ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບເອກະລາດປະຊາທິປະໄຕເອກະພາບວັດທະນະຖາວອນ

ສໍານັກງານນາຍົກລັດຖະມົນຕີ      ເລກທີ 12/ນຍ
ນະຄອນຫລວງວຽງຈັນ, ວັນທີ 23 ມັງກອນ 2006

ດໍາລັດ
ວ່າດ້ວຍໃບເກັບເງິນ

  • ອີງຕາມກົດໝາຍວ່າດ້ວຍສ່ວຍສາອາກອນ ສະບັບເລກທີ 04/ສພຊ, ລົງວັນທີ 19/05/2005;
  • ອີງຕາມກົດໝາຍການບັນຊີວິສາຫະກິດ ສະບັບເລກທີ 12/90/ສປສ, ລົງວັນທີ 29/11/1990;
  • ອີງຕາມການສະເຫນີຂອງລັດຖະມົນຕີວ່າການກະຊວງການເງິນ ສະບັບເລກທີ 0150/ກງ, ລົງວັນທີ 18/01/06.

ນາຍົກລັດຖະມົນຕີອອກດໍາລັດ :

ໝວດທີ I
ຫລັກການທົ່ວໄປ

ມາດຕາ 1   ຈຸດປະສົງ

ດໍາລັດສະບັບນີ້ ກໍານົດ ຫລັກການ, ລະບຽບການ, ວິທີການ ແລະ ມາດຕະການ ກ່ຽວກັບໃບເກັບເງິນຂອງທຸກພາກສ່ວນ, ອົງການຈັດຕັ້ງ, ບຸກຄົນ ແລະ ນິຕິບຸກຄົນທີ່ດໍາເນີນທຸລະກິດຂາອອກ-ຂາເຂົ້າ, ການຜະລິດ, ການຄ້າ ແລະ ການບໍລິການ ແນໃສ່ເພື່ອຄຸ້ມຄອງການເກັບລາຍຮັບສວຍສາອາກອນໃຫ້ຖືກຕ້ອງຄົບຖວນຕາມຄວາມເປັນຈິງໃ ຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ.

ມາດຕາ 2   ຄວາມໝາຍຂອງໃບເກັບເງິນ

ໃບເກັບເງິນ ແມ່ນເອກະສານຢັ້ງຢືນການຊື້-ຂາຍ ທີ່ສະແດງໃຫ້ເຫັນ ເນື້ອໃນ, ລາຍການ, ຈໍານວນ, ມູນຄ່າສິນຄ້າ ເຄື່ອງຂອງ ຫລື ການບໍລິການ; ກໍານົດພັນທະຂອງ ຜູ້ຊື້, ຜູ້ຂາຍ ຫລື ຜູ້ໃຫ້ການສະໜອງ ຫລື ຜູ້ໄດ້ຮັບການສະໜອງ. ໃບເກັບເງິນ ແມ່ນເອກະສານສໍາຄັນ ແລະ ຈໍາເປັນ ໃນການຊື້-ຂາຍ, ການເຄື່ອນຍ້າຍສິນຄ້າເ ຄື່ອງຂອງ, ການລົງບັນຊີລາຍຮັບ-ລາຍຈ່າຍ,ການແຈ້ງເສຍອາກອນ ແລະ ການຂໍຫັກອາກອນ ຂອງຜູ້ດໍາເນີນທຸລະກິດ.

ມາດຕາ 3   ອະທິບາຍຄໍາສັບ

  1. ໃບເກັບເງິນສະເພາະ ແມ່ນໃບເກັບເງິນຂອງຫົວໜ່ວຍທຸລະກິດຕ່າງໆ ທີ່ໄດ້ຮັບອະນຸຍາດໃຫ້ພິມເອງ ຕາມແບບລວມທີ່ໄດ້ກໍານົດໄວ້.
  2. ໃບເກັບເງິນທົ່ວໄປ ແມ່ນໃບເກັບເງິນທີ່ກະຊວງການເງິນພິມ ເພື່ອຈໍາໝ່າຍໃຫ້ບຸກຄົນ, ນິ ຕິບຸກຄົນ ທີ່ດໍາເນີນທຸລະກິດ ແລະ ອົງການຈັດຕັ້ງຕ່າງໆ ນໍາໃຊ້;
  3. ໃບເກັບເງິນປະເພດອື່ນໆ ແມ່ນໃບເກັບເງິນທີ່ກໍານົດລາຄາຄົງຕົວໃສ່ ເຊັນ: ສະແຕມ, ປີ້ໂດຍສານ, ປີ້ຜ່ານຂົວ-ທາງ, ປີ້ເຂົ້າຊົມ, ປື້ຝາກລົດ, ປີ້ເກັບຄ່າບໍລິການອື່ນໆ......   
  4. ໃບເກັບເງິນຫັກອາກອນໄດ້ ແມ່ນເອກະສານຢັງຢືນການຈາຍອາກອນຕົວເລກທຸລະກິດ ຢູ່ຕົ້ນທາງ ຊຶ່ງຜູ້ຂາຍ ແລະ/ຫລື ຜູ້ໃຫ້ບໍລິການເປັນຜູ້ອອກໃຫ້ ເພື່ອນໍາໃຊ້ແຕ່ການຂໍຫັກອາກອນຕົວເລກທຸລະກິດຂອງຜູ້ຊື້ ຫລື ຜູ້ໃຊ້ບໍ່ລິການ ທີ່ແຈ້ງເສຍປະຈໍາເດືອນ.          
  5. ໃບເກັບເງິນທີ່ຖືກຕ້ອງຕາມລະບຽບການ ແມ່ນໃບເກັບເງິນທີ່ກະຊວງການເງິນເປັນຜູ້ພິມ ຈໍາໜ່າຍ ຫລື ໃບເກັບເງິນທີ່ກະຊວງການເງິນອະນຸຍາດໃຫ້ຫົວໜ່ວຍທຸລະກິດພິມເພື່ອນໍາໃຊ້ເອງ.
  6. ໃບເກັບເງິນທີ່ບໍ່ຖືກຕ້ອງ ແມ່ນໃບເກັບເງິນທີ່ໄດ້ຂຽນເນື້ອໃນລາຍການຕ່າງໆ ໃສ່ຢ່າງຄົບຖ້ວນແຕການຊື້-ຂາຍບໍ່ໄດ້ເກີດຂຶ້ນ ແລະ ໃບເກັບເງິນທີ່ຂຽນເນື້ອໃນລາຍການບໍ່ຄົບຖ້ວນ, ບໍ່ຖືກ ຕ້ອງຕາມການຊື້-ຂາຍ ຫລື ການບໍລິການຕົວຈິງ.
  7. ໃບເກັບເງິນປອມ ແມ່ນໃບເກັບເງິນທີ່ຜູ້ດໍາເນີນທຸລະກິດເປັນຜູ້ພິມເພື່ອນໍາໃຊ້ເອງ ໂດຍບໍ່ໄດ້ຮັບອະນຸຍາດຈາກກະຊວງການເງິນ, ເຖິງຈະພິມຖືກຕ້ອງຕາມແບບລວມຂອງກະຊວງການເງິນກໍານົດ ຫລື ອອກແບບພິມເອງ ກໍລ້ວນແຕ່ເປັນໃບເກັບເງິນປອມ.

ມາດຕາ 4   ຂອບເຂດການນໍາໃຊ້ໃບເກັບເງິນ

ໃບເກັບເງິນຖືກນໍາໃຊຈາກບຸກຄົນ, ນິຕິບຸກຄົນ ທີ່ດໍາເນີນທຸລະກິດ ຫລື ອົງການຈັດຕັ້ງຕ່າງໆ ທີ່ມີການພົວພັນໃນການຊື້-ຂາຍ ສິນຄ້າ ເຄືອງຂອງ ຫລື ການບໍລິການ ຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ໝວດທີ II
ລະບຽບການ ຄຸ້ມຄອງ ແລະນໍາໃຊ້ໃບເກັບເງິນ

ມາດຕາ 5   ປະເພດແບບ, ຊະນິດ ແລະ ເນື້ອໃນຂອງໃບເກັບເງິນ

1.    ປະເພດຂອງໃບເກັບເງິນມີດັ່ງນີ້ :

  • ໃບເກັບເງິນສະເພາະ:
  • ໃບເກັບເງິນທົ່ວໄປ:
  • ໃບເກັບເງິນປະເພດອື່ນໆ.

