ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕີພາບ
ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ       ເລກທີ 1066/ອຄ.ກຂອ
ນະຄອນຫຼວງວຽງຈັນ, ວັນທີ 22 ສິງຫາ 2019

ຂໍ້ຕົກລົງ

ວ່າດ້ວຍການປະກາດໃຊ້ລະບຽບແຫຼ່ງກຳເນີດສິນຄ້າສະເພາະ ທີ່ນຳໃຊ້ກັບແຕ່ລະຜະລິດຕະພັນພາຍໃຕ້ເຂດການຄ້າເສລີ ອາຊຽນ - . ເກົາຫຼີ ທີ່ໂອນຖ່າຍ ຈາກລະບຽບແຫຼ່ງກຳເນີດສະເພາະຜະລິດຕະພັນ (Product Specific Rules: PSR) PSR HS 2012 ມາເປັນ PSR HS 2017

 

  • ອີງຕາມ ດຳລັດວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 230/ນຍ, ລົງວັນທີ 24 ກໍລະກົດ 2017;
  • ອີງໃສ່ ຜົນກອງປະຊຸມຄະນະກຳມະການຈັດຕັ້ງປະຕິບັດເຂດການຄ້າເສລີອາຊຽນ - ສ. ເກົາຫຼີ ຄັ້ງທີ 17 ໃນລະຫວ່າງວັນທີ 12 ຫາ 14 ກຸມພາ 2019 ທີ່ ນະຄອນຫຼວງເຊອຸນ, ສ. ເກົາຫຼີ ທີ່ົໄດ້ສຳເລັດການປັບປຸງລະບຽບ ສະເພາະທີ່ນຳໃຊ້ກັບແຕ່ລະຜະລິດຕະພັນ;
  • ອີງຕາມສະເໜີຂອງ ກົມການນຳເຂົ້າ ແລະ ສົ່ງອອກ.

ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງ:

ມາດຕາ 1. ປະກາດໃຊ້ລະບຽບແຫຼ່ງກຳເນີດສະເພາະ ນຳໃຊ້ກັບແຕ່ລະຜະລິດຕະພັນ (Product Specific Rules:

PSR) ພາຍໃຕ້ເຂດການຄ້າເສລີ ອາຊຽນ - ສ. ເກົາຫຼີ ທີ່ໂອນຖ່າຍຈາກລະບຽບແຫຼ່ງກຳເນີດ ສະເພາະຜະລິດຕະພັນ PSR 2012 ມາເປັນ PSR 2017.

ມາດຕາ 2. ມອບໃຫ້ ກົມການນຳເຂົ້າ ແລະ ສົ່ງອອກ ຮັບຜິດຊອບແນະນຳ ແລະ ເຜີຍແຜ່ ວິທີຈັດຕັ້ງປະຕິບັດລະອຽດ ກ່ຽວກັບລະບຽບການດັ່ງກ່າວ ເພື່ອໃຫ້ຂໍ້ຕົກລົງສະບັບນີ້ ຖືກປະຕິບັດຢ່າງໄດ້ຮັບຜົນດີ

ມາດຕາ 3. ຂໍ້ຕົກລົງສະບັບນີ້ມິຜົນບັງຄັໃຊ້ນັບແຕ່ວັນທີ 01 ກັນຍາ 2019 ເປັນຕົ້ນໄປ.

ຂໍ້ຕົກລົງສະບັບນີ້ໃຊ້ປ່ຽນແທນ ຂໍ້ຕົກລົງ ວ່າດ້ວຍການປະກາດໃຊ້ລະບຽບແຫຼ່ງກຳເນີດສະເພາະ       ທີ່ນຳມາໃຊ້ກັບແຕ່ລະຜະລິດຕະພັນພາຍໃຕ້ຂອບສັນຍາອາຊຽນ - ສ. ເກົາຫຼີ ທີ່ໂອນຖ່າຍຈາກລະບົບ ລະຫັດອັດຕາພາສີອາຊຽນສະບັບ AHTN 2007 ມາເປັນ AHTN 2012, ສະບັບເລກທີ 0945/ອຄ.ກຂອ, ລົງວັນທີ 18 ພຶດສະພາ 2015.

ລັດຖະມົນຕີ

ເຂັມມະນີ ພົນເສນາ

 

# ຫົວຂໍ້ ດາວໂຫຼດ
1 Decision on announcement of rules of origin of specific products which are used for each product under the Asian – South Korea Free Trade Agreement, which is upgraded from the Product Specific Rules (PSR) PSR HS 2012 upgraded to PSR HS 2017 PDF
2 ຂໍ້ຕົກລົງວ່າດ້ວຍການປະກາດໃຊ້ລະບົບແຫຼ່ງກໍາເນິດສິນຄ້າສະເພາະທີ່ນໍາໃຊ້ກັບແຕ່ລະຜະລິດຕະພັນພາຍໃຕ້ເຂດການຄ້າເສລີ ອາຊຽນ-ສ.ເກົາຫຼີ ທີ່ໂອນຖ່າຍຈາກລະບຽບແຫຼ່ງກໍາເນິດສະເພາະຜະລິດຕະພັນ (Product Specific Rules: PSR) PSR HS 2012 ມາເປັນ PSR HS 2017, ສະບັບເລກທີ 1066/ອຄ.ກຂອ. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.