ສາ­ທາ­ລະ­ນະ​ລັດ ປະ­ຊາ­ທິ­ປະ­ໄຕ ປະຊາ­ຊົນ​ລາວ
ສັນ­ຕິ­ພາບ ເອ­ກະ­ລາດ ປະ­ຊາ​ທິ​ປະ​ໄຕ ເອ­ກະ​ພາບ ວັດ­ທະ­ນະ​ຖາ­ວອນ

ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້         ເລກ​ທີ 2986 /ກປ
ນະ­ຄອນ­ຫຼວງ​ວຽງ​ຈັນ, ວັນ​ທີ 28 ມິຖຸນາ 2019

ຂໍ້​ຕົກ­ລົງ

ວ່າ​ດ້ວຍ​ມາດ​ຕະ­ການ​ສຸ­ຂາ​ນາ​ໄມ​ພືດ ສໍາ​ລັບການ​ສົ່ງ​ອອກ ແລະ ສົ່ງ​ອອກ​ຕໍ່ ພືດ, ຜະ­ລິດ​ຕະ​ພັນ​ພືດ ແລະ ວັດ­ຖຸ​ຕ້ອງ​ຄວບ​ຄຸມ

  • ອີງ​ຕາມ ​ກົດ­ໝາຍ ​ວ່າ​ດ້ວຍການ​ປ້ອງ​ກັນ ແລະ ການ​ກັກ​ກັນ​ພືດ (ສະ­ບັບ​ປັບ­ປຸງ) ສະ­ບັບ​ເລກ​ທີ 13/ສພຊ, ລົງ​ວັນ​ທີ 15 ພະ­ຈິກ 2016;
  • ອີງ​ຕາມ ​ດຳ­ລັດຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ​ວ່າ​ດ້ວຍການ­ຈັດ­ຕັ້ງ ແລະ ເຄື່ອນ​ໄຫວ ຂອງ​ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ ສະ­ບັບ​ເລກ​ທີ 99/ນຍ, ລົງ​ວັນ​ທີ 09 ມີ­ນາ 2017;
  • ອີງຕາມ ໜັງສືສະເໜີ ຂອງກົມປູກຝັງ  ສະບັບເລກທີ 1045/ກປຜ, ລົງວັນທີ 22 ພຶດສະພາ 2019.

ໝວດ​ທີ 1

ບົດ​ບັນ­ຍັດ​ທົ່ວ​ໄປ

ມາດ­ຕາ 1  ຈຸດ­ປະ­ສົງ

ຂໍ້​ຕົກ­ລົງ​ສະ­ບັບ​ນີ້ ກຳ­ນົດ ຂັ້ນ​ຕອນ ແລະ ວິ­ທີ​ການ ກ່ຽວ​ກັບ ການ​ເຈ­ລະ­ຈາ​ເຕັກ­ນິກ​​ເປີດ​ຕະຫຼາດ, ການ​ຄຸ້ມ​ຄອງ​ລະ­ບົບ​ສຸ­ຂາ​ນາ​ໄມ​ພືດ ແລະ ການ​ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ​ສໍາ​ລັບ​ການສົ່ງ​ອອກ ແລະ ສົ່ງ​ອອກ​ຕໍ່ ພືດ, ຜະ­ລິດ​ຕະ​ພັນ​ພືດ ແລະ ວັດ­ຖຸ​ຕ້ອງ​ຄວບ​ຄຸມ ເພື່ອ​ໃຫ້​ສອດ­ຄ່ອງ​ກັບ​ກົດ­ໝາຍ ແລະ​ ລະບຽບການ        ຂອງ ສປປ ລາວ ລວມທັງຂໍ້​ກຳ­ນົດ​ເງື່ອນ­ໄຂ​ດ້ານ​ສຸ­ຂາ​ນາ​ໄມ​ພືດ ຂອງ​ປະ­ເທດ​ນຳ​ເຂົ້າ ແນ­ໃສ່​ປົກ​ປ້ອງ​ການ​ຜະລິດ​ກະ​ສິ​ກໍາ ແລະ ອຳ­ນວຍ​ຄວາມ​ສະ­ດວກ​ທາງ​ດ້ານ​ການ​ຄ້າ ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ເສດຖະກິດ-​ສັງ­ຄົມ ​ຂອງ​ຊາດ.

ມາດ­ຕາ 2  ມາດ​ຕະ­ການ​ສຸ­ຂາ​ນາ​ໄມ​ພືດ ສໍາ​ລັບ​ການ​ສົ່ງ​ອອກ ແລະ ສົ່ງ​ອອກ​ຕໍ່ ພືດ, ຜະ­ລິດ​ຕະ​ພັນ​ພືດ ແລະ ວັດ­ຖຸ​ຕ້ອງ​ຄວບ​ຄຸມ

ມາດ​ຕະ­ການ​ສຸ­ຂາ​ນາ​ໄມ​ພືດ ສໍາ​ລັບການ​ສົ່ງ​ອອກ ພືດ, ຜະ­ລິດ​ຕະ​ພັນ​ພືດ ແລະ ວັດ­ຖຸ​ຕ້ອງ​ຄວບ​ຄຸມ ແມ່ນ​ການ​ປະ­ຕິ­ບັດ​ມາດ​ຕະ­ການ​ສຸ­ຂາ​ນາ​ໄມ​ພືດ​ ທີ່​ປະ­ເທດ​ນຳ​ເຂົ້າໄດ້ກຳນົດໄວ້ ຫຼື ຕາມມາດ​ຕະ­ການ​ສາ­ກົນ​ດ້ານ​ສຸ­ຂາ​ນາ​ໄມ​ພືດ ​ທີ່​ກ່ຽວ­ຂ້ອງ​ໃນ​ທຸກ​ຂັ້ນ​ຕອນຕ່ອງ​ໂສ້​ການ​ຜະ­ລິດ​ພືດ ເພື່ອ​ສົ່ງ​ອອກ ໂດຍເລີ່ມ​ຈາກ​ການ​ຈັດການ​ຄວາມ​ສ່ຽງຂອງ​ສັດ­ຕູ​ພືດ​ໃນ​ພື້ນ​ທີ່​ການ​ຜະ­ລິດ​ ແລະ ການ​ປະ­ຕິ­ບັດ​ດ້ານ​ສຸ­ຂາ​ນາ​ໄມ​ພືດ​ພາຍຫຼັງການເກັບກ່ຽວ, ການ​ບຳ­ບັດ, ການ​ກວດ­ກາ, ການ​ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ແລະ ການເຈລະຈາເຕັກນິກເປີດ​ຕະ​ຫຼາດ​ ກ່ອນການ​ສົ່ງ​ອອກ.

ມາດ​ຕະ­ການ​ສຸ­ຂາ​ນາ​ໄມ​ພືດ ສໍາ​ລັບການສົ່ງ​ອອກ​ຕໍ່ ພືດ, ຜະ­ລິດ​ຕະ​ພັນ​ພືດ ແລະ ວັດ­ຖຸ​ຕ້ອງ​ຄວບ​ຄຸມ ແມ່ນການປະ­ຕິ­ບັດ​ມາດ​ຕະ­ການ​ດ້ານ​ສຸ­ຂາ​ນາ​ໄມ​ພືດ ຕໍ່ກັບຊຸດ​ສິນ­ຄ້າ​ຈາກ​ປະ­ເທດ​ໃດ​ໜຶ່ງ ​ແລ້ວ​ສົ່ງ​ອອກ​ຕໍ່​ໄປ​ຍັງ​ປະ­ເທດ​ອື່ນ ເປັນ­ຕົ້ນ ການ​ກວດ­ກາ, ການ​ບຳ­ບັດ ແລະ ການ​ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບ​ສົ່ງ​ອອກ​ຕໍ່ ຊຶ່ງຊຸດ​ສິນ­ຄ້າ​ດັ່ງ­ກ່າວມີ​ການ ​ເກັບ​ມ້ຽນ, ແຍກ, ລວມ​ເຂົ້າ­ກັນກັບ​ຊຸດ​ສິນ­ຄ້າ​ອື່ນ ຫຼື ມີ​ການ​ປ່ຽນແປງການ​ບັນ­ຈຸ​ຫຸ້ມ​ຫໍ່.

ມາດ­ຕາ 3  ການ​ອະ­ທິ​ບາຍ​ຄໍາ​ສັບ

ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

  1. ກົດ­ໝາຍ ໝາຍ​ເຖິງ ກົດ­ໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ແລະ ກັກ​ກັນ​ພືດ (ສະ­ບັບ​ປັບ­ປຸງ) ສະບັບເລກ​ທີ 13/ສພຊ, ລົງ​ວັນ​ທີ 15 ພະ­ຈິກ 2016;
  2. ສິ່ງ​ປົນ​ເປື້ອນ ໝາຍ​ເຖິງ ​ສັດ­ຕູ​ພືດ ຫຼື ວັດ­ຖຸຕ້ອງ​ຄວບຄຸມ​ຕ່າງໆ ທີ່ປົນຢູ່ໃນຊຸດ​ສິນ­ຄ້າ, ສະຖານ­ທີ່​ເກັບ​ມ້ຽນ, ຕູ້​ຂົນ­ສົ່ງ ຫຼື ຕູ້​ຄອນ​ເທນ​ເນີ ແຕ່​ບໍ່ແມ່ນ​ການ​ຕິດ­ແປດຈາກແຫຼ່ງກຳເນີດສິນຄ້າ;
  3. ການ​ຢັ້ງ­ຢືນ ໝາຍ​ເຖິງ​ ຄວາມຖືືືກຕ້ອງ ແລະ ສອດຄ່ອງ ຕາມຂັ້ນ​ຕອນ​ວິ­ທີ​ການ​ທາງ​ດ້ານ​ສຸຂາ​ນາ​ໄມ​ພືດ ເພື່ອອອກໃບຢັ້ງຢືນສຸຂານາໄມພືດ ເປັນທາງການ;
  4. ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ​ສຳລັບສົ່ງອອກຕໍ່ ໝາຍ​ເຖິງ ເອກະສານຢັ້ງຢືນທາງການ ໃນຮູບແບບເຈ້ຍ ຫຼື ເອເລັກໂຕຣນິກ ຊຶ່ງສອດຄ່ອງຕາມແບບພິມຂອງອົງການປ້ອງກັນພືດສາກົນ ຕາມ​ທີ່ກຳນົດໄວ້ໃນ ມາດ­ຕາ V ຂອງ IPPC;
  5. IPPC (International Plant Protection Convention) ໝາຍ​ເຖິງ ສົນ­ທິ­ສັນ­ຍາ​ປ້ອງ​ກັນ​ພືດ​ສາ­ກົນ (ສະ­ບັບ​ປັບ­ປຸງ ປີ 1997);
  6. NPPO (National Plant Protection Organization) ໝາຍ​ເຖິງ ກົມ​ປູກ­ຝັງ ຊຶ່ງ​ເປັນ​ຕົວ​ແທນໃຫ້​ອົງ­ການ​ປ້ອງ​ກັນ​ພືດ​ແຫ່ງ​ຊາດ ຂອງ ສປປ ລາວ ທີ່ກຳ­ນົດ​ໄວ້​ໃນ ມາດ­ຕາ IV ຂອງ  IPPC;
  7. ການ​ຕິດ­ແປດ ໝາຍ​ເຖິງ ການແພ່ຂະຫຍາຍ ຂອງ​ສັດ­ຕູ​ພືດ​ທີ່​ມີ​ຊີ­ວິດ ລວມ​ທັງ​ແມງ­ໄມ້ ແລະ ເຊື້ອ​ພະ­ຍາດ ຢູ່​ນຳພືດ, ຜະ­ລິດ​ຕະ​ພັນ​ພືດ ແລະ ວັດ­ຖຸ​ຕ້ອງ​ຄວບ​ຄຸມ ໃນຊຸດ​ສິນ​ຄ້າ;
  8. ສະ­ຖານ­ທີ່​ປະ­ກອບ​ການ​ຜະ­ລິດ ໝາຍ​ເຖິງ ຟາມ, ໂຮງ​ເຮືອນ, ຖັງໄຊໂລ ຫຼື ສະຖານ­ທີ່ ທີ່​ມີເປົ້າ​ໝາຍເພື່ອ ປູກ, ເກັບ​ກ່ຽວ, ຄັດ​ແຍກ, ຈັດ­ການ, ບັນ­ຈຸ​, ຫຸ້ມ​ຫໍ່ ຫຼື ເກັບ​ຮັກ­ສາ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ທີີ່ມີ​ເປົ້າ​ໝາຍ​ເພື່ອ​ສົ່ງ​ອອກ;
  9. ການບຳ­ບັດ ໝາຍ​ເຖິງ ການ​ທໍາ​ລາຍ, ການ​ຢັບ​ຢັ້ງ, ການ​ຄັດ​ແຍກ​ສັດ­ຕູ​ພືດ ອອກ ຫຼື ວິ­ທີ​ການ​ອື່ນທີ່​ເປັນ​ທາງ​ການ ເພື່ອ​ເຮັດ​ໃຫ້​ສັດ­ຕູ​ພືດ ເປັນ​ໝັນ, ອ່ອນ­ແອ ຫຼື ບໍ່​ໃຫ້​ຂະ­ຫຍາຍ​ໂຕ ໂດຍ​ຜ່ານຂະບວນການ​ໃດໜຶ່ງ ເປັນຕົ້ນ ການສີດພົ່ນ​ກຳ­ຈັດ​ສັດ­ຕູ​ພືດ ຫຼື ພະ­ຍາດ​ພືດ​ຕິດ­ແປດ​, ການນຳ​ໃຊ້ອຸນ­ຫະ­ພູມ, ການ​ຮົມ​ຄວັນ, ທາດ​ເຄ​ມີ, ນຳ​ໃຊ້​ເຄ​ມີ ຫຼື ສູນຍາກາດ;
  10. ການ​ຮົມ​ຢາ ໝາຍ​ເຖິງ ກິດ​ຈະ​ກໍາ​ໜຶ່ງ​ຂອງ​ການ​ບໍາ​ບັດ ໂດຍ​ການ​ນໍາ​ໃຊ້ທາດເຄ​ມີ ຫຼື ທາດອາຍ ຊຶ່ງສາ­ມາດ​ແຊກ​ຊຶມ​ທົ່ວ​ສິນ­ຄ້າ​ໄດ້​ທັງ​ໝົດ.

ມາດ­ຕາ 4  ຂອບ​ເຂດ​ການ​ນໍາ​ໃຊ້

ຂໍ້​ຕົກ­ລົງ​ສະ­ບັບ​ນີ້ ນຳ​ໃຊ້​ສຳ­ລັບ​ບຸກ­ຄົນ, ນິ­ຕິ­ບຸກ­ຄົນ ຫຼື ການ­ຈັດ­ຕັ້ງ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ທີ່​ກ່ຽວ­ຂ້ອງ​ກັບ​ການ​ສົ່ງ​ອອກ ແລະ ສົ່ງ​ອອກ​ຕໍ່ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ.

ໝວດ​ທີ 2

ການ​ເຈລະຈາເຕັກນິກເປີດ​ຕະ­ຫຼາດ

ມາດ­ຕາ 5  ຂັ້ນຕອນ​ການ​ສະ­ເໜີ​ເຕັກ­ນິກ​ເປີດ​ຕະ­ຫຼາດ

ບຸກ­ຄົນ, ນິ­ຕິ­ບຸກ­ຄົນ ຫຼື ການ­ຈັດ­ຕັ້ງ ທີ່​ມີ​ຈຸດ­ປະ­ສົງ​ ​ສົ່ງ​ອອກ ​ພືດ, ຜະ­ລິດ​ຕະ​ພັນ​ພືດ ແລະ ວັດຖຸ​ຕ້ອງ​ຄວບ​ຄຸມ ຕ້ອງ​ດຳເນີນການຕາມຂັ້ນຕອນ ດັ່ງນີ້:

  1. ຍື່ນ​​ຄໍາ​ຮ້ອງ​ ເຖິງ​ ກົມ​ປູກ­ຝັງ ຕາມແບບພິມ ແລະ ບົດ​ແນະ­ນຳ ທີ່​ກົມ​ປູກຝັງ​ວາງ​ອອກ ຫຼື ສາມາດດາວໂຫຼດໃນເວັບໄຊ www.doa.maf.gov.la;
  2. ກົມ​ປູກ­ຝັງ ແຕ່ງ­ຕັ້ງ​ຄະ­ນະ​ຮັບ­ຜິດ­ຊອບ​ເຈ­ລະ­ຈາ​ເຕັກ­ນິກ​ເປີດ​ຕະ­ຫຼາດ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ຊຶ່ງ​ປະ­ກອບ​ດ້ວຍ​ບຸກ­ຄົນ​ທີ່​ມີ​ວິ­ຊາ​ສະ­ເພາະ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 6 ຂອງຂໍ້ຕົກລົງສະບັບນີ້;
  3. ຄະ­ນະ​ຮັບ­ຜິດ­ຊອບເຈ­ລະ­ຈາ​ເຕັກ­ນິກ​ເປີດ​ຕະ­ຫຼາດ ຕ້ອງ​ຄົ້ນ­ຄວ້າ ແລະ ພິ­ຈາ­ລະ­ນາ​ຄຳ​ຮ້ອງຂອງຜູ້ສະເໜີ ໂດຍສະເພາະ ຄວາມ​ອາດ​ສາ­ມາດ​ໃນ​ການ​ແຂ່ງ­ຂັນ ແລະ ການສະໜັບສະໜູນ​ດ້ານ​ການຕະ­ຫຼາດ, ຖາ­ນະ​ທາງ​ດ້ານ​ການ​ເງິນ ແລະ ຄວາມ​ພ້ອມ​ທາງ​ດ້ານ​ຊັບ­ພະ­ຍາ­ກອນ, ຊຸດສິນຄ້າດັ່ງກ່າວຈັດ​ຢູ່​ໃນ​ແຜນ​ຍຸດ­ທະ­ສາດ ແລະ ບູ​ລິ​ມະ​ສິດສຳ­ຄັນ ​ສຳ­ລັບ​ການ​ສົ່ງ​ອອກ ຂອງ​ ສປປ ລາວ ຫຼື ບໍ່ລວມທັງ ປະລິມານ ແລະ ກຳນົດໄລ­ຍະ​ເວ­ລາ ການ​ສົ່ງ​ອອກ​ ແລະ ຜົນ​ປະໂຫຍດ​ທີ່​ຄາດ​ວ່າ​ຈະ​ໄດ້​ຮັບ.

ມາດ­ຕາ 6  ມາດຕະຖານ ແລະ ເງື່ອນໄຂ ຂອງ​ຄະ­ນະ​ຮັບ­ຜິດ­ຊອບ​ເຈ­ລະ­ຈາ​ເຕັກ­ນິກເປີດ​ຕະຫຼາດ

ຜູ້ທີ່ຈະປະກອບເຂົ້າໃນ ຄະ­ນະ​ຮັບ­ຜິດ­ຊອບ​ເຈ­ລະ­ຈາ​ເຕັກ­ນິກເປີດ​ຕະ­ຫຼາດ ຕ້ອງມີມາດຕະຖານ ແລະ ເງື່ອນໄຂໃດໜຶ່ງ ດັ່ງ­ນີ້:

  1. ມີຄວາມຮູ້ ດ້ານການ​ວິ­ໄຈ​ຄວາມ​ສ່ຽງສຸ­ຂະ­ພາບ​ພືດ;
  2. ມີວິຊາສະເພາະ ດ້ານວິ­ທະ­ຍາ­ສາດ​ພືດ, ປູກ­ຝັງ, ປ້ອງກັນພືດ ຫຼື ມີປະສົບການດ້ານວິ­ທະ­ຍາ​ການ​ຫຼັງ​ການ​ເກັບ​ກ່ຽວ;
  3. ມີ​ປະ­ສົບ​ການ​​ດ້ານ​ອຸດ​ສາ​ຫະ​ກໍາປຸງແຕ່ງ;
  4. ມີ​ປະ­ສົບ​ການ​ດ້ານ​ການ​ຕະ​ຫຼາດ.