2.    ແບບໃບເກັບເງິນ ມີດັ່ງນີ້:

  • ໃບເກັບເງິນ ຫັກອາກອນໄດ້;
  • ໃບເກັບເງິນ ບໍ່ຫັກອາກອນໄດ້

3.ຊະນິດຂອງໃບເກັບເງິນ ມີດັ່ງນີ້ :

  • ຊະນິດເປັນຫົວ ຕາມຮູບແບບລວມທີ່ກໍານົດໄວ້;
  • ຊະນິດພິມດ້ວຍເຄື່ອງຄອມພີວເຕີ, ຈັກໄລ່ເງິນ ເປັນກໍ້ເຈ້ຍ ຫລື ເປັນເຈ້ຍຍາວ ຕໍ່ເນື່ອງຫລື ເປັນໃບຕາມຮູບແບບລວມທີ່ກໍານົດໄວ້.

4. ເນື້ອໃນຂອງໃບເກັບເງິນມີດັ່ງນີ້:

  • ຊື່, ເລກປະຈໍາຕົວ, ທີ່ຕັ້ງວິສາຫະກິດຂອງຜູ້ຂາຍ ຫລື ຜູ້ໃຫ້ບໍລິການ;
  • ຊື່, ເລກປະຈໍາຕົວຂອງຜູຊື້ ( ຖ້າມີ ), ທີ່ຕ້ງວິສາຫະກິດ ຫລື ທີ່ຢູ່ຂອງຜູ້ຊື້ ຫຼື ຜູ້ໃຊ້ບໍລິການ;
  • ເນື້ອໃນ, ລາຍການຈໍານວນ ແລະ ລາຄາຫົວໜ່ວຍສິນຄ້າ ເຄື່ອງຂອງທີ່ໄດ້ຈໍາໜ່າຍ ຫລື ການບໍລິການທີ່ໄດ້ສະໜອງ;
  • ມູນຄ່າສີນຄ້າ ເຄື່ອງຂອງ ຫລື ການບໍລິການ ລວມອາກອນຕົວເລກທຸລະກິດທີ່ຕ້ອງຈ່າຍຂຽນເປັນຕົວເລກ ແລະ ຂຽນເປັນຕົວໜັງສື;
  • ລົງວັນທີ, ເດືອນ, ປີ ທີ່ຂຽນໃບເກັບເງິນ;
  • ລົງລາຍເຊັນ ແລະ ຈໍ້າກາຂອງຜູ້ຂາຍ ຫລື ຜູ້ໃຫ້ບໍລິການ ແລະ ລາຍເຊັນຂອງຜູ້ຊື້ ຫລື ຜູ້ໃຊ້ບໍລິການ;

ສໍາລັບໃບເກັບເງິນສະເພາະຂອງຜູ້ດໍາເນີນທຸລະກິດຕ່າງໆ ແມ່ນສາມາດພິມເນື້ອໃນເພີ້ມຕື່ມໃສ່ ເພື່ອໃຫ້ແທດເໝາະກັບສະພາບການດໍາເນີນທຸລະກິດ ເຊັ່ນ :

  • ເລກບັນຊີເງິນຝາກທະນາຄານຂອງຜູ້ຂາຍ ຫລື ຜູ້ໃຫ້ບໍລິການ;
  • ກໍານົດຮູບການ ແລະ ວິທີການຊໍາລະສະສາງ;
  • ເຄື່ອງໝາຍການຄ້າ ແລະ ຜະລິດຕະພັນຂອງຫົວໜ່ວຍທຸລະກິດ ທີ່ຕ້ອງການໂຄສະນາໂດຍຖືກຕ້ອງຕາມລະບຽບກົດໝາຍ.

ສໍາລັບສະແຕມ, ປີ້ໂດຍສານ, ປີ້ຜ່ານຂົວ-ທາງ, ປີ້ເຂົ້າຊົມ, ປີ້ຝາກລົດ, ປີ້ເກັບຄ່າບໍລິການອື່ນໆ...ແມ່ນໃຫ້ພິມສະເພາະແຕ່ຊື່, ເລກປະຈໍາຕົວ, ທີ່ຕັ້ງວິສາຫະກິດ, ເລກໂທລະສັບ...ຂອງຜູ້ຂາຍ ຫລື ຜູ້ໃຫ້ການບໍລິການເທົ່ານັ້ນ.

ມາດຕາ 6   ການພິມໃບເກັບເງິນ

ການພິມໃບເກັບເງິນ ຕ້ອງພິມຕາມປະເພດ, ແບບ, ຊະນິດ ແລະ ເນື້ອໃນ ທີ່ໄດ້ກໍານົດໄວ້ໃນມາດຕາ 5 ຂອງດໍາລັດສະບັບນີ້ ຊຶ່ງຕ້ອງປະຕິບັດຄື ດັ່ງລຸມນີ້:

  1. ການພິມໃບເກັບເງິນ ຫັກອາກອນໄດ້, ຫັກອາກອນບໍ່ໄດ້ ແລະ ໃບເກັບເງິນປະເພດອື່ນໆແມ່ນກະຊວງການເງິນ ເປັນເຈົ້າຂອງລິຂະສິດໃນການພິມ ແລະ ຈໍາໜ່າຍ ໃຫ້ຜູ້ທີ່ບໍ່ໄດ້ຮັບອະນຸ ຍາດໃຫ້ພິມ ຫລື ຜູ້ທີ່ບໍ່ມີເງື່ອນໄຂພິມໃບເກັບເງິນດ້ວຍຕົນເອງ.
  2. ການພິມໃບເກັບເງິນສະເພາະ ແມ່ນໃບເກັບເງິນທີ່ກະຊວງການເງິນອະນຸຍາດໃຫ້ຜູ້ດໍໍເນີນທຸລະກິດພິມເອງ ແຕ່ຕ້ອງສັ່ງພິມຢູ່ໂຮງພິມທີ່ກະຊວງການເງິນອະນຸຍາດ.

ໃບເກັບເງິນໜຶ່ງຊຸດປະກອບມີ 2 ໃບຂຶ້ນໄປ ແຕ່ລະໃບ ມີສີຕ່າງກັນ, ມີເລກທີ ແລະ ເນື້ອໃນອັນດຽວກັນ ໂດຍໃຫ້ບົ່ງຊື່ໂຮງພິມ, ເລກທີໃບອະນຸຍາດໃຫ້ຫົວໜ່ວຍທຸລະກິດພິມເອງ ໃສ່ໃນໃບເກັບເງິນທຸກໃບ.

ໃນກໍລະນີມີຄວາມຕ້ອງການໃຫ້ມີພາສາຕ່າງປະເທດໃສໃບເກັບເງິນຕື່ມ ແມ່ນໃຫ້ພິມຢູ່ລຸ່ມພາ ສາລາວ ແລະ ມີຂະໜາດນ້ອຍກ່ວາ.

ມາດຕາ 7   ການແຈ້ງການກຽວກັບການຈໍາໜ່າຍ ແລະ ນໍາໃຊ້ໃບເກັບເງິນ

1.ກະຊວງການເງິນເປັນຜູອອກແຈງການກຽວກັບການພິມ ແລະ ຈໍາໜ່າຍໃບເກັບເງິນ ອອກສູ່ສັງຄົມເທື່ອທໍາອິດ ໂດຍຍົກໃຫ້ເຫັນ ປະເພດ, ແບບ, ຊະນິດ ແລະ ເນື້ອໃນໃບເກັບເງິນ.

ໃນກໍລະນີມີການປ່ຽນ ປະເພດ, ແບບ, ຊະນິດ ແລະ ເນື້ອໃນ ຂອງໃບເກັບເງິນຕ້ອງແຈ້ງເປັນລາຍລັກອັກສອນໃຫ້ລັງຄົມຊາບລ່ວງໜ້າກ່ອນ 30 ວັນ.

2.ຜູ້ດໍາເນີນທຸລະກິດ ຕ້ອງແຈ້ງການເປັນລາຍລັກອັກສອນ ກ່ຽວກັບການພິມ ແລະ ນໍາໃຊ້ໃບເກັບເງິນສະເພາະ ອອກສູ່ສັງຄົມໃນເທື່ອທໍາອິດ ໂດຍຍົກໃຫ້ເຫັນ ປະເພດ, ແບບ, ຊະນິດແລະ ເນື້ອໃນໃບເກັບເງິນ.

ໃນກໍລະນີມີການປ່ຽນ ປະເພດ, ແບບ, ຊະນິດ ແລະ ເນື້ອໃນ ຂອງໃບເກັບເງິນຕ້ອງແຈ້ງເປັນລາຍລັກອັກສອນໃຫ້ສັງຄົມຊາບລ່ວງໜ້າກ່ອນ 30 ວັນ.

