ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ
ສັນຕິພາບ ​ເອກະລາດ ປະຊາທິປະ​ໄຕ ​ເອກະ​ພາບ ວັດທະນະ​ຖາວອນ

ກະຊວງ​ການ​ເງິນ                                                              

ກົມ​ພາສີ                       ​ເລກທີ 04145 /ກພສ

ນະຄອນຫຼວງວຽງຈັນ, ວັນ​ທີ 23 ພຶດສະພາ 2019    

ຄໍາ​ແນະ​ນໍາ​ເພີ່ມ​ເຕີມ
ກ່ຽວກັບ​ການ​ນໍາ​ໃຊ້​ລະບົບ​ແຈ້ງ​ພາສີ​ປະຕູ​ດຽວ

- ອີງ​ຕາມ​ກົດໝາຍວ່າ​ດ້ວຍ​ພາສີ ສະບັບ​ເລກທີ 04/ສພຊ, ລົງ​ວັນ​ທີ 20 ທັນວາ 2011;
- ອີງ​ຕາມ ຂໍ້​ຕົກລົງ​ຂອງ​ກະຊວງ​ການ​ເງິນ ວ່າ​ດ້ວຍ​ການ​ອະນຸມັດ​ນໍາ​ໃຊ້​ລະບົບ​ແຈ້ງ​ພາສີ​ປະຕູ​ດຽວ ສະບັບ​ເລກທີ 0204/ກງ, ລົງ​ວັນ​ທີ 15 ມັງກອນ 2019;
- ອີງ​ຕາມ ບົດ​ແນະ​ນໍາ​ຂອງ​ກະຊວງ​ການ​ເງິນ ວ່າ​ດ້ວຍ​ການ​ນໍາ​ໃຊ້​ລະບົບ​ແຈ້ງ​ພາສີ​ປະຕູ​ດຽວ ສະບັບ​ເລກທີ 4217/ກງ, ລົງ​ວັນ​ທີ 28 ທັນວາ 2018;

1. ຈຸດປະສົງ

ຄໍາ​ແນະ​ນໍາ​ສະບັບ​ນີ້ ຜັນ​ຂະຫຍາຍ​ບົດ​​ແນະ​ນໍາ​ຂອງ​ກະຊວງ​ການ​ເງິນ ສະບັບ​ເລກທີ 4217/ກງ, ລົງ​ວັນ​ທີ 28 ທັນວາ 2018 ວ່າ​ດ້ວຍ​ການ​ນໍາ​ໃຊ້​ລະບົບ​ແຈ້ງ​ພາສີ​ປະຕູ​ດຽວ (LNSW) ​ເຂົ້າ​ໃນ​ການ​ຄຸ້ມ​ຄອງ​ການ​ແຈ້ງ​ພາສີ​ສໍາລັບ​ການ​ນໍາ​ເຂົ້າ ​ແລະ ສົ່ງ​ອອກ​ສິນຄ້າ, ​ເຄື່ອງ​ຂອງ​ໃຫ້​ຖືກຕ້ອງ, ຄ່ອງ​ຕົວ ​ແລະ ມີ​ປະສິດທິ​ຜົນ​ສູງ.

2. ການ​ອະທິບາຍ​ຄໍາ​ສັບ

- ໃບ​ຂົນ​ສົ່ງ​ສິນຄ້າ: ໝາຍ​ເຖິງ​ເອກະສານ​ຂົນ​ສົ່ງ​ສິນຄ້າ​ທີ່​ອອກ​ໂດຍ​ຜູ້​ບໍລິການ​ຂົນ​ສົ່ງ, ຜູ້​ບໍ​ລິ​ການຈັດ​ສົ່ງ​ສິນ​ຄ້າ ຫຼື ພາກສ່ວນ​ທີ່​ກ່ຽວຂ້ອງ​ຢູ່​ປະ​ເທດ​ຕົ້ນ​ທາງ ຊຶ່ງ​ເອກະສານ​ຂົນ​ສົ່ງ​ສິນຄ້າ ຕ້ອງ​ເຮັດ​ເປັນ​ພາສາ​ອັງກິດ ​ເຊັ່ນ: Truck Bill, Bill of Lading, Airway Bill, Manifest ( Master Bill or House Bill) ​ແລະ ອື່ນໆ. ​ເອກະສານ​ຂົນ​ສົ່ງ​ສິນຄ້າ​ຕ້ອງ​ປະກອບ​ດ້ວຍ​ຂໍ້​ມູນ​ທີ່​ກໍານົດ​ໃນ​ມາດຕະຖານ​ຂໍ້​ມູນ​ການ​ຄ້າ​ສາກົນ​ເປັນ​ຕົ້ນ​ແມ່ນ​ມາດຕະຖານ​ດ້ານ​ຂໍ້​ມູນ​ຂອງ​ອົງການ​ພາສີ​ໂລກ ( WCO Data Model ) ຊຶ່ງ​ເອກະສານ​ຂົນ​ສົ່ງ​ສິນຄ້າ​ຕ້ອງ​ປະກອບ​ດ້ວຍ​ຂໍ້​ມູນ​ພື້ນຖານ​ດັ່ງ​ນີ້: ຜູ້​ຮັບ, ຜູ້​ສົ່ງ, ຮູບ​ແບບ​ການ​ຂົນ​ສົ່ງ​, ວັນ​ທີການ​ຂົນ​ສົ່ງ-​ເຄື່ອນຍ້າຍ, ປະ​ເພດ​ສິນຄ້າ, ນໍ້າໜັກ, ຈໍາ​ນວນ ​ເຫຼົ່າ​ນີ້​ເປັນ​ຕົ້ນ.