ມາດ­ຕາ 7  ສິດ ແລະ ໜ້າ­ທີ່ ຂອງ​ຄະ­ນະ​ຮັບ­ຜິດ­ຊອບ​ເຈ­ລະ­ຈາ​ເຕັກ­ນິກ​ເປີດ​ຕະຫຼາດ

ຄະ­ນະ​ຮັບ­ຜິດ­ຊອບ​ເຈ­ລະ­ຈາ​ເຕັກ­ນິກ​ເປີດ​ຕະ­ຫຼາດ ​ມີ­ສິດ ແລະ ໜ້າ​ທີ່ ດັ່ງ­ນີ້:

  1. ຊອກ​ຫາ​ຂໍ້​ມູນ ແລະ ສັງ​ລວມ​ເອ­ກະ­ສານ ທີ່ພົວພັນກັບການ​ສະ­ເໜີ​ເຕັກ­ນິກ​ການເປີດ​ຕະຫຼາດ;
  2. ກຽມ​ເອ­ກະ­ສານ ​ບົດ​ເຈ­ລະ­ຈາ​ເຕັກ­ນິກ​ເປີດ​ຕະ­ຫຼາດ​ ເພື່ອສະ­ເໜີ ຕໍ່​ອົງ­ການ​ປ້ອງ​ກັນ​ພືດ​ແຫ່ງ​ຊາດ (NPPO) ຂອງ​ປະ​ເທດ​ນໍາ​ເຂົ້າ;
  3. ກຽມ​ບົດ​ສັງລວມຫຍໍ້ ເພື່ອ​ປຶກ­ສາ​ຫາ­ລື ກັບອົງ­ການ​ປ້ອງ​ກັນ​ພືດ​ແຫ່ງ​ຊາດ (NPPO) ຂອງ​ປະ​ເທດ​ນໍາ​ເຂົ້າ;
  4. ຄົ້ນຄວ້າ ແລະ ພິ­ຈາ­ລະ­ນາ ຕໍ່ຜົນ​ການ​ວິ­ໄຈ​ຄວາມ​ສ່ຽງ​ສັດ­ຕູ​ພືດ ຂອງ​ປະ­ເທດ​ນຳ​ເຂົ້າ;
  5. ວິ­ເຄາະ​ຂໍ້​ມູນ​ທາງ​ດ້ານ​ວິ­ຊາ​ການ, ໃຫ້​ຄຳ​ແນະ­ນຳ​ທາງ​ດ້ານ​ນະ­ໂຍ­ບາຍ ແລະ ການ​ດຳ­ເນີນ​ງານ​ທາງ​ດ້ານ​ລະ­ບຽບ​ການ ແກ່ຜູ້ສົ່ງອອກ;
  6. ເກັບ​ຮັກ­ສາ​ຂໍ້​ມູນ ຂອງ​ປະ­ເທດ​ນຳ​ເຂົ້າ ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ເຈ­ລະ­ຈາ​ເຕັກ­ນິກ​ເປີດ​ຕະ ຫຼາດ ​​ໃນ​ຄັ້ງ​ຕໍ່​ໄປ;
  7. ຕິດ­ຕາມ ບົດສະເໜີເຈ­ລະ­ຈາ​ເຕັກ­ນິກ​ເປີດ​ຕະ­ຫຼາດ ນຳອົງ­ການ​ປ້ອງ​ກັນ​ພືດ​ແຫ່ງ​ຊາດ(NPPO) ຂອງ​ປະ​ເທດ​ນໍາ​ເຂົ້າ ໃນກໍລະນີມີການ​ດັດ­ແກ້​ຖ້າ​ມີ​ຄວາມ​ຈຳ​ເປັນ.

ໝວດ​ທີ 3

ການ​ຄຸ້ມ​ຄອງ​ ສະຖານທີ່ປະກອບການຜະລິດ ສຳລັບການສົ່ງອອກ

ມາດ­ຕາ 8  ການ​ຂຶ້ນ​ທະ­ບຽນ​ສະ­ຖານ­ທີ່​ປະ­ກອບ​ການຜະ­ລິດ

ບຸກ­ຄົນ, ນິ­ຕິ­ບຸກ­ຄົນ ຫຼື ການ­ຈັດ­ຕັ້ງ ທີ່​ມີ​ຈຸດ­ປະ­ສົງ​ດຳ­ເນີນ​ທຸ­ລະ​ກິດ ​ເພື່ອ​ສົ່ງ​ອອກ ​ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ຕ້ອງ​ໄດ້​ຂຶ້ນ​ທະ­ບຽນ​ສະ­ຖານ­ທີ່​ປະ­ກອບ​ການ​ຜະ​ລິດ ນຳ​ກົມ​ປູກ­ຝັງ ຫຼື ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ, ນະ­ຄອນ­ຫຼວງ ໃນ​ກໍ­ລະ­ນີ​ໃດ​ໜຶ່ງ ດັ່ງ­ນີ້:

  1. ປະ­ເທດ​ຄູ່​ຄ້າ ຫຼື ປະ­ເທດ​ນຳ​ເຂົ້າ​ເປັນ​ຜູ້​ກຳ­ນົດ;
  2. ຜູ້​ສົ່ງ​ອອກ ໄດ້​ຖືກ​ແຈ້ງ​ເຕືອນ​ຈາກ​ປະ­ເທດ​ນຳ​ເຂົ້າ​ ກໍ​ລະ​ນີບໍ່ປະ​ຕິ​ບັດ​ຕາມຂໍ້​ກຳ­ນົດ​ເງື່ອນ­ໄຂ​ດ້ານ​ສຸ­ຂາ​ນາ​ໄມ​ພືດ ຂອງ​ປະ­ເທດ​ນຳ​ເຂົ້າ.

ຜູ້ສະ​ເໜີ​ຂຶ້ນທະ​ບຽນ​ສະ​ຖານ​ທີ່​ປະ​ກອບການ​ຜະ​ລິດ​ ຕ້ອງ​ປະ​ກອບ​ຂໍ້​ມູນ ກ່ຽວ​ກັບ ຂໍ້​ກຳ­ນົດ​ເງື່ອນ ­ໄຂ​ສະ­ເພາະ​ໃນ​ການ​ວາງ​ແຜນ ສຳ­ລັບ ​ການ​ປູກ, ການ​ປະ­ຕິ­ບັດ​ງານ ແລະ ການ​ບົວ­ລະ­ບັດ​ຮັກ­ສາ​ການ​ຜະ​ລິດ ຕາມ​ແບບ​ພິມ ທີ່ ​ກົມ​ປູກ​ຝັງ​ກຳ​ນົດ​ ພ້ອມທັງເສຍ​ຄ່າ​ທຳ​ນຽມ ແລະ ຄ່າ​ບໍ​ລິ​ການ ຕາມລັດຖະບັນຍັດຂອງປະທານປະເທດ ທີ່ປະກາດໃຊ້ໃນແຕ່ລະໄລຍະ.

ມາດ­ຕາ 9  ເງື່ອນ­ໄຂ​ການ​ຂຶ້ນ​ທະ­ບຽນ​ສະຖານທີ່ປະກອບການຜະລິດ

​​ສະ​ຖານ​ທີ່​ປະ​ກອບ​ການ​ຜະ​ລິດ ທີ່ຈະໄດ້ຮັບການຂຶ້ນທະບຽນ ຕ້ອງ​ມີ​ເງື່ອນ­ໄຂ ດັ່ງ​ນິ້ີ:

  1. ມີ​ການ​ບັນ­ທຶກ​ຂໍ້​ມູນ​ເອ­ກະ­ສານ ກ່ຽວ​ກັບ​ ສະ­ຖານ­ທີ່​ປະ­ກອບ​ການຜະລິດ ແລະ ການ­ເຄື່ອນໄຫວ ລວມ​ທັງ​ ໃບ​ສັ່ງ​ຊື້​ສິນ­ຄ້າ, ໃບ­ຢັ້ງ­ຢືນ​ແຫຼ່ງ​ກຳ­ເນີດພືດ, ສັນ­ຍາ ແລະ ເອ­ກະ­ສານ​ທາງ​ດ້ານ​ການ​ຄ້າ​ອື່ນກ່ຽວຂ້ອງ;
  2. ມີຄູ່​ມື​ດຳ­ເນີນ​ງານ ​ກ່ຽວ​ກັບ ການ​ຜະ­ລິດ​ພືດ ແລະ ແບບ­ແຜນ​ການ​ຈັດ­ການ​ສັດ­ຕູ​ພືດ ທີ່​ກຳ ນົດ​ໃຫ້​ໂດຍ​ປະ­ເທດ​ນຳ​ເຂົ້າ ລວມ​ທັງ ​ເອ­ກະ­ສານ​ການ​ແບ່ງ​ຄວາມ​ຮັບ­ຜິດ­ຊອບ ​ໃນ​ການ​ຈັດ ການ​ບໍ­ລິການ;
  3. ມີຂັ້ນ​ຕອນ​ວິ­ທີ​ການ ເພື່ອ​ກວດ​ສອບ ແລະ ບັນ­ຫາ​ການ​ປະ­ຕິ­ບັດ​ບໍ່​ຖືກ­ຕ້ອງ ແລະ ມາດ​ຕະ ການ​ແກ້​ໄຂ;
  4. ມີ​​ບຸກ​ຄະ­ລາ​ກອນ, ຊ່ຽວ­ຊານ, ເຄື່ອງ​ມືອຳ­ນວຍ​ຄວາມ​ສະ­ດວກ ແລະ ອຸ­ປະ­ກອນ ສຳ­ລັບ​ການເຄື່ອນ­ໄຫວ​ກິດ­ຈະ­ການ;
  5. ມີລະ​ບົບ​ການ​ກວດ­ກາຍ້ອນ​ຫຼັງ;
  6. ​ປະ​ຕິ​ບັດມາດ​ຕະ​ການສຸ​ຂາ​ນາ​ໄມ​ພືດສະ­ເພາະ ສຳ­ລັບ​ການ​ຜະ­ລິດ ຫຼື ສິນ­ຄ້າ​ສະ­ເພາະ​ໃດ​ໜຶ່ງ ທີ່​ຈະ​ສົ່ງ​ອອກ ຊຶ່ງ​ກຳ­ນົດ​ໄວ້​ໃນ ບົດ​ແນະ­ນຳ ຂອງ​ ກົມ​ປູກ​ຝັງ.

ມາດ­ຕາ 10  ການ​ພິ­ຈາ­ລະ­ນາ​ຂຶ້ນ​ທະ­ບຽນ​ສະ­ຖານ­ທີ່​ປະ­ກອບ​ການ​ຜະ­ລິດ

ພາຍ­ຫຼັງ​ໄດ້​ຮັບ​ໃບ​ສະ­ເໜີ​ຂຶ້ນ​ທະ­ບຽນ​ສະ​ຖານ​ທີ່​ປະ​ກອບການ​ຜະ­ລິດ,​ ກົມ​ປູກ​ຝັງ ຫຼື ພະແນ​ກ ກະ­ສິກຳ ແລະ ປ່າ­ໄມ້ ແຂວງ, ນະ­ຄອນ­ຫຼວງ ຕ້ອງ​ຄົ້ນ­ຄວ້າ ແລະ ພິ­ຈາ­ລະ­ນາ ດັ່ງ­ນີ້:

  1. ກວດ­ກາ​ເອ­ກະ­ສານ ທີ່​ປະ­ກອບ​ມາ​ນຳ​ໃບ​ສະ­ເໜີ;
  2. ດຳ­ເນີນ​ການ​ປະ​ເມີນ​ສະ­ຖານ­ທີ່​​ປະ​ກອບ​ການຜະ­ລິດ ພາຍ​ໃນ ສິບ ວັນ​ລັດ​ຖະ​ການ ພາຍ­ຫຼັງ​ໄດ້​ຮັບ​ໃບ​ສະ­ເໜີ;
  3. ອອກໃບທະບຽນສະຖານທິ່ປະກອບການຜະລິດ ໃນກໍລະນີ ​ເອ­ກະ­ສານ​ສະ­ເໜີ​ມານັ້ນ ຖືກ​ຕ້ອງ ຫຼຶ ປະຕິເສດການອອກໃບທະບຽນ ​ພ້ອມທັງແຈ້ງຕອບເປັນ​ລາຍ​ລັກ​ອັກ​ສອນ ໃນ​ກໍລະ​ນີບໍ່​ຖືກ​ຕ້ອງ ແລະ ຄົບ​ຖ້ວນ ​ຕາມ​ເງື່ອນ​ໄຂຂອງການຂື້ນທະບຽນ.

 ມາດ­ຕາ 11 ​  ມາດຕະການສຸຂານາໄມພືດ ສຳ​ລັບສະ­ຖານ­ທີ່​ປະ­ກອບ​ການ​ການ​ຜະ­ລິດ ພາຍຫຼັງຂຶ້ນ​ທະ​ບຽນ ​

ເຈົ້າຂອງສະ­ຖານ­ທີ່​ປະ­ກອບ​ການ​ການ​ຜະ­ລິດ ທີ່ໄດ້ຮັບການ​ຂຶ້ນ​ທະ​ບຽນ ຕ້ອງ​ປະ​ຕິ​ບັດ ​ດັ່ງ​ນີ້:

  1. ດຳ­ເນີນ​ຕາມ​ແຜນ­ການທີ່​ກຳ­ນົດ​ໄວ້ ພ້ອມ​ທັງຮັກ­ສາ​ສະ​ຖານ​ທີ່​ປະ​ກອບ​ການ​ຜະ​ລິດ ບໍ່​ໃຫ້​ມີ​ສັດ­ຕູ​ພືດ​ຄວບ​ຄຸມ ແລະ ການ​ປົນ​ເປື້ອນ​ອື່ນ;
  2. ຮັບ­ປະ­ກັນ ບໍ່​ໃຫ້​ສັດ­ລ້ຽງ ເຂົ້າ​ເຖິງ​ສະ­ຖານ­ທີ່​ປະ­ກອບ​ການ​ຜະ­ລິດ;
  3. ສະ­ຖານ­ທີ່​ປະ­ກອບ​ການ​ຜະ­ລິດ ຕ້ອງ​ສະ­ອາດ​ ໂດຍ​​ການ​ຮັບ­ຮອງ​ຈາກ ກົມ​ປູກ­ຝັງ ແລະ ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ, ນະ­ຄອນ­ຫຼວງ;
  4. ໃນ​ກໍ­ລະ­ນີ​ ມີ​ການ​ປ່ຽນ­ແປງຂໍ້​ກຳ­ນົດ​ເງື່ອນ­ໄຂ ຕ້ອງ​ດັດ​ປັບ​ແຜນ​ດຳ​ເນີນ​ງານ ເພື່ອ​ບໍ່​ໃຫ້​​ມີ​ຄວາມ​ສ່ຽງ​ເພີ່ມ ທີ່​ເປັນ​ສາຍ­ເຫດພາໃຫ້​ເກີດ​ຄວາມ​ບໍ່​ຖືກ­ຕ້ອງ;
  5. ອຸ­ປະ­ກອນ ທີ່​ນຳ​ໃຊ້​ສຳ­ລັບ​ການ​ບຳ­ບັດວັດ­ຖຸ​ຕ້ອງ​ຄວບ​ຄຸມ ຕ້ອງ​ຖືກ​ຕິດ​ຕັ້ງ, ທົດ​ສອບ ແລະ ບົວ­ລະ­ບັດ​ຮັກ­ສາ ໃຫ້​ສອດ­ຄ່ອງ​ກັບ​ມາດ­ຕະ­ຖານ ແລະ ວິ­ທີ​ການ ຂອງ​ກົມ​ປູກຝັງ;
  6. ​​ສະ​ຖານ​ທີ່​ປະ​ກອບ​ການ​ຜະ​ລິດ ຕ້ອງ​ມີ​ການ​ບັນ​ທຶກ ແລະ ເກັບ​ຮັກ​ສາຂໍ້​ມູນ​ໄວ້ ສາມປີ ດັ່ງ​ນີ້:
  • ວິ​ທີການ​ຄວບ​ຄຸມ​ສັດ­ຕູ​ພືດ ແລະ ການ​ບຳ­ບັດ ທີ່​ໄດ້​ປະ­ຕິ­ບັດ​ໃນສະ­ຖານ­ທີ່​ປະ­ກອບ​ການ​ຜະ­ລິດ;
  • ວັນ, ​ເດືອນ, ປີ ທີ່ໄດ້​ຮັບ​ ວັດ​ຖຸ​ຕ້ອງ​ຄວບ​ຄຸມ ແລະ ກິດ​ຈະ​ການ​ທີ່​ໄດ້ປະ​ຕິ​ບັດ​ພາຍຫຼັງ​ການ​ເກັບ​ກ່ຽວ;
  • ວັນ, ​ເດືອນ, ປີ ຂົນ​ສົ່ງ ຈາກ​ສະ​ຖານ​ທີ່​ປະ​ກອບ​ການ​ຜະ​ລິດ.
  1. ສຳ­ລັບ​ຢາ​ປາບ​ສັດ­ຕູ​ພືດ ແລະ ເຄ​ມີ​ອື່ນ ທີ່​ນຳ​ໃຊ້​ໃນ​ສະ­ຖານ­ທີ່​ປະ­ກອບ​ການຜະ­ລິດ ຕ້ອງ​ເກັບ​ຮັກ­ສາ, ຈັດ­ການ ແລະ ນໍາ​ໃຊ້​ ໃຫ້​ສອດ­ຄ່ອງ​ກັບ ​ກົດ­ໝາຍ ແລະ ລະບຽບການ​ທີ່​ກ່ຽວ­ຂ້ອງ ຂອງ​ ສປປ ລາວ;
  2. ຄວາມ​ປອດ​ໄພ ຂອງ​ອາ­ຫານ, ສຸ­ຂະ­ພາບ ແລະ ສຸ­ຂາ​ນາ​ໄມ ຂອງ​ຜູ້​ອອກ­ແຮງ​ງານ ລວມ​ທັງ​ມາດ­ຕະ­ຖານ​ຄຸນ​ນະ​ພາບ ທີ່​ນຳ​ໃຊ້​ໃນ​ສະ­ຖານ­ທີ່​ປະ­ກອບ​ການຜະ­ລິດ ແລະ ການ​ຈັດ­ການ​ຫຼັງ​ການ​ເກັບ​ກ່ຽວຂອງ​ສິນ­ຄ້າ ຕ້ອງປະ​ຕິ​ບັດຕາມ ບົດແນະ­ນຳຂອງກົມ​ປູກ​ຝັງ ໂດຍສອດ­ຄ່ອງ​ກັບ ກົດ­ໝາຍ ແລະ ລະ­ບຽບ​ການ ທີ່​ກ່ຽວ​ຂ້ອງ ຂອງ ​ສປປ ລາວ;
  3. ​ອຳ­ນວຍ​ຄວາມ​ສະ­ດວກ ໃຫ້​ແກ່ການ​ກວດ­ກາ ແລະ ການ​ອອກ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ.

ມາດ­ຕາ 12   ການ​ກວດ­ກາ​ສະ­ຖານ­ທີ່​ປະ­ກອບ​ການຜະ­ລິດ

ກົມ​ປູກ​ຝັງ ແລະ ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ, ນະ­ຄອນ­ຫຼວງ ຕ້ອງ​ດຳ­ເນີນ​ການ​ກວດ­ກາ ສະ­ຖານ­ທີ່​ປະ­ກອບ​ການຜະ­ລິດ ທີ່​ໄດ້​ຂຶ້ນ​ທະ­ບຽນ​ ຢ່າງເປັນປົກກະຕິ ດັ່ງນີ້:

  1. ກວດ­ກາ ສາມ​ຄັ້ງ​ຕໍ່​ປີ ສຳ­ລັບ​ ດອກໄມ້​ປະ­ດັບ​, ພືດ ແລະ ຜົນຜະ­ລິດ​​ພືດ​ສົດ;
  2. ກວດ­ກາ ສອງ​ຄັ້ງ​ຕໍ່​ປີ ສຳ­ລັບ​ເມັດ​ພັນ​ພືດ, ແກ່ນ​ພືດ ແລະ ຜະ­ລິດ​ຕະ​ພັນ​ພືດ​ອື່ນ.

ໃນກໍລະນີ ມີການສະເໜີຈາກປະເທດນຳເຂົ້າ ໃຫ້ມີການກວດ​ກາ ແລະ ຢັ້ງຢືນ ສະ­ຖານ­ທີ່​ປະ­ກອບ​ການຜະ­ລິດ,  ກົມ​ປູກ​ຝັງ ຫຼື ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້ ​ແຂວງ, ນະ­ຄອນ­ຫຼວງ ຕ້ອງດຳເນີນການກວດກາ ແລະ ​ອອກ​ໃບ­ຢັ້ງ­ຢືນການກວດກາສະຖານທີ່ປະກອບການຜະລິດ ຕາມເງື່ອນໄຂຂອງປະເທດນຳເຂົ້າ.

ມາດ­ຕາ 13    ການ​ໂຈະ ຫຼື ຖອນ ໃບ​ທະ­ບຽນ​ສະ­ຖານ­ທີ່​ປະ­ກອບ​ການ​ຜະ­ລິດ

ກົມ​ປູກ­ຝັງ ຫຼື ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ, ນະ­ຄອນ­ຫຼວງ ມີສິດໂຈະ ໃບທະ​ບຽນສະ​ຖານ​ທີ່​ປະ​ກອບ​ການ​ຜະ​ລິດ ເພື່ອໃຫ້ເຈົ້າຂອງສະຖານທີ່ປະກອບການຜະລີດ ຊອກຫາ​ວິ­ທີ​ທາງ​ແກ້​ໄຂ ຫຼື ປັບ­ປຸງ​ໃຫ້​ຄືນ​ສູ່​ສະ­ພາບ​ປົກ­ກະ­ຕິ ຕາມ​ຫຼັກ​ວິຊາ​ການ ໃນ​ວັນ​ເວ­ລາ​ທີ່​ແນ່​ນອນ ຕາມ​ກໍ​ລະ​ນີ ​ເຫັນວ່າ ປະ​ຕິ​ບັດບໍ່ຖືກ­ຕ້ອງ​ ຕາມ​ມາດ­ຕາ 11 ຂອງ​ຂໍ້​ຕົກ­ລົງ​ສະບັບ​ນີ້, ກວດ​ພົບ​ສັດ­ຕູ​ພືດ​ຄວບ​ຄຸມ ແລະ ບໍ່​ປະ­ຕິ­ບັດ​ຕາມ​ຂໍ້​ກຳ­ນົດ​ເງື່ອນ­ໄຂ​ຂອງ​ການ​ນຳ​ເຂົ້າ­.

