ສາ­ທາ­ລະ­ນະ​ລັດ ​ປະ­ຊາ­ທິ­ປະ­ໄຕ​ ປະ­ຊາ­ຊົນ​ລາວ

ສັນ­ຕິ­ພາບ ​ເອ­ກະ­ລາດ ​ປະ­ຊາ​ທິ​ປະ​ໄຕ ​ເອ­ກະ​ພາບ ​ວັດ­ທະ­ນະ​ຖາ­ວອນ

ກະ­ຊວງ​ກະ­ສິ­ກຳ ​ແລະ​ ປ່າ­ໄມ້            ເລກ​ທີ 2985/ກປ
ນະ­ຄອນ­ຫຼວງ​ວຽງ​ຈັນ, ວັນ​ທີ 28 ມິຖຸນາ 2019

ຂໍ້​ຕົກ­ລົງ

ວ່າ​ດ້ວຍ ມາດ​ຕະ­ການ​ສຸ­ຂາ​ນາ​ໄມ​ພືດ​ ສຳ­ລັບ​ການ​ນຳ​ເຂົ້າ ແລະ ສົ່ງ​ຜ່ານ ​ພືດ, ຜະ­ລິດ​ຕະ​ພັນ​ພືດ ແລະ ວັດ­ຖຸ​ຕ້ອງ​ຄວບ​ຄຸມ

  • ອີງ​ຕາມ ​ກົດ­ໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ​ ແລະ ​ການ​ກັກ​ກັນ​ພືດ (ສະ­ບັບ​ປັບ­ປຸງ) ສະ­ບັບ​ເລກ​ທີ 13/ສພຊ, ລົງ​ວັນ​ທີ 15 ພະ­ຈິກ 2016;
  • ອິງ​ຕາມ ​ດຳ­ລັດ​ວ່າ​ດ້ວຍ​ການ­ຈັດ­ຕັ້ງ ​ແລະ ​ເຄື່ອນ​ໄຫວ​ຂອງ​ກະ­ຊວງ​ກະ­ສິ­ກຳ​ ແລະ ​ປ່າ­ໄມ້ ​ສະ­ບັບ​ເລກ​ທີ 99/ນຍ, ລົງ​ວັນ​ທີ 09 ມີ­ນາ 2017;
  • ອີງຕາມ​ ການ​ສະ­ເໜີ​ຂອງກົມປູກຝັງ ສະ­ບັບ​ເລກ​ທີ 1045/ກປຝ, ລົງ​ວັນ​ທີ 22 ພຶດສະພາ 2019

ໝວດ​ທີ 1

ບົດ​ບັນ­ຍັດ​ທົ່ວ​ໄປ

ມາດ­ຕາ 1     ຈຸດ­ປະ­ສົງ

ຂໍ້​ຕົກ­ລົງ​ສະ­ບັບ​ນີ້​ ກຳ­ນົດ​ຫຼັກ­ການ, ຂັ້ນ​ຕອນ, ວິທີການ ແລະ ມາດ​ຕະ­ການ ​ກ່ຽວ​ກັບ​​ເງື່ອນ­ໄຂດ້ານສຸຂານາໄມພືດສຳລັບ​ການ​ນຳ​ເຂົ້າ, ການ​ກວດ­ກາ​ກ່ອນ​ມາ​ຖິງ​ດ່ານ ແລະ ປະ­ຈຳ​ດ່ານ​ກັກ​ກັນ​ພືດ, ການ​ກວດກາ​ພາຍ­ຫຼັງ​ການ​ນຳ​ເຂົ້າ, ການ​ສົ່ງ​ຜ່ານ ເພື່ອຄຸ້ມ​ຄອງ​ສຸ­ຂາ​ນາ​ໄມ​ພືດ​ສຳ­ລັບ​ການ​ນຳ​ເຂົ້າ ​ແລະ​ ການ​ສົ່ງ​ຜ່ານ ​ພືດ, ຜະ­ລິດ​ຕະ​ພັນ​ພືດ ​ແລະ ​ວັດ­ຖຸ​ຕ້ອງ​ຄວບ​ຄຸມ ​ແນ​ໃສ່​ສະ­ກັດ​ກັ້ນ​ການ​ນໍາ​ເຂົ້າ​ ແລະ ​ແຜ່​ລະ­ບາດ ສັດ­ຕູ​ພືດ​ຈາກ​ພາຍ​ນອກ​ເຂົ້າ​ມາ​ຍັງ​ ສປປ​ ລາວ ແລະ ອຳ­ນວຍ​ຄວາມ​ສະ­ດວກ​ທາງ​ດ້ານ​ການ​ຄ້າ ປະກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​​ຂອງ​ຊາດ.

ມາດ­ຕາ 2  ມາດ​ຕະ­ການ​ສຸ­ຂາ​ນາ​ໄມ​ພືດ​ສໍາ​ລັບ​ການ​ນໍາ​ເຂົ້າ​ ແລະ ສົ່ງຜ່ານ ພືດ, ຜະ­ລິດ​ຕະ​ພັນ​ພືດ ແລະ ວັດ­ຖຸຕ້ອງ​ຄວບ​ຄຸມ

ມາດ​ຕະ­ການ​ສຸ­ຂາ​ນາ​ໄມ​ພືດ​ສໍາ​ລັບ​ການ​ນຳ​ເຂົ້າ ​ພືດ, ຜະ­ລິດ​ຕະ​ພັນ​ພືດ ​ແລະ ​ວັດ­ຖຸ​ຕ້ອງ​ຄວບ​ຄຸມ ​ແມ່ນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ລະ­ບຽບ​ການ ​ຫຼື ​ວິ­ທີ​ການ​ປະ­ຕິ­ບັດ​ດ້ານ​ສຸ­ຂາ​ນາ​ໄມ​ພືດ ​ຕາມ​​ເງື່ອນ­ໄຂ​ດ້ານ​ສຸ­ຂາ​ນາ​ໄມ​ພືດ​ສຳ­ລັບ​ການ​ນຳ​ເຂົ້າ​ທີ່​ເປັນ​ທາງ​ການ ​ເພື່ອ​ສະ­ກັດ​ກັ້ນ​ການ​ເຂົ້າ​ມາ ​ຫຼື ​ການ​ແຜ່​ລະ­ບາດ​ຂອງ​ສັດ­ຕູ​ພືດ​ຄວບ​ຄຸມ ​ຊຶ່ງ​ອາດ​ສ້າງ​ຜົນ​ກະ­ທົບ​ທາງ​ດ້ານ​ເສດ­ຖະ­ກິດ​ໃນ​ ສປປ ​ລາວ.

ມາດ​ຕະ­ການ​ສຸ­ຂາ​ນາ​ໄມ​ພືດ​ ສໍາ​ລັບ​ການ​ສົ່ງ​ຜ່ານ​ພືດ, ຜະ­ລິດ​ຕະ​ພັນ​ພືດ​ ແລະ ​ວັດ­ຖຸ​ຕ້ອງ​ຄວບ​ຄຸມ​ ແມ່ນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ລະ­ບຽບ​ການ ​ຫຼື ​ວິ­ທີ​ການ​ປະ­ຕິ­ບັດ​ດ້ານ​ສຸ­ຂາ​ນາ​ໄມ​ພືດ​ ສຳ­ລັບ​ການ​ນຳ​ສົ່ງ​ຊຸດ​ສິນ​ຄ້າ​ຜ່ານ ​ສປປ​ ລາວ​ ໄປ​ຍັງ​ປະ­ເທດ​ທີ່​ສາມ.

ມາດ­ຕາ 3 ການ​ອະ­ທິ​ບາຍ​ຄໍາ​ສັບ

ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

  1. ຊີ­ວະ​ພາບ​ປາບ​ສັດ­ຕູ​ພືດ  ໝາຍ​ເຖິງ ​ສັດ­ຕູ​ພືດທຳ​ມະ​ຊາດ, ສິ່ງ​ມີ​ຊີ­ວິດ​ທີ່​ເປັນ​ປໍ​ລະ​ປັກ​ ຫຼື ​ຕໍ່­ສູ້​ ຫຼື​ ສິ່ງ​ມີ​ຊີ­ວິດ​ອື່ນ ​ທີ່​ຖືກ​ນຳ​ໃຊ້​ໃນ​ການ​ຄວບ​ຄຸມ​ສັດ­ຕູ​ພືດ;
  2. ເງື່ອນ­ໄຂ​ການ​ນຳ​ເຂົ້າ ໝາຍ​ເຖິງ ​ລະ­ບຽບ​ການ​ທີ່​ສ້າງ​ຂື້ນ ​ໂດຍ​ອົງ­ການ​ຄຸ້ມ​ຄອງ​ວຽກ​ງານ​ປ້ອງ​ກັນ​ ແລະ ​ກັກ​ກັນ​ພືດ ​ເພື່ອ​ຄວບ​ຄຸມ​ວັດ­ຖຸ​ຕ້ອງ​ຄວບ​ຄຸມ​ທີ່​ນຳ​ເຂົ້າ​ມາ​ໃນ​ ສປປ​ ລາວ;
  3. ໃບ​ອະ­ນຸ­ຍາດ​ນຳ​ເຂົ້າ​ດ້ານ​ສຸ­ຂາ​ນາ​ໄມ​ພືດ ໝາຍ​ເຖິງ ​ເອ­ກະ­ສານ​ທາງ​ການ​ທີ່​ອອກ​ໃຫ້​ໂດຍ​ອົງ­ການ​ຄຸ້ມ​ຄອງ​ວຽກ​ງານ​ປ້ອງ​ກັນ​ ແລະ ​ກັກ​ກັນ​ພືດ ​ເພື່ອ​ອະ­ນຸ­ຍາດ​ນຳ​ເຂົ້າ​ຊຸດ​ສິນ­ຄ້າ ​ຕາມ​ຂໍ້​ກຳ­ນົດ​ເງື່ອນໄຂ​ທີ່​ກຳ­ນົດ​ໄວ້;
  4. NPPO (National Plant Protection Organization) ໝາຍ​ເຖິງ ກົມ​ປູກ­ຝັງ ຊຶ່ງ​ເປັນ​ຕົວ​ແທນໃຫ້​ອົງ­ການ​ປ້ອງ​ກັນ​ພືດ​ແຫ່ງ​ຊາດ ຂອງ ສປປ ລາວ ທີ່ກຳ­ນົດ​ໄວ້​ໃນ ມາດ­ຕາ IV ຂອງ  IPPC.
  5. IPPC (International Plant Protection Convention) ໝາຍ​ເຖິງ ​ສົນ­ທິ­ສັນ­ຍາ​ປ້ອງ​ກັນ​ພືດ​ສາ­ກົນ (ສະ­ບັບ​ປັບ­ປຸງ​ປີ 1997);
  6. ISPM 15 (The International Standard for Phytosanitary Measure Number 15) ໝາຍ​ເຖິງ ມາດ­ຕະ­ຖານ​ສາ­ກົນດ້ານ​ມາດ​ຕະ­ການ​ສຸ­ຂານາ​ໄມ​ພືດສະ­ບັບເລກ​ທີ 15 ຂອງ​ສົນ­ທິ­ສັນ­ຍາ​ປ້ອງ​ກັນ​ພືດ​ສາ­ກົນ​ ວ່າ​ດ້ວຍ​ການ​ຄວບ​ຄຸມ​ວັດ​ສະ​ດຸ​ຫຸ້ມ​ຫໍ່​ທີ່​ເຮັດ​ດ້ວຍ​ໄມ້​ໃນ​ການ​ຄ້າ​ສາ­ກົນ;
  7. ສິ່ງ​ມີ​ຊີ­ວິດ​ທີ່​ຖືກ​ດັດ­ແປງ​ພັນ­ທຸ​ກຳ ​ຫຼື LMO (Living modified organism) ໝາຍ​ເຖິງ​ສິ່ງ​ມີ​ຊີ­ວິດ ​ທີ່​ຜ່ານ​ຂະ­ບວນ​ການທາງພັນ­ທຸ​ກຳ​ ໂດຍ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຊີ­ວະ​ພາບ​ສະ​ໄໝ​ໃໝ່;

ມາດ­ຕາ 4  ຂອບ​ເຂດ​ການນຳ​ໃຊ້

ຂໍ້​ຕົກ­ລົງ​ສະ­ບັບ​ນີ້ ​ນຳ​ໃຊ້​ສຳ­ລັບ ​ບຸກ­ຄົນ, ນິ­ຕິ­ບຸກ­ຄົນ​ ຫຼື​ ການ­ຈັດ­ຕັ້ງ​ທັງ​ພາຍ​ໃນ ​ແລະ ​ຕ່າງ­ປະ­ເທດ​ທີ່​ກ່ຽວ­ຂ້ອງ​ກັບ​ການ​ນຳ​ເຂົ້າ ​ແລະ ​ສົ່ງ​ຜ່ານ​ພືດ, ຜະ­ລິດ​ຕະ​ພັນ​ພືດ ​ຫຼື​ ວັດ­ຖຸ​ຕ້ອງ​ຄວບ​ຄຸມ ໃນ ​ສປປ​ ລາວ.

ໝວດ​ທີ 2

ເງື່ອນໄຂດ້ານສຸຂານາໄມພືດສຳລັບການນຳເຂົ້າ

ມາດຕາ 5 ເງື່ອນໄຂດ້ານສຸຂານາໄມພືດ ສຳລັບການນຳເຂົ້າ

ເງື່ອນໄຂດ້ານສຸຂານາໄມພືດ ສຳລັບການນຳເຂົ້າ ແມ່ນບັນດາຂໍ້​ກຳ­ນົດ ກ່ຽວກັບ ລະບຽບການ​​ນຳ​ເຂົ້າ ​ພືດ, ຜະ­ລິດ​ຕະ​ພັນ​ພືດ​ ແລະ​ ວັດ­ຖຸ​ຕ້ອງ​ຄວບ​ຄຸມ ທີ່ອອກ​ໂດຍກະຊວງກະສິກຳ ແລະ ປ່າໄມ້ ຊຶ່ງປະ​ກອບ​ດ້ວຍ ເງື່ອນໄຂລວມ, ເງື່ອນ­ໄຂສະເພາະ ແລະ ມາດຕະການອື່ນ ທີ່ກ່ຽວຂ້ອງກັບການ​ນຳ​ເຂົ້າ ​ພືດ, ຜະ­ລິດ​ຕະ​ພັນ​ພືດ​ ແລະ​ວັດ­ຖຸ​ຕ້ອງ​ຄວບ​ຄຸມ.

ມາດ­ຕາ​ 6 ​ເງື່ອນ­ໄຂລວມການ​ນຳ​ເຂົ້າ ​ພືດ, ຜະ­ລິດ​ຕະ​ພັນ​ພືດ​ ແລະ​ ວັດ­ຖຸ​ຕ້ອງ​ຄວບ​ຄຸມ

ນອກຈາກການປະຕິບັດມາດຕະການສຸຂານາໄມພືດ ສໍາລັບການນໍາ​ເຂົ້າພືດ ຕາມ​ທີ່​ກຳ​ນົດ​ໄວ້​ໃນ​     ມາດ​ຕາ 30 ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ແລະ ກັກ​ກັນ​ພືດ ສະ​ບັບ​ປັບ​ປຸງ​ເລກ​ທີ 13/ສ​ພ​ຊ, ລົງ​ວັນ​ທີ 15 ພະ​ຈິກ 2016 ແລ້ວ, ຍັງ​ຕ້ອງ​ຮັບ​ປະ​ກັນຫຼັກ​ການ​ລວມ​ໃນ​ການ​ນຳ​ເຂົ້າ ​ພືດ, ຜະ­ລິດ​ຕະ​ພັນ​ພືດ​ ແລະ ​ວັດ­ຖຸ​ຕ້ອງ​ຄວບ​ຄຸມ ດັ່ງນີ້:

  1. ມີ​ໃບ​ອະ­ນຸ­ຍາດ​ນຳ​ເຂົ້າ​ ອອກ​ໃຫ້​ໂດຍ​ກົມ​ປູກ­ຝັງ;
  2. ໃບ​ອະ­ນຸ­ຍາດ​ນຳ​ເຂົ້າ​ໜຶ່ງ​ສະ­ບັບ ​ແມ່ນ​ນຳ​ໃຊ້​ໄດ້​ສຳ­ລັບ​ຊຸດ​ສິນ­ຄ້າ​ທີ່​ມີ ​ພືດ ​ແລະ ​ຜະ­ລິດ​ຕະ​ພັນ​ພືດ ​ຊະ­ນິດ​ດຽວ​ກັນ ​ຫຼື​ ມີ​ຫຼາຍ​ຊະ­ນິດ ​ແຕ່​ຕ້ອງ​ມາ​ຈາກ​ແຫຼ່ງ​ກຳ­ເນີດ​ດຽວ​ກັນ ​ແລະ ​ສົ່ງ​ອອກ​ໄປ​ພ້ອມ​ກັນ;
  3. ພືດ, ຜະ­ລິດ​ຕະ​ພັນ​ພືດ ຫຼື ວັດ­ຖຸ​ຕ້ອງ​ຄວບ​ຄຸມ ​ບໍ່​ມີ​ການ​ຕິດ­ແປດ​ສັດ­ຕູ​ພືດ​ຄວບ​ຄຸມ;
  4. ພືດ, ຜະ­ລິດ​ຕະ​ພັນ​ພືດ ຫຼື ວັດ­ຖຸ​ຕ້ອງ​ຄວບ​ຄຸມ​ ​ສອດ­ຄ່ອງ​ກັບ​ກົດ­ໝາຍ ແລະ ລະ­ບຽບ​ການ​ດ້ານ​ສຸ­ຂາ​ນາ​ໄມ​ພືດ ​ຂອງ ​ສປປ ​ລາວ;
  5. ພືດ, ຜະ­ລິດ​ຕະ​ພັນ​ພືດ ​ຫຼື ​ວັດ­ຖຸ​ຕ້ອງ​ຄວບ​ຄຸມ ​ຖືກ­​ຕາມ​​ເງື່ອນ­ໄຂ​ດ້ານ​ສຸ­ຂາ​ນາ​ໄມ​ພືດ​ສະ­ເພາະ ​ທີ່​ໄດ້​ກຳ­ນົດ​ໄວ້ ​ແລະ ​ຕາມ​ການ​ຕົກ­ລົງ​ຂອງ​ອົງ­ການ​ປ້ອງ​ກັນ​ພືດ​ແຫ່ງ​ຊາດ (NPPOs) ຂອງສອງ​ຝ່າຍ​ ຕາມ​ມາດ­ຕະ­ຖານ​ສາ­ກົນ​ ຂອງ​ອົງ­ການ​ປ້ອງ​ກັນ​ພືດ​ສາ­ກົນ (IPPC);
  6. ມີ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ​ອອກ​ໃຫ້​ໂດຍ​ອົງ­ການ​ປ້ອງ​ກັນ​ພືດ​ແຫ່ງ​ຊາດ ​ຂອງ​ປະ­ເທດ​ຕົ້ນ​ທາງ​;
  7. ສຳ­ລັບ ​ພືດ, ຜະ­ລິດ​ຕະ​ພັນ​ພືດ​ ແລະ ວັດ­ຖຸ​ຕ້ອງ​ຄວບ​ຄຸມ ​ທີ່​ນຳ​ເຂົ້າ​ທາງ​ໄປ­ສະ­ນີ ​ຫຼື ​ຂົນ­ສົ່ງ​ທາງ​ອາ­ກາດ ​ຕ້ອງ​ມີ​ສະ­ຫຼາກ, ຂໍ້­ຄວາມ ​ຫຼື​ ເຄື່ອງ­ໝາຍ​ຕິດ​ໄປ​ພ້ອມ​ ຕາມ​ບົດ​ແນະ­ນຳ​ຂອງ​ກົມ​ປູກ­ຝັງ​;
  8. ຜ່ານ​ການ​ກວດ­ກາ, ທົດ​ສອບ ​ແລະ ​ບຳ­ບັດ​ກ່ອນ​ການ​ສົ່ງ​ອອກ ​ຈາກ​ປະ­ເທດ​ຕົ້ນ​ທາງ​ໃນ​ກໍ­ລະ­ນີ​ທີ່​ກຳ­ນົດ​ໃຫ້;
  9. ສະ­ພາບ​ຄວາມ​ຖືກ­ຕ້ອງ​ຄົບ​ຖ້ວນ​ ຂອງວັດ­ຖຸ​ຕ້ອງ​ຄວບ​ຄຸມ​ໄດ້​ຮັບ​ການຮັກ­ສາ ​ແລະ ​ເກັບ​ໄວ້​ໃນ​ສະ­ພາບ​ເດີມ ​ພາຍ­ຫຼັງ​ການ​ຢັ້ງ­ຢືນ​ຈາກ​ປະ­ເທດ​ຕົ້ນ​ກໍາ​ເນີດ.

ສຳລັບ ການນຳເຂົ້າວັດຖຸຕ້ອງຄວບຄຸມ ທີ່ຢູ່ໃນບັນຊີພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ທີ່ຕ້ອງຂໍອະນຸຍາດນຳເຂົ້າ ຕ້ອງຜ່ານການວິໄຈຄວາມສ່ຽງສັດຕູພືດ ແລະ ປະຕິບັດຕາມເງື່ອນໄຂສະເພາະ ທີ່ກົມປູກຝັງກຳນົດ.

ການນໍາເຂົ້າ ພືດ, ຜະ­ລິດ​ຕະ​ພັນ​ພືດ​ ແລະ​ ວັດ­ຖຸ​ຕ້ອງ​ຄວບ​ຄຸມ ​ເພື່ອ​ຮັບ​ໃຊ້​​ວຽກ​ງານ​ດ້ານ​ສຸ­ຂາ​ນາ​ໄມ​ພືດ,​ ການ​ຄົ້ນ­ຄວ້າ​ທົດ​ລອງ​ທາງ​ດ້ານ​ວິ­ທະ­ຍາ​ສາດ ຫຼື ​ກໍ­ລະ­ນີ​ສຸກ​ເສີນ​ອື່ນ ຕ້ອງໄດ້ຮັບອະນຸຍາດຈາກກົມປູກຝັງ ໃນປະລິມານທີ່ຈຳ­ກັດ​ຕາມ​ເງື່ອນ­ໄຂ ​ແລະ ​ມາດ­ຕະ­ຖານ​ດ້ານ​ຄວາມ​ປອດ​ໄພ​.

ກໍລະນີ ມີການສະ­ເໜີນໍາໃຊ້​ມາດ​ຕະ­ການ​ສຸ­ຂາ​ນາ​ໄມ​ພືດ​ອື່ນ ໂດຍອົງ­ການ​ປ້ອງ​ກັນ​ພືດ​ແຫ່ງ​ຊາດ (NPPO) ຂອງ​ປະ­ເທດ​ສົ່ງ​ອອກ ​ຕ້ອງ​ຮັບປະກັນວ່າ​ມາດ​ຕະ­ການ​ດັ່ງ­ກ່າວ​ ມີ​ຄວາມ​ເທົ່າ​ທຽມ​ກັນ​ໃນ​ການ​ປ້ອງ​ກັນ​ສັດ­ຕູ​ພືດ ​ຄື​ກັບ​ຂໍ້​ກຳ­ນົດ​ເງື່ອນ­ໄຂ​ດ້ານ​ສຸ­ຂາ​ນາ​ໄມ​ພືດ​ຂອງ​ ສປປ ​ລາວ.

