ໃນວັນທີ 5 ກໍລະກົດ 2019 ທີ່ຜ່ານມາ,  ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມ ເຜີຍແຜ່ຂໍ້ມູນ ແລະ ປະສົບການ ຂອງຄະນະວິຊາການຈາກກະຊວງກະສິກໍາ ແລະ ປ່າໄມ້ ແລະ ກະຊວງສາທາລະນະສຸກ ໂດຍໄດ້ຄັດຈ້ອນເອົາບັນຫາສຳຄັນ ຂອງ ແຕ່ລະໜ່ວຍງານທີ່ໄດ້ຈັດຕັ້ງປະຕິບັດ ເປັນຕົ້ນວຽກງານ ສຸຂະພາບພືດ, ສຸຂະພາບສັດ, ຄວາມປອດໄພທາງດ້ານອາຫານ ແລະ ການປັບປຸງລະບົບການສຶກສາ, ການປັບປຸງ ແລະ ພັດທະນາຂອບວຽກບຸລິມະສິດ ທີ່ຕິດພັນກັບວຽກງານ SPS ຂອງ ສປປ ລາວ ແລະ ຄວາມອາດສາມາດຕໍ່ວຽກງານອຳນວຍຄວາມສະດວກການຄ້າ,  ກົນໄກການເຊື່ອມໂຍງພາຍໃນ-ພາຍນອກ, ກັບພາກພື້ນ ແລະ ສາກົນ ລວມທັງ ການປະຕິບັດຂໍ້ຕົກລົງ SPS ແລະ ພັນທະ ຂອງ ສປປ ລາວ ຕໍ່ອົງການການຄ້າໂລກ.

ມາດຕະການ ສຸຂານາໄມ ແລະ ສຸຂານາໄມພືດ ແມ່ນບັນດານິຕິກໍາຕ່າງໆທີ່ຖືກສ້າງຂຶ້ນ ເພື່ອຄຸ້ມຄອງການນໍາເຂົ້າ, ສົ່ງອອກ,​ ສົ່ງຜ່ານສິນຄ້າປະເພດພືດ, ສັດ ແລະ ສິ່ງທີ່ມີຊີວິດຕ່າງໆ ໂດຍຜ່ານການກວດກາ ແລະ ທໍາລາຍສານເຄມີຄົກຄ້າງ, ສານພິດ, ແມງໄມ້,​ ເຊື້ອພະຍາດ, ເຊື້ອໂລກ ແລະ ອື່ນໆ ທີ່ເປັນອັນຕະລາຍ ຕໍ່ຊີວິດຂອງຄົນ, ສັດ ແລະ ສິງແວດລ້ອມ ຫຼື ລະບົບນິເວດ. ທ່ານ ດຣ ບຸນຂວາງ ຄໍາບຸນເຮືອງ ຮອງ ລມຕ,​ ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ວ່າ: ພາຍຫລັງ ສປປ ລາວ ເຂົ້າເປັນສະມຊິກອົງການການຄ້າໂລກ​ ລຖບ ໄດ້ດໍາເນີນການປັບປຸງນິຕິກຳດ້ານວິຊາການຕ່າງໆ. ພ້ອມນັ້ນຍັງເອົາໃຈໃສ່ພັດທະນາໂຄ່ງລ່າງພື້ນຖານດ້ານວິທະຍາສາດ, ສິ່ງອຳນວຍຄວາມສະດວກດ້ານວິຊາການ, ການເສີມສ້າງຈິດສຳນຶກ ແລະ ຍົກສູງລະດັບຄວາມເຂົ້າໃຈດ້ານວຽກງານ SPS ໃຫ້ທັງພາກລັດ, ຜູ້ປະກອບການ ແລະ ຜູ້ຜະລິດ ໃຫ້ເຂົ້າໃຈເລິກເຊີ່ງເຖິ່ງທ້ອງ ແຕ່ວຽກງານດັ່ງກ່າວ ພວກເຮົາສາມາດຍັງພົບບັນຫາ, ສິ່ງທ້າທາຍ ແລະ ຂອດຈຳກັດ ທີ່ຈະຕ້ອງເອົາໃຈໃສ່ປັບປຸງພັດທະນາຢ່າງເປັນລະບົບ ແລະ ເລັ່ງດ່ວນ ເພື່ອຮັບປະກັນການເຊື່ອມໂຍງ ເຂົ້າກັບພາກພື້ນ ແລະ ສາກົນ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ໂດຍສະເພາະ ແມ່ນວຽກງານວິໄຈ ແລະ ກວດກາ ຍັງຂາດບຸກຄະນະກອນ ແລະ ຫ້ອງວິໄຈທີ່ມີຄຸນນະພາບ.

ຕອນທ້າຍຂອງກອງປະຊຸມ ໄດ້ມີການຍົກບາງບັນຫາ ເປັນຕົ້ນແມ່ນ ມາດຕະການໃນການຈັດຕັ້ງປະຕິບັດວຽກງານສຸຂານາໄມ ແລະ ສຸຂານາໄມພືດ, ການເຄື່ອນວຽກງານໄຫວຄຸ້ມຄອງ, ການກວດກາດ້ານສຸຂານາໄມ (ຟາມລ້ຽງສັດ, ໂຮງຂ້າສັດ, ຄ້າຂາຍຍ່ອຍ, ການຂົນສົ່ງຜະລິດຕະພັນພືດ-ສັດ) ລະຫວ່າງພາກລັດ ແລະ ຜູ້ປະກອບການແຕ່ສູນກາງຫາທ້ອງຖິ່ນ ເພື່ອສົນທະນາ, ປຶກສາຫາລື ແລະ ແລກປ່ຽນບົດຮຽນກັນ ຊອກຫາແນວທາງປັບປຸງ ແລະ ຍົກລະດັບກົນໄກການຄຸ້ມຄອງວຽກງານດັ່ງກ່າວໃຫ້ດີຂື້ນເລື້ອຍໆ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.