3. ກະຊວງການເງິນເປັນຜູ້ກໍານົດລາຄາຂາຍໃບເກັບເງິນ ໃຫ້ເໝາະສົມກັບສະພາບເສດຖະກິດໃນແຕ່ລະໄລຍະ.

ມາດຕາ 8   ເງື່ອນໄຂຂອງການນໍາໃຊ້ໃບເກັບເງິນຫັກອາກອນໄດ້

ຜູ້ທີ່ໄດ້ຮັບອະນຸຍາດໃຫ້ນໍາໃຊ້ໃບເກັບເງິນຫັກອາກອນໄດ້ ຕ້ອງແມ່ນຜູ້ດໍາເນີນທຸລະກິດທີ່ປະຕິບັດເງື່ອນໄຂຢ່່າງຄົບຖ້ວນ ດັ່ງລຸມນີ້:

  • ຕ້ອງຂື້ນທະບຽນນໍາຂະແໜງສ່ວຍສາອາກອນ;
  • ຕ້ອງປະຕິບັດຕາມລະບົບການຖືບັນຊີແບບຂະຫຍາຍຕົວ ຫລື ແບບທໍາມະດາ ທີ່ໄດ້ກໍານົດໄວ້ໃນກົດໝາຍການບັນຊີວິສາຫະກິດ;
  • ຕ້ອງຂຶ້ນທະບຽນການນໍາໃຊ້ໃບເກັບເງິນນໍາຂະແໜງສ່ວຍສາອາກອນບ່ອນທີ່ຕົນຂຶ້ນກັບ;
  • ຕ້ອງປະຕິບັດພັນທະໃຫ້ລັດຢ່າງຄົບຖ້ວນ ແລະ ເປັນປົກກະຕິ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍສວຍສາອາກອນ.

ມາດຕາ 9   ການນໍາໃຊ້ໃບເກັບເງິນ

1.ການນໍາໃຊ້ໃບເກັບເງິນຂອງຜູ້ດໍາເນີນທຸລະກິດ:

  • ຜູ້ດໍາເນີນທຸລະກິດທີ່ໄດ້ຊື້ໃບເກັບເງິນຈາກກະຊວງການເງິນ ຫລື ອົງການທີ່ໄດ້ຮັບການມອບສິດເປັນລາຍລັກອັກສອນນັ້ນ ກ່ອນຈະເອົາໄປນໍາໃຊ້ ຕ້ອງຂຽນ ຫຼື ຈໍ້າກາ ຊື່, ເລກປະຈໍາຕົວ, ທີ່ຕັ້ງວິສາຫະກິດ ແລະ ເນື້ອໃນອື່ນໆ ຕາມລະບຽບການທີ່ໄດ້ກໍານົດ ໃຫ້ຄົບຖ້ວນໃສ່ໃນໃບເກັບເງິນໃບທີ່ 1 ຊຶ່ງເປັນໃບທີ່ຕ້ອງມອບໃຫ້ຜູ້ຊື້ ຫລື ຜູ້ຊົມໃຊ້ບໍລິການ, ການຂຽນ ຫລື ຈໍ້າກາຊື່ ແລະ ຂໍ້ຄວາມອື່ນໆ ດັ່ງທີ່ໄດ້ກ່າວມາຂາງເທິງນັ້ນແມ່ນໃຫ້ເຮັດຊ້ອງໜ້າ ເຈົ້າໜ້າທີ່ຢູສໍານັກງານສວຍສາອາກອນ ບ່ອນທີ່ຕົນຂຶ້ນທະບຽນນໍາໃຊ້ໃບເກັບເງິນ;
  • ທຸກເທື່ອທີ່ມີການຂາຍ, ການແລກປ່ຽນ ຫລື ການບໍລິການ ຕ້ອງຂຽນໃບເກັບເງິນໃຫ້ຖືກຕ້ອງ ແລະ ຄົບຖ້ວນຕາມເນື້ອໃນ ແລ້ວມອບໃບທີ່ 1 ໃຫ້ແກ່ຜູ່ຊື່ ຫລື ຜູ້ຊົມໃຊ້ບໍລິ ການ;
  • ການຂຽນໃບເກັບເງິນ ແມ່ນໃຫ້ຖືກຕາມເນື້ອໃນ, ຫົວໜ່ວຍ, ຈໍານວນ, ລາຄາ, ມູນຄ່າສິນຄ້າ ຫລື ການບໍລິການ, ມູນຄ່າບໍ່ລວມອາກອນ, ອັດຕາອາກອນ, ຈໍານວນອາກອນ ແລະ ມູນຄ່າລວມອາກອນ ຕາມການຊື້-ຂາຍ ແລະ ການບໍລິການ ຕົວຈິງ; ໃບເກັບເງິນ 1 ຊຸດ ຕ້ອງມີເນື້ອໃນ ແລະ ຕົວເລກອັນດຽວກັນ, ໃຫ້ຂຽນ ຫລື ພິມ ດ້ວຍນໍ້າມຶກສີດໍາ ຫຼື ສີຟ້າ ເທົ່ານັ້ນ;
  • ການນໍາໃຊ້ໃບເກັບເງິນ ຕ້ອງລຽງຕາມເລກລໍາດັບ; ໃນກໍລະນີຂຽນ ຫລື ພິມຜິດ, ຂຽນ  ຫລື ພິມເປື້ອນ ຕ້ອງໃຫ້ລົບລ້າງ ແລະ ຕ້ອງຮັກສາໃບເກັບເງິນໄວ້ໃຫ້ຄົບຊຸດຄືເກົ່າຕາມຈໍານວນເດີມຂອງໃບເກັບເງິນ ແລ້ວຕ້ອງຂຽນ, ພິມ ຫລື ຈໍ້າກາລົບລາງໃສ່;
  • ໃບເກັບເງິນທີ່ບໍ່ທັນໄດ້ນໍາໃຊ້ ຫລື ນໍາໃຊ້ບໍ່ໝົດ ຍ້ອນເຫດຜົນຕ່າງໆ ເຊັ່ນ : ມີການປ່ຽນ ແປງການດໍາເນີນທຸລະກິດ, ຕ້ອງສະຫລຸບການນໍາໃຊ້ໃບເກັບເງິນ ແລ້ວນໍາສົ່ງຈໍານວນໃບເກັບເງິນທີ່ຍັງເຫລືອ ໃຫ້ຂະແໜງສ່ວຍສາອາກອນ ບ່ອນທີ່ຕົນຂຶ້ນທະບຽນການ ນໍາໃຊ້ໃຫ້ ຄົບຖ້ວນ.

2.ຜູ້ດໍາເນີນທຸລະກິດ ທີ່ໄດ້ຮັບອະນຸຍາດໃຫ້ພິມໃບເກັບເງິນດ້ວຍເຄື່ອງຄອມພິວເຕີ ຕາມແບບທີ່ກະຊວງການເງິນໄດ້ກໍານົດໃຫ້ ຫລື ຕາມແບບທີ່ຕົນສ້າງຂຶ້ນເອງນັ້ນ ຕ້ອງໄດ້ຮັບອະນຸຍາດເປັນລາຍລັກອັກສອນ ຈາກກະຊວງການເງິນກ່ອນ ຈຶ່ງນໍາໃຊ້ໄດ້. ການພິມໃບເກັບເງິນດ້ວຍເຄື່ອງຄອມພິວເຕີ ຕ້ອງພິມໃຫ້ຄົບຊຸດ ໃນແຕ່ລະຊຸດບໍ່ໃຫ້ພິມຊໍ້າກັນ ແລະ ພ້ອມດຽວກັນນັ້ນຕ້ອງສະຫລຸບການນໍາໃຊ້ໃບເກັບເງິນເປັນແຕ່ລະວັນ ແລະ ເດືອນ ເພື່ອສົ່ງໃຫ້ຂະແໜງສ່ວຍສາອາກອນ.

