ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອທົບທວນຄືນການຈັດຕັ້ງປະຕິບັດແຜນດໍາເນີນງານອໍານວຍຄວາມສະດວກທາງດ້ານການຄ້າ ປີ 2017-2022 ແລະ ຄໍາສັ່ງ ເລກທີ 02/ນຍ ໂດຍສະເພາະຕົວຊີ້ວັດທີ 8 ການຄ້າລະຫວ່າງປະເທດ ໃນ 06 ເດືອນຕົ້ນປີ 2019. ພ້ອມດຽວກັນ, ຈະປຶກສາຫາລື ແລະ ເປັນເອກະພາບ ຕໍ່ກັບ ເອກະສານຊ້ອນທ້າຍ 1  (ຄັດຕິດມາພ້ອມນີ້)ຂອງຮ່າງຄໍາສັ່ງ ວ່າດ້ວຍການອຳນວຍຄວາມສະດວກໃຫ້ແກ່ ການນຳເຂົ້າ-ສົ່ງອອກ, ການຜ່ານແດນ, ການນໍາເຂົ້າເພື່ອສົ່ງອອກຕໍ່ ແລະ ການເຄື່ອນຍ້າຍພາຍໃນ ຂອງສິນຄ້າ ຢູ່ ສປປ ລາວ ຕາມຄຳເຫັນຂອງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອນໍາສະເໜີຕໍ່ທ່ານ ນາຍົກລັດຖະມົນຕີ ພິຈາລະນາຮັບຮອງ.

ວັນ ແລະ ເວລາ: ວັນພະຫັດ ທີ 15 ສິງຫາ 2019, ເວລາ 08:30 – 12:00 ໂມງ.

ສະຖານທີ່: ໂຮງແຮມ Crown Plaza, ນະຄອນຫຼວງວຽງຈັນ.

ດາວໂຫຼດ ພາສາລາວ:

ວາລະກອງປະຊຸມ ກອງເລຂາ ຄອຄ ຄັ້ງທີ 2 ປະຈຳປີ 2019

ບົດ​ລາຍ​ງານ​ຄວາມ​ຄືບ​ໜ້າ​ການຈັດ​ຕັ້ງ​ປະຕິບັດ​​ແຜນ​ດຳເນີນງານວຽກງານ​ອຳ​ນວຍ​ຄວາ​ມສະດວກ​ທາງ​ດ້ານ​ການ​ຄ້າ ຂອງ ສປປ ລາວ ປີ 2017-2022

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.