ໃນ​ກໍ­ລະ­ນີ ເຈົ້າ​ຂອງ​ສະ­ຖານ­ທີ່​ປະ­ກອບ​ການ​ຜະ­ລິດ ບໍ່​ສາ­ມາດ​ແກ້​ໄຂ ຫຼື ປັບ­ປຸງ​ພາຍ​ໃນ​ວັນ​ເວ­ລາ​ທີ່​ກໍາ​ນົດ​ໄວ້ ກົມ​ປູກ­ຝັງ ຫຼື ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ, ນະ­ຄອນ­ຫຼວງ ຈະຖອນ ໃບ​ທະ­ບຽນ​ສະຖານ­ທີ່​ປະ­ກອບ​ການ​ຜະ​ລິດ ຕາມກົດໝາຍ.

ໝວດ​ທີ 4

ຂັ້ນ​ຕອນ ​ການ​ອອກ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ  ສຳ­ລັບ ການສົ່ງ​ອອກ ແລະ ສົ່ງ​ອອກ​ຕໍ່

ມາດ­ຕາ 14    ການ​ສະ­ເໜີ​​ອອກ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບ​ສົ່ງ​ອອກ

ບຸກ­ຄົນ, ນິ­ຕິ­ບຸກ­ຄົນ ຫຼື ການ­ຈັດ­ຕັ້ງ ​ທີ່​ມີ​ຈຸດ­ປະ­ສົງ ສົ່ງ​ອອກ ພືດ, ຜະ­ລິດ​ຕະ​ພັນ​ພືດ ແລະ ວັດ­ຖຸ​ຕ້ອງ​ຄວບ​ຄຸມ​ໃດ​ໜຶ່ງ ຕ້ອງ​ຍື່ນ​​ຄຳ​ຮ້ອງ​ ຕາມ​ແບບ​ພິມທີ່​ກຳ​ນົດ​ໄວ້ ພ້ອມ​ທັງ​ຄັດ​ຕິດເອ­ກະ­ສານ​ ​ທີ່​ກ່ຽວຂ້ອງ ຂອງ​ປະ​ເທດ​ນຳ​ເຂົ້າ ເຖິງ ກົມ​ປູກ​ຝັງ ຫຼື ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້ ​ແຂວງ, ນະ­ຄອນ­ຫຼວງ ເພື່ອ​ພິ​ຈາ​ລະ​ນາ ໃນ​ກຳ​ນົດ​ເວ​ລາ ​ດັ່ງ​ນີ້:

  • ສຳ​ລັບ​ສິນ​ຄ້າ ທີ່​ເຄີຍ​ສົ່ງ​ອອກ​ມາ​ກ່ອນ ຢ່າງ​ໜ້ອຍ ສິບ​ຫ້າ​ວັນ ​ກ່ອນວັນ​​ສົ່ງ​ອອກ​ຕົວ​ຈິງ;
  • ສຳ­ລັບ​ສິນ­ຄ້າ ​ທີ່​ບໍ່​ເຄີຍ​ສົ່ງ​ອອກ​ມາ​ກ່ອນ ຫຼື ສົ່ງ​ອອກ ໄປ​ປະ­ເທດ​ໃໝ່ ຫຼື ປະ­ເທດ ​ທີ່​ກຳ­ນົດ​ໄວ້​ໃນ​ບັນ­ຊີ​ຂອງ​ອົງ­ການ​ຄຸ້ມ​ຄອງ​ວຽກ​ງານ​ປ້ອງ​ກັນ ແລະ ກັກ​ກັນ​ພືດ ທີ່​ມີ​ຂໍ້​ມູນບໍ່​ທັນ​ຈະ ແຈ້ງ ຫຼື ກໍ­ລະ­ນີ​ອື່ນ ແມ່ນ​ໃຊ້​ເວ­ລາ​ເພີ່ມ​ຕື່ມ​ຕາມ​ຄວາມ​ເໝາະ​ສົມ.

ຜູ້​ສະ​ເໜີ ຕ້ອງ​ກຳ​ນົດ​​ປະ­ເພດ ແລະ ປະ­ລິ­ມານສິນ​ຄ້າທີ່​ຈະ​ກວດ­ກາ ພ້ອມ​ທັງ​ຂຽນ​ຂໍ້​ມູນ​ອື່ນ ​ໃສ່​ໃນ​ແບບ​ພິມ ຕາມ​ບົດ​ແນະ­ນຳ​ຂອງ​ກົມ​ປູກ­ຝັງ​ ສ່ວນ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ລົງ​ກວດ​ກາ​ພາກ​ສະ​ໜາມ​ຕົວ​ຈິງ​ແມ່ນ ເປັນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຜູ້​ສ​ະເໜີ.

ຜູ້​ສະ­ເໜີ ຂໍ​ການ​ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບ​ສົ່ງ​ອອກ ທີ່​ໄດ້​ຂຶ້ນ​ທະ­ບຽນ​ສະ​ຖານ​ທີ່​ປະ​ກອບ​ການ​ຜະ​ລິດ ແລ້ວ ຕ້ອງ​​​ສຳ​ເນົາ ໃບ​ທະ​ບຽນ​ສະ​ຖານ​ທີ່​ປະ​ກອບ​ການ​ຜະ​ລິດ ແລະ ໃບ­ຢັ້ງ­ຢືນ​ການ​ກວດ­ກາສະ​ຖານ​ທີ່​ປະ​ກອບ​ການ​ຜະ​ລິດ ຄັດ​ຕິດ​ມາ​ພ້ອມ.

​ໃນ​ກໍ​ລະ​ນີ ການ​ຜະ​ລິດ ແລະ ການ​ສົ່ງ​ອ​ອກ ຢູ່​ບັນ​ດາ​ແຂວງ​ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ມອບ​ໝາຍ​ສິດ ອອກ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບ​ສົ່ງ​ອອກ ​ຈາກ​ກົມ​ປູກ­ຝັງ​ ໃຫ້ສະ​ເໜີ ເຖິງ ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ ໄມ້ ແຂວງ​ຂອງ​ຕົນ ເພື່ອພິ​ຈາ​ລະ​ນາ ​ສົ່ງ­ຕໍ່​ໃຫ້ ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້ ​ແຂວງ, ນະ­ຄອນ­ຫຼວງ ໃກ້​ຄຽງ ທີ່​ໄດ້​ຮັບ​ສິດ ຈາກ ​ກົມ​ປູກ​ຝັງ.

ມາດ­ຕາ 15    ຫຼັກ­ການ​ພິ­ຈາ­ລະ­ນາ ​ອອກ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບການສົ່ງ​ອອກ ແລະ ສົ່ງ​ອອກ​ຕໍ່

ກົມ​ປູກ​ຝັງ ຫຼື ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ, ນະ­ຄອນ­ຫຼວງ ​ພິ­ຈາ­ລະ­ນາ​ອອກ​ໃບ­ຢັ້ງ­ຢືນ​ສຸຂາ​ນາ​ໄມ​ພືດ ສຳ­ລັບ​ສົ່ງ​ອອກ ຫຼື ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບ​ສົ່ງ​ອອກ​ຕໍ່ ຕາມແບບ​ພິມ ຂອງ ​ກົມ​ປູກ​ຝັງ ບົນ​ພື້ນ​ຖານຫຼັກ­ການ ດັ່ງ­ນີ້:

  1. ຖືກ­ຕ້ອງ​ຕາມ​ຂໍ້​ກຳ­ນົດ​ເງື່ອນ­ໄຂ ຂອງ​ປະ​ເທດ​ນໍາ​ເຂົ້າ;
  2. ປອດສັດ­ຕູ​ພືດ​ຕ້ອງ​ຫ້າມ ຂອງ​ປະ​ເທດ​ນໍາ​ເຂົ້າ;
  3. ບໍ່​ມີ​ສິ່ງ​ປົນ​ເປື້ອນເກີນ​ລະ­ດັບ​ທີ່​ກຳ­ນົດ ຂອງປະ​ເທດ​ນໍາ​ເຂົ້າ;
  4. ບໍ່​ມີ​ວັດ­ຖຸ​ທີ່​ຕ້ອງ​ຫ້າມ ຂອງ​ປະ​ເທດ​ນໍາ​ເຂົ້າ.

ມາດ­ຕາ 16   ການ​ກວດ­ກາ ແລະ ອອກ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບ​ສົ່ງ​ອອກ

ກົມປູກຝັງ ຫຼື ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ຕ້ອງກວດກາເອກະສານ ແລະ ຊຸດສິນຄ້າ ເພື່ອອອກ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບ​ສົ່ງ​ອອກ ດັ່ງນີ້:

  1. ຕ້ອງ​ກວດ​ກາເອກະສານ ພາຍ​ໃນ​ສອງ​ວັນ ພາຍ­ຫຼັງ​ຮັບ​ໃບ​ສະ­ເໜີ, ຖ້າ​ເຫັນ​ວ່າ​ເອ​ກະ​ສານ​ຄົບ​ຖ້ວນ​ ​ຕ້ອງ​ປະ­ສານ​ກັບ​ຜູ້​ສົ່ງ​ອອກ ເພື່ອ​ກຳນົດ ວັນ, ​ເວ­ລາ ແລະ ສະ­ຖານ­ທີ່​ ສຳ­ລັບ​ການ​ກວດ­ກາ​;
  2. ການ​ກວດ­ກາ​ຊຸດ​ສິນ​ຄ້າ​ ແລະ ​ອອກ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ​ ໃຊ້​ເວ­ລາ​ທັງ​ໝົດ ບໍ່​ເກີນ          ​ຫ້າ​ວັນ ລັດ​ຖະ​ການ ນັບ​ແຕ່​ວັນລົງ​ກວດ​ກາ​ຊຸດ​ສິນ​ຄ້າ, ຍົກ­ເວັ້ນ​ໄດ້​ຮັບ​ການ​ສະ­ເໜີ​ຈາກ​ຜູ້​ສົ່ງ​ອອກ ໃຫ້​ເພີ່ມ​ເວ­ລາ​ກວດ­ກາ​ຫຼາຍ​ກວ່າ​ເກົ່າ;
  3. ທຸກການ​ກວດ­ກາ ​ຕ້ອງ​ດຳ​ເນີນ​ຕາມ​ຂັ້ນ​ຕອນ ​ແລະ ວິ​ທີ​ການ ​ທີ່​ກຳ​ນົດ​ໄວ້ ໂດຍ​ເຈົ້າ​ໜ້າ​ທີ່​ກັກ​ກັນ​ພືດ ຂອງ ກົມ​ປູກ​ຝັງ ຫຼື ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ, ນະ­ຄອນ­ຫຼວງ ຕາມເວ­ລາ​ທາງ​ລັດ​ຖະ​ການ, ໃນ​ກໍ​ລະ​ນີ​ມີການ​ກວດ​ກາ​ເພີ່ມ​ຕາມການສະ­ເໜີ​ຈາກ​ຜູ້​ສົ່ງ​ອອກ, ຜູ້​ສົ່ງ​ອອກ ຕ້ອງ​ຮັບ­ຜິດ­ຊອບ​ຄ່າ​ໃຊ້​ຈ່າຍທີ່​ກ່ຽວ​ຂ້ອງ;
  4. ໃນ​ກໍ­ລະ­ນີ ​ຕ້ອງ​ໄດ້​ມີ​ການ​ກວດ­ກາ​ຄືນ­ໃໝ່, ອົງ­ການ​ຄຸ້ມ​ຄອງ​ວຽກ​ງານ​ປ້ອງ​ກັນ ແລະ ກັກ​ກັນ​ພືດ ​ຕ້ອງ​ອີງ­ໃສ່​ເຫດ­ຜົນ​ທາງ​ວິ­ທະ­ຍາ­ສາດ ໂດຍ​ມີ​ການ​ປະ­ສານ​ງານ​ກັບ​ເຈົ້າ​ຂອງ​ຊຸດ​ສິນຄ້າ ​ເພື່ອ​ກຳ­ນົດ ວັນ, ​ເວ­ລາ​ ທີ່​ຈະ​ກວດ­ຄືນ​ໃໝ່ ​ພາຍ­ຫຼັງ​ການ​ກວດ­ກາ​ເບື້ອງ​ຕົ້ນ;
  5. ໃນ​ກໍ­ລະ­ນີ ການ​ສົ່ງ​ອອກ ­ວັດຖຸ​ຕ້ອງ​ຄວບ​ຄຸມ ຈາກ ແຂວງ​ທີ່ເປັນ​​ແຫຼ່ງ​ກຳ­ເນີດສິນ​ຄ້າ ແລະ ຍັງບໍ່​ທັນ​ໄດ້​ຮັບ​ການ​ມອບ​ສິດ ອອກ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ​​ໃຫ້ ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້ ​ແຂວງ, ນະ­ຄອນ­ຫຼວງ ດັ່ງ​ກ່າວ ເປັນ​ຜູ້​ດຳ­ເນີນ​ການ​ກວດ­ກາ ຈາກ​ນັ້ນ ໃຫ້​ນຳ​ສົ່ງ​ຕໍ່ ເຖິງ​ກົມ​ປູກ­ຝັງ ຫຼື ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້​ ແຂວງ, ນະ­ຄອນ­ຫຼວງ ຫຼື ດ່ານ​ກັກ​ກັນ​ພືດ ໃກ້​ຄຽງ ທີ່​ໄດ້​ຮັບ​ການ​ມອບ​ສິດ​​ ເພື່ອ​ອອກ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ​ສຳ­ລັບ​ສົ່ງ​ອອກ;
  6. ​ການ​ກວດ­ກາວັດ­ຖຸ​ຕ້ອງ​ຄວບ​ຄຸມ​ເບື້ອງ​ຕົ້ນແຕ່​ລະ​ຄັ້ງ ຂອງເຈົ້າ​ໜ້າ­ທີ່​ກັກ​ກັນ​ພືດ ຕ້ອງ​ເຮັດ​ບົດ​ບັນ​ທຶກ​ຜົນຂອງ​ການກວດ​ກາ ​ເປັນ​ ສອ​ງ ​ສະ​ບັບ ໂດຍເກັບ​ຮັກ­ສາໄວ້ ໜຶ່​ງ ສະ​ບັບ ແລະ ອີກ ໜຶ່ງ ​ສະ​ບັບ ສົ່ງ​ໃຫ້​ ກົມ​ປູກ­ຝັງ ຫຼື ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້​ ແຂວງ, ນະ­ຄອນ­ຫຼວງ ຫຼື ດ່ານ​ກັກ​ກັນ​ພືດ ເພື່ອເປັນ​ບ່ອນ​ອີງ ໃນ​ການ​ອອກ​ໃບຢັ້ງ​ຢືນ​ສຸ​ຂາ​ນາ​ໄມ​ພືດ ສຳ​ລັບ​ສົ່ງ​ອອກ;
  7. ໃນ​ກໍ­ລະ­ນີ ຊຸດ​ສິນ­ຄ້າ​ຫາກ​ສອດ­ຄ່ອງ​ຕາມຫຼັກ​ການທີ່​ກຳ­ນົດ​ໄວ້​ໃນ ມາດ­ຕາ 26 ຂອງ​ຂໍ້​ຕົກລົງ ສະ­ບັບ​ນີ້ ​ເຈົ້າ​ໜ້າ­ທີ່ກັກກັນພືດ​ ຕ້ອງ​ລົງ​ລາຍ​ເຊັນ​ໃສ່ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບ​ສົ່ງ​ອອກ ພາຍ​ໃນ ໜຶ່ງ​ ວັນ.

ມາດ­ຕາ 17   ເອ­ກະ­ສານ ສຳລັບ ​ການ​ອອກ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສໍາ​ລັບ​ສົ່ງ​ອອກ

           ກົມ​ປູກ​ຝັງ ຫຼື ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ, ນະ­ຄອນ­ຫຼວງ ຕ້ອງ​ນຳ​ໃຊ້ແບບພິມ ໃບຢັ້ງ ຢືນ​ສຸ­ຂາ​ນາ​ໄມ​ພືດ ຂອງ​ສົນ­ທິ­ສັນ­ຍາ​ປ້ອງ​ກັນ​ພືດ​ສາ­ກົນ (IPPC) ທີ່​ກຳ­ນົດ​ໄວ້​ໃນ​ບົດ​ແນະ­ນຳ​ຂອງ​ກົມ​ປູກຝັງ.

         ກົມ​ປູກ​ຝັງ ຫຼື ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ, ນະ­ຄອນ­ຫຼວງ ຕ້ອງ​ພິມ​ຂໍ້­ຄວາມ​ທີ່ຖືກ​ຕ້ອງ​ກັບ​ຂໍ້​ກຳ­ນົດ​ເງື່ອນ­ໄຂ ຂອງ​ປະ​ເທດນຳ​ເຂົ້າ.

ມາດ­ຕາ 18   ສິດ ແລະ ພັນ­ທະ​ຂອງ​ຜູ້​ສົ່ງ​ອອກ ແລະ ຜູ້ສົ່ງອອກຕໍ່

ຜູ້​ສົ່ງ​ອອກ ​ແລະ ຜູ້​ສົ່ງ​ອອກ​ຕໍ່ ມີ​ສິດ ແລະ ພັນ­ທະ ຕົ້ນ­ຕໍ ​ດັ່ງ­ນີ້:

  1. ສະ­ເໜີ​ຂໍ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບການ​ສົ່ງ​ອອກ ແລະ ສົ່ງ​ອອກ​ຕໍ່ ພ້ອມ​ທັງ​ກຽມ​ຊຸດ​ສິນ­ຄ້າ ສຳ­ລັບ​ການ​ກວດ​ກາ;
  2. ປະ​ຕິບັດຕາມ​ຂັ້​ນຕອນ​ວິທີການ​ຮັກສາ​ຄວາມ​ປອດ​ໄພ​ດ້ານ​ສຸ­ຂາ​ນາ​ໄມ​ພືດ ​ໃຫ້​ສອດ­ຄ່ອງ​ກັບ ​ເງື່ອນ­ໄຂ​ຂອງ​ປະ­ເທດ​ນຳ​ເຂົ້າ;
  3. ຮັບ​ປະກັນ​ບັນ­ຊີ​ພືດ ໃນ​ແຕ່​ລະ​ຕູ້​ບັນ­ຈຸ ໃຫ້​ຖືກ­ຕ້ອງ​ກັບ​ປະ­ເພດ, ຊະ­ນິດ, ມາດ­ຕະຖານ​ຄຸນ​ນະ​ພາບ ຫຼື ຂໍ້​ມູນ​ອື່ນ​ທີ່​ແຈ້ງ​ໄວ້ໃນ​ໃບ​ສະ­ເໜີ;
  4. ​ມີຕູ້​ບັນ­ຈຸ​ນຳ​ໃຊ້​ໃນ​ການ​ຫຸ້ມ​ຫໍ່ຜະ­ລິດ​ຕະ​ພັນ​ພືດ ​ທີ່ຖືກ­ຕ້ອງ​ຕາມ​ຂໍ້​ກຳ­ນົດ​ເງື່ອນ­ໄຂ​ຂອງ​ປະ ເທດ​ນຳ​ເຂົ້າ ກ່ຽວ​ກັບ ການ​ຫຸ້ມ​ຫໍ່;
  5. ອຳ​ນວຍ​ຄວາມ​ສະ​ດວກ ໃຫ້​ເຈົ້າ​ໜ້າ​ທີ່​ກັກ​ກັນ​ພືດ ​ເຂົ້າ​ກວດ​ກາການ​ຜະ­ລິດ ລວມ​ທັງ​ ສາງ​ເກັບ​ມ້ຽນ, ອຸ­ປະ­ກອນ, ເຄື່ອງ­ໃຊ້ ແລະ ພື້ນ​ທີ່​ຕ່າງໆ ທີ່​ໃຊ້​ສຳ­ລັບ​ການ​ຜະ​ລິດ, ການ​ອະ­ນາໄມ, ການ​ປຸງ​ແຕ່ງ, ການ​ຫຸ້ມ​ຫໍ່, ການ​ເກັບ​ຮັກ­ສາ ແລະ ການ​ບຳ­ບັດ​ວັດ­ຖຸຕ້ອງຄວບ​ຄຸມ;
  6. ສະ­ໜອງ​ແຮງ​ງານ ໃນ​ການ​ເຄື່ອນ​ຍ້າຍ, ການ​ເປີດ ແລະ ການ​ປິດ ພາ​ຊະ​ນະ​ບັນ­ຈຸ ພ້ອມ​ທັງ​ສະ­ໜອງ​ອຸ­ປະ­ກອນ, ເຄື່ອງ­ມື ແລະ ແສງ​ໄຟ​ທີ່​ຈຳ­ເປັນ ໃຫ້​ແກ່ການ​ກວດ­ກາ;
  7. ໃຫ້​ຄວາມ​ຮ່ວມ​ມື​ແກ່ ເຈົ້າ​ໜ້າ­ທີ່​ກັກ​ກັນ​ພືດ ໃນການກວດ­ກາ ແລະ ບັນ​ທຶກ​ຂໍ້​ມູນ​ດ້ານ​ສຸ­ຂາ​ນາ​ໄມ​ພືດ;
  8. ມີ​ເຄື່ອງ­ມື, ສະ­ຖານ­ທີ່ ແລະ ວິ­ທີ​ກຳ­ຈັດ ສິ່​ງ​ເສດ​ເຫຼືອຈາກ ​ພືດ ແລະ ຜະ​ລິດ​ຕະ​ພັນ​ພືດ ທີ່​ໄດ້​ຮັບ­ຮອງ​ຈາກກົມ​ປູກ​ຝັງ ຫຼື ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ, ນະ­ຄອນ­ຫຼວງ ເພື່ອ​ຮັບປະ­ກັນ​ໃຫ້​ແກ່ ການ​ກຳ­ຈັດສິ່ງ​ເສດ​ເຫຼືອ.

