ສປປ ລາວ ເປັນໜຶ່ງໃນປະເທດທີ່ໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອຜະຍາດອະຫິວາໝູອາຝຣິກາ ພາຍຫຼັງທີ່ພະຍາດດັ່ງກ່າວໄດ້ລະບາດຢູ່ປະເທດເພື່ອນບ້ານຄື ສສ ຫວຽດນາມ ແລະ ສປ ຈີນ. ເພື່ອມີມາດຕະການຕອບໂຕ້ ແລະ ສະກັດກັ້ນການແຜ່ຂະຫຍາຍຂອງເຊື້ອພະຍາດດັ່ງກ່າວໃຫ້ເໝາະສົມ ແລະ ທັນການ, ກົມລ້ຽງສັດ ແລະ ການປະມົງ ໄດ້ຈັດກອງປະຊຸມຂື້ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ໝ່ວຍງານສັດຕະແພດ ແລະ ເຈົ້າໜ້າທີ່ສັດຕະວະແພດປະຈໍາດ່ານສາກົນ ໃນຂອບເຂດທົ່ວປະເທດ ພ້ອມທັງວາງຍຸດທະສາດການເຄື່ອນຍ້າຍສັດ ແລະ ຜະລິດຕະພັນກ່ຽວກັບສັດ ໃນລະຫວ່າງວັນທີ 12-16 ສິງຫາ 2019 ໂດຍມີຜູ້ເຂົ້າຮ່ວມຈາກຂະແໜງການສັດຕະວະແພດ ແລະ ເຈົ້າໜ້າທີ່ສັດຕະວະແພດປະຈໍາດ່ານ ລວມທັງໝົດ 44 ທ່ານ.
ການແຜ່ຂະຍາຍຂອງເຊື້ອພະຍາດອະຫິວາໝູອາຝຣິກາ ມີຫຼາຍຊ່ອງທາງ ແຕ່ຊ່ອງທາງທີ່ມີຄວາມສ່ຽງສູງຫຼາຍທີ່ສຸດ ຄື: ການເຄື່ອນຍ້າຍປະເພດສັດ ແລະ ຜະລິດຕະພັນສັດ ຈາກປະເທດໜຶ່ງໄປຫາປະເທດໜຶ່ງ ໂດຍຜ່ານດ່ານຊາຍແດນຕ່າງໆ ທີ່ມີການຂົນສົ່ງສິນຄ້າ. ສະນັ້ນ ດ່ານຊາຍແດນເປັນເຂດທີ່ມີຄວາມສ່ຽງສູງທີ່ສຸດ ທີ່ເຮັດໃຫ້ເຊື້ອພະຍາດຜ່ານເຂົ້າມາໄດ້ ໂດຍຫຼາຍຮູບຫຼາຍແບບ ເປັນຕົ້ນແມ່ນ ພາຫະນະຂົນສົ່ງທີ່ບັນຈຸສັດທີ່ຕິດເຊື້ອພະຍາດ, ຄົນທີ່ໄດ້ສໍາພັດກັບໝູທີ່ມີເຊື້ອພະຍາດ, ຜະລິດຕະພັນສັດທີ່ມີເຊື້ອພະຍາດ ແລະ ວັດຖຸອຸປະກອນອື່ນໆ ທີ່ໄດ້ສໍາພັດກັບເຊື້ອພະຍາດ ທີ່ບໍ່ໄດ້ຮັບການຂ້າເຊື້ອ ແມ່ນສາມາດເປັນພາຫະນະໃຫ້ພະຍາດຂະຫຍາຍຕົວໄປໃນເຂດຕ່າງໆໄດ້ ເນື່ອງຈາກເຊື້ອພະຍາດອະຫິວາໝູ່ອາຝຣິກກາ ເປັນເຊື້ອພະຍາດທີ່ມີຄວາມທົນທານຕໍ່ສິງແວດລ້ອມໄດ້ດີ ຄື: ທົນຕໍ່ອຸນະພຸມ 50 ອົງສາ ເປັນເວລາ ສາມຊົ່ວໂມງ, ຢູ່ໄດ້ 10 ວັນໃນມູນສັດ, ຢູ່ໄດ້ 30 ວັນໃນດິນ, 15 ອາທິດໃນເນື້ອບົດ, 6 ເດືອນໃນລູກຊີ້ນ ແລະ ໄສ້ກອກ, 18 ເດືອນໃນເລືອດ ທີ່ມີອຸນະພຸມ 4 ອົງສາ, ຖ້າຊີ້ນແຊແຂງ ແມ່ນຢູ່ໄດ້ຫຼາຍປີ, ຖ້າຊີ້ນໝັກເກືອ ແມ່ນຢູ່ໄດ້ຫຼາຍເດືອນ.