ມາດ­ຕາ 7 ເງື່ອນ­ໄຂ​ສະ­ເພາະ ​ສຳ­ລັບ ​ການ​ຂົນ­ສົ່ງ ​ແລະ​ ວັດ​ສະ​ດຸ​ຫຸ້ມ​ຫໍ່

ເຈົ້າ​ຂອງ ​ຫຼື​ ຜູ້​ດຳ­ເນີນ​ການ​ຂົນ­ສົ່ງ​ ພືດ, ຜະລິດຕະພັນພືດ ແລະ ​ວັດ­ຖຸ​ຕ້ອງ​ຄວບ​ຄຸມ​ ຕ້ອງ​ປະ­ຕິ­ບັດ​ການ​ບຳ­ບັດ​ ໃຫ້​ສອດ­ຄ່ອງ​ກັບ​ມາດ­ຕະ­ຖານ​ ທີ່​ກົມ​ປູກ​ຝັງ ກຳ­ນົດ​.

ວັດ​ສະ​ດຸ​ຫຸ້ມ​ຫໍ່ດ້ວຍໄມ້ ​ທີ່ບໍ່ທັນ​ໄດ້​ຜ່ານ​ການ​ປຸງ​ແຕ່ງ ​ຫຼື ​ຍັງ​ເປັນ​ວັດ­ຖຸ​ດິບ​ ຕ້ອງ​ໄດ້​ຜ່ານ​ການ​ບຳ­ບັດ​ຕາມມາດ­ຕະ­ຖານທີ່​ກຳ­ນົດ​ໄວ້ ​ແລະ ​ຕ້ອງ​ໄດ້​ຈໍ້າ​ກາ​ ໃຫ້​ສອດ­ຄ່ອງ​ກັບ​ຂໍ້​ກຳ­ນົດ​ເງື່ອນ­ໄຂ​ດ້ານ​ສຸ­ຂາ​ນາ​ໄມ​ພືດ​ຕາມ​ມາດ­ຕະ­ຖານ​ສາ­ກົນ ​ດ້ານ​ມາດ​ຕະ­ການ​ສຸ­ຂາ​ນາ​ໄມ​ພືດ​ ສະ­ບັບ​ເລກ​ທີ 15 (ISPM 15) ແລະ ​ມີ​ໃບຢັ້ງຢືນ​ຜ່ານ​ການ​ບໍາ​ບັດ ​ຕາມ​ທີ່​ກໍາ​ນົດ​ໄວ້.

ເສດ​ພືດ ​ຫຼື​ ເຟືອງ ​ທີ່​ນຳ​ໃຊ້​ໃນ​ການ​ຫຸ້ມ​ຫໍ່​ວັດ­ຖຸ​ຕ້ອງ​ຄວບ​ຄຸມ ​ຕ້ອງ​ໄດ້​ຜ່ານ​ການ​ບຳ­ບັດ​ຕາມ​ມາດ­ຕະຖານ​ທີ່​ກຳ­ນົດ​ໄວ້​ ແລະ ​ຕ້ອງ​ລະ­ບຸ​ໄວ້​ໃນ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ.

ມາດ­ຕາ 8 ­ເງື່ອນ­ໄຂ​ສະ­ເພາະ​ ສໍາ­ລັບ ການນໍາເຂົ້າ​​ຊີ­ວະ​ພາບ​ປາບ​ສັດ­ຕູ​ພືດ ແລະ ​ສິ່ງມີ​ຊີ­ວິດ​ທີ່​ຖືກ​ດັດ­ແປງ​ພັນ­ທຸ​ກຳ

ການນໍາເຂົ້າ ຊີ­ວະ​ພາບ​ປາບ​ສັດ­ຕູ​ພືດ ແລະ ​ສິ່ງມີ​ຊີ­ວິດ​ທີ່​ຖືກ​ດັດ­ແປງ​ພັນ­ທຸ​ກຳ ​ຕ້ອງຜ່ານ​ການ​ວິ­ໄຈ​ຄວາມ​ສ່ຽງ​ສັດ­ຕູ​ພືດ​ກ່ອນ​ການ​ນຳ​ເຂົ້າ ​ຫຼື ​ກ່ອນ​ການ​ນຳ​ໃຊ້ ພ້ອມທັງຮັບປະກັນໃຫ້ສອດ­ຄ່ອງ​ກັບ​ຂໍ້​ກຳ­ນົດ​ເງື່ອນ­ໄຂ​ດ້ານ​ຄວາມ​ປອດ​ໄພ ທີ່​ຂະ­ແໜງ­ການ​ກ່ຽວ​ຂ້ອງກຳ​ນົດ.

ມາດ­ຕາ 9  ເງື່ອນ­ໄຂ​ສະ­ເພາະ​ ສຳ­ລັບ ການນໍາເຂົ້າ ​​​ພືດ​ຜັກ​ ແລະ​ ໝາກ​ໄມ້​ສົດ​

ກົມ​ປູກ​ຝັງ, ພະ​ແນກກະ­ສິ­ກຳ​ ແລະ ​ປ່າ­ໄມ້​ແຂວງ, ນະ­ຄອນ­ຫຼວງ ແລະ ດ່ານກັກກັນພືດ ​ຕ້ອງ​ຄຸ້ມ​ຄອງ​ ແລະ​ ກວດ­ກາ​ການ​ນຳ​ເຂົ້າ​ພືດ​ຜັກ ​ແລະ​ ໝາກ​ໄມ້​ສົດ ​ໃຫ້​ສອດ­ຄ່ອງ​ຕາມ​ມາດ­ຕະ­ຖານ​ຄວາມ​ປອດ​ໄພ​ຂອງ​ອາ­ຫານ​ ໂດຍ​ປະ­ສານ​ສົມ­ທົບ​ກັບ​ຂະ­ແໜງ­ການ​ທີ່​ກ່ຽວ​ຂ້ອງ. ສ່ວນ​ຂັ້ນ​ຕອນ​ລະ­ອຽດ​ ໄດ້​ກຳ­ນົດ​ໄວ້​ໃນ​ບົດ​ແນະ­ນຳ ​ຂອງ​ກົມ​ປູກ​ຝັງ.

ມາດ­ຕາ 10 ການ​ກວດ­ກາ​ລະ­ບົບ​ສຸ­ຂາ​ນາ​ໄມ​ພືດ​ຮ່ວມກັບປະເທດຄູ່ຄ້າ

ກົມ​ປູກ­ຝັງ ​ໃນ​ນາມ​ເປັນ​ອົງ­ການ​ປ້ອງ​ກັນ​ພືດ​ແຫ່ງ​ຊາດ (NPPO) ຂອງ​ ສປປ​ ລາວ ​ສາ​ມາດຮ່ວມ​ມື ​ກັບ​ ພາກ​ພື້ນ ແລະ ສາ​ກົນ ໃນການກວດ​ກາດ້ານ​ສຸ​ຂາ​ນາ​ໄມ​ພືດ ບົນ​ພື້ນ​ຖານ​ການຕົກລົງຂອງລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້.

ມາດ­ຕາ 11  ການ​ຈໍາ​ກັດ​ການ​ນໍາ​ເຂົ້າ​ ວັດ​ຖຸຸ​ຕ້ອງ​ຄວບ​ຄຸມ

ການ​ຈຳ­ກັດ​ການ​ນຳ​ເຂົ້າ ວັດ­ຖຸ​ຕ້ອງ​ຄວບ​ຄຸມ ແມ່ນ​ການ​ອະ­ນຸ­ຍາດ​ໃຫ້­ການ​ນຳ​ເຂົ້າ ວັດ­ຖຸ​ຕ້ອງ​ຄວບ​ຄຸມ ສະ­ເພາະ​ໃດ​ໜຶ່ງ ຕາມ​ຫຼັກ­ການ, ວິ­ທີ​ການ ແລະ ເງື່ອນ­ໄຂທີ່​ ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້ ກຳ­ນົດ​ໃນ​ແຕ່​ລະ​ໄລ­ຍະ ບົນ​ພື້ນ­ຖານ​ການ​ວິ­ໄຈ​ຄວາມ​ສ່ຽງ​ສັດ­ຕູ​ພືດ ແລະ ຢັ້ງ­ຢືນ​ທາງ​ດ້ານ​ວິ­ທະ­ຍາ­ສາດ​ ລວມ​ທັງ​ການ​ພິຈາລະ­ນາ​ຂໍ້​ມູນ​ ດ້ານ​ເສດ­ຖະ­ກິດ ແລະ ສິ່ງ­ແວດ­ລ້ອມ.

ບັນ​ຊີ ວັດ​ຖຸ​ຕ້ອງ​ຄວບ​ຄຸມ​ທີ່ ຈໍາ​ກັດ​ການ​ນຳ​ເຂົ້າ ຕ້ອງ​ໂຄ​ສະ​ນາ​ເຜີຍ​ແຜ່​ສື່​ຕ່າງໆ ພ້ອມ​ທັງ​ຕິດ​ປະ​ກາດ​ໄວ້​ຢູ່​ດ່ານ​ນຳ​ເຂົ້າ ເພື່ອ​ໃຫ້​ສາ​ທາ​ລະ​ນະ​ຊົນ ໄດ້​ຮັບ​ຊາບ​ຢ່າງກວ້າງ​ຂວາງ.

ມາດ­ຕາ 12  ການ​ປະ­ຕິ­ບັດ​ຕໍ່​ວັດ­ຖຸ​ຕ້ອງ​ຄວບ​ຄຸມ​ ກ່ອນ​ການ​ນຳ​ເຂົ້າ ແລະ​ ລະ­ຫວ່າງ​ການ​ນຳ​ເຂົ້າ​

ກ່ອນ ແລະ ລ​ະຫວ່າງ​ ການ​ນຳ​ເຂົ້າ ​ວັດ­ຖຸ​ຕ້ອງ​ຄວບ​ຄຸມ​ທີ່​ຢູ່​ໃນ​ບັນ­ຊີພືດ, ຜະ­ລິດ​ຕະ​ພັນ​ພືດ ແລະ ວັດ­ຖຸ​ຕ້ອງ​ຄວບ​ຄຸມ​ທີ່​ຕ້ອງ​ຂໍ­ອະ­ນຸ­ຍາດ​ນຳ​ເຂົ້າ​ ຕ້ອງໄດ້ຜ່ານການ​ປະ­ຕິ­ບັດ​ດ້ານ​ສຸ­ຂາ​ນາ​ໄມ​ພືດ​ຈາກປະເທດສົ່ງອອກ ໂດຍໄດ້ຮັບການ​ຢັ້ງ­ຢືນ​ຈາກ​ອົງ­ການ​ປ້ອງ​ກັນ​ພືດ​ແຫ່ງ​ຊາດ (NPPO) ຂອງ​ປະ­ເທດ​ສົ່ງ​ອອກ ​ດັ່ງ­ນີ້:

  1. ໄດ້ຜ່ານການ​ກວດ­ກາ, ທົດສອບ ແລະ ບໍາບັດ;
  2. ການ​ຜະ­ລິດ​ພືດ ​ພາຍ​ໃຕ້​ສະ­ພາບ​ດ້ານ​ສຸ­ຂາ​ນາ​ໄມ​ພືດ​ທີ່​ກຳ­ນົດ​ໃຫ້​ ເຊັ່ນ​: ການ​ປູກ​ພືດ​ທີ່​ຜ່ານ​ການທົດ​ສອບ​ຫາ​ເຊື້ອ​ໄວ​ຣັດ ​ຫຼື​ ພາຍ​ໃຕ້​ເງື່ອນ​ໄຂ​ກໍາ​ນົດ​ສະ­ເພາະ;
  3. ມີການ​ກວດ­ກາ ​ແລະ ​ທົດ​ສອບ​ໃນ​ລະ­ດູ​ການ​ປູກ​ກ່ອນ​ການ​ສົ່ງ​ອອກ ຕົ້ນ​ກຳ­ເນີດ​ຂອງ​ຊຸດ​ສິນ­ຄ້າ​ທີ່​ມາ​ຈາກ​ພື້ນ​ທີ່​ຜະ­ລິດ​ປອດ​ສັດ­ຕູ​ພືດ,​ ເຂດ​ຜະ­ລິດ​ປອດ​ສັດ­ຕູ​ພືດ​ ຫຼື​ ເຂດ​ສັດ­ຕູ​ພືດ​ເກີດ​ຂື້​ນຕໍ່າ;
  4. ມີວິ­ທີ​ການ​ປະ­ຕິ­ບັດ​ທີ່ຖືກຕ້ອງ ແລະ ໄດ້ຜ່ານການຮັບຮອງຢ່າງເປັນທາງການ ຂອງປະເທດ                ສົ່ງອອກ;
  5. ຮັກ­ສາ​ສະ­ພາບ​ຄວາມ​ຄົບ​ຖ້ວນ​ຂອງ​ຊຸດ​ສິນ­ຄ້າ;
  6. ໃນ​ລະ­ຫວ່າງ​ການ​ຂົນ­ສົ່ງ ຕ້ອງ​ຮັກ­ສາ​ຄວາມ​ຄົບ​ຖ້ວນ​ຂອງ​ສິນ​ຄ້າ ແລະ ປະຕິບັດມາດ​ຕະ­ການ​ອື່ນ​ທີ່​ຈໍາເປັນ ໂດຍສະເພາະ​ການ​ກວດ­ກາ​ຢູ່​ປະ­ເທດ​ຕົ້ນ​ກຳ­ເນີດ ​ຫຼື​ ດ່ານ​ນຳ​ເຂົ້າ.

ເພື່ອ​ເຮັດ​ໃຫ້​ຂະ­ບວນ​ການ​ ແລະ​ ຂັ້ນ​ຕອນ ​ການ​ວິ­ໄຈ​ຄວາມ​ສ່ຽງ​ສັດ­ຕູ​ພືດ ​ດໍາ​ເນີນ​ໄປ​ຖືກ­ຕ້ອງ​ຕາມ​ຫຼັກ​ວິ­ຊາ​ການ, ​ກົມ​ປູກ­ຝັງ ອາດຈະແຕ່ງຕັ້ງເຈົ້າ​ໜ້າ­ທີ່​ກັກ​ກັນ​ພືດ ໄປກວດ­ກາ​ພິ­ສູດ​ຄືນ​ຢູ່​ປະ­ເທດ​ຕົ້ນ​ກຳ­ເນີດ, ຕິດ­ຕາມ​ປະ​ເມີນ​ການ​ບຳ­ບັດ​ກ່ອນ ​ຫຼື ​ຫຼັງ​ການ​ເກັບ​ກ່ຽວ, ກວດ­ກາ​ທາງ​ດ້ານ​ກັກ​ກັນ​ພືດ ​ແລະ​ ຢັ້ງ­ຢືນ​ໂຮງ​ເຮືອນ, ຫຸ້ມ​ຫໍ່​ບັນ­ຈຸ ​ແລະ ​ຂັ້ນ​ຕອນ​ປະ­ຕິ­ບັດ​ອື່ນ​ທີ່​ເຫັນ​ວ່າ​ມີ​ຄວາມ​ຈຳ​ເປັນ. ຄ່າ​ໃຊ້​ຈ່າຍ​ຕ່າງໆ​ໃນ​ການ­ຈັດຕັ້ງ​ປະ­ຕິ­ບັດ​ທັງ​ໝົດ ​ແມ່ນ​ເປັນ­ຄວາມ​ຮັບ­ຜິດ­ຊອບ​ຂອງ​ຜູ້​ປະ­ກອບ​ການ ​ຫຼື​ ຜູ້​ສົ່ງ​ອອກ.

ມາດ­ຕາ 13  ສະ­ຫຼາກ​ ແລະ ​ການ​ຕິດ​ສະ­ຫຼາກ

ພືດ, ຜະ­ລິດ​ຕະ​ພັນ​ພືດ​ຫຼື​ວັດ­ຖຸ​ຕ້ອງ​ຄວບ​ຄຸມ ໂດຍ​ສະ​ເພາະ ການ​ນຳ​ເຂົ້າ​ພືດ ທີ່​ເປັນ​ແນວ​ພັນ, ເຊື້ອ​ພັນ​ພືດ ຫຼື ສິ່ງ​ເນົ່າ​ເປື່ອຍ​ງ່າຍ ແລະ ມີ​ຄວາມ​ສ່ຽງ​ສູງ ຕ້ອງ​ຕິດ​ສະ​ຫຼາກ ຫຼື ຂໍ້​ຄວາມ ​ໃຫ້​ສອດ­ຄ່ອງ​ຕາມ​ຂໍ້​ກຳນົດ​ເງື່ອນ­ໄຂ​ດ້ານ​ສຸ­ຂາ​ນາ​ໄມ​ພືດ.

ສຳ​ລັບ​ລາຍ​ລະ​ອຽດ ​ກ່ຽວ​ກັບ ຮູບ​ແບບ, ເນື້ອ​ໃນ ແລະ ວິ​ທີ​ການ​ຕິ​ສະຫຼາກ ໄດ້​ກຳ­ນົດ​ໄວ້​ໃນ​ບົດ​ແນະ­ນຳ​ ຂອງ​ກົມ​ປູກ​ຝັງ.

ມາດ­ຕາ 14 ການ​ອອກ​ໃບ​ອະ­ນຸ­ຍາດ​ນຳ​ເຂົ້າ​ສຳ­ລັບ​ພືດ, ຜະ­ລິດ​ຕະ​ພັນ​ພືດ ​ຫຼື ​ວັດ­ຖຸ​ຕ້ອງ​ຄວບ​ຄຸມ ​ທີ່​ຢູ່ໃນ​ບັນ­ຊີ​ຕ້ອງ​ຂໍ­ອະ­ນຸ­ຍາດ​ນຳ​ເຂົ້າ

ບຸກ­ຄົນ, ນິ­ຕິ­ບຸກ­ຄົນ ​ຫຼື​ ການ­ຈັດ­ຕັ້ງ ​ທີ່​ມີ​ຈຸດ­ປະ­ສົງ​ນຳ​ເຂົ້າ​ພືດ, ຜະ­ລິດ​ຕະ​ພັນ​ພືດ ​ແລະ ​ວັດ­ຖຸ​ຕ້ອງ​ຄວບ​ຄຸມ​ ທີ່​ຢູ່ໃນ​ບັນ­ຊີ​​ຕ້ອງ​ຂໍ­ອະ­ນຸ­ຍາດ​ນຳ​ເຂົ້າ ຕາມທີ່ໄດ້ກໍານົດໄວ້ໃນວັກສອງຂອງ ມາດຕາ 31 ຂອງກົດໝາຍວ່າດ້ວຍການປ້ອງກັນ ແລະ ກັກກັນພືດ ສະບັບປັບປຸງ ເລກທີ 13/, ລົງວັນທີ 15 ພະຈິກ 2016 ​ຕ້ອງ​ຍື່ນ​ໃບ​ຄຳ​ຮ້ອງ​ ຕໍ່​ກົມ​ປູກ­ຝັງ​ ຢ່າງ​ໜ້ອຍ ​ສິບ​ຫ້າ​ວັນ ກ່ອນ​ວັນ​ນໍາ​ເຂົ້າ​ຕົວ​ຈິງ ເພື່ອພິຈາລະນາອອກໃບອະນຸຍາດ ພ້ອມທັງກໍານົດ​ດ່ານ​ກັກ​ກັນ​ພືດ​ສາ­ກົນ ​ທີ່​ອະ­ນຸ­ຍາດ​ໃຫ້​ນຳ​ເຂົ້າ.​

ໃນ​ກໍ­ລະ­ນີ ​ການ​​ວິ­ໄຈ​ຄວາມ​ສ່ຽງ​ສັດ­ຕູ​ພືດ​ບໍ່​ສາ­ມາດ​ສຳ­ເລັດ ​ຕາມ​ເວ­ລາ​ທີ່​ກໍາ​ນົດ​ໄວ້, ກົມ​ປູກ­ຝັງ​ຕ້ອງ​ແຈ້ງ​ເປັນ​ລາຍ​ລັກ​ອັກ­ສອນ​ ໃຫ້​ຜູ້­ນຳ​ເຂົ້າ​ຊາບ ​ກ່ຽວ​ກັບ​ ຄວາມ​ຄືບ​ໜ້າ ​ແລະ ​ຄາດ​ຄະ­ເນ​ເວ­ລາ​ທີ່​ຈະ​ສຳ​ເລັດ.

ໃນ​ກໍ­ລະ­ນີ ​ໃບ​ຄຳ​ຮ້ອງ​ຂໍ­ອະ­ນຸ­ຍາດ​ນຳ​ເຂົ້າ ​ບໍ່​ຖືກ­ຕ້ອງ​ຕາມ​ຂໍ້​ກຳ­ນົດ​ເງື່ອນ­ໄຂ​ດ້ານ​ສຸ­ຂາ​ນາ​ໄມ​ພືດ​ ຂອງ​ ສປປ​ ລາວ, ກົມ​ປູກ​ຝັງ ​ຕ້ອງ​ປະ­ຕິ­ເສດ​ການ​ອອກ​ໃບ​ອະ­ນຸ­ຍາດ​ນຳ​ເຂົ້າ​ ພ້ອມທັງແຈ້ງ​ເຫດ­ຜົນ​ເປັນ​ລາຍ​ລັກ​ອັກ­ສອນ​ໃຫ້​ຜູ້­ນຳ​ເຂົ້າ​ພາຍ​ໃນ​ເວ­ລາ​ທີ່​ກຳ­ນົດ​ໄວ້.