- ຂໍ້ມູນ​ຂົນ​ສົ່ງ​ລວມ ( Summary Declaration-SD ): ໝາຍ​ເຖິງ​ຂໍ້​ມູນ​ລວມຂອງ​ການ​ຂົນ​ສົ່ງໜຶ່ງຄັ້ງ (shipment ) ທີ່​ລະ​ບຸ​ໃນ​ໃບ​ຂົນ​ສົ່ງ​ສິນຄ້າ. ຖ້າ​ເປັນ​ການ​ຂົນ​ສົ່ງ​ທາງບົກ ໝາຍ​ເຖິງ​ການ​ຂົນ​ສົ່ງ​ຂອງ​ລົດ​ຂົນ​ສົ່ງໜຶ່ງຂະ​ບວນ, ຊຶ່ງ​ອາດ​ຈະ​ບັນທຸກ​ຕູ້​ສິນຄ້າ ໜຶ່ງຕູ້ ຫຼື ຫຼາຍຕູ້​ສິນ​ຄ້າ.

- ຂໍ້​ມູນ​ການ​ຂົນ​ສົ່ງສະ​ເພາະ ( Transport Document-TD ): ໝາຍ​ເຖິງ​ຂໍ້​ມູນ​ການ​ຂົນ​ສົ່ງ ຂອງ​ແຕ່ລະ​ທຸລະ​ກໍາ​ການ​ຄ້າ​ທີ່​ລະບຸ​ໃນ​ໃບ​ຂົນ​ສົ່ງ​ສິນຄ້າ​. ໜຶ່ງທຸລະ​ກໍາ​ການ​ຄ້າ ​ແມ່ນ​ການ​ຊື້-ຂາຍໜຶ່ງຄັ້ງ ປະກອບ​ດ້ວຍໜຶ່ງຜູ້​ສົ່ງ​ອອກ ​ແລະ ໜຶ່ງຜູ້​ນໍາ​ເຂົ້າ, ​ໂດຍ​ອີງ​ໃສ່​ໃບ​ແຈ້ງ​ລາຄາ​ສິນຄ້າ ( Invoice ) ​ເປັນ​ເອກະສານ​ຢັ້ງຢືນ. ການ​ຂົນ​ສົ່ງ​ສິນຄ້າໜຶ່ງຄັ້ງ ( Shipment ) ອາດ​ຈະ​ປະກອບ​ດ້ວຍໜຶ່ງ ຫຼື ຫຼາຍທຸລະ​ກໍາ​ການ​ຄ້າ ( Consignment ) ສໍາລັບ ພາຫະນະ​ປະ​ເພດ​ລົດ​ໃຫຍ່ ຕ້ອງ​ປະກອບ​ເອກະສານ​ແຈ້ງ​ພາສີໜຶ່ງຊຸດ​ຕໍ່​ລົດໜຶ່ງຄັນ, ສະ​ນັ້ນ ຂໍ້​ມູນ​ການ​ຂົນ​ສົ່ງສະ​ເພາະ ໝາຍ​ເຖິງ​ຂໍ້​ມູນ​ກ່ຽວກັບ​ລົດ​ນໍາ​ເຂົ້າໜຶ່ງຄັນ.