ມາດ­ຕາ 19   ການ​ບໍາ​ບັດ ກ່ອນການສົ່ງອອກ ແລະ ສົ່ງອອກຕໍ່

ການ​ບຳ​ບັດ ກ່ອນ​ການ​ສົ່ງ​ອອກ ແລະ​ ສົ່ງ​ອອກ​ຕໍ່ ​ສາ​ມາດ​ເຮັດ​ໄດ້ ສອງ​ກໍ​ລະ​ນີ ດັ່ງ​​ນີ້:

  1. ໃນ​ກໍ­ລະ­ນີ ອົງ­ການ​ປ້ອງ​ກັນ​ພືດ​ແຫ່ງ​ຊາດ (NPPO) ຂອງ​ປະ​ເທດ​ນໍາ​ເຂົ້າ ກໍາ​ນົດ​ໃຫ້​ມີ​ການ​ບໍາ​ບັດ ກ່ອນ​ການ​ສົ່ງ​ອອກ ແລະ​ ສົ່ງ​ອອກ​ຕໍ່ ແຕ່​ ສ​ປ​ປ ລາວ ບໍ່​ມີ​ຂໍ້​ມູນ​ລາຍ​ລະ­ອຽດ​ ກ່ຽວ​ກັບ​ມາດ​ຕະ­ການ​ບຳ­ບັດ​ ດັ່ງ​ກ່າວ, ກົມ​ປູກ​ຝັງ ແລະ ພະ​ແນ​ກ​ກະ­ສິ­ກຳ ຫຼື ປ່າ­ໄມ້ ແຂວງ, ນະຄອນຫຼວງ ຕ້ອງ​ນຳ​ໃຊ້​ມາດ​ຕະ­ການ​ບຳ­ບັດ​ທີ່​ມີ​ໃນ ສປປ ລາວ;
  2. ຖ້າມາດ­ຕະ­ຖານ​ການ​ບຳ­ບັດ ທີ່​ປະ​ເທດ​ນຳ​ເຂົ້າ​ມີ​ຄວາມ​ຕ້ອງ​ການ ແຕ່ ສ​ປ​ປ ລາວ ບໍ່​ສາ​ມາດ​ປະ​ຕິ​ບັດ​ຕາມມສາ​ມາດ​ປະ​ຕິ​ບັດມີ​ຄວາມ​ຕ້ອງ​ການ ແຕ່ ສ​ປ​ປ ລາວ
  3. ້:ພືດ ສຳ​ລັບ​ສົ່ງ​ອອກ.ອບ​ຂອງ​ຜູ້​ສ​ເໜີ​ໄວ້. ຂັ້ນ​ຕອນ​ດັ່ງ​ກ່າວ​ໄດ້, ກົມ​ປູກ​ຝັງ ຫຼື ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ, ນະ­ຄອນ­ຫຼວງ ຕ້ອງ​ສະ​ເໜີ​ປ່ຽນ​ເປັນ​ວິ­ທີ​ການ​ບຳ­ບັດ​ອື່ນ ທີ່​ ສປປ ລາວ ສາ­ມາດ​ປະ­ຕິ­ບັດ​ໄດ້​ ໃຫ້ອົງ­ການ​ປ້ອງ​ກັນ​ພືດ​ແຫ່ງ​ຊາດ (NPPO) ຂອງ​ປະ​ເທດ​ນໍາ​ເຂົ້າ.

ໃນ​ການ​ບຳ­ບັດ​ຕາມ​ຂໍ້​ກຳ­ນົດ​ເງື່ອນ­ໄຂ ຂອງ​ປະ­ເທດ​ນຳ​ເຂົ້າ ເຈົ້າ​ໜ້າ­ທີ່​ກັກ​ກັນ​ພືດ ຕ້ອງ​ປະ­ຕິ­ບັດ​ຕາມ​ວິ­ທີ​ການ​ໃດ​ໜຶ່ງ ດັ່ງ­ນີ້:

  1. ​ປະ­ຕິ­ບັດ ຕາມ​ຂັ້ນ​ຕອນ ​ດ້ານ​ສຸ­ຂາ​ນາ​ໄມ​ພືດ​ທີ່​ເໝາະ​ສົມ​ (​ບຳ­ບັດ​ວັດ­ຖຸ​ຕ້ອງ​ຄວບ​ຄຸມ ທີ່​ຈະ​ສົ່ງ​ອອກ)​. ພ້ອມທັງໃຫ້ຜູ້​ສົ່ງ​ອອກ​​ ຮັບ​ຜິດ​ຊອບ​​ຄ່າທຳ­ນຽມ​ ແລະ ຄ່າ​ບໍ​ລິ​ການ ຕາມລັດຖະບັນຍັດຂອງປະທານປະເທດ ທີ່ປະກາດໃຊ້ໃນແຕ່ລະໄລຍະ;
  2. ແຈ້ງ​ໃຫ້​ທຸ­ລະ​ກິດ​ບໍ­ລິ­ການ​ສຸ­ຂາ​ນາ​ໄມ​ພືດ ທີ່​ໄດ້​ຂຶ້ນ​ທະ­ບຽນ​ນຳ​ກົມ​ປູກ­ຝັງ ເປັນ​ຜູ້​ດຳ­ເນີນ​ການ​ບຳ­ບັດ ແຕ່​ຕ້ອງ​ໄດ້​ຜ່ານ​ການ​ຕິດ­ຕາມ​ຢັ້ງ­ຢືນ ໂດຍ ກົມ​ປູກ​ຝັງ ຫຼື ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າໄມ້ ແຂວງ, ນະ­ຄອນ­ຫຼວງ ເພື່ອ​ຮັບ­ປະ­ກັນ​ໃຫ້​ສອດ­ຄ່ອງ​ຕາມ​ຂໍ້​ກຳ­ນົດ​ເງື່ອນ­ໄຂ​ ຂອງ​ປະເທດ​ນຳ​ເຂົ້າ;
  3. ໃນ​ກໍ­ລະ­ນີ​ທີ່​ກວດ​ພົບ​ວ່າ ​ການ​ບໍາ​ບັດ​ທີ່​ປະ­ຕິ­ບັດ​ ໂດຍ ກົມ​ປູກ​ຝັງ ຫຼື  ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ, ນະ­ຄອນ­ຫຼວງ ຫຼື ພາກ­ສ່ວນ​ບໍ­ລິ­ການ​ທຸ­ລະ​ກິດ​ສຸ­ຂາ​ນາ​ໄມ​ພືດ ບໍ່​ໄດ້​ຮັບ​ຜົນ​ສໍາ​ເລັດ, ກົມ​ປູກ​ຝັງ ແລະ ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ, ນະ­ຄອນ­ຫຼວງ ຫຼື ພາກ ສ່ວນ​ບໍ­ລິ­ການ​ທຸ­ລະ​ກິດ​ສຸ­ຂາ​ນາ​ໄມ​ພືດ ຕ້ອງ​ດຳ­ເນີນ​ມາດ​ຕະ­ການ​ສຸ­ຂາ​ນາ​ໄມ​ພືດ ເພື່ອ​ແກ້​ໄຂ​ບັນ­ຫາ​ດັ່ງ­ກ່າວ​ໃຫ້​ທັນ​ເວ​ລາ.

ມາດ­ຕາ 20   ການ​ສະ­ເໜີ​ຂໍ​ການ​ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບ​ສົ່ງ​ອອກ​ຕໍ່

ບຸກ­ຄົນ, ນິ­ຕິ­ບຸກ­ຄົນ ຫຼື ການ­ຈັດ­ຕັ້ງ ທີ່​ມີ​ຈຸດ­ປະ­ສົງ ສະ­ເໜີ​ຂໍ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບ​ສົ່ງ​ອອກ​ຕໍ່ ຕ້ອງ​ນຳ​ໃຊ້​ແບບ​ພິມ ທີ່ ກົມ​ປູກ​ຝັງ ກຳ­ນົດ​.

ມາດ­ຕາ 21  ເງື່ອນ­ໄຂ​ສຳ­ລັບ​ການ​ອອກ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບ​ສົ່ງ​ອອກ​ຕໍ່

ກົມ​ປູກ​ຝັງ ຫຼື ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ, ນະ­ຄອນ­ຫຼວງ ຕ້ອງ​ອອກ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບ​ສົ່ງ​ອອກ​ຕໍ່ ພືດ, ຜະ­ລິດ​ຕະ​ພັນ​ພືດ ແລະ ວັດ­ຖຸ​ຕ້ອງ​ຄວບ​ຄຸມ ​ຈາກ ສປປ ລາວ ໄປ​ຍັງ​ປະ­ເທດ​ອື່ນ, ສຳ​ລັບ​ການ​ສົ່ງ​ອອກ​ຕໍ່ ໂດຍ​ທົ່ວ​ໄປ ແມ່ນ​ປະ​ຕິ​ບັດ​ຕາມ​ຂັ້ນ​ຕອນ ທີ່​ລະ​ບຸໄວ້​ໃນ​ມາດ​ຕາ 17, 18 ແລະ 19 ຂອງຂໍ້ຕົກລົງສະບັບນີ້. ໃນ​ກໍ​ລະ­­ນີ​ທີ່​ຊຸດ​ສິນ­ຄ້າ​ໄດ້​ຖືກ​ແຍກ​ອອກ, ປະ­ສົມ​ກັບ​ຊຸດ​ສິນ­ຄ້າ​ອື່ນ ຫຼື ຫຸ້ມ​ຫໍ່​ໃໝ່ ຕ້ອງປະ​ຕິ​ບັດ ຕາມ​ເງື່ອນ​ໄຂ ດັ່ງ­ນີ້:

  1. ການ​ສົ່ງ​ອອກ​ຕໍ່ ວັດ­ຖຸ​ຕ້ອງ​ຄວບ​ຄຸມ ຕ້ອງ​ສອດ­ຄ່ອງ​ກັບ ເງື່ອນ­ໄຂ​ຂອງ​ປະ­ເທດ​ນຳ​ເຂົ້າ;
  2. ວັດ​ຖຸຸ​ຕ້ອງ​ຄວບ​ຄຸມ ຕ້ອງ​ມີ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບ​ສົ່ງ​ອອກ ​​ຕົ້ນ​ສະ­ບັບ ​ຊຶ່​ງ​ອອກ​ໃຫ້​ໂດຍ​ປະ­ເທດ​ແຫຼ່ງ​ກໍາ​ເນີ​ດ​ສິນ­ຄ້າ ຫຼື ປະ­ເທດ​ຕົ້ນ​ທາງ;
  3. ວັດ­ຖຸ​ຕ້ອງ​ຄວບ​ຄຸມ ໃຫ້ສາ­ມາດ​ຈຳ­ແນກ​ໄດ້​ ແລະ ບໍ່​ຢູ່​ໃນ​ສະ­ພາບ​ຄວາມ​ສ່ຽງ ທີ່​ກໍ່­ໃຫ້­ເກີດ​ມີ​ການ​ຕິດ­ແປດ ຫຼື ການ​ປົນ​ເປື້ອນສັດ­ຕູ​ພືດ ໃນ​ຊ່ວງ​ເວ­ລາ ຊຸດ​ສິນ­ຄ້າ​ຢູ່​ໃນ ສປປ ລາວ.

ໃນ​ກໍ­ລະ­ນີ ຊຸດສິນຄ້າໄດ້​ແຍກ​ອອກ​ຈາກ​ກັນ ຕ້ອງ​ອອກໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບ​​ສົ່ງ​ອອກ​ຕໍ່ ພ້ອມ​ທັງ ສຳ​ເນົາ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ​ສຳ­ລັບ​ສົ່ງ​ອອກຕົ້ນ​ສະ­ບັບ ​ຂອງ​ປະ­ເທດ​ຕົ້ນ​ທາງ ​ເພື່ອ​ນຳ​ສົ່ງ​ໄປ​ພ້ອມ​ກັບຊຸດ​ສິນ­ຄ້າ​ດັ່ງ​ກ່າວ.

ໃນ​ກໍ­ລະ­ນີ ​ຊຸດ​ສິນ­ຄ້າທີ່​ນຳ​ເຂົ້າ​ມາ​ຍັງ ສປປ ລາວ ແລະ ມີ​ຈຸດ­ປະ­ສົງ​ສົ່ງ​ອອກ​ຕໍ່, ກົມ​ປູກ​ຝັງ ຫຼື ພະ​ແນ​ກ​ກະ­ສິ­ກຳ ຫຼື ປ່າ­ໄມ້ ແຂວງ, ນະ­ຄອນ­ຫຼວງ ຕ້ອງ​ອອກ​ໃບ­ຢັ້ງ­ຢືນ​ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບ​ສົ່ງ​ອອກ​ຕໍ່ ຕາມ​ກໍ­ລະ­ນີ ດັ່ງ­ນີ້:

  1. ຊຸດ​ສິນ­ຄ້າ ມີ​ການ​ຕິດ­ແປດ ປົນ​ເປື້ອນ​ສັດ­ຕູ​ພືດ ຫຼື ສູນ​ເສຍ ຄວາມ​ຄົບ​ຖ້ວນ ຫຼື ໄດ້​ຜ່ານ​ການ​ປຸງ​ແຕ່ງ ເຮັດ​ໃຫ້​ປ່ຽນ­ແປງ​ຈາກ​ສະ­ພາບ​ເດີມ​ ຈາກ​ຂໍ້​ມູນ​ຂອງ​ປະ­ເທດ​ແຫຼ່ງ​ກຳ­ເນີດ​ຂອງ​ຊຸດສິນ ຄ້າ ຕ້ອງ​ໄດ້​ລະ​ບຸໄວ້​ໃນ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ​ສຳ­ລັບ​ສົ່ງ​ອອກ​ຕໍ່;
  2. ພືດ​ທີ່​ນຳ​ເຂົ້າ​ມາ​ປູກ ໜຶ່ງລະ­ດູ​ການ ໃນ ສປປ ລາວ ໃຫ​້ຖື​ວ່າ​ມີ​ການ​ປ່ຽນ­ແປງ​ແຫຼ່ງ​ກຳ­ເນີດ​ຂອງ​ສິນ­ຄ້າ ແລະ ຕ້ອງ​ກຳ­ນົດ​ໃຫ້​ເປັນ​ແຫຼ່ງ​ກຳ­ເນີດ​ໃໝ່.

ໃນ​ກໍ­ລະ­ນີ​ປະ­ເທດ​ປາຍ­ທາງ ຫາກ​ໄດ້​​ກຳ­ນົດ​ເງື່ອນ­ໄຂ​ສະ­ເພາະ ​ເປັນ​ຕົ້ນ ການ​ກວດ­ກາ​ສວນ​ປູກ ທີ່​ບໍ່​ສາ­ມາດ​ດຳ­ເນີນ​ການ​ໄດ້ ໂດຍ​ຝ່າຍ​ລາວ​ທີ່​ເປັນ​ປະ­ເທດ​ສົ່ງ​ອອກ​ຕໍ່, ເງື່ອນ­ໄຂ​ສະ­ເພາະ​ດັ່ງ­ກ່າວ​ ບໍ່​ໄດ້​ແຈ້ງ​ໃນ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ​ສຳ­ລັບ​ສົ່ງ​ອອກ ຕົ້ນ​ສະ­ບັບ ຫຼື ຫ້ອງ​ວິ­ໄຈ​ທີ່​ບໍ່​ຖືກ​ຮັບ​ຮອງຈາກ​ປະ­ເທດ​ປາຍ­ທາງ, ກົມ​ປູກ​ຝັງ ຫຼື ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ, ນະ­ຄອນ­ຫຼວງ ຕ້ອງ​ປະ­ຕິ­ເສດ​ການ​ອອກ​ໃບ­ຢັ້ງ­ຢືນ​ສຸຂາ​ນາ​ໄມ​ພືດ ສຳ­ລັບ​ສົ່ງ​ອອກ​ຕໍ່. ໃນ​ກໍ​ລະ​ນີ ສະ­ພາບ​ການ​ດັ່ງ­ກ່າວ ​ ​ເກີດ​ຂຶ້ນ​ເປັນ​ປົກ­ກະ­ຕິ, ກົມ​ປູກ­ຝັງ  ຕ້ອງເຈ​ລະ​ຈາ​ກ້າວ​ໄປ​ເຖິງ​ສ້າງ​ຂໍ້​ຕົກ­ລົງ​ຮ່ວມ​ກັບ ​ປະ­ເທດ​ແຫຼ່ງ​ກໍາ​ເນີ​ດ​ສິນ­ຄ້າ ແລະ ປະ ເທດ​ນຳ​ເຂົ້າ ເພື່ອ​ຫາ​ວິ­ທີ​ແກ້​ໄຂຮ່ວມ​ກັນ.

ມາດ­ຕາ 22   ການ​ປ່ຽນ​ໃໝ່, ຍົກ­ເລີກ ແລະ ຢັ້ງ­ຢືນ​ສຳ​ເນົາ​ ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບການສົ່ງ​ອອກ ແລະ ສົ່ງ​ອອກ​ຕໍ່ 

 ສຳ​ລັບ​ການ​ປ່ຽນ​ແປງ​ໃໝ່, ຍົກ​ເລີກ ແລະ ຢັ້ງ​ຢືນ​ຄືນ ສາ​ມາດ​ປະ​ຕິ​ບັດ​ໄດ້​ ຕາມ​ກໍ​ລະ​ນີ ​ລຸ່ມ​ນີ້:

  1. ໃນ​ກໍ­ລະ­ນີ ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບການ​ສົ່ງ​ອອກ ຫຼື ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳລັບ​ສົ່ງ​ອອກ​ຕໍ່ ຖືກ​ເສຍ​ຫາຍ ຫຼື ຖືກ​ທຳ​ລາຍ, ເປື້ອນ ຊຶ່ງ​ບໍ່​ສາ​ມາດ​ນຳ​ໃຊ້​ໄດ້, ຜູ້​ສົ່ງ​ອອກ ຫຼື ຜູ້ສົ່ງອອກຕໍ່ ຕ້ອງ​​ສະ­ເໜີ ເຖິງ ກົມ​ປູກ​ຝັງ ຫຼື ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ, ນະຄອນ­ຫຼວງ ຕາມ​ແບບ​ພິມ ທີ່​ກຳ­ນົດ​ໄວ້​ໃນ​ບົດ​ແນະ­ນຳ ຂອງ​ກົມ​ປູກ­ຝັງ ເພື່ອ​ອອກ​ໃບຢັ້ງ​ຢືນ​ສຸ​ຂາ​ນາ​ໄມ​ພືດ ສຳ­ລັບສົ່ງ​ອອກ ຫຼື ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບ​ສົ່ງ​ອອກ​ຕໍ່ ສະ​ບັບ​ໃໝ່ ພ້ອມ​ທັງ​ຈ່າຍ​ຄ່າ​ທຳ­ນຽມ ແລະ ຄ່າບໍລິການ ຕາມລັດຖະບັນຍັດຂອງປະທານປະເທດ ທີ່ປະກາດໃຊ້ໃນແຕ່ລະໄລຍະ;
  2. ກໍ­ລະ­ນີ ຜູ້​ສົ່ງ​ອອກ ມີ​ຈຸດ​ປະ​ສົງ ຢັ້ງ­ຢືນ​ສຳ​ເນົາ ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບການ​ສົ່ງ​ອອກ ແລະ ​ສົ່ງ​ອອກ​ຕໍ່ ຍ້ອນ​ປະ​ເທດ​ນຳ​ເຂົ້າ​ຕ້ອງ​ການ, ໃຫ້​ສະ­ເໜີ ເຖິງ ກົມ​ປູກ​ຝັງ ຫຼື ພະ​ແນ​ກ​ກະສິ­ກຳ ແລະ ປ່າ­ໄມ້ ແຂວງ, ນະ­ຄອນ­ຫຼວງ ໂດຍ​ນຳ​ໃຊ້​ແບບ​ພິມ ທີ່​ກຳ­ນົດ​ໄວ້​ໃນ​ບົດ​ແນະ­ນຳ ເພື່ອຈ້ຳ​ຕາປະ​ທັບຢັ້ງ​ຢືນ ຂອງ​ອົງ​ການ​ປ້ອງ​ກັນ​ພືດ​ແຫ່ງ​ຊາດ (NPPO) ພ້ອມ​ທັງ​ຈ່າຍ​ຄ່າ​ທຳນຽມ ແລະ ຄ່າບໍລິການ ຕາມລັດຖະບັນຍັດຂອງປະທານປະເທດ ທີ່ປະກາດໃຊ້ໃນແຕ່ລະໄລຍະ;
  3. ກົມ​ປູກ​ຝັງ ຫຼື ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ, ນະ­ຄອນ­ຫຼວງ ມີສິດຍົກ​ເລີກ ໃບຢັ້ງຢືນ​ສຸຂາ​ນາ​ໄມ​ພືດ ສຳ­ລັບການ​ສົ່ງ​ອອກ ແລະ ​ສົ່ງ​ອອກ​ຕໍ່ ໃນ​ກໍ​ລະ​ນີ ຖືກ​ແຈ້ງ​ເຕືອນ ຈາກ​ປະ​ເທດ​ນຳ​ເຂົ້າ, ​ພົບ​ວ່າ ຜູ້​ສົ່ງ​ອອກ​ບໍ່​ປະ​ຕິ​ບັດ ​ຕາມ​ຂໍ້​ກຳ­ນົດ​ເງື່ອນ­ໄຂ​ທີ່​ວາງ​ໄວ້ ຫຼື ຊຸດ​ສິນ­ຄ້າ​ມີ​ການ​ປ່ຽນ­ແປງ ຫຼື ມີ​ຄວາມ​ສູນ​ເສຍ​ສະ­ພາບ​ຄວາມ​ຄົບ​ຖ້ວນ ​ຕາມ​ທີ່​ໄດ້​ລະ​ບຸ​ໄວ້ ໃນໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບ​ການສົ່ງ​ອອກ ແລະ ​ສົ່ງ​ອອກ​ຕໍ່.