3.ການຈໍລະຈອນສິນຄ້າເຄື່ອງພາຍໃນປະເທດສິນຄ້າທີ່ກໍາລັງຈໍລະຈອນຢູພາຍໃນປະເທດ ແມ່ນສິນຄ້າ ເຄື່ອງຂອງທີ່ຜະລິດຢູ່ພາຍໃນປະເທດ ຫລື ນໍາເຂົ້າມາຈາກຕ່າງປະເທດ ທີ່ກໍາລັງເຄື່ອນຍ້າຍ, ວາງຂາຍ ຫລື ຮັກສາໄວ້ຢູໃນສາງນັ້ນ ຕ້ອງມີໃບເກັບເງິນ ຫລື ເອກະສານອື່ນໆ ທີ່ກຽວຂ້ອງຕິດຕາມໄປ ນໍາ ເຊັ່ນ: ໃບເຄື່ອນຍ້າຍສິນຄ້າ, ໃບແຈ້ງເສຍພາສີ... ຕາມລະບຽບກົດໝາຍໄດ້ກໍານົດໄວ້ ເພື່ອຢັ້ງຢືນເຖິງຕົ້ນກໍາເນີດຂອງສິນຄ້າ ເຄື່ອງຂອງເຫລົ່ານັ້ນ.

4. ຫົວໜ່ວຍທຸລະກິດຂະໜາດນ້ອຍ ທີ່ຖືບັນຊີຕາມລະບົບແບບປະຖົມພື້ນຖານ ແລະ ເສຍອາກອນຕາມສັນຍາປະຈໍາປີ ເວລາຂາຍສິນຄ້າ ຫລື ໃຫ້ບໍລິການ ແມ່ນບໍ່ໃຫ້ນໍາໃຊ້ໃບເກັບເງິນຫັກອາກອນໄດ້; ແຕ່ຖ້າຫົວໜ່ວຍທຸລະກິດດັ່ງກ່າວ ໄດ້ຂາຍສິນຄ້າເ ຄື່ອງຂອງໃຫ້ແກ່ຫົວໜ່ວຍທຸລະກິດອື່ນ, ບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງຕ່າງໆ ທີ່ຕ້ອງການໃບເກັບເງິນຫັກອາກອນໄດ້ ເພື່ອເປັນຫລັກຖານໃນການຈ່າຍເງິນ ແລະ ທັກອາກອນໄດ້; ຫົວໜ່ວຍທຸລະກິດດັ່ງກ່າວສາມາດມາຊື້ໃບເກັບເງິນຫັກອາກອນໄດ້ ຢູຂະແໜງສວຍສາອາກອນ ບ່ອນທີ່ຕົນຂື້ນກັບ ເພື່ອຂຽນເນື້ອໃນ, ລາຍການ ແລະ ຈໍານວນເງິນ ທີ່ໄດ້ຂາຍສິນຄ້າ ເຄື່ອງຂອງ ຫລື ການບໍລິການ ໃສ່ໃບເກັບເງິນ, ພ້ອມດຽວກັນນັ້ນ ຂະແໜງສ່ວຍສາອາກອນຈະຄິດໄລ່ ແລະ ເກັບອາກອນກັບທີ່ ຈາກການຊື້-ຂາຍ ຫຼື ການບໍລິການດັ່ງກ່າວ ໂດຍບໍ່ກ່ຽວຂ້ອງກັບອາກອນທີ່ໄດ້ກໍານົດຢູໃນສັນຍາປະຈໍາປີ.

5.ຫົວໜ່ວຍທຸລະກິດ ທີ່ເກັບຊື້ ຜົນຜະລິດກະສິກໍາ, ເຄື່ອງຫັດຖະກໍາ, ເຄື່ອງປ່າຂອງດົງຈາກປະຊາຊົນທົ່ວໄປ, ຕ້ອງໄດ້ເຮັດສັນຍາການຊື້-ຂາຍ ຊຶ່ງມີເນື້ອໃນຢ່າງລະອຽດຄົບຖ້ວນເຊັ່ນ: ຊື່ ແລະ ທີ່ຢູ່ຜູ້ຂາຍ, ເນື້ອໃນ, ລາຍການ, ຈໍານວນ, ລາຄາ ແລະ ມູນຄ່າຊື້-ຂາຍຕົວຈິງ ແລະ ຕ້ອງມີເອກະສານຢັ້ງຢືນການມອບຮັບສິນຄ້າຕົວຈິງ ເພື່ອເປັນຫລັກຖານໃນການລົງລາຍຈ່າຍ.

ມາດຕາ 10 ການຄຸ້ມຄອງ ແລະ ກວດກາໃບເກັບເງິນ

  1. ກະຊວງການເງິນເປັນຜູ້ສ້າງລະບົບການຄຸ້ມຄອງ ເພື່ອຕິດຕາມການພິມ, ການຈໍາໝ່າຍໃບເກັບເງິນ ທີ່ກະຊວງການເງິນເປັນຜູ້ພິມຈໍາໜ່າຍ ແລະ ອະນຸຍາດໃຫ້ຜູ້ດໍາເນີນທຸລະກິດພິມເອງ ພ້ອມທັງສະຫລຸບການພິມ ແລະ ການຈໍາໜ່າຍ ໃບເກັບເງິນເປັນແຕ່ລະເດືອນ, ງວດ ແລະ ປີ.
  2. ກະຊວງການເງິນເປັນຜູ້ຕິດຕາມ ແລະ ກວດກາ ການນໍາໃຊ້ໃບເກັບເງິນຂອງຜູ້ດໍາເນີນທຸລະກິດຢ່າງເປັນປະຈໍາ; ສົມທຽບໃບເກັບເງິນ ເພື່ອຢັ້ງຢືນຄວາມຊັດເຈນ, ກວດກາຈໍານວນເງິນອາກອນທີ່ຂໍຫັກ, ຈໍານວນອາກອນທີ່ຕ້ອງມອບ ແລະ ລາຍຈ່າຍຕ່າງໆ.
  3. ຜູ້ດໍາເນີນທຸລະກິດຕ້ອງ:
  • ສ້າງປື້ມບັນຊີຕິດຕາມການນໍາໃຊ້ໃບເກັບເງິນ ທີ່ຊື້ນໍາກະຊວງການເງິນ ຫລື ໃບເກັບເງິນທີ່ໄດ້ຮັບອະນຸຍາດໃຫ້ພິມ ເພື່ອນໍາໃຊ້ເອງ;
  • ສະຫລຸບລາຍງານການນໍາໃຊ້ໃບເກັບເງິນສະເພາະ ຫລື ໃບເກັບເງິນທີ່ຊື້ນໍາກະຊວງການເງິນ ໃຫ້ຂະແໜງສ່ວຍສາອາກອນເປັນແຕ່ລະເດືອນ, ງວດ ແລະ ປີ;
  • ໃນກໍລະນີ ທີ່ໃບເກັບເງິນຖືກຕົກເຮ່ຍເສຍຫາຍ ຕ້ອງລາຍງານເປັນລາຍລັກອັກສອນ ໃຫ້ຂະແໜງສ່ວຍສາອາກອນບ່ອນທີ່ຕົນຊື້ ຫລື ຂຶ້ນທະບຽນການນໍາໃຊ້ໃບເກັບເງິນຢ່າງຮີບດ່ວນ;
  • ເກັບຮັກສາໃບເກັບເງິນທີ່ຍັງບໍ່ທັນໄດ້ນໍາໃຊ້ ແລະ ໄດ້ນໍາໃຊ້ແລ້ວ ເພື່ອນໍາສະເໜີຕໍ່ລັດຖະການສ່ວຍສາອາກອນ ໃນເມື່ອມີການກວດກາ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍສວຍສາອາກອນ ແລະ ກົດໝາຍການບັນຊີວິສາຫະກິດ.

ໝວດທີ III
ສິດ ແລະ ໜ້າທີ່ຂອງແຕ່ລະພາກສ່ວນ

ມາດຕາ 11  ສິດ ແລະ ໜ້າທີ່ ຂອງກະຊວງການເງິນ

  1. ອະນຸມັດເປັນລາຍລັກອັກສອນ ໃຫ້ແກ່ຜູ້ດໍາເນີນທຸລະກິດທີ່ນໍາໃຊ້ໃບເກັບເງິນສະເພາະ.
  2. ອະນຸມັດເປັນລາຍລັກອັກສອນ ໃຫ້ແກ່ໂຮງພິມທີ່ມີເງື່ອນໄຂຄົບຖ້ວນ ໃນການພິມໃບເກັບເງິນຊະນິດຕ່າງໆ..
  3. ແກ້ໄຂຄະດີ ແລະ ປະຕິບັດມາດຕະການ ຕາມລະບຽບກົດໝາຍກໍານົດ.
  4. ແນະນໍາ, ຊີ້ແຈງ, ອະທິບາຍລະບຽບການກ່ຽວກັບໃບເກັບເງິນ ໃຫ້ແກ່ຜູ້ນໍາໃຊ້ທຸກພາກ ສ່ວນ.
  5. ຄຸ້ມຄອງ, ກວດກາ ການສັ່ງພິມ ແລະ ການນໍາໃຊ້ໃບເກັບເງິນສະເພາະ ຂອງຜູ້ດໍາເນີນທຸລະກິດ.
  6. ຄຸ້ມຄອງ, ກວດກາ ວຽກງານບໍລິການ ການພິມໃບເກັບເງິນຂອງໂຮງພິມທີ່ໄດ້ຮັບອະນຸ ຍາດ.
  7. ຄຸ້ຄອງ ແລະ ປົກປັກຮັກສາ ໃບເກັບເງິນທົ່ວໄປທີ່ກະຊວງການເງິນໄດ້ຈັດພິມ.

