ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກໍາ ແລະ ການຄ້າ       ເລກທີ 0644/ອຄ.ກຂອ

ນະຄອນຫຼວງວຽງຈັນ, ວັນທີ 11 ມິຖຸນາ 2019

ຂໍ້ຕົກລົງ
ວ່າດ້ວຍການປະກາດໃຊ້ລະບຽບແຫຼ່ງກຳເນີດສິນຄ້າ
ພາຍ​ໃຕ້ສັນຍາ​
​ເຂດການຄ້າເສລີອາຊຽນ - ຮົງ​ກົງ, ສປ ຈີນ ​

- ອີງ​ຕາມ ​ລັດຖະດຳ​ລັດ​ຂອງ​ປະທານ​ປະ​ເທດສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ​ລາວ ວ່າ​ດ້ວຍ​ການ​ປະກາດ​ໃຫ້​ສັດຕະຍາບັນ​ແກ່​ສັນຍາ​ເຂດ​ການ​ຄ້າ​ເສລີ​ລະຫວ່າງ ອາຊຽນ - ຮົງ​ກົງ, ສ​ປ ຈີນ ​ແລະ ສັນຍາ​ການ​ລົງທຶນ ລະຫວ່າງ ອາຊຽນ - ຮົງ​ກົງ, ສປ ຈີນ ສະບັບ​ເລກທີ 174/ປປທ, ລົງ​ວັນ​ທີ 01 ມີນາ 2019;
- ອີງ​ຕາມ ດຳລັດ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ230/ນຍ, ລົງວັນທີ 24 ກໍລະກົດ 2017;
- ອີງຕາມ  ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍແຫຼ່ງກໍາເນີດສິນຄ້ານໍາເຂົ້າ ແລະ ສົ່ງອອກ, ສະບັບເລກທີ 228/ນຍ, ລົງວັນທີ 22 ເມສາ 2010;  
- ອີງ​ຕາມ ໜັງສື​ຈາກ ກອງ​ເລຂາ​ອາຊຽນ ສະບັບ​ເລກທີ 136/2019, ລົງ​ວັນ​ທີ 10 ພຶດສະພາ 2019;
- ອີງຕາມ ການສະເໜີຂອງ ກົມການນຳເຂົ້າ ແລະ ສົ່ງອອກ.     

ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ອອກຂໍ້ຕົກລົງ

ມາດຕາ 1.     ປະກາດ​ໃຊ້ລະບຽບແຫຼ່ງກຳເນີດສິນຄ້າ (Rules of Origin: ROO) ພາຍ​ໃຕ້ສັນຍາ​ເຂດ​ການ​ຄ້າ​ເສລີ   ອາຊຽນ - ຮົງ​ກົ​ງ, ສປ ຈີນ (ASEAN - Hongkong Free Trade Area: AHKFTA) ຊຶ່ງ​​ລວມທັງ​​​​​ຂັ້ນຕອນການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ (Operational Certification Procedures: OCP), ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ (ຟອມ AHK) ແລະ ລະບຽບສະເພາະຜະລິດຕະພັນ (Product Specific Rules: PSR).

ມາດຕາ 2. ​ ການ​​ໄດ້​ຮັບ​ສິດທິ​ພິ​ເສດ​ທາງ​ການ​ຄ້າ​ພາຍ​ໃຕ້ຂອບ​ສັນຍາ AHKFTA ​​ຕ້ອງ​​ມີ​ໃບ​ຢັ້ງຢືນ​ແຫຼ່ງກຳເນີ​ດສິນຄ້າ ຫຼື ຟອມ AHK ​​ໄປ​ແຈ້ງ​ຕໍ່​ເຈົ້າໜ້າທີ່​ພາສີ​ຂອງ​ປະ​ເທດປາຍທາງ ທີ່​ເປັນ​​ສະມາຊິກ​​. ສໍາລັບ​ສິນຄ້າ​ທີ່​ຈະ​ໄດ້​ຮັບ​ສິດທິ​ພິ​ເສດ​ໃນ​ການ​ນຳ​ໃຊ້​ຟອມ AHK ​ໄດ້​ກໍ​ຕໍ່​ເມື່ອສິນ​ຄ້າ​ນັ້ນ​ສາມາດ​ບັນລຸ​ເງື່ອນ​ໄຂ​ແຫຼ່ງກຳ​ເນີ​ດ ສິນຄ້າ​ທີ່​ໄດ້​ລະບຸ​ໃນ​ສັນຍາ​ນີ້ ຄື:

2.1  ສິນຄ້າທີ່​ໄດ້​ມາ ຫຼື ຜະລິດ​ຂຶ້ນ​ໂດຍ​ນຳ​ໃຊ້​ວັດຖຸ​ດິບ​ພາຍ​ໃນ ສປປ ລາວ ທັງໝົດ (Wholly Obtained: WO) ​​ໝາຍ​ເຖິງປະ​ເພດ​ສິນຄ້າ​ທີ່​ສາມາດ​ກຳນົດ​​ແຫຼ່ງທີ່​ມາ​ໄດ້​ຢ່າງ​ງ່າຍດາຍ​ຕາມ​ຄຸ​ນລັກ​ສະ​ນະທຳ​ມະ​ຊາດ​ຂອງ​ຕົວ​ສິນຄ້າ ໂດຍ​ສວ່ນ​ໃຫຍ່​ແມ່ນ ສິນຄ້າ​ຈຳພວກ​ກະສິກຳ, ​ແຮ່​ທາດ, ​​ເຄື່ອງ​ປ່າ​ຂອງ​ດົງ ​ແລະ ອື່ນໆ; ຊຶ່ງສິນຄ້າທີ່​ກ່າວ​ມານີ້​ແມ່ນ ຈະ​ຖື​ວ່າ​ໄດ້​ເງື່ອນ​ໄຂ​ແຫຼ່ງກຳ​ເນີ​ດສິນຄ້າ​ໂດຍ​ອັດຕະ​ໂນ​ມັດ;

2.2 ສິນຄ້າ​ທີ່ ຫຼື ຜະລິດ​ຂຶ້ນ​ໂດຍ​ບໍ່​ໄດ້​ນຳ​ໃຊ້​ວັດຖຸ​ດິບ​ພາຍ​ໃນ ສປປ ລາວ ທັງໝົດ ​ແມ່ນ​ສິນຄ້າ​ທີ່​ຜະລິດ​ຂຶ້ນ​ໂດຍ​ການ​ນຳ​ໃຊ້​ວັດ​ຖຸດິບ ຫຼື ວັດ​ສະ​ດຸ​ນຳ​ເຂົ້າ​ຈາກ​ຕ່າງປະ​ເທດ ຫຼື ຈາກ​ແຫຼ່ງທີ່​ບໍ່​ສາມາດ​ກຳນົດ​ໄດ້ອາດ​ຈະ​ທັງໝົດ ຫຼື ສ່ວນ​ໃດ​ສ່ວນໜຶ່ງ. ສິນຄ້າ​​ເຫຼົ່ານີ້ຈະ​ຖື​ວ່າ​ເປັນ​ສິນຄ້າ​ທີ່​ໄດ້​ແຫຼ່ງກຳ​ເນີ​ດກໍ່ຕໍ່​​ເມື່ອ​ໄດ້​ຜ່ານ​ຂະ​ບວນການ​ຜະລິດ​ຢ່າງຫຼວງຫຼາຍ. ສຳລັບ​ເງື່ອນ​ໄຂ​ສິນຄ້າ​ທີ່​ຜ່ານ​ການ​ຜະລິດ​ຢ່າງຫຼວງຫຼາຍ​ພາຍ​​ໃຕ້ຂອບ​ສັນຍາ AHKFTA ​ແບ່ງ​ອອກ​ເປັນ 02 ລະບຽບຄື: ລະບຽບ​ແຫຼ່ງກຳ​ເນີ​ດສິນຄ້າ​ແບບທົ່ວ​ໄປ (​General Rule: GR) ​ແລະ ລະບຽບ​ແຫຼ່ງກຳ​ເນີ​ດສິນຄ້າສະ​ເພາະຜະລິດ​ຕະພັນ (Product Specific: PSR). ໃນ​ນັ້ນ, ລະບຽບ GR ​ແມ່ນ ມີ 02 ​ເງື່ອນ​ໄຂ​ຄື: ການ​ສ້າງ​ມູນ​ຄ່າ​ພາ​ຍ​ໃນ​ກຸ່ມ​ອາຊຽນ - ຮົງກົງ, ສປ ຈີນ  ບໍ່ຫຼຸດ 40% (Regional Value Content: RVC 40%) ຫຼື ການ​ປ່ຽນ​ເລກ​ລະຫັດ​ພາສີ​ໃນ​ລະດັບ 04 ຕົວ​ເລກ ຫຼື ລະຫັດ​ເຄົ້າ (Change in Tariff Heading: CTH). ສໍາລັບລາຍການ​ສິນຄ້າ​ໃນ PSR ​ໝາຍຄວາມ​ວ່າ ຖ້າ​ຫາກ​ສິນຄ້າ​ໃດ​ທີ່​​​ໄດ້ລະບຸ​ຢູ່​ໃນ​ຕາຕະລາງ PSR ແມ່ນຈະ​ຕ້ອງ​ປະຕິບັດ​ລະ ບຽບ​ແຫຼ່ງກຳ​ເນີ​ດສິນຄ້າ​ທີ່​ໄດ້​ກຳນົດ​ໄວ້​ໃນ​ຕາຕະລາງ​ນີ້​ເທົ່າ​ນັ້ນ.

