ໃນວັນທີ 17 ມິຖຸນາ 2019,​ ສູນວິໄຈພະຍາດສັດ, ກົມລ້ຽງສັດ ແລະ ການປະມົງ ໄດ້ກວດພົບເຊື້ອພະຍາດອະຫິວາໝູອາຟຣິກາ ຈຳນວນ 8 ຕົວຢ່າງ ທີ່ສົ່ງມາກວດຈາກ 7 ບ້ານ ທີ່ມີການລະບາດຄື:​ ບ້ານ ສາມັກຄີໄຊ, ດິນດາກ, ໂພນງາມ, ແກ້ງຮັງ, ນາລະຈາງ, ຫ້ວຍຫວ້າ ແລະ ນາຮ່ອງ ທີ່ຂຶ້ນກັບ ເມືອງຕູ້ມລານ,​ແຂວງ ສາລະວັນ ເຊິ່ງພະຍາດດັ່ງກ່າວເປັນຄັ້ງທຳອິດທີ່ກວດພົບຢູ່ ສປປ ລາວ. ພະຍາດດັ່ງກ່າວເປັນພະຍາດທີ່ຮ້າຍແຮງ ສາມາດຕິດຕໍ່ໃສ່ໝູທຸກຊະນິດ, ທຸກສາຍພັນ, ທຸກອາຍຸ, ທຸກເພດ ແລະ ທຸກໄວ ລວມທັງໝູປ່າ. ພະຍາດນີ້ມີຄວາມທົນທານສູງຕໍ່ສະພາບແວດລ້ອມ, ບໍ່ມີຢາກັນ, ບໍ່ມີຢາປິ່ນປົວໂດຍກົງ, ໝູທີ່ຕິດເຊື້ອພະຍາດນີ້ມີອັດຕາການຕາຍສູງເຖິງ 100% ແຕ່ບໍ່ຕິດໃສ່ຄົນ.

ພາບຕົວຢ່າງໝູຕິດເຊື້ອພະຍາດອະຫິວາໝູອາຟຣິກາ
ແຫຼ່ງຂໍ້ມູນພາບ: http://vectornews.eu

 

ເພື່ອບໍ່ໃຫ້ພະຍາດແຜ່ລາມອອກສູ່ວົງກ້ວາງ ແລະ ສົ່ງຜົນກະທົບດ້ານລົບຕໍ່ການຜະລິດໝູ ແລະ ການດຳລົງຊີວິດຂອງປະຊາຊົນ ຕ້ອງໄດ້ພ້ອມກັນຕ້ານ ສະກັດກັ້ນ ແລະ ຕອບໂຕ້ພະຍາດໃຫ້ສະຫງົບລົງໂດຍໄວ ເປັນຕົ້ນແມ່ນ ການທຳລາຍໝູທີ່ຕິດເຊື້ອ ຫຼື ສ່ຽງຕໍ່ການຕິດເຊື້ອເພື່ອຕັດວົງຈອນຂອງເຊື້ອພະຍາດດ້ວຍການເຜົາ ຫຼື ຝັງ ໃຫ້ຖືກຕ້ອງຕາມຫຼັກວິຊາການ. ບັນດາແຂວງອ້ອອມຂ້າງທີ່ມີຄວາມສ່ຽງ ເປັນຕົ້ນແມ່ນ ແຂວງ ສະຫວັນນະເຂດ, ເຊກອງ, ຈຳປາສັກ ຄວນເຝົ້າລະວັງ ແລະ ຕິດຕາມການແຜ່ລະບາດຂອງພະຍາດດັ່ງກ່າວ.

ພາບຕົວຢ່າງຂອງພະຍາດທີ່ຢູ່ໃນຊີ້ນໝູ
ຂໍ້ມູນພາບ: https://www.pirbright.ac.uk, https://wellsporkandbeef.com, ແລະ http://heavenshollowfarm.com
 

ນອກຈາກນັ້ນ, ຣາຊະອານາຈັກໄທໄທກໍໄດ້ປະກາດຫ້າມນຳເຂົ້າ ແລະ ສົ່ງຜ່ານ ໝູ ແລະ ຜະລິດຕະພັນໝູຊົ່ວຄາວຈາກ ສປປ ລາວ ເຊິ່ງມີຜົນບັງຄັບໃຊ້ເປັນເວລາ 90 ວັນ ເລີ່ມວັນທີ 22 ມິຖຸນາ 2019 ເປັນຕົ້ນມາ ເພື່ອເປັນການປ້ອງກັນບໍ່ໃຫ້ມີການລະບາດແຜ່ກະຈາຍເຂົ້າສູ່ປະເທດ ເຊິ່ງຈະສົ່ງຜົນກະທົບຕໍ່ອຸດສາຫະກຳການລ້ຽງໝູໃນປະເທດ. ສຳລັບປະເທດເພື່ອນບ້ານອື່ນ ແມ່ນຍັງບໍ່ທັນມີແຈ້ງການຫ້າມນຳເຂົ້າຊົ່ວຄາວ ໝູ ແລະ ຜະລິດຕະພັນໝູຈາກ ສປປ ລາວ.

ຄລິກທີນີ້ເພື່ອເບິ່ງລາຍລະອຽດ ແລະ ແຈ້ງການສະບັບເຕັມຂອງກະຊວງກະສິກຳ ແລະ ປ່າໄມ້
ຄລິກທີນີ້ເພື່ອເບິ່ງລາຍລະອຽດ ແລະ ປະກາດສະບັບເຕັມຂອງຣາຊະອານາຈັກໄທ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.