ມາດຕາ 12  ສິດ ແລະ ໜ້າທີ່ຂອງໂຮງພິມທີ່ຮັບພິມໃບເກັບເງິນສະເພາະ

  1. ພິມໃບເກັບເງິນສະເພາະຂອງບັນດາຫົວໜ່ວຍທຸລະກິດ ທີ່ໄດ້ຮັບອະນຸຍາດຈາກກະຊວງການເງິນ ຫລື ອົງການທີ່ໄດ້ຮັບການມອບສິດ ເປັນລາຍລັກອັກສອນ.
  2. ພິມໃບເກັບເງິນໃຫ້ຖືກຕ້ອງຕາມເນື້ອໃນຂອງສັນຍາພິມ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 13 ຂໍ້ 2 ຂອງດໍາລັດສະບັບນີ້, ຫລັງຈາກພິມສໍາເລັດ ຕ້ອງສະຫລຸບການປະຕິບັດສັນຍາພິມຕົວຈິງເປັນແຕ່ລະຄັ້ງ.
  3. ສະຫລຸບລາຍງານການພິມໃບເກັບເງິນ ໃຫ້ກະຊວງການເງິນ ຫລື ອົງການທີ່ໄດ້ຮັບມອບສິດ ເປັນເດືອນ, ງວດ ແລະ ປີ.

ມາດຕາ 13 ໜ້າທີ່ຂອງຜູ້ດໍາເນີນທຸລະກິດທີ່ນໍາໃຊ້ໃບເກັບເງິນສະເພາະຂອງຕົນ

ຜູ້ດໍາເນີນທຸລະກິດທີ່ນໍາໃຊໃບເກັບເງິນສະເພາະຂອງຕົນ ມີໜ້າທີ່ດັ່ງນີ້:

  1. ຂໍອະນຸຍາດພິມຈາກກະຊວງການເງິນ ຫລື ອົງການທີ່ໄດ້ຮັບການມອບສິດ ເປັນລາຍລັກອັກສອນ;
  2. ເຮັດສັນຍາພິມໃບເກັບເງິນ ກັບໂຮງພິມທີ່ກະຊວງການເງິນອະນຸຍາດໃຫ້, ຢູ່ໃນສັນຍາພິມຕ້ອງກໍານົດແຈ້ງກຽວກັບ ປະເພດ, ແບບ, ຊະນິດ, ເນື້ອໃນ ແລະ ອື່ນໆ ທີ່ຈໍາເປັນ.
  3. ຂໍອະນຸຍາດ ແລະ ຂຶ້ນທະບຽນນໍາໃຊ້ໃບເກັບເງິນສະເພາະຂອງຕົນ ຈາກກະຊວງການເງິນ ຫລື ອົງການທີ່ໄດ້ຮັບການມອບສິດ ເປັນລາຍລັກອັກສອນ.

ກ່ອນຈະພິມໃນຄັ້ງໃໝ່ ຕ້ອງສະຫລຸບໄລ່ລຽງການນໍາໃຊ້ໃບເກັບເງິນຕົວຈິງຜ່ານມາ ແລ້ວສົ່ງໃຫ້ຂະແໜງສ່ວຍສາອາກອນ ບ່ອນທີ່ຕົນຂຶ້ນທະບຽນການນໍາໃຊ້ໃບເກັບເງິນ ແລະ ໃຫ້ປະຕິບັດຕາມລະບຽບການທີໄດ້ການົດໄວ້ໃນດໍາລັດສະບັບນີ້.

ມາດຕາ 14  ສິດ ແລະ ໜ້າທີ່ຂອງຜູ້ຂາຍ ແລະ ຜູ້ຊື້ ສີນຄ້າ ເຄື່ອງຂອງ ຫລື ບໍລິການ

1. ສິດ ແລະ ໜ້າທີ່ຂອງຜູ້ຂາຍສິນຄ້າ ເຄື່ອງຂອງ ຫລື ຜູ້ໃຫ້ບໍລິການ:

  • ອອກໃບເກັບເງີນ ໃຫ້ຜູ້ຊື້ ສິນຄ້າ ເຄື່ອງຂອງ ຫລື ຜູ້ໃຊບໍລິການ;
  • ໃຊ້ເປັນເອກະສານຢັ້ງຢືນໃນການລົງບັນຊີລາຍຮັບ ເພື່ອແຈ້ງເສຍອາກອນ ແລະ ຂໍຫັກອາກອນ;
  • ລວບລວມເກັບຮັກສາ ແລະ ສະຫລຸບລາຍງານ ສົ່ງໃຫ້ຂະແໜງສ່ວຍສາອາກອນບ່ອນທີ່ຕົນຂື້ນກັບ.

2. ສິດ ແລະ ໜ້າທີ່ຂອງຜູ້ຊື້ສີນຄ້າ ເຄື່ອງຂອງ ຫລື ຜູ້ໃຊ້ບໍລິການ:

  • ທວງໃຫ້ຜູ້ຂາຍສິນຄ້າ ເຄື່ອງຂອງ ຫລື ຜູ້ໃຫ້ບໍລິການ ອອກໃບເກັບເງິນໃຫ້ຕົນ;
  • ໃຊ້ເປັນເອກະສານຕິດຕາມກວດກາໃນການເຄື່ອນຍ້າຍສິນຄ້າ ເຄື່ອງຂອງ ຂອງຕົນ ແລະຮັກສາໄວ້;
  • ໃຊ້ເປັນເອກະສານຢັ້ງຢືນ ເພື່ອລົງບັນຊີ, ຂໍຫັກອາກອນ, ເປັນກໍາມະສິດເຈົ້າຂອງສິນຄ້າເຄື່ອງຂອງ ຫລື ການຊົມໃຊ້ບໍລິການ ແລະ ຈົດທະບຽນ;
  • ນໍາໃຊ້ ເພື່ອຜົນປະໂຫຍດດ້ານອື່ນ ເຊັ່ນ : ຈັບສະຫລາກ, ລາງວັນ, ສ່ຽງໂຊກ.

ມາດຕາ 15  ສິດໃນການປະຕິບັດມາດຕະການ ໃນການລະເມີດກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ໃບເກັບເງີນ

1. ການປະຕິບັດມາດຕະການໃນການລະເມີດກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ໃບເກັບເງີນເປັນແຕ່ລະກໍລະນີຂອງມູນຄ່າໃບເກັບເງີນ ໃຫ້ປະຕິບັດ ຄືດັ່ງລຸ່ມນີ້:

  • ກະຊວງການ ເງິນໃນຈໍານວນເງິນມູນຄ່າເກີນ 1000.000.000 ກີບຂຶ້ນໄປ
  • ກົມສ່ວຍສາອາກອນ ໃນຈໍານວນເງິນມູນຄ່າບໍ່ເກີນ 1.000.000.000 ກີບ.
  • ຫ້ອງການສວຍສາອາກອນຂັ້ນແຂວງ, ນະຄອນຫລວງວຽງຈັນ ແລະ ເຂດພິເສດ ໃນຈໍານວນເງິນມູນຄ່າບໍ່ເກີນ                                 300.000.000 ກີບ
  • ໜ່ວຍງານສ່ວຍສາອາກອນຂັ້ນເມືອງ ໃນຈໍານວນເງິນມູນຄາບໍ່ເກີນ 50.000.000 ກີບ

2. ຂະແໜງສ່ວຍສາອາກອນ ມີສິດຮິບໂຮມ ແລະ ທໍາລາຍໃບເກັບເງິນປອມ, ໃບເກັບເງິນທີ່ບໍ່ຖືກຕ້ອງ, ໃບເກັບເງິນທີ່ໝົດອາຍຸນໍາໃຊ້, ໃບເກັບເງິນທີ່ນໍາໃຊ້ບໍ່ໝົດຂອງ ບຸກຄົນ,ນິຕິບຸກຄົນ ທີ່ດໍາເນີນທຸລະກິດ ຫລື ຂອງອົງການຈັດຕັ້ງຕ່າງໆ ຕາມລະບຽບກົດໝາຍ.