ມາດ­ຕາ 15  ການ​ອອກ​ໃບ​ອະ­ນຸ­ຍາດ​ນຳ​ເຂົ້າ​ສຳ­ລັບ ​ພືດ, ຜະ­ລິດ​ຕະ​ພັນ​ພືດ ​ແລະ​ ວັດ­ຖຸ​ຕ້ອງ​ຄວບ​ຄຸມ ທີ່​ບໍ່ຢູ່​ໃນ​ບັນຊີ​ທີ່​ຕ້ອງ​ຂໍ­ອະ­ນຸ­ຍາດ​ນຳ​ເຂົ້າ

ບຸກ­ຄົນ, ນິ­ຕິ­ບຸກ­ຄົນ ​ຫຼື ​ການ­ຈັດ­ຕັ້ງ ​ທີ່​ມີ​ຈຸດ­ປະ­ສົງ​ນຳ​ເຂົ້າ ​ພືດ, ຜະ­ລິດ​ຕະ​ພັນ​ພືດ ​ຫຼື​ ວັດ­ຖຸ​ຕ້ອງ​ຄວບ​ຄຸມ​ ທີ່​ບໍ່​​ຢູ່​ໃນ​ບັນ­ຊີ​ທີ່​ຕ້ອງ​ຂໍ­ອະ­ນຸ­ຍາດ​ນຳ​ເຂົ້າ​ ຕ້ອງ​ຍື່ນ​ຄຳ​ຮ້ອງ ຕໍ່ ​ກົມ​ປູກ­ຝັງ​ ຫຼື​ ພະ​ແນ​ກ​ກະ​ສິ​ກໍາ​ ແລະ ​ປ່າ­ໄມ້ ແຂວງ, ນະ­ຄອນ­ຫຼວງ ທີ່​ໄດ້​ຮັບ​ສິດ​ມອບ​ໝາຍ​ຈາກ​ກົມ​ປູກ­ຝັງ ​ຢ່າງໜ້ອຍ​ ສິບ​ຫ້າ​ວັນ ​ກ່ອນ​ວັນ​​ນໍາ​ເຂົ້າ​ຕົວ​ຈິງ ຕາມແບບພິມ ທີ່ກົມປູກຝັງກຳນົດ ເພື່ອພິຈາລະນາອອກໃບອະນຸຍາດ ພ້ອມທັງກຳ­ນົດ​ດ່ານ​ກັກ​ກັນ​ພືດ​ສາ­ກົນ ​ທີ່​ອະ­ນຸ­ຍາດ​ໃຫ້​ນຳ​ເຂົ້າ​ ຊຶ່ງ​ໄດ້​ລະ­ບຸ​ໄວ້​ໃນ​ໃບ​ອະ­ນຸ­ຍາດ​ນຳ​ເຂົ້າ. ໃນ​ກໍ­ລະ­ນີ ​​ຄຳ​ຮ້ອງ​ບໍ່​ຖືກ​ຕາມ​​ເງື່ອນ­ໄຂ​ດ້ານ​ສຸ­ຂາ​ນາ​ໄມ​ພືດ​ຂອງ​ ສປປ ​ລາວ ​ຕ້ອງ​ປະ­ຕິ­ເສດ​ການ​ອອກ​ໃບ​ອະ­ນຸ­ຍາດ​ ພ້ອມທັງແຈ້ງ​ເຫດ­ຜົນ​ເປັນ​ລາຍ​ລັກ​ອັກ­ສອນ​ຕໍ່​ຜູ້​ສະ­ເໜີ​ຂໍ​ນຳ​ເຂົ້າ​ືພາຍ​ໃນ​ເວ­ລາ​ທີ່​ກຳ­ນົດ​ໄວ້.

ພະ​ແນ​ກ​ກະ­ສິ­ກຳ​ ແລະ​ ປ່າ­ໄມ້ແຂວງ, ນະ­ຄອນ­ຫຼວງ​ ທີ່ໄດ້ຮັບມອບສິດ​ອອກ​ໃບ​ອະ­ນຸ­ຍາດ​ນຳ​ເຂົ້າ ​ພືດ, ຜະ­ລິດ​ຕະ​ພັນ​ພືດ ​ຫຼື ​ວັດ­ຖຸ​ຕ້ອງ​ຄວບ​ຄຸມ ​ທີ່​ບໍ່​ນອນ​ຢູ່​ໃນ​ບັນ­ຊີ​ທີ່​ຕ້ອງ​ຂໍ­ອະ­ນຸ­ຍາດ​ນຳ​ເຂົ້າ ຕ້ອງມີເງື່ອນໄຂຄົບຖ້ວນ​​ ດັ່ງ­ນີ້:

  • ມີ​ຄວາມ​ເຂົ້າ­ໃຈ​ດີ ​ກ່ຽວ​ກັບ ​ວຽກ​ງານ​ກັກ​ກັນ​ພືດ;
  • ມີ​ຄວາມ​ຮູ້​ທາງ​ດ້ານ​ກົດ­ໝາຍ, ​ລະ­ບຽບ​ການ​ສຸ­ຂາ​ນາ​ໄມ​ພືດ​ ຂອງ ​ສປປ ​ລາວ, ຫຼັກການ​ ​ແລະ​ມາດ­ຕະ­ຖານ​ສາ­ກົນ​ ດ້ານ​ມາດ​ຕະ­ການ​ສຸ­ຂາ​ນາ​ໄມ​ພືດ;
  • ສາ­ມາດ​ເຂົ້າ​ເຖິງ​ຂໍ້​ມູນ​ດ້ານ​ສຸ­ຂາ​ນາ​ໄມ​ພືດ​ຂອງ​ປະ­ເທດ​ຄູ່​ຄ້າ;
  • ມີ​ການ​ຕິດ­ຕາມ​ພາຍ­ຫຼັງ​ການ​ນຳ​ເຂົ້າ.

ມາດ­ຕາ 16 ການ​ນຳ​ໃຊ້​ໃບ​ອະ­ນຸ­ຍາດ​ນຳ​ເຂົ້າ

ໃບອະ­ນຸ­ຍາດ​ນຳ​ເຂົ້າ ພືດ, ຜະ​ລິດ​ຕະພັນ​ພືດ​ ຫຼື ວັດ­ຖຸ​ຕ້ອງ​ຄວບ​ຄຸມ ທີ່​ນອນຢູ່​ໃນ​ບັນ­ຊີ​ທີ່​ຕ້ອງ​ຂໍອະນຸ­ຍາດ​ນຳ​ເຂົ້າ​ ມີອາຍຸການ​ນຳ​ໃຊ້​ ຕາມ​ແຕ່​ລະ​ກໍ​ລະ​ນີ​ຂື້້ນ​ກັບ​ຄວາມ​ສ່ຽງ​ ແລະ​ ປັດ­ໄຈ​ອື່ນ ​ຊຶ່ງ​ພົວ­ພັນ​ກັບ​ຂໍ້​ກຳ­ນົດ​ເງື່ອນ­ໄຂ​ດ້ານ​ສຸ­ຂາ​ນາ​ໄມ​ພືດ ​ສຳ­ລັບ​ການ​ນຳ​ເຂົ້າ​ ເປັນ­ຕົ້ນ ​ຈຸດ­ປະ­ສົງ​ນຳ​ເຂົ້າ​ເພື່ອ​ຄົ້ນ­ຄວ້າ​ທົດ​ລອງ, ການ​ຄ້າ​ ແລະ​ ການ​ຜະ­ລິດ​ຕາມ​ລະ­ດູ​ການ.

ມາດ­ຕາ 17 ການ​ໂຈະ​ ຫຼື ​ການ​ຍົກ­ເລີກ​ໃບ​ອະ­ນຸ­ຍາດ​ນຳ​ເຂົ້າ

     ກົມ​ປູກ​ຝັງ ແລະ ​ພະ​ແນ​ກ​ກະ­ສິ­ກຳ ​ແລະ ​ປ່າ­ໄມ້​ແຂວງ, ນະ­ຄອນ­ຫຼວງ ເປັນຜູ້ທົບ​ທວນ­ຄືນ, ດັດ­ແກ້ ​ຫຼື ​ໂຈະ​ໃບ​ອະ­ນຸ­ຍາດ​ນຳ​ເຂົ້າ​ ໂດຍ​ແຈ້ງ​ເປັນ​ລາຍ​ລັກ​ອັກ­ສອນ ​ຕໍ່​ຜູ້­ນຳ​ເຂົ້າ​ຕາມ​ກໍ­ລະ­ນີ ​ດັ່ງ­ນີ້:

  1. ມີ​ການ​ປ່ຽນ­ແປງ​ສະ­ພາບ​ສັດ­ຕູ​ພືດ​ຂອງ​ປະ­ເທດ​ສົ່ງ​ອອກ ຫຼື ​ໄດ້​ຮັບ​ຂໍ້​ມູນ​ສະ­ພາບ​ສັດ­ຕູ​ພືດ​ຊະ­ນິດ​ໃໝ່;
  2. ກວດ​ພົບ​ສັດ­ຕູ​ພືດ​ຊະ­ນິດ​ໃໝ່​ໃນ​ຊຸດ​ສິນ­ຄ້າ​ໃດ​ໜຶ່ງ​ ຢູ່​ດ່ານ​ນໍາ​ເຂົ້າ;
  3. ຊະ­ນິດ​ ຫຼື ​ຈຳ­ນວນ​ຂອງ ​ພືດ, ຜະ­ລິດ​ຕະ​ພັນ​ພືດ ​ແລະ ​ວັດ­ຖຸ​ຕ້ອງ​ຄວບ​ຄຸມ ​ທີ່​ນຳ​ເຂົ້າ​ມີ​ການ​ປ່ຽນແປງ;
  4. ມີ​ການ​ປ່ຽນ­ແປງ​ພື້ນ​ທີ່​ປູກ​ ທີ່​ສົ່ງ​ອອກ​ມາ​ຈາກ​ປະ­ເທດ​ດຽວ​ກັນ ​ຫຼື ​ເຂດ​ພື້ນ​ທີ່​ດຽວ​ກັນ;
  5. ມີ​ການ​ປ່ຽນ​ດ່ານ​ນຳ​ເຂົ້າ;
  6. ເກີນ​ກໍາ​ນົດ​ເວ­ລາ​ ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ໃບ​ອະ­ນຸ​ຍາດ​ນໍາ​ເຂົ້າ;
  7. ມີ​ຂໍ້​ມູນ​ສະ­ແດງ​ໃຫ້​ເຫັນ​ວ່າ​ ການ​ນໍາ​ເຂົ້າ​ຊຸດ​ສິນ­ຄ້າ​ດັ່ງ­ກ່າວ​ເກີດ​ມີ​ຄວາມ​ສ່ຽງ​ດ້ານ​ສຸ­ຂາ​ນາ​ໄມ​ພືດ​ເກີນ​ລະ­ດັບ​ການ​ປ້ອງ​ກັນ​ທີ່​ເໝາະ​ສົມ.

ກົມ​ປູກ​ຝັງ ແລະ​ ພະ​ແນ​ກ​ກະ­ສິ­ກຳ​ ແລະ ​ປ່າ­ໄມ້​ແຂວງ, ນະ­ຄອນ­ຫຼວງ ມີສິດ ໂຈະ ​ຫຼື​ ຍົກ­ເລີກ​ ໃບ​ອະ­ນຸ­ຍາດ​ນຳ​ເຂົ້າ ​ໃນ​ກໍ­ລະ­ນີ​ພົບ​ມີ​ການ​ລະ­ເມີດ​ຂໍ້​ກຳ­ນົດ​ເງື່ອນ­ໄຂ​ດ້ານ​ສຸ­ຂາ​ນາ​ໄມ​ພືດ ​ທີ່​ບໍ່​ສອດ­ຄ່ອງ​ຕາມ​ກົດ­ໝາຍ ​ແລະ ​ລະ­ບຽບ​ການ​ດ້ານ​ສຸ­ຂາ​ນາ​ໄມ​ພືດ ​ຂອງ ​ສປປ ​ລາວ ພ້ອມທັງ​ແຈ້ງ​ການ​ນຳ​ໃຊ້​ມາດ​ຕະ­ການ​ສຸ­ຂາ​ນາ​ໄມ​ພືດ​ໃຫ້​ອົງ­ການ​ປ້ອງ​ກັນ​ພືດ​ແຫ່ງ​ຊາດ ຂອງ​ປະ­ເທດ​ສົ່ງ​ອອກ​ພາຍ​ໃນ ​ສີ່​ສິບ​ແປດ ​ຊົ່ວ​ໂມງ ແລະ ນໍາ​ໃຊ້​ມາດ​ຕະ­ການ​ສຸ­ຂາ​ນາ​ໄມ​ພືດ​ສຸກ​ເສີນ ​ຫຼື ​ມາດ​ຕະ­ການ​ອື່ນ​ຊົ່ວ­ຄາວ​ ຈົນ​ກວ່າ​ອົງ­ການ​ປ້ອງ​ກັນ​ພືດ​ແຫ່ງ​ຊາດ ຂອງ​ປະ­ເທດ​ສົ່ງ​ອອກ ​ສາ­ມາດ​ແກ້​ໄຂໄດ້ ພ້ອມ​ທັງ​ຢັ້ງ­ຢືນ​ຫຼັກ​ຖານ​ ເຖິງ​ສາ­ເຫດ​ຂອງ​ຄວາມ​ບໍ່​ສອດຄ່ອງ​ດັ່ງ​ກ່າວ.

ໝວດ​ທີ 3

ການ​ກວດ­ກາ​ກ່ອນ​ມາ​ເຖິງ​ດ່ານ ແລະ ຢູ່​ດ່ານ​ກັກ​ກັນ​ພືດ

ມາດ­ຕາ 18 ການ​ກວດ­ກາ​ກ່ອນ​ມາ​ເຖິງ​ດ່ານ

ກົມປູກຝັງ ເປັນຜູ້ຄົ້ນຄວ້າ ແລະ ກຳນົດດ່ານ​ກັກ​ກັນ​ພືດ​ສາ­ກົນ ທີ່ໄດ້ມາດຕະຖານ ໃນການກວດກາການ​ນຳ​ເຂົ້າພືດ, ຜະ­ລິດ​ຕະ​ພັນ​ພືດ ຫຼື ວັດ­ຖຸ​ຕ້ອງ​ຄວບ​ຄຸມ ເພື່ອສະເໜີ ກະຊວງກະສິກຳ ແລະ ປ່າໄມ້ ພິຈາລະນາ ແລະ ປະກາດ ໃຊ້ໃນແຕ່ລະໄລຍະ ພ້ອມທັງສົມ­ທົບ​ກັບ​ອົງ­ການ​ປ້ອງ​ກັນ​ພືດ​ແຫ່ງ​ຊາດ ຂອງ​ປະ­ເທດ​ຄູ່​ຄ້າ ໃນການ​ສ້າງ​ຂໍ້​ຕົກ­ລົງ​ຮັບ​ຮູ້​ສອງ​ຝ່າຍ ກ່ຽວກັບ ການນຳໃຊ້ມາດຕະການດ້ານສຸຂານາໄມພືດ ທີ່ເທົ່າທຽມກັນ ​ເພື່ອ​ຫຼີກ​ເວັ້ນ ການ​ກວດ​ກາ​ຊໍ້າ​ຊ້ອນ​ກັນ​ຢູ່​ດ່ານ​ນຳ​ເຂົ້າ ​ຂອງ ​ສປປ​ ລາວ.

ເຈົ້າໜ້າທີ່ກັກກັນພືດ ຂອງ ກົມ​ປູກ​ຝັງ, ​ພະ​ແນ​ກ​ກະ­ສິ­ກຳ ​ແລະ ​ປ່າ­ໄມ້ ​ແຂວງ, ນະ­ຄອນ­ຫຼວງ ແລະ ດ່ານກັກກັນພືດ ຕ້ອງ​ຮັບ­ປະ­ກັນການປະຕິບັດຕາມ​ຂັ້ນ​ຕອນ​​ການ​ກວດ­ກາ​ ການ​ນຳ​ເຂົ້າ ພືດ, ຜະ­ລິດ​ຕະ​ພັນ​ພືດ​ ແລະ ວັດ­ຖຸ​ຕ້ອງ​ຄວບ​ຄຸມ ກ່ອນ​ມາ​ເຖິງ​ດ່ານ ຕາມບົດ​ແນະ­ນຳ​ ຂອງ​ກົມ​ປູກ​ຝັງ.

ມາດ­ຕາ 19  ການແຈ້ງເອ­ກະ­ສານ​​ນຳ​ເຂົ້າ​ພືດ, ຜະ­ລິດ​ຕະ​ພັນ​ພືດ ​ຫຼື ​ວັດ­ຖຸ​ຕ້ອງ​ຄວບ​ຄຸມ

ຜູ້­ນຳ​ເຂົ້າ ພືດ, ຜະ­ລິດ​ຕະ​ພັນ​ພືດ​ ແລະ ວັດ­ຖຸ​ຕ້ອງ​ຄວບ​ຄຸມ ​ຕ້ອງແຈ້ງເອ­ກະ­ສານກ່ຽວຂ້ອງ ຕໍ່​ດ່ານ ກັກກັນພືດ ຕາມ​ແບບພິມທີ່​ໄດ້​ກຳ­ນົດ​ໄວ້​ໃນ​ບົດ​ແນະ­ນຳ​ ຂອງ​ກົມ​ປູກ​ຝັງ.

ພາຍຫຼັງໄດ້ຮັບຊຸດເອກະສານນຳ​ເຂົ້າ ​ພືດ, ຜະ­ລິດ​ຕະ​ພັນ​ພືດ ​ແລະ ​ວັດ­ຖຸ​ຕ້ອງ​ຄວບ​ຄຸມ ແລ້ວ ເຈົ້າໜ້າທີ່ກັກກັນພືດ ຕ້ອງຈໍ້າ​ກາຂາເຂົ້າ​ໃສ່​ໃບ​ແຈ້ງ​ຊຸດສິນ­ຄ້າ ພ້ອມທັງກຳນົດເລກທີ ແລະ ວັນ ຮັບເອກະສານ, ​ເວລາ ​ແລະ​ ສະ­ຖານ­ທີ່ ​ກວດ­ກາຊຸດ​ສິນ­ຄ້າ.​

ດ່ານກັກກັນພືດ ຕ້ອງ​ເກັບ​ກໍາ​ຂໍ້​ມູນ ​ແລະ ​ບັນທຶກຊຸດ​ສິນ­ຄ້ານຳ​ເຂົ້າ​ ໄວ້​ໃນ​ຖານ​ຂໍ້​ມູນ​ ຕາມ​ທີ່​ກຳ­ນົດ​ໄວ້​ໃນ​ຂໍ້​ຕົກ­ລົງ​ສະ­ບັບ​ນີ້ ໂດຍ​ມີ​ເລກ​ທີ​ອ້າງ​ອີງ ​ແລະ ​ຂໍ້​ມູນ​​ທີ່​ກ່ຽວ­ຂ້ອງ​ ພ້ອມທັງສໍາເນົາ​ເກັບ​ຮັກ­ສາ​ໄວ້ ​ໃນກົມ​ປູກ​ຝັງ ແລະ ​ພະ​ແນ​ກ​ກະ­ສິ­ກຳ​ແລະ​ປ່າ­ໄມ້​ແຂວງ, ນະ­ຄອນ­ຫຼວງ ຫຼື ​ຂະ­ແໜງ­ການ​ພາ­ສີ​ ໃນ​ກໍ­ລະ­ນີຈໍາເປັນ​.

ມາດ­ຕາ 20  ສະ­ພາບ​ ແລະ​ ຄວາມ​ຖີ່​ຂອງ​ການ​ກວດ­ກາ

ກົມ​ປູກ​ຝັງ ແລະ ​ພະ​ແນ​ກ​ກະ­ສິ­ກຳ ​ແລະ ​ປ່າ­ໄມ້​ແຂວງ, ນະ­ຄອນ­ຫຼວງ ຕ້ອງ​ກວດ­ກາ​ການ​ນຳ​ເຂົ້າ​ບົນພື້ນການການວິໄຈຄວາມ​ສ່ຽງສັດຕູພືດ ຈາກປັດໄຈຕ່າງໆ ດັ່ງ­ນີ້:

  • ມາດ​ຕະ­ການ​ສຸ­ຂາ​ນາ​ໄມ​ພືດ​ ທີ່​ນຳ​ໃຊ້​ໂດຍ​ອົງ­ການ​ປ້ອງ​ກັນ​ພືດ​ແຫ່ງ​ຊາດ (NPPO) ຂອງ​ປະ­ເທດ​ສົ່ງ​ອອກ;
  • ປະ­ເພດ​ສິນ­ຄ້າ​ ແລະ ​ເປົ້າ​ໝາຍ​ຂອງ​ການ​ນຳ​ໃຊ້;
  • ຂະ­ໜາດ​ຂອງ​ຊຸດ​ສິນ­ຄ້າ ​ແລະ ​ຮູບ​ຮ່າງ​ພາຍ​ນອກ;
  • ບໍ​ລິ​ມາດ, ຄວາມ​ຖີ່ ​ແລະ ​ເວ­ລາ​ຂອງ​ການ​ຂົນ­ສົ່ງ;
  • ການ​ຈັດ­ການ ​ແລະ ​ປຸງ​ແຕ່ງ​ມາ​ກ່ອນ;
  • ປະ­ສົບ​ການ ​ແລະ​ ປະ­ຫວັດ​ຄວາມ​ເປັນ​ມາ​ຂອງ​ຜູ້­ນຳ​ເຂົ້າ;
  • ຜົນ​ຂອງ​ການ​ກວດ­ກາ​ຄັ້ງ​ກ່ອນ;
  • ວິ­ທີ​ການ​ຂົນ­ສົ່ງ​ ແລະ​ ຫຸ້ມ​ຫໍ່;
  • ງົບ­ປະ­ມານ, ​ຊັບ­ພະ­ຍາ­ກອນ​ ແລະ ຄວາມ​ສາ­ມາດ ​ໃນ​ການ​ວິ­ໄຈ​ສັດ­ຕູ​ພືດ;
  • ລັກ­ສະ­ນະ​ໃນ​ການ​ກຳ­ນົດ​ວິ­ທີ​ການ​ສຸ່ມ​ເກັບ​ຕົວ­ຢ່າງ​ ຂອງ​ການ​ກວດ­ກາ;
  • ຄວາມ​ຫຍຸ້ງ­ຍາກ​ໃນ​ການ​ກວດ­ກາ​ຫາ​ສັດ­ຕູ​ພືດ​ ໃນ​ຊຸດ​ສິນ­ຄ້າ​ສະ­ເພາະ​ໃດ​ໜຶ່ງ;
  • ສະ­ພາບ​ຄວາມ​ເນົ່າ​ເປື່ອຍ​ຂອງ​ສິນ­ຄ້າ;
  • ປະ­ສິດ­ທິ­ພາບ​ໃນ​ການ​ກວດ­ກາ ​ເພື່ອ​ປະ​ເມີນ​ຄວາມ​ສ່ຽງ​ຂອງ​ຊຸດ​ສິນ​ຄ້າ.

​ກົມປູກ​ຝັງ ແລະ ​ພະ​ແນ​ກ​ກະ­ສິ­ກຳ ​ແລະ ​ປ່າ­ໄມ້​ແຂວງ, ນະ­ຄອນ­ຫຼວງ ຕ້ອງ​ສ້າງ​ລະ­ບົບ​ການ​ບັນ­ທຶກ​ຂໍ້​ມູນ​ ກ່ຽວກັບ ຜູ້​ນໍາ​ເຂົ້າ, ສິນ­ຄ້າ ​ແລະ ​ປະ­ເທດ​ຕົ້ນ​ກຳ­ເນີດ​ສີນ​ຄ້າ.

ໃນ​ການ​ຂົນ­ສົ່ງ​ສິນ­ຄ້າ​ແຕ່​ລະ​ຄັ້ງ ​ຕ້ອງ​ຜ່ານ​ການ​ກວດ­ກາ​ ແລະ ​ສຸ່ມ​ເກັບ​ຕົວ­ຢ່າງ​ຕາມ ບົດ​ແນະ­ນຳ​ຂອງ​ກົມ​ປູກ­ຝັງ ​ທີ່​ໄດ້​ກຳ​ນົດ.

