ (Rule of Origin: ROO) ,​​ ແລະ ຟອມ APTA ຕາມການ ປັບປຸງຄັ້ງທີ 2 ຂອງສັນຍາການຄ້າ ອາຊີ - ປາຊີຟິກ.

ມາດຕາ 2. ມອບ​ໃຫ້ ກົມການນໍາເຂົ້າ ແລະ ສົ່ງອອກ ຮັບຜິດຊອບ​ແນະນຳ, ​ແລະ ​ເຜີຍ​ແຜ່​ວິທີ​ຈັດ​ຕັ້ງ​ປະຕິບັດ​ລະອຽດ ກ່ຽວກັບ ລະບຽບດັ່ງກ່າວ ​ເພື່​ອ​ໃຫ້​ຂໍ້​ຕົກລົງ​ສະບັບ​ນີ້​ຖືກ​ປະຕິບັດຢ່າງ​ໄດ້​ຮັບ​ຜົນ​ດີ. 

ມາດຕາ 3.     ຂໍ້ຕົກລົງສະບັບນີ້​ມີ​ຜົນ​ບັງຄັບ​ໃຊ້​ຢ້ອນຫຼັງເລີ່ມແຕ່ວັນທີ 01 ກໍລະກົດ 2018 ​ເປັນ​ຕົ້ນ​ມາ.   

 

ລັດຖະມົນຕີ
ນ ເຂັມມະນີ ພົນເສນາ

 

 

 

# ຫົວຂໍ້ ດາວໂຫຼດ
1 Decision on the Proclamation of Rule of Origin and Form APTA in accordance with the Second Amendment of Asia Pacific Trade Agreement (APTA) No. 1696/MOIC.DIMEX, dated 04 December 2018 PDF
2 ຂໍ້ຕົກລົງ ວ່າດ້ວຍການປະກາດໃຊ້ລະບຽບແຫຼ່ງກຳເນີດສິນຄ້າ, ແລະ ຟອມ APTA ຕາມການປັບປຸງຄັ້ງທີ 2 ຂອງສັນຍາການຄ້າ ອາຊີ - ປາຊີຟິກ ເລກທີ 1696/ອຄ.ກຂອ, ລົງວັນທີ 04 ທັນວາ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.