ປະຈຸບັນ ເຊື້ອພະຍາດດັ່ງກ່າວ ແມ່ນໄດ້ແຜ່ຂະຫຍາຍໃນ ສປປ ລາວ ຢ່າງວ່ອງໄວຫຼາຍ ພາຍໃນເວລາສັ້ນໆ ແມ່ນສາມາດແຜ່່ລາມໄປເກືອບທົ່ວປະເທດ ເຊິ່ງທາງຊ່ຽວຊານເຊືອວ່າ ແຫຼ່ງທີ່ມາຂອງເຊື້ອພະຍາດ ແມ່ນມາທາງດ່ານຊາຍແດນຕ່າງໆ ທີ່ຕິດກັບປະເທດເພື່ອນບ້ານທີ່ມີເຊື້ອພະຍາດກໍາລັງແຜ່ລະບາດ. ດັ່ງນັ້ນ, ປະຈຸບັນ ສປປ ລາວ ຕ້ອງໄດ້ເອົາໃຈໃສ ສ້າງມາດຕະການ ແລະ ກົນໄກໃນການສະກັດກັ້ນຢູ່ດ່ານຊາຍແດນ ແລະ ຕັ້ງຈຸດກວດກາພາຍໃນ ໂດຍສະເພາະການເຄື່ອນຍ້າຍສັດ ແລະ ຜະລິດຕະພັນສັດ ຈາກບ້ານຫາບ້ານ, ຈາກເມືອງຫາເມືອງ, ຈາກແຂວງຫາແຂວງ ແມ່ນຕ້ອງຄຸ້ມຄອງ ແລະ ຢຸດ ຫຼື ຫ້າມໃຫ້ເຄື່ອນຍ້າຍ. ນອກນັ້ນ, ໝູທີ່ໄດ້ຕິດເຊື້ອພະຍາດ ແມ່ນຕ້ອງຖືກທໍາລາຍຕາມເຕັກວິຊາການສັດຕະວະແພດ ຄື: ຂ້າ ແລ້ວ ເຜົ່າໄຟ ຫຼື ຂຸດຂຸ່ມຝັງ ເພື່ອບໍ່ໃຫ້ເຊື້ອພະຍາດດັ່ງກ່າວ ແຜ່ຂະຫຍາຍໃນວົງກວ້າງ.