ມາດ­ຕາ 21  ການ​ກວດ­ກາ​ຊຸດ​ສິນ­ຄ້າຢູ່ດ່ານກັກກັນພືດ

ເມື່ອ​ຊຸດ​ສິນ­ຄ້າ​ ມາ​ເຖິງ​ດ່ານ​ນຳ​ເຂົ້າ​ທີ່​ກຳ­ນົດ​ໄວ້, ເຈົ້າ​ໜ້າ­ທີ່​ກັກ​ກັນ​ພືດ ຕ້ອງດຳເນີນການກວດກາຊຸດສິນຄ້າທັນທີ ​ໂດຍ​ສະ­ເພາະ​ສິນ­ຄ້າ​ທີ່​ເນົ່າ​ເປື່ອຍ​ງ່າຍ​ ຕ້ອງ​ດຳ­ເນີນ​ການ​ກວດ­ກາ​ກ່ອນ​ຊຸດ​ສີນ​ຄ້າ​ປະ­ເພດ​ອື່ນ ແລະ ດຳ­ເນີນ​ການ​ກວດ­ກາ​ເອກະສານ ​ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 22 ຂອງຂໍ້ຕົກລົງສະບັບນີ້.

ພາຍຫຼັງເຈົ້າ​ໜ້າ­ທີ່​ກັກ​ກັນ​ພືດ ​ກວດ­ກາ​ ແລະ​ ຢັ້ງ­ຢືນ​ວ່າ​ ຊຸດ​ສິນ­ຄ້າ​ມີ​ເອ­ກະ­ສານ​ນຳ​ສົ່ງ​ມາ​ຄົບ​ຖ້ວນ ​ແລະ ​ປະ­ຕິ­ບັດ​ຖືກ­ຕ້ອງ​ຕາມເງື່ອນ­ໄຂ​ດ້ານ​ສຸ­ຂາ​ນາ​ໄມ​ພືດ ຂອງ ສປປ ລາວ ​ແລ້ວ ​ເຈົ້າ​ໜ້າ­ທີ່​ກັກ​ກັນ​ພືດ​ ຕ້ອງ​ຢັ້ງ­ຢືນ ​ແລະ ​ປ່ອຍ​ສີນ​ຄ້າ​ທັນ­ທີ ​ຕາມ​ລະ­ບຽບ​ການ. ໃນ​ກໍ­ລະ­ນີ ​ພົບ​ວ່າ ​ຊຸດ​ສິນ­ຄ້າ​ ບໍ່​ມີ​ຄວາມ​ສ່ຽງ​ດ້ານ​ສຸ­ຂາ​ນາ​ໄມ​ພືດ, ​ແຕ່​ມີ​ຂໍ້​ມູນ​ບໍ່​ສອດ­ຄ່ອງ​ກັບ​ໃບ​ອະ­ນຸ­ຍາດ​ນຳ​ເຂົ້າ​ ແລະ ​ຊຸດ​ສິນ­ຄ້າ ນັ້ນ ເຈົ້າ​ໜ້າ­ທີ່​ກັກ​ກັນ​ພືດ ​ຕ້ອງ​ກັກ​ຊຸດ​ສິນ­ຄ້າ​ດັ່ງ­ກ່າວ​ໄວ້​ ຈົນ​ກວ່າ​ຈະ​ໄດ້​ຮັບ​ໃບ​ອະ­ນຸ­ຍາດ​ນຳ​ເຂົ້າ​ສະ­ບັບ​ໃໝ່​ທີ່​ມີ​ຄວາມ​ສອດ­ຄ່ອງ​ກັບ​ຊຸດ​ສິນ​ຄ້າ.

ເຈົ້າ​ໜ້າ­ທີ່​ກັກ​ກັນ​ພືດ ​ຕ້ອງ​​ລາຍ​ງານ​ຜົນ​ຂອງ​ການ​ກວດ­ກາ​ ແລະ ຢັ້ງຢືນ ໃຫ້​ກົມ​ປູກ­ຝັງ ​ແລະ ​ພະ​ແນ​ກ​ກະ­ສິ­ກຳ ​ແລະ ​ປ່າ­ໄມ້​ແຂວງ, ນະ­ຄອນ­ຫຼວງ ຮັບຊາບ ພ້ອມທັງ ​ສໍາ​ເນົາ​ເກັບຮັກສາໄວ້ຢູ່ດ່ານ ໜຶ່ງ​ສະ​ບັບ.

ມາດ­ຕາ 22  ການ​ກວດ­ກາ​ເອ­ກະ­ສານ

ເຈົ້າ​ໜ້າ­ທີ່​ກັກ​ກັນ​ພືດ ​ຕ້ອງ​ກວດ­ກາ​ຄວາມ​ຖືກ­ຕ້ອງ​ ແລະ ​ຄົບ​ຖ້ວນ​ຂອງ​ເອ­ກະ­ສານ​ ດັ່ງ­ນີ້:

  • ໃບ​ອະ­ນຸ​ຍາດ​ນໍາ​ເຂົ້າ​ ອອກ​ໃຫ້​ໂດຍກົມ​ປູກ​ຝັງ ຫຼື ​ພະ​ແນ​ກ​ກະ​ສິ​ກໍາ ​ແລະ ​ປ່າ­ໄມ້​ແຂວງ, ນະ­ຄອນຫຼວງ;
  • ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ​ຫຼື​ ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ​ ສໍາ​ລັບ ​ສົ່ງ​ອອກ​ຕໍ່​ຂອງ​ປະ­ເທດ​ສົ່ງ​ອອກ;
  • ໃບ​ແຈ້ງ​ລາຍ­ການ​ສິນ­ຄ້າ ​ແລະ​ ໃບ​ແຈ້ງ​ລາ­ຄາ;
  • ໃບ­ຢັ້ງ­ຢືນ​ການ​ບໍາ​ບັດ​ສິນ­ຄ້າ;
  • ໃບ­ຢັ້ງ­ຢືນ​ ຫຼື ​ບົດ​ລາຍ​ງານ​ ກ່ຽວ​ກັບ ​ຜົນ​ການ​ກວດ­ກາ​ພາກ​ສະ­ໜາມ;
  • ບົດ​ບັນ­ທຶກ​ຂໍ້​ມູນສະຖານທີ່ປະກອບການຜະລິດ;
  • ເອ­ກະ­ສານ​ຢັ້ງ­ຢືນ​ແຫຼ່ງ​ກໍາ​ເນີດ;
  • ໃບ​ຢັ້ງ­ຢືນ​ CITES ໃນກໍລະນີນຳເຂົ້າວັດຖຸຕ້ອງຄວບຄຸມທີ່ຢູ່ໃນບັນຊີ ສົນ­ທິ­ສັນ­ຍາ​ສາ­ກົນ ​ວ່າ​ດ້ວຍ ​ການ​ຄ້າ­ຂາຍ​ຊະ­ນິດ​ພັນ​ສັດ­ປ່າ ​ແລະ ​ພືດ​ປ່າ​ທີ່​ໃກ້​ຈະ​ສູນ­ພັນ ລະຫວ່າງຊາດ;
  • ເອ­ກະ­ສານ​ອື່ນ​ທີ່​ກ່ຽວ​ຂ້ອງ ຕາມການກຳນົດຂອງກົມປູກຝັງ ໃນແຕ່ລະໄລຍະ.

ໃນການ​ກວດ­ກາ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດນັ້ນ, ເຈົ້າ​ໜ້າ­ທີ່​ກັກ​ກັນ​ພືດ ​ຕ້ອງ​ກວດ­ກາຄວາມຖືກ­ຕ້ອງຂອງໃບຢັ້ງຢືນ​ສຸ­ຂາ​ນາ​ໄມ​ພືດ ຊຶ່ງ​ປະ­ກອບ​ມີ ​ດັ່ງ­ນີ້:

  1. ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ​ຖືກ­ຕ້ອງ​​ຕາມ​ແບບ​ພິມ​ທີ່​ຖືກ​ຮັບ­ຮອງ​ຈາກ​ ມາດ­ຕະ­ຖານ​ສາ­ກົນ​ດ້ານ​ມາດ​ຕະ­ການ​ສຸ­ຂາ​ນາ​ໄມພືດ;
  2. ອາຍຸ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ​ ຕ້ອງ​ບໍ່​​ເກີນ​ ສິບ​ສີ່ ​ວັນ ນັບແຕ່​ວັນ​ອອກ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ​ແລະ​ ຂົນ­ສົ່ງ​ຊຸດ​ສິນ­ຄ້າ ​ອອກ​ຈາກ​ປະ­ເທດ​ສົ່ງ​ອອກ;
  3. ​ເປັນ​ພາ­ສາ​ອັງ­ກິດ;
  4. ປະ­ກອບ​ຂໍ້​ມູນ​ຄົບ​ຖ້ວນ, ຊື່​ວິ­ທະ­ຍາ­ສາດ ​ແລະ ​ຊື່​ສາ­ມັນ​ຂອງ​ຊຸດ​ສິນ­ຄ້າ;
  5. ວັນ​ທີ, ເດືອນ, ປີ ​ອອກ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ;
  6. ອອກ​ໃຫ້​ໂດຍ ​ແລະ ​ໃຊ້​ຕາ​ປະ­ທັບ​ຂອງ​ອົງ­ການ​ປ້ອງ​ກັນ​ພືດ​ແຫ່ງ​ຊາດ (NPPO) ຂອງ​ປະ­ເທດ​ສົ່ງ​ອອກ;
  7. ມີ​ການ​ແຈ້ງ​ຂໍ້​ມູນ​ເພີ່ມ​ຕື່ມ (additional declarations) ຕາມ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ໃບ​ອະ­ນຸ­ຍາດ​ນຳ​ເຂົ້າ.

ໃນກໍລະນີ ກວດກາພົບວ່າ ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ​ບໍ່​ຖືກ­ຕ້ອງ​ຕາມ​ລະ­ບຽບ​ກົດ­ໝາຍ ເປັນຕົ້ນ ຂໍ້​ມູນ​ບໍ່​ຄົບ​ຖ້ວນ​, ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດໝົດອາຍຸການນຳໃຊ້, ມີການ​ດັດ­ແປງ​ ຫຼື ລຶບຂໍ້​ມູນໂດຍບໍ່ໄດ້ຮັບອະນຸຍາດ​ ຫຼື ​ຂໍ້​ມູນ​ບໍ່​ຖືກ­ຕ້ອງ​ກັບ​ຊຸດ​ສິນ­ຄ້າ​ຕົວ​ຈິງ, ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ​ອອກ​ໃຫ້​ແກ່​ຜະ­ລິດ​ຕະ​ພັນ​ຕ້ອງ​ຫ້າມ, ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ​ທີ່​ຖືກ​ປອມ​ແປງ, ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ​ບໍ່​ກົງ​ກັບ​ໃບ​ສຳ​ເນົາ​ຂອງ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ​ທີ່​ໄດ້​ອອກ​ໃຫ້, ເຈົ້າໜ້າທີ່ກັກກັນພືດ ຕ້ອງ​ປະ­ຕິ­ເສດການອະນຸຍາດ ຫຼື ໃຫ້ມີການແຈ້ງຂໍ້ມູນເພີ່ມຕື່ມ ພ້ອມທັງແຈ້ງເປັນລາຍລັກອັກສອນໃຫ້ຜູ້ນຳເຂົ້າຮັບຊາບ.

ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ​ທີ່ຖືກປອມ​ແປງ​ມີ​ລັກ­ສະ­ນະ ​ດັ່ງ­ນີ້:

  • ອອກ​ໃຫ້​ໂດຍ​ນຳ​ໃຊ້​ແບບ​ຟອມ​ ຫຼື ​ສິ່ງ​ພີ​ມ ​ທີ່​ບໍ່​ໄດ້​ຮັບ​ອະ­ນຸ­ຍາດ​ຈາກ​ອົງ­ການ​ປ້ອງ​ກັນ​ພືດ​ແຫ່ງ​ຊາດ (NPPO) ຂອງ​ປະ­ເທດ​ສົ່ງ​ອອກ;
  • ອອກ​ໃຫ້​ໂດຍ​ບຸກ­ຄົນ, ນິ­ຕິ­ບຸກ­ຄົນ ​ຫຼື​ ການ­ຈັດ­ຕັ້ງ​ ທີ່​ບໍ່​ໄດ້​ຮັບ​ອະ­ນຸ­ຍາດ​ຈາກ​ອົງ­ການ​ປ້ອງ​ກັນ​ພືດ​ແຫ່ງ​ຊາດ (NPPO) ຂອງ​ປະ­ເທດ​ສົ່ງ​ອອກ;
  • ມີ​ຂໍ້​ມູນ​ບໍ່​ຖືກ­ຕ້ອງ ​ຫຼື ​ບໍ່​ຖືກ​ກັບ​ຄວາມ​ເປັນ​ຈິງ;
  • ມີ​ການ​ປອມ​ແປງ​ຕາມ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ກົດ­ໝາຍ ແລະ ລະ­ບຽບ​ການ​ທີ່​ກ່ຽວ​ຂ້ອງ.

ຖ້າ​ພົບ​ມີ​ຂໍ້​ໃດ​ໜຶ່ງ​ ຫຼື ​ທຸກ​ຂໍ້​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ ​ແມ່ນ​ສາ­ມາດ​ປະ­ຕິ­ເສດ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ພ້ອມທັງ​ແຈ້ງ​ໃຫ້​ກົມປູກຝັງ ເພື່ອແຈ້ງຕໍ່ໄປຍັງອົງ­ການ​ປ້ອງ​ກັນ​ພືດ​ແຫ່ງ​ຊາດ (NPPO) ຂອງ​ປະ­ເທດ​ສົ່ງ​ອອກ ​ແລະ​ ຜູ້​ນໍາ​ເຂົ້າ​ຮັບ​ຊາບ ​ກ່ອນ​ນຳ​ໃຊ້​ມາດ​ຕະ­ການ​ສຸ­ຂາ​ນາ​ໄມ​ພືດ​ໃນ​ຂັ້ນ​ຕໍ່​ໄປ.

ມາດ­ຕາ 23  ການ​ສຸ່ມ​ເກັບ​ຕົວ­ຢ່າງ ​ແລະ​ ການ​ວິ­ໄຈ

ໃນ​ເວ­ລາ​ດຳ­ເນີນ​ການ​ກວດ­ກາ​ ​ຫາກ​ມີ​ເຫດ­ຜົນ​ຢັ້ງ­ຢືນ​ວ່າ ​ຊຸດ​ສິນ­ຄ້າ​ບໍ່​ຖືກ­ຕ້ອງ​ຕາມ​ເງື່ອນ­ໄຂ​ດ້ານ​ສຸ­ຂາ​ນາ​ໄມ​ພືດ ​ຂອງ ​ສປປ ​ລາວ ​ຫຼື ​​ສົງ​ໃສ​ວ່າ ​ຊຸດ​ສິນ­ຄ້າ​ມີ​ການ​ຕິດ­ແປດ​ສັດ­ຕູ​ພືດ​ຄວບ​ຄຸມ ນັ້ນ, ເຈົ້າໜ້າທີ່ກັກກັນພືດ ​ຕ້ອງສຸ່ມ​ເກັບ​ຕົວ­ຢ່າງ, ປະ­ກອບ​ຂໍ້​ມູນ ​ແລະ​ ສົ່ງ​ຕົວ­ຢ່າງ​ໄປ​ຫ້ອງ​ທົດ​ລອງ ​ເພື່ອ​ວິ​ໄຈ ຫຼື ໃນ​ກໍ­ລະ­ນີຈໍາ​ເປັນ ຕ້ອງ​ກັກ​ສິນ­ຄ້າ​ໄວ້ ​ຈົນ​ກວ່າ​ສາ­ມາດ​ສະ­ຫຼຸບ​ໄດ້​ວ່າ ​ມີ ​ຫຼື ​ບໍ່​ມີ​ສັດ­ຕູ​ພືດ​ຄວບ​ຄຸມ.

ເຈົ້າ​ໜ້າ­ທີ່​ກັກ​ກັນ​ພືດ ​ຕ້ອງ​ເກັບ​ຕົວ­ຢ່າງ​ໃຫ້​ໄວ, ຖືກ­ຕ້ອງ, ຄົບ​ຖ້ວນ ​ແລະ​ ສາ­ມາດ​ກວດ​ສອບ​ຫາ​ສາເຫດ​ຢ້ອນ​ຫຼັງ​ໄດ້ ​ພ້ອມ​ທັງ​ລາຍ​ງານ​ຜົນ​ຂອງ​ການ​ວິ­ໄຈ​ຕົວ­ຢ່າງ ​ໃຫ້​ກົມ​ປູກ­ຝັງ, ພະ​ແນ​ກ​ກະ­ສິ­ກຳ ​ແລະ​ປ່າ­ໄມ້​ແຂວງ, ນະ­ຄອນ­ຫຼວງ​ ແລະ ​ຜູ້­ນຳ​ເຂົ້າ.

ສຳລັບ ຫຼັກການ, ວິທີການ ແລະ ຂັ້ນຕອນ ການ​ສຸ່ມ​ເກັບ​ຕົວ­ຢ່າງ ​ຕ້ອງ​ປະ­ຕິ­ບັດ​ຕາມ​ວິ­ທີ​ການ​ສຸ່ມ​ ແລະ ​ການ​ທົດ​ສອບ ​ທີ່​ກຳ­ນົດ​ໄວ້​ໃນ​ຄູ່​ມື​ການ​ກວດ­ກາ ​ຂອງ​ກົມ​ປູກ​ຝັງ.

ມາດ­ຕາ 24 ມາດ​ຕະ­ການ​ສຸ­ຂາ​ນາ​ໄມ​ພືດ​ທີ່​ນຳ​ໃຊ້ ໃນການກວດກາຊຸດສິນຄ້າຢູ່ດ່ານກັກກັນພືດ

ໃນເວລາກວດກາສິນຄ້າຢູ່ດ່ານກັກກັນພືດ, ຫາກພົບມີຄວາມສ່ຽງສັດຕູພືດ, ພົບເຫັນສັດຕູພືດຄວບຄຸມ ໃນຊຸດສິນຄ້າ ຫຼື ກວດພົບສັດຕູພືດທີ່ບໍ່ກັກກັນແຕ່ຕ້ອງຄວບຄຸມ ໃຫ້​ນຳ​ໃຊ້​ມາດ​ຕະ­ການ​ສຸ­ຂາ​ນາ​ໄມ​ພືດ  ຕາມແຕ່ລະກໍລະນີ ​ດັ່ງ­ນີ້:

  1. ມີຄວາມສ່ຽງສັດຕູພືດ: ເຈົ້າໜ້່ທີ່ກັກັກນພືດ ຕ້ອງເກັບ​ຕົວ­ຢ່າງ ​ສົ່ງ​ໄປ​ທົດ​ສອບ ຫຼື ໃນ​ກໍ­ລະ­ນີ​ທີ່​ຈຳ­ເປັນ ​ແມ່ນ​ໃຫ້​ກັກ​ຊຸດ​ສິນ­ຄ້າ​ໄວ້ ​ຈົນ​ກວ່າ​ສາ­ມາດ​ສະ­ຫຼຸບ​ໄດ້​ວ່າ ​ມີ​ການ​ຕິດ­ແປດ ​ຫຼື ​ບໍ່​ຕິດ­ແປດ​ສັດ­ຕູ​ພືດ​ຄວບ​ຄຸມ ​ແລະ ​ແຈ້ງ​ໃຫ້​ຜູ້­ນຳ​ເຂົ້າ​ຊາບ ແລ້ວລາຍ​ງານ​ຜົນ​ການ​ກວດ­ກາ ​ໃຫ້​ກົມ​ປູກ­ຝັງ, ພະ​ແນ​ກ​ກະ­ສິ­ກຳ ​ແລະ ​ປ່າ­ໄມ້​ແຂວງ, ນະ­ຄອນ­ຫຼວງ ​ແລະ ​ຜູ້­ນຳ​ເຂົ້າ ​ຊາບ​ພາຍ​ໃນ​ ຊາວ​ສີ່​ ຊົ່ວ​ໂມງ;
  2. ກວດພົບສັດຕູພືດຄວບຄຸມໃນຊຸດສິນຄ້າ: ດ່ານກັກກັນພືດ ຕ້ອງ​ນຳ​ໃຊ້​ມາດ​ຕະ­ການ​​ໃດ​ໜຶ່ງ ທີ່ເໝາະສົມ ເປັນຕົ້ນ ກັກ​ຊຸດ​ສິນ­ຄ້າ ​ໂດຍ​ປະ­ສານ​ສົມ­ທົບ​ກັບ​ເຈົ້າ​ໜ້າ­ທີ່​ພາ­ສີ ດຳ­ເນີນ​ການ​ບໍາ​ບັດ​ຊຸດ​ສິນ­ຄ້າ ​ຖ້າ​ມີ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ກຳ­ຈັດ​ສັດ­ຕູ​ພືດ, ໃຫ້ຜູ້ນຳເຂົ້າ ສົ່ງ​ຊຸດ​ສິນ­ຄ້າ​ກັບ​ຄືນ​ປະ­ເທດ​ສົ່ງ​ອອກ ຫຼື ໃນ​ກໍ­ລະ­ນີ ​ປະ­ເທດ​ສົ່ງ​ອອກ​ຫາກ​ປະ­ຕິ­ເສດ​ການ​ສົ່ງ​ກັບ ແລະ ສປປ ລາວ ກໍ່ບໍ່ມີມາດຕະການສຸຂານາໄມພືດ ຫຼື ທາງເລືອກທີ່ສາມາດນຳໃຊ້ເພື່ອຫຼຸດຜ່ອນຄວາມສ່ຽງ ແມ່ນໃຫ້ ກົມປູກຝັງ ດຳເນີນການຍຶດ ​ແລະ ​ທໍາ​ລາຍ​ຖີ້ມ​ຊຸດ​ສິນ­ຄ້າ​ດັ່ງ­ກ່າວ. ສຳລັບ ຄ່າ​ໃຊ້​ຈ່າຍ​ໃນ​ການ​ນຳ​ໃຊ້​ມາດ​ຕະ­ການ​ສຸ­ຂາ​ນາ​ໄມ​ພືດ ​ແມ່ນ​ຄວາມ​ຮັບ­ຜິດ­ຊອບ​ຂອງ​ຜູ້­ນຳ​ເຂົ້າ;
  3. ກວດ​ພົບ​ສັດ­ຕູ​ພືດ​ທີ່​ບໍ່​ກັກ​ກັນ​ແຕ່​ຕ້ອງ​ຄວບ​ຄຸມ: ເຈົ້າ​ໜ້າ­ທີ່​ກັກ​ກັນ​ພືດ ​ຕ້ອງ​ກັກ​ຊຸດ​ສິນ­ຄ້າ​ ​ຈົນ​ກວ່າ​ສາ­ມາດ​ສະ­ຫຼຸບ​ໄດ້​ວ່າ ​ສັດ­ຕູ​ພືດ​ທີ່​ບໍ່​ກັກ​ກັນ​ແຕ່​ຕ້ອງ​ຄວບ​ຄຸມ ​​ຢູ່​ໃນ​ລະ­ດັບ​ທີ່​ຍອມ­ຮັບ​ໄດ້, ຖ້າເຫັນວ່າມີ​ການ​ຕິດ­ແປດເກີນ​ລະ­ດັບ​ຍອມ­ຮັບ​ໄດ້ ດ່ານກັກກັນພືດ ຕ້ອງນຳໃຊ້ມາດຕະການສຸຂານາໄມພືດ ທີ່ສອດຄ່ອງ​ກັບ​ເງື່ອນ­ໄຂ​ພາຍ​ໃນ​ປະ­ເທດ ​ແລະ ​ໃຊ້​ສະ­ເພາະ​ເພື່ອ​ຢັບ​ຢັ້ງໃຫ້​ຢູ່​ໃນ​ລະ­ດັບ​ທີ່​ຍອມ­ຮັບ​ໄດ້ ຫຼື ອາດບຳ­ບັດ​ຊຸດ​ສີນ​ຄ້າ​, ​ແຍກ​ຊຸດ​ສິນ​ຄ້າ​ທີ່​ຕິດ­ແປດ​ສັດ­ຕູ​ພືດ​ນັ້ນ​ອອກ ​ເພື່ອ​ໃຫ້​ຊຸດ​ສີນ​ຄ້າ​ທີ່​ບໍ່​ຕິດ­ແປດ​ສັດ­ຕູ​ພືດ​ ສາ­ມາດ​ອະ­ນຸ­ຍາດ​ນຳ​ເຂົ້າ​ໄດ້ ​ໂດຍ​ປະ­ຕິ­ບັດ​ຄວາມ​ເທົ່າ​ທຽມ​ກັບ​ມາດ​ຕະ­ການ​ສຸ­ຂາ​ນາ​ໄມ​ພືດ ​ທີ່​ປະ­ຕິ­ບັດ​ຢູ່​ພາຍ​ໃນ​ປະ​ເທດ. ໃນ​ກໍ­ລະ­ນີ ​ບໍ່​ມີ​ມາດ​ຕະ­ການ​ສຸ­ຂາ​ນາ​ໄມ​ພືດ ​ທີ່​ເຮັດ​ໃຫ້​ລະ­ດັບ​ສັດ­ຕູ​ພືດ​ທີ່​ບໍ່​ກັກ​ກັນ​ແຕ່​ຕ້ອງ​ຄວບ​ຄຸມ​ຫຼຸດ​ລົງ​ເຖິງ​ລະ­ດັບ​ຍອມ­ຮັບ​ໄດ້, ກົມ​ປູກ​ຝັງ ​ຕ້ອງ​ສົ່ງ​ຊຸດ​ສິນ­ຄ້າ​ກັບ​ຄືນ​ປະ­ເທດ​ສົ່ງ​ອອກ ແລະ ຖ້າ​ປະ­ເທດ​ສົ່ງ​ອອກ​ປະ­ຕິ­ເສດ​ການ​ສົ່ງ​ກັບ​ ​ຕ້ອງ​ດຳ­ເນີນ​ການ​ຍຶດ ​ແລະ ​ທໍາ​ລາຍ​ຖີ້ມ​ຊຸດ​ສິນ​ຄ້າດັ່ງກ່າວ.

