ອີງຕາມບົດສະຫຼຸບການຂຶ້ນທະບຽນວິສາຫະກິດທີ່ມີຕົວເລກປະຈຳຕົວຜູ້ເສຍອາກອນພ້ອມກັບການອອກໃບທະບຽນວິສາຫະກິດຕັ້ງແຕ່ວັນທີ 01 ກຸມພາ ຫາ 25 ເມສາ 2019, ບັນດາຫົວໜ່ວຍທຸລະກິດໄດ້ຂຶ້ນທະບຽນວິສາຫະກິດມີຕົວເລກປະຈຳຕົວຜູ້ເສຍອາກອນພ້ອມກັບການອອກໃບທະບຽນວິສາຫະກິດຢູ່ບັນດາຈຸດທີ່ໄດ້ຕິດຕັ້ງໂປຣແກຣມທະບຽນວິສາຫະກິດລວມສູນເຊືອມຕໍ່ກັບສ່ວຍສາອາກອນໃນຈຳນວນທັງໝົດ 110 ຈຸດທົ່ວປະເທດ ເຊິ່ງໄດ້ຂຶ້ນທະບຽນວິສາຫະກິດຢູ່ກົມ ທຄວ ຈຳນວນ 768 ຫົວໜ່ວຍ, ຢູ່ 18 ພະແນກ ອຄ ແຂວງ/ນະຄອນຫຼວງວຽງຈັນ ຈຳນວນ 1,418 ຫົວໜ່ວຍ ແລະ ຢູ່ 91 ຫ້ອງການ ອຄ ເມືອງຈຳນວນ 2,098 ຫົວໜ່ວຍ.

ຮູບແບບໃບທະບຽນວິສາຫະກິດໃນເມື່ອກ່ອນ
ຂໍ້ມູນພາບ: http://cna.com.la

 

ນອກຈາກນັ້ນ, ຍັງໄດ້ມີການຝຶກອົບຮົມກ່ຽວກັບການຕິດຕັ້ງ ແລະ ນຳໃຊ້ລະບົບໂປຣແກຣມດັ່ງກ່າວໃຫ້ແກ່ເຈົ້າໜ້າທີ່ທະບຽນວິສາຫະກິດຂອງ ກົມ ທຄວ, ພະແນກ ອຄ ແຂວງ/ນະຄອນຫຼວງ ແລະ ຫ້ອງການ ອຄ ເມືອງ ທົ່ວປະເທດ ເພ່ືອຮັບປະກັນຄວາມເຂົ້າໃຈໃນການນຳໃຊ້ໂປຣແກຣມ, ເຕັກນິກທາງດ້ານໄອທີ, ການບໍລິການຂຶ້ນທະບຽນ ແລະ ການຄຸ້ມຄອງຫຼັງການຂຶ້ນທະບຽນວິສາຫະກິດ. ລະບົບໂປຣແກຣມດັ່ງກ່າວເປັນລະບົບທີ່ພັດທະນາມາຈາກລະບົບໂປຣແກຣມທະບຽນວິສາຫະກິດ ທີ່ເຄີຍໄດ້ນຳໃຊ້ມາແຕ່ປີ 2008, ຊຶ່ງໄດ້ມີການປັບປຸງບາງຈຸດທາງດ້ານເຕັກນິກ  ໃໝ່ເພື່ອໃຫ້ສາມາດເຊື່ອມຕໍ່ກັບການເອົາເລກປະຈຳຕົວຜູ້້ເສຍອາກອນຈາກຂະແໜງການເງິນ. ສະແດງໃຫ້ເຫັນວ່າເປັນການຢັ້ງຢືນໃຫ້ເຫັນເຖິງຄວາມທັນສະໄໝທີ່ໄດ້ມີໂປຣແກຣມທະບຽນວິສາຫະກິດລວມສູນ ເຊື່ອມຕໍ່ກັບສ່ວຍສາອາກອນ ແລະ ເຮັດໃຫ້ລະບົບໂປຣແກຣມຂອງສອງຂະແໜງການ ອຄ ແລະ ການເງິນເຊື່ອມເຂົ້າຫາກັນ.

ຮູບແບບໃບທະບຽນວິສາຫະກິດປັບປຸງໃໝ່

 

ໃນປະຈຸບັນ, ຜູ້້ປະກອບການການຂຶ້ນທະບຽນວິສາຫະກິດທີ່ມີຕົວເລກປະຈຳຕົວຜູ້ເສຍອາກອນພ້ອມກັບການອອກໃບທະບຽນວິສາຫະກິດຢູ່ທີ່ ກົມ ທຄວ, ຢູ່ 18 ພະແນກ ອຄ/ນະຄອນຫຼວງວຽງຈັນ ແລະ 91 ເມືອງ ເຊິ່ງໃນອະນາຄົດ ຈະມີການຕິດຕັ້ງລະບົບດັ່ງກ່າວຢູ່ທຸກເມືອງທົ່ວປະເທດ. ກົດທີ່ນີ້  ເພື່ອເບິ່ງລາຍລະອຽດແຂວງ ແລະ ເມືອງ ທີ່ມີການຕິດຕັ້ງ ແລະ ນຳໃຊ້ລະບົບໂປແກຣມທະບຽນວິສາຫະກິດລວມສູນເຊືອມຕໍ່ກັບສ່ວຍສາອາກອນ.​

ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາພົວພັນຫາ ກົມທະບຽນ ແລະ ຄຸ້ມຄອງວິຫາຫະກິດ, ກະຊວງອຸດສາຫະກຳ ແລະ ການຄ້າ

ທີ່ຢູ່: ບ້ານໂພນໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ

ໂທ: +856 21 412 011 ແຟັກ:  +856 21 453 865

ເວບໄຊ: www.erm.gov.la

ແຫຼ່ງຂໍ້ມູນ: ບົດສະຫຼຸບການຂຶ້ນທະບຽນວິສາຫະກິດທີ່ມີຕົວເລກປະຈຳຕົວຜູ້ເສຍອາກອນພ້ອມກັບການອອກໃບທະບຽນວິສາຫະກິດຕັ້ງແຕ່ວັນທີ 01 ກຸມພາ ຫາ 25 ເມສາ 2019 ຂອງ ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.