ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສໍານັກງານນາຍົກລັດຖະມົນຕີ                   ເລກທີ 354 /ນຍ

ນະຄອນຫຼວງວຽງຈັນ, ວັນທີ່ 05.10.2007

ດຳລັດ

ວ່າດ້ວຍເລກປະຈໍາຕົວຜູ້ເສຍອາກອນ

- ອີງຕາມກົດໝາຍວ່າດ້ວຍລັດຖະບານແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບເລກທີ 02/ສພຊ, ລົງວັນທີ 06/05/2003;
- ອີງຕາມກົດໝາຍວ່າດ້ວຍສ່ວຍສາອາກອນ ສະບັບເລກທີ 04/ສພຊ. ລົງວັນທີ 19/05/2005;
- ອີງຕາມກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບເລກທີ 04/ສພຊ, ລົງວັນທີ 26/12/2006;
- ອີງຕາມໜັງສືສະເໜີຂອງລັດຖະມົນຕີວ່າການກະຊວງການເງິນ ສະບັບເລກທີ 1435/ກງ, ລົງວັນທີ 19/06/2007.

ນາຍົກລັດຖະມົນຕີ ອອກດໍາລັດ :

ໝວດທີ I
ບົດບັນຍັດທົ່ວໄປ

ມາດຕາ 1.  ຈຸດປະສົງ

ດໍາລັດສະບັບນີ້ ກໍານົດຫລັກການ, ລະບຽບການ, ວິທີການ ແລະ ມາດຕະການ ກ່ຽວກັບ ການນໍາໃຊ້ເລກປະຈໍາຕົວຜູ້ເສຍອາກອນ ເພື່ອເຮັດໃຫ້ການຄຸ້ມຄອງຖານຂໍ້ມູນຂ່າວສານ ຈາກການ ດໍາເນີນທຸລະກິດ ຫລື ການປະກອບອາຊີບຕ່າງໆ ຂອງຜູ້ເສຍອາກອນມີຄວາມຊັດ ເຈນ, ທັນສະໄຫມ ແລະ ມີປະສິດທິພາບສູງ ແລະ ຮັບປະກັນການເກັບລາຍຮັບສວ່ຍສາອາກອນ ໃຫ້ຖືກຕ້ອງ ແລະ ຄົບຖ້ວນ ຕາມລະບຽບກົດໝາຍກໍານົດໄວ້.

ມາດຕາ 2.  ເລກປະຈໍາຕົວຜູເສຍອາກອນ

ເລກປະຈາຕົວຜູ້ເສຍອາກອນ ແມ່ນເລກລະຫັດທີ່ໃຊ້ສະເພາະກັບຜູ້ມີພັນທະເສຍອາກອນໃຫ້ລັດ ເພື່ອສາມາດຄຸ້ມຄອງ ແລະ ຕິດຕາມຂໍ້ມູນຕ່າງໆຂອງຜູ້ເສຍອາກອນໄດ້.

ມາດຕາ 3.   ຂອບເຂດການນໍາໃຊ້ດໍາລັດ

ດໍາລັດສະບັບນີ້ ນໍາໃຊ້ຕໍ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ລວມທັງຊາວຕ່າງປະ ເທດ ທີ່ດໍາເນີນທຸລະກິດ ຫລື ທໍາມາຫາກິນຖາວອນ ຫລື ຊົ່ວຄາວ ຢູ່ ສປປ ລາວ ກໍຄືຜູ້ມີພູມລໍາເນົາ ຫລື ສະຖານທີ່ດໍາເນີນທຸລະກິດຢູ່ລາວ ໄປເຄື່ອນໄຫວຢູ່ຕ່າງປະເທດທີ່ມີລາຍໄດ້.