ເຈົ້າ​ໜ້າ­ທີ່​ກັກ​ກັນ​ພືດ​ ສາ­ມາດປະຕິເສດການຳໃຊ້​ມາດ​ຕະ­ການ​ສຸ­ຂາ​ນາ​ໄມ​ພືດ ​ຕໍ່​ກັບ​ສັດ­ຕູ​ພືດ​ທີ່​ບໍ່​ກັກ​ກັນ​ແຕ່​ຕ້ອງ​ຄວບ​ຄຸມ​ ໃນ​ກໍ­ລະ­ນີ ​ບໍ່​ມີ​ຄວາມ​ສ່ຽງ​ສັດ­ຕູ​ພືດ​ເກີດ​ຂື້ນ ​ຫຼື​ ແຜ່​ກະ­ຈາຍ ​ໂດຍ​ມີ​ການ​ຢັ້ງ­ຢືນ​ທາງ​ດ້ານ​ວິ­ຊາ​ການ.

ເຈົ້າ​ໜ້າ­ທີ່​ກັກ​ກັນ​ພືດ ​ຕ້ອງ​ລາຍ​ງານ​ຜົນ​ການ​ກວດ­ກາ, ​ການ​ວິ­ໄຈ ແລະ ການນຳໃຊ້ມາດຕະການສຸຂານາໄມພືດ​ ໃຫ້​ກົມ​ປູກ­ຝັງ, ພະ​ແນ​ກ​ກະ­ສິ­ກຳ ​ແລະ ​ປ່າ­ໄມ້​ແຂວງ, ນະ­ຄອນ­ຫຼວງ ​ແລະ ​ຜູ້­ນຳ​ເຂົ້າ.

ມາດ­ຕາ 25  ການ​ປະ­ຕິ­ບັດ​ດ້ານ​ສຸ­ຂາ​ນາ​ໄມ​ພືດ​ ຕໍ່​ຊຸດ​ສິນ​ຄ້າ​ນໍາ​ເຂົ້າ​ທີ່​ບໍ່​ຖືກ­ຕ້ອງ ແລະ ແບບສຸກເສີນ

ເມື່ອກວດພົບ ຊຸດສິນຄ້ານໍາເຂົ້າ ທີ່ບໍ່ຖືກຕ້ອງ ເປັນຕົ້ນ ຊຸດສິນຄ້າ ທີ່ມີ​ຫຼັກ​ຖານ​ສະ­ແດງ​ເຖິງ​ຄວາມ​ລົ້ມເຫຼວ​ໃນ​ການ​ປະ­ຕິ­ບັດ​ດ້ານ​ສຸ­ຂາ​ນາ​ໄມ​ພືດ​ ຕາມ​ທີ່​ໄດ້​ສັນ­ຍາ​ສອງ​ຝ່າຍ, ລະ­ບຽບ​ການ ​ແລະ​ ​ເງື່ອນ­ໄຂ​ດ້ານ​ສຸ­ຂາ​ນາ​ໄມ​ພືດ​ສຳ­ລັບ​ການ​ນຳ​ເຂົ້າ, ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດບໍ່ຖືກຕ້ອງ​ ແລະ ວັດ­ຖຸ​ຕ້ອງ​ຄວບ​ຄຸມ​ທີ່​ນຳ​ເຂົ້າ​ເປັນ​ສິ່ງ​ຕ້ອງ​ຫ້າມ, ເຈົ້າໜ້າທີ່ກັກກັນພືດ ຕ້ອງປະ­ຕິ­ບັດ​ດ້ານ​ສຸ­ຂາ​ນາ​ໄມ​ພືດ​ ​ຕາມ​ສະ­ພາບ​ຂອງ​ຊຸດ​ສີນ​ຄ້າ ​ແລະ​ ຄວາມ​ສ່ຽງ​ຂອງ​ສັດ­ຕູ​ພືດ. ສຳລັບຂັ້ນຕອນ ແລະ ວີທີການປະຕິບັດດ້ານສຸຂານາໄມພືດ ສຳລັບຊຸດສິນຄ້ານຳເຂົ້າທີ່ບໍ່ຖືກຕ້ອງ ໄດ້ກຳນົດໄວ້ໃນບົດແນະນຳ ຂອງກົມປູກຝັງ.

ດ່ານກັກກັນພືດ ຕ້ອງປະຕິບັດດ້ານສຸຂານາໄມພືດແບບສຸກເສີນທັນທີ ຖ້າພົບວ່າ ​ຊຸດ​ສິນ­ຄ້າ​ທີ່​ບໍ່​ທັນ​ໄດ້​ກຳ­ນົດ​ມາດ​ຕະ­ການ​ສຸ­ຂາ​ນາ​ໄມ​ພືດ, ​ມີ​ການ​ປົນ​ເປື້ອນ​ຂອງ​ພາ­ຫະ­ນະ​ຂົນ­ສົ່ງ, ສາງ​ເກັບ​ມ້ຽນ​ ຫຼື ​ສະ­ຖານ­ທີ່​ອື່ນ​ ທີ່​ພົວ­ພັນ​ກັບ​ຊຸດ​ສິນ­ຄ້າ​ທີ່​ນຳ​ເຂົ້າ, ​ພົບ​ສັດ­ຕູ​ພືດ​ຊະ­ນິດ​ໃໝ່​ໃນ​ຊຸດ​ສິນ­ຄ້າ​ທີ່​ບໍ່​ໄດ້​ຜ່ານ​ການ​ປະ​ເມີນ​ຄວາມ​ສ່ຽງ​ມາ​ກ່ອນ ແລະ ມີ​ສັດ­ຕູ​ພືດ​ຕິດ­ແປດ​ມາ​ນຳ­ພາ​ຫະ​ອື່ນ ພ້ອມທັງ ລາຍງານໃຫ້ກົມ​ປູກ​ຝັງ​ ເພື່ອແຈ້ງ​ຜົນ​​ການ​ປະຕິ­ບັດ​ດ້ານ​ສຸ­ຂາ​ນາ​ໄມ​ພືດ​ແບບ​ສຸກ​ເສີນ ​ຕໍ່​ອົງ­ການ​ປ້ອງ​ກັນ​ພືດ​ແຫ່ງ​ຊາດ (NPPO) ຂອງ​ປະ­ເທດ​ສົ່ງ​ອອກ. ສຳລັບຂັ້ນຕອນ ແລະ ວີທີການປະຕິບັດດ້ານສຸຂານາໄມພືດແບບສຸກເສີນ ຕ້ອງປະຕິບັດຕາມບົດແນະນຳ ຂອງກົມປູກຝັງ.

ໃນ​ກໍ­ລະ­ນີ​ ກວດ​ພົບ​ສັດ­ຕູ​ພືດ​ທີ່​ບໍ່​ສາ­ມາດ​ຈຳ­ແນກ​ຊະ­ນິດ​ສັດ­ຕູ​ພືດ​ໄດ້, ກົມ​ປູກ​ຝັງ ແລະ ​ພະ​ແນ​ກ​ກະ­ສິກຳ ​ແລະ ​ປ່າ­ໄມ້​ແຂວງ, ນະ­ຄອນ­ຫຼວງ ສາ­ມາດ​ປະຕິບັດ​ມາດ​ຕະ­ການ​ສຸ­ຂາ​ນາ​ໄມ​ພືດ​ຊົ່ວ­ຄາວ ​ແລະ​ ເກັບຕົວຢ່າງເພີ່ມ ພ້ອມທັງ​ສົມ­ທົບ​ກັບ​ອົງ­ການ​ປ້ອງ​ກັນ​ພືດ​ແຫ່ງ​ຊາດ (NPPO) ຂອງ​ປະ­ເທດ​ສົ່ງ​ອອກ​ ເພື່ອ​ຊ່ວຍ​ໃນ​ການ​ຈຳ­ແນກ​ສັດ­ຕູ​ພືດ​ດັ່ງ​ກ່າວ. ພາຍຫຼັງ​ວິ­ໄຈ​ຄວາມ​ສ່ຽງ​ສັດ­ຕູ​ພືດ​ ຫາກ​ຢັ້ງ­ຢືນ​ວ່າ​ສັດ­ຕູ​ພືດ​ມີ​ຄວາມ​ຈຳເປັນ​ຕ້ອງ​ປະ­ຕິ­ບັດ​ດ້ານ​ສຸ­ຂາ​ນາ​ໄມ​ພືດ, ກົມ​ປູກ​ຝັງ ແລະ​ ພະ​ແນ​ກ​ກະ­ສິ­ກຳ​ແລະ​ປ່າ­ໄມ້​ແຂວງ, ນະ­ຄອນຫຼວງ ຕ້ອງ​ເພີ່ມ​ສັດ­ຕູ​ພືດ​ດັ່ງ­ກ່າວ ​ເຂົ້າ​ໃນ​ບັນ­ຊີ​ສັດ­ຕູ​ພືດ​ຄວບ​ຄຸມ ​ໃນ​ ສປປ​ ລາວ.

ມາດ­ຕາ 26  ການ​ປ່ອຍ​ຊຸດ​ສິນ­ຄ້າ​ຢ່າງ​ເປັນ​ທາງ​ການ

ພາຍ­ຫຼັງ​ການ​ກວດ­ກາ​ຊຸດ​ສີນ​ຄ້າ ນຳ​ເຂົ້າ​ດັ່ງ­ກ່າວ​ ແລ້ວ, ເຈົ້າ​ໜ້າ­ທີ່​ກັກ​ກັນ​ພືດ ຕ້ອງ​ຈ້ຳ​ກາ​ປະ­ທັບ​ຕາ​ຜ່ານ ໃສ່ໃບ​ແຈ້ງ​ຜ່ານ, ເພື່ອ​ປ່ອຍ​ຊຸດ​ສີນ​ຄ້າ​ຢ່າງ​ເປັນ​ທາງ​ການ ດ້ວຍ​ຕາ​ປະ­ທັບ ຕາມ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ບົດ​ແນະ­ນຳ​ຂອງ​ກົມ​ປູກ​ຝັງ.

ມາດ­ຕາ  27  ການ​ປ່ອຍ​ຊຸດ​ສິນ­ຄ້າ​ແບບມີເງື່ອນໄຂ

ການປ່ອຍຊຸດສິນຄ້າແບບມີເງື່ອນໄຂ ແມ່ນການກຳນົດໃຫ້ມີການກວດກາພາຍຫຼັງການນຳເຂົ້າຊຸດສິນຄ້າ ຢູ່ສະຖານທີ່ໃດໜຶ່ງ ໂດຍເຈົ້າໜ້າທີ່ກັກກັນພືດ ໃນກໍລະນີເຫັນວ່າ ມີ​ການ​ເຄື່ອນ​ຍ້າຍ​ຊຸດ​ສິນ­ຄ້າ​ເຂົ້າ​ມາ​ໃນ​ສະຖານ­ທີ່​ກວດ­ກາ ​ຕາມ​ໄລ­ຍະ​ເວ­ລາ​ທີ່​ກຳ­ນົດ​ໃຫ້​ໂດຍ​ກົມ​ປູກ­ຝັງ ຫຼື ຕ້ອງ​ໄດ້ປະ­ຕິ­ບັດ​ຕາມ​ຂໍ້​ກໍາ​ນົດ​ເງື່ອນ­ໄຂ​ດ້ານ​ສຸ­ຂາ​ນາ​ໄມ​ພືດ ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ໃບ​ອະ­ນຸ­ຍາດ​ນຳ​ເຂົ້າ​ ຫຼື ​ຂໍ້​ຕົກ­ລົງ​ ກ່ຽວ​ກັບ ​ການ​ກັກ, ແຍກ​ປ່ຽວ​ ແລະ​ ກັກ​ກັນ, ລວມ​ທັງ​ໄລ­ຍະ​ເວ­ລາ​ທີ່​ວັດ­ຖຸ​ຕ້ອງ​ຄວບ​ຄຸມ ​ຕ້ອງ​ຖືກ​ກັກ​ໄວ້​ເພື່ອ​ຕິດ​ຕາມ.

ໃນກໍລະນີ ກົມ​ປູກ​ຝັງ ແລະ​ ພະ​ແນ​ກ​ກະ­ສິ­ກຳ ​ແລະ ​ປ່າ­ໄມ້​ແຂວງ, ນະ­ຄອນ­ຫຼວງ ກຳນົດໃຫ້ມີການ​ກວດ­ກາ​ພາຍ­ຫຼັງ​ການ​ເຂົ້າ ​ຢູ່​ສະ­ຖານ­ທີ່​ໃດ​ໜຶ່ງ​ນອກ​ດ່ານກັກກັນພືດ, ເຈົ້າ​ໜ້າ­ທີ່​ກັກ​ກັນ​ພືດ ຕ້ອງປ່ອຍຊຸດສິນຄ້າແບບມີເງື່ອນໄຂ ເພື່ອ​ແຈ້ງ​ຕໍ່​ເຈົ້າ​ໜ້າ­ທີ່​ພາ­ສີ​ໃນ​ຂັ້ນ​ຕໍ່​ໄປ. ພ້ອມທັງລາຍງານຕໍ່ກົມ​ປູກ​ຝັງ ຫຼື​ ພະ​ແນ​ກ​ກະ­ສິ­ກຳ ​ແລະ​ປ່າ­ໄມ້​ແຂວງ, ນະ­ຄອນ­ຫຼວງ ກ່ຽວ​ກັບ ​ສະ­ຖານ­ທີ່, ຈຳ­ນວນ ​ແລະ​ ລາຍ​ລະ­ອຽດ​ຂອງຊຸດສິນຄ້າດັ່ງກ່າວ. ການກວດກາພາຍຫຼັງການນຳເຂົ້າ ແມ່ນບໍ່​ໃຫ້​ເກີນ ​ສາມ ​ວັນ​​ລັດ​ຖະ​ການ ນັບແຕ່ວັນປ່ອຍຊຸດສິນຄ້າແບບມີເງື່ອນໄຂ ເປັນຕົ້ນໄປ.

ມາດ­ຕາ 28 ການ​ແຈ້ງ​ຂໍ້​ມູນ​ສັດ­ຕູ​ພືດ​ຄວບ​ຄຸມ​ໃຫ້​ອົງ­ການ​ປ້ອງ​ກັນ​ພືດ​ສາ­ກົນ (IPPC)

ກົມ​ປູກ­ຝັງ ຕ້ອງ​ແຈ້ງ​ຂໍ້​ມູນ​ສັດ­ຕູ​ພືດ​ຄວບ​ຄຸມ​ໃຫ້​ຜູ້­ນຳ​ເຂົ້າ, ອົງ­ການ​ປ້ອງ​ກັນ​ພືດ ແຫ່ງ​ຊາດ (NPPO) ຂອງ​ປະ­ເທດ​ສົ່ງ​ອອກ ແລະ ກອງ​ເລ­ຂາ​ ຂອງອົງ­ການ​ປ້ອງ​ກັນ​ພືດພາກ​ພື້ນ ແລະ ສາ­ກົນ (IPPC) ແລະ ສາກົນ (APPPO) ເປັນແຕ່ລະໄລຍະ ໂດຍສະເພາະຂໍ້ມູນ ​ກ່ຽວ​ກັບ ​​ສັດ­ຕູ​ພືດ​ຄວບ​ຄຸມ, ​ການ​ກວດກາ ​ແລະ​ ມາດ​ຕະ­ການ​ສຸ­ຂາ​ນາ​ໄມ​ພືດ​ແບບ​ສຸກ​ເສີນ​ທີ່​ນຳ​ໃຊ້, ຜົນ​ການ​ທົດ​ສອບ, ເອ­ກະ­ສານ​ຢັ້ງ​ຢືນການ​ບໍາ​ບັດ, ໃບ­ຢັ້ງ­ຢືນການ​ຍຶດ ​ແລະ ​ທໍາ​ລາຍ​ຖີ້ມ​ຊຸດ​ສິນ­ຄ້າ ແລະ ​ເອ­ກະ­ສານ​ອື່ນ​ທີ່​ກ່ຽວ​ຂ້ອງ.

ມາດ­ຕາ 29  ການ​ທົບ​ທວນ­ຄືນ​ມາດ​ຕະ­ການ​ສຸ­ຂາ​ນາ​ໄມ​ພືດ

ກົມ​ປູກ​ຝັງ ແລະ ​ພະ​ແນ​ກ​ກະ­ສິ­ກຳ ​ແລະ ​ປ່າ­ໄມ້​ແຂວງ, ນະ­ຄອນ­ຫຼວງ ຕ້ອງ​ທົບ​ທວນ­ຄືນການຈັດຕັ້ງປະຕິບັດບັນດາ​ມາດ​ຕະ­ການ​ສຸ­ຂາ​ນາ​ໄມ​ພືດ ໃນແຕ່ລະໄລຍະ. ຫາກມີການລະເມີດ ​ຫຼື ​ບໍ່ປະຕິບັດ​ຕາມ ​ເງື່ອນ­ໄຂ​ການ​ນຳ​ເຂົ້າ ໃຫ້ດຳ­ເນີນ​ການ​ປະ­ຕິ­ບັດ ​ມາດ​ຕະ­ການ​ສຸ­ຂາ​ນາ​ໄມ​ພືດ​ແບບ​ສຸກ​ເສີນ ​ຫຼື​ ສາ­ມາດ​ດັດ­ແກ້​ມາດ​ຕະ­ການ​ດັ່ງ­ກ່າວ​ ໃຫ້​​ສອດ­ຄ່ອງ​ກັບ​ເງື່ອນ­ໄຂ​ສຸ­ຂາ​ນາ​ໄມ​ພືດ​ສໍາ​ລັບ​ການ​ນໍາ​ເຂົ້າ.

ໝວດ​ທີ 4

ການ​ກວດ­ກາ​ພາຍ­ຫຼັງ​ການ​ນຳ​ເຂົ້າ

ມາດ­ຕາ 30  ສະ­ຖານ­ທີ່​ກັກ​ກັນ​ພາຍ­ຫຼັງ​ການ​ນໍາ​ເຂົ້າ

ບຸກ­ຄົນ, ນິ­ຕິ­ບຸກ­ຄົນ ​ຫຼື​ ການ­ຈັດ­ຕັ້ງ​ ທີ່​ມີ​ຈຸດ­ປະ­ສົງ​ ​ສ້າງ­ຕັ້ງ​ສະ­ຖານ­ທີ່​ກັກ​ກັນ​ພາຍ­ຫຼັງ​ການ​ນຳ​ເຂົ້າ​ຕ້ອງ​ໄດ້ຮັບອະນຸຍາດ ຈາກກົມປູກຝັງ ແລະ ປະ­ຕິ­ບັດ​ຕາມ​ເງື່ອນ­ໄຂ​ດ້ານ​ສຸ­ຂາ​ນາ​ໄມ​ພືດ ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ບົດ​ແນະ­ນຳ​ຂອງ​ກົມ​ປູກ​ຝັງ.

ພາຍ­ຫຼັງ​ໄດ້​ຮັບ​ໃບ​ຄຳ​ຮ້ອງ, ກົມ​ປູກ­ຝັງ​ ຕ້ອງ​ກວດ­ກາ​ສະ­ຖານ­ທີ່​ກັກ​ກັນ ​ແລະ ​ຖ້າ​ຫາກ​ຖືກ­ຕ້ອງ​ຕາມ​ຂໍ້​ກໍາ​ນົດ​ເງື່ອນ­ໄຂ​ທີ່​ກຳ­ນົດ​ດ້ານ​ສຸ­ຂາ​ນາ​ໄມ​ພືດ​ ແລ້ວ ​ຕ້ອງ​ອອກ​ໃບ​ອະ­ນຸ­ຍາດ​ທາງ​ດ້ານ​ວິ­ຊາ​ການ ​ພ້ອມທັງກຳນົດໄລຍະເວລາ ຫຼື ຄວາມຖີ່ຂອງການກວດກາໃນໃບອະນຸຍາດດັ່ງກ່າວ.