3. ໃນກໍລະນີທີ່ບຸກຄົນ, ນິຕິບຸກຄົນ ຫລື ອົງການຈັດຕັ້ງອື່ນໆ ໄດ້ກວດ ຫລື ພົບເຫັນບຸກຄົນ, ນິຕິບຸກຄົນ ທີ່ດຳເນີນທຸລະກິດ ຫລື ອົງການຈັດຕັ້ງໃດໜຶ່ງ ມີການລະເມີດດຳລັດສະບັບນີ້ ຕ້ອງລາຍງານໃຫ້ຂະແໜງສ່ວຍສາອາກອນເພື່ອແກ້ໄຂ.

ມາດຕາ 16 ສິດໃນການຮ້ອງຟ້ອງກ່ຽວກັບການປັບໃໝ

ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງອື່ນໆ ມີສິດຮ້ອງຟ້ອງກ່ຽວກັບການປັບໃໝທີ່ຕົນເຫັນວ່າບໍ່ຖືກຕ້ອງຕາມດໍາລັດສະບັບນີ້ ຕໍ່ຂະແໜງສ່ວຍສາອາກອນທີ່ຕົນຂຶ້ນກັບ; ພາຍໃນກໍານົດ 30 ວັນ ຫລັງຈາກໄດ້ຮັບເອກະສານໃບສັ່ງມອບຄ່າປັບໃໝ.

ກໍລະນີບໍ່ສົມຍອມຕໍ່ການແກ້ໄຂຂອງຂະແໜງສ່ວຍສາອາກອນທີ່ຕົນຂຶ້ນກັບ; ບຸກຄົນ, ນິຕິ ບຸກຄົນ ແລະ ອົງການຈັດຕັ້ງອື່ນໆ ດັ່ງກ່າວ ມີສິດຮ້ອງຟ້ອງຂຶ້ນຫາຂະແໜງສ່ວຍສາອາກອນຂັ້ນເທິງຖັດໄປ.

ຖ້າຫາກຍັງບໍ່ສາມາດແກ້ໄຂນໍາກັນໄດ້ ຂະແໜງສ່ວຍສາອາກອນ ຕ້ອງນໍາສະເໜີລັດຖະ ມົນຕີວ່າການກະຊວງການເງິນ ພິຈາລະນາແກ້ໄຂຂັ້ນສຸດທ້າຍ.

ມາດຕາ 17 ສິດໃນການກ່າວຟ້ອງ

ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງອື່ນ ມີສິດກ່າວຟ້ອງມາຍັງຂະແໜງສ່ວຍສາອາກອນ ຕໍ່ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງອື່ນໆ ທີ່ຕົນເຫັນວ່າມີການລະເມີດກ່ຽວກັບການຄູ້ມຄອງ ແລະ ນໍາໃຊ້ໃບເກັບເງິນ ຕາມທີ່ກໍານົດໄວ້ໃນດໍາລັດສະບັບນີ້.

ໝວດທີ IV
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູລະເມີດ

ມາດຕາ 18  ນະໂຍບາຍ ຕໍ່ຜູ້ມີຜົນງານ

ບຸກຄົນ, ນິຕິບຸກຄົນ ຫລື ອົງການຈັດຕັ້ງ ທີ່ປະຕິບັດດໍາລັດສະບັບນີ້ໄດ້ດີ ຫລື ສະໜອງຂໍ້ມູນຂ່າວສານໃຫ້ຂະແໜງສ່ວຍສາອາກອນ ກ່ຽວກັບ ບຸກຄົນ, ນິຕິບຸກຄົນ ຫລື ອົງການຈັດຕັ້ງ ທີ່ລະເມີດດໍາລັດສະບັບນີ້ ຈະໄດ້ຮັບການຍ້ອງຍໍຊົມເຊີຍ ຫລື ໄດ້ຮັບນະໂຍບາຍອື່ນໆ ຕາມລະບຽບການ.

ມາດຕາ 19 ມາດຕະການຕໍ່ຜູ້ລະເມີດ

1. ການລະເມີດກ່ຽວກັບການພິມ

ກ. ສໍາລັບໂຮງພິມ

  • ກໍລະນີພິມໃບເກັບເງິນໃຫ້ແກ່ຫົວໜ່ວຍທຸລະກິດ ທີ່ບໍ່ໄດ້ຮັບອະນຸຍາດຈາກກະຊວງການເງີນ ຈະຖືກປັບໃໝ 50% ຂອງມູນຄ່າພິມ ທີ່ກວດກາເຫັນ;
  • ກໍລະນີພິມໃບເກັບເງິນທີ່ມີລະຫັດຄືກັນ, ເລກທີອັນດຽວກັນ ຈະຖືກປັບໃໝ 100%ຂອງມູນຄ່າພິມ ທີ່ກວດກາເຫັນ;
  • ກໍລະນີພິມໃບເກັບເງິນໃຫ້ແກ່ໂຮງພິມຂອງຕົນ ໂດຍບໍ່ໄດ້ຮັບອະນຸຍາດຈາກກະຊວງການເງິນ ຈະຖືກປັບໃໝ 100% ຂອງມູນຄ່າພິມທີ່ກວດກາເຫັນ.

ຂ. ສໍາລັບຜູ້ສັ່ງພິມ

  • ກໍລະນີສັ່ງພິມໃບເກັບເງິນໃຫ້ແກ່ຫົວໜ່ວຍທຸລະກິດຂອງຕົນ ໂດຍບໍ່ໄດ້ຮັບອະນຍາດຈາກກະຊວງການເງິນ ຈະຖືກປັບໃໝ 100% ຂອງມູນຄ່າພິມຕາມຈໍານວນທີ່ກວດກາເຫັນ;
  • ກໍລະນີສັງພິມໃບເກັບເງິນທີ່ມີລະຫັດຄືກັນ, ເລກທີອັນດຽວກັນ ຈະຖືກປັບໃໝ 100%ຂອງມູນຄ່າພິມ ຕາມຈໍານວນທີກວດກາເຫັນ.

2. ການລະເມີດ ກ່ຽວກັບການຂຶ້ນທະບຽນນໍາໃຊ້ໃບເກັບເງິນ

ຜູ້ດໍາເນີນທຸລະກິດ ນໍາເອົາໃບເກັບເງິນທີ່ໄດ້ຮັບອະນຸຍາດໃຫ້ພິມເອງນັ້ນ ອອກມານໍາໃຊ້ໂດຍບໍ່ຂື້ນທະບຽນການນໍາໃຊ້ ຈາກກະຊວງການເງິນ ຫລື ອົງການທີ່ໄດ້ຮັບມອບສິດ ຈະຖືກປັບໃໝເປັນຈໍານວນເງິນ 500.000 ກີບຕໍ່ຫົວ ທີ່ກວດກາເຫັນ.

3. ການລະເມີດກ່ຽວກັບລະບຽບການນໍາໃຊ້ໃບເກັບເງິນ

  • ກໍລະນີຂຽນເນື່ອໃນໃບເກັບເງິນບໍ່ຄົບຖ້ວນ ຈະຖືກປັບໃໝເປັນເງິນ 300.000 ກີບຕໍ່ຊຸດ;
  • ກໍລະນີກວດກາພົບເຫັນການຂາຍສິນຄ້າ ເຄື່ອງຂອງ ຫລື ໃຫ້ບໍລິການ ໂດຍບໍ່ອອກໃບເກັບເງິນ, ຂຽນລາຄາໃສ່ໃບເກັບເງິນຕໍ່າກວ່າຕົວຈິງ, ຂຽນໃບເກັບເງິນໃນຊຸດດຽວກັນບໍ່ກົງກັນ, ຂຽນເພີ້ມຈຳນວນອາກອນທີ່ຂໍຫັກ ຫລື ຫລຸດຈໍານວນອາກອນທີ່ຕ້ອງມອບ, ນໍາໃຊ້ໃບເກັບເງິນບໍ່ຖືກຕ້ອງຕາມທີ່ໄດ້ກໍານົດໄວ້ ຈະຖືກປັບໃໝເປັນເງິນ1.000.000 ກີບຕໍ່ຊຸດພ້ອມດຽວກັນນັ້ນ ຍັງຖືກຄິດໄລ່ໃຫ້ເສຍອາກອນຄືນໃຫ້ຄົບຖ້ວນ ແລະ ປະຕິບັດລະບຽບການປັບໃໝ ຕາມທີ່ໄດ້ກໍານົດໄວ້ຢູ່ໃນມາດຕາ 83 ຂອງກົດໝາຍວ່າດ້ວຍສ່ວຍສາອາກອນ;