ໝວດທີ II
ອົງປະກອບເລກປະຈໍາຕົວຜູ້ເສຍອາກອນ

ມາດຕາ 4. ອົງປະກອບເລກປະຈາຕົວຜູ້ເສຍອາກອນ

ເລກປະຈໍາຕົວຜູ້ເສຍອາກອນ ປະກອບດວ້ຍ 4 ພາກສ່ວນຄື :

- ພາກສ່ວນທີ່ໜຶ່ງ ແມ່ນເລກນັບຕາມລໍາດັບ ມີ 8 ໂຕເລກ ເພື່ອກໍານົດຈໍານວນຜູ້ເສຍອາກອນໂດຍລຽງຕາມລໍາດັບ;
- ພາກສ່ວນທີ່ສອງ ແມ່ນເລກກວດກາ ມີ 1 ໂຕເລກ ໃຊ້ເພື່ອກວດສອບເລກໝາຍ ດັ່ງກ່າວດ້ວຍລະບົບຄອມພີວເຕີ ກ່ຽວກັບຜູ້ເສຍອາກອນ ເພື່ອປ້ອງກັນຄວາມຜິດພາດໃນເວລາປ້ອນຂໍ້ມູນຂອງຜູ້ເສຍອາກອນເຂົ້າເຄື່ອງຄອມພີວເຕີ;
- ພາກສ່ວນທີ່ສາມ ແມ່ນສໍາລັບຜູ້ເສຍອາກອນທີ່ໄດ້ຂຶ້ນທະບຽນຢູ່ໃນລະບົບ ອາກອນມູນຄ່າເພີ່ມ ຊຶ່ງກຳນົດເອົາເລກ 9 ຕໍ່ຈາກໂຕເລກກວດກາ, ສຳລັບຜູ້ທີ່ບໍ່ໄດ້ເຂົ້າໃນລະບົບອາກອນມູນຄ່າເພີມ ແມ່ນກໍານົດເອົາເລກ 0;
- ພາກສ່ວນທີ່ສີ່ ແມ່ນເລກປະຈໍາຕົວສໍາລັບສາຂາ ຂອງວິສາຫະກິດທີຕັ້ງຢູ່ແຕ່ລະທ້ອງຖິ່ນ ໂດຍກໍານົດເອົາ 2 ໂຕເລກ, ສໍາລັບວິສາຫະກິດທີບໍ່ມີສາຂາ ແມ່ນກໍານົດເອົາ 00 ແທນ.  ສາຂາ ແມ່ນໝາຍເຖິງສໍານັກງານຖາວອນຂອງວິສາຫະກິດ ທີ່ຕັ້ງຢູ່ທ້ອງຖິ່ນ ຫລື ແຂວງອື່ນ.

 

ກ ກ ກ ກ ກ ກ ກ ກ  - 9 ຄ 

ມາດຕາ 5. ການນໍາໃຊ້ເລກປະຈໍາຕົວຜູ້ເສຍອາກອນ

ບຸກຄົນ, ນິຕິບຸກຄົນ ທີ່ດໍາເນີນທຸລະກິດການຜະລິດ ແລະ ການບໍລິການ, ບຸກຄົນ ປະ ກອບວິຊາຊີບທີ່ມີລາຍໄດ້, ອົງການຈັດຕັ້ງລັດບໍລິຫານ-ວິຊາການ ແລະ ອົງການຈັດຕັ້ງ ສັງຄົມ ອື່ນໆ ລ້ວນແຕ່ແມ່ນເປົ້າໝາຍໃຫ້ນໍາໃຊ້ເລກປະຈໍາຕົວຜູ້ເສຍອາກອນ.

ຜູ້ມີພັນທະເສຍອາກອນ ຕ້ອງນໍາໃຊ້ເລກປະຈໍາຕົວຂອງຕົນ ເຂົ້າໃນ ໃບທະບຽນ ອາກອນ, ໃບແຈ້ງເສຍອາກອນ, ໃບເກັບເງິນ, ເອກະສານຊໍາລະອາກອນ, ເອກະສານແຈ້ງພາສີ, ເອກະ ສານການບັນຊີ, ເອກະສານການເຄື່ອນຍ້າຍສິນຄ້າ ເຄື່ອງຂອງ ຫຼື ຜະລິດຕະພັນ ແລະ ເອກະ ສານອື່ນໆ ໃນທາງລັດຖະການ.