3. ການ​ອອກ​ລະ​ຫັດ​ນໍາ​ໃຊ້​ລະບົບ

3.1 ການ​ອອກ​ລະຫັດ​ຜູ້​ນໍາ​ໃຊ້​ໃຫ້​ແກ່​ພະນັກງານ​ລັດ

ພາຍຫຼັງ​ໄດ້​ຮັບໜັງສື​ສະ​ເໜີຂອງ​ຂະ​ແໜງການ​ລັດ​ທີ່​ກ່ຽວຂ້ອງ, ມອບ​ໃຫ້​ບໍລິສັດ​ຮ່ວມ​ພັດທະນາ​ລະບົບ​ແຈ້ງ​ພາສີ​ປະ​ຕູດຽວ ​ເປັນ​ຜູ້​ກວດກາ ​ແລະ ອອກ​ລະ​ຫັດ​ຜູ້​ນໍາ​ໃຊ້​ໃຫ້​ແກ່ ພະນັກງານ​ຂອງ​ຂະ​ແໜງການ​ລັດ ​ໂດຍ​ໃຫ້​ອີງ​ໃສ່​ເນື້ອ​ໃນໜັງສື​ສະ​ເໜີ ​ແລະ ​ໃບ​ຢັ້ງຢືນ​ການ​ເຂົ້າ​ຮ່ວມ​ຝຶກ​ອົບຮົມ​.

3.2 ການ​ອອກ​ລະຫັດ​ຜູ້​ນໍາ​ໃຊ້​ໃຫ້​ແກ່​ຜູ້ປະກອບ​ການ

ພາຍຫຼັງ​ໄດ້​ຮັບໜັງສື​ສະ​ເໜີຂອງ​ຜູ້​ປະກອບ​ການ ​ແລະ ​ໄດ້​ຜ່ານ​ການ​ກວດກາ​ເບື້ອງ​ຕົ້ນ​ຂອງ ບໍລິສັດ​ຮ່ວມ​ພັດທະນາ​ລະບົບ​ແຈ້ງ​ພາສີ​ປະຕູ​ດຽວ​ແລ້ວ, ມອບ​ໃຫ້ ພະ​ແນກນິຕິ​ກໍາ​ເປັນ​ເສນາ​ທິການ​ໃຫ້​ແກ່​ກົມ​ພາສີ​ໃນ​ການ​ກວດກາ​ຄວາມ​ຖືກ​ຕ້ອງ​ຂອງ​ການສະ​ເໜີຂໍ​ອອກ​ລະຫັດ​ຜູ້​ນໍາ​ໃຊ້​ລະບົບ​ໃຫ້​ແກ່​ຜູ້​ປະກອບ​ການ ​ໂດຍ​ໃຫ້​ອີງ​ໃສ່​ກວດກາ​ເອກະສານ​ຢັ້ງ​ຢືນຕ່າງໆ​ເຊັ່ນ: ​ໃນທະບຽນວິ​ສາຫະກິດ, ​ໃບ​ຢັ້ງຢືນ​ການ​ມອບ​ພັນທະ​ອາກອນ​ປະ​ຈໍາ​ປີ, ​ໃບ​ຢັ້ງຢືນ​ເລກ​ປະ​ຈໍາ​ຕົວ​ຜູ້​ເສຍ​ອາກອນ ​ແລະ ​ໃບ​ຢັ້ງຢືນ​ການ​ຝຶກ​ອົບຮົມ ​ເປັນ​ຕົ້ນ. ພະ​ແນນ​ນິຕິ​ກໍາ​ຕ້ອງ​ຕິດຕາມ ​ແລະ ປະ​ເມີນ​ຜົນ​ຜູ້​ນໍາ​ໃຊ້​ລະບົບ LNSW ​ແລະ ລາຍ​ງານ​ໃຫ້​ກົມ​ພາສີ​ຮັບ​ຊາບ​ເປັນ​ປົກກະຕິ.

4. ການ​ນໍາ​ໃຊ້​ລະບົບ LNSW ​ເຂົ້າ​ໃນການ​ແຈ້ງ​ຂໍ້​ມູນ ​ແລະ ​ເອກະສານ​ຂົນ​ສົ່ງ​ສິນຄ້າ

