ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກໍາ ແລະ ການຄ້າ              ເລກທີ 0600/ອຄ.ກຂອ

      ນະຄອນຫຼວງວຽງຈັນ, ວັນທີ 03 ມິຖຸນາ 2019

ຂໍ້ຕົກລົງ
ວ່າດ້ວຍການປະກາດໃຊ້ລະບຽບສະເພາະຜະລິດຕະພັນ ຕາມສາລະບານອັດຕາພາສີຂອງສິນຄ້າເອກະພາບອາຊຽນປີ 2017 (PSR HS 2017) ຕາມການປັບປຸງຂອງສັນຍາການຄ້າສິນຄ້າຂອງອາຊຽນ ຫຼື ATIGA.

- ອີງຕາມດຳລັດວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 230/ນຍ, ລົງວັນທີ 24 ກໍລະກົດ 2017;

- ອີງຕາມດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍແຫຼ່ງກໍາເນີດສິນຄ້ານໍາເຂົ້າ ແລະ ສົ່ງອອກ, ສະບັບເລກທີ 228/ນຍ, ລົງວັນທີ 22 ເມສາ 2010;     

- ອີງຕາມ ລະບຽບສະເພາະຜະລິດຕະພັນ ຕາມສາລະບານສິນຄ້າເອກະພາບອາຊຽນປີ 2017 (PSR HS 2017), ສະບັບລົງວັນທີ 07 ກໍລະກົດ 2017;

- ອີງຕາມການສະເໜີຂອງ ກົມການນຳເຂົ້າ ແລະ ສົ່ງອອກ.

ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ອອກຂໍ້ຕົກລົງ: 

ມາດຕາ 1. ປະກາດໃຊ້ລະບຽບສະເພາະຜະລິດຕະພັນ ຕາມສາລະບານອັດຕາພາສີຂອງສິນຄ້າເອກະພາບອາຊຽນປີ 2017 (PSR HS 2017).

ມາດຕາ 2. ມອບໃຫ້ ກົມການນໍາເຂົ້າ ແລະ ສົ່ງອອກ ຮັບຜິດຊອບແນະນຳ ແລະ ເຜີຍແຜ່ວິທີຈັດຕັ້ງປະຕິບັດລະອຽດ ກ່ຽວກັບ ລະບຽບດັ່ງກ່າວ ເພື່ອໃຫ້ຂໍ້ຕົກລົງສະບັບນີ້ຖືກປະຕິບັດຢ່າງໄດ້ຮັບຜົນດີ. 

ມາດຕາ 3. ຂໍ້ຕົກລົງສະບັບນີ້ມີຜົນບັງຄັບໃຊ້ນັບແຕ່ວັນທີ 01 ມິຖຸນາ 2019 ເປັນຕົ້ນມາ.  

  ລັດຖະມົນຕີ
ນ. ເຂັມມະນີ ພົນເສນາ

 

 

 

# ຫົວຂໍ້ ດາວໂຫຼດ
1 Decision on the Proclamation of Product Specific Rules HS 2017 in accordance with the amendment of ASEAN Trade in Goods Agreement (ATIGA) No. 0600/MOIC.DIMEX, dated 03 June 2019 PDF
2 ຂໍ້ຕົກລົງ ວ່າດ້ວຍການປະກາດໃຊ້ລະບຽບສະເພາະຜະລິດຕະພັນ ຕາມສາລະບານອັດຕາພາສີຂອງສິນຄ້າເອກະພາບອາຊຽນປີ 2017 (PSR HS 2017) ຕາມການປັບປຸງຂອງສັນຍາການຄ້າສິນຄ້າຂອງອາຊຽນ ຫຼື ATIGA ເລກທີ 0600/ອຄ.ກຂອ, ລົງວັນທີ 03 ມິຖຸນາ 2019 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.