ຜູ້ມີພັນທະເສຍອາກອນ ໝາຍເຖິງອົງການຈັດຕັ້ງ, ບຸກຄົນ ຫລື ນິຕິບຸກຄົນ ແມ່ນມີ ສິດໄດ້ຮັບອະນຸຍາດໃຫ້ນໍາໃຊ້ເລກປະຈໍາຕົວ ໄດ້ພຽງເລກໝາຍດຽວຕະຫລອດໄລຍະການດໍາເນີນທຸ ລະກິດ ຫລື ການຄົງຕົວຂອງຜູ້ເສຍອາກອນ ໂດຍບໍ່ໃຫ້ປ່ຽນແປງ. ໃນກໍລະນີມີ ການຢຸດເຊົາທຸລະກິດຖາວອນ, ການໂຮມ ຫລື ການແຍກກິດຈະການ, ຜູ້ເສຍອາກອນເສຍຊີວິດ, ທຸລະກິດລົ້ມລະລາຍ ດັ່ງນີ້ເປັນຕົ້ນ ເລກປະຈໍາຕົວດັ່ງກ່າວນັ້ນ ຈະບໍ່ໄດ້ເອົາມານໍາໃຊ້ຄືນໃໝ່.

ໝວດທີ III
ຂັ້ນຕອນການອອກເລກປະຈໍາຕົວຜູ້ເສຍອາກອນ

ມາດຕາ 6. ການຂຶ້ນບັນຊີລາຍຊື່ ຜູ້ເສຍອາກອນ

ຂະແໜງສ່ວຍສາອາກອນແຕ່ລະຂັ້ນຕ້ອງຂຶ້ນບັນຊີລາຍຊື່ຜູ້ເສຍອາກອນ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ຫຼັງຈາກນັ້ນ ຕ້ອງໄດ້ສົ່ງເອກະສານລາຍງານກ່ຽວກັບຂໍ້ມູນ ການຂຶ້ນບັນຊີລາຍຊື່ຜູ້ເສຍອາກອນນັ້ນ ໃຫ້ກົມສ່ວຍສາອາກອນເພື່ອອອກເລກປະຈໍາຕົວໃຫ້ແກ່ຜູ້ເສຍອາກອນ  ລວມສູນຢູ່ບ່ອນດຽວ.

ມາດຕາ 7. ການອອກເລກປະຈໍາຕົວຜູ້ເສຍອາກອນ

ການອອກເລກປະຈໍາຕົວຜູ້ເສຍອາກອນ ແມ່ນກົມສ່ວຍສາອາກອນເທົ່ານັ້ນ ເປັນຜູ້ກໍານົດ ອອກໃຫ້, ຫ້າມບຸກຄົນ, ນິຕິບຸກຄົນ ຫລື ອົງການຈັດຕັ້ງທຸກພາກສ່ວນຂຶ້ນບັນຊີລາຍຊື່, ອອກເລກປະຈໍາຕົວຜູ້ເສຍອາກອນເອົາເອງ ແລະ ມອບເລກປະຈໍາຕົວຂອງຕົນໃຫ້ຜູ້ອື່ນນຳໃຊ້ເດັດຂາດ

ມາດຕາ 8. ວິທີການອອກເລກປະຈໍາຕົວຜູ້ເສຍອາກອນ

ກົມສ່ວຍສາອາກອນ ເປັນຜູ້ສ້າງຕັ້ງໜ່ວຍງານຮັບຜິດຊອບໃນການອອກເລກປະຈໍາຕົວ ຜູ້ເສຍອາກອນ ແລະ ສ້າງແບບຟອມໃນການອອກເລກປະຈໍາຕົວຜູ້ເສຍອາກອນຢູ່ໃນຮູບແບບອີເລັກ ໂທຣນິກ ເພື່ອສະດວກໃຫ້ແກ່ການນໍາໃຊ້, ຄວບຄຸມ ແລະ ການອອກເລກປະຈໍາຕົວຜູ້ເສຍອາ ກອນ ດ້ວຍລະບົບຄອມພີວເຕີ