4.1 ການ​ແຈ້ງ​ຂໍ້​ມູນ​ການ​ຂົນ​ສົ່ງ​ສິນຄ້າ

ຜູ້​ບໍລິການ​ຂົນ​ສົ່ງ, ຜູ້​ບໍລິການ​ຈັດ​ສົ່ງ, ຜູ້​ບໍລິ​ການ​ແຈ້ງ​ພາສີ ຫຼື ຕົວ​ແທນ ຕ້ອງ​ແຈ້ງ​ຂໍ້​ມູນ​ການ​ຂົນ​ສົ່ງ​ສິນຄ້າ​ຢ່າງໜ້ອຍໜຶ່ງຊົ່ວ​ໂມງ​ກ່ອນ​ສິນຄ້າ​ມາ​ຮອດ​ດ່ານ ​ໂດຍ​ນໍາ​ໃຊ້​ລະບົບ​ແຈ້ງ​ພາສີ​ປະຕູ​ດຽວ (LNSW). ຂໍ້​ມູນ​ການ​ຂົນ​ສົ່ງ​ສິນຄ້າ​ທີ່​ແຈ້ງ​ໃນ​ລະບົບ LNSW ຕ້ອງ​ສອດຄ່ອງ​ກັບ​ຂໍ້​ມູນ​ໃນ​ໃບ​ຂົນ​ສົ່ງ​ສິນຄ້າ. ພາຍຫຼັງ ສໍາ​ເລັດ​ການ​ປະກອບ​ຂໍ້ມູນ​ການ​ຂົນ​ສົ່ງ​ສິນຄ້າ​ແລ້ວ, ຕ້ອງ​ກວດກາ​ຄືນ​ຖືກຕ້ອງ ​ແລະ ລົງທະບຽນຂໍ້​ມູນ​ການ​ຂົນ​ສົ່ງ​ສິນຄ້າ​ໃນ​ລະບົບ LNSW. ພາຍຫຼັງລົງທະບຽນຂໍ້​ມູນ​ການ​ຂົນ​ສົ່ງ​ລະບົບ LNSW ຈະ​ແຈ້ງ​ເລກ​ທະບຽນການ​ແຈ້ງ​ຂໍ້​ມູນຂົນ​ສົ່ງ​ສິນຄ້າ​ເພື່ອ​ຂໍ້​ມູນ​ປະກອບ​ການ​ແຈ້ງ​ພາສີ​ເປັນ​ລະອຽດ ​ຊຶ່ງ​ລະບຸ​ໃນ​ຂໍ້ 6 ຂອງ​ຄໍາ​ແນະ​ນໍາ​ສະບັບ​ນີ້.

4.2 ການ​ແຈ້ງ​ໃບ​ຂົນ​ສົ່ງ​ສິນຄ້າ

ການ​ນໍາ​ເຂົ້າ ​ແລະ ​ສົ່ງ​ອອກກສິນຄ້າ, ເຄື່ອງ​ຂອງ​ຕ້ອງ​ດໍາ​ເນີນການ​ແຈ້ງ​ຂໍ້​ມູນ, ​ເອກະສານ​ຂົນ​ສົ່ງ​ສິນຄ້າ ​ແລະ ພາຫະນະ​ຂົນ​ສົ່ງ​ສິນຄ້າ​ຕໍ່​ເຈົ້າໜ້າທີ່​ພາສີ​ໃຫ້​ສອດຄ່ອງ​ຕາ​ມາດຕາ 19 ຂອງ​ກົດໝາຍວ່າ​ດ້ວຍ​ພາສີ​ສະບັບ​ເລກທີ 04/ສພຊ ລົງ​ວັນ​ທີ 20 ທັນວາ 2011 ​ແລະ ບົດ​ແນະ​ນໍາ​ຂອງ​ກົມ​ພາສີ​ສະບັບ​ເລກທີ 00097/ກພສ, ລົງ​ວັນ​ທີ 06 ມັງກອນ 2017 ຢ່າງ​ເຂັ້ມ​ງວດ.

ເວລາ​ສິນຄ້າ​ມາ​ຮອດ​ດ່ານ​ຜູ້​ບໍລິການ​ຂົນ​ສົ່ງ ຫຼື ຕົວ​ແທນ​ຕ້ອງ​ແຈ້ງ​ໃບ​ຂົນ​ສົ່ງ​ສິນຄ້າ​ຕໍ່ໜ້າທີ່​ພາສີ​ເພື່ອ​ດໍາ​ເນີນ​ການ​ຄວບ​ຄຸມ​ກວດກາ​ຕາມ​ລະບຽບການ. ເຈົ້າໜ້າທີ່​ພາສີ​ຕ້ອງ​ກວດກາ​ສະພາບ​ລວມຂອງ​ບັນ​ທຸກ​ສິນຄ້າ, ສະພາບ​ຕູ້​ສິນຄ້າ ​ແລະ ສະພາບ​ການ​ຫຸ້ມ​ຫໍ່​ສິນຄ້າ, ກວດກາ​ຂໍ້​ມູນ​ໃນ​ລະບົບ LNSW ​ເພື່ອ​ສົມທຽບກັບ​ຂໍ້​ມູນ​ໃນ​ໃບ​ຂົນ​ສົ່ງ​ສິນຄ້າ. ຈາກ​ນັ້ນ ​ໃຫ້​ເຈົ້າໜ້າທີ່​ພາສີ​ລະບຸ​ສະຖານ​ທີ່​ເກັບ​ມ້ຽນສິນຄ້າ​ຊົ່ວ​ຄາວ​ເພື່ອ​ລໍຖ້າ​ການ​ດໍາ​ເນີນ​ຂັ້ນ​ຕອນ​ການ​ແຈ້ງ​ພາສີ​ເປັນ​ລາຍ​ລະອຽດ ​ແລະ ການ​ກວດກາ​ສິນຄ້າ​ຕົວ​ຈິງ​ຖ້າ​ເປັນ​ສິນຄ້າ​ທີ່​ມີ​ຄວາມ​ສ່ຽງສູງ.