ມາດ­ຕາ 31   ການ​ກວດ­ກາ​ພາຍ­ຫຼັງ​ການ​ນຳ​ເຂົ້າ​ຢູ່​ພາກ​ສະ­ໜາມ

ການ​ກວດ­ກາ​ພາຍ­ຫຼັງ​ການ​ນຳ​ເຂົ້າ​ຢູ່​ພາກ​ສະ­ໜາມ, ເຈົ້າ​ໜ້າ­ທີ່​ກັກ​ກັນ​ພືດ​ ປະ­ຕິ­ບັດ ​ດັ່ງ­ນີ້:

  1. ພາຍ­ຫຼັງ​ການ​ນຳ​ເຂົ້າ ​ພືດ, ຜະ­ລິດ​ຕະ​ພັນ​ພືດ ​ແລະ ​ວັດ­ຖຸ​ຕ້ອງ​ຄວບ​ຄຸມ ​ເຈົ້າ​ໜ້າ­ທີ່​ກັກ​ກັນ​ພືດ​ຕ້ອງ​ກວດ­ກາ​​ຊຸດສິນຄ້າ ​ແລະ ຢູ່​ສະ­ຖານ­ທີ່ກວດກາ ແລະ ສະຖານທີ່​ກັກ​ກັນ​ພາຍ­ຫຼັງ​ການ​ນໍາ​ເຂົ້າ ​ທີ່​ກຳນົດ​ໄວ້;
  2. ອອກ​ໃບ​ອະ­ນຸ­ຍາດ​ໃຫ້​ແກ່​ວັດ­ຖຸ​ຕ້ອງ​ຄວບ​ຄຸມ ​ຈາກ​ການ​ກັກ​ກັນ​ພືດ​ພາຍ­ຫຼັງ​ການ​ນຳ​ເຂົ້າ​ ໃນ​ກໍ­ລະ­ນີ​ ທີ່​ວັັດ​ຖຸ​ຕ້ອງ​ຄວບ​ຄຸມ​ ​ມີ​ສັດ­ຕູ​ພືດ ​ແລະ ບໍ່​ຕິດ­ແປດ ​ຈາກ​ສັດ­ຕູ​ພືດ​ພາຍ​ໃນ​ໄລ­ຍະ​ເວ­ລາ​ຕິດ­ຕາມ​ທີ່​ກຳ­ນົດ​ໄວ້;
  3. ໃນ​ກໍ­ລະ­ນີ ຊຸດສິນຄ້າຕິດແປດສັດຕູພືດຄວບຄຸມ, ມີ​ສັດ­ຕູ​ພືດ ​ຫຼື​ ຕິດ­ແປດ​ຈາກ​ສັດ­ຕູ​ພືດ​ຈາກຕ່າງປະເທດ ເຈົ້າໜ້າທີ່ກັກກັນພືດ ຕ້ອງອອກ​ຄຳ​ສັ່ງ​ໃຫ້​ທຳ­ລາຍ​ຊຸດ​ສິນ­ຄ້າ​ທັງ​ໝົດ ​ຫຼື ​ບາງ​ສ່ວນ  ພ້ອມທັງແນະ­ນຳ​ໃຫ້​ຜູ້­ນຳ​ເຂົ້າ ​ປະ­ຕິ­ບັດ​ມາດ​ຕະ­ການ​ສຸ­ຂາ​ນາ​ໄມ​ພືດ​ ເປັນຕົ້້ນ ການ​ບຳ­ບັດ​ຊຸດ​ສິນ­ຄ້າ​ດ້ວຍ​ວິ­ທີ​ການ​ຕ່າງໆ​ ຕາມ​ຫຼັກ​ວິ­ຊາ​ການ.

ເມື່ອ​ຊຸດ​ສິນ­ຄ້າ​ໄດ້​ຜ່ານ​ການ​ກວດ­ກາ ​ຢູ່​ສະ­ຖານ­ທີ່​ເກັບ​ມ້ຽນ, ສະ­ຖານ­ທີ່​ກັກ​ກັນ​ພາຍ­ຫຼັງ​ການ​ນຳ​ເຂົ້າ​ແລ້ວ ​ຕ້ອງ​ມີ​ບົດ​ລາຍ​ງານ ​ແລະ ​ລົງ​ລາຍ​ເຊັນ ​ຈາກ​ພະ­ນັກ­ງານ ​ແລະ ​ເຈົ້າ​ໜ້າ­ທີ່​ກັກ​ກັນ​ພືດ ​ທີ່​ໄດ້​ລົງ​ກວດ­ກາ ​ແລະ​ ເຊັນ​ຢັ້ງ­ຢືນ​ຜູ້­ນຳ​ເຂົ້າ ​ຫຼື ​ຜູ້​ທີ່​ຖືກ​ມອບ​ສິດ​ຈາກ​ຜູ້­ນຳ​ເຂົ້າ.

ໝວດ​ທີ 5

ການ​ສົ່ງ​ຜ່ານ

ມາດ­ຕາ 32  ການ​ສະ­ເໜີ​ຂໍ­ອະ­ນຸ­ຍາດ​ດ້ານ​ສຸ­ຂາ​ນາ​ໄມ​ພືດ​ໃນ​ການ​ສົ່ງ​ຜ່ານ

ບຸກ­ຄົນ, ນິ­ຕິ­ບຸກ­ຄົນ ​ຫຼື ​ການ­ຈັດ­ຕັ້ງ​ ທີ່​ມີ​ຈຸດ­ປະ­ສົງ​ໃນ​ການ​ສົ່ງ​ຜ່ານ ​ພືດ, ຜະ­ລິດ​ຕະ​ພັນ​ພືດ ​ແລະ ​ວັດ­ຖຸ​ຕ້ອງ​ຄວບ​ຄຸມ ​ຜ່ານດິນ­ແດນ ຂອງ​ ສປປ​ ລາວ​ ຕ້ອງໄດ້ຮັບອະນຸຍາດຈາກ ກົມ​ປູກ​ຝັງ ຫຼື​ ພະ​ແນ​ກ​ກະ­ສິ­ກຳ ​ແລະ ​ປ່າ­ໄມ້ ​ແຂວງ, ນະ­ຄອນ­ຫຼວງ ໂດຍຍື່ນຄຳຮ້ອງ ຕາມແບບພິມ ທີ່ກົມປູກຝັງກຳນົດ ຢ່າງໜ້ອຍ​ ສິບ​ຫ້າ ​ວັນ ​ກ່ອນ​ວັນ​ທີ່​ຕ້ອງ­ການ​ສົ່ງ​ຜ່ານ​ຊຸດ​ສິນ­ຄ້າ.

ມາດ­ຕາ 33  ການ​ອອກ​ອະ­ນຸ­ຍາດ​ດ້ານ​ສຸ­ຂາ​ນາ​ໄມ​ພືດ​ໃຫ້​ສົ່ງ​ຜ່ານ

ກົມປູກຝັງ ແລະ ​ພະ​ແນ​ກ​ກະ​ສິ​ກໍາ​ ແລະ​ ປ່າ­ໄມ້​ແຂວງ, ນະ­ຄອນ­ຫຼວງ ຕ້ອງ​ອະ­ນຸ­ຍາດ​ສົ່ງ​ຜ່ານ​ທາງ​ດ້ານ​ສຸ­ຂາ​ນາ​ໄມ​ພືດ ​ຕາມ​ແບບພິມ​ທີ່​ກຳ­ນົດ​ໃນ​ບົດ​ແນະ­ນຳ​ຂອງ​ກົມ​ປູກ­ຝັງ ​ບົນ​ພື້ນ­ຖານ​ການ​ວິ­ໄຈ​ຄວາມ​ສ່ຽງ​ສັດ­ຕູ​ພືດ ​ຕໍ່​ກັບ​ຊຸດ​ສິນ­ຄ້າ​ທີ່ເຫັນ​ວ່າ​ບໍ່​ມີ​ຄວາມ​ສ່ຽງ​ຕໍ່​ສຸ­ຂະ­ພາບ​ພືດ.

​ໃບ​ອະ­ນຸ­ຍາດ​ສົ່ງຜ່ານດ້ານສຸຂານາໄມພືດ ມີອາຍຸການນຳໃຊ້ ​ເຈັດ ​ວັນ​ ແລະ ​ສາ­ມາດ​ຕໍ່ໄດ້ ແຕ່ບໍ່ໃຫ້ກາຍ​ ຊາວ​ເອັດ​ ວັນ ໂດຍ​ຂື້ນ​ກັບ​ການ​ສະ­ເໜີ​ຂອງ​ຜູ້​ດໍາ​ເນີນ​ການ​ສົ່ງ​ຜ່ານ​ ຊຶ່ງ​ກຳ­ນົດ​ໂດຍກົມ​ປູກ​ຝັງ.

ໃນ​ກໍ­ລະ­ນີ ​ທີ່​ຊຸດ​ສິນ­ຄ້າ​ມີ​ຄວາມ​ສ່ຽງ​ຕໍ່​ສຸ­ຂະ­ພາບ​ພືດ, ກົມ​ປູກ​ຝັງ ແລະ ​ພະ​ແນ​ກ​ກະ​ສິ​ກໍາ​ ແລະ​ ປ່າໄມ້​ແຂວງ, ນະ­ຄອນ­ຫຼວງຕ້ອງ​ກຳ­ນົດ​ມາດ​ຕະ­ການ​ສຸ­ຂາ​ນາ​ໄມ​ພືດ ​ເພື່ອ​ຮັບ­ປະ­ກັນ​ຄວາມ​ປອດ​ໄພ ​ແລະ ​ ​ຖືກ­ຕ້ອງ​ດ້ານ​ສຸ­ຂາ​ນາ​ໄມ​ພືດ ​ສໍາ​ລັບ​ຊຸດ​ສິນ­ຄ້າ​ໃນ​ໄລ­ຍະ​ສົ່ງ​ຜ່ານ​ ສປປ​ ລາວ ​ດັ່ງ­ນີ້:

  1. ກຳ­ນົດ​ຮູບ​ແບບ​ຂອງ​ການ​ຂົນ­ສົ່ງ ​ແລະ ​ເສັ້ນ­ທາງ​ການ​ຂົນ­ສົ່ງ​ສະ­ເພາະ;
  2. ຄວບ​ຄຸມ​ການ​ປ່ຽນ­ແປງ​ຊຸດ​ສິນ­ຄ້າ;
  3. ນໍາ​ໃຊ້​ອຸ­ປະ­ກອນ ​ຫຼື ​ສິ່ງ​ອໍາ​ນວຍ​ຄວາມ​ສະ­ດວກ ​ທີ່​ກໍາ​ນົດ​ໃຫ້​ໂດຍກົມ​ປູກ​ຝັງ ແລະ ​ພະ​ແນ​ກ​ກະສິ­ກຳ​ ແລະ ​ປ່າ­ໄມ້​ແຂວງ, ນະ­ຄອນ­ຫຼວງ;
  4. ສາງ​ເກັບ​ມ້ຽນ​ຂອງ​ພາ­ສີ​ຕ້ອງ ​ຖືກ​ຮັບ­ຮອງ​ໂດຍກົມ​ປູກ​ຝັງ ແລະ ​ພະ​ແນ​ກ​ກະ­ສິ­ກຳ​ ແລະ ​ປ່າ­ໄມ້​ແຂວງ, ນະ­ຄອນ­ຫຼວງ;
  5. ດຳ­ເນີນ​ການ​ບຳ­ບັດ​ດ້ານ​ສຸ­ຂາ​ນາ​ໄມ​ພືດ ​ເຊັ່ນ ​ບຳ­ບັດ​ກ່ອນ​ສົ່ງ​ອອກ ​ຫຼື ​ບໍາ​ບັດ​ຊຸດ​ສິນ­ຄ້າ​ໃນ​ກໍ­ລະ­ນີ​ສົງ­ໄສ​ຕິດ­ແປດ​ສັດ­ຕູ​ພືດ;
  6. ຕິດ­ຕາມ​ຊຸດ​ສິນ­ຄ້າ​ໃນ​ລະ­ຫວ່າງ​ການ​ຂົນ­ສົ່ງ;
  7. ກໍາ​ນົດ​ເງື່ອນ­ໄຂ​ທາງ​ກາຍ​ຍະ​ພາບ​ເຊັ່ນ​: ການ​ໃຊ້​ຕູ້​ປັບ​ອາ­ກາດ, ການ​ຫຸ້ມ​ຫໍ່​, ການ​ປົກ​ຫຸ້ມ​ເພື່ອ​ກັນ​ສັດ­ຕູ​ພືດ ​ຫຼື ​ນຳ​ໃຊ້​ຕູ້​ຂົນ­ສົ່ງ​ທີ່​ປ້ອງ​ກັນ​ການ​ຮົ່ວ​ຊຶມ;
  8. ນຳ​ໃຊ້​ເຄື່ອງ​ປິດ​ລັອກ​ສະ­ເພາະ ​ຂອງ​ອົງ­ການ​ປ້ອງ​ກັນ​ພືດ​ແຫ່ງ​ຊາດ ​ສຳ­ລັບ​ຕູ້​ຂົນ­ສົ່ງ​ ຫຼື​ ຊຸດ​ສິນ­ຄ້າ;
  9. ຈຳ­ກັດ​ເວ­ລາ​ຂົນ­ສົ່ງ ​ຫຼື ​ລະ­ດູ​ການ;
  10. ກວດ­ກາ​ຊຸດ​ສິນ­ຄ້າ​ທີ່​ສົ່ງ​ຜ່ານ​ດ່ານ​ກັກ​ກັນ​ພືດ;
  11. ກຳ­ຈັດ​ສິ່ງ​ເສດ​ເຫຼືອ;
  12. ນໍາ​ໃຊ້​ມາດ​ຕະ­ການ​ອື່ນ​ທີ່​ຈຳ­ເປັນ ​ເພື່ອ​ຮັບ­ປະ­ກັນ​ດ້ານ​ຄວາມ​ປອດ​ໄພ​ ແລະ ​ຄວາມ​ຄົບ​ຖ້ວນ​ຖືກຕ້ອງ​ດ້ານ​ສຸ­ຂາ​ນາ​ໄມ​ພືດ.

ຜູ່້ສົ່ງຜ່ານ ຕ້ອງປະຕິບັດຕາມມາດຕະຖານສຸຂານາໄມພືດ ທີ່ກຳນົດໄວ້ໃນບົດແນະນຳ ຂອງກົມປູກຝັງ.

ມາດ­ຕາ 34  ການ​ປະ­ຕິ­ບັດ​ມາດ​ຕະ­ການ​ສຸ­ຂາ​ນາ​ໄມ​ພືດ​ສຸກ​ເສີນ​ຕໍ່​ຊຸດ​ສິນ­ຄ້າ

ໃນ​ກໍ­ລະ­ນີ ​ທີ່ກົມ​ປູກ​ຝັງ ແລະ ​ພະ​ແນ​ກ​ກະ­ສິ­ກຳ ​ແລະ ​ປ່າ­ໄມ້​ແຂວງ, ນະ­ຄອນ­ຫຼວງ ມີ​ຫຼັກ​ຖານ​ສະແດງ​ໃຫ້​ເຫັນ​ວ່າ ­ຄວາມ​​ຖືກ­ຕ້ອງ​ດ້ານ​ສຸ­ຂາ​ນາ​ໄມ​ພືດ​ຂອງ​ຊຸດ​ສິນ​ຄ້າ ​ມີິ​ການ​ປ່ຽນ­ແປງ ​ຫຼື​ ກວດ​ພົບ​ສັດ­ຕູ​ພືດ​ໃນ​ຊຸດ​ສິນ­ຄ້າ​ສົ່ງ​ຜ່ານ, ພັດ­ສະ­ດຸ​ຫຸ້ມ​ຫໍ່ ​ຫຼື ພາ­ຫະ­ນະ​ຂົນ­ສົ່ງ ຕ້ອງ​ປະ­ຕິ­ບັດ​ມາດ​ຕະ­ການ​ສຸ­ຂາ​ນາ​ໄມ​ພືດ​ ຕາມ​ທີ່​ກຳ­ນົດ​ໄວ້​ໃນ​ມາດ­ຕາ 24 ແລະ 25 ຂອງ​ຂໍ້​ຕົກ­ລົງ​ສະ­ບັບ​ນີ້.

ໃນ​ກໍ­ລະ­ນີ ​ທີ່ກົມ​ປູກ​ຝັງ ແລະ ​ພະ​ແນ​ກ​ກະ­ສິ­ກຳ​ ແລະ​ ປ່າ­ໄມ້​ແຂວງ, ນະ­ຄອນ­ຫຼວງນຳ​ໃຊ້​ການ​ປະຕິ­ບັດ​ດ້ານ​ສຸ­ຂາ​ນາ​ໄມ​ພືດ​ຕໍ່​ຊຸດ​ສິນ­ຄ້າ​ສົ່ງ​ຜ່ານ ​ຕ້ອງ​ແຈ້ງ​ໃຫ້​ຜູ້​ດຳ­ເນີນ​ການ​ສົ່ງ​ຜ່ານ​ພາຍ​ໃນ​ ຊາວ​ສີ່​ຊົ່ວໂມງ ​ແລະ ​ສະ­ແດງ​ຫຼັກ​ຖານ​ທີ່​ປະ­ຕິ­ບັດ​ມາດ​ຕະ­ການ​ສຸ­ຂາ​ນາ​ໄມ​ພືດ​ດັ່ງ­ກ່າວ ​ລວມ​ທັງ​ຜົນ​ໄດ້​ຮັບ ​ແລະ ​ກໍ­ລະ­ນີ​ຄວາມ​ບໍ່​ຖືກ​ຕ້ອງ.

ມາດ­ຕາ 35 ຖານ​ຂໍ້​ມູນ​ດ້ານ​ສຸ­ຂາ​ນາ​ໄມ​ພືດ​ໃນ​ການ​ນໍາ​ເຂົ້າ​ ແລະ ​ສົ່ງ​ຜ່ານ ​ພືດ, ຜະ­ລິດ​ຕະ​ພັນ​ພືດ​ ແລະ ​ວັດ­ຖຸ​ຕ້ອງ​ຄວບ​ຄຸມ

ກົມ​ປູກ­ຝັງ ​ແລະ​ ພະ​ແນ​ກ​ກະ​ສິ​ກໍາ ​ແລະ ​ປ່າ­ໄມ້​ແຂວງ, ນະ­ຄອນ­ຫຼວງ​ ຮັບ­ຜິດ­ຊອບ​ໃນ​ການ​ສັງ​ລວມ ​ແລະ​ ເກັບ​ຮັກ­ສາ​ຂໍ້​ມູນ​ ກ່ຽວກັບ ​ການ​ນໍາ​ເຂົ້າ ​ແລະ ​ສົ່ງ​ຜ່ານ ​ພືດ, ຜະ­ລິດ​ຕະ​ພັນ​ພືດ​ ແລະ ​ວັດ­ຖຸ​ຕ້ອງ​ຄວບ​ຄຸມ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ​ດັ່ງ­ນີ້:

  1. ປະ­ເພດ ​ແລະ​ ປະ­ລິ­ມານ​ຂອງ​ຊຸດ​ສິນ­ຄ້າ​;
  2. ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ​ຂອງ​ປະ­ເທດ​ສົ່ງ​ອອກ, ໃບ​ອະ­ນຸ­ຍາດ​ນຳ​ເຂົ້າ​ ແລະ ໃບ​ອະ­ນຸ­ຍາດ​ສົ່ງ​ຜ່ານ ຂອງ ສປປ ລາວ;
  3. ບົດ​ລາຍ​ງານ ​ການ​ກວດ­ກາ​ດ້ານ​ສຸ­ຂາ​ນາ​ໄມ​ພືດ ​ແລະ ​ບົດ​ບັນ­ທຶກ​ຜົນ​ຂອງ​ການ​ກວດ­ກາ, ການ​ເກັບ​ຕົວ­ຢ່າງ ​ແລະ ​ການ​ທົດ​ສອບ ລວມທັງເອ­ກະ­ສານ ກ່ຽວກັບ ​ການ​ວິ­ໄຈ​ຄວາມ​ສ່ຽງ​ສັດ­ຕູ​ພືດ;
  4. ບັນ­ຊີ​ຜູ້​ນໍາ​ເຂົ້າ ​ພືດ, ຜະ­ລິດ​ຕະ​ພັນ​ພືດ​ ແລະ ​ວັດ­ຖຸ​ຕ້ອງ​ຄວບ​ຄຸມ ຂອງ ສປປ ລາວ ;
  5. ບົດບັນ­ທຶກ​ ກ່ຽວ​ກັບ ​ການ​ປະ­ຕິ­ບັດ​ດ້ານ​ສຸ­ຂາ​ນາ​ໄມ​ພືດ;
  6. ການ​ລະ­ເມີດ​ຂໍ້​ກຳ­ນົດ​ເງື່ອນ­ໄຂ​ດ້ານ​ສຸ­ຂາ​ນາ​ໄມ​ພືດ ​ແລະ ​ກໍ­ລະ­ນີ​ອື່ນ;
  7. ສະ­ຫຼຸບ ​ແລະ ​ສັງ​ລວມ​ສິ່ງ​ທີ່​ໄດ້​ເກີດ​ຂື້ນ ​ແລະ​ ມາດ​ຕະ­ການ​ສຸ­ຂາ​ນາ​ໄມ​ພືດ​ທີ່​ນຳ​ໃຊ້​ໂດຍ​ຜູ້­ນຳ​ເຂົ້າ​ເພື່ອ​ປ້ອງ​ກັນ​ຄວາມ​ສ່ຽງ​ສັດ­ຕູ​ພືດ;
  8. ວັນ, ເດືອນ, ປີ ​ແລະ ​ວິ­ທີ​ການຂົນສົ່ງຊຸດສິນຄ້າ ລວມທັງ​ເສັ້ນ­ທາງ​ຂົນ­ສົ່ງ​ຂອງ​ຊຸດ​ສິນ­ຄ້າ​ນຳ​ເຂົ້າ;
  9. ຂໍ້​ມູນ​ດ້ານ​ສຸ­ຂາ​ນາ​ໄມ​ພືດ​ອື່ນ​ທີ່​ກ່ຽວ​ຂ້ອງ.
  10. , ຕ້ອງ​ເກັບ​ກໍາ​​ ແລະ​ ບັນ­ທຶກຂໍ້ມູນ ​ກ່ຽວ​ກັບ​ ຊຸດ​ສິນ­ຄ້າ​ທີ່​ນໍາ​ເຂົ້າ ​ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ຈັດ­ການ​ລະ­ບົບ​ການ​ຄຸ້ມ​ຄອງ​ການ​ນຳ​ເຂົ້າ​ ດັ່ງ­ນີ້:
  • ເປົ້າ​ໝາຍ​ການ​ນຳ​ໃຊ້;
  • ການ​ກັກ, ​ແຍກ​ປ່ຽວ​ ພາຍ­ຫຼັງ​ການ​ນຳ​ເຂົ້າ ​ຫຼື ​ວິ­ທີ​ການ​ບຳ­ບັດ;
  • ການ​ກວດ­ກາ ​ແລະ ​ຕິດ­ຕາມ​ສັດ­ຕູ​ພືດ​ທີ່​ຈຳ­ເປັນ ​ຕາມ​ຄວາມ​ສ່ຽງ​ສັດ­ຕູ​ພືດ.