ມາດ­ຕາ 23   ສິນ­ຄ້າ​ທີ່ບໍ່​ສອດ­ຄ່ອງຕາມ​ຂໍ້​ກໍາ​ນົດ​ເງື່ອນ­ໄຂ​ສຸ­ຂາ​ນາ​ໄມ​ພືດ​ ຂອງ​ປະ​ເທດ​ນໍາ​ເຂົ້າ

ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ທີ່​ສະ­ເໜີ​ຂໍ​ການ​ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ຫາກ​ບໍ່​ຖືກ­ຕ້ອງ​ຕາມ​ຂໍ້​ກຳ­ນົດ​ເງື່ອນ­ໄຂ​ຂອງ​ປະ​ເທດ​ນໍາ​ເຂົ້າ, ເຈົ້າ​ໜ້າ­ທີ່​ກັກ​ກັນ​ພືດ ຕ້ອງ​ປະ­ຕິເສດການອອກ​ ໃບ­ຢັ້ງ ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບ​ສົ່ງ​ອອກ ຫຼື ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບ​ສົ່ງ​ອອກ​ຕໍ່ ພ້ອມທັງແຈ້ງ​ເປັນ​ລາຍ​ລັກ​ອັກ­ສອນ ເຖິງ​ຜູ້​ສົ່ງ​ອອກ ​ເພື່ອ​ກຳ­ນົດ​ມາດ​ຕະ­ການ​ແກ້​ໄຂ.

ໃນ​ກໍ­ລະ­ນີ ຫາກ​ມີ​ການ​ກຳ­ນົດ​ມາດ​ຕະ­ການ​ແກ້​ໄຂ, ກົມ​ປູກ​ຝັງ ຫຼື ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າໄມ້ ແຂວງ, ນະ­ຄອນ­ຫຼວງ ຕ້ອງ​ສະ­ໜອງ​ຂໍ້​ມູນ​ໃຫ້​ແກ່​ຜູ້​ສົ່ງ​ອອກ ກ່ຽວ​ກັບ ​ກິດ­ຈະ­ກຳ​ສຳ­ລັບ​ການ​ບຳ­ບັດ​ທີ່​ນຳ​ໃຊ້ ຫຼື ອາດ​ຈັດ​ຕັ້ງ​ປະ­ຕິ­ບັດ ການ​ບຳ­ບັດ ທີ່​ຈຳ­ເປັນ​ດ້ວຍ​ຕົນ​ເອງ, ພາຍ­ຫຼັງ​ການ​ບໍາ​ບັດ​ຫາກ​ພົບ​ເຫັນ ວັດ­ຖຸ​ຕ້ອງ​ຄວບ​ຄຸມ ​ມີ​ຄວາມ​ສອດ­ຄ່ອງ​ຕາມ​ເງື່ອນ­ໄຂ ຂອງ​ປະ​ເທດ​ນໍາ​ເຂົ້າ, ເຈົ້າ​ໜ້າ­ທີ່​ກັກ​ກັນ​ພືດ ຕ້ອງ​ອອກ ໃບຢັ້ງຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບ​ສົ່ງ​ອອກ ຫຼື ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບ​ສົ່ງ​ອອກ​ຕໍ່. 

ມາດ­ຕາ 24   ມາດ​ຕະ­ການ​ປະ­ຕິ­ບັດ​ສຳ­ລັບ​ສົ່ງ​ອອກ​ທີ່​ບໍ່​ສອດ­ຄ່ອງ

ໃນ​ກໍ­ລະ­ນີ ອົງ­ການ​ປ້ອງ​ກັນ​ພືດ​ແຫ່ງ​ຊາດ (NPPO) ຂອງ​ປະ​ເທດ​ນໍາ​ເຂົ້າ ໄດ້​ແຈ້ງ​ເຕືອນ​ຢ່າງ​ເປັນ​ທາງ​ການ ​ກ່ຽວ​ກັບ ​ຂໍ້​ບົກ​ຜ່ອງທີ່​ບໍ່​ສອດ­ຄ່ອງ ໃນ​ການ​ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ, ກົມ​ປູກ​ຝັງ ຕ້ອງປະ­ຕິ­ບັດ​ຕາມ​ຂັ້ນ​ຕອນ ດັ່ງ­ນີ້:

  1. ແຈ້ງ​ໃຫ້​ຜູ້​ສົ່ງ​ອອກຊາບ​ ກ່ຽວ​ກັບ ​ການ​ແຈ້ງ​ເຕືອນ​ຂອງ​ປະ­ເທດ​ປາຍ­ທາງ;
  2. ດຳ­ເນີນ​ການ​ກວດ​ສອບ​ຫາ​ສາ­ເຫດ ຕໍ່​ກັບ​ກໍ­ລະ­ນີ​ດັ່ງ­ກ່າວ​ ຖ້າ​ອົງ​ການ​ປ້ອງ​ການ​ພືດ​ແຫ່ງ​ຊາດ (NPPO) ຂອງປະ​ເທດ​ນຳ​ເຂົ້າ ມີ​ການ​ຮ້ອງ​ຂໍ​​​ເອ­ກະ­ສານ​ບົດ​ລາຍ​ງານ​ຜົນ​ ຂອງ​ການ​ກວດ​ສອບ ແລະ ມາດ​ຕະ­ການ​ວິ​ທີ​ການແກ້​ໄຂ ຂອງ​ຜູ້​ສົ່ງ​ອອກ, ກົມ​ປູກ​ຝັງ ຕ້ອງ​ສະ​ໜອງ​ສຳ​ເນົາ​ເອ​ກະ​ສານ​ດັ່ງ​ກ່າວ​ໃຫ້​ຢ່າງ​ຄົບ​ຊຸດ;
  3. ໂຈະ​ການ​ອອກ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບ​ສົ່ງ​ອອກ, ສະ​ເພາະສະ​ຖານ​ທີ່​ປະ​ກອບ​ການ​ຜະລິດ​​ ຈະ​​ຖືກ​ແຈ້ງ​ເຕືອນ​ຈາກ​ປະ­ເທດ​ນຳ​ເຂົ້າ ເປັນ​ເວ­ລາ ສິບ​ຫ້າ ​ວັນ.

ການກວດ​ກາ ຊຸດ​ສິນ​ຄ້າ​ກ່ອນ​ການ​ສົ່ງ​ອອກ ​ໃຫ້​ປະ​ຕິ​ບັດ ​ດັ່ງ​ນີ​້:

  • ຫາກ​ກວດ​ພົບ​ສັດ­ຕູ​ພືດ​ກັກ​ກັນ ໃນ​ເວ­ລາ​ການ​ກວດ­ກາ​ຊຸດ​ສິນ­ຄ້າ​ກ່ອນ​ສົ່ງ​ອອກ ແລະ ບໍ່​ທັນ​ມີ​ການ​ແຈ້ງ​ເຕືອນ​ຈາກ​ປະ­ເທດ​ນຳ​ເຂົ້າ ກົມ​ປູກ​ຝັງ ແລະ ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ, ນະ­ຄອນ­ຫຼວງ ຕ້ອງ​ແຕ່ງ­ຕັ້ງ​ເຈົ້າ​ໜ້າ­ທີ່​ກັກ​ກັນ​ພືດ ເພື່ອ​ຄວບ​ຄຸມ, ຄັດ​ແຍກ ແລະ ກວດ­ກາ ວັດ­ຖຸ​ຕ້ອງ​ຄວບ​ຄຸມ ຢູ່​ສະ­ຖານ­ທີ່​ຫຸ້ມ​ຫໍ່​ ຂອງ​ຜູ້​ສົ່ງ​ອອກ;
  • ຖ້າກວດ​ພົບ​ສັດ­ຕູ​ພືດ​ກັກ​ກັນ ຢ່າງ​ຕໍ່​ເນື່ອງ​ພາຍ​ໃນ ສາມ​ສິບ​ວັນ ນັບ​ແຕ່​ວັນກວດ​ພົບຄັ້ງ​ທຳ​ອິດ ​ໃຫ້​ໂຈະ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ​ສຳ­ລັບ​ການ​ສົ່ງ​ອອກ ຈາກ​ສະ​ຖານ​ທີ່​ປະ​ກອບ​ການ​ຜະລິດ ເປັນ​ເວ­ລາ ສິບ​ຫ້າ​ ວັນ ເພື່ອ​ດຳ­ເນີນ​ການ​ສຶບ​ສວນ ໂດຍ ກົມ​ປູກ​ຝັງ ແລະ ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ, ນະ­ຄອນ­ຫຼວງ.

ການ​ໂຈະ​ອອກ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ​ສຳ­ລັບ​ການ​ສົ່ງ​ອອກ ສາ​ມາດສືບ​ຕໍ່​ໄດ້​ອີກ ຢ່າງ​ໜ້ອຍ ສິບ​ຫ້າ ວັນ ​ແລະ ປະ​ຕິ​ບັດ​ໄປຈົນກວ່າ ​ສາ​ມາດ​ກວດ­ກາ​ເຫັນ​ວ່າ ມາດ​ຕະ­ການ​ແກ້​ໄຂຂອງ​ຜູ້​ສົ່ງ​ອອກ ​ໄດ້​ຖືກ​ຈັດ​ຕັ້ງ​ປະ­ຕິ­ບັດ​ຮຽບ­ຮ້ອຍ ແລະ ຊຸດ​ສິນ­ຄ້າ​ສົ່ງ​ອອກ ບໍ່​ມີ​ການ​ຕິດ­ແປດ​ສັດ­ຕູ​ພືດ​ກັກ​ກັນ.

ມາດ­ຕາ 25   ມາດຕະການຕໍ່ຜູ້ລະ­ເມີດ ທີ່​ບໍ່​ຮ້າຍ​ແຮງ

​​  ຜູ້​ສົ່ງ​​ອອກ ທີ່​ລະ​ເມີດລະ​ບຽບ​ການ​ສຸ​ຂາ​ນາ​ໄມ​ພືດ ທີ່​ມີ​ລັກ​ສະ​ນະບໍ່​ຮ້າຍ​ແຮງ ໃຫ້​ປະ​ຕິ​ບັດ​ມາດ​ຕະ​ການ ​ດັ່ງ​ນີ້:

  1. ​ຫາກ​ພົບ​ເຫັນ​ວັດ­ຖຸ​ຕ້ອງ​ຄວບ​ຄຸມ ຫຼື ວັດ­ຖຸ​ອື່ນ ທີ່​ບໍ່​ໄດ້​ແຈ້ງ​ໃນ​ໃບ​ສະເໜີ​ຂໍ​ໃບ­ຢັ້ງ­ຢືນ​ສຸ­ຂາ​ໄມ​ພືດ ສຳ­ລັບ​ສົ່ງ​ອອກ ຫຼື ສົ່ງ​ອອກ​ຕໍ່ ເຊັ່ນ: ປະ­ລິ­ມານ, ນໍ້າ​ໜັກ ແລະ ຂໍ້​ມູນ​ລາຍ​ລະ­ອຽດ​ຕົວ​ຈິງ ບໍ່​ຖືກ­ຕ້ອງ​ກັບ​ຂໍ້​ມູນ​ທີ່​ຂຽນ​ໄວ້​ໃນ​ໃບ​ສະ­ເໜີ​ຂອງ​ຜູ້​ສົ່ງ​ອອກ, ເຈົ້າ​ໜ້າ­ທີ່​ກັກ​ກັນ​ພືດ ຕ້ອງ​ແຈ້ງ​ໃຫ້​ຜູ້​ສົ່ງ​ອອກຊາບ ກ່ຽວ​ກັບ ​ສິ່ງ​ທີ່​ຕົນ​ເອງ​ພົບ, ຫຼັງ​ຈາກ​ນັ້ນ ຜູ້​ສົ່ງ​ອອກ​ຕ້ອງ​ຈຳ­ແນກ ແລະ ຄັດ​ແຍກວັດ­ຖຸ​ ທີ່​ບໍ່​ໄດ້​ແຈ້ງ ຫຼື ບໍ່​ຖືກຕ້ອງ​ກັບ​ໃບ​ສະ­ເໜີ ສຳ­ລັບ​ຊຸດ​ສິນ​ຄ້າ. ເມື່ອ​ຊຸດ​ສິນ­ຄ້າ ໄດ້​ຄັດ​ແຍກ​ ແລະ ຖືກ­ຕ້ອງ ຕາມ​ຂໍ້​ກຳ­ນົດ​ເງື່ອນ­ໄຂ​ຂອງ​ປະ­ເທດ​ນຳ​ເຂົ້າ ແລ້ວ, ເຈົ້າ​ໜ້າ­ທີ່​ກັກ​ກັນ​ພືດ ຕ້ອງ​ອອກ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ​ ສຳ­ລັບ​ສົ່ງ​ອອກ ແລະ ໃບຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບ​ສົ່ງ­ຕໍ່ ​ທັນ​ທີ;
  2. ​ມີ​ການ​ລະ​ເມີດ ​ເປັນ​ຄັ້ງ​ທີ່​ສອງ ຊຶ່ງ​ມີ​ສາ­ເຫດ​ດຽວ​ກັນ​ກັບ​ ຂໍ້​ທີ 1 ​ຂອງ​ມາດ­ຕາ​ນີ້ ພາຍ​ໃນ​ສາມ​ສິບ ​ວັນ ​ຈາກ​ຄັ້ງ​ທຳ­ອິດ, ກົມ​ປູກ​ຝັງ ແລະ ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ, ນະຄອນ­ຫຼວງ ຕ້ອງ​ປະ­ຕິ­ເສດ​ການ​ອອກ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ​ສຳ­ລັບ​ສົ່ງ​ອອກ ຫຼື ໃບຢັ້ງຢືນ​ສຸ­ຂາ​ນາ​ໄມ​ພືດ ​ສຳ­ລັບ​ສົ່ງ​ອອກ​ຕໍ່ ແລະ ໃຫ້​ຜູ້​ສົ່ງ​ອອກ​ຍື່ນ​ໃບ​ສະ­ເໜີ​ຄືນ​ໃໝ່. ຫຼັງ​ຈາກ​ນັ້ນ ​ໃຫ້​ມີ​ການ​ກວດ­ກາ ແລະ ຢັ້ງ­ຢືນ​ຕິດ­ຕໍ່​ກັນ ​ຫ້າ ​ຄັ້ງ ເປັນ​ເວ­ລາຢ່າງ​ໜ້ອຍ ສາມ​ເດືອນ ໂດຍ​ໃຫ້​ກວດ­ກາ​ທຸກ​ຄອນ​ເທ​ນ​ເນີ ​ສຳ­ລັບ​ການ​ສົ່ງ​ອອກ;
  3. ​​​ຖ້າມີ​ການ​ລະ​ເມີດ ຕິດ­ຕໍ່​ກັນ ສິບ​ຄັ້ງ ເປັນ​ເວ­ລາ ສາມ ​ເດືອນ ຕາມ​ທີ່​ກຳ­ນົດ​ໄວ້​ໃນ​ ຂໍ້ທີ 2 ຂອງ​ມາດ­ຕາ​ນີ້, ກົມ​ປູກ​ຝັງ ແລະ ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ, ນະ­ຄອນ­ຫຼວງ ຕ້ອງ​ປະຕິເສດ​ການ​ອອກ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ​ສຳ­ລັບ​ສົ່ງ​ອອກ ແລະ ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳລັບ​ສົ່ງ​ອອກ​ຕໍ່ ພ້ອມ​ທັງ ປັບ​ໃໝ​ຕາມ​ກົດ​ໝາຍ​.

ມາດ­ຕາ 26   ການ​ກວດ­ກາ​ຄືນ­ໃໝ່

ເຈົ້າ​ໜ້າທີ່ກັກ​ກັນ​ພືດ ​ສາ​ມາດກວດ​ກາ​ຊຸດ​ສິນ​ຄ້າຄືນ​ໃໝ່ ໃນ​ກໍ​ລະ​ນີ ​ດັ່ງ​ນີ້:

  1. ໄລ​ຍະ​ ການ​ກວດ­ກາ ແລະ ການ​ສົ່ງ​ອອກ ​ເກີນ ສິບ​ສີ່ວັນ, ສັ້ນ ຫຼື ຍາວ​ກວ່າ ທີ່​ປະ​ເທດ​ນໍາ​ເຂົ້າ​ອະ­ນຸ­ຍາດ​ໃຫ້; 
  2. ​ວັດ­ຖຸ​ຕ້ອງ​ຄວບ​ຄຸມຖືກ​ປະ­ຕິ­ເສດ​ ການ​ຢັ້ງ​ຢືນສຸ​ຂາ​ນາໄມພືດ ຈາກ​ເຈົ້​າ​ໜ້າ​ທີ່​ກັກ​ກັນ​ພືດ, ຜູ້​ສົ່ງ​ອອກ ສາ​ມາດຍື່ນ​ຄໍາ​ຮ້ອງ​ຂໍ​ການ​ກວດ­ກາ​ຄືນ­ໃໝ່ ​ເພື່ອ​ດຳ​ເນີນ​ການບຳ​ບັດ ຕາມ​ຂັ້ນ​ຕອນ ທີ່ກົມ​ປູກ​ຝັງ​ກຳ​ນົດ.

ມາດ­ຕາ 27  ການ​ເກັບ​ຮັກ­ສາ​ເອກະສານ

 ກົມ​ປູກ​ຝັງ ແລະ ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ, ນະ­ຄອນ­ຫຼວງ ຕ້ອງ​ເກັບ​ຮັກ­ສາ​ຂໍ້​ມູນ ແລະ ເອ­ກະ­ສານອື່ນ​ທີ່​ກ່ຽວ​ຂ້ອງ ຢ່າງ​ໜ້ອຍ​ ຫ້າ​ປີ ຊຶ່ງ​ລວມ​ມີ​ເອ​ກະ​ສານ ດັ່ງ­ນີ້:

  1. ຂັ້ນ​ຕອນ ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໃນ​ການ​ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ;
  2. ບົດ​ບັນ​ທຶກ ແລະ ເອ​ກະ​ສານ​ອື່ນ ກ່ຽວ​ກັບການ​ ກວດ­ກາ, ​ເກັບ​ຕົວ­ຢ່າງ, ທົດ​ສອບ, ບໍາ​ບັດ ແລະ ຄວາມ​ຖືກ­ຕ້ອງຄົບ​ຖ້ວນ ​ຂອງ​ຊຸດ​ສິນ­ຄ້າ;
  3. ເກັບ​ກຳ​ປະ​ຫວັດ​ຜູ້​ທີ່​ເຮັດ​ໜ້າ­ທີ່ ແລະ ຮັບ­ຜິດ­ຊອບ​ກິດ​ຈະ​ກໍາ​ຕ່າງໆ​ ຕາມ​ຂໍ້​ທີ່​ 2 ຂອງມາດຕານີ້;
  4. ຊື່ ແລະ ທີ່­ຢູ່​ຂອງ​ ເຈົ້າ​ຂອງ​ສະ​ຖານ​ທີ່​ປ​ະ​ກອບ​ການ​ຜະ​ລິດ, ຜູ້​ສົ່ງ​ອອກ ແລະ ຜູ້​ດຳ­ເນີນ​ທຸ­ລະ​ກິດ​ບໍ­ລິ­ການ​ສຸ­ຂາ​ນາ​ໄມ​ພືດ ​ທີ່​ໄດ້​ຂຶ້ນ​ທະ­ບຽນຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ;
  5. ວັນ, ເດືອນ, ປີ ຂອງ​ການ​ຂົນ­ສົ່ງ ແລະ ການ​ປະ­ຕິ­ບັດ​ງານ;
  6. ຂໍ້​ມູນ​ທີ່​ກ່ຽວ­ຂ້ອງ​ກັບ ​ການ​ກວດ​ສອບ​ຢ້ອນ​ຫຼັງ ເປັນ­ຕົ້ນ ​ຂໍ້​ມູນ​ການ​ຈຳ­ແນກ​ປະ­ເພດ ແລະ ຂໍ້​ມູນຄວາມ​ປອດ​ໄພດ້ານ​ສຸ­ຂາ​ນາ​ໄມ​ພືດ​ ຂອງ​ຊຸດ​ສິນ­ຄ້າ ສຳ­ລັບ​ສົ່ງ​ອອກ​;
  7. ຂໍ້​ມູນ​ດ້ານ​ສຸ­ຂາ​ນາ​ໄມ​ພືດ​ອື່ນ​ທີ່​ກ່ຽວ​ຂ້ອງ.