5. ການ​ຄຸ້ມຄອງ​ສິນຄ້າ​ເຂົ້າ​ສາງ

ມອບ​ໃຫ້​ດ່ານ​ພາສີ​ຊາຍ​ແດນ​ນໍາ​ໃຊ້​ລະບົບ LNSW ​ເຂົ້າ​ໃນ​ການ​ຄຸ້ມ​ຄອງ​ສິນຄ້າສາງ​ສິນຄ້າ​ໂດຍ​ໃຫ້​ຢຸດ​ຕິ​ການ​ນໍາ​ໃຊ້​ໃບ​ແຈ້ງ​ສາງ ຫຼື ​ໃບ​ແຈ້ງ​ສິນຄ້າ​ຊົ່ວ​ຄາວ ຫຼື ​ເອກະສານ​ອື່ນໆທີ່​ນໍາ​ໃຊ້​ສໍາລັບ​ການ​ຄວບ​ຄຸມ​ການ​ເຄື່ອນຍ້າຍສິນຄ້າ ​ເຂົ້າ​-ອອກ​ສາງ​ພັກ​ສິ​ນຄ້າ.

ກໍລະນີ​ຕ້ອງ​ນໍາ​ສິນຄ້າ​ເຂົ້າ​ເກັບ​ມ້ຽນຢູ່​ສາງ​ພັກ​ສິນຄ້າ​ຊົ່ວຄາວ, ເຈົ້າໜ້າທີ່​ພາສີ​ຕ້ອງ​ກໍາກັບ​ຕິດຕາມ​ການ​ເຄື່ອນ​ຍ້າຍ​ສິນຄ້າ​ເຂ​ົ້າສາງຢ່າ​ງ​ເຂັ້ມ​ງວດ. ​ເວລາ​ລົດ​ບັນ​ທຸກ​ສິນຄ້າ​ມາ​ຮອດ​ປະຕູ​ເຂົ້າ​ທາງ​ສາງ, ​ເຈົ້າໜ້າທີ່​ພາສີ​ທີ່​ປະ​ຈໍາ​ຢູ່​ປະຕູ​ເຂົ້າ​ສາງ​ຕ້ອງ​ກວດກາ​ສະພາບ​ລວມຂອງ​ລົດ​ບັນທຸກ​ສິນຄ້າ​ພ້ອມ​ທັງ​ຢືນຢັນ​ການ​ນໍາ​ສິນຄ້າ​ເຂົ້າ​ສາງ​ຜ່ານ​ລະບົບ LNSW.

​ໃນ​ເວລາ​ຂົນ​ສິນຄ້າ​ລົງ​ສາງ​ເຈົ້າໜ້າທີ່​ພາສີ​ທີ່​ຮັບຜິດຊອບ​ຄຸ້ມ​ຄອງ​ສາງ​ສິນຄ້າ​ຕ້ອງ​ກວດກາ​ດ້ານ​ຈໍານວນ, ສະພາບ​ການ​ຫຸ້ມ​ຫໍ່ ​ແລະ ສະພາບ​ລວມຂອງ​ສິນຄ້າ​ເພື່ອ​ຮັບປະກັນ​ຄວາມ​ຖືກຕ້ອງ​ກັບ​ຂໍ້​ມູນ​ການ​ຂົນ​ສົ່ງ​ທີ່​ແຈ້ງ​ລົງ​ໃນ​ລະບົບ LNSW. ການ​ຂົນ​ສິນຄ້າ​ລົງ​ສາງ ຕ້ອງ​ດໍາ​ເນີນ​ການ​ໂດຍ​ມີ​ພະນັກງານ​ຂອງ​ຜູ້​ບໍລິການ​ສາງ​ພັກ​ສິນຄ້າ ​ເຂົ້າ​ຮ​່ວມທຸກ​ຄັ້ງ. ພາຍຫຼັງສໍາ​ເລັດ​ການ​ຂົນ​ສິນຄ້າ​ລົງ​ສາງ ຖ້າ​ເຫັນ​ວ່າ​ຖືກຕ້ອງ ພະນັກງານ​ສາງ​ພັກ​ສິນຄ້າ ຕ້ອງ​ຢືນ​ຢັນຄວາມ​ຖືກຕ້ອງ​ໃນ​ລະບົບ LNSW. ​ໃນ​ກໍລະນີ​ພົບ​ເຫັນ​ຄວາມ​ແຕກ​ຕ່າງ​ດ້ານ​ຈໍານວນ ​ແລະ ປະ​ເພດ​ສິນຄ້າ​ຕົວ​ຈິງ​ກັບ​ຂໍ້​ມູນ​ທີ່​ລະບຸ​ໄວ້​ໃນ​ໃບ​ຂົນ​ສົ່ງ​ສິນຄ້າ, ​ໃຫ້​ເຈົ້າໜ້າທີ່​ພາສີ​ເຮັດ​ບົດ​ບັນທຶກ​ຄວາມ​ແຕກ​ຕ່າງ ​ແລ້ວ​ດັດ​ແກ້​ຂໍ້​ມູນ​ໃນ​ລະບົບ LNSW ​ໃຫ້​ຖືກຕ້ອງ​ກັບ​ສິນຄ້າ​ຕົວ​ຈິງ.

