ຈຸດປະສົງ ຂອງຄະນະ​ວິຊາ​ການຈາກກົມ​ການ​ສົ່ງ​ອອກ ​ແລະ ນຳ​ເຂົ້າ, ກະຊວງການຄ້າ ແຫ່ງຣາຊະອານາຈັກ ກໍາປູເຈຍ  ທີ່ເລືອກມາແລກປ່ຽນບົດຮຽນກັບ ສປປ ລາວ ເນື່ອງຈາກວ່າ ສປປ ລາວ ​ເປັນ​ປະ​ເທດ​ທຳ​ອິດໃນອາ​ຊຽນທີ່ໄດ້ລິເລີ່ມຈັດຕັ້ງປະຕິບັດລະບົບ REX ເຊິ່ງໄດ້​ເລີ່ມ​ຈັດ​ຕັ້ງ​ປະ​ຕິ​ບັດ ແຕ່​​ວັນທີ 01 ມັງກອນ 2017 ເປັນຕົ້ນມາ. ລະບົບ REX ແມ່ນໄດ້ນໍາ​ໃຊ້ Statement on Origin ປ່ຽນແທນ ຟອມ A ທີ່​ເຈົ້າ​ໜ້າ​ທີ່​ພາກ​ລັດ​ເປັນ​ຜູ້​ອອກ​ໃຫ້ ​ເພື່ອ​ຂໍ​ຫຼຸ​ດ​ຜ່ອນ​ອັດ​ຕາ​ພາ​ສີ​ນຳເຂົ້າ​ສະ​ຫະ​ພາບ​ເອີ​ຣົບ ຊຶ່ງລະບົບດັ່ງກ່າວຮຽກຮອງໃຫ້ຜູ້ສົ່ງອອກມາລົງທະບຽນນໍາ ກຂອ ແລະ ກຂອ ຈະລົງທະບຽນໃຫ້ຜູ້ສົ່ງອອກໃນນາມ ສປປ ລາວ ມອບສິດໃຫ້ຜູ້ສົ່ງອອກສາມາດອອກ Statement on Origin ໄປສະຫະພາບເອີຣົບໄດ້ເລີຍ.

ຄະນະວິຊາການຂອງ ກ​ຂອ ກໍ່ໄດ້ແລກປ່ຽນບົດຮຽນ ແລະ ປະສົບການ ກ່ຽວກັບ ການຈັດຕັ້ງປະຕິບັດຕົວຈິງໃນການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງຂອງ ສປປ ລາວ ກັບຄະນະວິຊາການຈາກ ຣາຊະອານາຈັກ ກຳປູເຈຍ ຢ່າງລະອຽດ ບໍ່ວ່າຈະເປັນການສ້າງນິຕິກໍາຄຸ້ມຄອງ, ການກະກຽມບຸກຄະລາກອນເພື່ອຄຸ້ມຄອງ, ການຈັດຝຶກອົບຮົມໃຫ້ແກ່ພາກສ່ວນກ່ຽວຂ້ອງທັງພາກລັດ ແລະ ພາກທຸລະກິດ ແລະ ລວມເຖິງຂັ້ນຕອນການຈັດຕັ້ງປະຕິ ບັດການຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຮອດປະຈຸ​ບັນ​ ສປປ ລາວ ມີ​ທັງໝົດ 68 ບໍລິສັດ ທີ່​ໄດ້​ລົງທະບຽນ​ໃນ​ລະບົບ REX ​ແລ້ວ.

ຄະນະວິຊາການຝ່າຍລາວ ​ໄດ້​ຮັບ​ຟັງການ​ນຳ​ສະ​ເໜີ ວຽກງານການຈັດ​ຕັ້ງປະຕິບັດ​ລະບົບ REX ​​ຂອງກໍາປູເຈຍ. ຣຊ ກໍາປູເຈຍ ເລີ່​ມປະຕິບັດ​ແຕວັນ​ທີ 01 ມັງກອນ 2019, ກົມການສົ່ງອອກ ແລະ ນໍາເຂົ້າ ໄດ້ພະຍາຍາມແກ້ໄຂບັນຫາທີ່ເກີດຂື້ນແຕ່ລະໄລຍະ ໂດຍສະເພາະ ແມ່ນບັນຫາກ່ຽວກັບການ​ປຸກ​ລະດົມ ຫຼື ຊຸກຍູ້ສົ່ງເລີມໃຫ້​ຜູ້​ປະກອບ​ການ​ຝ່າຍກໍາປູເຈຍຫັນ​ມາ​ນໍາ​ໃຊ້​ລະບົບ​ດັ່ງກ່າວໃຫ້ຫຼາຍຂື້ນ ​ເພາະ​ປະ​ຈຸ​ບັນ​ມີ​ພຽງ​ແຕ່ 50 ບໍລິສັດ ທີ່ໄດ້​ລົງທະບຽນ​ ​ແຕ່​ຍັງ​ຫຼາຍກວ່າ 650 ບໍລິສັດ​ທີ່​ຍັງ​ບໍ່​ທັນ​​​ໄດ້ລົງທະບຽນ.

ຕອນ​ທ້າຍ​ ຝ່າຍລາວ ໄດ້​ແນະນຳ​ ລະບົບ ແລະ ກົນໄກການເກັບ​ກຳ​ຂໍ້​ມູນສະຖິຕິຂອງຝ່າຍລາວ ໃຫ້ຝ່າຍ ກຳປູເຈຍ ຮັບຊາບ ເຊິ່ງຝ່າຍກໍາປູເຈຍໃຫ້ຄວາມສົນໃຈ ແລະ ຂໍລະບົບດັ່ງກ່າວ ​ໄປເປັນຕົວຢ່າງ​​​ ໝູນໃຊ້ເຂົ້າ​ໃນການເກັບກໍາສະຖິທິຂອງຕົນ. ​ຜ່ານ​ການ​​ແລກປ່ຽນ ແລະ ຖອດ​ຖອນ​ບົດຮຽນ​ເຊິ່ງກັນ ​ແລະ ກັນ ທັງ​ສອງ​ຝ່າຍ​ເຫັນ​ວ່າ ປະສົບຜົນສຳເລັດຢ່າງຈົບງາມ ແລະ ໄດ້ຮັບໝາກຜົນເປັນທີ່ໜ້າພໍໃຈຫຼາຍ ຕ່າງຝ່າຍຕ່າງໄດ້ສະແດງຄວາມຈິງໃຈໃນການສົນສະທະນາຖາມຕອບບັນຫາຕ່າງໆຢ່າງກົງໄປກົງມາ ເພື່ອເປັນການກະກຽມຄວາມ​ພ້ອມ​ຂອງ ຣາຊະອານາຈັກ ກຳປູເຈຍ ທີ່ຈະໄດ້ນຳໃຊ້ລະບົບ REX ຢ່າງເຕັມຮູບແບບ ໃນປີ 2020.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.