ຜູ້ຊື້ສີນຄ້າ ເຄື່ອງຂອງ ຫລື ໃຊ້ບໍລຶການ ທີ່ໄດ້ຮັບໃບເກັບເງິນປອມ, ມີສິດທວງເອົາໃບເກັບເງິນທີ່ຖືກຕ້ອງ ຈາກຜູ້ຂາຍສິນຄ້າ ເຄື່ອງຂອງ ຫລື ໃຫ້ບໍລິການ ຄືນໃຫ້ແກ່ຕົນ; ຖ້າບໍ່ດັ່ງນັ້ນຈະບໍ່ອະນຸຍາດໃຫ້ນໍາໃຊ້ໃບເກັບເງິນດັ່ງກ່າວ ເພື່ອຂໍຫັກອາກອນຕົວເລກທຸລະກິດ ແລະ ບໍ່ໃຫ້ລົງເປັນລາຍຈ່າຍໄດ້. ສ່ວນຜູ້ຂາຍສິນຄ້າ ເຄື່ອງຂອງ ຫລື ໃຫ້ບໍລິການ ຕ້ອງຂຽນໃບເກັບເງິນທີ່ຖືກຕ້ອງ ໃຫ້ຄົບຖ້ວນຕາມເນື້ອໃນ ເພື່ອມອບໃຫ້ຜູ້ຊື້ ຫລື ໃຊ້ບໍລິການ.

  • ກໍລະນີເຈົ້າໜ້າທີ່ກວດກາເຫັນສິນຄ້າ ເຄື່ອງຂອງ ທີ່ຜະລິດຢູ່ພາຍໃນປະເທດ ຫລື ນຳເຂົ້າມາຈາກຕ່າງປະເທດ ຊຶ່ງພວມເຄື່ອນຍ້າຍ, ວາງຂາຍ ຫລື ຮັກສາໄວ້ຢູ່ໃນສາງໂດຍບໍ່ມີໃບເກັບເງິນ ຫລື ເອກະສານອື່ນໆ ທີ່ກ່ຽວຂ້ອງນັ້ນ ແລະ ບໍ່ເອົາເອກະສານດັ່ງກາວ ມາແຈ້ງພາຍໃນກໍານົດ 1 ວັນຈະຖືກປັບໃໝ 10% ຂອງມູນຄ່າສິນຄ້າເຄື່ອງຂອງທີ່ເຄື່ອນຍ້າຍ ແລະ ຍັງຈະຖືກຄິດໄລ່ໃຫ້ເສຍອາກອນໃຫ້ຄົບຖ້ວນ ແລະປັບໃໝ ຕາມມາດຕາການ 83 ຂອງກົດໝາຍວ່າດ້ວຍສ່ວຍສາອາກອນ.

4. ການລະເມີດກ່ຽວກັບການຄຸ້ມຄອງໃບເກັບເງິນ

1. ກໍລະນີສະຫລຸບ ແລະ ລາຍງານຊັກຊ້າ:

  • ຜູ້ດຳເນີນທຸລະກິດ ສະຫລຸບ ແລະ ລາຍງານການນໍາໃຊ້ໃບເກັບເງິນຊັກຊ້າ ບໍ່ຖືກຕ້ອງຕາມກໍານົດເວລາ ຈະຖືກປັບໃໝເປັນເງິນ 100.000 ກີບຕໍ່ຄັ້ງ:
  • ໂຮງພິມ ສະຫລຸບ ແລະ ລາຍງານການພິມໃບເກັບເງິນຊັກຊ້າ ບໍ່ຖືກຕ້ອງຕາມກຳນົດເວລາ ຈະຖືກປັບໃໝເປັນເງິນ 100.000 ກີບຕໍ່ຄັ້ງ

 2. ກໍລະນີເຮັດໃບເກັບເງິນເສຍ

ຜູ້ຂາຍສິນຄ້າ ເຄື່ອງຂອງ ຫລື ໃຫ້ບໍລິການ ໄດ້ເຮັດໃບເກັບເງິນໃບທີ 1 ( ສະບັບຕົ້ນ ) ສໍາລັບມອບໃຫ້ຜູ້ຊື້ ຖືກເສຍຫາຍ ຈະຖືກປັບໃໝເປັນເງິນ 100.000 ກີບຕໍ່ໜຶ່ງໃບ, ແຕ່ຫາກເຮັດໃບເກັບເງິນໃບທີ 2 ສໍາລັບສໍາເນົາໄວ້ ຖືກເສຍຫາຍຈະຖືກປັບໃໝເປັນເງິນ 50.000 ກີບຕໍ່ໜຶ່ງໃບ.

3. ກໍລະນີ ຂາຍ ຫລື ເອົາໃບເກັບເງິນຂອງຕົນເອງໃຫ້ຜູ້ອື່ນນໍາໃຊ້; ຜູ້ຊື້, ຜູ້ຂາຍ ຫລື ຜູ້ນຳໃຊ້ ໃບເກັບເງິນ ຈະຖືກປັບໃໝເປັນເງິນ 500.000 ກີບຕໍ່ໜຶ່ງໃບ ສໍາລັບໃບທີ 1 (ໃບທີ່ມອບໃຫ້ຜູ້ຊື້ ). ຖ້າມີການຊື້-ຂາຍໃບທີ 2 ( ໃບທີ່ສຳເນົາໄວ້ ) ຜູ້ຊື້, ຜູ້ຂາຍ ຫລື ຜູ້ນຳໃຊ້ ໃບເກັບເງິນ ຈະຖືກປັບໃໝເປັນເງິນ 200.000 ກີບຕໍ່ໜຶ່ງໃບ.

4. ກໍລະນີຜູ້ດໍາເນີນທຸລະກິດຊື້-ຂາຍໃບເກັບເງິນ ທີ່ບໍ່ຖືກຕ້ອງກັບດໍາລັດສະບັບນີ້ ຜູ້ຊື້ ແລະ ຜູ້ຂາຍ ຈະຖືກປັບໃໝເປັນເງິນ ຜູ້ລະ 600.000 ກີບຕໍ່ໜື່ງຊຸດ, ພ້ອມດຽວກັນນັ້ນ ກໍບໍ່ອະນຸຍາດໃຫ້ລົງເປັນລາຍຈ່າຍ ແລະ ບໍ່ໃຫ້ຫັກອາກອນຕົວເລກທຸລະກິດ.

ໃນທຸກໆກໍລະນີຂ້າງເທິງນີ້ ຫາກມີການລະເມີດເປັນຈໍານວນຫລາຍໃບ ຫລື ຫລາຍຊຸດການປັບໃໝກໍໃຫ້ຄິດໄລ່ເພີ້ມຂຶ້ນຕາມຈໍານວນໃບ ຫລື ຊຸດ ຂອງໃບເກັບເງິນດັ່ງກ່າວນັ້ນ.