6. ການ​ແຈ້ງ​ພາສີ​ເປັນ​ລາຍ​ລະອຽດ.

ສໍາລັບການ​ແຈ້ງ​ພາສີ​ເປັນ​ລາຍ​ລະອຽດ, ຜູ້​ແຈ້ງ​ພາສີ​ຕ້ອງ​ນໍາ​ໃຊ້​ລະບົບ​ແຈ້ງ​ພາສີ​ເອ​ເລັກ​ໂຕຣນິກ (ASYCUDA) ​ເຂົ້າ​ໃນ​ການ​ແຈ້ງ​ພາສີ ​ໂດຍ​ໃຫ້​ເອົາ​ໃຈ​ໃສ່​ດັ່ງ​ນີ້:

- ​ໃນ​ການ​ປະກອບ​ຂໍ້​ມູນ​ການ​ແຈ້ງ​ພາສີ​, ຜູ້​ແຈ້ງ​ພາສີ​ຕ້ອງ​ຕື່ມ​ເລກ​ທະບຽນຂໍ້​ມູນ​ການ​ຂົນ​ສົ່ງສະ​ເພາະ(TDID) ທີ່​ໄດ້​ຈາກ​ລະບົບ LNSW ລົງ​ໃນ​ຫ້ອງ (9 ກ) ​ໃນ​ລະບົບ ASYCUDA ​ເພື່ອ​ໃຫ້​ສອງ​ລະບົບ​ດັ່ງກ່າວ​ສາມາດ​ແລກປ່ຽນຂໍ້​ມູນ​ຮ່ວມ​ກັນ​ໄດ້​ຢ່າງ​ອັດຕະ​ໂນ​ມັດ.
- ​ໃນ​ກໍລະນີການ​ແຈ້ງ​ຂໍ້ມູນການຂົນສົ່ງເບື້ອງຕົ້ນເປັນຂໍ້ມູນຂົນສົ່ງລວມ ( SD ) ຜູ້​ແຈ້ງ​ພາສີ​ຕ້ອງ ​ແຍກ​ເປັນ​ຂໍ້​ມູນ​ຂົນ​ສົ່ງສະ​ເພາະ TD ຈຶ່ງ​ສາມາດ​ແຈ້ງ​ພາສີ​ເປ​ັນລາຍ​ລະອຽດ​ໄດ້. ຂໍ້​ມູນ​ຂົນ​ສົ່ງສະ​ເພາະ TD ໜຶ່ງຊຸດ​ແມ່ນ​ໃຫ້​ປະກອບ​ເອກະສານ​ແຈ້ງ​ພາສີ​​ເປັນ​ລາຍ​ລະອຽດໜຶ່ງຊຸດ.
- ​ເຈົ້າໜ້າທີ່​ພາສີ ຜູ້​ທີ່​ຮັບຜິດຊອບ​ກວດ​ເອກະສານ​ປະກອບ​ການ​ແຈ້ງ​ພາສີ ຕ້ອງ​ນໍາ​ໃຊ້​ລະບົບ LNSW ​ເຂົ້າ​ໃນ​ການ​ກວດກາ​ຂໍ້​ມູນ​ການ​ຂົນ​ສົ່ງ​ສິນຄ້າ ​ແລະ ຂໍ້​ມູນ​ກ່ຽວກັບ​ການ​ອະນຸຍາດ​ຂອງ​ຂະ​ແໜງການ​ທີ່​ກ່ຽວຂ້ອງ​ເພື່ອ​ຮັບປະກັນ​ຄວາມ​ຖືກຕ້ອງ.
- ສໍາລັບ ຂັ້ນ​ຕອນ​ການ​ຄຸ້ມ​ຄອງ​ກວດ​ກາຂໍ້​ມູນ​ການ​ແຈ້ງ​ພາສີ ​ແລະ ກວດກາ​ສິນຄ້າ ​ແມ່ນ​ໃຫ້​ປະຕິບັດ​ຕາມ ບົດ​ແນະ​ນໍາ ຂອງ​ກົມ​ພາສີ ສະ​ບັບ​ເລກທີ 00097/ກພສ, ລົງ​ວັນ​ທີ 06 ມັງກອນ 2017 ກ່ຽວກັບ​ການ​ແຈ້ງພາສີ​ເປັນ​ລາຍ​ລະອຽດດ້ວຍ​ລະບົບ​ເອ​ເລັກ​ໂຕຣນິກ ຢ່າງ​ເຂັ້ມ​ງວດ.