ສຳ​ລັບ ສໍາ​ເນົາ​​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ຕ້ອງ​ເກັບ​ຮັກ­ສາ​ໄວ້ ເປັນ​ເວ­ລາ ສອງ​ປີ​ ຢູ່ກົມ​ປູກ​ຝັງ ແລະ ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ, ນະ­ຄອນ­ຫຼວງ ເພື່ອຮັບ­ປະ­ກັນປົກ​ປ້ອງ​ຂໍ້​ມູນ ​ຂອງ​ຜູ້​ສົ່ງ​ອອກ ໃຫ້​ເປັນ​ຄວາມ​ລັບ.

ມາດ­ຕາ 28   ການ​ກວດ­ກາ​ຮ່ວມ​ກັນກັບຄູ່ກາຄ້າ

ກົມ​ປູກ​ຝັງ ແລະ ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ, ນະ­ຄອນ­ຫຼວງ ສາ​ມາດຮ່ວມ​ມື ​ກ່ຽວ​ກັບ ​ການກວດ​ກາ ດ້ານ​ສຸ​ຂາ​ນາ​ໄມ​ພືດ ຮ່ວມກັບ​ພາກ​ພື້ນ ແລະ ສາ​ກົນ ບົນ​ພື້ນ​ຖານ​ການຕົກ​ລ​ົງ ຂອງລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້.

ໝວດທີ 5

ການຫຸ້ມຫໍ່ ແລະ ການປະ­ກອບຂໍ້ມູນໃນສະ­ຫຼາກ

ມາດ­ຕາ 29   ການ​ຫຸ້ມ​ຫໍ່

ການ​ຫຸ້ມ​ຫໍ່​ ​ວັດ­ຖຸ​ຕ້ອງ​ຄວບ​ຄຸມ ຕ້ອງ​ປະ​ຕິ​ບັດ​ຕາມ​ເງື່ອນ​ໄຂ ດັ່ງ­ນີ້:

  1. ຮັບ​ປະ​ກັນ ບໍ່​​ເຮັດ​ໃຫ້​ເກີດ​ຄວາມ​ສ່ຽງ ​ຕໍ່ ຄວາມ​ຖືກ­ຕ້ອງ​ຄົບ​ຖ້ວນ​ດ້ານ​ສຸ­ຂາ​ນາ​ໄມ​ພືດ ​ຂອງ​ສິນ­ຄ້າ ແລະ ປົກ​ປ້ອງ​ສິນ­ຄ້າ​ຈາກ​ສັດ­ຕູ​ພືດ ຫຼື ສິ່ງ​ປົນ​ເປື້ອນ;
  2. ມີ​ຄວາມ ແຂງ​ແກ່ນ​ ແລະ ທົນທານ ​ຕໍ່​ການເຄື່ອນ​ຍ້າຍ ແລະ ​ຂົນ­ສົ່ງ ໃຫ້​ຮອດ​ເປົ້າ​ໝາຍ;
  3. ສາ­ມາດ​ ອະ­ນາ­ໄມ ແລະ ​ນຳ​ໃຊ້​ໄດ້ຫຼາຍ​ຄັ້ງ ໂດຍ​ໄດ້​ຮັບ​ອະ­ນຸ­ຍາດ ຈາກກົມ​ປູກ​ຝັງ ແລະ ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ, ນະ­ຄອນ​ຫຼວງ.  

ສຳລັບວັດຖຸຫຸ້ມຫໍ່ ທີ່ເຮັດດ້ວຍໄມ້ ໃຫ້ປະຕິບັດຕາມມາດຕະການ ດັ່ງນີ້:

  • ກົມ​ປູກ​ຝັງ ຕ້ອງ​ກຳ­ນົດ​ມາດ​ຕະ­ການ​ບຳ­ບັດ​ດ້ານ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບ​ວັດ­ຖຸ​ຫຸ້ມ​ຫໍ່​ ທີ່​ເຮັດ​ດ້ວຍ​ໄມ້ ພ້ອມ​ທັງ​ປັບ­ປຸງ ໃຫ້​ທັນ​ສະ­ພາບ​ການ;
  • ວັດ­ຖຸຫຸ້ມ​ຫໍ່​ທີ່​ເຮັດ​ດ້ວຍ​ໄມ້ ທີ່​ໄດ້​ຜ່ານ​ການ​ບໍາ​ບັດ​ດ້ານ​ສຸ­ຂາ​ນາ​ໄມ​ພືດ ຕ້ອງ​​ຈໍ້າກາ ເພື່ອຢັ້ງ​ຢືນ ຕາມ​ມາດ​ຕະ​ຖານ​ສາ​ກົນ ດ້ານ​ສຸ​ຂາ​ນາ​ໄມ​ພືດ ເລກ​ທີ 15 (ISPM No.15);
  • ການບຳບັດ ຫຼື ນຳ​ໃຊ້​ກາ​ຈໍ້າ ແມ່ນອົງ­ການ​ຈັດ​ຕັ້ງ​ໃດ​ໜຶ່ງ ທີ່​ບໍ່​ສັງ­ກັດ​ໃນກົມ​ປູກ​ຝັງ ແລະ ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ, ນະ­ຄອນ­ຫຼວງ ເປັນ​ຜູ້​ປະ​ຕິ​ບັດ ພາຍ​ໃຕ້​ການ​ຄຸ້ມ​ຄອງ, ກວດ​ສອບ ແລະ ປະ​ເມີນ​ຜົນ ຈາກ ກົມ​ປູກ​ຝັງ ແລະ ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ ນະ­ຄອນ­ຫຼວງ.

ມາດ­ຕາ 30  ການ​ຕິດ​ສະ­ຫຼາກ

ການ​ສົ່ງ​ອອກ ວັດ​ຖຸ​ຕ້ອງ​ຄວບ​ຄຸມ ຕ້ອງ​ຕິດ​ສະ­ຫຼາກ ​ຕາມ​ຫຼັກ­ການ ໂດຍມີ​​ເນື້ອ​ໃນຖືກ​ຕ້ອງ ແລະ​ ຊັດ​ເຈນ​, ກຳ­ນົດ​ຮູບ​ແບບ​ໃດ​ໜຶ່ງ​ທີ່​​ສາ​ມາດ ​ຈໍາ​ແນກ ແລະ ກວດ​ສອບ​ຢ້ອນ​ຫຼັງ​ຄືນ​ໄດ້ ພ້ອມທັງ ຖືກ­ຕ້ອງ​ຕາມ​ຂໍ້​ກຳ­ນົດ​ເງື່ອນ­ໄຂ ການ​ຕິດ​ສະ­ຫຼາກ​ຂອງ​ປະ​ເທດ​ນໍາ​ເຂົ້າ.

ມາດ­ຕາ 31    ການ​ປິດສິ່ງຫຸ້ມ​ຫໍ່

ພາຍຫຼັງ​ການ​ກວດ­ກາ ແລະ ອອກ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ, ເຈົ້າ​ໜ້າ​ທີ່​ກັກ​ກັນ​ພືດ ຕ້ອງ​ປິດ​ຕູ້ຄອນ​ເທນ​ເນີ ຫຼື ​ສິ່ງຫຸ້ມ​ຫໍ່ ດ້ວຍ​ເຄື່ອງ​ໝາຍ ຂອງອົງ​ການ​ປ້ອງ​ກັນ​ພືດ​​ແຫ່ງ​ຊາດ (NPPO). ໂດຍ​ມີ​ເລກ​ທີ​ ເພື່ອ​ພິ­ສູດ ແລະ ສາ­ມາດ​ກວດ​ສອບ​ຢ້ອນ​ຫຼັງ.

ໝວດ​ທີ 6

ຂັ້ນ​ຕອນ ແລະ ວິ­ທີ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ​ກ່ອນ​ການ​ສົ່ງ​ອອກ

ມາດ­ຕາ 32    ການ​ເກັບ​ຮັກ­ສາ ແລະ ການ​ຂົນ­ສົ່ງ

ວັດ­ຖຸ​ຕ້ອງ​ຄວບ​ຄຸມ​ທີ່ ສະ​ເໜີ​ຂໍ​ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ​ສຳ­ລັບການ​ສົ່ງ​ອອກ ແລະ ສົ່ງ​ອອກ​ຕໍ່ ຕ້ອງ​ເກັບ​ມ້ຽນໄວ້ ໃນ​ສະ­ຖານ­ທີ່ປະ​ກອບ​ການ​ຜະ­ລິດ​ທີ່​ໄດ້​ຂຶ້ນ​ທະ­ບຽນ ແລະ ສະ­ຖານ­ທີ່​ອື່ນ ທີ່​ຮັບ­ຮອງ ໂດຍກົມ​ປູກ​ຝັງ ແລະ ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ, ນະ­ຄອນ­ຫຼວງ ຈົນ​ກວ່າ​ຊຸດ​ສິນ­ຄ້າ​ດັ່ງ­ກ່າວ ​ກຽມພ້ອມ​ຈະ​ຂົນ​ສົ່ງ.

ວັດ­ຖຸ​ຕ້ອງ​ຄວບ​ຄຸມ ຕ້ອງ​ຂົນ­ສົ່ງ​ຈາກ​ສະ​ຖານ​ທີ່​ປະ​ກອບ​ການ​ຜະ­ລິດ ຊຶ່ງ​ເປັນ​ສະ­ຖານ­ທີ່​ດຳ­ເນີນ​ການ​ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ, ເປັນ​ເສັ້ນ­ທາງ​ທີ່​ສັ້ນ ແລະ ມີ​ຄວາມ​ປອດ​ໄພ ທາງ​ດ້ານ​ສຸ­ຂາ​ນາ​ໄມ​ພືດ ເຮັດ​ໃຫ້​ຮັບ​ເອົາ​ສິນ­ຄ້າ​ໄດ້​ໄວ ຢູ່​ດ່ານ​ສົ່ງ​ອອກ.

ສາງ​​ສິນ­ຄ້າ ປະ​ຈຳ​ດ່ານ ຫຼື ພາ­ຫະ­ນະ​ຂົນ­ສົ່ງ ຕ້ອງ​ສອດ­ຄ່ອງ​ ຕາມ​ຂໍ້​ກຳ­ນົດ​ເງື່ອນ­ໄຂ​ທີ່​ກຳ­ນົດ​ໄວ້ ໂດຍ ອົງ­ການ​ຄຸ້ມ​ຄອງ​ວຽກ​ງານ​ປ້ອງ​ກັນ ແລະ ກັກ​ກັນ​ພືດ ເພື່ອ​ຮັບ­ປະ­ກັນ ການ​ຮັກ­ສາ​ຄຸນ​ລັກ­ສະ­ນະ​ຂອງ​ສິນ­ຄ້າ ແລະ ຄວາມ​ຖືກ­ຕ້ອງ​ຄົບ​ຖ້ວນ ທາງ​ດ້ານ​ສຸ­ຂາ​ນາ​ໄມ​ພືດ ພາຍຫຼັງ​ການຢັ້ງ​ຢືນ​ສຸ​ຂາ​ນາ​ໄມ​ພືດ ຈົນ​ກວ່າ​ຊຸດ​ສິນ­ຄ້າ ​​ຖືກສົ່ງ​ອອກ.

ມາດ­ຕາ 33    ການ​ອະ­ນຸ­ຍາດ​ສຳ­ລັບ​ຕູ້​ຄອນ​ເທ​ນ​ເນີ ແລະ ການ​ຂົນ­ສົ່ງ ​ທີ່​ບໍ່​ນຳ​ຊ້​ຕູ້​ຄອນ​ເທ​ນ​ເນີ

ໃນ​ກໍ​ລະ​ນີ​ປະ​ເທດ​ນຳ​ເຂົ້າ ກຳ​ນົດ​ໃຫ້​ມີການ​ອະ​ນຸ​ຍາດ ດ້ານ​ສຸ​ຂາ​ນາ​ໄມ​ພືດ ສຳ​ລັບ ການ​ຂົນ​ສົ່ງ​ໃສ່​ຕູ້​ຄອນ​ເທ​ນ​ເນີ ແລະ ບໍ່​ນຳ​ໃຊ້​ຕູ້​ຄອນ​ເທນ​ເນີ ເປັນ​ຕົ້ນ​ ຕູ້​ຄອນ​ເທ​ນ​ເນີ​ຄ່ຽນ​ຖ່າຍ, ເຄື່ອງ​ປັບ​ອາ­ກາດ, ຕູ້​ແຊ່​ເຢັນ, ຕູ້​ຄອນ​ເທ​ນ​ເນີ​ຂົນ­ສົ່ງ​ທາງ​ອາ­ກາດ, ຜູ້​ສົ່ງ​ອອກ ແລະ ສົ່ງ​ອອກ​ຕໍ່ ຕ້ອງ​ສະ​ເໜີ​ຕໍ່​​ ກົມ​ປູກ​ຝັງ ຫຼື ພະ​ແນກກະ​ສິ​ກຳ ແລະ ປ່າ​ໄມ້​ ແຂວງ, ນະ​ຄອນຫຼວງ ເພື່ອ​​ແຕ່ງ​ຕັ້ງ​ເຈົ້າ​ໜ້າ​ທີ່​ກັກ​ກັນ​ພືດ ລົງກວດ​ກາ ​ບົນ​ພື້ນ​ຖານຫຼັກ​ການດ້ານ​ສຸ​ຂາ​ນາ​ໄມ​ພືດ ດັ່ງ​ນີ້:

  1. ໃຊ້​ວັດ​ສະ​ດຸ​ປົກ​ປິດ ທີ່​ສະ​ອາດ ບໍ່​ມີ​ຄວາມ​ສ່ຽງຕໍ່​ການ​ຕິດ­ແປດ ແລະ ປົນ​ເປື້ອ​ນ​​ ໃນ​ວັດ­ຖຸ​ຕ້ອງ​ຄວບ​ຄຸມ;
  2. ​ຊຸດສິນ­ຄ້າ​ທີ່​ບັນ­ຈຸ​ໃນ​ຕູ້​ຄອນ​ເທ​ນ​ເນີ ຕ້ອງ​ປາ­ສະ­ຈາກ ການ​ຕິດ­ແປດ​ສັດ­ຕູ​ພືດ​ຄວບ​ຄຸມ;
  3. ຕູ້​ຄອນ​ເທ​ນ​ເນີ ຕ້ອງ​ບໍ່​ຢູ່​ໃນ​ສະ­ພາບ ທີ່​ກໍ່​ໃຫ້​ມີ​ການ​ຕິດ­ແປດ ຫຼື ປົນ​ເປ​ື້ອ​ນ​ ໃນ​ຊຸດສິນ​ຄ້າ.

ພາຍຫຼັງ ເຈົ້າ​ໜ້າ​ທີ່ກັກ​ກັນ​ພືດ ລົງກວດ­ກາ​ຕູ້​ຄອນ​ເທ​ນ​ເນີ ຫຼື ​ການ​ຂົນ­ສົ່ງ​ທີ່​ບໍ່​ນຳໃຊ້​ຕູ້​ຄອນ​ເທ​ນ​ເນີເຫັນ​ວ່າ​ສອດ​ຄ່ອງ​ກັບ​ຫຼັກ​ການ​ສຸ​ຂາ​ນາ​ໄມ​ພືດ ແລ້ວ, ເຈົ້າ​ໜ້າ​ທີ່​ກັກ​ກັນ​ພືດ ຕ້ອງ​ອອກໃບ​​ອະ​ນຸ​ຍາດ​ຕາມ​ແບບ​ພິມ ທີ່ກົມ​ປູກ​ຝັງ​ກຳ​ນົດ​ ຫຼື ປະ​ຕິ​ເສດການ​ອອກ​ໃບ​ອະ​ນຸ​ຍາດ ໃນ​ກໍ​ລະນີເຫັນ​ວ່າ ຕູ້​ຄອນ​ເທ​ນ​ເນີ​ ຫຼື ການ​ຂົນ​ສົ່ງ​ບໍ່​​ນຳໃຊ້​ຕູ້​ຄອນ​ເທ​ນ​ເນີ ​ບໍ່​ສອດ​ຄ່ອງ​ກັບຫຼັກ​ການ​ທີ່​ໄດ້​ກຳ​ນົດ​ໄວ້ໃນ​ວັກ​ທີໜຶ່ງ​ຂອງ​ມາດ​ຕາ​ນີ້.

ມາດ­ຕາ 34    ການ​ຈັດສົ່ງຊຸດສິນຄ້າ

ການ​​ຈັດ​ສົ່ງຊຸດ​ສິນ​ຄ້າ ທີ່​ຈະ​ສົ່ງ​ອອກ ແລະ ສົ່ງ​ອອກ​ຕໍ່ ຕ້ອງ​ບັນ­ຈຸ​ໃສ່ຕູ້​ຄອນ​ເທ​ນ​ເນີ ຢູ່ສະ​ຖານ​ທີ່​ປະ​ກອບ​ການ​ຜະ­ລິດ ທີ່ມີ​ເຈົ້າ​ໜ້າ­ທີ່​ກັກ​ກັນ​ພືດ ແລະ ເຈົ້າ​ໜ້າ­ທີ່​ພາ​ສີ ໃນ​ກໍ­ລະ­ນີ​ຈຳ­ເປັນ​.

ເຈົ້າ​ຂອງ ຫຼື ຜູ້​ດຳ­ເນີນ​ງານ ຂອງ​ສະ­ຖານ­ທີ່​ປະ­ກອບ​ການ​ຜະ­ລິດ, ພາ­ຫະ­ນະ​ຂົນ­ສົ່ງ​ລະ­ຫວ່າງ​ປະເທດ ​ທີ່​ນຳ​ໃຊ້​ເພື່ອ​ສົ່ງ​ອອກ​ວັດ­ຖຸ​ຕ້ອງ​ຄວບ​ຄຸມ ຕ້ອງ​ອະ­ນຸ­ຍາດ​ໃຫ້ ​ພະ­ນັກ­ງານ ຫຼື ເຈົ້າ​ໜ້າ­ທີ່​ກັກ​ກັນ​ພືດ ເຂົ້າ​ໄປ​ກວດສະ­ຖານ­ທີ່​ປະ­ກອບ​ການ​ຜະ­ລິດ ຫຼື ພາ­ຫະ­ນະ​ຂົນ­ສົ່ງ ດັ່ງ­ນີ້:

  1. ສະ­ຖານ­ທີ່ເກັບ​ມ້ຽນວັດ­ຖຸ​ຕ້ອງ​ຄວບ​ຄຸມ ທີ່ລໍ­ຖ້າ​ການ​ສົ່ງອອກ​ ແລະ ສົ່ງ​ອອກ​ຕໍ່;
  2. ສະ­ຖານ­ທີ່​ໃກ້​ຄຽງ ທີ່ມີ​ຄວາມ​ສ່ຽງ​ຕໍ່​ການ​ຕິດ­ແປດ ຫຼື ປົນ​ເປື້ອນ​ສັດ­ຕູ​ພືດ ໃນ​ຊຸດ​ສິນ­ຄ້າ;
  3. ສາງ​ສິນ­ຄ້າ ປະ​ຈຳ​ດ່ານ ແລະ ພາ­ຫາ​ນະ​ຂົນ­ສົ່ງ​​ຊ​ຸດສິນ­ຄ້າ ເພື່ອ​ການ​​ສົ່ງອອກ.

ໃນ​ກໍ­ລະ­ນີຕູ້​ຄອນ​ເທ​ນ​ເນີ ຫຼື ການ​ຂົນ­ສົ່ງ​ທີ່​ບໍ່​ນໍາ​ໃຊ້​ຕູ້​ຄອນ​ເທ​ນ​ເນີ ທີ່​ຜ່ານ​ການ​ກວດ­ກາ ແລະ ໄດ້ຮັບ​​ອະ​ນຸ​ຍາດແລ້ວ ແຕ່​ຍັງ​ບໍ່​ໄດ້​ຂົນ­ສົ່ງ, ພະ­ນັກ­ງານ ຫຼື ເຈົ້າ​ໜ້າ­ທີ່​ກັກ​ກັນ​ພືດ ຂອງກົມ​ປູກ​ຝັງ ແລະ ພະ​ແນ​ກ ​ກະ­ສິ­ກຳ ແລະ ປ່າ­ໄມ້ ​ແຂວງ, ນະ­ຄອນ­ຫຼວງ ຕ້ອງ​ປິດ​​ຕູ້​ຄອນ​ເທ​ນ​ເນີ​ໄວ້ ​ດ້ວຍ​ເຄື່ອງ​ໝາຍ​ຂອງ​ອົງ​ການ​ປ້ອງ​ກັນ​ພືດ​ແຫ່ງ​ຊາດ.