ມາດຕາ 20 ມາດຕະການອື່ນໆ

  1. ທຸກການລະເມີດ ກ່ຽວກັບລະບຽບການຄຸ້ມຄອງ ແລະ ນຳໃຊ້ໃບເກັບເງິນ ຕາມມາດຕາ 19 ຂໍ້ 3 ແລະ ມາດຕາ 19 ຂໍ້ 4 ຂອງດໍາລັດສະບັບນີ້ ບໍ່ວ່າຈະເປັນບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງ ຕ້ອງຄິດໄລ່ ແລະ ເສຍອາກອນ, ຕ້ອງສົ່ງເງິນອາກອນທີ່ອະນຸຍາດໃຫ້ຫັກນັ້ນ ຄືນໃຫ້ງົບປະມານທັງໝົດ ພ້ອມດຽວກັນນັ້ນຈໍານວນເງິນໃນໃບເກັບເງິນດັ່ງກ່າວ ຈະບໍ່ອະນຸຍາດໃຫ້ຈົດບັນຊີລາຍຈ່າຍ.
  2. ໂຮງພິມ ທີ່ໄດ້ຮັບອະນຸຍາດໃຫ້ພິມໃບເກັບເງິນ ຫາກມີເຈດຕະນາສືບຕໍ່ລະເມີດຮັບພິມໃບເກັບເງິນທີ່ບໍ່ຖືກຕ້ອງ ເປັນຄັ້ງທີ່ 2 ນອກຈາກຈະຖືກປັບໃຫ້ມຕາມມາດຕາ 19 ຂອງດໍາລັດສະບັບນີ້ແລ້ວ ຍັງຈະຖືກຖອນໃບອະນຸຍາດພິມໃບເກັບເງິນ ຕື່ມອີກ, ຈໍານວນໃບເກັບເງິນທີ່ບໍ່ຖືກຕ້ອງ ຊຶ່ງໄດ້ພິມອອກມາແລ້ວນັ້ນ ຂະແໜງສວຍສາອາກອນຈະເປັນຜູ້ທໍາລາຍຖິ້ມໝົດ.
  3. ບຸກຄົນ ຫລື ນິຕິບຸກຄົນ ທີ່ດໍາເນີນທຸລະກິດ ຊຶ່ງເຄີຍຖືກປັບໃໝຜ່ານມາແລ້ວສອງຄັ້ງຕໍ່ການ ລະເມີດລະບຽບ ການຄຸ້ມຄອງ ແລະ ນໍາໃຊ້ໃບເກັບເງິນ ຕາມດໍາລັດສະບັບນີ້ຫາກມີເຈດຕະນາກະທໍາຜິດອີກເປັນຄັ້ງທີ 3 ແລະ ຄັ້ງຕໍ່ໄປນອກຈາກຈະຖືກປັບໃໝຕາມລະບຽບກົດໝາຍແລ້ວ ຂະແໜງສ່ວຍສາອາກອນຍັງ ມີສິດສັ່ງໂຈະການນໍາໃຊ້ໃບເກັບເງິນ ຕື່ມອີກ.

ການສັ່ງໂຈະການນໍາໃຊ້ໃບເກັບເງິນ ສາມາດມາດປະຕິບັດໄດ້ 3 ຄັ້ງ, ແຕ່ລະຄັ້ງມີກຳນົດ 90 ວັນ ຜູ້ດໍາເນີນທຸລະກິດຕ້ອງນໍາເອົາເງິນຄ່າປັບໃໝມາມອບໃຫ້ຄົບຖ້ວນ ຖ້າບໍ່ດັ່ງ ນັ້ນ ຂະແໜງສ່ວຍສາອາກອນຕ້ອງໃຊ້ມາດຕະການຖອນໃບອະນຸຍາດພິມ ແລະ ຖອນໃບທະ ບຽນອາກອນ ພ້ອມດຽວກັນນີ້ສະເໜີໃຫ້ຂະແໜງທີ່ກ່ຽວຂ້ອງ ເພື່ອຖອນໃບອະນຸຍາດດໍາເນີນທຸລະກິດ.

ຜູ້ດໍາເນີນທຸລະກິດ ສາມາດສືບຕໍ່ນໍາໃຊ້ໃບເກັບເງິນຕາມປົກກະຕິໄດ້ ໃນກໍານົດ 10 ວັນລັດຖະການ ຫລັງຈາກທີ່ຕົນໄດ້ມອບເງີນຄ່າປັບໃໝໃຫ້ລັດຄົບຖ້ວນແລ້ວ.

ມາດຕາ 21 ການຍົກເວັ້ນ ຫລື ຫລຸດຜ່ອນການປັບໃ

  1. ບຸກຄົນ, ນິຕິບຸກຄົນ ທີ່ດຳເນີນທຸລະກິດ ຫລື ອົງການຈັດຕັ້ງ ສາມາດສະເໜີຂໍຍົກເວັ້ນ ຫລື ຫລຸດຜ່ອນຄ່າປັບໃໝ ກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ໃບເກັບເງິນ ໃນກໍລະນີເຮັດໃບເກັບເງິນເສຍຫາຍ ຍ້ອນສາເຫດເຫລືອວິໄສ ເຊັ່ນ : ໄຟໄໝ້, ສົງຄາມ, ພາຍຸ, ນ້ຳຖ້ວມ, ແຜ່ນດິນໄຫວ ໂດຍມີການຢັ້ງຢືນຈາກອໍານາດການປົກຄອງ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ.
  2. ບຸກຄົນ, ນິຕິບຸກຄົນ ທີ່ດຳເນີນທຸລະກິດ ຫລື ອົງການຈັດຕັ້ງ ທີ່ກະທໍາຜິດເປັນຄັ້ງທໍາອິດ ສາມາດສະເໜີຂໍຫລຸດຜ່ອນ ຫລື ຂໍຍົກເວັ້ນຄ່າປັບໃໝໃນບາງກໍລະນີທີ່ລະເມີດຄືດັ່ງລຸ່ມນີ້:
  • ການລະເມີດ ມາດຕາ 19 ຂໍ້ 3 ໃນກໍລະນີຂຽນເນື້ອໃນໃບເກັບເງິນບໍ່ຄົບຖ້ວນ;
  • ການລະເມີດ ມາດຕາ 19 ຂໍ້ 4 ໃນກໍລະນີສະຫລຸບລາຍງານຊັກຊ້າ, ເຮັດໃບເກັບເງິນເສຍຫາຍ ຍ້ອນເຫດການທີ່ບໍ່ໄດ້ຄາດຄິດໄວ້ກ່ອນເຊັ່ນ: ຖືກລັກ, ຖືກປຸ້ນ, ເກີດອຸປະຕິ ເຫດ.

ມາດຕາ 22  ມາດຕະການທາງອາຍາ

ບຸກຄົນ, ນິຕິບຸກຄົນ ທີ່ດໍາເນີນທຸລະກິດ ຫລື ອົງການຈັດຕັ້ງຕ່າງໆ ທີ່ມີການລະເມີດດໍາລັດສະບັບນີ້ ນອກຈາກຖືກປະຕິບັດມາດຕະການປັບໃໝແລ້ວ ຍັງຈະຕ້ອງຖືກປະຕິບັດມາດຕະການທາງອາຍາອີກ ເປັນຕົ້ນກໍລະນີ:

  1. ການສັ່ງພິມ, ການພິມ ໃບເກັບເງິນປອມ;
  2. ການນໍາໃຊ້ໃບເກັບເງິນປອມ ເພື່ອຫລົບຫລີກ ເຊື່ອງອໍາອາກອນ ຫລື ເພື່ອຍັກຍອກສໍ້ໂກງເອົາຊັບຂອງລັດ ຫລື ລວມໝູ່;
  3. ການຊື້,ການຂາຍໃບເກັບເງິນທີ່ບໍ່ຖືກຕ້ອງຕາມດໍາລັດສະບັບນີ້ເພື່ອຫລົບຫລີກເຊື່ອງອໍາອາກອນຫລືເພື່ອຍັກຍອກສໍ້ໂກງເອົາຊັບຂອງລັດຫລືລວມຫມູ່.

ໝວດທີ V
ການຈັດຕັ້ງປະຕິບັດ

ມາດຕາ 23 ການຈັດຕັ້ງປະຕິບັດ

ລັດຖະມົນຕີວ່າການກະຊວງການເງິນ ມີໜ້າທີ່ອອກບົດແນະນໍາຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເປັນອັນລະອຽດດໍາລັດສະບັບນີ້.

ບັນດາລັດຖະມົນຕີວາການກະຊວງ, ປະທານອົງການທຽບເທົ່າ, ເຈົ້າຄອງນະຄອນຫລວງວຽງຈັນ, ເຈົ້າແຂວງ ແລະ ຫົວໜ້າເຂດພິເສດ ມີໜ້າທີ່ຊີ້ນໍາ ນໍາພາການຈັດຕັ້ງປະຕິບັດດໍາລັດສະບັບນີ້ຢ່າງເຂັ້ມງວດ ແລະ ໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ.

ມາດຕາ 24 ຜົນສັກສິດ

ດໍາລັດສະບັບນີ້ມີຜົນສັກສິດ ແລະ ນໍາໃຊ້ນັບແຕ່ວັນທີ 01/04/2006 ເປັນຕົ້ນໄປ, ທຸກຂໍ້ກໍານົດ, ລະບຽບການກ່ຽວກັບໃບເກັບເງິນທີ່ໄດ້ປະກາດໃຊ້ໃນເມື່ອກ່ອນ ແມ່ນຖືກຍົກເລີກ.

ນາຍົກລັດຖະມົນຕີ

ບຸນຍັງ ວໍລິຈິດ

 

# ຫົວຂໍ້ ດາວໂຫຼດ
1 ດໍາລັດ ວ່າດ້ວຍ ໃບເກັບເງິນ ເລກທີ 12/ນຍ, ລົງວັນທີ 23 ມັງກອນ 2006 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.