7. ການ​ຊໍາລະ​ຄ່າ​ພາສີ ​ແລະ ພັນທະ​ອື່ນ

- ພາຍຫຼັງ ​ເຈົ້າໜ້າທີ່​ພາສີ​ໄດ້​ສໍາ​ເລັດ​ການ​ກວດກາ​ຂໍ້​ມູນ, ​ເອກະສານ ​ແລະ ກວດກາ​ສິນຄ້າ​ຕົວ​ຈິງ ​ແລະ ຮັບຮອງ​ຜົນ​ການ​ກວດກາ​ໃນ​ລະບົບ ASYCUDA ​ແລ້ວ, ຂໍ້​ມູນ​ການ​ຄິດ​ໄລ່​ຄ່າ​ພາສີ ​ແລະ ພັນທະ​ຕ່າງໆ ຈະ​ຖືກ​ສົ່ງ​ໄປ​ຫາ​ລະບົບ LNSW ​ເພື່ອ​ອອກ​ເອກະສານ​ການ​ສັ່ງ​ມອບ (Summary of Invoice) ທີ່​ສັງ​ລວມ​ເອົາ​ພັນທະ​ທັງໝົດທີ່​ຜູ້​ແຈ້ງ​ພາສີ​ຕ້ອງ​ຊໍາລະ​ຄື: ຄ່າ​ພາສີ, ຄ່າອາກອນ, ຄ່າ​ທໍານຽມ, ຄ່າ​ບໍລິການ ​ແລະ ພັນທະ​ອື່ນໆ ທີ່​ຕ້ອງ​ມອບ​ສໍາລັບ​ການ​ນໍາ​ເຂົ້າ ຫຼື ສົ່ງ​ອອກ​ດັ່ງກ່າວ.
- ສໍາລັບ ການ​ສໍາ​ລະ​ຄ່າ​ພາສີ-ອາກອນ ​ແລະ ພັນທະ​ອື່ືນໆ, ພ້ອມ​ທັງ​ຄ່າ​ທໍານຽມ ​ແລະ ຄ່າ​ບໍລິການ​ຕ່າງໆ ຜູ້​ແຈ້ງ​ພາສີ ສາມາດ​ຊໍາລະ​ຜ່ານ​ລະບົບ ຜ່ານໜ່ວຍບໍລິການ, ລະບົບ​ເອ​ເລັກ​ໂຕຣນິກ ຂອງ​ທະນາຄານ ທີ່​ເຊື່ອມ​ໂຍງ​ເຂົ້າ​ກັບ​ລະບົບ LNSW.