ໝວດ 6

ສິດ ແລະ ພັນທະ ຂອງ ຜູ້ນຳເຂົ້າ ແລະ ສົ່ງຜ່ານ

ມາດຕາ 36 ສິດ ຂອງ ຜູ້ນຳເຂົ້າ ແລະ ສົ່ງຜ່ານ

ນອກຈາກ ສິດ ແລະ ພັນທະ ທີ່ກຳນົດໄວ້ໃນມາດຕາ 57 ຂອງກົດໝາຍວ່າດ້ວຍການປ້ອງກັນ ແລະ ກັກກັນພືດ (ສະບັບປັບປຸງ) ແລ້ວ, ຜູ້ນຳເຂົ້າ ແລະ ສົ່ງຜ່ານ ຍັງມີສິດ ດັ່ງນີ້:

  1. ດຳເນີນທຸລະກິດຂອງຕົນ ກ່ຽວກັບ ການນຳເຂົ້າ ແລະ ສົ່ງຜ່ານ ໃຫ້ຖືກ ຕ້ອງຕາມການອະນຸຍາດ, ມາດຕະຖານເຕັກນິກ, ກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ;
  2. ໄດ້ຮັບຂໍ້ມູນ ກ່ຽວກັບ ມາດຕະການດ້ານສຸຂານາໄມພືດທີ່ເປັນຂໍ້ບັງຄັບ ຊຶ່ງກຳນົດໂດຍອົງການຄຸ້ມຄອງວຽກງານ ປ້ອງກັນ ແລະ ກັກກັນພືດ;
  3. ຂໍຂໍ້ມູນການກວດກາ ຈາກເຈົ້າໜ້າທີ່ກັກກັນພືດປະຈຳດ່ານກັກກັນພືດ;
  4. ປ້ອງກັນບໍ່ໃຫ້ຜູ້ອື່ນ ເປີດເຜີຍ, ຄອບຄອງ ຫຼື ນຳໃຊ້ຂໍ້ມູນຄວາມລັບທາງກ້ານຄ້າຂອງຕົນ;
  5. ຮ້ອງທຸກ ຕໍ່ອົງການທີ່ກ່ຽວຂ້ອງ ກ່ຽວກັບ ການລະເມີດກົດໝາຍ ແລະ ລະບຽບການ ຂອງພະນັກງານ ແລະ ເຈົ້າໜ້າທີ່ກັກກັນພືດ.

ມາດຕາ 37 ພັນທະ ຂອງຜູ່ນຳເຂົ້າ ແລະ ສົ່ງຜ່ານ

ນອກຈາກ ສິດ ແລະ ພັນທະ ທີ່ກຳນົດໄວ້ໃນມາດຕາ 57 ຂອງກົດໝາຍວ່າດ້ວຍການປ້ອງກັນ ແລະ ກັກກັນພືດ (ສະບັບປັບປຸງ) ແລ້ວ, ຜູ້ນຳເຂົ້າ ແລະ ສົ່ງຜ່ານ ຍັງມີ ພັນທະ ດັ່ງນີ້:

  1. ແຈ້ງໃຫ້ກົມປູກຝັງຊາບ ກ່ຽວກັບ ວັນ, ເດືອນ, ປີ ທີ່ນຳເຂົ້າຊຸດສິນຄ້າ;
  2. ເປັນເຈົ້າການ  ກັກກັນ, ຄວບຄຸມ ແລະ ກຳຈັດສັດຕູພືດ, ຂ້າເຊື້ອພະຍາດພືດ ພ້ອມທັງນຳໃຊ້ທຸກວິທີການເພື່ອສະກັດກັ້ນ ແລະ ແກ້ໄຂປະກົດການ ທີ່ເປັນສາເຫດໃຫ້ເກີດການແຜ່ລະບາດຂອງສັດຕູພືດ ໃນລະຫວ່າງ ການນຳເຂົ້າ ຫຼື ສົ່ງຜ່ານພືດ;
  3. ບໍ່ປ່ອຍ ຫຼື ປົນຊຸດສິນຄ້າ ໃນໄລຍະເວລາການກັກກັນພາຍຫຼັງການນຳເຂົ້າ, ຍົກເວັ້ນມີການອະນຸຍາດຢ່າງເປັນລາຍລັກສອນ ຈາກກົມປູກຝັງ;
  4. ໃຫ້ຄວາມຮ່ວມມືແກ່ກົມປູກຝັງ ແລະ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ຫຼື ດ່ານກັກກັນພືດ ເຂົ້າເຖິງສະຖານທີ່ກັກແຍກປ່ຽວໄດ້ ຫຼື ປະຕິບັດ ຕາມບົດແນະນຳຂອງກົມປູກຝັງ ກ່ຽວກັບ ສະຖະຖານທີ່ກັກກັນດັ່ງກ່າວ ຫຼື ນຳໃຊ້ມາດຕະການສຸຂານາໄມພືດ ຕໍ່ຊຸດສິນຄ້າທີ່ນເຂົ້ານັ້ນ;
  5. ເກັບຮັກສາຊຸດກວດກາທີ່ກຳນົດລາຍການໄວ້ເພື່ອຊ່ວຍໃນການກວດກາ ແລະ ຮັບປະກັນການປ້ອງກັນພືດທີ່ເໝາະສົມ ແລະ ບັນທືກຂໍ້ມູນໃນສວນກ້າ;
  6. ຮັບຜິດຊອບຄ່າໃຊ້ຈ່າຍທັງໝົດ ກ່ຽວກັບ ການກວດກາຫຼັງການນຳເຂົ້າ.

ໝວດ​ທີ 7

ຂໍ້​ຫ້າມ

ມາດ­ຕາ 37     ຂໍ້​ຫ້າມ​ທົ່ວ​ໄປ

ຫ້າມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີພຶດຕິກຳ ດັ່ງນີ້:

  1. ນຳເອົາພືດ, ຜະ­ລິດຕະ​ພັນພືດ ແລະ ວັດຸຖຸຕ້ອງຄວບ​ຄຸມ ທີ່ເປັນອັນຕະລາຍ ຕໍ່ ພືດ, ຄົນ, ສັດ ແລະ ສິ່ງແວດລ້ອມ ເຂົ້າ ແລະ ສົ່ງຜ່ານ ສປປ ລາວ;
  2. ນຳເຂົ້າ, ສົ່ງຜ່ານ ແລະ ເຄື່ອນຍ້າຍ ພືດ, ຜະ­ລິດ​ຕະ​ພັນພືດ ແລະ ວັດຸຖຸຕ້ອງຄວບ​ຄຸມ ໂດຍບໍ່​ໄດ້​ຮັບ​ອະ​ນຸ​ຍາດ ຈາກອົງການຄຸ້ມຄອງວຽກງງານປ້ອງກັນ ແລະ ກັກກັນພືດ;
  3. ນຳເຂົ້າ, ສົ່ງຜ່ານ, ​ຂະຫຍາຍ ຫຼື ມີໄວ້ໃນຄອບຄອງ ສັດຕູພືດຄວບຄຸມ ໂດຍບໍ່ໄດ້ຮັບອະນຸຍາດ;
  4. ດຳ​ເນີນ​ທຸ​ລະ​ກິດ ນຳເຂົ້າ ຫຼື ສົ່ງຜ່ານ ​ພືດ, ຜະ​ລິດ​ຕະ​ພັນ​ພືດ ແລະ ວັດ​ຖຸ​ຕ້ອງ​ຄວບ​ຄຸມ ໂດຍບໍ່ໄດ້ຮັບອະນຸຍາດ;
  5. ອອກໃບອະນຸຍາດນຳເຂົ້າ ຫຼື ສົ່ງຜ່ານ ໂດຍບໍ່ໄດ້ຮັບມອບໝາຍ;
  6. ໃຫ້​ສິນ​ບົນ, ໃຫ້ຂໍ້ມູນ​ທີ່ບໍ່ຖືກ­ຕ້ອງ ຕໍ່​ພະ­ນັກ­ງານ ແລະ ເຈົ້າ​ໜ້າ­ທີ່ກັກກັນພືດ, ປອມແປງ​ເອກະສານ ແລະ ປະ­ທັບ​ຕາ ກ່ຽວ​ກັບ ການ​ປ້ອງກັນ ແລະ ກັກກັນພືດ;
  7. ນາບ​ຂູ່, ກົດ​ໜ່ວງຖ່ວງ­ດຶງ ແລະ ຂັດ­ຂວາງການ​ປະ­ຕິ­ບັດ​ໜ້າ­ທີ່ ຂອງ​ພະ­ນັກ­ງານ ແລະ ເຈົ້າ​ໜ້າ­ທີ່ກັກກັນພືດ;
  8. ໂຄ​ສະນາ ກ່ຽວ​ກັບ ​ວຽກ​ງານນຳເຂົ້າ ຫຼື ສົ່ງຜ່ານ ພືດ, ຜະ​ລິດ​ຕະ​ພັນ​ພືດ ແລະ ວັດຖຸ​ຕ້ອງ​ຄວບ​ຄຸມ ເກີນຄວາມ​ເປັນ​ຈິງ;
  9. ຫຼຸດ ຫຼື ເພີ່ມ ປະລິມານຊຸດສິນຄ້າ ຫຼື ປ່ຽນແປງປະພດສິນຄ້າ ພາຍຫຼັງການຢັ້ງຢືນສຸຂານາໄມພືດໄດ້ຮັບອະນຸຍາດ ໃຫ້ນຳເຂົ້າ ຫຼື ສົ່ງຜ່ານ;
  10. ມີ​ພຶດ­ຕິກຳອື່ນ ທີ່ເປັນການ​ລະ­ເມີດ​ກົດ­ໝາຍ ແລະ ລະ­ບຽບການ.

ມາດ­ຕາ 39    ຂໍ້​ຫ້າມ​ສຳ­ລັບ​ພະ­ນັກ­ງານ ແລະ ເຈົ້າ​ໜ້າ­ທີ່​ກັກ​ກັນ​ພືດ

ນອກຈາກຂໍ້ຫ້າມທົ່ວໄປ ທີ່ກຳນົດໄວ້ໃນມາດຕາ 38 ຂອງຂໍ້ຕົກລົງສະບັບນີ້ ຫ້າມ​ ​ພະ­ນັກ­ງານ ແລະ ເຈົ້າ​ໜ້າ­ທີ່​ກັກ​ກັນ​ພືດ ມີພຶດຕິກຳ ດັ່ງນີ້:

  1. ສວຍ​ໃຊ້​ ສິດ, ໜ້າ­ທີ່ ແລະ ຕຳ­ແໜ່ງ, ຮັບ​ສິນ​ບົນ, ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຜົນ​ປະ­ໂຫຍດ ຂອງ​ລັດ, ລວມ​ໝູ່ ຫຼື ບຸກ­ຄົນ;
  2. ເປີດ­ເຜີຍ​ຄວາມ​ລັບ ຂອງ ລັດ ຫຼື ທາງ​ລັດ​ຖະ​ການ ລວມ​ທັງ​ຂໍ້​ມູນ​ຂອງ​ຜູ້​ປະ​ກອບ​ການ;
  3. ປອມ​ແປງ​ເອ­ກະ​ສານ ຫຼື ເອ­ກະ­ສານ​ບໍ່​ຖືກ­ຕ້ອງ ຕາມ​ລະ­ບຽບ​ການ;
  4. ອອກໃບຢັ້ຢືນສຸຂານາໄມພືດ ພາຍຫຼັງສົ່ງອອກສິນຄ້າ;
  5. ຂາດ​ຄວາມ​ຮັບ­ຜິດ­ຊອບ ຫຼື ປະ­ຕິ­ບັດ​ໜ້າ­ທີ່​ດ້ວຍ​ຄວາມ​ປະ­ໝາດທີ່ກໍ່­ໃຫ້­ເກີດ​ຄວາມ​ເສຍ​ຫາຍ;
  6. ເມີນ­ເສີຍ​ຕໍ່​ລະ­ບຽບ​ການ, ຫຼັກ­ການ​ໃນ​ການ​ກວດ­ກາ ພືດ, ຜະ­ລິດ​ຕະ​ພັນ​ພືດ ແລະ ວັ​ດຖຸ​ຕ້ອງ​ຄວບ​ຄຸມ, ແກ້​ໄຂ​ວຽກ​ງານ ໂດຍ​ບໍ່​ຖືກ­ຕ້ອງ​ຕາມ​ມາດ​ຕະ­ການ​ເຕັກ­ນິກ;
  7. ເພີ່ມ ຫຼື ຫຼຸດ​ ອັດ­ຕາ​ຄ່າ​ທຳ­ນຽມ, ຄ່າ​ບໍ­ລິ­ການ​ວິ­ຊາ​ການ ຫຼື ນຳ​ໃຊ້​ລາຍ​ຮັບ​ດັ່ງ​ກ່າວ;
  8. ​ພົວ­ພັນ​ ​ດ້ານ​ການ​ເງິນ, ສ່ວນ​ຕົວ ແລະ ຜົນ​ປະ­ໂຫຍດ ໃນ​ການຂຶ້ນ​ທະ​ບຽນ​ສະ​ຖານ​ທີ່ປະ​ກອບ​ການ​ຜະ​ລິດ, ​ອອກ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບ​ສົ່ງ​ອອກ ຫຼື ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບ​ສົ່ງ​ອອກ​ຕໍ່;
  9. ມີ​ພຶດ­ຕິ​ກຳ​ອື່ນ ທີ່​ເປັນ​ການ​ລະ­ເມີດ​ກົດ­ໝາຍ ແລະ ລະ­ບຽບ​ການ.

ໝວດ​ທີ 8

ການ​ຄຸ້ມ​ຄອງ​ການ​ນຳ​ເຂົ້າ​ ແລະ​ ສົ່ງ​ຜ່ານ ​ພືດ, ຜະ­ລິດ​ຕະ​ພັນ​ພືດ ​ແລະ ​ວັດ­ຖຸ​ຕ້ອງ​ຄວບ​ຄຸມ

ມາດ­ຕາ 40  ການ​ຄຸ້ມ​ຄອງ​ການ​ນຳ​ເຂົ້າ ​ແລະ ​ສົ່ງ​ຜ່ານ​ ພືດ, ຜະ­ລິດ​ຕະ​ພັນ​ພືດ​ ແລະ​ ວັດ­ຖຸ​ຕ້ອງ​ຄວບ​ຄຸມ

ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ ຄຸ້ມ​ຄອງ​ການ​ນຳ​ເຂົ້າ ແລະ ສົ່ງ​ຜ່ານ ພືດ, ຜະ­ລິດ​ຕະ​ພັນ​ພືດ ແລະ ວັດຖຸ​ຕ້ອງ​ຄວບ​ຄຸມ ຢ່າງ​ລວມ​ສູນ ແລະ ເປັນ​ເອ­ກະ​ພາບ ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ໂດຍ​ມອບ​ໃຫ້​ກົມ​ປູກຝັງ ເປັນ​ເຈົ້າ​ການ​ຮັບ­ຜິດ­ຊອບ​ໂດຍ​ກົງ ແລະ ປະ­ສານ​ສົມ­ທົບ​ກັບ​ພາກ­ສ່ວນ​ກ່ຽວ­ຂ້ອງ ເປັນ­ຕົ້ນ ຂະ­ແໜງ­ການ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ, ສາ­ທາ­ລະ­ນະ​ສຸກ, ການ​ເງິນ, ປ້ອງ​ກັນ​ຄວາມ​ສະ­ຫງົບ ແລະ ອົງ­ການ​ປົກ­ຄອງ​ທ້ອງ­ຖິ່ນ​ທີ່​ກ່ຽວ​ຂ້ອງ.

ອົງ­ການ​ຄຸ້ມ​ຄອງ​ການ​ນຳ​ເຂົ້າ ແລະ ສົ່ງ​ຜ່ານ ພືດ, ຜະ­ລິດ​ຕະ​ພັນ​ພືດ ແລະ ວັດ­ຖຸ​ຕ້ອງ​ຄວບ​ຄຸມ ແມ່ນອົງການດຽວກັນກັບອົງການຄຸ້ມຄອງວຽກງານປ້ອງກັນພືດ ແລະ ກັກກັນພືດ ຕາມທີ່ກຳນົດໄວ້ໃນມາດຕາ 67 ຂອງກົດໝາຍວ່າດ້ວຍການປ້ອງກັນ ແລະ ກັກກັນພືດ (ສະບັບປັບປຸງ) ຊຶ່ງປະ­ກອບ​ດ້ວຍ:

  1. ກະຊວງກະສິກຳ ແລະ ປ່າໄມ້ ໂດຍແມ່ນ ກົມປູກຝັງ ເປັນເສນາທິການ;
  2. ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້​ແຂວງ, ນະ­ຄອນ­ຫຼວງ ໂດຍແມ່ນ ຂະແໜງປູກຝັງ ເປັນເສນາທິການ;
  3. ດ່ານ​ກັກ​ກັນ​ພືດ​ສາ​ກົນ,

ມາດ­ຕາ 41  ສິດ ​ແລະ ​ໜ້າ­ທີ່​ ຂອງ​ ກົມ​ປູກ­ຝັງ

ໃນການຄຸ້ມຄອງການນຳເຂົ້າ ແລະ ສົ່ງຜ່ານ ພືດ, ຜະ­ລິດ​ຕະ​ພັນ​ພືດ ແລະ ວັດ­ຖຸ​ຕ້ອງ​ຄວບ​ຄຸມກົມປູກຝັງ, ກະ­ຊວງ​ກະ­ສິ­ກຳ ​ແລະ ​ປ່າ­ໄມ້ ​ມີ ​ສິດ ​ແລະ ​ໜ້າທີ່ຕົ້ນຕໍ ​ດັ່ງ­ນີ້:

  1. ສ້າງ​ຄູ່​ມື​ ແລະ ​ບົດ​ແນະ­ນຳ ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ລະ­ບົບ​ຄຸ້ມ​ຄອງ​ການ​ນຳ​ເຂົ້າ​ ພືດ, ຜະ­ລິດ​ຕະ​ພັນ​ພືດ ​ແລະ ​ວັດ­ຖຸ​ຕ້ອງ​ຄວບ​ຄຸມ ​ໃຫ້​ມີ​ຄວາມ​ເອ­ກະ​ພາບ ​ແລະ​ ສອດ­ຄ່ອງ​ໃນ​ຂອບ​ເຂດ​ທົ່ວ​ປະເທດ;
  2. ໂຄສະນາເຜີຍແຜ່ຂໍ້ມູນ ຂ່າວສານ ກ່ຽວກັບ ເງື່ອນໄຂ ແລະ ລະບຽບການ ນຳເຂົ້າ ແລະ ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ດ້ວຍຫຼາຍຮູບການ ເປັນຕົ້ນ ຈົດໝາຍເຫດທາງລັດຖະການ, ເວັບໄຊຂອງກົມປູກຝັງ,​ ວິທະຍຸ, ໜັງສືພິມ, ຕິດປະກາດຢູ່ດ່ານນຳເຂົ້າ, ປ່ອງເອກະສານຂາອອກ-ຂາເຂົ້າ ຂອງກົມປູກຝັງ, ສະຖານທີ່ສາທາລະນະອື່ນ ທີ່ກ່ຽວຂ້ອງ;
  3. ດຳ­ເນີນ​ການ​ວິ­ໄຈ​ຄວາມ​ສ່ຽງ​ສັດ­ຕູ​ພືດ​ ຫຼື​ ຮັບ­ຮອງ​ເອົາ ​ເງື່ອນ­ໄຂ​ດ້ານ​ສຸ­ຂາ​ນາ​ໄມ​ພືດ ​ສໍາ​ລັບ​ການ​ນຳ​ເຂົ້າ​ທີ່​ເຫັນ​ວ່າ​ເທົ່າ​ທຽມ​ກັບ​ປະ­ເທດ​ຄູ່​ຄ້າ ​ຫຼື ​ພາກ​ພື້ນ, ສ້າງ​ບັນ­ຊີ​ສັດ­ຕູ​ພືດ​ກັກ​ກັນ,  ບັນ­ຊີ​ສັດ­ຕູ​ພືດ​ຄວບ​ຄຸມ, ບັນ­ຊີ​ພືດ, ຜະ­ລິດ​ຕະ​ພັນ​ພືດ​ ແລະ ​ວັດ­ຖຸ​ຕ້ອງ​ຄວບ​ຄຸມ ​ທີ່​ຕ້ອງ​ຂໍ­ອະ­ນຸ­ຍາດ​ນຳ​ເຂົ້າ;
  4. ດຳ­ເນີນ​ການ​ກວດ­ກາ​ກ່ອນ​ການ​ນຳ​ເຂົ້າ​ຢູ່​ປະ­ເທດ​ແຫຼ່ງ​ກຳ­ເນີດ;
  5. ອອກ,ໂຈະ​ ຫຼື​ ຍົກ­ເລີກ​ການ​ອະ­ນຸ​ຍາດ​ນໍາ​ເຂົ້າ​ ແລະ ​ສົ່ງ​ຜ່ານ, ສະ­ຖານ­ທີ່​ກັກ​ກັນ​ພາຍ­ຫຼັງ​ນຳ​ເຂົ້າ;
  6. ຄົ້ນ­ຄວ້າ ​ແລະ ມອບໝາຍສິດໃຫ້ ​ພະ​ແນ​ກ​ກະ​ສິ​ກໍາ ​ແລະ​ ປ່າ­ໄມ້ ແຂວງ, ນະ­ຄອນ­ຫຼວງ ​ທີ່ມີເງື່ອນໄຂໃນການອອກ​ໃບ​ອະ­ນຸ​ຍາດ​ນໍາ​ເຂົ້າ ແລະ ສົ່ງຜ່ານ ​ພືດ, ຜະ­ລິດ​ຕະ​ພັນ​ພືດ​ ແລະ ​ວັດ­ຖຸ​ຄວບ​ຄຸມ​ ທີ່​ບໍ່​ນອນ​ຢູ່​ໃນ​ບັນ­ຊີ​ທີ່​ຕ້ອງ​ຂໍ​ອະ­ນຸ​ຍາດ​ນໍາ​ເຂົ້າ ​ແລະ ​ກໍາ​ນົດ​ດ່ານ​ນໍາ​ເຂົ້າ​ສະ­ເພາະ;
  7. ນຳ​ໃຊ້​ມາດ​ຕະ­ການ​ສຸ­ຂາ​ນາ​ໄມ​ພືດ​ ຕໍ່​ກັບ​ຊຸດ​ສິນ­ຄ້າ ​ແລະ​ ຜູ້​ລະ­ເມີດ​ຂໍ້​ກຳ­ນົດ​ເງື່ອນ­ໄຂ​ດ້ານ​ສຸ­ຂາ​ນາ​ໄມ​ພືດ ​ຂອງ​ ສປປ ​ລາວ ​ຫຼື​ ການ​ປະ­ຕິ­ບັດ​ດ້ານ​ສຸ­ຂາ​ນາ​ໄມ​ພືດ​ແບບ​ສຸກ​ເສີນ ​ລວມ​ທັງ​ການ​ບຳ­ບັດ​ຊຸດ​ສິນ­ຄ້າ, ການ​ສົ່ງ​ກັບ​ຄືນ​ປະ­ເທດ​ສົ່ງ​ອອກ ​ຫຼື​ ການ​ທໍາ​ລາຍ​ຖີ້ມ ຕາມຫຼັກວິຊາການ;
  8. ແຈ້ງ​ ແລະ ​ປະ­ສານ​ສົມ­ທົບ​​ສອງ​ຝ່າຍ ກັບ ເລ­ຂາ­ທິ­ການ​ສົນ­ທິ­ສັນ­ຍາ​ປ້ອງ​ກັນ​ພືດ​ສາ­ກົນ (IPPC), ອົງ­ການ​ປ້ອງ​ກັນ​ພືດ​ແຫ່ງ​ຊາດ (NPPO) ຂອງ​ປະ­ເທດ​ສົ່ງ​ອອກ, ອົງ­ການ​ປ້ອງ​ກັນ​ພືດ​ພາກ​ພື້ນ​ ໃນ​ກໍ­ລະ­ນີ​ ທີ່​ຕ້ອງ​ໄດ້​ປະ­ຕິ­ບັດ​ມາດ​ຕະ­ການ​ສຸ­ຂາ​ນາ​ໄມ​ພືດ ​ແລະ​ ແຈ້ງ​ກໍ­ລະ­ນີ​ທີ່​ບໍ່​ສອດ­ຄ່ອງ​ໃຫ້​ປະເທດ​ຄູ່​ຄ້າ​ຊາບ;
  9. ຝຶກ​ອົບ­ຮົມ ​ແລະ ​ສ້າງ​ຄວາມ​ເຂັ້ມ­ແຂງ ​ໃຫ້​ແກ່​ບຸກ​ຄະ­ລາ​ກອນ ​ຜູ້​ທີ່​ຮັບ­ຜິດ­ຊອບ​ຄຸ້ມ​ຄອງ​ການ​ນໍາ​ເຂົ້າ​ ແລະ ​ສົ່ງ​ຜ່ານ ​ພືດ, ຜະ­ລິດ​ຕະ​ພັນ​ພືດ ​ແລະ ​ວັດ­ຖຸ​ຕ້ອງ​ຄວບ​ຄຸມ;
  10. ຊີ້​ນຳ, ຕິດ­ຕາມ ​ແລະ ​ປະ​ເມີນ​ຜົນ​ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ການ​ນໍາ​ເຂົ້າ ​ແລະ​ ສົ່ງ​ຜ່ານ ​ພືດ, ຜະ­ລິດ​ຕະ​ພັນ​ພືດ ​ແລະ ​ວັດ­ຖຸ​ຕ້ອງ​ຄວບ​ຄຸມ ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ;
  11. ແຈ້ງໃຫ້ປະເທດພາຄີຂອງສົນ­ທິ­ສັນ­ຍາ​ປ້ອງ​ກັນ​ພືດ​ສາ­ກົນ (IPPC) ກ່ຽວກັບ ກໍລະນີມີການລະເມີດຂໍ້ກຳນົດເງື່ອນໄຂດ້ານສຸຂານາໄມພືດ ໃນການນຳເຂົ້າ, ກວດກາພົບສັດຕູພືດກັກກັັນ ຫຼື ສັດຕຸພືດ ທີ່ບໍ່ຕ້ອງກັກກັນແຕ່ຕ້ອງຄວບຄຸມ ແລະ ການປະຕິບັດ ມາດຕະການສຸຂານາໄມພືດສຸກເສີນ;
  12. ສະ­ຫຼຸບ​ ແລະ ​ລາຍ​ງານ​ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ການ​ນໍາ​ເຂົ້າ ​ແລະ ​ສົ່ງ​ຜ່ານ ​ພືດ, ຜະ­ລິດ​ຕະ​ພັນ​ພືດ ​ແລະ ​ວັດ­ຖຸ​ຕ້ອງ​ຄວບ​ຄຸມ ​ໃຫ້­ການ​ນຳ​ກະ­ຊວງ​ກະ­ສິ­ກຳ ​ແລະ ​ປ່າ­ໄມ້​ ຢ່າງ​ເປັນ​ລະ­ບົບ ​ແລະ ​ຕໍ່​ເນື່ອງ.
  13. ນໍາໃຊ້ສິດ ແລະ ປະ­ຕິ­ບັດ​ຕາມ​ໜ້າ­ທີ່​ອື່ນ ຕາມກົດໝາຍ ແລະ ລະບຽບການ.