ມາດຕາ 3. ມອບ​ໃຫ້​ ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ ນະຄອນຫຼວງວຽງຈັນ ​ແລະ ​ແຂວງ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ ແລະ ​ເຂດ​ເສດ​ຖະກິດ​ພິ​ເສດ ​ເປັນ​ຜູ້​ອອກ​ໃບຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າ​ໃນ​ຂອບ​ສັນຍາ AHKFTA ຫຼື ພາກສ່ວນ​ອື່ນ​ທີ່​ຖືກ​ມອບໝາຍ​ໃຫ້.

ມາດຕາ 4. ມອບ​ໃຫ້ ກົມການນໍາເຂົ້າ ແລະ ສົ່ງອອກ ຮັບຜິດຊອບ​ແນະນຳ ​ແລະ ​ເຜີຍ​ແຜ່​ວິທີ​ຈັດ​ຕັ້ງ​ປະຕິບັດ​ລະອຽດ ກ່ຽວກັບ ລະບຽບດັ່ງກ່າວ ​ເພື່​ອ​ໃຫ້​ຂໍ້​ຕົກລົງ​ສະບັບ​ນີ້​ຖືກ​ປະຕິບັດຢ່າງ​ໄດ້​ຮັບ​ຜົນ​ດີ.  

ມາດຕາ 5. ຂໍ້ຕົກລົງສະບັບນີ້​ມີ​ຜົນ​ບັງຄັບ​ໃຊ້​ນັບ​ແຕ່ວັນ​ທີ 11 ມິຖຸນາ 2019 ​ເປັນ​ຕົ້ນ​ໄປ.   

ລັດຖະມົນຕີ
ນ. ເຂັມມະນີ ພົນເສນາ 

# ຫົວຂໍ້ ດາວໂຫຼດ
1 Decision on the Proclamation of Rule of Origin under ASEAN-Hong Kong FTA (AHKFTA) No. 0644/MOIC.DIMEX, dated 11 June 2019 PDF
2 ຂໍ້ຕົກລົງ ວ່າດ້ວຍການປະກາດໃຊ້ລະບຽບແຫຼ່ງກຳເນີດສິນຄ້າ ພາຍໃຕ້ສັນຍາເຂດການຄ້າເສລີ ອາຊຽນ-ຮົງກົງ, ສປ ຈີນ ເລກທີ 0644/ອຄ.ກຂອ, ລົງວັນທີ 11 ມິຖຸນາ 2019 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.