ສະພາບ ແລະ ເງື່ອນໄຂໃນການຈັດຕັ້ງປະຕິບັດຕົວຈິງຂອງໝ່ວຍງານສັດຕະວະແພດຂອງແຕ່ລະແຂວງ ແມ່ນພົບຄວາມຫຍຸ້ງຍາກຫຼາຍບັນຫາ ເປັນຕົ້ນແມ່ນ ຂາດບຸກຂະກອນສັດຕະວະແພດເຄື່ອນທີ່, ຂາດງົບປະມານ, ຂາດອຸປະກອນ ຫຼື ເຄື່ອງມືທີ່ຈໍາເປັນ, ພາຫະນະມີຈໍາກັດ, ຢາຂ້າເຊື້ອບໍ່ພຽງພໍ (ບາງແຂວງຈໍາເປັນຕ້ອງຂໍຄວາມຊ່ວຍເຫຼືອຈາກປະເທດເພືອນບ້ານ). ນອກນັ້ນບັນຫາການຂ້າ ຫຼື ທໍາລາຍສັດທີ່ຕິດເຊື້ອພະຍາດບໍ່ຖືກເຕັກນິກວິຊາການ ຫຼື ຂາດການຮ່ວມມືຈາກປະຊາຊົນ ແລະ ຂະແໜງການກ່ຽວຂ້ອງ ກະເປັນອຸປະສັກໃນການປະຕິບັດວຽກງານສັດຕະວະແພດ ເຊັ່ນວ່າ: ປະຊາຊົນບໍ່ໃຫ້ຄວາມຮ່ວມມື ຫຼື ແຈ້ງໃຫ້ໝ່ວຍງານສັດຕະວະແພດຮັບຊາບສະພາບການຕິດເຊື້ອຂອງເຂດຕົນ ເພື່ອໃຫ້ເຈົ້າໜ້າທີ່ສັດຕະວະແພດໄດ້ຂ້າທໍາລາຍໝູ່ທີ່ຕິດເຊື້ອໃຫ້ຖືກຕາມຫຼັກວິຊາການ. ແຕ່ໃນຕົວຈິງ ຖ້າພາກລັດບໍ່ມີງົບປະມານ ຫຼື ນະໂຍບາຍຊົດເຊີຍການຂ້າສັດທີ່ຕິດເຊື້ອ ແມ່ນປະຕິບັດໄດ້ຍາກ. ຍ້ອນສາຍເຫດດັ່ງກ່າວ ເຮັດໃຫ້ການແຜ່ກະຈາຍຂອງເຊື້ອພະຍາດໃນລາວ ມາຈາກນອກຕົວແລ້ວ ການແຜ່ລະບາດພາຍໃນຕົວ ກະມີລັກສະນະວ່ອງໄວ ແລະ ຄວບຄຸມໄດ້ຍາກ.
ຈາກຄວາມຫຍຸ້ງຍາກດັ່ງກ່າວ ປະຈຸບັນ ຫຼາຍແຂວງ ແມ່ນໃຊ້ມາດຕະການ ເຜີຍແຜ່ຂໍ້ມູນໃຫ້ປະຊາຊົນ ແລະ ເຈົ້າຂອງຝາມ ເຫັນໄດ້ຄວາມອັນຕະລາຍຂອງເຊື້ອພະຍາດ ໂດຍ ສ້າງປອດສະເຕີ, ປະກາດໂທລະໂຄງ, ໂທລະພາບ, ວິທະຍຸ, ປື້ມຄູ່ມື, ບົວຊົວ ເພື່ອເຕືອນໃຫ້ສະຕິເຝົ້າລະຫວັງ ແລະ ຮູ້ຈັກປ້ອງກັນດ້ວຍຕົນເອງ ບອກກັບການລົງເຮັດວຽກຂອງໜ່ວຍງານສັດຕະວະແພດຢູເຂດທີ່ມີເຊື້ອພະຍາດ. ປະຈຸບັນ ຍັງມີ 3 ແຂວງທີ່ເຊື້ອພະຍາດັ່ງກ່າວຍັງໄປບໍ່ຮອດ ຄື: ພາກໃຕ້ແມ່ນ ແຂວງ ຈໍາປາສັກ, ພາກເໜືອ ມີ 2 ແຂວງ (ໄຊຍະບຸລີ ແລະ ບໍ່ແກ້ວ). ສ່ວນຄວາມເສຍຫາຍທີ່ເກິດຈາກພະຍາດອະຫິວາໝູອາຝຣິກາ ໃນຂອບເຂດທົ່ວປະເທດ ແມ່ນຍັງບໍ່ໄດ້ປະເມີນເປັນຕົວເລກອອກມາ ແຕ່ຄາດວ່າ ຈະສ້າງຄວາມເສຍຫາຍຕໍ່ເສດຖະກິດ-ສັງຄົມ ໂດຍສະເພາະ ແມ່ນການສະໜອງຊີ້ນເຂົ້າສູ່ທ້ອງຕະຫາດຫຼຸດລົງ ລາຄາຊີ້ນໝູ່ໃນຕໍ່ໜ້າອາດຈະເພີ້ມຂື້ນ.
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.