8. ການ​ຄຸ້ມ​ຄອງ​ສິນຄ້າ​ອອກ​ຈາກ​ສາງ/ດ່ານ

- ພາຍຫຼັງສໍາ​ເລັດ​ຂັ້ນ​ຕອນ​ການ​ແຈ້ງ​ພາສີ​ເປັນ​ລາຍ​ລະອຽດ​ແລ້ວ, ຜູ້​ປະກອບ​ການ​ຕ້ອງ​ຂົນ​ສິນຄ້າ​ຂຶ້ນ​ລົດ​ບັນທຸກ​ໂດຍ​ຊ່ອງໜ້າພະນັກງານ​ຄຸ້ມ​ຄອງ​ສາງ​ສິນຄ້າ ​ແລະ ​ເຈົ້າໜ້າທີ່​ພາສີ.
- ພະນັກງານ​ຄຸ້ມ​ຄອງ​ສາງ​ສິນຄ້າ ຕ້ອງ​ຢືນ​ຢັນຄວາມ​ຖືກຕ້ອງ​ຈໍານວນ​ສິນຄ້າ​ທີ່​ຂົນ​ຂຶ້ນ​ລົດ​ບັນທຸກ ລົງ​ໃນ​ລະບົບ LNSW ​ໂດຍ​ການ​ສົມທຽບ​ໃສ່​ເອກະສານ​​ແຈ້ງ​ພາສີ.
- ພາຍຫຼັງ ລົດ​ບັນທຸກ​ສິນຄ້າ​ເຄື່ອນ​ຍ້າຍ​ມາ​ຮອດ​ປະຕູ​ທາງ​ອອກ​ສາງ ຫຼື ປະຕູ​ໂຂງ​ອອກ​ສາງ​ເຈົ້າໜ້າທີ່​ພາສີ​ຕ້ອງ​ກວດກາ​ສະພາບ​ລວມຂອງ​ລົດ​ບັນທຸກ​ສິນຄ້າ, ສະພາບ​ຕູ້​ສິນ​ຄ້າ ​ແລະ ສະພາບ​ການ​ຫຸ້ມ​ຫໍ່​ສິນຄ້າ. ຫຼັງຈາກ​ຜ່ານ​ການ​ກວດກາ​ແລ້ວ​ເຫັນ​ວ່າ​ຖືກ​ຕ້ອງ ຈຶ່ງ​ອະນຸມັດ​ໃຫ້​ສິນຄ້າ​ອອກ​ຈາກ​ສາງ ​ແລະ ຢືນ​ຢັນການ​ປ່ອຍ​ສິນຄ້າ​ອອກ​ຈາກ​ສາງ ຫຼື ດ່ານ ​ໃນ​ລະບົບ LNSW .
- ຫົວໜ້າ ​ແລະ ຮອງ​ຫົວໜ້າດ່ານ​ພາສີ​ສາກົນ ຕ້ອງ​ນໍາ​ໃຊ້​ລະບົບ​ດັ່ງກ່າວ ​ເຂົ້າ​ໃນ​ການ​ຕິດ​ຕາມ,​ ຄວບຄຸມ, ກວດກາ​ສິນຄ້າ​ທີ່​ເຂົ້າ-ອອກ ​ແລະ ຄ້າງ​ຢູ່​ສາງ ​ໃຫ້​ສອດຄ່ອງ​ກັບ​ກົດໝາຍວ່າ​ດ້ວຍ​ພາສີ ​ແລະ ລະບຽບການ​ທີ່​ກ່ຽວຂ້ອງ

9. ການຈັດ​ຕັ້ງ​ປະຕິບັດ

- ໃຫ້​ນໍາ​ໃຊ້​ລະບົບ LNSW ​ເຂົ້າ​ໃນ​ການ​ຄຸ້ມ​ຄອງ​ການ​ແຈ້ງ​ພາສີ​ນໍາ​ເຂົ້າ​ສິນຄ້າ​ປະ​ເພດ​ພາຫະນະ ທີ່​ດ່ານ​ພາສີ​ສາກົນ​ຂົວ​ມິດຕະພາບ 1 ​ເປັນ​ບາດກ້າວ​ເລີ່​ມຕົ້ນ. ພາຍຫຼັງ ຈັດ​ຕັ້ງ​ປະຕິບັດ​ໄປ​ໄດ້ໜຶ່ງ​ເດືອນ​ໃຫ້​ມີ​ການ​ປະ​ເມີນ​ຜົນ​ຄືນ, ຖ້າ​ຫາກ​ເຫັນ ວ່າ​ລະບົບ LNSW ສາມາດ​ນໍາ​ໃຊ້​ໄດ້​ຢ່າງ​ຄ່ອງ​ຕົວ ​ແລະ ມີ​ປະສິດທິ​ຜົນ, ກົມ​ພາສີ ຈະ​ອອກ​ແຈ້ງ​ການ​ເພີ່ມ​ເຕີມ ​ເພື່ອ​ຜັນ​ຂະຫຍາຍ​ການ​ນໍາ​ໃຊ້​ໄປ​ສູ່​ສິນຄ້າ​ປະ​ເພດ​ຕ່າງໆ ​ແລະ ຂະຫຍາຍ​ໄປ​ສູ່​ດ່ານ​ພາສີ​ສາກົນ​ອື່ນໆ ທີ່​ມີ​ເງື່ອນ​ໄຂ.
- ຄໍາ​ແນະ​ນໍາ​ເພີ່ມ​​ເຕີມສະບັບ​ນີ້​ມີ​ຜົນ​ສັກສິດ​ນໍາ​ໃຊ້​ນັບ​ແຕ່​ວັນ​ລົງ​ລາຍ​ເຊັນ​ເປັນ​ຕົ້ນ​ໄປ.

ຮອງຫົວໜ້າກົມ​ພາສີ
ບຸນປະເສີດ ສີກຸນລະບຸດ

 

# ຫົວຂໍ້ ດາວໂຫຼດ
1 Instruction on the launch of Lao National Single Window No. 04145/CD, dated 23 May 2019 PDF
2 ຄໍາແນະນໍາເພີ່ມເຕີມ ກ່ຽວກັບການນໍາໃຊ້ລະບົບແຈ້ງພາສີປະຕູດຽວ ເລກທີ 04145/ກພສ, ລົງວັນທີ 23 ພຶດສະພາ 2019 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.