ມາດຕາ 9. ການອອກໃບຢັ້ງຢືນເລກປະຈໍາຕົວຜູ້ເສຍອາກອນ

ຫົວໜ້າລັດຖະການສ່ວຍສາອາກອນແຕ່ລະຂັ້ນ ເປັນຜູ້ອອກໃບຢັ້ງຢືນເລກປະຈໍາຕົວຜູ້ ເສຍອາກອນໃຫ້ແກ່ ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງຕ່າງໆ ໃນຂອບເຂດຄວາມຮັບຜິດ ຊອບຂອງຕົນ ບົນພື້ນຖານເລກປະຈໍາຕົວທີ່ກົມສ່ວຍສາອາກອນກໍານົດໃຫ້.

ມາດຕາ 10. ການບັນຈຸຂໍ້ມູນເຂົ້າໃນໃບຢັ້ງຢືນເລກປະຈໍາຕົວຜູ້ເສຍອາກອນ

ໃບຢັ້ງຢືນເລກປະຈໍາຕົວຜູ້ເສຍອາກອນ ຕ້ອງປະກອບດ້ວຍຂໍ້ມູນຕົນຕໍຂອງຜູ້ເສຍອາກອນດັ່ງນີ້:

- ເລກປະຈໍາຕົວຜູ້ເສຍອາກອນ;
- ຊື່ ແລະ ທີ່ຢູ່ ຫຼື ບອນຕິດຕໍ່ພົວພັນໄດ້ງ່າຍ;
- ວັນ, ເດືອນ, ປີ ອອກເລກປະຈໍາຕົວຜູ້ເສຍອາກອນ;
- ຮູບແບບ ນິຕິບຸກຄົນ ຫຼື ບຸກຄົນ;
- ຂະແໜງການທຸລະກິດ ( ຂະແໜງການຕົ້ນຕໍ ໃນກໍລະນີເປັນ ທຸລະກິດເຄື່ອນໄຫວຫລາຍກິດຈະການ );
- ເລກທີໃບທະບຽນວິສາຫະກິດ ແລະ ໃບທະບຽນອາກອນ;
- ປະເພດອາກອນທີ່ຕ້ອງເສຍ.
- ຊື່ ແລະ ທີ່ຢູ່ລະອຽດ ຂອງບຸກຄົນທີ່ເປັນຜູ້ຕາງໜ້າ ( ຖ້າມີ).

ຖ້າຫາກມີການປ່ຽນແປງຂໍ້ມູນຕ່າງໆ ທີ່ໄດ້ຂຶ້ນທະບຽນຜ່ານມາແລ້ວ ຜູ້ເສຍອາກອນ ຕ້ອງແຈ້ງການປ່ຽນແປງດັ່ງກ່າວຕາມໃບຢັ້ງຢືນ ທີ່ໄດ້ກໍານົດໄວ້ໃນ ມາດຕາ 9 ຂອງດໍາລັດ ສະບັບນີ້ ແລ້ວຂະແໜງສ່ວຍສາອາກອນທີ່ຄຸ້ມຄອງຕ້ອງປັບປຸງຂໍ້ມູນຜູ້ເສຍອາກອນນັ້ນ ໃຫ້ທັນການ.