ສຳ­ລັບ​ຕູ້​ຄອນ​ເທ​ນ​ເນີ ຫຼື ການ​ຂົນ­ສົ່ງ ​ທີ່​ບໍ່​ນໍາ​ໃຊ້​ຕູ້​ຄອນ​ເທ​ນ​ເນີ ທີ່ມີ​ສິນ­ຄ້າ​ຫຼາຍ​ປະ­ເພດ​ປົນ​ກັນ ແລະ ສິນຄ້າ​ກຳ­ນົດ​ສະ­ເພາະ ​ຕ້ອງ​ຫຸ້ມ​ຫໍ່, ຕິດ​ກາ​ໝາຍ ແລະ ແຍກ​ອອກ​ຈາກ​ຊຸດ​ສິນ­ຄ້າ​ປະ­ເພດ​ອື່ນ​ໃນ​ຕູ້​ຄອນ​ເທ​ນ​ເນີ ຕາມ​ກົມ​ປູກ​ຝັງກຳ​ນົດ. ຕາ​ປະ­ທັບ ຫຼື ເຄື່ອງ­ໝາຍ ຕ້ອງ​ຕິດ​ໃສ່​ແຕ່​ປະ­ເພດ​ສິນ­ຄ້າ ທີ່​ໄດ້​ຮັບ​ການ​ຢັ້ງ­ຢືນ​ແລ້ວ ເພື່ອ​ສົ່ງໃຫ້​ອົງ­ການ​ປ້ອງ​ກັນ​ພືດ​ແຫ່ງ​ຊາດ (NPPO) ຂອງ​ປະ​ເທດ​ນໍາ​ເຂົ້າ ສາ​ມາດ           ​ຈໍາ​ແນ​ກ​ປະ­ເພດ ​ແລະ ແຫຼ່ງ​ທີ່​ມາ​ຂອງຊຸດ​ສິນ​ຄ້າ.

ມາດ­ຕາ 35    ການ​ກຳ­ນົດ​ດ່ານ​ສົ່ງ​ອອກ

ກົມ​ປູກ​ຝັງ, ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ, ນະ­ຄອນ­ຫຼວງ ກຳ​ນົດດ່ານ​ສົ່ງ​ອອກ ແລະ ສົ່ງ​ອອກ​ຕໍ່ ພືດ,  ຜະ­ລິດ​ຕະ​ພັນ​ພືດ ແລະ ວັດ­ຖຸ​ຕ້ອງ​ຄວບ​ຄຸມ ​ໃນ​ໃບ​ຢັ້ງ​ຢືນ​ສຸ​ຂາ​ນາ​ໄມ​ພືດ ຕາມ​ເງື່ອນ​ໄຂ​ດ້ານ​ສຸ​ຂາ​ນາ​ໄມ​ພືດ​ຂອງ​ປະ​ເທດ​ນຳ​ເຂົ້າ.

ມາດ­ຕາ 36    ການ​ກວດ​ສອບ​ຢ້ອນ​ຫຼັງ

ກົມ​ປູກ​ຝັງ ແລະ ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ, ນະ­ຄອນ­ຫຼວງ ​ສາ­ມາດກວດ​ສອບ​ຢ້ອນ​ຫຼັງແຫຼ່ງ​ທີ່​ມາຂອງ​ຊຸດ​ສິນ­ຄ້າ ໂດຍ​ເລີ່ມ​ຈາກ​ຂະ​ບວນການ​ ປູກ, ​ເກັບ​ກ່ຽວ ແລະ ​ຂົນ­ສົ່ງເຖິງ​ດ່ານ​ສົ່ງ​ອອກ. ໃນ​ກໍລະນີໄດ້​ຮັບ​​ແຈ້ງ ​ກ່ຽວ​ກັບ ​ຄວາມ​ບໍ່​ຖືກ­ຕ້ອງ ດ້ານ​ສຸ­ຂາ​ນາ​ໄມ​ພືດ ຈາກ​ປະ­ເທດ​ປາຍ­ທາງ,  ກົມ​ປູກ​ຝັງ ແລະ ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ, ນະ­ຄອນ­ຫຼວງ ຕ້ອງ​ດຳ­ເນີນ​ການ​ກວດ​ສອບ​ຢ້ອນ​ຫຼັງ ​ເຖິງ​ແຫຼ່ງ​ທີ່​ມາ​ຂອງ​ຊຸດ​ສິນຄ້າ​ດັ່ງ​ກ່າວ.

ຜູ້​ສົ່ງ​ອອກ ຕ້ອງ​ເກັບ​ຮັກ­ສາ ແລະ ບັນ­ທຶກ​ຂໍ້​ມູນ ​ກ່ຽ​ວກັບ ​ຜົນ​ຂອງ​ການ​ກວດ​ສອບ​ຢ້ອນ​ຫຼັງ ແລະ ເອກະ­ສານ​ທີ່​ກ່ຽວ­ຂ້ອງ​ກັບ​ການ​ຜະ­ລິດ, ການ​ຈັດ­ການ​ຫຼັງ​ການ​ເກັບ​ກ່ຽວ ແລະ ການ​ຂົນ​ສົ່ງ.

ໝວດ​ທີ 7

ຂໍ້​ຫ້າມ

ມາດ­ຕາ 37     ຂໍ້​ຫ້າມ​ທົ່ວ​ໄປ

ຫ້າມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີພຶດຕິກຳ ດັ່ງນີ້:

  1. ສົ່ງອອກ ແລະ ສົ່ງ​ອອກ​ຕໍ່ ພືດ, ຜະ­ລິດຕະ​ພັນພືດ ແລະ ວັດຸຖຸຕ້ອງຄວບ​ຄຸມ ຈາກພື້ນທີ່ ທີ່ມີການ​ລະ­ບາດ​ຂອງ​ສັດຕູພືດ ໄປ​ພື້ນທີ່ອື່ນຢູ່ພາຍ​ໃນ​ປະ­ເທດ;
  2. ​ສົ່ງ​ອອກ ແລະ ສົ່ງ­ຕໍ່ ພືດ, ຜະ­ລິດ​ຕະ​ພັນພືດ ແລະ ວັດຸຖຸຕ້ອງຄວບ​ຄຸມ ທີ່ບໍ່ສອດ​ຄ່ອງ​ກັບລະ­ບຽບ​ການ ດ້ານ​ສຸ­ຂານາ​ໄມ​ພືດ ຂອງປະ­ເທດ​ນຳເຂົ້າ;
  3. ດຳ​ເນີນ​ທຸ​ລະ​ກິດ ສົ່ງ​ອອກ ແລະ ສົ່ງ​ອອກ​ຕໍ່ ​ພືດ, ຜະ​ລິດ​ຕະ​ພັນ​ພືດ ແລະ ວັດ​ຖຸ​ຕ້ອງ​ຄວບ​ຄຸມ ໂດຍບໍ່​ໄດ້​ຮັບ​ອະ​ນຸ​ຍາດ;
  4. ອອກ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບ​ສົ່ງ​ອອກ ຫຼື ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບ​ສົ່ງ​ອອກ​ຕໍ່ ໂດຍບໍ່​ໄດ້​ຮັບ​​ມອບ​ໝາຍ​;
  5. ໃຫ້​ສິນ​ບົນ, ໃຫ້ຂໍ້ມູນ​ທີ່ບໍ່ຖືກ­ຕ້ອງແກ່ ​ພະ­ນັກ­ງານ ແລະ ເຈົ້າ​ໜ້າ­ທີ່ກັກກັນພືດ, ປອມແປງ​ເອ­ກະສານ ແລະ ປະ­ທັບ​ຕາ ກ່ຽວ​ກັບ ການ​ປ້ອງກັນ ແລະ ກັກກັນພືດ;
  6. ນາບ​ຂູ່, ກົດ​ໜ່ວງຖ່ວງ­ດຶງ ແລະ ຂັດ­ຂວາງການ​ປະ­ຕິ­ບັດ​ໜ້າ­ທີ່ ຂອງ​ພະ­ນັກ­ງານ ແລະ ເຈົ້າ​ໜ້າ­ທີ່ກັກກັນພືດ;
  7. ໂຄ​ສະນາ ກ່ຽວ​ກັບ​ວຽກ​ງານ​ສົ່ງ​ອອກ ແລະ ສົ່ງ​ອອກ​ຕໍ່ ພືດ, ຜະ​ລິດ​ຕະ​ພັນ​ພືດ ແລະ ວັດຖຸ​ຕ້ອງ​ຄວບ​ຄຸມ ເກີນຄວາມ​ເປັນ​ຈິງ;
  8. ຫຼຸດ ຫຼື ເພີ່ມ ປະລິມານຊຸດສິນຄ້າ ຫຼື ປ່ຽນແປງປະພດສິນຄ້າ ພາຍຫຼັງການຢັ້ງຢືນສຸຂານາໄມພືດ;
  9. ມີ​ພຶດ­ຕິກຳອື່ນ ທີ່ເປັນການ​ລະ­ເມີດ​ກົດ­ໝາຍ ແລະ ລະ­ບຽບການ.

ມາດ­ຕາ 38    ຂໍ້​ຫ້າມ​ສຳ­ລັບ​ພະ­ນັກ­ງານ ແລະ ເຈົ້າ​ໜ້າ­ທີ່​ກັກ​ກັນ​ພືດ

ນອກຈາກຂໍ້ຫ້າມທົ່ວໄປ ທີ່ກຳນົດໄວ້ໃນມາດຕາ 37 ຂອງຂໍ້ຕົກລົງສະບັບນີ້ ຫ້າມ​ ​ພະ­ນັກ­ງານ ແລະ ເຈົ້າ​ໜ້າ­ທີ່​ກັກ​ກັນ​ພືດ ມີພຶດຕິກຳ ດັ່ງນີ້:

  1. ສວຍ​ໃຊ້​ສິດ, ໜ້າ­ທີ່ ແລະ ຕຳ­ແໜ່ງ, ໃຊ້​ຄວາມ​ຮູ​ນ​ແຮງ, ບັງ­ຄັບ, ນາບ​ຂູ່, ກົດ​ໜ່ວງ​ຖ່ວງ­ດຶງ ຫຼື ຮັບ​ສິນ​ບົນ, ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຜົນ​ປະ­ໂຫຍດ ຂອງ​ລັດ, ລວມ​ໝູ່ ຫຼື ບຸກ­ຄົນ;
  2. ເປີດ­ເຜີຍ​ຄວາມ​ລັບ ຂອງ ລັດ ຫຼື ທາງ​ລັດ​ຖະ​ການ ລວມ​ທັງ​ຂໍ້​ມູນ​ຂອງ​ຜູ້​ປະ​ກອບ​ການ;
  3. ປອມ​ແປງ​ເອ­ກະ​ສານ ຫຼື ເອ­ກະ­ສານ​ບໍ່​ຖືກ­ຕ້ອງ ຕາມ​ລະ­ບຽບ​ການ;
  4. ອອກໃບຢັ້ຢືນສຸຂານາໄມພືດພາຍຫຼັງສົ່ງອອກສິນຄ້າ;
  5. ຂາດ​ຄວາມ​ຮັບ­ຜິດ­ຊອບ ຫຼື ປະ­ຕິ­ບັດ​ໜ້າ­ທີ່​ດ້ວຍ​ຄວາມ​ປະ­ໝາດ ທີ່​ກໍ່­ໃຫ້­ເກີດ​ຄວາມ​ເສຍ​ຫາຍ;
  6. ເມີນ­ເສີຍ​ຕໍ່​ລະ­ບຽບ​ການ, ຫຼັກ­ການ​ໃນ​ການ​ກວດ­ກາ ພືດ, ຜະ­ລິດ​ຕະ​ພັນ​ພືດ ແລະ ວັ​ດຸຖຸ​ຕ້ອງ​ຄວບ​ຄຸມ, ແກ້​ໄຂ​ວຽກ​ງານ ໂດຍ​ບໍ່​ຖືກ­ຕ້ອງ​ຕາມ​ມາດ​ຕະ­ການ​ເຕັກ­ນິກ;
  7. ເພີ່ມ ຫຼື ຫຼຸດ​ ອັດ­ຕາ​ຄ່າ​ທຳ­ນຽມ, ຄ່າ​ບໍ­ລິ­ການ​ວິ­ຊາ​ການ ຫຼື ນຳ​ໃຊ້​ລາຍ​ຮັບ​ດັ່ງ​ກ່າວ ໂດຍບໍ່ຖືກຕ້ອງຕາມກົດໝາຍ;
  8. ​ພົວ­ພັນ​ ​ດ້ານ​ການ​ເງິນ, ສ່ວນ​ຕົວ ແລະ ຜົນ​ປະ­ໂຫຍດ ໃນ​ການຂຶ້ນ​ທະ​ບຽນ​ສະ​ຖານ​ທີ່ປະ​ກອບ​ການ​ຜະ​ລິດ, ​ອອກ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບ​ສົ່ງ​ອອກ ຫຼື ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບ​ສົ່ງ​ອອກ​ຕໍ່;
  9. ມີ​ພຶດ­ຕິ​ກຳ​ອື່ນ ທີ່​ເປັນ​ການ​ລະ­ເມີດ​ກົດ­ໝາຍ ແລະ ລະ­ບຽບ​ການ.

ໝວດ​ທີ 8

ການ​ຄຸ້ມ​ຄອງ​ວຽກ​ງານ ສົ່ງອອກ ແລະ ສົ່ງອອກຕໍ່

ພືດ, ຜະ­ລິດ​ຕະ​ພັນ​ພືດ ແລະ ວັດຖຸຕ້ອງຄວບຄຸມ

ມາດ​ຕາ 39   ອົງ­ການ​ຄຸ້ມ​ຄອງ​ວຽກ​ງານ ສົ່ງອອກ ແລະ ສົ່ງອອກຕໍ່ ພືດ, ຜະ­ລິດ​ຕະ​ພັນ​ພືດ ແລະ ວັດຖຸຕ້ອງຄວບຄຸມ

ກະຊວງກະສິກຳ ແລະ ປ່າໄມ້ ຄຸ້ມຄອງການສົ່ງອອກ ແລະ ສົ່ງອອກຕໍ່ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ກົມປູກຝັງ ເປັນເຈົ້າການຮັບຜິດຊອບໂດຍກົງ ແລະ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເປັນຕົ້ນຂະແໜງການອຸດສາຫະກຳ ແລະ ການຄ້າ, ສາທາລະນະສຸກ, ການເງິນ, ປ້ອງກັນຄວາມສະຫງົບ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ.

ອົງການ​ຄຸ້ມ​ຄອງ​ວຽກ​ງານ ສົ່ງອອກ ແລະ ສົ່ງອອກຕໍ່ ພືດ, ຜະ­ລິດ​ຕະ​ພັນ​ພືດ ແລະ ວັດຖຸຕ້ອງຄວບຄຸມ ແມ່ນ​ອົງ​ການ​ດຽວ​ກັນ​ກັບ​ ອົງ​ການ​ຄຸ້ມ​ຄອງວຽກ​ງານ ປ້ອງ​ກັນ ແລະ ກັກ​ກັນ​ພືດ ​ຕາມ​ທີ່ໄດ້​ກຳ​ນົດ​ໄວ້​ໃນ​ມາດ​ຕາ 67 ຂອງ​ກົດ​ໝາຍ​ ​ຊຶ່ງ​ປະ​ກອບ​ດ້ວຍ:

  1. ​ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້ ໂດຍ​ແມ່ນ ກົມ​ປູກ​ຝັງ ເປັນ​ເສ​ນາ​ທິ​ການ​;
  2. ​ພະ​ແນກ ກະ​ສິ​ກຳ ແລະ ປ່າ​ໄມ້ ແຂວງ, ນະ​ຄອນຫຼວງ ໂດຍ​ແມ່ນ ຂະ​ແໜງ​ປູກ​ຝັງ ເປັນ​ເສ​ນາ​ທິ​ການ;
  3. ຫ້ອງ​ການ​ກະ​ສິ​ກຳ ແລະ ປ່າ​ໄມ້​ເມືອງ, ເທດ​ສະ​ບານ, ນະ​ຄອ​ນ ໂດຍ​ແມ່ນ ​ໜ່ວຍ​ງານ​ປູກ​ຝັງ​ເປັນ​ເສ​ນາ​ທິ​ການ;
  4. ດ່ານ​ກັກ​ກັນ​ພືດ.

ມາດ­ຕາ 40  ສິດ ແລະ ໜ້າ­ທີ່ ຂອງ ກົມ​ປູກ­ຝັງ

ໃນ​ການ​ຄຸ້​ມ​ຄອງວຽກ​ງານ ສົ່ງອອກ ແລະ ສົ່ງອອກຕໍ່ ພືດ, ຜະ­ລິດ​ຕະ​ພັນ​ພືດ ແລະ ວັດຖຸຕ້ອງຄວບຄຸມ ກົມ​ປູກ­ຝັງ ມີ​ສິດ ແລະ ໜ້າ­ທີ່ ດັ່ງ­ນີ້:

  1. ຄົ້ນ​ຄວ້າ ສ້າງ​ນະ​ໂຍ​ບາຍ​, ຍຸດ​ທະ​ສາດ, ກົດ​ໝາຍ, ນິ​ຕິ​ກຳ​ໃຕ້​ກົດ​ໝາຍ, ການ​ເຈ​ລະ​ຈາ​ເຕັກ​ນິກ​ເປີດ​ຕະຫຼາດ ກ່ຽວ​ກັບ​ ການສົ່ງ​ອອກ ແລະ ສົ່ງ​ອອກ​ຕໍ່ ພືດ, ຜະ­ລິດ​ຕະ​ພັນ​ພືດ ແລະ ວັ​ດ​ຖຸ​ຕ້ອງ​ຄວບ​ຄຸມ ເພື່ອ​ສະ​ເໜີ​ຂັ້ນ​ເທິງ​ພິ​ຈາ​ລະນາ​ຮັບ​ຮອງ;
  2. ​ສ້າງ ແລະ ຮັກ­ສາ​ລະ­ບົບ ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບ​​ສົ່ງ​ອອກ ແລະ ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບ​ສົ່ງ​ອອກ​ຕໍ່ ວັດ­ຖຸ​ຕ້ອງ​ຄວບ​ຄຸມ ​ໃນ ສປປ ລາວ;
  3. ຄົ້​ນ​ຄວ້າ, ສ້າງ​ບົດ​ແນະ​ນຳ, ຄູ່​ມື ໃນ​ການ​ຄຸ້​ມ​ຄອງວຽກ​ງານ ສົ່ງອອກ ແລະ ສົ່ງອອກຕໍ່ ພືດ, ຜະ­ລິດ​ຕະ​ພັນ​ພືດ ແລະ ວັດຖຸຕ້ອງຄວບຄຸມ;
  4. ອອກ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບ​ສົ່ງ​ອອກ ແລະ ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບ​ສົ່ງ​ອອກ​ຕໍ່;
  5. ດໍາ​ເນີນ​ການ​ ກວດ­ກາ, ​ບໍາ​ບັດ, ​ທົດ​ສອບ, ​ເກັບ​ຕົວ­ຢ່າງ ແລະ ​ວິ­ໄຈ ​ສັດ​ຕູ​ພືດ ສຳ­ລັບ​ການ​ຢັ້ງຢືນ​ສຸ­ຂາ​ນາ​ໄມ​ພືດ;
  6. ຄຸ້ມ​ຄອງ​ກາ​ຈໍ້າ ຂອງ​ອົງ­ການ​ປ້ອງ​ກັນ​ພືດ​ແຫ່ງ​ຊາດ, ກາ​ໝາຍ ແລະ ສິ່ງ​ພິມ​ສະ­ເພາະ​ ສຳ­ລັບ​ຊຸດ​ສິນ­ຄ້າ ເພື່ອ​ຮັບ­ປະ­ກັນ​ຄວາມ​ປອດ​ໄພ​ທາງ​ດ້ານ​ສຸ­ຂາ​ນາ​ໄມ​ພືດ;
  7. ເກັບ​ຮັກ­ສາ ແລະ ບັນ­ທຶກ​ຂໍ້​ມູນ ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ກວດ​ສອບ​ຢ້ອນ​ຫຼັງ ກ່ຽວ​ກັບ ​ແຫຼ່ງ​ທີ່​ມາຂອງ​ຊຸດ​ສິນ­ຄ້າ ເປັນ­ຕົ້ນ ການ​ຈຳ­ແນກ​ປະ­ເພດ​ສິນ­ຄ້າ ແລະ ຄວາມ​ປອດ​ໄພ​ທາງ​ດ້ານ​ສຸຂາ​ນາ​ໄມ​ພືດ ລວມ​ທັງ ​ການ​ຈັດ­ການ ແລະ ການ​ຂົນ­ສົ່ງ ຊຸດ​ສິນ­ຄ້າ​ກ່ອນ​ການ​ສົ່ງ​ອອກ;
  8. ສືບ­ສວນ ການ​ແຈ້ງ​ເຕືອນ​ທີ່​ບໍ່​ມີ​ຄວາມ​ສອດ­ຄ່ອງ​ ກ່ຽວ​ກັບ ​ທຸກ​ກໍ­ລະ­ນີ​ທີ່​ມີ​ການ​ລະ­ເມີດ ເຊັ່ນ ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ​ ທີ່​ບໍ່​ຖືກ­ຕ້ອງ ຫຼື ປອມ​ແປງ ຊຶ່​ງ​ອົງ­ການ​ປ້ອງ​ກັນ​ພືດ​ແຫ່ງ​ຊາດ (NPPO) ຂອງ​ປະ​ເທດ​ນໍາ​ເຂົ້າ ​ແຈ້ງ​ໃຫ້ ກົມ​ປູກ­ຝັງ ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການສະ­ໜອງ​ສຳ​ເນົາ​ບົດ​ລາຍ​ງານ​ຜົນ​ໄດ້​ຮັບ​ຂອງ​ການ​ສືບ­ສວນ;
  9. ນຳ​ໃຊ້​ມາດ​ຕະ­ການ​ແກ້​ໄຂ ໃນ​ກໍ­ລະ­ນີ​ທີ່​ໄດ້​ຮັບ​ແຈ້ງ​ ​ກ່ຽວ​ກັບ ​ການ​ລະ­ເມີດ;
  10. ຮັບ­ປະ­ກັນ​ທາງ​ດ້ານ​ອຸ­ປະ­ກອນ ແລະ ເຄື່ອງ­ມື​ຮັບ​ໃຊ້ ໃຫ້​ແກ່​ການ​ກວດ­ກາ, ການ​ທົດ​ສອບ, ການ​ປະ​ເມີນ​ຊຸດ​ສິນ­ຄ້າ ແລະ ຂັ້ນ​ຕອນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ທາງ​ດ້ານ​ສຸ­ຂາ​ນາ​ໄມ​ພືດ;
  11. ທົບ​ທວນ ແລະ ປະ​ເມີນ​ຄືນ ລະ­ບົບ​ການ​ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ​ແຕ່​ລະ​ໄລ­ຍະ, ສຳ­ຫຼວດ, ຕິດຕາມ ແລະ ຄຸ້ມ​ຄອງ ກິດ­ຈະ­ການ​ຕ່າງໆ ກ່ຽວ​ກັບ​ ການ​ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ໃຫ້​ມີ​ຄວາມ​ເປັນ​ເອ­ກະ​ພາບ​ ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ;
  12.  ຝຶກ​ອົບ­ຮົມ​ພະ­ນັກ­ງານ ແລະ ເຈົ້າ​ໜ້າ­ທີ່​ກັກ​ກັນ​ພືດ ເພື່ອຮັບ­ປະ­ກັນ​ທາງ​ດ້ານ​ບຸກ​ຄະ­ລາ​ກອນ ແລະ ຊັບ­ພະ­ຍາ­ກອນ​ໃຫ້​ພຽງ­ພໍ ພ້ອມ​ທັງກວດ​ສອບ ພະ­ນັກ­ງານ ແລະ ເຈົ້າ​ໜ້າ­ທີ່​ກັກ​ກັນ​ພືດ;
  13. ພັດ­ທະ­ນາ​ລະ­ບົບ​ຄວາມ​ປອດ​ໄພ ດ້ານ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບ​ຊຸດ​ສິນ­ຄ້າ ພາຍ­ຫຼັງ​ການ​ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ແລະ ກ່ອນ​ການ​ສົ່ງ​ອອກ;
  14. ຂໍຂໍ້​ມູນ ກ່ຽວ​ກັບ​ ເງື່ອນ­ໄຂ​ດ້ານ​ສຸ­ຂາ​ນາ​ໄມ​ພືດ ຂອງ​ປະ­ເທດ ນຳ​ເຂົ້າ ຫຼື ​ຄູ່​ຄ້າ ເພື່ອ​ເປັນ​ບ່ອນ​ອີງ​ແກ່­ການອ​ອກ​ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ;
  15. ຮັກ­ສາ​ຖານ​ຂໍ້​ມູນ ​ກ່ຽວ​ກັບ ​ການ​ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ​ສຳ­ລັບ​ສົ່ງ​ອອກ;
  16. ສະ­ໜັບ­ສະ­ໜູນ​ການ​ເຈ­ລະ­ຈາ​ເຕັກ​ນິດກ​ເປີດ​ຕະ­ຫຼາດ;
  17. ປະ­ສານ​ສົບ​ທົບ ແລະ ຮ່ວມ​ມື​ ກັບ ບັນ­ດາ​ປະ­ເທດ​ຄູ່​ຄ້າ ແລະ ອົງ­ການ​ຈັດ​ຕັ້ງ​ສາ­ກົນ​ອື່ນ ​ໂດຍ​ສະ­ເພາະ ອົງ­ການ​ປ້ອງ​ກັນ​ພືດ​ແຫ່ງຊາດ (NPPO) ຂອງ​ປະ​ເທດ​ນໍາ​ເຂົ້າ ກ່ຽວ​ກັບ ການກວດ​ກາ​ຮ່ວມ​ກັນ, ​ການ​ກຳ­ນົດ​ເງື່ອນ­ໄຂ​ດ້ານ​ສຸ­ຂາ​ນາ​ໄມ​ພືດ​ສຳ­ລັບ​ການ​ນຳ​ເຂົ້າ ແລະ ​ປຶກ­ສາ​ຫາ­ລື ກ່ຽວ​ກັບ ວຽກ​ງານ​ສຸ­ຂາ​ນາ​ໄມ​ພືດ ພ້ອມ​ທັງ​ສ້າງ­ຕັ້ງ​ຈຸດ​ປະ­ສານ​ງານ ກ່ຽວ​ກັບ ​ການ​ແຈ້ງ​ເຕືອນ​ທີ່​ບໍ່​ສອດ­ຄ່ອງ;
  18. ກຳ­ນົດ​ໜ້າ­ທີ່ ແລະ ການ​ປະ­ສານ​ງານ​ ສຳ­ລັບ​ພະ­ນັກ­ງານ ແລະ ເຈົ້າ​ໜ້າ­ທີ່​ກັກ​ກັນ​ພືດ ທີ່​ຮັບ ຜິດຊອບ​ວຽກ​ງານ ການ​ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ;
  19. ປະ​ເມີນ ວິ­ທີ​ການ​ດ້ານ​ສຸ­ຂາ​ນາ​ໄມ​ພືດ ໃຫ້​ມີ​ຄວາມ​ຖືກ­ຕ້ອງ ແລະ ຄົບ​ຖ້ວນ;
  20. ນຳ​ໃຊ້​ສິດ ແລະ ປະ​ຕິ​ບັດ​ໜ້າ​ທີ່​ອື່ນ​ ຕາມ​ທີ່​ໄດ້​ກຳ​ນົດ​ໄວ້​ໃນ​ກົດ​ໜາຍ ແລະ ລະ​ບຽບ​ການ.

ມາດ­ຕາ 41  ສິດ ແລະ ໜ້າ­ທີ່ ຂອງ ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ, ນະ­ຄອນ­ຫຼວງ

ໃນ​ການ​ຄຸ້​ມ​ຄອງວຽກ​ງານ ສົ່ງອອກ ແລະ ສົ່ງອອກຕໍ່ ພືດ, ຜະ­ລິດ​ຕະ​ພັນ​ພືດ ແລະ ວັດຖຸຕ້ອງຄວບຄຸມ ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ, ນະ­ຄອນ­ຫຼວງ ມີ​ສິດ ແລະ ໜ້າ­ທີ່ ດັ່ງ­ນີ້:

  1. ອອກ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບ​ສົ່ງ​ອອກ ແລະ ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບ​ສົ່ງ​ອອກ​ຕໍ່;
  2. ດໍາ​ເນີນ​ການ​ກວດ­ກາ, ການ​ບໍາ​ບັດ, ການ​ທົດ​ສອບ, ການ​ເກັບ​ຕົວ­ຢ່າງ ແລະ ການ​ວິ­ໄຈ ສຳລັບ​ການ​ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ;
  3. ນຳ​ໃຊ້​​ກາ​ໝາຍ, ເຄື່ອງ​ໝາຍ ແລະ ແບບ​ພິມ​ສະ­ເພາະ ​ເພື່ອ​ຮັບ­ປະ­ກັນ​ຄວາມ​ປອດ​ໄພ​ທາງ​ດ້ານ​ສຸ­ຂາ​ນາ​ໄມ​ພືດ;
  4. ກວດ​ກາ ແລະ ຂຶ້ນ​ທະ­ບຽນ​ສະ­ຖານ­ທີ່​ປະ­ກອບ​ການ​ຜະ­ລິດ;
  5. ເຂົ້າຮ່ວມ ແລະ ສົມ­ທົບ​ກັບ ກົມ​ປູກ­ຝັງ​ ໃນ​ການ​ກວດ­ກາ​ຮ່ວມ​ກັບ ອົງ­ການ​ປ້ອງ​ກັນ​ພືດ​ແຫ່ງ​ຊາດ (NPPO) ຂອງ​ປະ​ເທດ​ນໍາ​ເຂົ້າ;
  6. ເກັບ​ຮັກ­ສາ ແລະ ບັນ­ທຶກ​ຂໍ້​ມູນ ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ກວດ​ສອບ​ຢ້ອນ​ຫຼັງ ກ່ຽວ​ກັບ ​ແຫຼ່ງ​ທີ່​ມາ ຂອງ​ຊຸດ​ສິນ­ຄ້າ ເປັນ­ຕົ້ນ ການ​ຈຳ­ແນກ​ປະ­ເພດ​ສິນ­ຄ້າ ແລະ ຄວາມ​ປອດ​ໄພ​ທາງ​ດ້ານ​ສຸຂາ​ນາ​ໄມ​ພືດ ລວມ​ທັງ​ການ​ຈັດ­ການ ແລະ ການ​ຂົນ­ສົ່ງຊຸດ​ສິນ­ຄ້າ​ ກ່ອນ​ການ​ສົ່ງ​ອອກ;
  7. ຕິດ​ຕາມ, ກວດ​ກາ, ນຳ​ໃຊ້​ມາດ​ຕະ­ການ​ແກ້​ໄຂ ໃນ​ກໍ­ລະ­ນີ​ທີ່​ໄດ້​ຮັບ​ແຈ້ງ​ເຕືອນ ​ກ່ຽວ​ກັບ ​ການ​ລະ­ເມີດ;
  8. ຮັບ­ປະ­ກັນ​ທາງ​ດ້ານ​ອຸ­ປະ­ກອນ ແລະ ເຄື່ອງ­ມື​ຮັບ​ໃຊ້ ໃຫ້​ແກ່​ການ​ກວດ­ກາ, ການ​ທົດ​ສອບ, ການ​ປະ​ເມີນ​ຊຸດ​ສິນ­ຄ້າ ແລະ ຂັ້ນ​ຕອນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ທາງ​ດ້ານ​ສຸ­ຂາ​ນາ​ໄມ​ພືດ.
  9. ລາຍ​ງານ ​​ກ່ຽວ​ກັບ ການ​ຈັດ​ຕັ້ງ​ປະ​ຕິ​ບັດ ວຽກ​ງານ ​ສົ່ງ​ອອກ ແລະ ສົ່ງ​ອອກ​ຕໍ່ ພືດ, ຜະ​ລິດ​ຕະ​ພັນ​ພືດ ແລະ ວັດ​ຖຸ​ຕ້ອງ​ຄວບ​ຄຸມ ໃຫ້ ​ກົມ​ປູກ​ຝັງ;
  10. ນຳ​ໃຊ້​ສິດ ແລະ ປະ​ຕິ​ບັດ​ໜ້າ​ທີ່​ອື່ນ​ ຕາມ​ທີ່​ໄດ້​ກຳ​ນົດ​ໄວ້​ໃນ​ກົດ​ໜາຍ ແລະ ລະ​ບຽບ​ການ.

ມາດ­ຕາ 42    ສິດ ແລະ ໜ້າ­ທີ່ ຂອງ ຫ້ອງ­ການ​ກະ­ສິ­ກຳ ແລະ ປ່າ­ໄມ້ ​ເມືອງ, ເທດ​ສະ​ບານ, ນະ​ຄອນ

ໃນ​ການ​ຄຸ້​ມ​ຄອງວຽກ​ງານ ສົ່ງອອກ ແລະ ສົ່ງອອກຕໍ່ ພືດ, ຜະ­ລິດ​ຕະ​ພັນ​ພືດ ແລະ ວັດຖຸຕ້ອງຄວບຄຸມ ຫ້ອງ­ການ​ກະ­ສິ­ກຳ ແລະ ປ່າ­ໄມ້ ​ເມືອງ, ເທດ​ສະ​ບານ, ນະ​ຄອນ ມີ​ສິດ ແລະ ໜ້າ­ທີ່ ດັ່ງ­ນີ້:

  1. ກວດ­ກາ ແລະ ຢັ້ງ­ຢືນ​ສະ­ຖານ­ທີ່​ປະ­ກອບ​ການ​ຜະ­ລິດ;
  2. ເກັບ​ຮັກ­ສາ ແລະ ບັນ­ທຶກ​ຂໍ້​ມູນ ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ກວດ​ສອບ​ຢ້ອນ​ຫຼັງ ກ່ຽວ​ກັບ ​ແຫຼ່ງ​ທີ່​ມາ ຂອງ​ຊຸດ​ສິນ­ຄ້າ ເປັນ­ຕົ້ນ ການ​ຈຳ­ແນກ​ປະ­ເພດ​ສິນ­ຄ້າ ແລະ ຄວາມ​ປອດ​ໄພ​ທາງ​ດ້ານ​ສຸຂາ​ນາ​ໄມ​ພືດ ລວມ​ທັງ​ການ​ຈັດ­ການ ແລະ ການ​ຂົນ­ສົ່ງ ຊຸດ​ສິນ­ຄ້າ​ກ່ອນ​ການ​ສົ່ງ​ອອກ;
  3. ນຳ​ໃຊ້​ມາດ​ຕະ­ການ​ແກ້​ໄຂ ໃນ​ກໍ­ລະ­ນີ​ທີ່​ໄດ້​ຮັບ​ແຈ້ງ​ການ​ ກ່ຽວ​ກັບ ​ການ​ລະ­ເມີດ;
  4. ຮັບ­ປະ­ກັນ​ທາງ​ດ້ານ​ອຸ­ປະ­ກອນ ແລະ ເຄື່ອງ­ມື​ຮັບ​ໃຊ້ ໃຫ້​ແກ່​ການ​ກວດ­ກາ, ການ​ທົດ​ສອບ, ການ​ປະ​ເມີນ​ຊຸດ​ສິນ­ຄ້າ ແລະ ຂັ້ນ​ຕອນ ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ທາງ​ດ້ານ​ສຸ­ຂາ​ນາ​ໄມ​ພືດ;
  5. ນຳ​ໃຊ້​ສິດ ແລະ ປະ​ຕິ​ບັດ​ໜ້າ​ທີ່​ອື່ນ​ ຕາມ​ທີ່​ໄດ້​ກຳ​ນົດ​ໄວ້​ໃນ​ກົດ​ໜາຍ ແລະ ລະ​ບຽບ​ການ.

ມາດ­ຕາ 43  ສິດ ແລະ ໜ້າ­ທີ່ ຂອງ​ດ່ານ​ກັກ​ກັນ​ພືດ

ໃນ​ການ​ຄຸ້​ມ​ຄອງວຽກ​ງານ ສົ່ງອອກ ແລະ ສົ່ງອອກຕໍ່ ພືດ, ຜະ­ລິດ​ຕະ​ພັນ​ພືດ ແລະ ວັດຖຸຕ້ອງຄວບຄຸມ ດ່ານ​ກັກ​ກັນ​ພືດ ມີ​ສິດ ແລະ ໜ້າ­ທີ່ ດັ່ງ­ນີ້:

  1. ອອກ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບ​ສົ່ງ​ອອກ ແລະ ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ສຳ­ລັບ​ສົ່ງ​ອອກ​ຕໍ່;
  2. ດໍາ​ເນີນ​ການ ​ກວດ­ກາ, ບໍາ​ບັດ, ທົດ​ສອບ, ເກັບ​ຕົວ­ຢ່າງ ແລະ ວິ­ໄຈ ສັດ​ຕູ​ພືດ ສຳ­ລັບ​ການ​ຢັ້ງ ຢືນ​ສຸ­ຂາ​ນາ​ໄມ​ພືດ;
  3. ນຳ​ໃຊ້​ກາ​ໝາຍ ແລະ ສິ່ງ​ພິມ​ສະ­ເພາະ​ ເພື່ອ​ຮັບ­ປະ­ກັນ​ຄວາມ​ປອດ​ໄພ​ທາງ​ດ້ານ​ສຸ­ຂາ​ນາ​ໄມ​ພືດ;
  4. ເກັບ​ຮັກ­ສາ ແລະ ບັນ­ທຶກ​ຂໍ້​ມູນ ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ກວດ​ສອບ​ຢ້ອນ​ຫຼັງ ກ່ຽວ​ກັບ ​ແຫຼ່ງ​ທີ່​ມາຂອງ​ຊຸດ​ສິນ­ຄ້າ ເປັນ­ຕົ້ນ ການ​ຈຳ­ແນກ​ປະ­ເພດ​ສິນ­ຄ້າ ແລະ ຄວາມ​ປອດ​ໄພ​ທາງ​ດ້ານ​ສຸ ຂາ​ນາ​ໄມ​ພືດ ລວມ​ທັງ​ການ​ຈັດ­ການ ແລະ ການ​ຂົນ­ສົ່ງ ຊຸດ​ສິນ­ຄ້າ​ກ່ອນ​ການ​ສົ່ງ​ອອກ;
  5. ນຳ​ໃຊ້​ມາດ​ຕະ­ການ​ແກ້​ໄຂ ໃນ​ກໍ­ລະ­ນີ​ທີ່​ໄດ້​ຮັບ​ແຈ້ງ​ການ ​ກ່ຽວ​ກັບ ​ການ​ລະ­ເມີດ;
  6. ຮັບ­ປະ­ກັນ​ທາງ​ດ້ານ​ອຸ­ປະ­ກອນ ແລະ ເຄື່ອງ­ມື​ຮັບ​ໃຊ້ ໃຫ້​ແກ່​ການ​ກວດ­ກາ, ການ​ທົດ​ສອບ, ການ​ປະ​ເມີນ​ຊຸດ​ສິນ­ຄ້າ ແລະ ຂັ້ນ​ຕອນ ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ທາງ​ດ້ານ​ສຸ­ຂາ​ນາ​ໄມ​ພືດ;
  7. ນຳ​ໃຊ້​ສິດ ແລະ ປະ​ຕິ​ບັດ​ໜ້າ​ທີ່​ອື່ນ ​ຕາມ​ທີ່​ໄດ້​ກຳ​ນົດ​ໄວ້​ໃນ​ກົດ​ໜາຍ ແລະ ລະ​ບຽບ​ການ.

ໝວດ​ທີ 9

ບົດ​ບັນ­ຍັດ​ສຸດ​ທ້າຍ

ມາດ­ຕາ 44   ຄ່າ​ທໍາ​ນຽມ ແລະ ຄ່າ​ບໍ­ລິ­ການ

ກົມ​ປູກ​ຝັງ ແລະ ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ, ນະ­ຄອນ­ຫຼວງ ຕ້ອງເກັບຄ່າ​ທໍາ​ນຽມ ແລະ ຄ່າບໍລິການ ​ສໍາ​ລັບ​ການ​ ກວດ­ກາ, ເກັບ​ຕົວ­ຢ່າງ, ການ​ວິ­ໄຈ, ບໍາ​ບັດ, ​ອອກ​ໃບ­ຢັ້ງ­ຢືນ​ສຸ­ຂາ​ນາ​ໄມ​ພືດ ແລະ ວຽກງານອື່ນ ຕາມທີ່ລະບຸໄວ້ໃນ ລັດ​ຖະ​ບັນຍັດ​​ຂອງ​ປະ­ທານ​ປະ­ເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ທີ່ປະ­ກາດ​ໃຊ້​ໃນ​ແຕ່​ລະ​ໄລ­ຍະ.

ມາດ­ຕາ 4  ການ­ຈັດ­ຕັ້ງປະ­ຕິ­ບັດ

ກົມ​ປູກ​ຝັງ ແລະ ພະ​ແນ​ກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ, ນະ­ຄອນ­ຫຼວງ ເປັນໃຈກາງ​ໃນ​ການ­ຈັດຕັ້ງ​ປະ­ຕິ­ບັດ​ຂໍ້​ຕົກ­ລົງ​ສະ­ບັບ​ນີ້ ໂດຍປະ­ສານ​ສົມ­ທົບ​ກັບ​ຂະ­ແໜງ­ການ​ອື່ນ​ທີ່​ກ່ຽວ­ຂ້ອງ ເພື່ອ​ຈັດ​ຕັ້ງ​ປະ­ຕິ­ບັດຂໍ້​ຕົກ­ລົງ​ສະ­ບັບ​ນີ້ ໃຫ້​ມີ​ປະ­ສິດ​ທິ​ຜົນ​.

ມາດ­ຕາ 46    ຜົນ​ສັກ­ສິດ

ຂໍ້​ຕົກ­ລົງ​ສະ­ບັບ​ນີ້ ​ມີ​ຜົນ​ສັກ­ສິດນັບ​ແຕ່ວັນ​ລົງ​ລາຍ​ເຊັນ ແລະ ພາຍ­ຫຼັງ​ໄດ້​ລົງເຜີຍແຜ່​ໃນ​ຈົດ­ໝາຍເຫດ​ທາງ​ລັດ​ຖະ​ການ ສິບ​ຫ້າ ​ວັນ. 

ເຊັນແທນ  ລັດ­ຖະ­ມົນ­ຕີກະຊວງ ກະສິກຳ ແລະ ປ່າໄມ້

ບຸນຂວາງ ຄຳບຸນເຮືອງ

 

ມາດຕະການ / ມາດຕະຖານ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.