ມາດ­ຕາ 42  ສິດ ​ແລະ ​ໜ້າ­ທີ່​ ຂອງ​ ພະ​ແນ​ກ​ກະ­ສິ­ກຳ​ ແລະ ​ປ່າ­ໄມ້ ​ແຂວງ, ນະ­ຄອນ­ຫຼວງ

ໃນການຄຸ້ມຄອງການນຳເຂົ້າ ແລະ ສົ່ງຜ່ານ ພືດ, ຜະ­ລິດ​ຕະ​ພັນ​ພືດ ແລະ ວັດ­ຖຸ​ຕ້ອງ​ຄວບ​ຄຸມ ພະ​ແນ​ກ​ກະ­ສິ­ກຳ ​ແລະ ​ປ່າ­ໄມ້ ​ແຂວງ, ນະ­ຄອນ­ຫຼວງ ​ມີ​ສິດ ​ແລະ ​ໜ້າທີ່ ຕົ້ນຕໍ ​ດັ່ງ­ນີ້:

  1. ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບ ເງື່ອນໄຂ ແລະ ລະບຽບນຳເຂົ້າ ແລະ ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ດ້ວຍຫຼາຍຮູບການ ເປັນຕົ້ນ ວິທະຍຸ, ໜັງສືພິມ, ຕິດປະກາດຢູ່ດ່ານນຳເຂົ້າ, ປ່ອງເອກະສານຂາອອກ-ຂາເຂົ້າ ພະແນກກະສິກຳ ແລະ ປ່າໄມ້, ສະຖານທີ່ສາທາລະນະອື່ນທີ່ກ່ຽວຂ້ອງ;
  2. ອອກ, ໂຈະ ​ຫຼື​ ຍົກ­ເລີກ​ໃບ​ອະ­ນຸ­ຍາດ​ນຳ​ເຂົ້າ ​ແລະ​ ສົ່ງ​ຜ່ານ​ ພືດ, ຜະ­ລິດ​ຕະ​ພັນ​ພືດ​ ແລະ ​ວັດ­ຖຸ​ຕ້ອງ​ຄວບ​ຄຸມ ທີ່​ບໍ່​ນອນ​ໃນ​ບັນ­ຊີ​ທີ່​ຕ້ອງ​ຂໍ­ອະ­ນຸ­ຍາດ​ນຳ​ເຂົ້າ ຕາມການມອບໝາຍຂອງກົມປູກຝັງ;
  3. ແຈ້ງ​ ແລະ​ ລາຍ​ງານ​ ໃຫ້​ກົມ​ປູກ­ຝັງ​ຊາບ​ທັນ­ທີ ​ກ່ຽວ​ກັບ​ ການ​ກວດ​ພົບ​ຄວາມ​ບໍ່​ຖືກ­ຕ້ອງ ​ແລະ ​ບໍ່​ສອດຄ່ອງ;
  4. ປະ­ສານ​ສົມ­ທົບ​ກັບ​ພະ­ແນກ­ການ ແລະ ພາກ­ສ່ວນ​ອື່ນ​ທີ່​ກ່ຽວ­ຂ້ອງ​ ຂອງ​ແຂວງ, ນະ­ຄອນ­ຫຼວງ ໃນ​ການຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານຄຸ້ມ​ຄອງ​ການ​ນຳ​ເຂົ້າ ແລະ ສົ່ງ​ຜ່ານ ພືດ, ຜະ­ລິດ​ຕະ​ພັນ​ພືດ ແລະ ວັດ­ຖຸ​ຕ້ອງ​ຄວບ​ຄຸມ;
  5. ຝຶກ​ອົບ­ຮົມ​ ແລະ ​ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ແກ່​ບຸກ​ຄະ­ລາ​ກອນ​ ຜູ້​ທີ່​ຮັບ­ຜິດ­ຊອບ​ຄຸ້ມ​ຄອງ​ການ​ນໍາ​ເຂົ້າ ​ແລະ​ ສົ່ງ​ຜ່ານ ​ພືດ, ຜະ­ລິດ​ຕະ​ພັນ​ພືດ ​ແລະ ​ວັດ­ຖຸ​ຕ້ອງ​ຄວບ​ຄຸມ;
  6. ມອບ​ສຳ​ເນົາ​ບົດ​ລາຍ​ງານ​ການ​ກວດ­ກາ ​ແລະ ​ລາຍ​ງານ​ເປັນ​ແຕ່​ລະ​ໄລ­ຍະ​ ໃຫ້​ກົມ​ປູກ­ຝັງ;
  7. ນໍາໃຊ້ສິດ ແລະ ປະ­ຕິ­ບັດ​ຕາມ​ໜ້າ­ທີ່​ອື່ນ ຕາມກົດໝາຍ ແລະ ລະບຽບການ;

ມາດ­ຕາ 43  ສິດ ​ແລະ​ ໜ້າ­ທີ່​ ຂອງ ​ດ່ານ​ກັກ​ກັນ​ພືດ

ໃນ​ການ​ຄຸ້ມ​ຄອງ​ການ​ນຳ​ເຂົ້າ ແລະ ສົ່ງ​ຜ່ານ ພືດ, ຜະ­ລິດ​ຕະ​ພັນ​ພືດ ແລະ ວັດ­ຖຸ​ຕ້ອງ​ຄວບ​ຄຸມ ດ່ານ​ກັກ​ກັນ​ພືດ​ ທີ່ໄດ້ຮັບມອບໝາຍຈາກກົມປູກຝັງ ຫຼື ອົງການປ້ອງກັນພືດແຫ່ງຊາດ ຂອງ ສປປ ລາວ ມີສິດ ແລະ ໜ້າ­ທີ່ ຕາມ​ຂອບ​ເຂດ​ຄວາມ​ຮັບ­ຜິດ­ຊອບ ດັ່ງ­ນີ້:

  1. ແຈ້ງ​ ແລະ ​ລາຍ​ງານ ​ໃຫ້ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແລະ ກົມ​ປູກ­ຝັງ​ຊາບ​ທັນ­ທີ​ ກ່ຽວ​ ກັບ​ການ​ກວດ​ພົບ​ຄວາມ​ບໍ່​ຖືກ­ຕ້ອງ ​ແລະ ​ບໍ່​ສອດ­ຄ່ອງ;
  2. ດຳ­ເນີນ​ການ​ສຳ­ຫຼວດ ​ແລະ ​ກວດ­ກາ​ສັດ­ຕູ​ພືດ ​ໃນ​ເວ­ລາ​ການ​ນຳ​ເຂົ້າ​ ພືດ, ຜະ­ລິດ​ຕະ​ພັນ​ພືດ ​ແລະ​ ວັດ­ຖຸ​ຄວບ​ຄຸມ;
  3. ກັກ, ແຍກ​ປ່ຽວ, ສົ່ງ​ຕົວ­ຢ່າງ​ໄປ​ວິ­ໄຈ, ບຳ­ບັດ, ປະ­ຕິ­ເສດ​ການ​ນຳ​ເຂົ້າ, ສົ່ງ​ກັບ​ຄືນ, ທຳ­ລາຍ ຫຼື ນຳ​ໃຊ້​ມາດ​ຕະ­ການ​ອື່ນ​ຕໍ່ ​ພືດ, ຜະ­ລິດ​ຕະ​ພັນ​ພືດ ຫຼື ວັດ­ຖຸ​ຕ້ອງ​ຄວບ​ຄຸມ ທີ່​ມີ​ສັດ­ຕູ​ພືດຄວບ​ຄຸມ;
  4. ນຳ​ໃຊ້​ມາດ​ຕະ­ການ​ສຸ­ຂາ​ນາ​ໄມ​ພືດ​ຕໍ່​ຊຸດ​ສິນ­ຄ້າ ​ແລະ ​ຜູ້​ລະ­ເມີດ​​ເງື່ອນ­ໄຂ​ດ້ານ​ສຸ­ຂາ​ນາ​ໄມ​ພືດ ​ຂອງ​ ສປປ ​ລາວ ​ຫຼື​ ການ​ປະ­ຕິ­ບັດ​ມາດ​ຕະ­ການ​ສຸ­ຂາ​ນາ​ໄມ​ພືດ​ແບບ​ສຸກ​ເສີນ ​ລວມ​ທັງ​ການ​ບຳ­ບັດ​ວັດ­ຖຸ​ຕ້ອງ​ຄວບ​ຄຸມ, ການ​ສົ່ງ​ກັບ​ຄືນປະ­ເທດ​ສົ່ງ​ອອກ ຫຼື​ ທຳ­ລາຍ​ຖິ້ມ;
  5. ມອບ​ສຳ​ເນົາ​ບົດ​ລາຍ​ງານ​ການ​ກວດ­ກາ ​ແລະ ​ລາຍ​ງານ​ເປັນ​ແຕ່​ລະ​ໄລ­ຍະ;
  6. ນໍາໃຊ້ສິດ ແລະ ປະ­ຕິ­ບັດ​ຕາມ​ໜ້າ­ທີ່​ອື່ນ ຕາມກົດໝາຍ ແລະ ລະບຽບການ;

ໝວດ​ທີ 9

ບົດ​ບັນ­ຍັດ​ສຸດ​ທ້າຍ

ມາດ­ຕາ 44 ການ​ເກັບ​ຄ່າ​ທໍາ​ນຽມ ແລະ ຄ່າ​ບໍ­ລິ­ການ

ກົມ​ປູກ​ຝັງ, ​ພະ​ແນ​ກ​ກະ­ສິ­ກຳ ​ແລະ ​ປ່າ­ໄມ້​ແຂວງ, ນະ­ຄອນ­ຫຼວງ​ ແລະ ດ່ານກັກກັນພືດ ຕ້ອງ​​ເກັບຄ່າ​ທໍາ​ນຽມ ແລະ ຄ່າບໍລິການ ​ສໍາ​ລັບ​ການ​ກວດກາ, ເກັບຕົວ­ຢ່າງ, ການ​ວິ­ໄຈ, ການບໍາ​ບັດ​ ແລະ ການອອກໃບ​ອະ­ນຸ​ຍາດ​ນໍາ​ເຂົ້າ, ໃບອະນຸຍາດສົ່ງຜ່ານ ລວມທັງ ຄ່າທຳນຽມ ແລະ ຄ່າບໍລິການອື່ນ ກ່ຽວກັບ ການນຳເຂົ້າ ​ແລະ ​ສົ່ງ​ຜ່ານ ​ພືດ, ຜະ­ລິດ​ຕະ​ພັນ​ພືດ ​ແລະ ​ວັດ­ຖຸ​ຕ້ອງ​ຄວບ​ຄຸມ​​​ ຕາມທີ່ກຳນົດໄວ້ໃນ ລັດ​ຖະ​ບັນຍັດ​​ຂອງ​ປະ­ທານ​ປະ­ເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ທີ່ປະ­ກາດ​ໃຊ້​ໃນ​ແຕ່​ລະ​ໄລ­ຍະ.

ມາດ­ຕາ 45  ການ­ຈັດ­ຕັ້ງ​ປະ­ຕິ­ບັດ

ກົມ​ປູກ​ຝັງ ແລະ​ ພະ​ແນ​ກ​ກະ­ສິ­ກຳ ​ແລະ ​ປ່າ­ໄມ້​ແຂວງ, ນະ­ຄອນ­ຫຼວງ ແລະ ດ່ານກັກກັນພືດ ເປັນເຈົ້າການ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຂໍ້​ຕົກ­ລົງ​ສະ­ບັບ​ນີ້ ໂດຍປະ­ສານ​ສົມ­ທົບ​ກັບ​ຂະ­ແໜງ­ການ ແລະ ອົງການ​ອື່ນ​ທີ່​ກ່ຽວ­ຂ້ອງ​ ເພື່ອ​ຈັດ​ຕັ້ງ​ປະ­ຕິ­ບັດ ໃຫ້​ມີ​ປະ­ສິດ​ທິ​ຜົນ.

ມາດ­ຕາ 46  ຜົນ​ສັກ­ສິດ

ຂໍ້​ຕົກ­ລົງ​ສະ­ບັບ​ນີ້ ​ມີ​ຜົນ​ສັກ­ສິດ​ ນັບ​ແຕ່​ວັນ​ລົງ​ລາຍ​ເຊັນ​ ແລະ​ ພາຍ­ຫຼັງ​ໄດ້​ລົງເຜີຍແຜ່​ໃນ​ຈົດ­ໝາຍເຫດ​ທາງ​ລັດ​ຖະ​ການ ​ສິບ​ຫ້າ ​ວັນ. 

ເຊັນແທນ ລັດ­ຖະ­ມົນ­ຕີກະຊວງກະສິກຳ ແລະ ປ່າໄມ້

ບຸນຂວາງ ຄຳບຸນເຮືອງ

 

# ຫົວຂໍ້ ດາວໂຫຼດ
1 Decision on the Phytosanitary Measures for Import and Transit of plants, plant product, and control materials No. 2985/MAF, dated 28 June 2019 PDF
2 ຂໍ້ຕົກລົງ ວ່າດ້ວຍ ມາດຕະການສຸຂານາໄມພືດ ສຳລັບການນຳເຂົ້າ ແລະ ສົ່ງຜ່ານພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ເລກທີ 2985/ກປ, ລົງວັນທີ 28 ມິຖຸນາ 2019 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ການນຳເຂົ້າພຶດ, ຜະລິດຕະພັນພືດ ຫຼື ວັດຖຸຄວບຄຸມຕ້ອງຜ່ານຈຸດກວດກາສະເພາະ ທົ່ວໄປ ກະຊວງ ກະສິກຳ ແລະ ປ່າໄມ້ ການນຳເຂົ້າພຶດ, ຜະລິດຕະພັນພືດ ຫຼື ວັດຖຸຄວບຄຸມ ທຸກຄັ້ງຕ້ອງຜ່ານຈຸດກວດກາ ທີ່ໄດ້ຮັບອານຸຍາດຈາກ ກະຊວງກະສິກຳ ແລະ ປ່າໄມ້
  1. ກົດໝາຍ ວ່າດ້ວຍ ການປ້ອງກັນ ແລະ ການກັກກັນພືດ (ສະບັບປັບປຸງ) ເລກທີ 13/ສພຊ, ລົງວັນທີ 15 ພະຈິກ 2016
  2. ຂໍ້ຕົກລົງ ວ່າດ້ວຍ ມາດຕະການສຸຂານາໄມພືດ ສຳລັບການນຳເຂົ້າ ແລະ ສົ່ງຜ່ານພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ເລກທີ 2985/ກປ, ລົງວັນທີ 28 ມິຖຸນາ 2019
9999-12-31 ALL
2 ຮຽກຮ້ອງໃຫ້ກວດກາພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມຢູ່ເບື້ອງນຳເຂົ້າ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ກະສິກຳ ແລະ ປ່າໄມ້ ການນຳເຂົ້າພືດທຸກປະເພດ ຕ້ອງໄດ້ຮັບການກວດກາຈາກ ເຈົ້າໜ້າທີປ້ອງກັນພືດ ຢູ່ດ່ານກວດກາ.
  1. ກົດໝາຍ ວ່າດ້ວຍ ການປ້ອງກັນ ແລະ ການກັກກັນພືດ (ສະບັບປັບປຸງ) ເລກທີ 13/ສພຊ, ລົງວັນທີ 15 ພະຈິກ 2016
  2. ຂໍ້ຕົກລົງ ວ່າດ້ວຍ ມາດຕະການສຸຂານາໄມພືດ ສຳລັບການນຳເຂົ້າ ແລະ ສົ່ງຜ່ານພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ເລກທີ 2985/ກປ, ລົງວັນທີ 28 ມິຖຸນາ 2019
9999-12-31 ALL
3 ຕ້ອງໄດ້ຮັບອະນຸຍາດນຳເຂົ້າ - ພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມຢູ່ ຕ້ອງໄດ້ຮັບອະນຸມັດ ກະຊວງ ກະສິກຳ ແລະ ປ່າໄມ້ ການນຳເຂົ້າພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມຢູ່ ຕ້ອງໄດ້ຮັບອະນຸຍາດນຳເຂົ້າຈາກກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້
  1. ກົດໝາຍ ວ່າດ້ວຍ ການປ້ອງກັນ ແລະ ການກັກກັນພືດ (ສະບັບປັບປຸງ) ເລກທີ 13/ສພຊ, ລົງວັນທີ 15 ພະຈິກ 2016
  2. ຂໍ້ຕົກລົງ ວ່າດ້ວຍ ມາດຕະການສຸຂານາໄມພືດ ສຳລັບການນຳເຂົ້າ ແລະ ສົ່ງຜ່ານພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ເລກທີ 2985/ກປ, ລົງວັນທີ 28 ມິຖຸນາ 2019
  3. ບົດແນະນໍາ ກ່ຽວກັບ ການນໍາເຂົ້າ ແລະ ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ, ເລກທີ 2881/ກປຝ, ລົງວັນທີ 11 ທັນວາ 2019.
9999-12-31 ALL
4 ຕ້ອງຕິດສະຫຼາກພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມນໍາເຂົ້າ SPS ກະຊວງ ກະສິກຳ ແລະ ປ່າໄມ້ ພືດ ແລະ ຜະລິດຕະພັນພືດນໍາເຂົ້າຜ່ານທາງໄປສະນີ ຫຼື ຂົນສົ່ງທາງອາກາດຕ້ອງໄດ້ຕິດສະຫຼາກຕາມບົດແນະນໍາຂອງກະຊວງກະສິກໍາ ແລະ ປ່າໄມ້ ຂໍ້ຕົກລົງ ວ່າດ້ວຍ ມາດຕະການສຸຂານາໄມພືດ ສຳລັບການນຳເຂົ້າ ແລະ ສົ່ງຜ່ານພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ເລກທີ 2985/ກປ, ລົງວັນທີ 28 ມິຖຸນາ 2019 9999-12-31 ALL
5 ຮຽກຮ້ອງໃຫ້ມີການກວດກາ - ໝາກໄມ້ນໍາເຂົ້າ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ກະສິກຳ ແລະ ປ່າໄມ້ ໝາກໄມ້ສົດນໍາເຂົ້າ ຕ້ອງໄດ້ຮັບການກວດກາ ໂດຍສອດຄ່ອງຕາມມາດຕະຖານຄວາມປອດໄພຂອງອາຫານ
  1. ຂໍ້ຕົກລົງ ວ່າດ້ວຍ ມາດຕະການສຸຂານາໄມພືດ ສຳລັບການນຳເຂົ້າ ແລະ ສົ່ງຜ່ານພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ເລກທີ 2985/ກປ, ລົງວັນທີ 28 ມິຖຸນາ 2019
  2. ບົດແນະນໍາ ກ່ຽວກັບ ການນໍາເຂົ້າ ແລະ ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ, ເລກທີ 2881/ກປຝ, ລົງວັນທີ 11 ທັນວາ 2019.
9999-12-31 ALL
6 ຮຽກຮ້ອງໃຫ້ມີການກວດກາ - ຜັກນໍາເຂົ້າ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ກະສິກຳ ແລະ ປ່າໄມ້ ພືດຜັກນໍາເຂົ້າ ຕ້ອງໄດ້ຮັບການກວດກາ ໂດຍສອດຄ່ອງຕາມມາດຕະຖານຄວາມປອດໄພຂອງອາຫານ
  1. ຂໍ້ຕົກລົງ ວ່າດ້ວຍ ມາດຕະການສຸຂານາໄມພືດ ສຳລັບການນຳເຂົ້າ ແລະ ສົ່ງຜ່ານພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ເລກທີ 2985/ກປ, ລົງວັນທີ 28 ມິຖຸນາ 2019
  2. ບົດແນະນໍາ ກ່ຽວກັບ ການນໍາເຂົ້າ ແລະ ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ, ເລກທີ 2881/ກປຝ, ລົງວັນທີ 11 ທັນວາ 2019.
9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.