ໝວດທີ IV
ມາດຕະການຕໍ່ຜູ້ລະເມີດ

ມາດຕາ 11. ການປະຕິບັດມາດຕະການຕໍ່ຜູ້ນໍາໃຊ້ເລກປະຈໍາຕົວຜູ້ເສຍອາກອນ

ຜູ້ມີພັນທະເສຍອາກອນທີ່ມີເລກປະຈໍາຕົວ ແຕ່ບໍ່ນໍາໃຊ້ເລກປະຈໍາຕົວຂອງຕົນເຂົ້າໃນເອ ກະສານຕ່າງໆ, ບໍ່ລາຍງານການປ່ຽນແປງຂໍ້ມູນຕ່າງໆຂອງຜູ້ເສຍອາກອນ ຕາມກຳນົດເວລາ, ນໍາໃຊ້ເລກປະຈໍາຕົວຜູເສຍອາກອນປອມ ຫຼື ສວຍໃຊ້ເລກປະຈໍາຕົວຜູເສຍອາກອນຂອງຜູ້ອື່ນ ຄັ້ງທີ່ໜຶ່ງຈະຖືກສຶກສາອົບຮົມ ແລະ ກ່າວເຕືອນ, ຄັ້ງທີສອງ ແລະ ຄັ້ງຕໍ່ໆໄປ ຈະຖືກປັບໃໝ ຫລື ດໍາເນີນຄະດີເປັນແຕ່ລະກໍລະນີໜັກ ຫລື ເບົາ ຕາມທີ່ກົດໝາຍກໍານົດໄວ້.

ມາດຕາ 12. ການປະຕິບັດມາດຕະການຕໍ່ພະນັກງານສ່ວຍສາອາກອນ

ພະນັກງານສ່ວຍສາອາກອນ ຫາກສວຍໃຊ້ໜ້າທີ່ ຕໍາແໜ່ງ ເພື່ອກັກເອກະສານກ່ຽວກັບເລກປະຈໍາຕົວຜູ້ເສຍອາກອນ, ບໍ່ຂຶ້ນບັນຊີລາຍຊື່ ແລະ ບໍ່ອອກເລກປະຈໍາຕົວໃຫ້ຜູເສຍອາກອນ ຈະຖືກປະຕິບັດວິໄນເປັນແຕ່ລະກໍລະນີ ຕາມທີ່ລະບຽບກົດໝາຍກໍານົດໄວ້.

ໝວດທີ V
ບົດບັນຍັດສຸດທ້າຍ

ມາດຕາ 13. ການຈັດຕັ້ງປະຕິບັດ

ກະຊວງການເງິນມີໜ້າທີ່ເປັນເຈົ້າການ ຈັດຕັ້ງປະຕິບັດດາລັດສະບັບນີ້. ບັນດາກະຊວງ, ອົງການທຽບເທົ່າກະຊວງ, ແຂງ, ນະຄອນ ມີໜ້າທີ່ຊີ້ນໍາ ນໍາພາ ຈັດຕັ້ງປະຕິບັດ ດໍາລັດສະບັບນີ້ຢ່າງເຂັ້ມງວດ ແລະ ໃຫ້ໄດ້ຮັບຜົນສໍາເລັດ.

ຂະແໜງສ່ວຍສາອາກອນມີໜ້າທີ່ຮັບຜິດຊອບປ່ຽນແທນເລກປະຈໍາຕົວວິສາຫະກິດ ທີ່ໄດ້ອອກໃຫ້ບັນດາຫົວໜ່ວຍທຸລະກິດໃນເມື່ອກ່ອນ ດ້ວຍເລກປະຈໍາຕົວຜູ້ເສຍອາກອນຕາມທີ່ໄດ້ກໍານົດໄວ້ໃນດໍາລັດສະບັບນີ້.

ມາດຕາ 14ຜົນສັກສິດ

ດໍາລັດສະບັບນີ້ມີຜົນສັກສິດ ນັບແຕ່ວັນທີລົງລາຍເຊັນເປັນຕົ້ນໄປ, ທຸກຂໍ້ກໍານົດ, ບົດບັນ ຍັດໃດ ທີ່ຂັດກັບດໍາລັດສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ 

ບົວສອນ ບຸບຜາວັນ

# ຫົວຂໍ້ ດາວໂຫຼດ
1 Decree on the Taxpayer Identification Number No. 354/PM, dated 05 October 2007 PDF
2 ດຳລັດ ວ່າດ້ວຍເລກປະຈຳຕົວຜູ້ເສຍອາກອນ ເລກທີ 354/ນຍ, ລົງວັນທີ 05 ຕຸລາ 2007 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.